ເລື່ອງເຂົ້ານົກແລະເຂົ້າດີ

ໃນໄລຍະຊີວິດຂອງການເຜີຍແຜ່ຂ່າວປະເສີດກ່ຽວກັບອານາຈັກສະຫວັນຂອງພະເຢຊູ ພະ
ອົງໄດ້ຊົງອະທິບາຍ ແລະຊົງເປີດເຜີຍເຖິງພະປະສົງຂອງພະເຈົ້າໃນຫຼາຍເລື່ອງໂດຍໄດ້ກ່າວ
ເປັນຄຳອຸບປະມາແລະຕົວຢ່າງ. ໃນນັ້ນມີເລື່ອງໜຶ່ງກ່ຽວກັບ ຄິດສະຕະຈັກປອມ ແລະຄິດສະ ຕະຈັກແທ້ຈິງ ເຊິ່ງໄດ້ອະທິບາຍດ້ວຍການປຽບທຽບໃນເລື່ອງເຂົ້ານົກແລະເຂົ້າດີ.

1. ເຂົ້ານົກແລະເຂົ້າດີໝາຍເຖິງຫຍັງ?

ເຂົ້ານົກແລະເຂົ້າດີເມື່ອມັນເປັນຕົ້ນນ້ອຍໆຢູ່ນັ້ນ ເບິ່ງຄ້າຍຄືກັນຫຼາຍ ສະນັ້ນຈະສາມາດ ແຍກອອກຈາກກັນໄດ້ກໍ່ຕໍ່ ເມື່ອເຂົ້ານົກແລະເຂົ້າດີໃຫຍ່ຂຶ້ນ. ແລະຍິ່ງໄປກວ່ານັ້ນ ພະລັງຊີວິດຂອງເຂົ້ານົກກໍ່ຍັງມີຄວາມແຂງແຮງກວ່າພະລັງຊີວິດຂອງເຂົ້າດີ. ໃນບາງຄັ້ງ, ຮາກຂອງຕົ້ນເຂົ້ານົກກໍ່ຍັງໄດ້ກ້ຽວພັນຮອບໆຮາກຂອງຕົ້ນເຂົ້າດີ ດັ່ງນັ້ນ, ເມື່ອດຶງເຂົ້ານົກອອກ ຕົ້ນເຂົ້າດີກໍ່ອາດຖືກດຶງອອກທັງຮາກໄດ້ໂດຍງ່າຍ. ຊາວນາກໍ່ຈະເກັບເຂົ້ານົກເຫຼົ່ານັ້ນໂຮມ ເຂົ້າກັນເປັນມັດແລ້ວເຜົາໄຟຖິ້ມເສຍ ເພື່ອບໍ່ໃຫ້ປົ່ງອອກມາອີກໃນປີຕໍ່ໄປ. ເຂົ້ານົກປຽບດັ່ງເປັນຕົ້ນຫຍ້າສຳລັບການເຮັດນາ. 

ໂດຍຜ່ານຄຳອຸບປະມາໃນເລື່ອງເຂົ້ານົກແລະເຂົ້າດີ ພະເຢຊູຊົງໄດ້ສັ່ງສອນເຮົາກ່ຽວກັບ ປະຊາຊົນແຫ່ງຄວາມຈິງ ແລະຕົວຕົນຂອງຊາຕານຜູ້ທີ່ປອມຕົວ ດ້ວຍລັດທິຈອມປອມໃຫ້
ເປັນດັ່ງຄວາມຈິງ. ເຂົ້ານົກນັ້ນມີກຳລັງຊີວິດທີ່ເຂັ້ມແຂງ ມັນສາມາດທີ່ຈະມີຊີວິດຂຶ້ນມາ ໃໝ່ໄດ້ອີກຄັ້ງໜຶ່ງ ເຖິງແມ່ນວ່າຖືກຫຼົກອອກຫຼາຍເທື່ອແລ້ວກໍ່ຕາມ. ແຕ່ວ່າເຂົ້າດີນັ້ນຈະ ເກີດພະຍາດໄດ້ງ່າຍຫຼືຕາຍກໍ່ງ່າຍ ຖ້າພວກເຮົາບໍ່ໄດ້ຮັກສາທັງໃສ່ປຸ໋ຍໃຫ້ນໍ້າ ແລະໝັ່ນຫຼົກ ເຂົ້ານົກອອກ ກໍ່ຈະບໍ່ສາມາດເກັບກ່ຽວຜົນຜະລິດຫຼາຍໆໄດ້ ໃນທຳນອງດຽວກັນຮູບແບບ
ພາຍນອກຂອງຄິດສະຕະຈັກປອມນັ້ນ ເບິ່ງຄືວ່າງົດງາມຕະການຕາ ແລະມີຊື່ສຽງໂດ່ງດັງ
ໄປທົ່ວໂລກ ແລະມີຄົນທີ່ຍອມຮັບຄິດສະຕະຈັກນັ້ນຢ່າງຫຼວງຫຼາຍ ແຕ່ໃນສຸດທ້າຍເຂົາຈະ
ນຳໄປສູ່ຄວາມພິນາດ(ມທ 7:13-14). ແຕ່ວ່າເຂົ້າດີມີຊີວິດອ່ອນແອ ຍ້ອນການປິດບັງ ດ້ວຍເງົາຂອງເຂົ້ານົກ ດັ່ງນັ້ນຈຶ່ງເປັນປະຕູແຄບ,ບໍ່ມີຊື່ສຽງໂດ່ງດັງຫຍັງເລີຍ ຜູ້ທີ່ຊອກຫາ ຫາກໍ່ມີໜ້ອຍ ແຕ່ບ່ອນນັ້ນເປັນປະຕູແຫ່ງຊີວິດທີ່ມີຊີວິດນິລັນ(ມທ 7:13-14). ສິ່ງທີ່ຊາວ
ນາຕ້ອງການແມ່ນເຂົ້າດີ ບໍ່ແມ່ນເຂົ້ານົກ. ເຖິງແມ່ນວ່າ, ເຂົ້າດີຈະອອ່ນກຳລັງແລະບໍ່ມີພະ ລັງອຳນາດໃນທາງໂລກ ຫຼືບໍ່ມີຊື່ສຽງ ແຕ່ວ່າເຂົ້າທີ່ນຳໄປສູ່ເລົ້າແຫ່ງສະຫວັນນັ້ນແມ່ນປະ ຊາຊົນແຫ່ງຄວາມຈິງທີ່ໄດ້ໃຊ້ປຽບທຽບເປັນເຂົ້າດີ ບໍ່ແມ່ນເຂົ້ານົກຢ່າງແນ່ນອນ.

2. ຄຳອຸບປະມາເລື່ອງເຂົ້ານົກ(ປອມ) ໄດ້ມີການອະທິບາຍຊີ້ໃຫ້ເຫັນຫຍັງ?

ມທ 13:24-30 『ພະເຢຊູໄດ້ກ່າວຄຳອຸບປະມາເລື່ອງອື່ນສູ່ເຂົາຟັງວ່າ ອານາຈັກສະຫວັນ
ກໍ່ຄືກັບຄົນຜູ້ໜຶ່ງທີ່ໄດ້ຫວ່ານພືດ ເມັດດີໃນນາຂອງຕົນ. ຄືນໜຶ່ງໃນຂະນະທີ່ທຸກຄົນນອນ
ຫຼັບຢູ່ນັ້ນ ສັດຕູກໍ່ມາຫວ່ານເຂົ້ານົກໃນທ່າມກາງເຂົ້າດີແລະໜີໄປ. ເມື່ອພືດງອກແລະໃຫຍ່ ເປັນຮວງເຂົ້າແລ້ວ ເຂົ້ານົກກໍ່ໃຫຍ່ຂຶ້ນດ້ວຍ. ພວກຜູ້ຮັບໃຊ້ຂອງຊາຍຄົນນັ້ນ ຈຶ່ງມາຫາ
ແລະເວົ້າວ່າ ນາຍເອີຍ ທ່ານໄດ້ຫວ່ານເຂົ້າດີໃນນາຂອງທ່ານ ຄັນຊັ້ນເຂົ້ານົກນີ້ມາແຕ່
ໃສ? ແມ່ນສັດຕູເປັນຜູ້ເຮັດການນີ້, ເພິ່ນຕອບ. ເພາະຂະນະທີ່ຫຼົກເຂົ້ານົກຖິ້ມນັ້ນໝູ່ເຈົ້າກໍ່ອາດຫຼົງຫຼົກເຂົ້າດີຖິ້ມກໍ່ເປັນໄດ້ ປະໃຫ້ມັນໃຫຍ່ຂຶ້ນມານຳກັນຈົນກວ່າລະດູເກັບກ່ຽວ. ແລ້ວເຮົາກໍ່ຈະສັ່ງໃຫ້ພວກຄົນງານເກັບກ່ຽວຫຼົກເຂົ້ານົກກ່ອນ ແລະໂຮມເປັນມັດແລະເຜົາໄຟຖິ້ມ ເສຍ. ສ່ວນເຂົ້າດີນັ້ນ ໃຫ້ເຂົາໂຮມໄວ້ໃສ່ເລົ້າຂອງເຮົາ』

ບັນດາສາວົກໄດ້ຂໍໃຫ້ພະເຢຊູອະທິບາຍຄຳອຸບປະມາຂອງເຂົ້ານົກ ແລະພະອົງກໍ່ຊົງໄດ້
ອະທິບາຍຄວາມໝາຍທີ່ຢູ່ໃນອຸບປະມາໃຫ້ແກ່ເຂົາເທື່ອລະອັນເທື່ອລະອັນ. ພະອົງໄດ້ຊົງຕີ
ຄວາມໝາຍວ່າ ຊາຍຜູ້ຫວ່ານເຂົ້າດີນັ້ນແມ່ນ ພະເຢຊູ, ສ່ວນນານັ້ນແມ່ນ ໂລກນີ້, ເຂົ້າດີ
ແມ່ນ ປະຊາຊົນຜູ້ທີ່ເປັນຂອງອານາຈັກຂອງພະເຈົ້າ, ສ່ວນເຂົ້ານົກແມ່ນ ປະຊາຊົນຜູ້ທີ່
ເປັນຂອງມານ, ແລະສັດຕູຜູ້ຫວ່ານເຂົ້ານົກແມ່ນ ພະຍາມານ, ການເກັບກ່ຽວແມ່ນ ຄາວ ສຸດໂລກ ແລະຄົນງານເກັບກ່ຽວເຂົ້າແມ່ນ ຝູງທູດສະຫວັນ, ເຂົ້ານົກຖືກກວາດເອົາໄປເຜົາໃສ່ໄຟສັນໃດ ຄາວສຸດໂລກກໍ່ຈະເປັນສັນນັ້ນ. ແລະພະອົງຊົງໄດ້ອະທິບາຍຕໍ່ໄປອີກວ່າ

ມທ 13:41-43 『ບຸດມະນຸດຈະໃຊ້ຝູງທູດສະຫວັນຂອງຕົນອອກໄປຮວບຮວມເອົານອກ
ອານາຈັກຂອງພະອົງ ພວກທີ່ກໍ່ເຫດທັງໝົດໃຫ້ມະນຸດເຮັດບາບແລະພວກອື່ນໆທັງໝົດທີ່
ເຮັດຊົ່ວ ແລະຝູງທູດສະຫວັນກໍ່ຈະໂຍນພວກເຂົາໃສ່ໃນເຕົາໄຟອັນຮ້ອນກ້າ ບ່ອນທີ່ມີການ ຮ້ອງໄຫ້ຄວນຄາງ ແລະຂົບແຂ້ວຄ້ຽວຟັນ. ແລ້ວປະຊາຊົນຂອງພະເຈົ້າກໍ່ຈະຮຸ່ງເຮືອງດັ່ງ ດວງອາທິດໃນອານາຈັກແຫ່ງພະບິດາຂອງເຂົາ. ໃຜມີຫູຈົ່ງຟັງເອົາ!』

ເມື່ອພະເຢຊູໄດ້ຊົງເປີດເຜີຍ ເຖິງຕົວຕົນຂອງເຂົ້ານົກ ເຊິ່ງຈະຕ້ອງຖືກຖິ້ມລົງໃນໄຟນະ ລົກໃນສຸດທ້າຍ ພະອົງຊົງກ່າວວ່າ ເຂົ້ານົກທີ່ມານຮ້າຍໄດ້ຫວ່ານຈະຖືກໂຮມເປັນມັດເພື່ອ
ເຜົາໄຟຖິ້ມ,ແລະໄດ້ອະທິບາຍແລ້ວວ່າ ຜູ້ທີ່ກະທຳຄວາມຊົ່ວຮ້າຍທັງໝົດຈະຖືກຖິ້ມລົງໃນ
ເຕົາໄຟອັນຮ້ອນກ້າ. ນີ້ແມ່ນຄວາມກ່ຽວພັນກັນກັບຄຳອຸບປະມາ ແລະຄຳອະທິບາຍ, ເຂົ້າ
ນົກທີ່ຈະຖືກເຜົາໄຟຖິ້ມເສຍນັ້ນ ຄືຜູ້ທີ່ເຮັດຊົ່ວຈະຖືກຖິ້ມລົງໃນເຕົາໄຟ. ການກະທຳທີ່ຊົ່ວ ນັ້ນໝາຍເຖິງການກະທຳທີ່ບໍ່ປະຕິບັດຕາມພະບັນຍັດຂອງພະເຈົ້າ. ເພາະສະນັ້ນ, ເຂົ້ານົກ
ໝາຍເຖິງ ຄົນທັງຫຼາຍທີ່ປະຕິບັດຕາມຄວາມບໍ່ຈິງ ຫຼືຄິດສະຕະຈັກປອມທີ່ເປັນກຸ່ມຂອງ ພວກເຂົາ ເຊິ່ງໄດ້ລະເມີດພະບັນຍັດຂອງພະເຈົ້າ ແຕ່ໄດ້ກ່າວວ່າພວກເຂົາໄດ້ມີຄວາມ ເຊື່ອໃນພະເຈົ້າໃນປັດຈຸບັນນີ້. ບັດນີ້, ຂໍໃຫ້ພວກເຮົາມາສຶກສາເບິ່ງລາຍລະອຽດໃນຫຼາຍໆຮູບແບບຂອງການກະທຳຊົ່ວຕໍ່ພະເຈົ້າ.

3. ການກະທຳຄວາມຊົ່ວນັ້ນແມ່ນຫຍັງ?

1) ຖ້າບໍ່ປະຕິບັດຕາມພະບັນຍັດທີ່ວ່າ『ຈົ່ງຖືມື້ພະແລະຍຶດຖືໄວ້ເປັນມື້ສັກສິດ』
(ອພຍ20:8) ກໍ່ເປັນການກະທຳຄວາມຊົ່ວ.

ໃນປັດຈຸບັນນີ້, ຄົນຄິດສະຕຽນຢ່າງຫຼວງຫຼາຍ ໄດ້ປະຖິ້ມມື້ພະ ເຊິ່ງເປັນທີ່ລະນຶກເຖິງ ຄວາມສັກສິດບໍລິສຸດຂອງພະຜູ້ສ້າງ ແຕ່ໄດ້ປະຕິບັດຕາມນະມັດສະການໃນວັນອາທິດເຊິ່ງເປັນວັນນະມັດສະການແກ່ພະຕາເວັນແທນມື້ພະ ເພາະສະນັ້ນພວກເຂົາກໍ່ໄດ້ກະທຳຄວາມຊົ່ວທີ່ລະເມີດພະປະສົງຂອງພະເຈົ້າ.

2) ບໍ່ປະຕິບັດຕາມເທດສະການປັດສະຄາແຫ່ງຄຳໝັ້ນສັນຍາໃໝ່ ເປັນການກະທຳຊົ່ວ

ໃນພະຄຳພີໄດ້ມີບັນທຶກໄວ້ວ່າ ເທດສະການປັດສະຄາເປັນຄຳໝັ້ນສັນຍາໃໝ່ທີ່ໄດ້ສ້າງ
ຕັ້ງຂຶ້ນເພື່ອເຮົາທັງຫຼາຍ(ລກ 22:20). ພະເຢຊູໄດ້ຊົງປະຕິບັດຕາມ ແລະສັ່ງໃຫ້ສາວົກກະ ກຽມມື້ປັດສະຄາ ແລະໄດ້ປະຕິບັດຕາມຮ່ວມສະຫຼອງເທດສະການປັດສະຄາ. ໃນຂະນະ
ນັ້ນ, ພະເຢຊູໄດ້ຊົງຈັບເອົາເຫຼົ້າອະງຸ່ນຂອງມື້ປັດສະຄາ ແລະອະທິບາຍຄວາມໝາຍວ່າ, ນີ້ແຫຼະແມ່ນເລືອດຂອງເຮົາ ເຊິ່ງຫຼັ່ງໄຫຼອອກສຳຫຼັບຄົນເປັນອັນມາກເພື່ອການບາບຈະໄດ້
ຮັບອະໄພ(ມທ 26:17-28). ແລະອັກຄະທູດໂປໂລ ກໍ່ໄດ້ກ່າວກັບປະຊາຊົນຊາວເມືອງ ໂກລິນໂທຜູ້ເປັນຊາວຕ່າງຊາດໃນມື້ນັ້ນວ່າ ຕ້ອງປະຕິບັດຕາມເທດສະການປັດສະຄາ (1ກທ 5:7-8). ດັ່ງນັ້ນ, ຜູ້ທີ່ຢືນຢັນວ່າ ບໍ່ຈຳເປັນປະຕິບັດຕາມເທດສະການປັດສະຄາທີ່
ພະຄຳພີໄດ້ໃຫ້ເຮົາປະຕິບັດຕາມ ນັ້ນເປັນຜູ້ທີ່ພິຍານເຖິງຕົນເອງວ່າ ເປັນຜູ້ກະທຳຄວາມ ຊົ່ວ.

3) ເມື່ອເບິ່ງຄຳສັ່ງສອນທີ່ວ່າ ຢ່ານົບຫຼືຂາບໄຫວ້ຮູບໂຄລົບ, ການນັບຖືໄມ້ກາງແຂນເປັນ ການນັບຖືຮູບໂຄລົບ ດັ່ງນັ້ນ, ການເຊື່ອຖືໄມ້ກາງແຂນນັ້ນ ເປັນການກະທຳຄວາມຊົ່ວ.

4) ການສະຫຼອງວັນຄິດສະມາດ (25 ທັນວາ) ບໍ່ແມ່ນວັນເກີດຂອງພະເຢຊູ ແຕ່ເປັນວັນ ສະຫຼອງຂອງພະຕາເວັນ ເຊິ່ງເປັນເທດສະການທີ່ໄດ້ຕໍ່ຕ້ານພະບັນຍັດຂອງພະເຈົ້າທີ່ ວ່າ『ຢ່ານະມັດສະການພະອື່ນ ນອກຈາກເຮົາແຕ່ເທົ່ານັ້ນ』ດັ່ງນັ້ນ, ການສະຫຼອງວັນ  ຄິດສະມາດຈຶ່ງເປັນການກະທຳຄວາມຊົ່ວ.

5) ຄຳຢືນຢັນທີ່ວ່າ ຈິດວິນຍານຄືຮ່າງກາຍ, ໂລກໃໝ່ຈະຖືກສ້າງຢູ່ເທິງແຜ່ນດິນໂລກນີ້,
ປະຕິເສດພະເຈົ້າສາມພະພາກໃນອົງດຽວກັນ, ບໍ່ຈຳເປັນເຂົ້າໃຈຫຼືມີການພິສູດ ພຽງແຕ່
ມີຄວາມເຊື່ອກໍ່ຈະຮັບຄວາມພົ້ນໄດ້ ຂໍ້ຄວາມຕ່າງໆທັງໝົດນີ້ ເປັນການລະເມີດຄຳສັ່ງ ສອນໃນພະຄຳພີ. ດັ່ງນັ້ນ, ຈຶ່ງເປັນການກະທຳຄວາມຊົ່ວ.

ການກະທຳຄວາມຊົ່ວເປັນອາວຸດຂອງມານ ດັ່ງນັ້ນ, ປະຊາຊົນທີ່ໄດ້ຕິດຕາມ ແລະໄດ້ ຍອມຮັບໃນການກະທຳດັ່ງກ່າວນັ້ນ ກໍ່ຍອມຮັບວ່າຕົນເອງເປັນເຊື້ອສາຍຂອງມານ. ກ່ຽວ ກັບເລື່ອງນີ້ ພະເຢຊູຊົງໃຫ້ຄຳສັ່ງສອນວ່າ

ມທ 7:21-23 『ບໍ່ແມ່ນທຸກຄົນທີ່ເອີ້ນເຮົາວ່າ ນາຍເຈົ້າຂ້າ ນາຍເຈົ້າຂ້າ ຈະເຂົ້າໄປໃນອາ ນາຈັກຂອງພະເຈົ້າ ເຂົ້າໄດ້ແຕ່ຜູ້ທີ່ປະຕິບັດຕາມພະບິດາຂອງເຮົາຜູ້ສະຖິດຢູ່ໃນສະຫວັນ
ຕ້ອງການໃຫ້ເຂົາປະຕິບັດຕາມເທົ່ານັ້ນ. ເມື່ອມື້ພິພາກສາມາເຖິງ ຫຼາຍຄົນຈະເວົ້າກັບເຮົາ
ວ່າ ນາຍເຈົ້າຂ້າ ນາຍເຈົ້າຂ້າ! ໃນນາມຂອງພະອົງ ພວກຂ້າພະອົງໄດ້ປະກາດຖ້ອຍຄຳ
ຂອງພະເຈົ້າ ໂດຍນາມຂອງພະອົງພວກຂ້າພະອົງໄດ້ຂັບໄລ່ຜີອອກ ແລະໄດ້ເຮັດການອັດ ສະຈັນຫຼາຍປະການ! ແລ້ວເຮົາກໍ່ຈະປະກາດຕໍ່ພວກເຂົາວ່າ ເຮົາບໍ່ເຄີຍຮູ້ຈັກພວກເຈົ້າ  ຖອຍໜີໄປຈາກເຮົາ ພວກເຈົ້າຄົນທີ່ເຮັດການຊົ່ວຮ້າຍ』

ຢູ່ໃນຂໍ້ນີ້, ພະເຢຊູຊົງໄດ້ກ່າວໄວ້ແລ້ວວ່າ “ພຽງແຕ່ຜູ້ທີ່ໄດ້ປະຕິບັດຕາມພະປະສົງຂອງ
ພະບິດາ(ພະບັນຍັດຂອງພະເຈົ້າ)ຈຶ່ງຈະເຂົ້າໃນອານາຈັກສະຫວັນໄດ້” ແລະສຳລັບຜູ້ທີ່ໄດ້
ກະທຳຄວາມຊົ່ວ ເຊິ່ງໄດ້ປະຕິເສດໃນກົດໝາຍແລະພະບັນຍັດຂອງພະເຈົ້າ ບໍ່ສາມາດທີ່ ຈະເຂົ້າສູ່ອານາຈັກສະຫວັນໄດ້ ເຖິງແມ່ນວ່າເຂົາເຫຼົ່ານັ້ນໄດ້ກ່າວຖ້ອຍຄຳຂອງພະເຈົ້າ
(ສາດສະດາຈານ, ຜູ້ອາວຸໂສຕ່າງໆ ຄືຜູ້ນຳພາສາດສະໜາ) ແລະໄດ້ຂັບໄລ່ຜີອອກ ແລະ ໄດ້ເຮັດການອັດສະຈັນຫຼາຍປະການຕ່າງໆກໍ່ຕາມ ພະເຈົ້າກໍ່ຊົງກ່າວວ່າ “ເຮົາບໍ່ເຄີຍຮູ້ຈັກ ພວກເຈົ້າ ຖອຍໜີໄປຈາກເຮົາພວກເຈົ້າຄົນທີ່ເຮັດການຊົ່ວຮ້າຍ” ຫຼືອາດກ່າວໄດ້ອີກຢ່າງ ໜຶ່ງກໍ່ຄື ບຸກຄົນເຫຼົ່ານັ້ນທີ່ໄດ້ກະທຳຄວາມຊົ່ວ ບໍ່ສາມາດທີ່ຈະເຂົ້າສູ່ອານາຈັກສະຫວັນໄດ້.

ໃນປັດຈຸບັນນີ້, ມີຄິດສະຕະຈັກຫຼາຍແຫ່ງທີ່ເຮັດຕາມນະມັດສະການວັນອາທິດ, ວັນຄິດ ສະມາດ, ການນັບຖືໄມ້ກາງແຂນ, ວັນສະແດງຄວາມຂອບພະຄຸນພະເຈົ້າ, ເທດສະການ
ເດັກນ້ອຍແລະອື່ນໆ ເຊິ່ງບໍ່ມີໃນພະຄຳພີ. ເພາະສະນັ້ນ, ເມື່ອພວກເຮົາເບິ່ງດ້ວຍພະຄຳພີແລ້ວຮູ້ໄດ້ວ່າ ນັ້ນເປັນກຸ່ມຄົນທີ່ກະທຳຄວາມຊົ່ວ ແລະພວກເຂົາບໍ່ສາມາດເຂົ້າສູ່ອານາຈັກສະຫວັນໄດ້ເລີຍ.

4. ຄຳທຳນວາຍຕ່າງໆທີ່ກ່ຽວກັບການເກີດຂຶ້ນຂອງເຂົ້ານົກຄື ປອມແລະຄວາມຊົ່ວ

(ຄຳທຳນວາຍທີ1) ຄຕ 1:6-8 『ເຮົາຮູ້ສຶກປະຫຼາດໃຈທີ່ພວກເຈົ້າປະຖິ້ມຢ່າງຮີບດ່ວນ ຜູ້ ທີ່ເອີ້ນພວກເຈົ້າໂດຍພະຄຸນຂອງພະຄິດ ແລະຮັບເອົາຂ່າວປະເສີດຢ່າງອື່ນ. ຕາມທີ່ຈິງ
ແລ້ວຂ່າວປະເສີດຢ່າງອື່ນບໍ່ມີ. ແຕ່ທີ່ເຮົາກ່າວຢ່າງນີ້ ກໍ່ເພາະວ່າມີບາງຄົນເຮັດໃຫ້ພວກ ເຈົ້າວຸ້ນວາຍໃຈ ແລະຫາທາງປ່ຽນແປງຂ່າວປະເສີດເລື່ອງພະຄິດ. ແຕ່ເຖິງແມ່ນພວກເຮົາ ຫຼືທູດຈາກສະຫວັນກໍ່ຕາມ ຈະປະກາດແກ່ພວກເຈົ້າຂ່າວປະເສີດທີ່ແຕກຕ່າງໄປຈາກທີ່ ພວກເຮົາໄດ້ປະກາດແກ່ພວກເຈົ້ານັ້ນ ຂໍໃຫ້ຜູ້ນັ້ນຕົກນະລົກ.』

ຈາກຖ້ອຍຄຳນີ້ໄດ້ຢືນຢັນຫຼາຍເທື່ອວ່າ ຜູ້ໃດກໍ່ຕາມທີ່ໄດ້ປະກາດຂ່າວປະເສີດອື່ນ ຫຼືໄດ້ຕິດຕາມຂ່າວປະເສີດອື່ນ ຜູ້ ນັ້ນຈະຕ້ອງຖືກສາບແຊ່ງ. ແລະໄດ້ທຳນວຍກ່ຽວກັບການປະກົດຂຶ້ນຂອງບຸກຄົນທີ່ໄດ້ພະ
ຍາຍາມບິດເບືອນຂ່າວປະເສີດຂອງພະຄິດ.

ພິທີສະຫຼອງຂອງຄິດສະຕະຈັກຕ່າງໆໃນທຸກມື້ນີ້ບໍ່ວ່າຈະເປັນການນະມັດສະການພະເຈົ້າ
ໃນວັນອາທິດ, ວັນຄິດສະມາດ, ການເຄົາລົບນັບຖືໄມ້ກາງແຂນ, ວັນຂອບພະຄຸນເກັບ ກ່ຽວເຂົ້າບາເລ້, ວັນສະແດງຄວາມຂອບພະຄຸນພະເຈົ້າ, ນະມັດສະການວັນເດັກນ້ອຍ ແລະເທດສະການອື່ນໆນັ້ນເປັນຂ່າວປະເສີດຂອງພະຄິດ ຫຼືວ່າເປັນຂ່າວປະເສີດອື່ນທີ່ບິດ ເບືອນ? ຖ້າຫາກວ່າເປັນຂ່າວປະເສີດອື່ນ ກໍ່ເປັນຄວາມເຊື່ອທີ່ຈະຖືກສາບແຊ່ງ ແລະເປັນຂ່າວປະເສີດປອມທີ່ມີຜົນຮ້າຍແຮງທີ່ສຸດຄື ຈະຕ້ອງປະສົບກັບຈຸດຈົບໃນໄຟນະລົກ.
ພວກເຮົາຕ້ອງຮູ້ຢ່າງຈະແຈ້ງ ການຫຼອກລວງຂອງຊາຕານ.

(ຄຳທຳນວາຍທີ2) ດນອ 7:25 『ເພິ່ນຈະເວົ້າຕໍ່ສູ້ພະເຈົ້າອົງສູງສຸດ ແລະຈະຂົ່ມເຫັງປະ
ຊາຊົນຂອງພະເຈົ້າ. ເພິ່ນຈະພະຍາຍາມປ່ຽນແປງກົດໝາຍ ແລະມື້ສະຫຼອງຕ່າງໆທາງ ສາດສະໜາ』

ຈາກຂໍ້ຄວາມຂ້າງເທິງນັ້ນ ‘ເພິ່ນ’ ໃນທີ່ນີ້ຄືຜູ້ໃດ? ກ່ອນອື່ນ, ຖ້າເບິ່ງການກະທຳຂອງຜູ້ ນັ້ນ ເພິ່ນໄດ້ເວົ້າຕໍ່ສູ້ພະເຈົ້າອົງສູງສຸດ. ບໍ່ວ່າໃຜກໍ່ຕາມທີ່ໄດ້ເວົ້າຕໍ່ສູ້ພະເຈົ້າ ລາວຈະຕ້ອງ ເປັນມານ, ຊາຕານ ຫຼືຜູ້ຮັບໃຊ້ຂອງມັນ. ມັນໄດ້ຂົ່ມເຫັງບັນດາສາວົກຜູ້ຮັກສາຄວາມຈິງ ແລະການກະທຳທີ່ສຳຄັນທີ່ສຸດຂອງມັນແມ່ນການປ່ຽນແປງກົດໝາຍແລະມື້ສະຫຼອງຕ່າງໆທາງສາດສະໜາຂອງພະເຈົ້າ. ເຮົາຄວນທີ່ຈະມີຄວາມເຂົ້າໃຈຢ່າງແທ້ຈິງທີ່ວ່າ ບັນຍັດຄຳສັ່ງສອນທັງໝົດຂອງມະນຸດທີ່ມີການປ່ຽນແປງຫຼືບິດເບືອນໄປນັ້ນ ເປັນຂ່າວປະເສີດປອມທີ່ຊາຕານໄດ້ປ່ຽນແປງ ແລະເປັນການຫຼອກລວງຂອງຊາຕານ.

5. ຂ່າວປະເສີດປອມຄືການກະທຳຊົ່ວ ຈະຖືກຫວ່ານເມື່ອໃດ?

ໂດຍຜ່ານການອະທິບາຍໃນເລື່ອງຂອງຄຳອຸບປະມາ, ພະເຢຊູຊົງໄດ້ກ່າວວ່າເລື່ອງເຂົ້າ
ນົກ(ຄວາມຊົ່ວ) ໄດ້ຖືກຫວ່ານໂດຍສັດຕູ(ມານ) ຫຼັງຈາກທີ່ພະເຢຊູຜູ້ຊົງເປັນບຸດມະນຸດໄດ້
ຫວ່ານພືດເມັດດີໄວ້ໃນນາ. ຄຳອຸບປະມານີ້ ເປັນເລື່ອງລາວກ່ຽວກັບ ການປະກົດຂຶ້ນຂອງ
ຂ່າວປະເສີດປອມຫຼັງຈາກທີ່ໄດ້ມີຂ່າວປະເສີດທີ່ແທ້ຈິງເກີດຂຶ້ນ. ພະເຢຊູຊົງໄດ້ສະເດັດມາ
ໃນໂລກນີ້ ແລະຊົງໄດ້ສ້າງຕັ້ງພະບັນຍັດແຫ່ງຄຳໝັ້ນສັນຍາໃໝ່ຄືມື້ພະ, ເທດສະການປັດ ສະຄາ, ເທດສະການປຸກຕູບ, ພິທີຮັບບັບຕິດສະມາ, ໜຶ່ງສ່ວນສິບ ແລະອື່ນໆ ເຊິ່ງເປັນ ການສ້າງຫົນທາງທີ່ດີ ທີ່ຈະສາມາດເຂົ້າສູ່ອານາຈັກສະຫວັນໄດ້. ແຕ່ເຖິງຢ່າງໃດກໍ່ຕາມ, ຂ່າວປະເສີດນີ້ໄດ້ປ່ຽນແປງໄປຢ່າງຮ້າຍແຮງທີ່ສຸດເມື່ອປະມານສະຕະວັດທີ4.

ມື້ພະ ຈາກເດີມທີ່ໄດ້ປະຕິບັດຕາມມື້ທີເຈັດ(ວັນເສົາ)ໄດ້ຖືກປ່ຽນເປັນວັນອາທິດ ໂດຍກຳ ນົດເປັນກົດໝາຍໃນປີ ຄ.ສ 321, ເທດສະການປັດສະຄາໄດ້ຖືກລຶບລ້າງຢ່າງຖາວອນໃນ
ປີ ຄ.ສ 325 ແລະໄດ້ມີການເລີ່ມຕົ້ນສະຫຼອງວັນຄິດສະມາດເມື່ອປີ ຄ.ສ 354, ໄດ້ມີການຕິດຕັ້ງໄມ້ກາງແຂນໄວ້ໃນສະຖານທີ່ນະມັດສະການ ຫຼືເທິງຍອດສູງສຸດຂອງຄິດສະ ຕະຈັກເມື່ອປີ ຄ.ສ 586 ແລະແມ່ນແຕ່ພະບັນຍັດສິບຂໍ້ກໍ່ໄດ້ຖືກປ່ຽນແປງໄປເມື່ອປະມານ
ສະຕະວັດທີ5 ໂດຍສາດສະໜາໂລມັນກາໂຕລິກ. ຂໍໃຫ້ເຮົາມາປຽບທຽບລະຫວ່າງພະບັນ ຍັດສິບຂໍ້ໃນພະຄຳພີ ແລະບັນຍັດຂອງສາດສະໜາໂລມັນກາໂຕລິກ.

ການຈຳແນກຂອງຟີໂລກົດແຫ່ງການປະຕິບັດຂອງນັກບຸນອໍກັສຕິນ
1. ຢ່ານະມັດສະການພະອື່ນນອກຈາກເຮົາ  
2. ຢ່າສ້າງຮູບໂຄລົບ
3. ຢ່າໃຊ້ຊື່ຂອງພະເຈົ້າໄປໃນທາງທີ່ຊົ່ວຮ້າຍ
4. ຈົ່ງຖືມື້ພະແລະຍຶດຖືໄວ້ເປັນມື້ສັກສິດ
5. ຈົ່ງນັບຖືພໍ່ແມ່ຂອງເຈົ້າ
6. ຢ່າຂ້າຄົນ
7. ຢ່າຫຼິ້ນຊູ້ສູ່ຜົວເມຍຄົນອື່ນ
8. ຢ່າລັກ
9. ຢ່າໃສ່ຮ້າຍປ້າຍສີເພື່ອນມະນຸດ
10. ຢ່າຢາກໄດ້ເຮືອນຊານບ້ານຊ່ອງຂອງຄົນອື່ນ
1. ຈົ່ງຍົກຍໍແລະຢຳເກງພະເຈົ້າອົງດຽວຂອງເຈົ້າກວ່າ
 ໃນທຸກສັບພະສິ່ງ
2. ຢ່າສາບານປອມດ້ວຍອອກນາມທີ່ບໍລິສຸດຂອງພະເຈົ້າ
3. ຈົ່ງປະຕິບັດຕາມມື້ຂອງພະເຈົ້າ
4. ຈົ່ງນັບຖືພໍ່ແມ່ຂອງເຈົ້າ
5. ຢ່າຂ້າຄົນ
6. ຢ່າກະທຳຄວາມຊົ່ວຊ້າລາມົກ
7. ຢ່າລັກ
8. ຢ່າໃສ່ຮ້າຍປ້າຍສີເພື່ອນມະນຸດ
9. ຢ່າຢາກໄດ້ເມຍຂອງຄົນອື່ນ
10. ຢ່າຢາກໄດ້ຊັບສິນຂອງຄົນອື່ນ

ການກະທຳຊົ່ວດັ່ງກ່າວນີ້ ໄດ້ເຫັນຢ່າງພົ້ນເດັ່ນໃນສະໄໝຂອງຈັກກະພັດຄອນສະແຕນ
ຕິນແຫ່ງໂລມັນປະມານ2-3 ສະຕະວັດ, ຫຼັງຈາກການສະເດັດຂຶ້ນສູ່ສະຫວັນຂອງພະເຢຊູ. ເພາະສະນັ້ນເຮົາຕ້ອງກັບຄືນໄປເບິ່ງໃນໄລຍະເວລາຂອງຄິດສະຕະຈັກໃນຕອນຕົ້ນ ກ່ອນ
ທີ່ໄດ້ຖືກຫວ່ານເຂົ້ານົກ ແລະຕິດຕາມໃນແບບຢ່າງຂອງພະເຢຊູ ແລະບັນດາສາວົກຂອງ ພະອົງ. ເພາະວ່າວິທີຖືກຕ້ອງທີ່ສຸດທີ່ຈະພົບຄວາມຈິງໄດ້ນັ້ນ ຕ້ອງກັບຄືນໄປເມື່ອຕອນທີ່ ຍັງບໍ່ໄດ້ຫວ່ານຂ່າວປະເສີດແຫ່ງເຂົ້ານົກເຊິ່ງເປັນການກະທຳຊົ່ວ ແລະຕ້ອງປະຕິບັດຕາມ ຄວາມຈິງ. ໃນໄລຍະນັ້ນ, ພະບັນຍັດແຫ່ງຄຳໝັ້ນສັນຍາໃໝ່ ໄດ້ຖືກນຳມາຍຶດຖືປະຕິບັດ ເຊັ່ນ: ມື້ພະ, ເທດສະການປັດສະຄາ, ເທດສະການເພັນເຕກັອດ, ເທດສະການ ປຸກຕູບຢູ່ ແລະອື່ນໆ. ເພາະສະນັ້ນ, ຂໍ້ຄຳສັ່ງຕ່າງໆທີ່ໄດ້ມີການປ່ຽນແປງໄປ ຫຼືວ່າມີການບິດເບືອນຈາກຄຳໝັ້ນສັນຍາໃໝ່ນັ້ນເປັນການກະທຳຊົ່ວ ແລະເປັນຂ່າວປະເສີດຂອງເຂົ້ານົກໂດຍ
ຊາຕານໄດ້ຫວ່ານ.

6. ຜົນໄດ້ຮັບຂອງຜູ້ທີ່ໄດ້ກະທຳຊົ່ວ

1) ພວກເຂົາເຫຼົ່ານັ້ນຈະຖືກໂຮມເປັນມັດເພື່ອຖິ້ມລົງໃສ່ໄຟ

ໃນທີ່ນີ້, ຄຳວ່າ ‘ໂຮມເປັນມັດ’ ຄຳທຳນວາຍນ ີ້ໄດ້ສຳເລັດສົມບູນແລ້ວໂດຍຜ່ານຂະ ບວນການສະຫະພັນສາດສະໜາຄື ຂະບວນການແອກຄິວເມນີການ. ທີ່ຈິງແລ້ວຫຼາຍສາດ
ສະໜາທີ່ມີຊື່ສຽງໃນທົ່ວໂລກ ກຳລັງຮ່ວມເປັນອັນດຽວກັນ ໂດຍຂະບວນການແອກຄິວເມນີການ(ສະຫະພັນສາດສະໜາ). ເຊິ່ງໄດ້ສະແດງໃຫ້ເຫັນວ່າພວກເຂົາເຫຼົ່ານັ້ນໄດ້ຖືກໂຮມ ເປັນມັດ.

2) ພະອົງກ່າວວ່າ『ຖອຍໜີໄປຈາກເຮົາ ພວກເຈົ້າຄົນທີ່ເຮັດການຊົ່ວຮ້າຍ』

ຜູ້ຕັ້ງພະບັນຍັດປອມນັ້ນກໍ່ຄືມານ, ຊາຕານ(ດນອ 7:25) ແລະພະບັນຍັດປອມນັ້ນເປັນ ອາວຸດຂອງຊາຕານເພື່ອຕໍ່ຕ້ານກັບພະເຈົ້າ ແລະຂັດຂວາງປະຊາຊົນຂອງພະອົງຈາກການ ຮັກສາພະບັນຍັດຂອງພະເຈົ້າ(ມທ 7:23). ຜູ້ທີ່ໄດ້ຕິດຕາມໃນຫົນທາງຂອງການກະທຳ ຊົ່ວທັງໝົດນີ້ ພວກເຂົາຈະຖືກປະຕິເສດຢູ່ໃນອານາຈັກສະຫວັນ.

3) ຜູ້ກະທຳຊົ່ວຄືຜູ້ທີ່ປະຕິບັດຕາມຂ່າວປະເສີດອື່ນ ຈະຕ້ອງຖືກສາບແຊ່ງ

ພະເຈົ້າຊົງໄດ້ຕັ້ງພະບັນຍັດແຫ່ງຄວາມຈິງຢູ່ໃນໂລກນີ້ ແລະໄດ້ອະທິບາຍລາຍລະອຽດ ຢູ່ໃນພະຄຳພີ. ແຕ່ວ່າ, ຊາຕານໄດ້ຫຼອກລວງດ້ວຍຄຳເວົ້າທີ່ວ່າ ຖ້ອຍຄຳຂອງພະເຈົ້າໃນ ພະຄຳພີໄດ້ຖືກຍົກເລີກໄປແລ້ວ ແລະໄດ້ສ້າງບັນຍັດອື່ນໆທີ່ບໍ່ມີຢູ່ໃນພະຄຳພີ ດັ່ງນັ້ນທັງ
ທົ່ວໂລກກຳລັງປະຕິບັດຕາມພະບັນຍັດທີ່ບໍ່ມີຢູ່ໃນພະຄຳພີຢ່າງງ່າຍດາຍ. ແຕ່ເຖິງຢ່າງໃດ ກໍ່ຕາມ, ຜູ້ທີ່ປະກາດຂ່າວປະເສີດອື່ນ ເຊິ່ງແຕກຕ່າງໄປຈາກຂ່າວປະເສີດຂອງພະຄິດນັ້ນ ຈະຕ້ອງຖືກສາບແຊ່ງຢ່າງແນ່ນອນ ແລະບໍ່ສາມາດຫຼົບໜີຈາກການລົງໂທດໃນນະລົກໄດ້
ພະຄຳພີໄດ້ຕັກເຕືອນໄວ້ຢ່າງນີ້(ຄຕ 1:6-9).

Leave a Reply

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *