ລາງວັນ

ໂລກໄດ້ຮັບຄວາມຊາບຊຶ້ງໃຈ ດ້ວຍຄວາມຮັກຂອງພະເຈົ້າພະມານດາ ຜູ້ຊົງປະທານຄວາມຫວັງແກ່ບັນດາຜູ້ຄົນທີ່ທົນທຸກຈາກໄພພິບັດ, ພະຍາດ ແລະ ມົນລະພິດທາງສະພາບແວດລ້ອມ. ຄິດສະຕະຈັກຂອງພະເຈົ້າ ໄດ້ຮັບຫຼາຍກວ່າ 3,300 ຫຼຽນໄຊ, ໃບຮັບຮອງ, ລາງວັນ ແລະ ໃບຢັ້ງຢຶນແຫ່ງການຮູ້ສຳນຶກບຸນຄຸນ ຈາກສຳນັກງານລັດຖະບານ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ໃນເກົາຫຼີ, ລາຊະອານາຈັກອັງກິດ, ຄານາດາ, ອົດສະຕາລີ, ເປຣູ, ຟີລິບປິນ, ນິວຊີແລນ ແລະ ປະເທດອື່ນໆ.

ຄິດສະຕະຈັກຂອງພະເຈົ້າ ໄດ້ຮັບການຍົກຍ້ອງສຳລັບວຽກງານອາສາສະໝັກຊ່ວຍເຫຼືອທີ່ອຸທິດຕົນແກ່ເພື່ອບ້ານ, ຊຸມຊົນ, ປະເທດ ແລະ ໂລກ ດ້ວຍບັນດາປະເທດໃນທັງທົ່ວໂລກ. ໃນການຮັບຮູ້ເຖິງວຽກງານເຫຼົ່ານີ້, ຄິດສະຕະຈັກຂອງພະເຈົ້າໄດ້ຮັບຫຼາຍກວ່າ 3,300 ລາງວັນ ລວມເຖິງລາງວັນອາສະໝັກຊ່ວຍເຫຼືອແຫ່ງປະທານາທິບໍດີ ຈາກທ່ານ ບາຣັກ ໂອບາມາ, ລາງວັນອາສະໝັກຊ່ວຍເຫຼືອແຫ່ງພະລາຊິນີ ໃນລາຊະອານາຈັກອັງກິດ.

ຄິດສະຕະຈັກຂອງພະເຈົ້າ ໄດ້ຮັບລາງວັນອາສະໝັກຊ່ວຍເຫຼືອແຫ່ງປະທານາທິບໍດີ ຈາກທ່ານ ບາຣັກ ໂອບາມາ ແລະ ລາງວັນອາສະໝັກຊ່ວຍເຫຼືອແຫ່ງພະລາຊິນີ ໃນລາຊະອານາຈັກອັງກິດ.

ລາງວັນອາສະໝັກຊ່ວຍເຫຼືອແຫ່ງປະທານາທິບໍດີ ສະຫະລັດອາເມລິກາ

ລາງວັນອາສາສະໝັກຊ່ວຍເຫຼືອອັນຊົງກຽດທີ່ສຸດ ໃນສະຫະລັດອາເມລິກາ.

ລາງວັນຄຳ (ລາງວັນສຳລັບກຸ່ມທີ່ຊົງກຽດສູງສຸດ, 5 ຄັ້ງ)

ລາງວັນໄລຟ໌ທາມ (ລາງວັນສໍາລັບບຸກຄົນທີ່ຊົງກຽດສູງສຸດ)

ລາງວັນໄລຟ໌ທາມ (ມິຖຸນາ 2011) | ລາງວັນຄໍາ (ມິຖຸນາ 2011)

ລາງວັນຄໍາ (ພະຈິກ 2014) | ລາງວັນຄໍາ (ມິຖຸນາ 2015) | ລາງວັນຄໍາ (ກັນຍາ 2015)

ລາງວັນຄໍາ (ທັນວາ 2015) | ລາງວັນທອງແດງ (ກໍລະກົດ 2017)

ລາງວັນອາສະໝັກຊ່ວຍເຫຼືອແຫ່ງປະທານາທິບໍດີ ສະຫະລັດອາເມລິກາ ໃນປີ 2011

ລາງວັນອາສະໝັກຊ່ວຍເຫຼືອແຫ່ງປະທານາທິບໍດີ ສະຫະລັດອາເມລິກາ ໄດ້ຖືກມອບໃຫ້ແກ່ບຸກຄົນ ຫຼື ກຸ່ມທີ່ໄດ້ດຳເນີນວຽກງານອາສາສະໝັກຊ່ວຍເຫຼືອຢ່າງຕໍ່ເນື່ອງ. ຕາມຈຳນວນຊົ່ວໂມງການໃຫ້ບໍລິການ, ລາງວັນໄດ້ອອກໃຫ້ຫຼາຍລະດັບເຊັ່ນ ທອງແດງ, ເງິນ ແລະ ຄຳ. ບັນດາຜູ້ທີ່ມີສ່ວນຮ່ວມໃນການໃຫ້ບໍລິການລາຍກວ່າ 4,000 ຊົ່ວໂມງໃນຊີວິດຂອງພວກເຂົາ ຈະໄດ້ຮັບລາງວັນອັນຊົງກຽດທີ່ສຸດ ເຊິ່ງກໍ່ຄື ລາງວັນໄລຟ໌ທາມແຫ່ງປະທານາທິບໍດີ ພ້ອມດ້ວຍລາງວັນທອງແດງ, ລາງວັນເງິນ ແລະ ລາງວັນຄຳ.

ໃນປີ 2011, ຄິດສະຕະຈັກຂອງພະເຈົ້າ ໄດ້ໃຫ້ບໍລິການຫຼາກຫຼາຍວຽກງານອາສາສະໝັກຊ່ວຍເຫຼືອໃນສະຫະລັດອາເມລິກາ. ດັ່ງເຊັ່ນ ການທຳຄວາມສະອາດສິ່ງແວດລ້ອມ, ການບໍລິຈາກເລືອດ, ການບັນເທົາທຸກໄພພິບັດ, ການເລົ້າໂລມໃຈຜູ້ສູງອຍຸ ແລະ ໄດ້ຮັບລາງວັນອັນຊົງກຽດທີ່ສຸດ ເຊິ່ງກໍ່ຄື ລາງວັນອາສາສະໝັກຊ່ວຍເຫຼືອໃນແຕ່ລະໝວດໝູ່ ສຳລັບອົງການ ແລະ ບຸກຄົນ.

(ລາງວັນຄໍາ, ລາງວັນກຸ່ມ-ລາງວັນໄລຟ໌ທາມບຸກຄົນແຫ່ງປະທານາທິບໍດິ, ສາສະດາຈານໃຫຍ່ ກິມ ຈູຊອນ).

ລາງວັນອາສະໝັກຊ່ວຍເຫຼືອແຫ່ງປະທານາທິບໍດີ ສະຫະລັດອາເມລິກາ ໃນປີ 2014

ໃນເດືອນພະຈິກ 2014, ຄິດສະຕະຈັກຂອງພະເຈົ້າ ໄດ້ຮັບລາງວັນອາສາສະໝັກຊ່ວຍເຫຼືອ (ລາງວັນຄໍາ, ລາງວັນກຸ່ມ) ເປັນຄັ້ງທີສອງ ສໍາລັບການດໍາເນີນການຫຼາຍກວ່າ 1,000 ຊົ່ວໂມງໃນໜຶ່ງປີ ຂອງວຽກງານອາສາສະໝັກຊ່ວຍເຫຼືອ ດັ່ງເຊັ່ນ ການບັນເທົາທຸກໄພພິບັດ, ການຊ່ວຍເຫຼືອເພື່ອນບ້ານ, ເດັກນ້ອຍ ແລະ ຜູ້ສູງອາຍຸທີ່ດ້ອຍໂອກາດ.

ລາງວັນອາສະໝັກຊ່ວຍເຫຼືອແຫ່ງປະທານາທິບໍດີ ສະຫະລັດອາເມລິກາ ໃນປີ 2015

ຄິດສະຕະຈັກຂອງພະເຈົ້າ ໃນເດັນເວີ, ໂຄໂລຣາໂດ, ສະຫະລັດອາເມລິກາ ໄດ້ຮັບລາງວັນອາສະໝັກຊ່ວຍເຫຼືອແຫ່ງປະທານາທິບໍດີ ສະຫະລັດອາເມລິກາ (ລາງວັນຄຳ, ລາງວັນກຸ່ມ). ທ່ານປະທານາທິບໍດີ ບາຣັກ ໂອບາມາ ໄດ້ມອບລາງວັນອັນຊົງກຽດນີ້ແກ່ ຄິດສະຕະຈັກຂອງພະເຈົ້າ     ໃນປີ 2011, 2014, 2015 ສໍາລັບວຽກງານອາສາສະໝັກວຽກເຫຼືອຢ່າງຕໍ່ເນື່ອງຂອງພວກເຂົາ.

ລາງວັນປະທານາທິບໍດີ 3ສະໄໝ​ ຈາກລັດຖະບານເກົາຫຼີ

ລາງວັນຍ້ອງຍໍກຸ່ມແຫ່ງປະທານາທິບໍດີ (ພຶດສະພາ 2015) | ລາງວັນຫຼຽນໄຊ (ສິງຫາ 2004) | ລາງວັນແຫ່ງປະທານາທິບໍດີ (ກຸມພາ 2003)

ລາງວັນຍ້ອງຍໍກຸ່ມແຫ່ງປະທານາທິບໍດີເກົາຫຼີ ແມ່ນລາງວັນອັນຊົງກຽດທີ່ສຸດ ສຳລັບກຸ່ມທີ່ໄດ້ກະທຳວຽກງານການບໍລິການທີ່ດີໃນສາຂາໃດໜຶ່ງ ມາເປັນເວລາຫຼາຍກວ່າຫ້າປີ ເຊິ່ງໄດ້ຮັບລາງວັນໂດຍຜ່ານການກວດກາ ແລະ ກວດສອບຢ່າງເຂັ້ມງວດ. ນັ້ນແມ່ນພິເສດຫຼາຍ ສຳລັບກຸ່ມສາສະໜາທີ່ໄດ້ຮັບລາງວັນດັ່ງກ່າວນັ້ນ.

ການເຊື້ອເຊີນເຂົ້າຮ່ວມກອງປະຊຸມລະດັບສູງ UN CERF ເຊິ່ງເປັນຄັ້ງທໍາອິດສໍາລັບຄິດສະຕະຈັກ

ຄຳປາໄສຂອງ ທ່ານ ສາສະດາຈານໃຫຍ່ ຄິມ ຈູຊອນ ແຫ່ງຄິດສະຕະຈັກຂອງພະເຈົ້າ

“ຄິດສະຕະຈັກຂອງພະເຈົ້າ ໄດ້ຕອບສະໜອງຢ່າງຂະຫຍັນຂັນແຂງ ຕໍ່ກັບຄວາມພະຍາຍາມໃນການບັນເທົາທຸກໃນທັງທົ່ວໂລກ ໂດຍຜ່ານການທຳຄວາມສະອາດສິ່ງແວດລ້ອມ, ການຊ່ວຍເຫຼືອອາຫານ ແລະ ທີມງານຕອບສະໜອງໄພພິບັດສຸກເສີນ. ກິດຈະທຳດ້ານມະນຸດສະທຳທັງໝົດເຫຼົ່ານີ້ຂອງຄິດສະຕະຈັກ ແມ່ນກຳເນີດມາຈາກຈິດໃຈຂອງພະມານດາ.”

– ຢູ່ທີ່ ສໍານັກງານໃຫຍ່ອົງການສະຫະປະຊາຊາດ (UN) ໃນນິວຢອກ, ສະຫະລັດອາເມລິກາ (13 ທັນວາ 2016)

ຄິດສະຕະຈັກຂອງພະເຈົ້າ ໄດ້ຮັບການເຊື້ອເຊີນໃຫ້ເຂົ້າຮ່ວມໃນກອງປະຊຸມລະດັບສູງ ກ່ຽວກັບກອງທຶນຕອບສະໜອງສຸກເສີນກາງ [CERF] ເຊິ່ງມີຕົວແທນຂອງສະມາຊິກແຫ່ງລັດ, ໜ່ວຍງານຂອງອົງການສະຫະປະຊາຊາດ, ຜູ້ສັງເກດການ ແລະ ພາກສ່ວນອື່ນໆເຂົ້າຮ່ວມ, ເນື່ອງຈາກວ່າ ອົງການສະຫະປະຊາຊາດ ໄດ້ຊົມເຊີຍເປັນຢ່າງສູງ ຕໍ່ກັບວຽກງານອາສາສະໝັກຊ່ວຍເຫຼືອຂອງຄິດສະຕະຈັກຂອງພະເຈົ້າ.