ໄມ້ກາງແຂນແລະຮູບປັ້ນແມ່ມາລີແມ່ນການນັບຖືຮູບໂຄລົບ

1. ທີ່ມາຂອງການໃຊ້ໄມ້ກາງແຂນ

ປັດຈຸບັນນີ້, ໄມ້ກາງແຂນ ທີ່ຄິດສະຕະຈັກເກືອບທັງໝົດໃຊ້ໃຫ້ເປັນສັນຍາລັກແທນພະ
ຄິດນັ້ນ ບໍ່ແມ່ນເປັນເຄື່ອງໝາຍທີ່ເລີ່ມໃຊ້ ເມື່ອຫຼັງຈາກທີ່ພະເຢຊູຊົງຖືກຄຶງທີ່ໄມ້ກາງແຂນ
ແຕ່ໃຊ້ເປັນສັນຍາລັກຂອງການໂຄລົບບູຊາໃນສາດສະໜາຕ່າງຊາດ. ເພາະສະນັ້ນ, ເຮົາ
ຈະຊອກຫາຄວາມຈິງທີ່ວ່າ ການທີ່ຄິດສະຕະຈັກຕ່າງໆໄດ້ໃຊ້ໄມ້ກາງແຂນເປັນສັນຍາລັກ ໃນໂບດນັ້ນ ໃນພະຄຳພີໄດ້ບັນທຶກໄວ້ຫຼືບໍ່.

ການໃຊ້ໄມ້ກາງແຂນນັ້ນ ສາມາດຄົ້ນພົບໄດ້ທີ່ມາ ຕັ້ງແຕ່ປະເທດບາບີໂລນໃນສະໄໝບູ ຮານ ນີ້ແມ່ນມາຈາກການນັບຖືຕາມມຸດ ເຊິ່ງກະສັດແຫ່ງບາບີໂລນ ໂດຍໃຊ້ “T” ເຊິ່ງ
ເປັນອັກສອນໂຕທຳອິດຂອງຊື່ກະສັດຕາມມຸດ (Tammuz) ໄດ້ໝາຍໃນເຄື່ອງນຸ່ງຂອງປະ ໂລຫິດຂອງຕາມມຸດໃນສະໄໝນັ້ນ ແລະໄດ້ຕິດຍັນຢູ່ໜ້າເອິກໂດຍໃຫ້ເປັນສັນຍາລັກຂອງ
ຂອງສາດສະໜາ. 

ຫຼັງຈາກນັ້ນ, ວັດທະນະທຳບາບີໂລນກໍ່ໄດ້ແຜ່ຫຼາຍໄປສູ່ເອຢິບ ເຄື່ອງໝາຍກາງແຂນທີ່
ເປັນສັນຍາລັກຂອງສາດສະໜາບາບີໂລນ ກໍ່ໄດ້ເຂົ້າມາມີອິດທິພົນໃນເອຢິບ. ເຮົາສາມາດ
ພົບເຫັນໄດ້ ໂດຍຜ່ານຫີນຈາລຶກເທິງຂຸມຝັງສົບໃນສະໄໝບູຮານ ແລະຮູບແຕ້ມຕາມຝາ ຂອງເອຢິບ ທີ່ໄດ້ແຕ້ມຮູບກະສັດ ແລະພະທັງປວງຂອງເອຢິບໄດ້ຖືເຄື່ອງໝາຍກາງແຂນ ໄວ້ໃນມື. ແລະເຊັ່ນດຽວກັນ ສິ່ງທີ່ຫຼົງເຫຼືອຢູ່ຂອງກະສັດອາເມນໂນຟີສ໌
ທີ4 ຂອງເອຢິບ ເຮົາພົບເຄື່ອງໝາຍກາງແຂນຫຼາຍແຂວນຢູ່ອ້ອມຮອບດວງອາທິດ. ບໍ່ພຽງເທົ່ານັ້ນ ເມື່ອເຮົາພິຈາລະນາເບິ່ງທີ່ອະນຸສາວະລີຂອງອັດຊີເລຍ ເຮົາ ຈະພົບເຄື່ອງໝາຍກາງແຂນຢູ່ຕາມຄໍ ຫຼືແຖບຄໍເສື້ອຂອງກະສັດ ແລະພວກທະຫານທີ່ໄດ້
ຕໍ່ສູ້ກັບເອຢິບ ດັ່ງນັ້ນເຄື່ອງໝາຍກາງແຂນນີ້ ຈຶ່ງໄດ້ມີການຖືກໃຊ້ເປັນດັ່ງເຄື່ອງຕົກແຕ່ງ
ຕາມເສື້ອຜ້າເມື່ອປະມານ 1400 ປີກ່ອນ ຄ.ສ.

ຄົນໂລມກໍ່ເຊັ່ນກັນ ໄດ້ມີການນັບຖືເຄື່ອງໝາຍກາງແຂນ ໃຊ້ເປັນຍັນກ່ອນວັດທະນະທຳ
ຂອງພວກເຂົາຈະເລີນ ແລະພວກເຂົາກໍ່ໄດ້ຕັ້ງເທິງຂຸມຝັງສົບເປັນດັ່ງເຄື່ອງບູຊາ. ຫຼັງຈາກ ອານາຈັກໂລມໄດ້ຕັ້ງຂຶ້ນ ແລ້ວກໍ່ໄດ້ສືບຕໍ່ທຳນຽມການນັບຖືໄມ້ກາງແຂນ ເຮົາສາມາດພົບ
ເຫັນໄດ້ໃນຫຼຽນໂລມທີ່ຖືກສ້າງຂຶ້ນ ໃນປີ 46 ກ່ອນ ຄ.ສໄດ້ມີການປະດິດຂຶ້ນເຊິ່ງສະແດງ ໃຫ້ເຫັນເຖິງຮູບກາງແຂນ ທີ່ແຂວນເທິງໄມ້ເທົ້າໃນຮູບແກະສະລັກຂອງຈູປີເຕີທີ່ກຳລັງຖື.
ໄມ້ກາງແຂນທີ່ເປັນທີ່ນິຍົມແລະຮູ້ຈັກກັນທົ່ວໄປຈົນເຖິງປະຈຸບັນນີ້ກໍ່ຄື “ໄມ້ກາງແຂນຄາວາ ຣີ (Calvary Cross)” ແລະເຊັ່ນກັນ ຮູບແບບຂອງໄມ້ກາງແຂນທີ່ໄດ້ຄົ້ນພົບກ່ອນການ ສະເດັດມາຂອງພະເຢຊູຄິດ ພົບຢູ່ຂຸມຝັງສົບທີ່ເທສ໌ຊາລີໃນປະເທດເກຼັກ.

ເມື່ອພິຈາລະນາຫຼັກຖານທາງປະຫວັດສາດ ເປັນທີ່ແນ່ນອນແລ້ວວ່າ ກ່ອນກຳເນີດສາດ
ສະໜາຄິດ ໄດ້ໃຊ້ໄມ້ກາງແຂນທີ່ເປັນເຄື່ອງຂອງການນັບຖືທາງສາດສະໜາຂອງຄົນຕ່າງ
ຊາດ. ນອກຈາກນັ້ນ ໄມ້ກາງແຂນຍັງຖືກໃຊ້ເປັນເຄື່ອງມືລົງໂທດປະຫານຊີວິດນັກໂທດ,
ແລະໄດ້ຕັ້ງເປັນເຄື່ອງມືລົງໂທດປະຫານຊີວິດ ດັ່ງທີ່ໄດ້ໃຊ້ເພື່ອປະຫານຊີວິດພະເຢຊູໃນ
ສະໄໝໂລມ. ໃນສະໄໝນັ້ນການລົງໂທດດ້ວຍໄມ້ກາງແຂນນີ້ໃຊ້ສຳລັບຄຶງຜູ້ທີ່ມີຄວາມຜິດ
ທາງອາຍາໃຫ້ຕາຍເທິງໄມ້ກາງແຂນ. ດັ່ງນັ້ນ, ເຮົາສາມາດຄາດຄະເນໄດ້ວ່າ ໃນສະໄໝ
ນັ້ນ ພວກເຂົາກຽດຊັງພະເຢຊູຫຼາຍສໍ່າໃດ. ໃນປັດຈຸບັນນີ້, ຄິດສະຕະຈັກໃຊ້ໄມ້ກາງແຂນ ເປັນສັນຍາລັກນັ້ນ ໃຫ້ພວກເຮົາຮູ້ຈັກວ່າ ຄິດສະຕະຈັກເຊື່ອມເສຍຫຼາຍດັ່ງກັບຍອມຮັບ
ສັນຍາລັກຂອງສາດສະໜາຕ່າງຊາດ, ແລະສະແດງໃຫ້ຮູ້ໂດຍທາງອ້ອມວ່າ ເປັນການກະ ທຳແບບມີສ່ວນຮ່ວມໃນແຜນການຂອງມານ ທີ່ເຮັດໃຫ້ພະເຢຊູຕ້ອງຕາຍທີ່ໄມ້ກາງແຂນ ຈຶ່ງສາມາດເວົ້າໄດ້ວ່າ ເປັນການກະທຳທີ່ໜ້າກຽດໜ້າຊັງ.

2. ການໃຊ້ໄມ້ກາງແຂນ

ໂບດກາໂຕລິກທີ່ເຄົາລົບນັບຖືໄມ້ກາງແຂນ ແລະໂບດໂປຼເຕສແຕນທີ່ໃຊ້ໄມ້ກາງແຂນ
ເປັນສັນຍາລັກແທນພະຄິດນັ້ນ ເຂົ້າໃຈຜິດຄິດວ່າ ໄມ້ກາງແຂນໄດ້ມີການໃຊ້ມາຕັ້ງແຕ່ໃນ
ສະໄໝໂບດຕອນຕົ້ນ ແຕ່ວ່າຢູ່ໃນພະຄຳພີບໍ່ມີຂໍ້ຄວາມໃດທີ່ບັນທຶກໄວ້ວ່າ ໃຫ້ຕັ້ງໄມ້ກາງ
ແຂນໄວ້ເທິງຄິດສະຕະຈັກຫຼື ນຳໄມ້ກາງແຂນມາເປັນເຄື່ອງປະດັບ. ເມື່ອພິຈາລະນາເບິ່ງ ໃນບັນທຶກຂອງປະຫວັດສາດ ໃນປີ ຄ.ສ 431 ເຮົາຈະພົບໄມ້ກາງແຂນປະກົດຢູ່ໃນຄິດ ສະຕະຈັກ ຫຼືໃນຫ້ອງອະທິຖານ ແລະມີການຕັ້ງໄມ້ກາງແຂນໄວ້ເທິງຈອມຫຼັງຄາຂອງຄິດສະຕະຈັກໃນປີ ຄ.ສ 586 ດັ່ງນັ້ນ, ສາມາດຮູ້ຈັກໄດ້ວ່າ ນີ້ເປັນປະເພນີທາງສາດສະໜາ ໄດ້ປະກົດຫຼັງຈາກທີ່ສາດສະໜາຄິດໄດ້ຮັບເອົາພິທີທາງສາດສະໜາຂອງພວກນອກສາດ
ສະໜາ.

ພວກເຮົາຈຳເປັນຕ້ອງເຂົ້າໃຈຢ່າງຖືກຕ້ອງ ໃນຄວາມໝາຍຂອງໄມ້ກາງແຂນທີ່ອັກຄະ
ທູດອ້າງອີງຢູ່ໃນພະຄຳພີໃໝ່ນັ້ນ ບໍ່ແມ່ນການອວດເຄື່ອງມືປະຫານຊີວິດທີ່ວ່າ ພະເຢຊູໄດ້ ຖືກຄຶງທີ່ໄມ້ກາງແຂນ ແຕ່ໃຫ້ຂອບພະຄຸນພະເຢຊູຄິດ ທີ່ໄດ້ຊົງເສຍສະຫຼະໂລຫິດຂອງພະ
ອົງ ຊົງຫຼັ່ງໄຫຼອອກມາເພື່ອອະໄພໂທດບາບ ແລະໃຫ້ພວກເຮົາຮັບຄວາມເມດຕາທີ່ບໍ່ເສຍຄ່າ.

ຄຕ 6:14 『ສຳລັບເຮົາແລ້ວ ເຮົາຂໍອວດອ້າງແຕ່ເລື່ອງໄມ້ກາງແຂນຂອງພະເຢຊູຄິດເຈົ້າ
ເທົ່ານັ້ນ; ຍ້ອນເລື່ອງໄມ້ກາງແຂນຂອງພະອົງນີ້ແຫຼະ ໂລກຈຶ່ງຕາຍແລ້ວສຳລັບເຮົາ ແລະ ເຮົາກໍ່ຕາຍແລ້ວສຳລັບໂລ

1ກທ 1:17-23 『ເພື່ອວ່າຄວາມຕາຍຂອງພະຄິດທີ່ໄມ້ກາງແຂນນັ້ນຈະບໍ່ໄຮ້ລິດອຳນາດ.
ດ້ວຍວ່າເລື່ອງຄວາມຕາຍ ຂອງພະຄິດທີ່ໄມ້ກາງແຂນນັ້ນເປັນເລື່ອງໂງ່ສຳລັບພວກທີ່ກຳລັງ
ເສຍໄປ; ແຕ່ສຳລັບພວກເຮົາທີ່ກຳລັງກ້າວສູ່ທາງແຫ່ງຄວາມພົ້ນນັ້ນ ຖືວ່າເປັນລິດອຳນາດ ຂອງພະເຈົ້າ…ແຕ່ສຳລັບພວກເຮົາແລ້ວ ພວກເຮົາປະກາດເລື່ອງພະຄິດ ຜູ້ຖືກຄຶງທີ່ໄມ້ກາງ ແຂນອັນເປັນເລື່ອງທີ່ພວກຢິວກືນບໍ່ເຂົ້າຄາຍບໍ່ອອກ ແລະເປັນເລື່ອງທີ່ພວກບໍ່ເປັນຢິວຖືວ່າ ໂງ

ລິດອຳນາດຂອງຄວາມພົ້ນນັ້ນບໍ່ໄດ້ສຳເລັດດ້ວຍໄມ້ກາງແຂນ. ເຖິງແມ່ນວ່າພະເຢຊູຊົງ
ເສຍສະຫຼະແຫ່ງການອະໄພບາບດ້ວຍການຖືກໂທດເຖິງຕາຍກໍ່ຕາມ ໂລຫິດນັ້ນຈະເປັນ ໂລຫິດອັນລໍ້າຄ່າທີ່ສາມາດອະໄພບາບຂອງພວກເຮົາໄດ້.

ອຟ 1:7 『ດ້ວຍວ່າໂດຍຄວາມຕາຍຂອງພະຄິດເປັນເຄື່ອງບູຊານັ້ນ ພະເຈົ້າໄດ້ປົດປ່ອຍ ພວກເຮົາໃຫ້ເປັນອິດສະຫຼະ ໝາຍຄວາມວ່າການບາບຂອງພວກເຮົາໄດ້ຮັບອະໄພ…

ມີບາງຄົນຜູ້ທີ່ໄດ້ອວດໄມ້ກາງແຂນ ລາວຢືນຢັນວ່າ “ຖ້າບໍ່ມີໄມ້ກາງແຂນກໍ່ຄົງຈະບໍ່ມີ
ການຫຼັ່ງໄຫຼໂລຫິດຂອງພະເຢຊູ, ບໍ່ມີການໄຖ່ບາບເພື່ອຊ່ວຍໃຫ້ພົ້ນກໍ່ຍ້ອນວ່າ ຈະສຳເລັດ
ບໍ່ໄດ້ຄຳທຳນວາຍກ່ຽວກັບພາລະກິດຂອງພະຄິດທີ່ຂຽນໄວ້ໃນພັນທະສັນຍາເດີມວ່າ ການ
ເສຍສະຫຼະຂອງພະເຢຊູຄິດນັ້ນເປັນດັ່ງການຫຼັ່ງເລືອດຂອງລູກແກະ, ເພາະສະນັ້ນໄມ້ກາງ
ແຂນທີ່ເຮັດຂື້ນມາ ກໍ່ເພື່ອຫຼັ່ງໄຫຼໂລຫິດອັນຊົງຄຸນຄ່າຂອງພະເຢຊູ ນີ້ເປັນການອວດອ້າງ ຂອງສາດສະໜາຄິດ ແລະເປັນສັນຍາລັກແຫ່ງຄວາມເຊື່ອ.”

ແຕ່ວ່າຖ້າການກ່າວອ້າງເຖິງເຫດຜົນນີ້ສາມາດຍອມຮັບໄດ້ວ່າ ເປັນທີ່ເໝາະສົມ ພວກ
ເຂົາກໍ່ຕ້ອງຍອມຮັບວ່າ ເປັນເຫດຜົນທີ່ຜິດທີ່ວ່າ “ຖ້າບໍ່ມີພວກຢິວ ແລະຢູດາອິດສະກາລີ ໂອດຜູ້ທີ່ຢາກຂ້າພະເຢຊູ ແລະຖ້າບໍ່ມີເໝືອນດັ່ງປີລາດຜູ້ປົກຄອງແຂວງຢູດາຜູ້ຕັດສິນປະ
ຫານຊີວິດພະເຢຊູ ຄຳພິຍານກ່ຽວກັບການຫຼັ່ງໄຫຼໂລຫິດອັນຊົງຄຸນຄ່າກໍ່ຈະບໍ່ສຳເລັດ ດັ່ງ
ນັ້ນພວກເຂົາຈຶ່ງສົມຄວນຈະໄດ້ຮັບຄວາມນັບຖື ແລະເປັນດັ່ງສັນຍາລັກຂອງການຊ່ວຍໃຫ້
ພົ້ນທີ່ໄດ້ເພີ່ມເຂົ້າໃນໄມ້ກາງແຂນ ບໍ່ແມ່ນບໍ? ແຕ່ວ່າພະເຢຊູໄດ້ກ່າວຕໍ່ຢູດາອິດສະກາລີ
ໂອດວ່າ

ມກ 14:21 『ບຸດມະນຸດຈະຕາຍຕາມທີ່ມີຂຽນໄວ້ໃນພະຄຳພີ ແຕ່ເຄາະຮ້າຍໜັກຈະຕົກ ຖືກຜູ້ທີ່ມອບບຸດມະນຸດໄວ້! ຄົນຜູ້ນີ້ຖ້າບໍ່ເກີດມາກໍ່ຈະເປັນການດີກວ່

ໄມ້ກາງແຂນເປັນພຽງຕົ້ນໄມ້ທີ່ຖືກສາບແຊ່ງເທົ່ານັ້ນ(ຄຕ 3:13) ໂດຍຄົນໂລມໃຊ້ເປັນດັ່ງເຄື່ອງມືປະຫານຊີວິດ ແລະຜູ້ທີ່ເຮັດໃຫ້ພະເຢຊູຕາຍນັ້ນ ຈະຕ້ອງໄດ້ຮັບການລົງໂທດ ດ້ວຍຄວາມທຸກທໍລະມານໃນນະລົກຕະຫຼອດໄປເປັນນິດ.

3. ທັດສະນະຄະຕິໃນພະຄຳພີກ່ຽວກັບໄມ້ກາງແຂນ

ເລື່ອງຂອງໄມ້ກາງແຂນໄດ້ທຳນວາຍໄວ້ໃນພະບັນຍັດກ່ອນແລ້ວວ່າ ຈະຖືກນຳມາເປັນ
ສັນຍາລັກຂອງ ຄິດສະຕະຈັກຕ່າງໆຢ່າງແຜ່ຫຼາຍ ຫຼັງຈາກທີ່ພະເຢຊູໄດ້ຊົງຖືກຄຶງທີ່ໄມ້ ກາງແຂນ.

ດົນນານມາແລ້ວ ປະຊາຊົນອິດສະລາເອນຜູ້ທີ່ດຳເນີນຊີວິດຢູ່ໃນຖິ່ນແຫ້ງແລ້ງກັນດານ
ໂດຍການນຳພາຂອງໂມເຊ ໄປອ້ອມໆເຂດແດນ ຕາມທາງແຫ້ງແລ້ງກັນດານໄລຍະໄກ
ໂດຍບໍ່ໄດ້ຜ່ານດິນແດນເອໂດມໄປເລີຍ ດັ່ງນັ້ນ, ປະຊາຊົນຈຶ່ງພາກັນຈົ່ມຮ້າຍໃສ່ພະເຈົ້າ
ແລະໂມເຊ. ພະເຈົ້າຊົງໂກດຮ້າຍໃຫ້ປະຊາຊົນປະອິດສະລາເອນ ຈຶ່ງໄດ້ສົ່ງງູພິດຮ້າຍມາ ຕອດປະຊາຊົນໃຫ້ຕາຍຢ່າງຫຼວງຫຼາຍ, ເມື່ອນັ້ນໂມເຊຈຶ່ງເຮັດງູເປັນໂລຫະຕອກຕິດໄວ້ກັບເສົາ ເພື່ອຜູ້ໃດຜູ້ໜຶ່ງທີ່ຖືກງູຕອດແລ້ວຈະໄດ້ຮັບການປິ່ນປົວໃຫ້ຫາຍດີ.

ຈຊບ 21:8-9 『ແລ້ວພະຜູ້ເປັນເຈົ້າກໍ່ໄດ້ບອກໂມເຊ ໃຫ້ເຮັດງູເປັນໂລຫະຕອກຕິດໄວ້ກັບ
ເສົາ ເພື່ອວ່າຜູ້ໃດຜູ້ໜຶ່ງທີ່ຖືກງູຕອດເມື່ອແນມເບິ່ງງູນັ້ນແລ້ວ ກໍ່ໄດ້ຮັບການປິ່ນປົວໃຫ້ຫາຍດີ ສະນັ້ນ ໂມເຊຈຶ່ງເຮັດງູທອງສຳລິດຕອກໄວ້ກັບເສົາ. ຜູ້ໃດຜູ້ໜຶ່ງທີ່ຖືກງູຜິດຕອດ ເມື່ອຫຼຽວ ເບິ່ງງູທອງສຳລິດນັ້ນແລ້ວ ກໍ່ໄດ້ຮັບການປິ່ນປົວໃຫ້ຫາຍດ

ແຕ່ວ່າງູທອງສຳລິດນັ້ນບໍ່ມີອຳນາດຫຍັງ ທີ່ຈະເຮັດໃຫ້ປະຊາຊົນອິດສະລາເອນມີຊີວິດຢູ່ໄດ້. ພຽງແຕ່ມີຊີວິດໄດ້ດ້ວຍຄວາມເມດຕາຂອງພະເຈົ້າໃນຖ້ອຍຄຳທີ່ວ່າ “ຜູ້ໃດຜູ້ໜຶ່ງທີ່ຖືກງູຕອດເມື່ອແນມເບິ່ງງູນັ້ນແລ້ວ ກໍ່ໄດ້ຮັບການປິ່ນປົວໃຫ້ຫາຍດີ” ແຕ່ປະຊາຊົນອິດສະລາເອນໄດ້ເຜົາເຄື່ອງຫອມໃຫ້ແກ່ງູທອງສຳລິດຈົນເຖິງສະໄໝຂອງກະສັດເຮເສກີຢາ ຍ້ອນມີ ຄວາມເຊື່ອຜິດໆທີ່ວ່າ ງູທອງສຳລິດສາມາດຊ່ວຍໃຫ້ພົ້ນນັ້ນຈຶ່ງໄດ້ໝົດສິ້ນໄປ.

2ກສດ 18:4 『ເພິ່ນໄດ້ທຳລາຍບ່ອນຂາບໄຫວ້ຂອງພະຕ່າງຊາດ, ໄດ້ທັບເສົາສັກສິດແລະ
ຕັດຮູບຂອງເຈົ້າແມ່ອາເຊລາ. ເພິ່ນຍັງໄດ້ທັບຮູບງູທອງສຳລິດ ທີ່ໂມເຊໄດ້ຫຼໍ່ຂຶ້ນຊື່ວ່າ ເນຮູ ຊະຕາ

※ເນຮູຊະຕານ ໝາຍເຖິງກ້ອນທອງສຳລິດ

ປະຊາຊົນອິດສະລາເອນ ຜູ້ທີ່ກຳລັງຕາຍຍ້ອນຖືກງູຕອດ ເມື່ອຫຼຽວເບິ່ງງູທອງສຳລິດທີ່
ຕອກຕິດໄວ້ກັບເສົາ ພວກເຂົາຈະມີຊີວິດຢູ່ໄດ້ ນັ້ນເປັນເງົາທີ່ສະແດງໃຫ້ເຮົາຮູ້ວ່າ ຈິດວິນ
ຍານຂອງເຮົາໄປສູ່ທາງແຫ່ງຄວາມຕາຍ ກໍ່ໂດຍການຫຼອກລວງຂອງຊາຕານ ແລະເມື່ອ
ຫຼຽວເບິ່ງພະເຢຊູຄິດ ຜູ້ທີ່ຊົງຫຼັ່ງໄຫຼໂລຫິດອັນລໍ້າຄ່າທີ່ເທິງໄມ້ກາງແຂນ(ໂດຍໂລຫິດແຫ່ງ ການເສຍສະຫຼະ) ເຮົາກໍ່ສາມາດທີ່ຈະມີຊີວິດຢູ່ໄດ້.

ຢຮ 3:14 『ໂມເຊໄດ້ຍົກງູຂື້ນໃນຖິ່ນແຫ້ງແລ້ງກັນດານສັນໃດ ບຸດມະນຸດກໍ່ຈະຕ້ອງໄດ້ ຮັບການຍົກຂຶ້ນສັນນັ້

ດັ່ງງູທອງສຳລິດທີ່ບໍ່ມີອຳນາດໃນການໃຫ້ຊີວິດ ໄມ້ກາງແຂນເຊິ່ງພະເຢຊູໄດ້ຊົງສະຫຼະ ຊີວິດນັ້ນ ບໍ່ມີອຳນາດໃນການໃຫ້ຊີວິດແກ່ເຮົາ ແຕ່ເຮົາຈະໄດ້ຮັບການຊ່ວຍໃຫ້ພົ້ນໄດ້ ກໍ່
ຍ້ອນຖ້ອຍຄຳຂອງພະເຈົ້າທີ່ວ່າ “ທ່ານຈະມີຊີວິດຢູ່ໄດ້ ກໍ່ຍ້ອນໂລຫິດອັນຊົງຄຸນຄ່າຂອງ ພະຄິດ”. ເພາະສະນັ້ນ ການກະທຳທີ່ໜ້າກຽດຊັງທີ່ສຸດຄື ປະຊາຊົນອິດສະລາເອນໄດ້ເຜົາ ເຄື່ອງຫອມໃຫ້ແກ່ງູທອງສຳລິດທີ່ໄດ້ສ້າງຂຶ້ນໃນຖິ່ນແຫ້ງແລ້ງກັນດານເປັນເວລາ 1,000ປີ
ນັ້ນເປັນເງົາ ຂອງຄວາມຈິງແຫ່ງການກະທຳທີ່ໜ້າກຽດຊັງທີ່ວ່າ ໃນສະໄໝພັນທະສັນຍາ ໃໝ່ ປະຊາຊົນໄດ້ຕັ້ງແລະເຄົາລົບໄມ້ກາງແຂນທີ່ເປັນເຄື່ອງມືປະຫານຊີວິດ ເຊິ່ງບໍ່ມີການ
ລະລຶກເຖິງໂລຫິດອັນຊົງຄຸນຄ່າຂອງພະເຢຊູ ຄືລິດອຳນາດແຫ່ງປັດສະຄາ. ພະເຈົ້າຊົງ
ເປັນພະວິນຍານທີ່ບໍລິສຸດ ດັ່ງນັ້ນສະແດງຄວາມຢຳເກງພະເຈົ້າດ້ວຍການສ້າງຮູບໂຄລົບ
ໃດໆບໍ່ໄດ້. ພຽງແຕ່ພະບັນຍັດແຫ່ງພັນທະສັນຍາໃໝ່ເທົ່ານັ້ນ ທີ່ເປັນວິທີໃນການນັບຖືພະ
ເຈົ້າ ແລະເປັນສັນຍາລັກແຫ່ງການຊ່ວຍໃຫ້ພົ້ນ.

ພບຍ 27:15 『ຄຳສາບແຊ່ງຂອງພະເຈົ້າຕົກຖືກທຸກໆຄົນທີ່ໃຊ້ຫີນ, ໄມ້ແລະໂລຫະ ເຮັດ
ຮູບໂຄລົບ ແລະຂາບໄຫວ້ຮູບນັ້ນຢ່າງລັບລີ້; ພະຜູ້ເປັນເຈົ້າກຽດຊັງການຂາບໄຫວ້ຮູບໂຄລົບ ແລະປະຊາຊົນທັງໝົດຈະພ້ອມກັນຕອບວ່າ ອາແມ

ຢລມ 10:3-5 『ສາດສະໜາຂອງຄົນເຫຼົ່ານີ້ໄຮ້ປະໂຫຍດໝົດ ເຂົາປໍ້າກົກໄມ້ໃນປ່າ ຊ່າງ
ກໍ່ແກະສະຫຼັກທ່ອນໄມ້ ແລ້ວເຂົາກໍ່ເອົາເງິນຄຳມາຕົກແຕ່ງ ເຂົາໄດ້ໃຊ້ຕະປູຕອກຈັບໄວ້
ເພື່ອບໍ່ໃຫ້ລົ້ມລົງ. ຮູບໂຄລົບຄືດັ່ງນີ້ ເປັນດັ່ງຫຸ່ນທີ່ສວນໝາກແຕ່ງໂມ ເຊິ່ງສາມາດເວົ້າຈາ
ຫຼືປາໄສຫຍັງບໍ່ໄດ້; ຄົນຕ້ອງຫ້າມຍົກຍ້າຍ ເພາະມັນຍ່າງໄປບໍ່ເປັນ ຢ່າສູ່ຢ້ານກົວຮູບໂຄ ລົບເຫຼົ່ານີ້ເທາະ! ເພາະມັນທຳຮ້າຍໝູ່ເຈົ້າບໍ່ໄດ້ເລີຍ ມັນບໍ່ເຮັດຫຍັງດີໃຫ້ແກ່ໝູ່ເຈົ້າໄດ້ ດ້ວຍ』

ໄມ້ກາງແຂນເປັນພຽງຮູບໂຄລົບ ທີ່ບໍ່ສາມາດຊ່ວຍໃຫ້ເຮົາພົ້ນໄດ້ ມັນຖືກສ້າງຂຶ້ນໂດຍການຕັດຕົ້ນໄມ້ຕົ້ນໜຶ່ງມາຈາກປ່າ ແລະເປັນສິ່ງທີ່ຊ່າງເຮັດຂຶ້ນມາ.

4. ການນັບຖືຮູບປັ້ນແມ່ມາລີ

ໂບດກາໂຕລິກໄດ້ຕັ້ງຮູບປັ້ນແມ່ມາລີຂຶ້ນ ກໍ່ຍ້ອນວ່າເປັນແມ່ຂອງພະເຈົ້າພະເຢຊູ ແລະ
ໄດ້ອະທິຖານຊ້ອງໜ້າ ແລະບົວລະບັດຮັບໃຊ້ເໝືອນດັ່ງ “ມານດາຂອງພະເຈົ້າ”. ຖ້າເບິ່ງ ຜ່ານໆແລ້ວຄືວ່າ ເປັນຫຼັກການງົດງາມທີ່ສັ່ງສອນມາລະຍາດໃນການຮັບໃຊ້ພໍ່ແມ່ ແຕ່ແທ້
ຈິງແລ້ວ, ສາມາດຄົ້ນພົບໄດ້ໃນນັ້ນຄືແຜນການຂອງມານທີ່ສວຍໂອກາດຈັບວິນຍານຂອງ
ມະນຸດ.

ມທ 12:46-50 『ເມື່ອພະເຢຊູຍັງກ່າວແກ່ປະຊາຊົນຢູ່ນັ້ນ ແມ່ແລະນ້ອງໆຂອງພະອົງກໍ່ ມາຮອດ. ພວກເຂົາຖ້າຢູ່ຂ້າງນອກ ແລະຢາກເວົ້າກັບພະເຢຊູ. ດັ່ງນັ້ນຈຶ່ງມີຄົນໜຶ່ງໃນປະ
ຊາຊົນເວົ້າກັບພະອົງວ່າ “ທ່ານເອີຍ ແມ່ແລະນ້ອງໆຂອງທ່ານ ຢືນຖ້າທ່ານຢູ່ຂ້າງນອກ ຢາກເວົ້າກັບທ່ານ. ພະເຢຊູກ່າວແກ່ຄົນນັ້ນວ່າ “ໃຜເປັນແມ່ແລະໃຜເປັນນ້ອງໆຂອງເຮົາ? ແລ້ວພະເຢຊູກໍ່ຊີ້ໄປທີ່ພວກສາວົກຂອງພະອົງແລະກ່າວວ່າ “ນີ້ເດຄືແມ່ ແລະນ້ອງໆຂອງ
ເຮົາ! ຜູ້ໃດກໍ່ຕາມທີ່ປະຕິບັດຕາມຄວາມປະສົງຂອງພະບິດາຂອງເຮົາຜູ້ສະຖິດຢູ່ໃນສະ ຫວັນ ກໍ່ເປັນນ້ອງຊາຍແລະນ້ອງສາວ ແລະແມ່ຂອງເຮົ

ພະເຢຊູໄດ້ຊົງຄັດເລືອກພຽງແຕ່ຜູ້ຍິງຄົນໜຶ່ງໃນສິ່ງທີ່ຖືກສ້າງຂຶ້ນ ເພື່ອການສະເດັດມາ ເກີດເປັນມະນຸດເທິງໂລກ. ເຖິງແມ່ນວ່າຖືພາພະເຈົ້າແລ້ວ ຜູ້ທີ່ຖືກສ້າງຂຶ້ນກາຍເປັນແມ່ ຂອງພະຜູ້ສ້າງໄດ້ນັ້ນ ເປັນຄວາມຄິດທີ່ກົງກັນຂ້າມກັບພະຄຳ. ຕົ້ນກຳເນີດຂອງການນັບຖື
ຮູບປັ້ນແມ່ມາລີໃນໂບດກາໂຕລິກນັ້ນ ມາຈາກສາດສະໜາບາບີໂລນບູຮານ ບໍ່ໄດ້ມາຈາກ ຄວາມເຊື່ອຂອງຄິດສະຕະຈັກໃນຕອນຕົ້ນ.

ໃນບາບີໂລນໄດ້ມີກະສັດທີ່ກ້າຫານຊື່ວ່າ ນີມໂລດ (ປຖກ 10:8). ລາວມີເມຍຊື່ວ່າ ເຊມີ ລາມິດ ນາງໃຊ້ອຳນາດໂດຍການສະໜັບສະໜູນຈາກສາມີ. ຫຼັງຈາກທີ່ກະສັດນິມໂລດໄດ້
ເສຍຊີວິດແລ້ວ ນາງໄດ້ຍຶດໝັ້ນວ່າ ສາມີຂອງນາງນັ້ນໄດ້ກາຍເປັນພະຕາເວັນແລ້ວ ແລະ
ເມື່ອນາງໄດ້ເກີດລູກຊາຍ ນາງກໍ່ໄດ້ຕັ້ງຊື່ໃຫ້ລູກຊາຍວ່າ “ຕາມມຸດ” ເຊິ່ງນາງເຈດຕະນາ
ເວົ້າຕົວະວ່າ ຕາມມຸດເປັນຜູ້ທີ່ສະເດັດລົງມາເກີດເປັນມະນຸດອີກຄັ້ງໜຶ່ງຂອງກະສັດນິມໂລດ
ແລະນາງກໍ່ໄດ້ຊັກຈູງປະຊາຊົນໃຫ້ນັບຖືນາງກັບລູກຊາຍ. ຢູ່ໃນວັດຖຸບູຮານຂອງບາບີໂລນ
ມີຮູບຂອງເຊມີລາມິດອຸ້ມລູກຊາຍທີ່ໄດ້ສ້າງຂຶ້ນນັ້ນ ກໍ່ຍ້ອນອິດທິພົນແຫ່ງສາດສະໂລນໜາບາບີ.

ຄວາມຄິດແຫ່ງການນັບຖື “ມານດາແລະລູກ” ນີ້ໄດ້ແຜ່ກະຈາຍອອກໄປຢ່າງກວ້າງ
ຂວາງໃນປະເທດຕ່າງໆໃນສະໄໝບູຮານ ໂດຍຢູ່ພາຍໃຕ້ອິດທິພົນສາດສະໜາບາບີໂລນ, ໃນປະເທດເຢຍລະມັນກໍ່ໄດ້ຈະເລີນເຖິງຄວາມຄິດແຫ່ງການນັບຖືເທບພະເຈົ້າຍິງເຮີດາອຸ້ມ
ລູກຊາຍຂອງຕົນໄວ້ໃນອ້ອມກອດ ແລະໃນອິນເດຍ ກໍ່ໄດ້ມີການຄົ້ນພົບວັດຖຸບູຮານຂອງ
ເທບພະເຈົ້າຍິງອິນດາ ອຸ້ມລູກຊາຍຂອງລາວໄວ້ ດ້ວຍເຫດນັ້ນສາມາດ ຄາດຄະເນໄດ້ເຖິງ ຄວາມຄິດແຫ່ງການນັບຖື “ມານດາແລະລູກ” ຂອງບາບີໂລນແຜ່ກະ ຈາຍອອກໄປຫຼາຍສໍ່າໃດ. ໃນເອຢິບຕົວແທນມານດາຂອງບາບີໂລນ “ອີຊິດ” ແລະລູກ ຊາຍຂອງລາວ “ໂຮລັດ” ກໍ່ເປັນທີ່ຮູ້ຈັກກັນທົ່ວໄປ ແລະຮູບປັ້ນທີ່ໄດ້ຄົ້ນພົບໃນເອຢິບທີ່ໄດ້ແກະສະຫຼັກເປັນຮູບການອຸ້ມລູກໄວ້ເທິງຕັກຂອງອີຊິດ.

ທຳນຽມຂອງສາດສະໜານີ້ ໄດ້ແຜ່ຫຼາຍເຂົ້າໃນປະເທດໂລມ ແລະມີຄວາມຈະເລີນຮຸ່ງ ເຮືອງຫຼາຍ. ທຳນຽມນອກສາດສະໜາ ໄດ້ຕິດເຂົ້າໃສ່ໃນຄິດສະຕະຈັກໃນຕອນຕົ້ນດັ່ງນີ້
ແລະພວກນອກສາດສະໜາໄດ້ສືບທອດຕໍ່ກັນມາ ພຽງແຕ່ປ່ຽນແປງສະພາບເປັນຮູບປັ້ນ
ແມ່ມາລີອຸ້ມພະເຢຊູຕອນເປັນເດັກນ້ອຍ ນີ້ເປັນທີ່ມາຂອງການນັບຖືຮູບປັ້ນແມ່ມາລີໃນ ໂບດກາໂຕລິກ ຈົນເຖິງສະໄໝປັດຈຸບັນນີ້ ແມ່ນການກະທຳທີ່ເຫັນໄດ້ຢ່າງຊັດເຈນວ່າ ກົງ ກັນຂ້າມກັບພະຄຳພີ.

ລລວ 26:1 『ພະຜູ້ເປັນເຈົ້າກ່າວວ່າ ຢ່າເຮັດຮູບໂຄລົບ, ຫຼືຕັ້ງຮູບຫຼໍ່ຮູບປັ້ນ, ເສົາຫີນ, ຫຼື ເສົາຫີນທີ່ແກະສະຫຼັກເປັນລວດລາຍເພື່ອໄວ້ຂາບໄຫວ້ ເຮົາແມ່ນພະຜູ້ເປັນເຈົ້າອົງເປັນພະເຈົ້າຂອງພວກເຈົ້

ພບຍ 27:15 『ຄຳສາບແຊ່ງຈະຕົກຖືກພວກເຈົ້າທຸກໆຄົນທີ່ໃຊ້ຫິນ, ໄມ້ແລະໂລຫະເຮັດຮູບ

ໂຄລົບແລະຂາບໄຫວ້ຮູບນັ້ນຢ່າງລັບລີ້; ພະຜູ້ເປັນເຈົ້າກຽດຊັງການຂາບໄຫວ້ຮູບໂຄລົບ.

ຈາກຄຳສອນຂອງພະຄຳພີ ສາມາດຮູ້ຈັກໄດ້ວ່າ ຮູບປັ້ນແມ່ມາລີທີ່ໄດ້ແກະສະຫຼັກນັ້ນ
ເປັນຮູບໂຄລົບ ດັ່ງນັ້ນ, ຜູ້ໃດທີ່ຕັ້ງແລະເຄົາລົບບູຊາຮູບນັ້ນ ຈະຖືກພະເຈົ້າສາບແຊ່ງຕະ ຫຼອດໄປ ແລະບໍ່ສາມາດເຂົ້າສູ່ອານາຈັກສະຫວັນໄດ້ເລີຍ.

Leave a Reply

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *