ສຳລັບຄົນຄິດສະຕຽນ ຜູ້ທີ່ດຳເນີນຊີວິດແຫ່ງຄວາມເຊື່ອ ດ້ວຍຈຸດມຸ້ງໝາຍຢາກໄປອາ
ນາຈັກສະຫວັນ ມີສິ່ງສຳຄັນແມ່ນພະບັນຍັດແຫ່ງເທດສະການປັດສະຄາເຊິ່ງເປັນຄຳໝັ້ນ
ສັນຍາໃໝ່ ໃນທຸກມື້ນີ້ເຖິງແມ່ນວ່າມີຄົນຢ່າງຫຼວງຫຼາຍທີ່ເຊື່ອໃນພະເຈົ້າ ແລະເວົ້າວ່າຕົນ ເອງຕິດຕາມຄຳສັ່ງສອນໃນພະຄຳພີ ແຕ່ວ່າພວກເຂົານັ້ນກໍ່ຍັງບໍ່ຮູ້ຄວາມຈິງທີ່ສຳຄັນໃນພະ
ຄຳພີ ແລະລະບຽບການແຫ່ງຄວາມຈິງຂອງພະເຈົ້າ ທີ່ພະອົງຊົງປະທານໃຫ້ຢູ່ທີ່ແຜ່ນດິນ
ໂລກນີ້ ກໍ່ເພື່ອໃຫ້ຄວາມພົ້ນແລະຊີວິດນິລັນ. ດັ່ງນັ້ນ, ພວກເຂົາຈຶ່ງໄດ້ຫັນໜ້າໜີຈາກຄຳ ສັ່ງສອນທີ່ຖືກຕ້ອງໃນພະຄຳພີແລະເດີນໄປຕາມທາງອັນຈອມປອມຢ່າງໝັ້ນໃຈ. ແຕ່ຢ່າງ
ໃດກໍ່ຕາມ, ພວກເຮົາຄວນທີ່ຈະມີຄວາມເຂົ້າໃຈໃນພະຄຳພີໄດ້ຢ່າງຖືກຕ້ອງ. ຖ້າເສຍຈຸດ ສູນກາງແລ້ວ ກໍ່ບໍ່ສາມາດຊອກຈຸດສຳຄັນໄດ້ ທັງໄປເຖິງຄວາມພົ້ນກໍ່ບໍ່ໄດ້.

ນັກມວຍ ຊີລຶມ(ເກົາຫຼີ)ຖ້າເສຍການຊົງຕົວແລ້ວ ຜູ້ນັ້ນກໍ່ຈະແພ້ໃນສັງວຽນຊາຍ. ນັກບິນ
ແຮັງໄກລເດີ (Hangglider) ຖ້າເສຍການຊົງຕົວກໍ່ບໍ່ສາມາດບິນໄດ້ແລະຕົກລົງສູ່ພື້ນດິນ. ອົງການໃດໆກໍ່ຕາມ ທີ່ບໍ່ມີເປົ້າໝາຍ ກໍ່ຈະຫຼົ້ມຈົມໄດ້ຢ່າງງ່າຍໆ. ໃນທຳນອງດຽວກັນນັ້ນ, ຖ້າຄວາມຈິງທີ່ບໍ່ມີແກ່ນແທ້ ແມ່ນເຮັດໃຫ້ຈິດໃຈເຕັມດ້ວຍຄວາມບໍ່ຈິງ ເຊິ່ງເກີດມີຄວາມ ເຫງົາໃຈ. ໃນລະບົບສຸລິຍະຈັກກະວານ ກໍ່ຈະມີຈຸດສູນກາງຂອງຈັກກະວານ ແລະໃນປະ ເທດໃດໜຶ່ງກໍ່ຈະຕ້ອງມີກະຊວງທີ່ເປັນສູນກາງໃນການບໍລິຫານປະເທດ. ດັ່ງນັ້ນ, ບໍ່ວ່າສະ ພາບໃດກໍ່ຕາມ ໃນສັບພະສິ່ງທີ່ຢູ່ພາຍໃຕ້ທົ່ວພິພົບ ກໍ່ມີຈຸດສູນກາງທີ່ມີອົງປະກອບຕ່າງໆ ຄອຍໃຫ້ການສະໜັບສະໜູນ.

ພະຄຳພີກໍ່ເຊັ່ນດຽວກັນ. ເນື້ອຄວາມສຳຄັນໃນພະຄຳພີທັງ 66ເຫຼັ້ມມີເລື່ອງທີ່ກວ້າງໃຫຍ່ ແລະອະທິບາຍທັງໝົດ ເຊິ່ງຂຽນໄວ້ແລະປະກອບໄປດ້ວຍ ພະເຈົ້າເປັນຈຸດສູນກາງ. ພະ
ເຈົ້າໄດ້ຊົງກຳນົດເນື້ອຫາສາລະ ເຊິ່ງເປັນແກນກາງສຳຄັນໄວ້ໃນເທດສະການປັດສະຄາ
ແຫ່ງຄຳໝັ້ນສັນຍາໃໝ່ ເພື່ອໃຫ້ຮູ້ຈັກພະປະສົງຂອງພະເຈົ້າທັງໝົດ. ໃນເທດສະການປັດ ສະຄາແຫ່ງຄຳໝັ້ນສັນຍາໃໝ່ນີ້ມີ ຊີວິດນິລັນ, ຄວາມຈິງ, ການຊ່ວຍໃຫ້ພົ້ນ, ຄວາມຮັກ, ອານາຈັກສະຫວັນ ແລະເຄື່ອງໝາຍທີ່ສາມາດຮູ້ພະເຈົ້າໄດ້.

ບັດນີ້, ເທດສະການປັດສະຄາແຫ່ງຄຳໝັ້ນສັນຍາໃໝ່ ໄດ້ກາຍເປັນຂໍກະແຈຂອງດາວິດ
ຊົ່ວນິດນິລັນສຳລັບພວກເຮົາໝົດທຸກຄົນທີ່ເປີດເຜີຍຄວາມຈິງ ຄືແສງທີ່ສາດສ່ອງໃນຄວາມ ມືດມົນ ແລະມີການປະກາດຄວາມເມດຕາແຫ່ງຄວາມພົ້ນອອກໄປ ແລະຄວາມຊົມຊື່ນຍິນດີທີ່ໃຫ້ອິດສະຫຼະພາບແກ່ຈິດວິນຍານທັງໝົດທີ່ຕົກເປັນທາດຂອງຄວາມຕາຍ.

1. ທີ່ມາຂອງເທດສະການປັດສະຄາ

ໃນຄາວຂອງຢາໂຄບນັ້ນ ຊາວເຮັບເລີໄດ້ເຄື່ອນຍ້າຍເຂົ້າມາຢູ່ໃນເອຢິບເຊິ່ງເປັນດິນແດນທີ່ມີຄວາມອຸດົມສົມບູນ ພວກເຂົາຕົກເປັນທາດຮັບໃຊ້ຊົນຊາດນັ້ນ ແລະຖືກກົດຂີ່ທາລຸນປະ ມານສີ່ຮ້ອຍປີຕາມຄຳທຳນວາຍ (ປຖມ 15:13). ເຖິງສະໄໝຂອງໂມເຊທີ່ພະເຈົ້າໄດ້ວາງ ແຜນການທີ່ຈະປົດປ່ອຍ, ຊາວເອຢິບຍິ່ງກົດຂີ່ຂົ່ມເຫັງຊາວອິດສະລາເອນຮຸ່ນແຮງຫຼາຍຍິ່ງໆ ຂຶ້ນ. ສະນັ້ນຊາວອິດສະລາເອນຈຶ່ງຄວນຄາງ ແລະຮ້ອງຫາຜູ້ຊ່ວຍເຫຼືອ ສຽງຮ້ອງຂໍຂອງ ພວກເຂົາໄດ້ດັງຂຶ້ນໄປເຖິງພະເຈົ້າ.

ພວກເຂົາຕ້ອງເຮັດວຽກຢ່າງໜັກໜ່ວງເຊັ່ນ: ເຮັດປູນ, ເຮັດດິນຈີ່ ແລະເຮັດວຽກຕ່າງໆຢູ່
ຕາມທົ່ງນາທຸກໆມື້ (ອພຍ 1:12-14). ອິດສະລາເອນໄດ້ຮັບການລ້ຽງດູຢ່າງໄຮ້ຄວາມເມດ
ຕາປານີຄືດັ່ງເປັນສັດເດຍລະສານ, ພວກເຂົາຮ້ອງຄວນຄາງໃນເຄາະກໍາແຫ່ງການເປັນທາດ
ແລະພວກເຂົາກໍ່ໄດ້ຮຽກຮ້ອງເພື່ອຮັບການປົດປ່ອຍຈາກຊີວິດການເປັນທາດທີ່ເໝືອນດັ່ງນະ ລົກ.

ພະເຈົ້າຜູ້ທີ່ໄດ້ຍິນສຽງຮ້ອງຂອງພວກເຂົາ ຊົງໄດ້ຕັດສິນໃຈແລ້ວ ທີ່ຈະໃຫ້ຄວາມພົ້ນແກ່
ພວກເຂົາ ແລະສົ່ງຜູ້ປະກາດພະຄຳໂມເຊໄປ. ຜູ້ປະກາດພະຄຳໂມເຊໄດ້ຮັບລິດອຳນາດຍິ່ງ
ໃຫຍ່ຈາກພະເຈົ້າແລ້ວໄປຢືນຢູ່ຕໍ່ໜ້າກະສັດຟາໂລດ້ວຍຈິດໃຈທີ່ກ້າຫານ ລາວໄດ້ຂໍຮ້ອງໃຫ້ກະສັດຟາໂລປົດປ່ອຍຊາວອິດສະລາເອນອອກຈາກການເປັນທາດ. ແຕ່ວ່າກະສັດຟາໂລຜູ້ມີ ຈິດໃຈແຂງກະດ້າງ ໄດ້ປະຕິເສດຄຳຮ້ອງຂໍຂອງໂມເຊທຸກໆຄັ້ງ. ເຖິງຢ່າງໃດກໍ່ຕາມ, ໂມເຊ ໄດ້ພະຍາຍາມ ທີ່ຈະເຮັດໃຫ້ຫົວໃຈທີ່ແຂງກະດ້າງຂອງກະສັດຟາໂລນັ້ນ ຍອມແພ້ດ້ວຍລິດ
ອຳນາດຫຼາຍຢ່າງທີ່ໄດ້ຮັບມາຈາກພະເຈົ້າ. ເຖິງແມ່ນວ່າເຮັດຢ່າງນີ້ແລ້ວ, ແຕ່ກະສັດຟາໂລ ຍັງມີຈິດໃຈແຂງກະດ້າງຍິ່ງຂຶ້ນກວ່າເກົ່າ ຈຶ່ງເຮັດໃຫ້ມີໄພພິບັດເກົ້າຢ່າງເກີດຂຶ້ນໄປທົ່ວທັງເອ
ຢິບ. ໄພພິບັດທັງເກົ້າຢ່າງນັ້ນໄດ້ແກ່ ໄພພິບັດນໍ້າກາຍເປັນເລືອດ, ຝູງກົບ, ຝູງຮິ້ນ, ຝູງ ເຫຼືອກ, ຝູງສັດຕາຍ, ຕຸ່ມຝີ, ໝາກເຫັບ, ຝູງຕັກແຕນ, ທົ່ວປະເທດມືດຕຶບ. ເມື່ອໃດກໍ່ຕາມ
ທີ່ມີໄພພິບັດດັ່ງກ່າວເກີດຂຶ້ນໃນເອຢິບ ກະສັດຟາໂລກໍ່ໄດ້ສັນຍາກັບໂມເຊວ່າ ຈະປົດປ່ອຍ ປະຊາຊົນອິດສະລາເອນ ເນື່ອງຈາກວ່າເພິ່ນ(ກະສັດຟາໂລ)ບໍ່ຕ້ອງການທີ່ຈະທົນຕໍ່ກັບຄວາມ ຍາກລຳບາກເຊັ່ນນີ້, ແຕ່ເມື່ອພະເຈົ້າໄດ້ຢຸດໄພພິບັດນັ້ນລົງ ຈິດໃຈຂອງກະສັດຟາໂລກໍ່ຍັງ ກັບຄືນມາແຂງກະດ້າງອີກຄັ້ງ ແລະບໍ່ໄດ້ເຮັດຕາມຄຳສັນຍາ. ໃນທີ່ສຸດລິດອຳນາດຂອງພະ ເຈົ້າທີ່ແຮງກວ່າ ກໍ່ໄດ້ປະກົດຕໍ່ໜ້າກະສັດຟາໂລນີ້ ຄືໄພພິບັດແຫ່ງການຂ້າລູກຊາຍກົກ ອັນ
ເປັນໄພພິບັດຄັ້ງທີສິບ. ໃນເວລານັ້ນ, ລິດອຳນາດແຫ່ງເທດສະການປັດສະຄາ ກໍ່ໄດ້ປະກົດ ຂຶ້ນ ພະເຈົ້າໄດ້ຊົງບອກໃຫ້ຊາວອິດສະລາເອນຮູ້ລ່ວງໜ້າເຖິງວິທີທີ່ຈະສາມາດລອດພົ້ນຈາກ ໄພພິບັດຄັ້ງທີສິບນີ້ໄດ້ ໂດຍຜ່ານໂມເຊ.

ອພຍ 12:13 『ເລືອດ(ເລືອດຂອງແກະໃນປັດສະຄາ) ທີ່ປະຕູເຮືອນນັ້ນ ຈະເປັນເຄື່ອງ
ໝາຍບອກວ່າ ເປັນເຮືອນທີ່ພວກເຈົ້າອາໄສຢູ່ ເມື່ອເຮົາເຫັນເລືອດນັ້ນ, ເຮົາຈະຜ່ານເວັ້ນ ໄປ ແລະຈະບໍ່ທຳຮ້າຍພວກເຈົ້າ ເວລາເຮົາລົງໂທດຊາວເອຢິບ.

ພະເຈົ້າໄດ້ຊົງໃຫ້ສັນຍາຢ່າງໜັກແໜ້ນວ່າ ຈະໃຫ້ຄວາມພົ້ນຈາກໄພພິບັດ ແກ່ຜູ້ທີ່ປະຕິ
ບັດຕາມປັດສະຄາ. ຄອບຄົວທີ່ເຊື່ອຟັງໃນຖ້ອຍຄຳຂອງພະເຈົ້າ ແລະປະຕິບັດຕາມປັດສະ
ຄາຕາມພະບັນຍັດ ແລະຂໍ້ຄຳສັ່ງຂອງພະອົງນັ້ນ ໂດຍທາເລືອດຂອງລູກແກະໃສ່ໄມ້ຂອບວົງປະຕູເຂົ້າເຮືອນ ຂ້າງຊ້າຍ, ຂ້າງຂວາ ແລະຂ້າງເທິງ. ນີ້ເປັນເຄື່ອງໝາຍທີ່ບົ່ງບອກວ່າ ມີປະຊາຊົນຂອງພະເຈົ້າອາໄສຢູ່(ອພຍ 12:13). ທູດແຫ່ງຄວາມຕາຍບໍ່ທຳຮ້າຍ ແມ່ນແຕ່
ເສັ້ນຜົມເສັ້ນດຽວກໍ່ບໍ່ເສຍໄປ ແຕ່ຈະຜ່ານເວັ້ນໄປຈາກເຮືອນທີ່ທາເລືອດຂອງລູກແກະແຫ່ງ
ມື້ປັດສະຄາ. ແຕ່ເຮືອນທີ່ບໍ່ໄດ້ປະຕິບັດຕາມປັດສະຄາຕາມພະບັນຍັດນັ້ນ ລູກຊາຍກົກ ຂອງມະນຸດ ແລະລູກສັດໂຕເຖິກຫົວປີທັງໝົດ ໄດ້ຖືກຂ້າຕາຍ(ອພຍ 12:29).

ຕາມທີ່ພະເຈົ້າໄດ້ທຳນວາຍເອົາໄວ້ວ່າ ໄດ້ມີສຽງຮ້ອງໄຫ້ດັ່ງກ້ອງສະນັ່ນທົ່ວເອຢິບຢ່າງບໍ່
ເຄີຍມີມາ ຫຼືຈະບໍ່ມີອີກຈັກເທື່ອ. ນັ້ນກໍ່ເນື່ອງຈາກວ່າ ພະເຈົ້າໄດ້ຊົງປະຫານລູກຊາຍກົກ
ທັງໝົດໃນປະເທດເອຢິບ ຕັ້ງແຕ່ລູກຊາຍກົກຂອງກະສັດຟາໂລ ຈົນເຖິງລູກຊາຍກົກຂອງ ທາດຍິງໂມ້ແປ້ງ ແລະລວມທັງລູກສັດໂຕເຖິງຫົວປີທຸກຕົວ ແລະບໍ່ມີເຮືອນໃດເລີຍທີ່ບໍ່ມີຄົນຕາຍ ແລະເຂົາທັງຫຼາຍຈຶ່ງຮ້ອງໄຫ້ຄວນຄາງດັງທົ່ວທັງເອຢິບ ດ້ວຍຄວາມຢ້ານກົວ. ເຫດການທີ່ເກີດຂຶ້ນຢ່າງນີ້ ກະສັດຟາໂລເອງໄດ້ສຳນຶກເຖິງ ຕົ້ນເຫດຂອງໄພພິບັດທີ່ໜ້າ ຢ້ານກົວຄັ້ງນີ້ວ່າ ເນື່ອງມາຈາກເຫດທີ່ບໍ່ໄດ້ປົດປ່ອຍຊາວອິດສະລາເອນໄປ. ດັ່ງນັ້ນ, ກະສັດຟາໂລຈຶ່ງໄດ້ອະນຸຍາດຊາວອິດສະລາເອນໃຫ້ອອກຈາກເອຢິບຕາມຄຳຮ້ອງຂໍຂອງໂມ
ເຊ ແລະໃນທີ່ສຸດຊາວອິດສະລາເອນຜູ້ທີ່ຕົກເປັນທາດ ກໍ່ໄດ້ຮັບການປົດປ່ອຍດ້ວຍຄວາມ
ຊົມຊື່ນຍິນດີ(ອພຍ 12:31-33). ພະບັນຍັດຂອງພະເຈົ້າທີ່ໄດ້ຊົງມອບໃຫ້ແກ່ພວກເຂົາວ່າ
ຈົ່ງສະຫຼອງມື້ນີ້ໃຫ້ເປັນພະບັນຍັດຕະຫຼອດໄປ ຢ່າໄດ້ລືມ(ອພຍ 12:1-14). ນີ້ຄືທີ່ມາຂອງ ເທດສະການປັດສະຄາ.

ປັດສະຄາໄດ້ສະແດງ ໃນພາສາຈີນວ່າ ຢູເວິນ(逾越), ພາສາອັງກິດວ່າ ແພສ໌ໂອເວີ
(Passover), ພາສາເຮັບເລີວ່າ ແພັຊຮຶ(js’P,) ແລະພາສາເກຼັກວ່າ ປັດສະຄາ(πασχα)
ທັງໝົດມີຄວາມໝາຍອັນດຽວກັນຄື ‘ໄພພິບັດຂ້າມຜ່ານ’.

ເທດສະການປັດສະຄາເປັນມື້ແຫ່ງລິດອຳນາດຂອງພະເຈົ້າ ທີ່ພະເຈົ້າໄດ້ຊົງນຳພາຊາວ
ອິດສະລາເອນອອກຈາກເອຢິບ ເຊິ່ງເປັນດິນແດນທີ່ພວກເຂົາໄດ້ຕົກເປັນທາດຮັບໃຊ້ແລະ
ເປັນມື້ຍິ່ງໃຫຍ່ທີ່ພວກເຂົາໄດ້ຮັບດິນແດນການາອານເປັນມໍລະດົກ ແລະເປັນຄວາມຈິງທີ່
ສໍາຄັນຢ່າງແທ້ຈິງ ທີ່ເຊື່ອງຊ້ອນພະປະສົງຂອງພະເຈົ້າໄວ້ຢ່າງເລິກເຊິ່ງ.

ໃນປັດຈຸບັນນີ້ກໍ່ເຊັ່ນດຽວກັນ, ມື້ປັດສະຄາແມ່ນຈະປົດປ່ອຍພວກເຮົາຜູ້ທີ່ເປັນທາດຢູ່ໃນ
ຄວາມບາບ ແລະຈະກາຍເປັນຄວາມຈິງ ທີ່ນຳພາພວກເຮົາໄປສູ່ອານາຈັກອັນຊົ່ວນິລັນ. ບັດນີ້, ພວກເຮົາຕ້ອງຮູ້ຈັກຄວາມເລິກລັບຂອງພະເຈົ້າ ທີ່ເຊື່ອງຊ້ອນໄວ້ໃນມື້ປັດສະຄາວ່າ ໃນສະໄໝນີ້ລິດອຳນາດໃນມື້ປັດສະຄາຈະປະກົດແລະຈະສຳເລັດໄດ້ຢ່າງໃດ ໂດຍຜ່ານມື້
ປັດສະຄາໃນຄາວທີ່ອອກມາຈາກເອຢິບ.

2. ເທດສະການປັດສະຄາແລະຊີວິດນິລັນ

1) ສັນຊາດຕະຍານຂອງມະນຸດທີ່ສະແຫວງຫາຊີວິດນິລັນ

ໃນທຸກຍຸກທຸກສະໄໝ ແລະໃນທຸກໆປະເທດ ຄວາມປາຖະໜາທີ່ສຳຄັນຢ່າງຍິ່ງຂອງມະ
ນຸດເຮົານັ້ນກໍ່ຄື ຄວາມຕ້ອງການທີ່ຢາກຈະມີຊີວິດທີ່ຍືນຍາວ. ມະນຸດທຸກໆຄົນເຮັດວຽກ ເພື່ອດຳລົງຊີວິດຢູ່. ພວກເຂົາຮ່ວມກັນເຮັດທຸກສິ່ງທຸກຢ່າງເພື່ອການມີຊີວິດຢູ່. ຖ້າຈຳເປັນ ເພື່ອມີຊີວິດ ພວກເຂົາເຮັດທຸກສິ່ງຢ່າງໂດຍບໍ່ເກງກົວ ເຖິງແມ່ນຜົນທີ່ອອກມານັ້ນຈະເປັນຜົນທີ່ບໍ່ດີກໍ່ຕາມ.

ຊີວິດມີຄ່າສຳລັບທຸກໆຄົນ. ໃນບາງຄັ້ງຈະປະສົບກັບບັນຫາເລວຮ້າຍ ຫຼືໃນບາງຄັ້ງກໍ່ຈະ
ປະສົບກັບຄວາມຈະເລີນຮຸ່ງເຮືອງ ແຕ່ເຖິງຢ່າງໃດກໍ່ຕາມ, ທຸກໆຄົນກໍ່ລ້ວນແລ້ວແຕ່ປາ ຖະໜາທີ່ຈະມີຊີວິດທີ່ຍືນຍາວ. ຖ້າເປັນປີໃໝ່ສາກົນຄຳທີ່ໃຊ້ ໃນການອວຍພອນສຳລັບຜູ້
ສູງອາຍຸກໍ່ຄື『ຂໍໃຫ້ຕູ້ປູ່ຕູ້ຍ່າ ພໍ່ຕູ້ແມ່ຕູ້ ຈົ່ງມີອາຍຸໝັ້ນຂັວນຍືນ』『ຂໍໃຫ້ພໍ່ແມ່ມີອາຍຸໝັ້ນ ຂວັນຍືນ』ຈະມີຄຳອວຍພອນອື່ນໃດທີ່ມີຄວາມປະທັບໃຈຫຼາຍໄປກວ່ານີ້ອີກບໍ? ໃນທຸກໄວ ບໍ່ວ່າຄົນເຖົ້າ, ຄົນໜຸ່ມ, ຄົນຕໍ່າຕ້ອຍ, ຄົນມີກຽດກໍ່ຕາມ ການມີອາຍຸຍືນນັ້ນເປັນຄວາມສຸກ ແລະຄວາມປາຖະໜາຢ່າງຍິ່ງ.

ມະນຸດທັງຫຼາຍໄດ້ກິນອາຫານບຳລຸງສຸຂະພາບ ເພື່ອມີອາຍຸຍືນຍາວ. ຖ້າເປັນອາຫານທີ່ ເຮັດໃຫ້ສຸຂະພາບແຂງແຮງດີ ພວກເຂົາກ້າກິນທຸກຢ່າງ ເຖິງແມ່ນເປັນອາຫານທີ່ເປັນຕາ ຂີ້ດຽດ. ຕົວຢ່າງເຊັ່ນ: ງູ, ສະໝອງລິງ, ຕີນໝີ, ໜອນ, ຂີ້ກະເດືອນ, ກົບ, ໂສມ, ເຂົາ ກວາງ, ອາຫານຕາມທຳມະຊາດແລະອື່ນໆ. ດ້ວຍການສະແຫວງຫາກິນອາຫານເຫຼົ່ານີ້
ເຮົາສາມາດຮູ້ຈັກໄດ້ວ່າ ມະນຸດປາຖະໜາຢາກທີ່ຈະມີຊີວິດທີ່ຍືນຍາວຫຼາຍສໍ່າໃດ. ເມື່ອໄດ້
ມີແຈ້ງການວ່າ ນໍ້າປະປາໄດ້ມີການປົນເປື້ອນສານພິດເກີນມາດຕະຖານ ເຮັດໃຫ້ສົ່ງຜົນ ກະທົບຕໍ່ຮ່າງກາຍ ປະຊາຊົນຈຶ່ງພາກັນຕື່ນແຕ່ເຊົ້າໆໄປເອົານໍ້າດື່ມຈາກບໍ່ນໍ້າພຸທຳມະຊາດ
ເພື່ອມີຊີວິດທີ່ຍືນຍາວ ເຖິງແມ່ນພຽງແຕ່ມື້ດຽວກໍ່ຕາມ ແລະບາງຄົນກໍ່ໄດ້ເສຍເງິນເປັນຈຳ ນວນຫຼາຍເພື່ອຊື້ນໍ້າດື່ມ. ເມື່ອໄດ້ມີການລາຍງານວ່າ ຜົນລະປູກສ່ວນໃຫຍ່ ບໍ່ວ່າຈະເປັນ ເຂົ້າ ແລະໝາກໄມ້ ໄດ້ປົນເປື້ອນ ໂດຍການໃສ່ສານເຄມີທາງດ້ານກະສິກຳເປັນຈຳນວນ
ຫຼວງຫຼາຍ ແລະເຊັ່ນດຽວກັນ,ປະຊາຊົນທັງຫຼາຍກໍ່ໄດ້ເລັ່ງພາກັນໄປຊື້ອາຫານທີ່ປອດສານ ຜິດທີ່ມີລາຄາແພງ ການກະທຳເຊັ່ນນີ້ກໍ່ເນື່ອງມາຈາກສັນຊາດຕະຍານທີ່ຢາກມີຊີວິດທີ່ຍືນຍາວ.

ຄືດັ່ງຂ້າງເທິງນັ້ນ, ມະນຸດທຸກຄົນຢາກມີຊີວິດທີ່ຍືນຍາວ. ແຕ່ເຖິງເປັນຄວາມປາຖະໜາ ແລະຄວາມພະຍາຍາມຂອງມະນຸດກໍ່ຕາມ ເວລາແຫ່ງການດຳລົງຢູ່ຂອງມະນຸດນັ້ນກໍ່ມີ
ຂອບເຂດຈຳກັດ. ໃນພະຄຳພີໄດ້ມີບັນທຶກໄວ້ວ່າ『ພວກຂ້າພະອົງມີຊີວິດຢູ່ ພຽງແຕ່ເຈັດ
ສິບປີ ອາດຮອດແປດສິບປີຖ້າມີເຫື່ອແຮງຢູ່』(ພສສ 90:10) ຄວາມປາຖະໜາໃນຈິດໃຈ ຂອງເຮົາທັງຫຼາຍນັ້ນ ແມ່ນຕ້ອງການທີ່ຈະມີຊີວິດຢູ່ຕະຫຼອດໄປ. ແຕ່ວ່າເວລາຂອງເຮົາທັງ ຫຼາຍນັ້ນບໍ່ຍືນຍາວ ເຖິງແມ່ນວ່າເຮົາຈະໄດ້ກິນພຽງແຕ່ພືດພັນທີ່ປາສະຈາກສານພິດກໍ່ຕາມ
ດັ່ງນັ້ນ, ຫົນທາງແຫ່ງການທີ່ຈະສາມາດດຳລົງຊີວິດຢູ່ຕະຫຼອດໄປນັ້ນ ບໍ່ມີບໍ? ຖ້າເປັນສິ່ງ ທີ່ມະນຸດຕ້ອງການ ແລະຊອກຫາກໍ່ຕ້ອງມີຢ່າງແນ່ນອນ ແຕ່ຖ້າເຈົ້າຍັງບໍ່ໄດ້ພົບທາງນັ້ນ ເຈົ້າກໍ່ມີບັນຫາໃນວິທີການຄົ້ນຫາ ແລະສະຖານທີ່ ທີ່ຈະນຳໄປສູ່ຊີວິດນິລັນຢ່າງແນ່ນອນ.

ຈິນຊີ ຮ໋ອງເຕ້ ຈັກກະພັດຂອງຈີນ ມີຄວາມປາຖະໜາຢ່າງແຮງກ້າສຳລັບການມີອາຍຸທີ່
ຍືນຍາວ ລາວໄດ້ສົ່ງຄົນໜຸ່ມຍິງແລະຊາຍຫຼາຍຕໍ່ຫຼາຍຄົນໄປທີ່ພູຮັນລາ ເຊິ່ງຢູ່ທີ່ເກາະເຊຈູ ໃນປະເທດເກົາຫຼີ ເພື່ອຄົ້ນຫາສະໝຸນໄພຊະນິດໜຶ່ງ ເຊິ່ງເມື່ອກິນແລ້ວ ຈະມີຮູບໂສມງາມຄົງຄວາມເປັນໜຸ່ມສາວຕະຫຼອດໄປ ແຕ່ວ່າລາວກໍ່ບໍ່ສາມາດທີ່ຈະພົບສະໝຸນໄພນັ້ນ ແລະ ເຖິງແມ່ນວ່າເອລິຊາເບດຈະໄດ້ຖືກຂະໜານນາມວ່າ『ລາຊີນີແຫ່ງສັດຕະວັດ』ກໍ່ມີຄວາມ ຫວັ່ນກົວທີ່ຈະຕ້ອງປະເຊີນໜ້າກັບຄວາມຕາຍ ຈຶ່ງໄດ້ປະກາດອອກໄປວ່າ ຈະໃຫ້ລາງວັນຍິ່ງໃຫຍ່ແກ່ຜູ້ທີ່ມີຄວາມສາມາດເຮັດໃຫ້ຊີວິດຂອງລາຊານີຍືນຍາວໄດ້  ແຕ່ໃນທີ່ສຸດລາວກໍ່ບໍ່ສາມາດມີໄດ້ເຊັ່ນກັນ.

ຖ້າດັ່ງນັ້ນ, ຊີວິດທີ່ນິລັນນັ້ນຢູ່ໃສ ແລະເຮົາສາມາດທີ່ຈະໄດ້ຮັບຊີວິດນິລັນໄດ້ແນວໃດ? ໃນເວລານີ້, ຂໍໃຫ້ພວກເຮົາມາຄົ້ນຫາຄຳຕອບຂອງຄຳຖາມນີ້ ໂດຍຜ່ານຄຳສັ່ງສອນຂອງພະເຈົ້າຜູ້ທີ່ໄດ້ຊົງສ້າງຊີວິດ ບໍ່ແມ່ນຊອກຫາດ້ວຍວິທີຂອງມະນຸດ.

2) ເທດສະການປັດສະຄາແຫ່ງຊີວິດນິລັນ

ເທດສະການປັດສະຄາເປັນພະບັນຍັດທີ່ພະເຈົ້າໄດ້ຊົງຕັ້ງຂຶ້ນມາ ເພື່ອເປັນການປະທານ ຊີວິດນິລັນໃຫ້ແກ່ພວກເຮົາຜູ້ທີ່ຈະຕ້ອງໄປສູ່ຄວາມຕາຍພຽງສະຖານດຽວເທົ່ານັ້ນ. ພະເຢຊູ
ໄດ້ຊົງບອກພວກເຮົາວ່າ ຖ້າພວກເຮົາປາຖະໜາທີ່ຢາກຈະມີຊີວິດອັນຕະຫຼອດໄປເປັນນິດ
ນັ້ນ ໃຫ້ພວກເຮົາປະຕິບັດຕາມເທດສະການປັດສະຄາ. ໃນມື້ປັດສະຄາມີເຂົ້າຈີ່ທີ່ເປັນສັນ
ຍາລັກຂອງເນື້ອກາຍ ແລະມີເຫຼົ້າອະງຸ່ນທີ່ເປັນສັນຍາລັກຂອງເລືອດອັນອັນຊົງຄຸນຄ່າຂອງ
ພະເຢຊູ(ລກ 22:7-20). ພະເຢຊູໄດ້ຊົງເນັ້ນ ແລະກ່າວຢໍ້າຫຼາຍຄັ້ງວ່າ ເນື້ອກາຍແລະ ເລືອດຂອງພະອົງນັ້ນ ເປັນອາຫານແຫ່ງຊີວິດນິລັນ ແລະຊົງສັນຍາໄວ້ວ່າ ຖ້າໃຜກໍ່ຕາມທີ່ໄດ້ກິນພະເຢຊູຜູ້ເປັນອາຫານແຫ່ງຊີວິດນິລັນ ຜູ້ນັ້ນກໍ່ຈະຮັບຊີວິດອັນຕະຫຼອດໄປເປັນນິດ
ໄດ້ (ຢຮ 6:53). ນີ້ກໍ່ຍ້ອນວ່າ, ຄວາມຕາຍຂອງມະນຸດນັ້ນມາຈາກອາຫານການກິນ ດັ່ງ ນັ້ນ, ພະເຈົ້າຈະຊົງໃຫ້ຊີວິດກໍ່ດ້ວຍອາຫານການກິນ ນີ້ເປັນແຜນການທີ່ເລິກເຊິ່ງຂອງພະເຈົ້າ.

ຢຮ 6:47-51 『ເຮົາບອກພວກທ່ານຕາມຄວາມຈິງວ່າ: ຜູ້ທີ່ເຊື່ອກໍ່ມີຊີວິດອັນຕະຫຼອດໄປ
ເປັນນິດ ເຮົາເປັນເຂົ້າຈີ່ແຫ່ງຊີວິດ ປູ່ຍ່າຕາຍາຍຂອງພວກທ່ານໄດ້ກິນມານາໃນຖິ່ນແຫ້ງ
ແລ້ງກັນດານ ແຕ່ພວກເຂົາໄດ້ຕາຍໄປ ແຕ່ເຂົ້າຈີ່ທີ່ລົງມາຈາກສະຫວັນນັ້ນເປັນດັ່ງຊະນິດ
ທີ່ວ່າ ຜູ້ໃດກໍ່ຕາມທີ່ກິນແລ້ວຈະບໍ່ຕາຍ.

ພະເຢຊູໄດ້ຊົງສອນໄວ້ແລ້ວວ່າ ພະອົງຊົງເປັນເຂົ້າຈີ່ແຫ່ງຊີວິດທີ່ລົງມາຈາກສະຫວັນ
ແລະຖ້າຜູ້ໃດໄດ້ກິນພະເຢຊູ ເຊິ່ງເປັນເຂົ້າຈີ່ແຫ່ງຊີວິດນີ້  ຜູ້ນັ້ນກໍ່ສາມາດໄດ້ຮັບຊີວິດນິລັນ ແລະພະເຢຊູກໍ່ໄດ້ຊົງເນັ້ນເຖິງຂໍ້ຄວາມນີ້ວ່າ ເຊື່ອໃນສິ່ງທີ່ໄດ້ກ່າວໄວ້ນັ້ນ ແມ່ນຄວາມເຊື່ອ ທີ່ແທ້ຈິງ.

ຢຮ 6:53-58 『ພະເຢຊູໄດ້ກ່າວຕໍ່ພວກເຂົາວ່າ “ເຮົາບອກພວກທ່ານຕາມຄວາມຈິງວ່າ: ຖ້າພວກທ່ານບໍ່ກິນເນື້ອກາຍຂອງບຸດມະນຸດ ແລະດື່ມເລືອດຂອງເພິ່ນແລ້ວ ພວກທ່ານກໍ່
ຈະບໍ່ມີຊີວິດໃນພວກທ່ານເອງ ຜູ້ທີ່ກິນເນື້ອກາຍຂອງເຮົາ ແລະດື່ມເລືອດຂອງເຮົາກໍ່ມີຊີ
ວິດອັນຕະຫຼອດໄປເປັນນິດ ແລະເຮົາຈະໃຫ້ເຂົາເປັນຄືນມາສູ່ຊີວິດໃນມື້ສຸດທ້າຍ ດ້ວຍວ່າ
ເນື້ອກາຍຂອງເຮົາເປັນອາຫານອັນແທ້ ແລະເລືອດຂອງເຮົາກໍ່ເປັນເຄື່ອງດື່ມອັນແທ້ ຜູ້ທີ່
ກິນເນື້ອກາຍຂອງເຮົາ ແລະດື່ມເລືອດຂອງເຮົາ ກໍ່ມີຊີວິດຢູ່ໃນເຮົາ ແລະເຮົາກໍ່ມີຊີວິດຢູ່ໃນ ຜູ້ນັ້ນ. ພະບິດາຜູ້ຊົງຊີວິດຢູ່ໄດ້ໃຊ້ເຮົາມາສັນໃດ ແລະຍ້ອນພະອົງເຮົາກໍ່ມີຊີວິດຢູ່ສັນນັ້ນ. ໃນທໍານອງດຽວກັນນີ້ ຜູ້ທີ່ກິນເຮົາກໍ່ມີຊີວິດຢູ່ຍ້ອນເຮົາ. ນີ້ແຫຼະເປັນເຂົ້າຈີ່ທີ່ໄດ້ລົງມາຈາກສະຫວັນ ບໍ່ຄືກັບເຂົ້າຈີ່ທີ່ປູ່ຍ່າຕາຍາຍຂອງພວກທ່ານໄດ້ກິນ ແຕ່ພາຍລຸນມາໄດ້ຕາຍໄປ ຜູ້ທີ່ກິນເຂົ້າຈີ່ນີ້ຈະມີຊີວິດອັນຕະຫຼອດໄປເປັນນິດ.

ແຕ່ວ່າພວກຢິວຜູ້ທີ່ປະຕິເສດ ແລະເຍາະເຍີ້ຍພະເຢຊູນັ້ນ ແມ່ນບໍ່ຮູ້ຈັກເຖິງແຜນການທີ່ ເລິກເຊິ່ງຂອງພະເຈົ້າ ແຕ່ຕັ້ງໃຈຢາກລົບກວນແກ່ພະອົງ ຈຶ່ງບໍ່ເຂົ້າໃຈກ່ຽວກັບຊີວິດນິລັນທີ່ພະເຢຊູໄດ້ຊົງສັ່ງສອນ ຈຶ່ງເຮັດໃຫ້ເກີດມີການຖົກຖຽງກັນ ແລະທະເລາະວິວາດກັນ.

ຢຮ 6:52 『ຖ້ອຍຄຳຂອງພະຄຳພີ ເຮັດໃຫ້ພວກຢິວຜິດຖຽງກັນ. ພວກເຂົາຖາມວ່າ “ຄົນ ນີ້ຈະເອົາເນື້ອກາຍຂອງຕົນໃຫ້ພວກເຮົາກິນໄດ້ຢ່າງໃດ?”

ພວກເຂົານັ້ນ ຊ່າງໂງ່ຈ້າແທ້ໆ. ພວກເຂົາບໍ່ເຂົ້າໃຈເຖິງຄວາມໝາຍຂອງເນື້ອກາຍແລະ ໂລຫິດຂອງພະເຈົ້າ ທີ່ໃສ່ໄວ້ໃນເຂົ້າຈີ່ ກັບເຫຼົ້າອະງຸ່ນທີ່ໄດ້ປະຕິບັດຕາມດ້ວຍພະບັນຍັດ ແຫ່ງເທດສະການປັດສະຄາ.

ມທ 26:17-28 『ໃນມື້ທີໜຶ່ງຂອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ພວກສາວົກໄດ້ມາຫາ ພະເຢຊູ ແລະຖາມພະອົງວ່າ “ທ່ານຢາກໃຫ້ພວກຜູ້ຂ້າ ຈັດແຈງອາຫານປັດສະຄາສຳລັບທ່ານ
ຢູ່ທີ່ໃດ?” “ຈົ່ງເຂົ້າໄປຫາຄົນໜຶ່ງຢູ່ໃນກຸງ” “ພະອົງຕອບເຂົາ ແລະບອກວ່າ ‘ອາຈານບອກວ່າ:
ເວລາຂອງເຮົາໃກ້ເຂົ້າມາແລ້ວ ພວກສາວົກຂອງເຮົາກັບເຮົາຈະສະຫຼອງປັດສະຄາທີ່ບ້ານຂອງ
ເຈົ້າ’ ” ພວກສາວົກກໍ່ປະຕິບັດຕາມທີ່ພະເຢຊູໄດ້ບອກພວກຕົນແລະໄດ້ຈັດແຈງອາຫານປັດສະ
ຄາ….ຂະນະທີ່ພວກເຂົາຍັງກິນຢູ່ນັ້ນ ພະເຢຊູກໍ່ຈັບເອົາເຂົ້າຈີ່ຂຶ້ນມາແລະອ້ອນວອນຂອບພະຄຸນ
ພະອົງຫັກເຂົ້າຈີ່ນັ້ນ ແລະຍືນໃຫ້ພວກສາວົກ; ພະອົງກ່າວແກ່ພວກເຂົາວ່າ “ຈົ່ງຮັບເອົາກິນເຖີດ ນີ້ແຫຼະແມ່ນກາຍຂອງເຮົາ” ແລ້ວພະອົງກໍ່ຈັບເອົາຈອກ(ຈອກທີ່ມີເຫຼົ້າອະງຸ່ນ)ຂຶ້ນມາຂອບຄຸນພະ
ເຈົ້າ ແລະຍືນໃຫ້ພວກເຂົາ; ພະອົງກ່າວວ່າ “ພວກທ່ານທຸກຄົນຈົ່ງດື່ມເຖີດ ນີ້ແຫຼະແມ່ນເລືອດ ຂອງເຮົາ ເຊິ່ງຫຼັ່ງໄຫຼອອກສຳລັບຄົນເປັນອັນມາກ ເພື່ອການບາບຈະໄດ້ຮັບອະໄພ.”     

ທຸກສັບພະສິ່ງທີ່ມີຊີວິດຢູ່ເທິງແຜ່ນດິນໂລກນີ້ທັງໝົດ ສາມາດທີ່ຈະດຳລົງຊີວິດຢູ່ໄດ້ ກໍ່
ດ້ວຍການກິນສິ່ງທີ່ມີຊີວິດອື່ນ. ແຕ່ວ່າສິ່ງທີ່ມີຊີວິດຢູ່ເທິງແຜ່ນດິນໂລກນີ້ ບໍ່ສາມາດມີຊີວິດ ອັນຕະຫຼອດໄປໄດ້ ແລະຊີວິດນັ້ນກໍ່ມີຂອບເຂດຈຳກັດ. ດັ່ງນັ້ນ, ພວກເຮົາຜູ້ທີ່ກິນສິ່ງທີ່ມີຊີ
ວິດອັນມີຂອບເຂດຈຳກັດນັ້ນ ກໍ່ພຽງແຕ່ມີຊີວິດໄດ້ໃນຂອບເຂດຈຳກັດ. ແຕ່ພະເຢຊູຊົງ ເປັນຜູ້ທີ່ມີຊີວິດອັນຕະຫຼອດໄປເປັນນິດ ເຊິ່ງບໍ່ມີຄວາມຕາຍ. ພະເຢຊູໄດ້ຊົງອະທິບາຍວ່າ ຜູ້ໃດກໍ່ຕາມທີ່ໄດ້ກິນພະອົງ ຜູ້ນັ້ນກໍ່ຈະມີຊີວິດອັນຕະຫຼອດໄປເປັນນິດໄດ້ ແລະພະເຢຊູກໍ່ ໄດ້ຊົງຕັ້ງເທດສະການປັດສະຄາແຫ່ງພັນທະສັນຍາໃໝ່ຂຶ້ນມາເທິງໂລກນີ້ ເພື່ອຈະສຳເລັດ ຕາມພະປະສົງນັ້ນ.

ເພາະສະນັ້ນ, ເທດສະການປັດສະຄາແຫ່ງຄຳໝັ້ນສັນຍາໃໝ່ ຈຶ່ງເປັນພະບັນຍັດທີ່ສັກ
ສິດ ທີ່ຜູ້ໃດກໍ່ຕາມມີຄວາມປາຖະໜາໃນຊີວິດນິລັນ ຈຳເປັນທີ່ຈະຕ້ອງປະຕິບັດຕາມເທດ ສະການ(1ກທ 5:7) ແລະເປັນກົດແຫ່ງຊີວິດເຊິ່ງໃຫ້ເຮົາທັງຫຼາຍຍຶດຖືຈົນເຖິງມື້ສຸດທ້າຍ. ຍ້ອນເຊັ່ນນີ້, ຄວາມຈິງແຫ່ງມື້ປັດສະຄານັ້ນ ຈຶ່ງເປັນພະບັນຍັດທີ່ຕ້ອງເປີດເຜີຍໄປທັງທົ່ວໂລກ ແລະເປັນຂ່າວປະເສີດທີ່ປະຊາຊົນທັງທົ່ວໂລກຕ້ອງເຂົ້າໃຈ.

1ກທ 11:23-26 『ດ້ວຍວ່ານີ້ແຫຼະ ແມ່ນສິ່ງທີ່ເຮົາໄດ້ຮັບຈາກພະຜູ້ເປັນເຈົ້າ ແລະເຮົາກໍ່
ສົ່ງຕໍ່ສິ່ງນັ້ນໃຫ້ແກ່ເຈົ້າ: ໃນຄືນທີ່ຢູດາໄດ້ມອບພະເຢຊູໄວ້ນັ້ນ ພະອົງໄດ້ຈັບເອົາເຂົ້າຈີ່;
ເມື່ອຂອບຄຸນພະເຈົ້າແລ້ວ ກໍ່ຫັກເຂົ້າຈີ່ນັ້ນແລະກ່າວວ່າ “ນີ້ແຫຼະແມ່ນກາຍຂອງເຮົາ ເຊິ່ງ
ເປັນຢູ່ສຳລັບພວກເຈົ້າ. ຈົ່ງເຮັດຢ່າງນີ້ໃຫ້ເປັນທີ່ລະນຶກເຖິງເຮົາ.” ໃນທຳນອງດຽວກັນເມື່ອ ກິນເຂົ້າແລງແລ້ວໆ ພະອົງກໍ່ຈັບເອົາຈອກ ແລະກ່າວວ່າ “ຈອກນີ້ແມ່ນຄຳໝັ້ນສັນຍາໃໝ່ຂອງພະເຈົ້າ ໂດຍໃຊ້ເລືອດຂອງເຮົາປະທັບຕາ. ເມື່ອພວກທ່ານດື່ມຈາກຈອກນີ້ເວລາໃດ ຈົ່ງດື່ມໃຫ້ເປັນທີ່ລະນຶກເຖິງເຮົາ.” ດ້ວຍວ່າທຸກເທື່ອທີ່ພວກເຈົ້າກິນເຂົ້າຈີ່ນີ້ ແລະດື່ມຈາກ ຈອກນີ້ ພວກເຈົ້າກໍ່ປະກາດຄວາມຕາຍຂອງພະຜູ້ເປັນເຈົ້າ(ເສຍສະຫຼະເປັນລູກແກະໃນມື້ ປັດສະຄາ) ຈົນກວ່າພະອົງຈະມາປະກົດ.

ແຕ່ວ່າເທດສະການປັດສະຄາແຫ່ງຊີວິດອັນຕະຫຼອດໄປເປັນນິດ ທີ່ຈຳເປັນປະຕິບັດຕາມ ໄປຈົນເຖິງໃນມື້ສຸດທ້າຍນັ້ນ ໄດ້ຖືກທຳລາຍໄປໂດຍຊາຕານເຊິ່ງເປັນຜູ້ທີ່ຂັດຂວາງພວກເຮົາ
ໃຫ້ຫ່າງໄກຈາກຫົນທາງທີ່ຈະຮັບການຊ່ວຍໃຫ້ພົ້ນ ໂດຍຜ່ານກອງປະຊຸມນິເຄອາ(Nicaea)
ໃນ ຄ.ສ 325. ພະເຢຊູໄດ້ຊົງກ່າວວ່າ『ຂະໂມຍມາພຽງແຕ່ເພື່ອລັກ, ເພື່ອຂ້າແລະເພື່ອທຳ ລາຍ. ເຮົາມາເພື່ອມະນຸດຈະໄດ້ຊີວິດ ເປັນຊີວິດອັນຄົບບໍລິບູນ.』(ຢຮ10: 10).

ຖືກຕ້ອງແລ້ວ. ຈຸດມຸ້ງໝາຍຂອງການທີ່ພະເຢຊູໄດ້ຊົງສະເດັດມາເທິງໂລກນີ້ ກໍ່ເພື່ອມາ ໃຫ້ຊີວິດ. ແຕ່ວ່າມະນຸດທັງຫຼາຍບໍ່ຍອມຮັບໃນພິຍານຫຼັກຖານຂອງພະເຢຊູຜູ້ທີ່ໄດ້ສະເດັດ
ລົງມາໂລກນີ້ເພື່ອໃຫ້ຊີວິດ(ຢຮ 3:31-36). ພວກເຂົາໄດ້ຫັນໜ້າໜີໄປຈາກຄວາມຈິງຂອງເທດສະການປັດສະຄາ ແລະໄດ້ຂັດຂວາງດ້ວຍສິ່ງອັນຈອມປອມ. ແຕ່ວ່າເທດສະການປັດ
ສະຄາ ເປັນພະບັນຍັດຂອງພະເຈົ້າທີ່ຈຳເປັນຈະຕ້ອງປະຕິບັດຕາມ ໂດຍປາສະຈາກການ ປ່ຽນແປງ ເຖິງຈະຖືກຂັດຂວາງຈາກຊາຕານກໍ່ຕາມ.

1ກທ 5:7-8 『…ໂດຍທີ່ພະຄິດຜູ້ເປັນລູກແກະໄດ້ຖືກຂ້າເປັນເຄື່ອງບູຊາ ດັ່ງນັ້ນເມື່ອພວກ
ເຮົາສະຫຼອງງານກິນລ້ຽງ (ມື້ປັດສະຄາ)ຂອງພວກເຮົາ…ໃນພະຄຳພີສະບັບໃໝ່ TEV
ຂໍ້ດຽວກັນນັ້ນ ໄດ້ຂຽນໄວ້ຢ່າງຈະແຈ້ງແລ້ວວ່າ “ພວກເຮົາຕ້ອງປະຕິບັດຕາມມື້ປັດສະຄາ”.

ດັ່ງນັ້ນ, ເທດສະການປັດສະຄາທີ່ພະອົງຊົງປາຖະໜາໃຫ້ປະຕິບັດຕາມເປັນຄຳໝັ້ນສັນ ຍາໃໝ່ ແລະເປັນຄວາມຈິງທີ່ປະເສີດທີ່ສຸດເທິງແຜ່ນດິນໂລກນີ້ ເຊິ່ງເປັນການຮັບປະກັນ ເຖິງສິດທິໃນການຮັບມໍລະດົກອັນຊົ່ວນິລັນແຫ່ງສະຫວັນ.

ຮລ 9:15 ເພາະເຫດນັ້ນ ພະຄິດຈຶ່ງເປັນຜູ້ກາງແຫ່ງຄຳໝັ້ນສັນຍາໃໝ່ ເພື່ອວ່າຜູ້ທີ່ຖືກ ເອີ້ນເອົາໂດຍພະເຈົ້ານັ້ນ ຈະໄດ້ຮັບພອນອັນຕະຫຼອດໄປຕາມທີ່ພະເຈົ້າໄດ້ສັນຍາໄວ້. ທີ່ ເປັນໄປໄດ້ດັ່ງນີ້ກໍ່ເພາະມີຄວາມຕາຍຢ່າງໜຶ່ງ ເຊິ່ງປົດປ່ອຍມະນຸດໃຫ້ເປັນອິດສະຫຼະຈາກຄວາມຜິດທີ່ເຂົາໄດ້ກະທຳ ເມື່ອຢູ່ໃຕ້ຄຳໝັ້ນສັນຍາທຳອິດ.

ເທດສະການປັດສະຄາແຫ່ງຄຳໝັ້ນສັນຍາໃໝ່ນີ້ ເປັນພັນທະສັນຍາແລະຄວາມຈິງທີ່ຖືກ
ສ້າງຂຶ້ນໂດຍພະປະສົງຂອງພະເຈົ້າ ເພື່ອໃຫ້ມໍລະດົກແຫ່ງອານາຈັກສະຫວັນຊົ່ວນິດນິລັນ. ຕັ້ງແຕ່ເລີ່ມສ້າງໂລກມາແລ້ວ ຊາຕານນັ້ນພະຍາຍາມທີ່ຈະຊັກນໍາມະນຸດຊາດທັງຫຼາຍໃຫ້ໄປສູ່ນະລົກແຫ່ງຄວາມຕາຍ ແຕ່ພະເຢຊູໄດ້ຊົງສະເດັດລົງມາເທິງແຜ່ນດິນໂລກນີ້ ແລະ ໄດ້ທຳລາຍແຜນການອັນຊົ່ວຮ້າຍຂອງຊາຕານ ແລ້ວນຳພາມະນຸດທັງຫຼາຍໄປສູ່ໃນຫົນ ທາງຂອງການມີຊີວິດນິລັນ.

ລມ 8:1-2 『ບັດນີ້ການລົງໂທດຈຶ່ງບໍ່ມີສຳລັບຄົນທັງຫຼາຍທີ່ເຂົ້າຮ່ວມກັບພະເຢຊູຄິດ.ດ້ວຍ ວ່າກົດຂອງພະວິນຍານທີ່ນຳພາພວກເຮົາໃຫ້ມີຊີວິດຮ່ວມເຂົ້າກັບພະເຢຊູຄິດນັ້ນ ໄດ້ເຮັດ
ໃຫ້ເຮົາເປັນອິດສະລະຈາກກົດຂອງການບາບແລະຄວາມຕາຍ

ເປັນການຖືກຕ້ອງແລ້ວວ່າ ບັດນີ້ພວກເຮົາໄດ້ອິດສະຫຼະຈາກກົດແຫ່ງຄວາມບາບ ແລະ
ຄວາມຕາຍແລ້ວ ກໍ່ໂດຍຜ່ານເທດສະການປັດສະຄາແຫ່ງຄຳໝັ້ນສັນຍາໃໝ່ ເຊິ່ງເປັນກົດ
ແຫ່ງຊີວິດ ແລະເປັນພະບັນຍັດທີ່ມີຄວາມສຳຄັນຫຼາຍທີ່ສຸດຂອງພະຄິດ ແລະໄດ້ສຳເລັດ ໂດຍຜ່ານລະບຽບການ. ເຫດຜົນທີ່ພະເຈົ້າຊົງໃຫ້ພວກເຮົາພົ້ນຈາກກົດແຫ່ງຄວາມຕາຍ
ແລະໄດ້ຊົງມອບຊີວິດນິລັນໃຫ້ແກ່ເຮົານັ້ນ ກໍ່ຍ້ອນວ່າ ອານາຈັກສະຫວັນດິນແດນທີ່ບໍ່ມີ ຄວາມຕາຍນັ້ນ ຈະເຂົ້າໄປບໍ່ໄດ້ ຖ້າບໍ່ໄດ້ຮັບຊີວິດນິລັນ. ເຮົາບໍ່ສາມາດທີ່ຈະເຂົ້າສູ່ອານາ ຈັກສະຫວັນຄື ສະຖານທີ່ທີ່ບໍ່ມີຄວາມຕາຍດ້ວຍຮ່າງກາຍທີ່ຕາຍເປັນໄດ້. ດັ່ງນັ້ນ, ເຮົາຈຶ່ງ
ມີຄວາມຈຳເປັນທີ່ຈະຕ້ອງໄດ້ຮັບພະສັນຍາແຫ່ງຊີວິດນິລັນຢູ່ທີ່ແຜ່ນດິນໂລກ. ພະເຈົ້າໄດ້
ຊົງກ່າວວ່າ ເຮົາສາມາດທີ່ຈະຮັບພະສັນຍານີ້ ກໍ່ໂດຍການເຮັດຕາມເທດສະການປັດສະຄາ ແລະສຳລັບຜູ້ທີ່ບໍ່ເຮັດຕາມເທດສະການປັດສະຄານັ້ນ ກໍ່ບໍ່ມີສິດທີ່ຈະເປັນປະຊາຊົນຂອງ ພະເຈົ້າ(ຈຊບ 9:13). ບໍ່ມີສິດທີ່ຈະເປັນປະຊາຊົນຂອງພະເຈົ້າໄດ້ ໝາຍຄວາມວ່າຮັບຊີ ວິດນິລັນບໍ່ໄດ້.

ບັດນີ້, ຂໍໃຫ້ພວກເຮົາຈົ່ງປະຕິບັດຕາມເທດສະການປັດສະຄາທີ່ບໍລິສຸດ ແລະຕ້ອງຮູ້ຈັກ
ພະປະສົງຂອງພະເຈົ້າຢ່າງຈະແຈ້ງ ທີ່ໄດຊົງ້ສັນຍາວ່າຈະໃຫ້ຊີວິດນິລັນນັ້ນ ແມ່ນມີຢູ່ໃນມື້
ປັດສະຄາ.

3. ເທດສະການປັດສະຄາ ທີ່ໄພພິບັດຂ້າມຜ່ານ

ເທດສະການປັດສະຄາເປັນເຄື່ອງໝາຍສະແດງເຖິງລິດທະນຸພາບຂອງພະເຈົ້າທີ່ຫຼົບຫຼີກ
ຈາກໄພພິບັດ. ເມື່ອພະເຈົ້າໄດ້ຊົງນຳພາຊົນຊາດອິດສະລາເອນອອກຈາກເອຢິບ ເລືອດ ຂອງລູກແກະໃນມື້ປັດສະຄາກາຍເປັນເຄື່ອງໝາຍທີ່ສຳຄັນ, ພະເຈົ້າໄດ້ຊົງສັ່ງວ່າ ເຮືອນທີ່
ທາເລືອດນັ້ນ ຈະບໍ່ໃຫ້ມີໄພພິບັດໃດໆເກີດຂຶ້ນ ນີ້ຄືເປັນຕົ້ນກຳເນີດຄວາມໝາຍຂອງເທດສະການປັດສະຄາ.

ໃນສະໄໝນີ້, ພະຄຳພີໄດ້ເຕືອນແລ້ວວ່າ ຈະມີໄພພິບັດຫຼາຍຢ່າງເກີດຂຶ້ນໃນອານາຄົດອັນໃກ້ໆນີ້. ແຕ່ວ່າປະຊາຊົນທັງຫຼາຍກໍ່ໄດ້ເສຍເວລາຂອງພວກເຂົາໄປຢ່າງໄຮ້ປະໂຫຍດ ດ້ວຍການກິນດື່ມ, ການແຕ່ງງານ ແລະເອົາກັນເປັນຜົວເປັນເມຍ ໂດຍທີ່ບໍ່ຮູ້ສຶກໃນຄຳຕັກເຕືອນອັນເຂັ້ມງວດຂອງພະເຈົ້າ.

ມທ 24:37-39 『ເມື່ອບຸດມະນຸດມາປະກົດນັ້ນ ເຫດການຈະເປັນດັ່ງທີ່ໄດ້ເກີດຂຶ້ນໃນສະ
ໄໝຂອງໂນອາ.ກ່ອນມື້ນໍ້າໄດ້ຖ້ວມໂລກນັ້ນ ປະຊາຊົນໄດ້ກິນແລະໄດ້ດື່ມແລະໄດ້ເອົາກັນ
ເປັນຜົວເປັນເມຍຈົນເຖິງ ມື້ທີ່ໂນອາໄດ້ເຂົ້າໄປໃນເຮືອ ແຕ່ພວກເຂົາບໍ່ໄດ້ຮູ້ຫຍັງເລີຍ ຈົນ ກວ່ານໍ້າໄດ້ໄຫຼຖ້ວມເຂົາໃຫ້ດັບສູນໄປ. ເມື່ອບຸດມະນຸດມາປະກົດກໍ່ຈະເປັນດັ່ງນັ້ນແຫຼະ.

ຄົນສ່ວນຫຼາຍບໍ່ໄດ້ດຳລົງຊີວິດດ້ວຍຄວາມສະຫຼາດ ໃນໄລຍະເວລາທີ່ພະເຈົ້າໄດ້ຊົງຕັກ
ເຕືອນ ແລະບໍ່ຮູ້ສຶກຫຍັງເລີຍ ທັງບໍ່ໄດ້ສົນໃຈຕໍ່ຄຳຕັກເຕືອນຂອງພະເຈົ້າກ່ຽວກັບຄວາມພິ
ນາດທີ່ໃກ້ຈະເກີດຂຶ້ນ ກໍ່ເພາະພວກເຂົາຮູ້ສຶກວ່າ ສະຖານະການດຽວນີ້ສະຫງົບແລະປອດ
ໄພດີ. ແຕ່ໃນພະຄຳພີໄດ້ໃຫ້ເຮົາຮູ້ວ່າ ເມື່ອນັ້ນແມ່ນມື້ທີ່ອັນຕະລາຍ.

1ທຊ 5:1-3 『ພີ່ນ້ອງທັງຫຼາຍຂອງເຮົາເອີຍ ເຮົາບໍ່ຈຳເປັນຂຽນໃຫ້ພວກເຈົ້າຮູ້ເຖິງມື້ແລະ
ເວລາທີ່ເຫດການເຫຼົ່ານີ້ຈະເກີດຂຶ້ນ. ເພາະພວກເຈົ້າເອງກໍ່ຮູ້ຈັກດີແລ້ວວ່າ ມື້ຂອງພະຜູ້ ເປັນເຈົ້ານັ້ນ ຈະມາດັ່ງຂະໂມຍມາໃນເວລາກາງຄືນ ເມື່ອຄົນເວົ້າວ່າ “ທຸກສິ່ງສະຫງົບ ຫງຽບແລະປອດໄພດີ” ເມື່ອນັ້ນແຫຼະການທຳລາຍຈະມາເຖິງເຂົາໃນທັນທີ ດັ່ງຄວາມເຈັບ ປວດໃນຍາມຄອດລູກມາເຖິງຜູ້ຍິງຖືພາ ແລະເຂົາກໍ່ຈະໜີໄປບໍ່ພົ້ນ.

ໄພພິບັດທີ່ມະນຸດບໍ່ສາມາດຫຼີກໜີໄດ້ ທີ່ຈະເກີດຂຶ້ນກັບໂລກຂອງເຮົານີ້ແມ່ນດ້ວຍຫຍັງ?
ນີ້ແມ່ນດ້ວຍໄຟ. ພະເຈົ້າໄດ້ຊົງກະກຽມໄຟ ສຳລັບການພິພາກສາໂລກໜ່ວຍນີ້. ເມື່ອມື້ນັ້ນ ມາເຖິງ, ທ້ອງຟ້າຈະສູນຫາຍໄປດ້ວຍສຽງດັງອັນໜ້າຢ້ານກົວ. ຮ່າງກາຍຂອງມະນຸດຈະ
ເຊື່ອມສູນໄປ ດ້ວຍຄວາມຮ້ອນຂອງແປວໄຟ. ມື້ນັ້ນ, ບັນດາທະຫານທີ່ເກ່ງກ້າທີ່ສຸດກໍ່ຈະ ຢ້ານກົວຈົນຕົວສັ່ນແລະຈະຮ້ອງອອກມາດ້ວຍຄວາມໝົດຫວັງ. ມື້ນັ້ນ, ຈະເປັນມື້ສຸດທ້າຍ
ທີ່ພະເຈົ້າຈະຊົງຖອກເທຄວາມໂກດຮ້າຍຂອງພະອົງສູ່ໂລກນີ້ ແລະຈະເປັນມື້ແຫ່ງຄວາມ ລຳບາກມາໄຫຼຖ້ວມທັບຖົ່ມ ຄືຈະກາຍເປັນມື້ທີ່ລະທົມຂົມຂື່ນແທ້ໆ. ເລືອດຂອງມະນຸດຈະ
ຖືກຖອກເທອອກເໝືອນຝຸ່ນລະອອງໃນອາກາດ. ຍິ່ງໄປກວ່ານັ້ນ, ເນື້ອໜັງຂອງມະນຸດທັງ
ໝົດ ກໍ່ຈະເປື່ອຍເນົ່າໄປໃນຂະນະທີ່ຢືນຢູ່, ຕາຂອງພວກເຂົານັ້ນກໍ່ຈະເນົ່າຄາເບົ້າຕາຂອງ
ພວກເຂົາ, ລີ້ນຂອງພວກເຂົາກໍ່ຈະເນົ່າຄາປາກຂອງພວກເຂົາ.

ມື້ເຫຼົ່ານັ້ນກໍ່ໄດ້ຫຍັບໃກ້ເຂົ້າມາເຖິງເຮົາຢ່າງໄວທີ່ສຸດ. ໃນລະຫວ່າງທີ່ປະຊາຊົນຜູ້ທີ່ໄດ້ມີ
ຄວາມກັງວົນກ່ຽວກັບໄພພິບັດ ແລະຈຸດຈົບຂອງມວນມະນຸດຊາດ, ບາງຄົນອາດພະຍາ ຍາມທີ່ຈະໜີຈາກໄພພິບັດນີ້ດ້ວຍວິທີຂອງມະນຸດ ໂດຍໃຊ້ຊັບສິນເງິນຄຳ. ແຕ່ວ່າໃນພະຄຳພີໄດ້ກ່າວໄວ້ວ່າ:

ສຟຢ 1:14-18 『ໃນມື້ນັ້ນ ເມື່ອພະຜູ້ເປັນເຈົ້າລະບາຍຄວາມໂກດຮ້າຍຂອງພະອົງ ແມ່ນ ແຕ່ເງິນແລະຄຳທັງໝົດທີ່ເຂົາມີຢູ່ ກໍ່ຈະຊ່ວຍເຂົາຫຍັງບໍ່ໄດ້.

ບາງຄົນອາດຈະມີຄວາມຄິດທີ່ຈະໜີໄປໃນອາວະກາດດ້ວຍຍານອາວະກາດ ບາງຄົນພະ
ຍາຍາມໄປລີ້ຢູ່ໃຕ້ພື້ນທະເລເລິກ ດ້ວຍເຮືອດຳນໍ້າໂດຍພະລັງງານນິວເຄຼຍ ຫຼືພັດທະນາສ້າງ
ເມືອງໃຕ້ພື້ນທະເລ. ບາງຄົນສ້າງເມືອງຢູ່ໃຕ້ພື້ນດິນເລິກ ແລະພະຍາຍາມຫຼົບລີ້ຢູ່ເມືອງໃຕ້ ດິນເມື່ອເກີດກໍລະນີສຸກເສີນຢູ່ເທິງໜ້າໂລກ. ໃນຄວາມເປັນຈິງແລ້ວໄດ້ມີຫຼາຍປະເທດກຳລັງ
ສ້າງເມືອງໃຕ້ດິນແທ້ໆ. ໃນອາເມລິກາໄດ້ມີເມືອງໃຕ້ດິນຫຼາຍຮ້ອຍບ່ອນໃນບໍລິເວນອ້ອມ
ຮອບວໍຊິງຕັນ ແລະເມື່ອເກີດກໍລະນີສຸກເສີນນັ້ນທຳນຽບຂາວກໍ່ຈະຍ້າຍລົງໄປຢູ່ທີ່ເມືອງໃຕ້
ດິນໃນພູເວເທິ (Mount Whether). ເຊັ່ນດຽວກັນນັ້ນ, ປະຊາຊົນຫຼວງຫຼາຍບໍ່ໄດ້ລະເວັ້ນ ຄວາມພະຍາຍາມຂອງພວກເຂົາ ໃນການທີ່ຈະກຽມຕົວຕໍ່ສູ້ກັບໄພພິບັດ ເຊິ່ງຈະບັງເກີດຂຶ້ນ ໃນສະໄໝນີ້. ແຕ່ວ່າດ້ວຍວິທີການທາງວິທະຍາສາດ ແລະແນວທາງຂອງມະນຸດບໍ່ສາມາດ
ທີ່ຈະໜີພົ້ນຈາກຄວາມໂກດຮ້າຍໃຫຍ່ຂອງພະເຈົ້າໄດ້. ໃນພະຄຳພີກໍ່ໄດ້ສອນພວກເຮົາໄວ້ ແລ້ວວ່າ ຄວາມພະຍາຍາມ ແລະການເຮັດວຽກທັງໝົດຂອງມະນຸດນັ້ນ ແມ່ນບໍ່ມີປະໂຫຍດ.

ອມດ 9:2-4 『ເຖິງແມ່ນວ່າເຂົາຈະຂຸດຊ່ອງທາງໄປສູ່ພິພົບຄົນຕາຍ ເຮົາກໍ່ຈະໄລ່ຈັບເຂົາ
ໃຫ້ທັນ. ຖ້າເຂົາຂຶ້ນເມື່ອສະຫວັນຊັ້ນຟ້າ ເຮົາກໍ່ຈະດຶງເຂົາລົງມາ. ຖ້າເຂົາລີ້ຢູ່ເທິງຍອດພູ ກາເມນ ເຮົາກໍ່ຈະຄົ້ນຫາ ແລະຈັບເຂົາມາ. ຖ້າເຂົາລີ້ຢູ່ພື້ນທະເລ ເຮົາກໍ່ຈະສັ່ງໃຫ້ມັງກອນ ທະເລກັດກິນເຂົາເສຍ. ຖ້າເຂົາຖືກສັດຕູຈັບໄປ ເຮົາກໍ່ຈະສັ່ງໃຫ້ສັດຕູຂ້າເຂົາຖິ້ມ. ເຮົາໄດ້ ຕັດສິນໃຈທຳລາຍເຂົາ ແລະບໍ່ແມ່ນຊ່ວຍເຫຼືອເຂົາ

ແຕ່ຢ່າງໃດກໍ່ຕາມ, ພະເຈົ້າໄດ້ຊົງຮັກພວກເຮົາຜູ້ທີ່ໄດ້ດຳລົງຢູ່ໃນຄວາມຈິງ ດັ່ງນັ້ນ,ພະ
ອົງຈຶ່ງໄດ້ຊົງສັ່ງສອນພວກເຮົາໃຫ້ຮູ້ຈັກ ວິທີແຫ່ງຄວາມພົ້ນ ເຖິງແມ່ນວ່າມື້ອັນໜ້າຢ້ານກົວ ເຊັ່ນນັ້ນຈະມາເຖິງກໍ່ຕາມ.

ພສສ 91:7 『ອາດມີພັນຄົນຫຼົ້ມ ແລະສິນໃຈຕາຍຢູ່ຂ້າງເຈົ້າ ສິບພັນຄົນຢູ່ອ້ອມແຕ່ເຈົ້າຈະ ບໍ່ຖືກທຳຮ້າຍ

ຈາກຂໍ້ຄວາມຂ້າງເທິງນີ້ ຄຳວ່າ ‘ເຈົ້າ’ ເຊິ່ງເປັນ ‘ຜູ້ທີ່ບໍ່ຖືກທຳຮ້າຍ’ ຜູ້ນັ້ນແມ່ນລາວປະຕິ ບັດຕາມຫຍັງ? ເມື່ອພວກເຮົາໄດ້ສຶກສາໃນພະຄຳພີທັງໝົດ66 ເຫຼັ້ມນີ້ແລ້ວ ເຮົາສາມາດຮູ້ ໄດ້ວ່າ ຜູ້ນັ້ນເປັນຜູ້ເຊື່ອຖື ທີ່ໄດ້ເຮັດຕາມເທດສະການປັດສະຄາ.

ອພຍ 12:11-14 『…ອັນນີ້ແມ່ນສະຫຼອງປັດສະຄາ ເພື່ອຍົກຍໍໃຫ້ກຽດພະຜູ້ເປັນເຈົ້າ ໃນ
ຄືນນັ້ນເຮົາຈະຜ່ານເອຢິບໄປ ເພື່ອຂ້າລູກຊາຍກົກຂອງມະນຸດ ແລະລູກສັດໂຕເຖິກຫົວປີ ທຸກໆໂຕ ແລະເພື່ອລົງໂທດບັນດາພະທັງໝົດຂອງຊາວເອຢິບ ເຮົາແມ່ນພະຜູ້ເປັນເຈົ້າ. ເລືອດທີ່ປະຕູເຮືອນນັ້ນຈະເປັນເຄື່ອງໝາຍບອກວ່າ ເປັນເຮືອນທີ່ພວກເຈົ້າອາໄສຢູ່. ເມື່ອ
ເຮົາເຫັນເລືອດນັ້ນ ເຮົາຈະຜ່ານເວັ້ນໄປ ແລະຈະບໍ່ທຳຮ້າຍພວກເຈົ້າ ເວລາເຮົາລົງໂທດ ຊາວເອຢິບ. ພວກເຈົ້າຕ້ອງສະຫຼອງມື້ນີ້ເປັນມື້ສຳຫຼັກສຳຄັນ ເພື່ອໃຫ້ລະນຶກເຖິງສິ່ງທີ່ເຮົາຄືພະຜູ້ເປັນເຈົ້າໄດ້ເຮັດເພື່ອພວກເຈົ້າ. ຈົ່ງສະຫຼອງມື້ນີ້ຕະຫຼອດໄປ.

ຜູ້ທີ່ປະຕິບັດຕາມເທດສະການປັດສະຄາ ຜູ້ນັ້ນກໍ່ສາມາດຮູ້ໄດ້ວ່າ ພະເຈົ້າຊົງຢູ່ກັບເຮົາ ແລະເຮົາຢູ່ກັບພະອົງ(ຢຮ 6:56). ພວກເຮົາຜູ້ທີ່ຢູ່ໃນພະເຈົ້າກໍ່ເປັນຂອງພະອົງ. ພວກເຮົາຜູ້ທີ່ກາຍເປັນຂອງພະອົງນັ້ນຈະບໍ່ໄດ້ຮັບອັນຕະລາຍໃດໆ ເຖິງແມ່ນວ່າຈະພົບກັບໄພພິບັດອັນໜ້າຢ້ານກົວກໍ່ຕາມ.

ອຊຢ 43:1-2 『ເຮົາຈະຊ່ວຍເຈົ້າໃຫ້ພົ້ນ ຢ່າຢ້ານກົວເລີຍ ໝູ່ເຈົ້າເປັນຂອງເຮົາຈຶ່ງເອີ້ນໝູ່ ເຈົ້າຕາມຊື່ ເຮົາຈະຢູ່ນຳ ເມື່ອຍ່າງຂ້າມບ່ອນນໍ້າເລິກໄປ ຄວາມລຳບາກຂອງໝູ່ເຈົ້າຈະບໍ່ ຖ້ວມໝູ່ເຈົ້າ ໄຟຈະບໍ່ໄໝ້ໝູ່ເຈົ້າເມື່ອຜ່ານຜ່າໄຟໄປ ການທົດລອງທີ່ລຳບາກຈະທຳຮ້າຍບໍ່ ໄດ້

ພະເຈົ້າໄດ້ຊົງກ່າວວ່າ ເຮົາເປັນຂອງພະອົງ ແລະຊົງພິຍານໄວ້ແລ້ວວ່າ “ເຈົ້າເປັນຂອງ ເຮົາ” ດ້ວຍເຫດນີ້ພະອົງຈຶ່ງໄດ້ຊົງສັນຍາຢ່າງໜັກແໜ້ນກັບເຮົາໄວ້ວ່າ ຈະນຳພາເຮົາຜ່ານ ພົ້ນຈາກໄພພິບັດທັງໝົດ. ແລະພະອົງຊົງຍັງກຳນົດໄວ້ເຖິງບ່ອນລີ້ໄພໃນ ມື້ແຫ່ງໄພພິບັດ ບ່ອນນັ້ນກໍ່ຄື ສີໂອນ (Zion).

ຢລມ 4:5-6 『ຈົ່ງເປົ່າແກສັນຍານໄພໄປທົ່ວດິນແດນຢູດາ! ຈົ່ງຮ້ອງສຽງດັງໆອອກມາໃຫ້
ຊັດແຈ້ງ! ຈົ່ງບອກຊາວຢູດາ ແລະຊາວກຸງເຢລູຊາເລັມໃຫ້ແລ່ນໄປຍັງເມືອງທີ່ມີປ້ອມປ້ອງ
ກັນໄວ້. ຈົ່ງໃຫ້ສັນຍານໄພແກ່ບ່ອນໄກໆພູສີໂອນ ຈົ່ງແລ່ນໜີໄປໃຫ້ປອດໄພ ຢ່າສູ່ໄດ້ຊັກ ຊ້າ! ພະຜູ້ເປັນເຈົ້າກຳລັງນຳໄພພິບັດມາ ການທຳລາຍອັນຍິ່ງໃຫຍ່ມາແຕ່ທິດເໜືອພຸ້ນ.

ສີໂອນທີ່ພະເຈົ້າຊົງໂຜດປະທານໃຫ້ເປັນເມືອງລີ້ໄພ ເມື່ອໄພພິບັດ ແລະຄວາມຈິບຫາຍ ຄັ້ງສຸດທ້າຍມາເຖິງ ສະຖານທີ່ນັ້ນເປັນບ່ອນທີ່ສະຫຼອງເທດສະການຕ່າງໆ(ອຊຢ 33:20),
ຄືຄິດສະຕະຈັກແຫ່ງຄວາມຈິງ ທີ່ໄດ້ປະຕິບັດຕາມເທດສະການ. ໃນຈຳນວນເທດສະການ ຕ່າງໆນັ້ນ ເທດສະການປັດສະຄາເປັນເທດສະການທຳອິດ(ລລວ 23:4-5) ມື້ປັດສະຄາ ເປັນຄວາມຈິງ ທີ່ມີພະປະສົງອັນໜັກແໜ້ນຂອງພະເຈົ້າ ທີ່ຈະຫຼີກໜີຈາກໄພພິບັດໄດ້ຢ່າງ ແນ່ນອນ. ດັ່ງນັ້ນເຮົາຄວນທີ່ຈະເຮັດຕາມດ້ວຍສຸດຈິດສຸດໃຈໃນເທດສະການທີ່ບໍລິສຸດນີ້ໃນ
ທຸກໆປີ. ຖ້າຫາກວ່າເຮົາໄດ້ເຮັດຕາມເທດສະການປັດສະຄານີ້ແລ້ວ ໄພພິບັດໃດໆກໍ່ຈະ ຂ້າມຜ່ານເວັ້ນໄປນີ້ຄື ພັນທະສັນຍາຂອງພະເຈົ້າ.

4. ເທດສະການປັດສະຄາ ທີ່ເຮັດໃຫ້ພະອື່ນຈະຖືກທຳລາຍ

ໄດ້ມີຂຽນໄວ້ວ່າ:『ຢ່ານະມັດສະການພະອື່ນນອກຈາກເຮົາແຕ່ເທົ່ານັ້ນ』(ອພຍ 20:3)
ໃນຂໍ້ຄວາມນີ້ ສາມາດທີ່ຈະແປໄດ້ສອງຄວາມໝາຍດ້ວຍກັນ ໃນຄວາມໝາຍທຳອິດກໍ່ຄື: “ຮັບໃຊ້ພະເຈົ້າອົງດຽວເທົ່ານັ້ນ”ແລະໃນຄວາມໝາຍທີສອງກໍ່ຄືວ່າ “ຢ່າໄປຮັບໃຊ້ພະອື່ນ”. ຖ້າເຮົາເຮັດຕາມເທດສະການປັດສະຄາ ເຮົາຈະສາມາດເຊື່ອຟັງໄດ້ຄຳສັ່ງທັງສອງຂໍ້ນີ້ໄປ
ພ້ອມກັນ. ເຫດຜົນນັ້ນຄືວ່າ ດ້ວຍການປະຕິບັດຕາມເທດສະການປັດສະຄານີ້ ພວກເຮົາ ກໍ່ຈະໄດ້ຮັບໃຊ້ພະຜູ້ຊ່ວຍໃຫ້ພົ້ນຂອງເຮົາ ຜູ້ທີ່ຊ່ວຍພວກເຮົາອອກຈາກດິນແດນແຫ່ງບາບ
ແລະດ້ວຍການປະຕິບັດຕາມເທດສະການປັດສະຄານີ້ ໄດ້ຊົງທຳລາຍພະອື່ນໆແລະຮູບໂຄ
ລົບທັງໝົດ.

ໃນຕອນຄໍ່າຂອງເທດສະການປັດສະຄາ ໃນເວລາຂອງການອົບພະຍົບ ພະເຈົ້າໄດ້ຊົງ ກ່າວໄວ້ວ່າ “ເຮົາຈະລົງໂທດບັນດາພະທັງໝົດ”(ອພຍ 12:12) ຂໍ້ຄວາມນີ້ບໍ່ໄດ້ມີຜົນພຽງ
ແຕ່ສະເພາະໃນຕອນຄໍ່າແຫ່ງການອົບພະຍົບເທົ່ານັ້ນ, ຫຼັງຈາກນັ້ນໃນທຸກໆເວລາທີ່ປະຊາ
ຊົນອິດສະລາເອນບໍ່ໄດ້ປະຕິບັດຕາມເທດສະການປັດສະຄາ ພະອື່ນໄດ້ເຂົ້າມາ ແລະຄອບ
ຄອງນະຄອນເຢລູຊາເລັມ ແລະປະຊາຊົນທັງໝົດ ແຕ່ຖ້າວ່າປະຊາຊົນໄດ້ປະຕິບັດຕາມ ເທດສະການປັດສະຄາ ພະອື່ນໆແລະຮູບເຄົາລົບບູຊາຕ່າງໆກໍ່ໄດ້ຖືກທຳລາຍໄປ.

ກະສັດໂຢຊີຢາແຫ່ງຢູດາກໍ່ເຊັ່ນດຽວກັນ ໃນເວລາທີ່ຍັງບໍ່ທັນໄດ້ປະຕິບັດຕາມມື້ປັດສະ
ຄາ ລາວໄດ້ນະມັດສະການບູຊາແກ່ຮູບປັ້ນຮູບໂຄລົບ ທີ່ໄດ້ຖືກສ້າງໂດຍກະສັດມານາເຊ
ບັນພະບຸລຸດຂອງລາວ(2ກສດ 21:1-3, 22:8-20). ແຕ່ເຈົ້າໂຢຊີຢາໄດ້ຟັງຊາຟານເລຂາ
ທິການຂອງເພິ່ນ ອ່ານຖ້ອຍຄໍາໃນພະບັນຍັດຂອງພະເຈົ້າ ເພິ່ນຈຶ່ງຈີກເຄື່ອງນຸ່ງຂອງຕົນ
ດ້ວຍຄວາມໂສກເສົ້າເສຍໃຈ ແລະຮ້ອງໄຫ້ສຽງດັງ. ຫຼັງຈາກນັ້ນ, ເພື່ອການປະຕິບັດຕາມ
ປັດສະຄາ ເພິ່ນໄດ້ທຳລາຍສິ່ງທີ່ໜ້າກຽດຊັງທັງໝົດຂອງພະອື່ນໆ ແລະເພິ່ນຍັງໄດ້ທຳ
ລາຍຮູບໂຄລົບທີ່ໄດ້ນຳອອກມາຈາກພະວິຫານຂອງພະເຈົ້າທັງໝົດ ຕັ້ງແຕ່ພະວິຫານໃນ
ນະຄອນເຢລູຊາເລັມ, ຢູດາ ຕະຫຼອດໄປຈົນເຖິງຫົວເມືອງຊາມາເລຍ ແລະຫຼັງຈາກທີ່ໄດ້ ເຮັດຕາມເທດສະການປັດສະຄາ ກໍ່ໄດ້ທຳລາຍສິ່ງທີ່ໜ້າກຽດໜ້າຊັງທັງໝົດທີ່ຍັງຫຼົງເຫຼືອຢູ່
ຄື ໝໍຜີ, ໝໍມໍ, ພະປະຈຳເຮືອນ, ຮູບໂຄລົບ ແລະທຸກສິ່ງທີ່ໃຊ້ໃນການຂາບໄຫວ້ພະຕ່າງ
ຊາດ(2ກສດ 23:1-25). ແລະເມື່ອກະສັດເຮເສກີຢາເຊິ່ງເປັນປູ່ທວດຂອງກະສັດໂຢຊີຢາ
ກໍ່ໄດ້ເຮັດເຊັ່ນດຽວກັນ ຫຼັງຈາກປະຕິບັດຕາມປັດສະຄາດ້ວຍຄວາມສຸດຈິດສຸດໃຈ ແລ້ວຕາ
ແຫ່ງຈິດວິນຍານຂອງເພິ່ນກໍ່ຖືກເປີດອອກ ເພິ່ນໄດ້ຊົງທັບເສົາສັກສິດແລະຕັດຮູບເຈົ້າແມ່
ອາເຊລາ ແລະທຳລາຍແທນບູຊາພ້ອມທັງບ່ອນຂາບໄຫວ້ອື່ນໆຖິ້ມ(2ຂຄວ 30:1-27,31: 1) ເພາະສະນັ້ນ, ເທດສະການປັດສະຄາຈຶ່ງເປັນແສງແຫ່ງສະຫງ່າລາສີທີ່ສາດສ່ອງ ໄດ້
ເຮັດໃຫ້ເຮົາສາມາດທີ່ຈະເຫັນເຖິງບ້ານຂອງມານແລະພວກຜີສາດ ໂດຍຜ່ານໂລຫິດຂອງ ພະເຢຊູຄິດ.

ສາວົກໂຢຮັນໄດ້ບັນທຶກເຖິງຄວາມຈິງທີ່ໄດ້ປະກົດຂຶ້ນໃນເລື່ອງຂອງສະຖານທີ່ ອັນເປັນ
ບ່ອນສິງຢູ່ຂອງມານ ດັ່ງຂໍ້ຄວາມຂ້າງລຸ່ມນີ້.

ພນ 18:1-3 『ຫຼັງຈາກນັ້ນແລ້ວ ຂ້າພະເຈົ້າໄດ້ເຫັນທູດຕົນໜຶ່ງລົງມາຈາກສະຫວັນ. ທູດ ສະຫວັນນີ້ມີສິດອຳນາດຍິ່ງໃຫຍ່ແລະສະຫງ່າລາສີຂອງເພິ່ນກໍ່ສ່ອງແຈ້ງທົ່ວແຜ່ນດິນໂລກ.
ທູດສະຫວັນຕົນນີ້ເປ່ງສຽງຮ້ອງວ່າ: ຫຼົ້ມຈົ່ມແລ້ວ! ກຸງບາບີໂລນມະຫານະຄອນຫຼົ້ມຈົ່ມ
ແລ້ວ! ບັດນີ້ກຸງນີ້ຖືກຜີສາດ ແລະວິນຍານຊົ່ວສິງຢູ່; ສິ່ງຊົ່ວຊ້າລາມົກທຸກຊະນິດ ແລະນົກ ຂີ້ດຽດທັງຫຼາຍອາໄສຢູ່ໃນກຸງນີ້.

ຈາກຂໍ້ຄວາມຂ້າງເທິງນັ້ນ『ສະຫງ່າລາສີຂອງເພິ່ນກໍ່ສ່ອງແຈ້ງທົ່ວແຜ່ນດິນໂລກ』ແສງ ແຫ່ງສະຫງ່າລາສີເປັນຄວາມສະຫວ່າງທີ່ສາມາດເຫັນບ່ອນສິງສະຖິດຂອງພວກຜີຊົ່ວຮ້າຍທຸກຢ່າງທີ່ບໍ່ສະອາດທຸກຊະນິດໄດ້.

ກະສັດໂຢຊີຢາໄດ້ຮັບໃຊ້ພະບາອານແລະພວກຜີສາດທີ່ໜ້າກຽດຊັງເປັນເວລາ18ປີໂດຍ
ທີ່ບໍ່ຮູ້ວ່າ ພະວິຫານຂອງພະເຈົ້າໄດ້ກາຍເປັນທີ່ຢູ່ຂອງຜີສາດ ແລະບ່ອນສິງສະຖິດຂອງຜີ
ທີ່ໜ້າຂີ້ດຽດທຸກຊະນິດ. ແຕ່ເມື່ອເພິ່ນໄດ້ຮູ້ຄວາມຈິງກ່ຽວກັບເທດສະການປັດສະຄາ ເພິ່ນ ກໍ່ໄດ້ເຫັນວ່າ ພະວິຫານຂອງພະເຈົ້າ ໄດ້ກາຍເປັນທີ່ຢູ່ອາໄສຂອງຜີສາດທີ່ບໍ່ສະອາດທຸກ
ຢ່າງ ແລະເພິ່ນກໍ່ໄດ້ທຳລາຍສິ່ງທີ່ໜ້າກຽດຊັງຂອງຜີສາດໃນທັນທີ(2ກສດ 23:1-7)ແລະ ຫຼັງຈາກທີ່ເພິ່ນໄດ້ຕິດຕາມປັດສະຄາແລ້ວນັ້ນ. ເພິ່ນກໍ່ໄດ້ກໍາຈັດພວກໝໍຜີ, ໝໍມໍ ແລະຮູບ
ໂຄລົບທັງໝົດໃນທຸກໆເມືອງຂອງຢູດາ(2ກສດ 23:21-25). ເພາະສະນັ້ນ, ສະຫງ່າລາສີ
ທີ່ໄດ້ສ່ອງແສງດັ່ງໃນ ພະນິມິດ18:1-3 ນັ້ນກໍ່ຄື ສະຫງ່າລາສີແຫ່ງຄວາມຈິງຂອງເທດສະ ການປັດສະຄາທີ່ໄດ້ຕັ້ງຂຶ້ນມາ ໂດຍການຫຼັ່ງເລືອດອັນຊົງຄຸນຄ່າຂອງພະເຢຊູທີ່ໄມ້ກາງ
ແຂນ. ຖ້າທ່ານໄດ້ມີຄວາມເຂົ້າໃຈໃນຄວາມຈິງນີ້ ທ່ານກໍ່ຈະເຫັນບ່ອນຢູ່ຂອງມານທຸກຊະ ນິດໄດ້ ເໝືອນກັບວ່າທ່ານໄດ້ເຫັນດ້ວຍຕາຂອງທ່ານເອງ. ໃນທຸກຍຸກທຸກສະໄໝ, ເມື່ອ
ປະຊາຊົນໄດ້ເຮັດຕາມເທດສະການປັດສະຄາ ພະອື່ນໆທັງໝົດກໍ່ຈະຖືກທຳລາຍ ແລະຈະ
ສາມາດນະມັດສະການພະເຈົ້າແຕ່ອົງດຽວເທົ່ານັ້ນ ຈຶ່ງກາຍເປັນການປະຕິບັດຕາມຄຳສັ່ງຂໍ້ທຳອິດໄດ້.

ປັດຈຸບັນນີ້ກໍ່ເຊັ່ນດຽວກັນ, ຖ້າພວກທ່ານໄດ້ເຮັດຕາມເທດສະການປັດສະຄາຕາແຫ່ງຈິດ
ວິນຍານຂອງພວກທ່ານ ກໍ່ຈະຖືກເປີດອອກ ແລະທ່ານກໍ່ຈະຮູ້ວ່າ ຕົນເອງໄດ້ບູຊາຮູບໂຄ ລົບໂດຍບໍ່ຮູ້ຕົວແລະກໍ່ຈະກຽດຊັງຮູບໂຄລົບໃນຄິດສະຕະຈັກຕ່າງໆ. ເຫດສະນັ້ນຊາຕານບໍ່ ມັກທີ່ສຸດຄື ເທດສະການປັດສະຄາ. ຕັ້ງແຕ່ອາດີດຈົນເຖິງປັດຈຸບັນນີ້ ຊາຕານພະຍາຍາມ
ໃຊ້ກົນອຸບາຍຫຼາຍຢ່າງ ເພື່ອຈະທຳລາຍປັດສະຄາ. ເນື່ອງຈາກວ່າ ໃນເວລາທີ່ອົບພະຍົບ
ພະເຈົ້າຊົງກຳນົດໄວ້ວ່າ ຈະຊົງພິພາກສາພະທັງປວງໃນຄໍ່າຄືນຂອງເທດສະການປັດສະ
ຄາ ດັ່ງນັ້ນ, ໃນທຸກໆປີທີ່ໄດ້ເຮັດຕາມເທດສະການປັດສະຄາ ພະອື່ນໆຈຶ່ງບໍ່ສາມາດທີ່ຈະ
ລອດເຂົ້າມາໄດ້.

ໃນເທດສະການປັດສະຄາ ພະເຢຊູໄດ້ຊົງມອບເນື້ອກາຍ ແລະໂລຫິດຂອງພະອົງເອງ
ທີ່ຈະຖືກຄຶງທີ່ໄມ້ກາງແຂນ ໃຫ້ແກ່ບັນດາສາວົກຂອງພະອົງ.ໄດ້ຍຶດເອົາອຳນາດຂອງຊາ
ຕານແລະໃຫ້ແກ່ບັນດາສາວົກຂອງພະອົງດ້ວຍຄຳໝັ້ນສັນຍາໃໝ່ ດັ່ງນັ້ນຖ້າບັນດາສາວົກ ຂອງພະອົງເຮັດປະຕິບັດຕາມລະບຽບການແຫ່ງຄຳໝັ້ນສັນຍາໃໝ່ ຊາຕານຈະຖືກທຳລາຍ ແຕ່ຖ້າບໍ່ປະຕິບັດຕາມຄຳໝັ້ນສັນຍານີ້ ຊາຕານກໍ່ຈະຄວບຄຸມຄິດສະຕະຈັກຕ່າງໆ ແລະ
ຈະກົດຂີ່ຂົ່ມເຫັງປະຊາຊົນຂອງພະເຈົ້າ ເພື່ອບໍ່ໃຫ້ຮັບຄວາມພົ້ນ ແລະຍັງເຮັດໃຫ້ພວກເຮົາບໍ່ໃຫ້ຈົດຈຳວັນແຫ່ງການລະນຶກເຖິງພະຜູ້ຊ່ວຍໃຫ້ພົ້ນ.

ໂມເຊໄດ້ເວົ້າເຕືອນເທື່ອສຸດທ້າຍຕໍ່ໜ້າຊຸມນຸມຊົນອິດສະລາເອນທັງໝົດວ່າ ໃຫ້ລະວັງຜູ້
ປະກາດພະຄຳປອມທີ່ຈະເກີດຂຶ້ນຫຼັງຈາກລາວຕາຍ ດັ່ງຂໍ້ຄວາມລຸ່ມນີ້.

ພບຍ 13:5 ແຕ່ຈົ່ງລົງໂທດເຖິງຕາຍຜູ້ແກ້ຄວາມຝັນຫຼືຜູ້ທຳນວາຍໃດໆທີ່ບອກພວກເຈົ້າ
ໃຫ້ກະບົດຕໍ່ສູ້ພະຜູ້ເປັນເຈົ້າ ຜູ້ທີ່ໄດ້ຊ່ວຍກູ້ເອົາພວກເຈົ້າອອກມາຈາກເອຢິບ ບ່ອນທີ່ພວກ ເຈົ້າເຄີຍຕົກເປັນທາດ ຄົນຢ່າງນີ້ຊົ່ວຮ້າຍ ແລະພວມຜິປອງນຳພວກເຈົ້າ ໃຫ້ໜີຈາກທາງດຳເນີນຊີວິດທີ່ພະຜູ້ເປັນເຈົ້າໄດ້ສັ່ງໃຫ້ດຳເນີນ. ເພື່ອກຳຈັດຄວາມຊົ່ວຮ້າຍນີ້ໃຫ້ດັບສິ້ນໄປ ເຂົາຕ້ອງຖືກລົງໂທດໃຫ້ເຖິງຕາຍ.』

ໃນຂໍ້ຄວາມຂ້າງເທິງນີ້ ຜູ້ປະກາດພະຄຳປອມ ເປັນຜູ້ທີ່ກະບົດຕໍ່ພະເຈົ້າອົງທີ່ນຳພາຊາວ ອິດສະລາເອນຈາກດິນແດນ ເອຢິບເຊິ່ງເປັນດິນແດນແຫ່ງທາດດ້ວຍເທດສະການປັດສະ ຄາ ໝາຍຄວາມວ່າ ເປັນຜູ້ເຮັດໃຫ້ປະຊາຊົນບໍ່ໃຫ້ຮ່ວມຕິດຕາມເທດສະການປັດສະຄາ.

ໃນສະໄໝແຫ່ງຂ່າວປະເສີດສາວົກເປໂຕ ໄດ້ເຕືອນພວກເຮົາກ່ຽວກັບຜູ້ປະກາດພະຄຳປອມ ດັ່ງຂໍ້ຄວາມຕໍ່ໄປນີ້

2ປຕ 2:1 “ບັນດາຜູ້ປະກາດພະຄຳປອມໄດ້ເກີດມີຂຶ້ນ ໃນທ່າມກາງປະຊາຊົນສະໄໝ ກ່ອນສັນໃດ ກໍ່ຈະມີຜູ້ປະກາດພະຄຳປອມເກີດຂຶ້ນໃນທ່າມກາງພວກທ່ານສັນນັ້ນ. ພວກ ເຂົາຈະນຳເອົາຄຳສອນບໍ່ຈິງ ແລະເປັນການທຳລາຍມາໃຊ້ ແລະເຂົາຈະປະຕິເສດອົງຜູ້ ເປັນເຈົ້ານາຍທີ່ໄດ້ໄຖ່ພວກເຂົາ; ສະນັ້ນແຫຼະພວກເຂົາຈຶ່ງຈະຖືກນຳໄປສູ່ຄວາມຈິບຫາຍທັນທີ.

ໃນທີ່ນີ້,『ເຂົາຈະປະຕິເສດອົງຜູ້ເປັນເຈົ້ານາຍທີ່ໄດ້ໄຖ່ພວກເຂົາ』ໝາຍເຖິງພວກທີ່ໄດ້
ປະຕິເສດເທດສະການປັດສະຄາ ເຊິ່ງໄດ້ຖືກຕັ້ງຂຶ້ນມາດ້ວຍເສຍສະຫຼະຄັ້ງຍິ່ງໃຫຍ່ຂອງ ພະເຢຊູທີ່ເທິງໄມ້ກາງແຂນ. ແລະອັກຄະທູດໂປໂລໄດ້ບັນທຶກໄວ້ວ່າ

ຮລ 10:29 『ຄັນຊັ້ນຄົນທີ່ຢຽບຢໍ້າພະບຸດຂອງພະເຈົ້າເດ? ຜູ້ທີ່ຖືເລືອດແຫ່ງຄຳໝັ້ນສັນ ຍາຂອງພະເຈົ້າເຊິ່ງຊຳຮະຕົນນັ້ນ ໃຫ້ບໍລິສຸດນັ້ນວ່າ ໄຮ້ຄຸນຄ່າ ແລະໝິ່ນປະໝາດພະວິນ ຍານບໍລິສຸດທີ່ຊົງພະຄຸນແກ່ຕົນ. ຈົ່ງຄິດເອົາເຖີດວ່າ ຄົນນັ້ນຄວນຈະຖືກໂທດຮ້າຍແຮງສໍ່າ ໃດເດ!

‘ຜູ້ທີ່ຖືເລືອດແຫ່ງຄຳໝັ້ນສັນຍາຂອງພະເຈົ້າ ເຊິ່ງຊຳຮະຕົນໃຫ້ບໍລິສຸດນັ້ນວ່າໄຮ້ຄຸນຄ່າ ໝາຍຄວາມວ່າ ‘ຜູ້ດູໝິ່ນງານກິນລ້ຽງແຫ່ງເທດສະການປັດສະຄາ.’ ໃນທຸກມື້ນີ້, ຊາຕານ
ໄດ້ໃຊ້ພະລັງອຳນາດສຳລັບແຜນການທີ່ຊົ່ວຮ້າຍຕ່າງໆ ເພື່ອເອົາອຳນາດທີ່ຖືກຍາດເອົາໄປ
ໂດຍຜ່ານໄມ້ກາງແຂນຂອງພະເຢຊູຄືນມາ ແລະເພື່ອເຮັດໃຫ້ປະຊາຊົນຂອງພະເຈົ້າ ບໍ່ສາ
ມາດທີ່ຈະລະນຶກເຖິງວັນແຫ່ງພະຜູ້ຊ່ວຍໃຫ້ພົ້ນ ເຊິ່ງເປັນຜູ້ທີ່ເຮັດໃຫ້ພວກເຂົາບໍລິສຸດດ້ວຍໂລຫິດແຫ່ງພັນທະສັນຍາໄດ້. ການກະທຳເຊັ່ນນັ້ນເປັນຄວາມມຸ້ງໝາຍຂອງຊາຕານ ເພື່ອເຮົາຈະບໍ່ສາມາດເຂົ້າໃຈເຖິງພາລະກິດແຫ່ງຜູ້ກາງຂອງປະໂລຫິດໃຫຍ່ ທີ່ໄດ້ເຮັດໃນບ່ອນສັກສິດແຫ່ງອານາຈັກສະຫວັນ ແລະເຮັດໃຫ້ເຮົາບໍ່ສາມາດທີ່ຈະສື່ສານກັບພະອົງໄດ້.

ຊາຕານວາງແຜນການໄວ້ຢ່າງຫຼວງຫຼາຍ ຈົນກວ່າຄວບຄຸມຈິດວິນຍານຂອງພວກເຮົາ
ດ້ວຍສິ່ງຂອງຝ່າຍໂລກ ເພື່ອເຮັດໃຫ້ເຮົາບໍ່ໃຫ້ຄິດອອກໃນເລື່ອງທີ່ສຳຄັນທີ່ສຸດ, ສິ່ງທີ່ຈຳ ເປັນທີ່ຈະຕ້ອງມີສົນໃຈ. ຫົວໜ້າພັກພວກນັກຫຼອກລວງນັ້ນ ມີລັກສະນະພິເສດຄື ບໍ່ມັກ ຄວາມຈິງອັນຍິ່ງໃຫຍ່ທີ່ໄດ້ມີການເປີດເຜີຍຢ່າງຊັດເຈນໂດຍລິດທະນຸພາບຂອງຜູ້ກາງແລະ ການເສຍສະຫຼະແຫ່ງການໄຖ່ບາບ.

ບ່ອນສັກສິດເທິງແຜ່ນດິນໂລກນີ້ ເປັນເງົາຂອງບ່ອນສັກສິດໃນສະຫວັນ ພະເຢຊູຄິດຊົງ
ອະທິຖານຂໍເພື່ອປະຊາຊົນຂອງພະອົງຜູ້ທີ່ອາໄສຢູ່ເທິງແຜ່ນດິນໂລກນີ້ ໃນມື້ທີ່ພະເຈົ້າສຳ ເລັດຕາມເທດສະການ3ປາງ7ຊະນິດ(ຮລ 7:25, ລມ 8:26-27, ລມ 8:34, ອຊຢ53:
12) ຜູ້ທີ່ມີຄວາມເຂົ້າໃຈໃນເທດສະການນີ້ ແລະປະຕິບັດຕາມໃນເທດສະການນີ້ ຜູ້ນັ້ນກໍ່
ສາມາດສື່ສານກັບພະອົງໄດ້ ແລະພະອົງຈະຊົງໃຫ້ລູກຜູ້ທີ່ອາໄສຢູ່ໃນໂລກນີ້ຮູ້ສຶກເຖິງຈິດ
ໃຈຂອງພະບິດາແຫ່ງສະຫວັນ ແລະເຮັດໃຫ້ຈິດໃຈຂອງລູກຜູ້ທີ່ອາໄສຢູ່ໃນໂລກນີ້ ກັບໄປ ຫາພະບິດາແຫ່ງສະຫວັນ.

ເວົ້າອີກຢ່າງໜຶ່ງວ່າ ໃນມື້ພະ ພະເຢຊູໄດ້ຊົງສື່ສານກັບປະຊາຊົນຂອງພະອົງຕາມລະ
ບຽບການມື້ພະ ແລະໃນມື້ລຶບລ້າງບາບໃຫຍ່ ພະເຢຊູກໍ່ໄດ້ຊົງສື່ສານກັບປະຊາຊົນຂອງ
ພະອົງຕາມລະບຽບການຂອງມື້ລຶບລ້າງບາບໃຫຍ່ແລະໃນເທດສະການປັດສະຄາ ພະເຢຊູ ກໍ່ໄດ້ຊົງສື່ສານກັບປະຊາຊົນຂອງພະອົງ ຕາມລະບຽບການຂອງເທດສະການປັດສະຄາ
ເຊັ່ນດຽວກັນ ພະອົງຊົງສາມາດທີ່ຈະສື່ສານກັບປະຊາຊົນຂອງພະອົງໄດ້ໃນພິທີນະມັດສະ
ການສ່ວນຕົວ, ການອະທິຖານຢ່າງສະໝໍ່າສະເໝີໃນຕອນເຊົ້າ ແລະຕອນບ່າຍເຊິ່ງປຽບ
ທຽບກັບເຄື່ອງບູຊາປະຈຳວັນທີ່ຈະສື່ສານກັບພະອົງໄດ້. ແຕ່ວ່າໂດຍຜ່ານເທດສະການປັດ ສະຄາເທົ່ານັ້ນ ທີ່ຈະເຮັດໃຫ້ເຮົາໄດ້ຮັບການຊຳຮະໃຫ້ບໍລິສຸດ ເຊິ່ງພະເຢຊູໄດ້ຊົງໄຖ່ເຮົາ ໂດຍຜ່ານໂລຫິດອັນຊົງຄຸນຄ່າແຫ່ງເທດສະການປັດສະຄາ. ເພາະສະນັ້ນ, ບຸກຄົນໃດກໍ່
ຕາມທີ່ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ໃນພະປະສົງຂອງພະເຈົ້າ ຈຶ່ງມີຄວາມຈຳເປັນທີ່ຈະ
ຕ້ອງປະຕິບັດຕາມຫົນທາງແຫ່ງການໄດ້ຮັບພອນຈາກພະເຈົ້າໂດຍການຍຶດຖືເທດສະການ ປັດສະຄາດ້ວຍຄວາມບໍລິສຸດ.

5. ເທດສະການປັດສະຄາທີ່ສຳເລັດຄຳສັ່ງຂໍ້ທຳອິດ

ເທດສະການປັດສະຄາເປັນຄວາມຈິງຂອງພະເຈົ້າທີ່ເຊື່ອງຊ້ອນໄວ້ ຄືມີລິດອຳນາດແຫ່ງ ການພິພາກສາຊາຕານ(ອພຍ 12:12) ຍ້ອນເລື່ອງນີ້ ຊາຕານຈຶ່ງກຽດຊັງເທດສະການປັດ ສະຄາທີ່ສຸດໃນໂລກ. ແລະຖ້າມີໂອກາດມັນພະຍາຍາມໃຊ້ທຸກວິທີ ເພື່ອລຶບລ້າງເທດສະ
ການປັດສະຄາ ເຊິ່ງໄດ້ສົ່ງຜົນໃຫ້ຄວາມຈິງຂອງເທດສະການປັດສະຄາ ເພື່ອບໍ່ສາມາດທີ່ ຈະໃຫ້ແສງສະຫວ່າງເຜີຍອອກໄປທົ່ວໂລກໄດ້.

2ກທ 4:3-4 『ດ້ວຍວ່າ ຂ່າວປະເສີດທີ່ພວກເຮົາປະກາດຍາກທີ່ຈະເຂົ້າໃຈ ຂ່າວປະເສີດ
ນັ້ນກໍ່ຍາກສຳລັບພວກທີ່ກຳລັງເສຍໄປເທົ່ານັ້ນ. ເຂົາບໍ່ຍອມເຊື່ອເພາະວ່າພະຂອງແຜ່ນດິນ
ໂລກນີ້ເຮັດໃຫ້ຈິດໃຈຂອງເຂົາມືດໄປ ເພື່ອບໍ່ໃຫ້ເຂົາເຫັນ ແສງແຈ້ງທີ່ສ່ອງໃສ່ເຂົາຄື ແສງ
ແຈ້ງທີ່ມາຈາກຂ່າວປະເສີດກ່ຽວກັບ ສະຫງ່າລາສີຂອງພະຄິດອົງທີ່ເປັນແບບຄ້າຍຄືພະ ເຈົ້າ.

ຊາຕານໄດ້ເຮັດໃຫ້ຈິດໃຈຂອງປະຊາຊົນມືດມົວເຊິ່ງບໍ່ສາມາດທີ່ຈະໄຈ້ແຍກໄດ້ວ່າ ເປັນ
ຄວາມຈິງ ຫຼືເລື່ອງທີ່ຂີ້ຕົວະ ແລະຍັງໄດ້ຊັກນຳໃຫ້ພວກເຂົາປະຖິ້ມພະບັນຍັດອັນບໍລິສຸດ
ຂອງພະເຈົ້າ ຊາຕານຈຶ່ງໄດ້ເຮັດໃຫ້ຈິດວິນຍານຂອງມະນຸດມືດມົວ ຈົນບໍ່ສາມາດໄຈ້ແຍກ
ໄດ້ວ່າ ຈະຕ້ອງເຮັດຢ່າງໃດເພື່ອຈະປະຕິບັດຕາມຄຳສັ່ງຂໍ້ທຳອິດ, ບໍ່ໄປນະມັດສະການພະ
ອື່ນ. ແຕ່ວ່າພະເຢຊູໄດ້ຊົງສະເດັດມາສູ່ໂລກນີ້ ກໍ່ເພື່ອການທຳລາຍແຜນການທີ່ຊົ່ວຮ້າຍ
ຂອງຊາຕານ ແລະໃຫ້ແສງສະຫວ່າງແຫ່ງຄວາມຈິງແກ່ໂລກນີ້. ຊາຕານໄດ້ຫຼອກລວງພະ
ເຢຊູ ແລະທົດລອງວ່າ『ຖ້າເຈົ້າ(ພະເຢຊູ)ກົ້ມຂາບນະມັດສະການຂ້ອຍ(ຊາຕານ) ຈະໃຫ້
ອານາຈັກແຫ່ງໂລກນີ້ ກັບຄວາມຍິ່ງໃຫຍ່ທັງໝົດແກ່ເຈົ້າ』ແຕ່ພະເຢຊູໄດ້ຊົງໄລ່ການທົດ ລອງຂອງຊາຕານຢ່າງໜັກແໜ້ນວ່າ “ໜີໄປໃຫ້ໄກອ້າຍຊາຕານ! ມີຂຽນໄວ້ໃນພະຄຳພີວ່າ ຈົ່ງນະມັດສະການພະຜູ້ເປັນພະເຈົ້າຂອງເຈົ້າ ແລະກົ້ມລົງຮັບໃຊ້ແຕ່ພະອົງເທົ່ານັ້ນ!” (ມທ 4:8-10)

ແລ້ວຊາຕານຈຶ່ງໜີໄປຈາກພະເຢຊູ ດ້ວຍພະຄຳທີ່ຮຸນແຮງຂອງພະເຢຊູທີ່ວ່າ『ໜີໄປ ໃຫ້ໄກອ້າຍຊາຕານ! ຈົ່ງນະມັດສະການພະຜູ້ເປັນເຈົ້າອົງເປັນພະເຈົ້າຂອງເຈົ້າແລະກົ້ມລົງ
ຮັບໃຊ້ແຕ່ພະອົງເທົ່ານັ້ນ! 』ພະຄຳທີ່ຂັບໄລ່ອຳນາດຂອງຊາຕານນີ້ເປັນຄຳສັ່ງຂໍ້ທຳອິດໃນ
ຄຳສັ່ງຂອງພະເຈົ້າ(ອພຍ 20:3). ຄຳສັ່ງຂໍ້ທຳອິດ ຈຶ່ງໄດ້ສຳເລັດດ້ວຍການປະຕິບັດຕາມເທດສະການປັດສະຄາ ເຊິ່ງເປັນຂໍ້ຄຳສັ່ງທີ່ຊາຕານກຽດຊັງທີ່ສຸດ. ຍ້ອນໄດ້ຍິນສຽງຮ້ອງ ຂອງພະເຢຊູທີ່ໄດ້ປະກາດຄຳສັ່ງຂໍ້ທໍາອິດ, ຊາຕານຈຶ່ງໄດ້ແລ່ນໜີໄປດ້ວຍຄວາມຢ້ານກົວ ຈົນຕົວສັ່ນ.

ບັດນີ້, ຂໍໃຫ້ເຮົາມາພິຈາລະນາເບິ່ງວ່າ ເປັນຫຍັງຄຳສັ່ງຂໍ້ທຳອິດ ຈຶ່ງແມ່ນເທດສະການ ປັດສະຄາ,ແລະໂດຍເທດສະການປັດສະຄາຈະສາມາດພິພາກສາພະທັງປວງໄດ້ແນວໃດ.
ຄຳສັ່ງຂໍ້ທຳອິດທີ່ວ່າ『ຢ່ານະມັດສະການພະອື່ນນອກຈາກເຮົາແຕ່ເທົ່ານັ້ນ』(ອພຍ 20:3) ຂໍ້ຄວາມນີ້ມີຄຳສັ່ງສອງຂໍ້ ທີ່ບັນຈຸຢູ່ກໍ່ຄື “ຢ່ານະມັດສະການພະອື່ນໃດ” ແລະ “ພຽງແຕ່ນະ ມັດສະການໃຫ້ແກ່ເຮົາເທົ່ານັ້ນ”. ດັ່ງນັ້ນ, ວິທີນະມັດສະການພະເຈົ້າພະອົງດຽວ ໂດຍທີ່ບໍ່ ໄປຮັບໃຊ້ພະອື່ນນັ້ນ, ເປັນຄຳສັ່ງຂໍ້ທຳອິດຄື ການຖວາຍກຽດແກ່ພະເຢໂຮວາໃນມື້ປັດສະຄາ ເພາະວ່າໃນມື້ນັ້ນພະເຈົ້າຊົງຊ່ວຍປະຊາຊົນຜູ້ທີ່ຕ້ອງຕາຍຕະຫຼອດໄປໃນດິນແດນເອ ຢິບທີ່ໄດ້ຕົກເປັນທາດ.

ຄຳສັ່ງທີ່ວ່າ『ຢ່ານະມັດສະການພະອື່ນໃດ ນອກຈາກເຮົາແຕ່ເທົ່ານັ້ນ』 ບໍ່ໄດ້ເປັນຂໍ້ຄຳ ສັ່ງທີ່ຜະເດັດການຂອງພະເຈົ້າ. ຮັບໃຊ້ແຕ່ພະອົງພຽງຜູ້ດຽວແລະຢ່າຮັບໃຊ້ພະອື່ນນັ້ນ ທັງ ໝົດນີ້ມີເຫດຜົນທີ່ພວກເຮົາຕ້ອງຮັບໃຊ້ພະເຈົ້າກໍ່ຄື ພະອົງໄດ້ຊົງກ່າວໄວ້ວ່າ “ຈົ່ງຈົດຈຳມື້
ນີ້ ເປັນມື້ທີ່ພວກເຈົ້າທັງຫຼາຍໄດ້ອົບພະຍົບອອກມາຈາກເອຢິບບ່ອນທີ່ພວກເຈົ້າຕົກເປັນ ທາດ.” (ທຽບໃສ່ ອພຍ13:3-10,12-17) ຍ້ອນເຫດຜົນນີ້ ຈົ່ງລະນຶກເຖິງມື້ທີ່ພະອົງຊ່ວຍ
ໃຫ້ເປັນເທດສະການຂອງພະເຈົ້າແລະຕັ້ງໄວ້ໃຫ້ເປັນພະບັນຍັດຊົ່ວນິລັນພ້ອມທັງປະຕິບັດ
ຕາມສຶບໆໄປ(ອພຍ 12:14).  

ດັ່ງນັ້ນ, ເມື່ອພະເຈົ້າໄດ້ຊົງປະກາດຖ້ອຍຄຳກ່ຽວກັບຄຳສັ່ງຂໍ້ທຳອິດ ແລະປະກາດກ່ຽວ
ກັບເທດສະການປັດສະຄາ ພະອົງໄດ້ຊົງກ່າວເລີ່ມຕົ້ນເໝືອນກັນຕາມຂໍ້ຄວາມດັ່ງຕໍ່ໄປນີ້.『ເຮົາແມ່ນພະຜູ້ເປັນເຈົ້າອົງເປັນພະເຈົ້າຂອງພວກເຈົ້າ ຜູ້ທີ່ໄດ້ນຳພາເຈົ້າອອກມາຈາກ ເອຢິບບ່ອນທີ່ເຈົ້າເຄີຍຕົກເປັນທາດ ຢ່ານະມັດສະການພະອື່ນ ແຕ່ຈົ່ງນະມັດສະການເຮົາ ແຕ່ຜູ້ດຽວເທົ່ານັ້ນ』 (ພບຍ 5:6-7, ອພຍ 20:2-3) ແລະເມື່ອພະເຈົ້າໄດ້ຊົງກ່າວເຖິງ ເທດສະການປັດສະຄາ ພະອົງກໍ່ຊົງເລີ່ມກ່າວຖ້ອຍຄຳອັນດຽວກັນຄື『ຈົ່ງຈົດຈຳມື້ນີ້ເປັນມື້
ທີ່ພວກເຈົ້າທັງຫຼາຍໄດ້ອົບພະຍົບອອກມາຈາກເອຢິບ ບ່ອນທີ່ພວກເຈົ້າຕົກເປັນທາດນັ້ນ.
ມື້ນີ້ເປັນມື້ທີ່ພະຜູ້ເປັນເຈົ້າໄດ້ນຳພາພວກເຈົ້າ ອອກມາໂດຍລິດອຳນາດອັນຍິ່ງໃຫຍ່ຂອງ ພະອົງ』(ອພຍ 13:3-10, 12-17, ພບຍ 16:1-17) ໝາຍຄວາມວ່າ“ເຮົາຄືພະຜູ້ຊ່ວຍ
ໃຫ້ພົ້ນ ຜູ້ທີ່ໄດ້ນຳເຈົ້າອອກມາຈາກເອຢິບບ່ອນທີ່ພວກເຈົ້າຕົກເປັນທາດນັ້ນ ດ້ວຍມືແຫ່ງ
ລິດອຳນາດອັນຍິ່ງໃຫຍ່. ດັ່ງນັ້ນ, ຢ່ານະມັດສະການພະອື່ນໃດ ແຕ່ຈົ່ງນະມັດສະການເຮົາແຕ່ຜູ້ດຽວເທົ່ານັ້ນ ດ້ວຍການຈົດຈຳມື້ທີ່ເຮົາຊ່ວຍພວກເຈົ້າ”.

ມີຄົນຈຳນວນບໍ່ຫຼາຍປານໃດ ທີ່ມີຄວາມເຂົ້າໃຈໃນພະບັນຍັດຂໍ້ທຳອິດໄດ້ຢ່າງຖືກຕ້ອງ. ຄວາມເລິກລັບຍິ່ງໃຫຍ່ທີ່ສຸດ ກໍ່ບັນຈຸຢູ່ໃນຄຳສັ່ງຂໍ້ທຳອິດ. ເຫດສະນັ້ນ, ຄົນທົ່ວໄປສ່ວນ ຫຼາຍແລ້ວຮູ້ຄຳສັ່ງຂໍ້ທຳອິດ ແຕ່ບໍ່ຮູ້ທິດສະດີຂອງຄຳສັ່ງຂໍ້ທຳອິດ. ດັ່ງນັ້ນເມື່ອທຳມະຈານຄົນ
ໜຶ່ງຢາກທົດລອງພະເຢຊູ ໂດຍໃຊ້ຄຳຖາມທີ່ວ່າ “ຖ້າເຈົ້າເປັນຜູ້ປະກາດພະຄຳແທ້ເຈົ້າ ຮູ້ ບໍ່ຄຳສັ່ງຂໍ້ສຳຄັນທີ່ສຸດໃນພະບັນຍັດແມ່ນຂໍ້ໃດ?” ດັ່ງທີ່ໄດ້ມີບັນທຶກໄວ້ວ່າ

ມທ 22:35-40 『ແລະຄົນໜຶ່ງໃນພວກເຂົາທີ່ເປັນທຳມະຈານກໍ່ຜິປອງຈັບຜິດພະອົງໂດຍຖາມວ່າ ອາຈານເຈົ້າຂ້າ ຄຳສັ່ງຂໍ້ສຳຄັນທີ່ສຸດໃນພະບັນຍັດແມ່ນຂໍ້ໃດ? ພະເຢຊູຕອບວ່າ “ຈົ່ງຮັກພະຜູ້ເປັນເຈົ້າອົງເປັນພະເຈົ້າຂອງເຈົ້າດ້ວຍສຸດຫົວໃຈ, ດ້ວຍສຸດຈິດແລະດ້ວຍສຸດຄວາມຄິດຂອງເຈົ້າ ນີ້ແມ່ນຄຳສັ່ງຂໍ້ໃຫຍ່ແລະຂໍ້ສຳຄັນທີ່ສຸດ…

ຖ້າດັ່ງນັ້ນ, ໃນຂໍ້ຄວາມຂອງຜູ້ປະກາດພະຄຳທັງໝົດທີ່ບັນທຶກໄວ້ທີ່ວ່າ “ຜູ້ໃດທີ່ຮັກພະ ເຈົ້າ ກໍ່ຈົ່ງຮັກດ້ວຍສຸດຈິດສຸດໃຈຂອງເຈົ້າແລະດ້ວຍສຸດຄວາມຄິດຂອງເຈົ້າ” ໃຜເປັນຜູ້ຮັກສາຂໍ້ຄຳສັ່ງຂອງພະເຈົ້າໃນຂໍ້ທຳອິດນີ້? ເມື່ອພວກເຮົາພິຈາລະນາເບິ່ງໃນພະຄຳພີແລ້ວ ຜູ້ທີ່ຖືກຂຽນເອົາໄວ້ຢ່າງຈະແຈ້ງຜູ້ນັ້ນກໍ່ຄື ກະສັດໂຢຊີຢາຜູ້ດຽວເທົ່ານັ້ນ.

2ກສດ 23:25 『ບໍ່ເຄີຍມີກະສັດຄົນໃດຄືເພິ່ນທີ່ປົກຄອງມາກ່ອນທີ່ໄດ້ຮັບໃຊ້ພະຜູ້ເປັນເຈົ້າ ດ້ວຍສຸດໃຈ, ດ້ວຍສຸດຈິດ ແລະດ້ວຍສຸດກຳລັງໂດຍເຊື່ອຟັງບັນຍັດທັງໝົດຂອງໂມເຊ; ບໍ່ມີກະສັດຄົນໃດທີ່ເຮັດຄືເພິ່ນໃນເວລາຕໍ່ມາ.

ກະສັດໂຢຊີຢາໄດ້ຖືກເອີ້ນວ່າ ເປັນກະສັດທີ່ເຊື່ອຟັງບັນຍັດທັງໝົດຂອງໂມເຊ, ໄດ້ເຮັດ
ຕາມເທດສະການປັດສະຄາ ເຊິ່ງເປັນຄຳສັ່ງຂໍ້ທຳອິດຂອງພະເຈົ້າດ້ວຍສຸດຈິດສຸດໃຈແລະ ສຸດກຳລັງນີ້ຄື ຄວາມສຳເລັດຄັ້ງຍິ່ງໃຫຍ່ໃນຊີວິດຂອງລາວ. ດັ່ງທີ່ມີບັນທຶກໄວ້ວ່າ

2ກສດ 23:21-25 ກະສັດໂຢຊີຢາໄດ້ສັ່ງປະຊາຊົນໃຫ້ສະເຫຼີມສະຫຼອງປັດສະຄາ ເພື່ອ ຍົກຍໍໃຫ້ກຽດພະຜູ້ເປັນເຈົ້າອົງເປັນພະເຈົ້າຂອງພວກເຂົາ ຕາມທີ່ໄດ້ມີຂຽນໄວ້ໃນປຶ້ມແຫ່ງ
ຄຳໝັ້ນສັນຍາ ນັບຕັ້ງແຕ່ສະໄໝພວກຜູ້ປົກຄອງມາ ກໍ່ຍັງບໍ່ມີກະສັດແຫ່ງອິດສະລາເອນ
ຫຼືແຫ່ງຢູດາຄົນໃດທີ່ໄດ້ສະເຫຼີມສະຫຼອງປັດສະຄາແບບນີ້ ໃນທີ່ສຸດໃນລາຊະການປີທີສິບ ແປດຂອງກະສັດໂຢຊີຢາ ເພິ່ນໄດ້ຈັດໃຫ້ມີການສະເຫຼີມສະຫຼອງປັດສະຄາທີ່ກຸງເຢລູຊາ ເລັມ.

ດັ່ງທີ່ທ່ານໄດ້ເຫັນການກະທຳຂອງກະສັດໂຢຊີຢາ, ພະເຢຊູກໍ່ຊົງໄດ້ພິຍານໄວ້ຢ່າງຈະ ແຈ້ງວ່າ ເທດສະການປັດສະຄາເປັນຄຳສັ່ງຂໍ້ທຳອິດຂອງພະເຈົ້າ.『ຈົ່ງຮັກພະຜູ້ເປັນເຈົ້າ
ອົງເປັນພະເຈົ້າຂອງເຈົ້າດ້ວຍສຸດຫົວໃຈ, ດ້ວຍສຸດຈິດແລະດ້ວຍສຸດຄວາມຄິດຂອງເຈົ້າ』
(ທຽບໃສ່ ມທ22:37-39, 2ກສດ23:21-25) ຖ້ອຍຄຳທີ່ພະອົງໄດ້ກ່າວໄວ້ນັ້ນ ໄດ້ຊີ້ໃຫ້ ເຫັນວ່າ ນີ້ຄືເທດສະການປັດສະຄາ.

ເມື່ອໂມເຊໄດ້ກ່າວກ່ຽວກັບ ເທດສະການປັດສະຄາຕໍ່ໜ້າຊຸມນຸມຊົນທັງໝົດຂອງຊາວ ອິດສະລາເອນເຊິ່ງກ່າວໄວ້ດັ່ງນີ້

ພບຍ 6:4-9 『ຊາດອິດສະລາເອນເອີຍ ຈົ່ງຈົດຈໍາສິ່ງນີ້ໄວ້ໃຫ້ດີ! ພະຜູ້ເປັນເຈົ້າແລະພະຜູ້
ເປັນເຈົ້າແຕ່ອົງດຽວເທົ່ານັ້ນ ເປັນພະເຈົ້າຂອງພວກເຮົາ. ຈົ່ງຮັກພະຜູ້ເປັນເຈົ້າອົງເປັນພະ ເຈົ້າຂອງເຈົ້າດ້ວຍສຸດຫົວໃຈ ດ້ວຍສຸດຈິດ ແລະດ້ວຍສຸດເຫື່ອແຮງຂອງເຈົ້າ. ຢ່າລືມໄລ
ຈັກເທື່ອຂໍ້ຄຳສັ່ງທີ່ຂ້າພະເຈົ້າພວມມອບໃຫ້ພວກເຈົ້າໃນມື້ນີ້. ຈົ່ງສັ່ງສອນລູກເຕົ້າຂອງພວກ ເຈົ້າໃຫ້ຮຽນຮູ້ເອົາ. ໃຫ້ພວກເຈົ້າເວົ້າຫຼຳໄປຫຼຳມາບໍ່ວ່າເມື່ອຢູ່ໃນເຮືອນຫຼືທ່ຽວທາງກໍ່ດີ ເມື່ອ ພັກຜ່ອນຫຼືເຮັດວຽກກໍ່ດີ. ຈົ່ງຜູກມັນໄວ້ທີ່ແຂນ ແລະແຂວນມັນໄວ້ທີ່ໜ້າຜາກເພື່ອເປັນສິ່ງ ເຕືອນໃຈ. ຈົ່ງຂຽນມັນໄວ້ຢູ່ຕາມປະຕູເຮືອນ ແລະທີ່ປະຕູຮົ້ວຂອງພວກເຈົ້າ.

ຖ້ອຍຄໍາທີ່ວ່າ『ຈົ່ງຜູກມັນໄວ້ທີ່ແຂນ ແລະແຂວນມັນໄວ້ທີ່ໜ້າຜາກ ເພື່ອເປັນສິ່ງເຕືອນ ໃຈ』ໝາຍເຖິງ ‘ເປັນໝາຍສຳຄັນໃນການລະນຶກເຖິງເທດສະການປັດສະຄາ.’

ອພຍ 13:9-10 『ການຍຶດຖືນີ້ຈະເປັນສິ່ງເຕືອນໃຈຂອງພວກເຈົ້າ ເໝືອນສິ່ງໜຶ່ງທີ່ຜູກໄວ້ ໃນແຂນ ຫຼືແຂວນໄວ້ທີ່ໜ້າຜາກ. ມັນຈະເຕືອນພວກເຈົ້າໃຫ້ສຶບຕໍ່ເລົ່າ ແລະສຶກສາບັນຍັດ ຂອງພະເຈົ້າ; ເພາະວ່າພະຜູ້ເປັນເຈົ້າໄດ້ນຳພວກເຈົ້າອອກມາຈາກເອຢິບໂດຍລິດອຳນາດ
ອັນຍິ່ງໃຫຍ່ຂອງພະອົງ ຈົ່ງສະຫຼອງເທດສະການນີ້ທຸກໆປີເມື່ອກຳນົດມາເຖິງ.

ເພາະສະນັ້ນ,『ຈົ່ງຮັກພະຜູ້ເປັນເຈົ້າຂອງເຈົ້າດ້ວຍສຸດຫົວໃຈ ດ້ວຍສຸດຈິດ ແລະດ້ວຍ
ສຸດເຫື່ອແຮງຂອງເຈົ້າ』ຖ້ອຍຄຳນີ້ກ່າວເຖິງເທດສະການປັດສະຄາ. ຖ້າພິຈາລະນາຖ້ອຍ ຄຳທີ່ວ່າ『ຢ່ານະມັດສະການພະອື່ນ ນອກຈາກເຮົາແຕ່ເທົ່ານັ້ນ』 ກໍ່ສາມາດຮູ້ຈັກໄດ້ວ່າ ຄຳສັ່ງຂໍ້ທຳອິດນັ້ນແມ່ນກ່າວເຖິງເທດສະການປັດສະຄາ.   

ເທດສະການປັດສະຄາຂອງພະເຈົ້າຈຶ່ງກາຍເປັນຄຳສັ່ງຂໍ້ທຳອິດ ອັນເປັນເງື່ອນໄຂເຮັດ ໃຫ້ພວກເຮົານະມັດສະການແກ່ພະເຈົ້າພຽງແຕ່ອົງດຽວເທົ່ານັ້ນ ຜູ້ທີ່ໄດ້ນຳພາພວກເຮົາ ອອກມາຈາກເອຢິບດິນແດນແຫ່ງການຕົກເປັນທາດ. ເພາະວ່າຖ້າພວກເຮົາປະຕິບັດຕາມ ເທດສະການປັດສະຄາຂອງພະເຈົ້າ ພະອື່ນໆຈຶ່ງຈະຖືກທຳລາຍ, ແຕ່ຖ້າບໍ່ປະຕິບັດຕາມ ເທດສະການປັດສະຄາ ພະອື່ນໆກໍ່ຈະບຸກເຂົ້າມາໂດຍທີ່ເຮົາບໍ່ຮູ້ສຶກຕົວ. ດັ່ງທີ່ບັນທຶກໄວ້ ວ່າ

ອພຍ 12:12 『ໃນຄືນນັ້ນ ເຮົາຈະຜ່ານດິນແດນເອຢິບໄປ ເພື່ອຂ້າລູກຊາຍກົກຂອງມະ ນຸດ ແລະລູກສັດໂຕເຖິກຫົວປີທຸກໆໂຕ ແລະເພື່ອລົງໂທດບັນດາພະທັງໝົດຂອງຊາວເອຢິບ ເຮົາແມ່ນພະຜູ້ເປັນເຈົ້າ.(ຈຊບ 33:4)

ບາງຄົນອາດຈະຄິດກ່ຽວກັບຄຳເວົ້າທີ່ວ່າ『ລົງໂທດບັນດາພະທັງໝົດ』ນີ້ໄດ້ເວົ້າເຖິງ
ພຽງແຕ່ໃນຄາວທີ່ອົບພະຍົບເທົ່ານັ້ນ. ແຕ່ເມື່ອຊາວອິດສະລາເອນບໍ່ເຮັດຕາມປັດສະຄາ
ພວກເຂົາກໍ່ນຳເອົາພະອື່ນມານັບຖື ທັງສ້າງບ່ອນໂຄລົບບູຊາ ແລະສ້າງເສົາສັກສິດເຈົ້າແມ່ ອາເຊລາ ແລະໄດ້ບົວລະບັດຮັບໃຊ້ພະບາອານເຊິ່ງເປັນຜົນເຮັດໃຫ້ໝໍຜີ, ໝໍມໍ…ມີຈຳນວນ ເພີ່ມຂຶ້ນຫຼາຍ. ແຕ່ເມື່ອພວກເຂົາໄດ້ເຮັດຕາມປັດສະຄາອີກຄັ້ງໜຶ່ງໂດຍຜ່ານຜູ້ປະກາດພະ ຄຳທີ່ພະເຈົ້າໄດ້ສົ່ງມາ, ພະອື່ນໆທັງໝົດ ແລະຮູບໂຄລົບກໍ່ໄດ້ຖືກທຳລາຍຢ່າງໝົດສິ້ນ ພ້ອມທັງພວກໝໍມໍ, ໝໍຜີ ກໍ່ໄດ້ຖືກທຳລາຍເຊັ່ນດຽວກັນ.

ໃນສະໄໝຂອງກະສັດເຮເສກີຢາ ແລະກະສັດໂຢຊີຢາ ເນື່ອງຈາກວ່າເທດສະການຂອງ
ພະເຈົ້າບໍ່ໄດ້ມີການສະຫຼອງມາເປັນເວລາດົນນານແລ້ວ ຈຶ່ງໄດ້ເຮັດໃຫ້ທົ່ວປະເທດເຕັມໄປ ດ້ວຍຮູບໂຄລົບ ແຕ່ພາຍຫຼັງທີ່ໄດ້ພົບເຫັນພະບັນຍັດຂອງພະເຈົ້າໃນພະວິຫານຂະນະທີ່
ສ້ອມແປງພະວິຫານທີ່ໄດ້ເພພັງ ຈຶ່ງໄດ້ປະຕິບັດຕາມປັດສະຄາອີກຄັ້ງໜຶ່ງ, ເມື່ອປະຕິບັດ
ຕາມເທດສະການປັດສະຄາ ພະອົງໄດ້ຊົງເປີດຕາແຫ່ງຈິດວິນຍານໃຫ້ ຫຼັງຈາກນັ້ນເພິ່ນ
ຈຶ່ງໄດ້ທຳລາຍ ໝໍຜີ, ໝໍມໍ, ພະປະຈຳ ເຮືອນ, ຮູບໂຄລົບ ແລະທຸກສິ່ງທີ່ໃຊ້ຂາບໄຫວ້ພະ ຕ່າງຊາດທີ່ເຕັມໄປທົ່ວເມືອງຢູດາ ແລະເຢລູຊາເລັມ (2ກສດ 23:23-24,2ຂຄວ 30:1-
5,31:1). ຫຼັງຈາກປະຕິບັດຕາມເທດສະການປັດສະຄາແລ້ວ ບັນດາປະໂລຫິດກໍ່ໄດ້ອະທິ ຖານເພື່ອປະຊາຊົນ ຄຳອະທິຖານນັ້ນກໍ່ດັ່ງຂຶ້ນໄປເຖິງສະຫວັນ.

2ຂຄວ 30:27 『ພວກປະໂລຫິດ ແລະຊາວເລວີໄດ້ຂໍພະຜູ້ເປັນເຈົ້າອວຍພອນປະຊາຊົນ. ພະເຈົ້າຜູ້ສະຖິດຢູ່ໃນສະຫວັນ ຍິນສຽງອ້ອນວອນຂອງພວກເຂົາ ແລະພະອົງຈຶ່ງຮັບເອົາ ຄຳອ້ອນວອນເຫຼົ່ານັ້ນ.

ເນື່ອງຈາກວ່າ ກະສັດເຮເສກີຢາ ແລະກະສັດໂຢຊີຢາ ບໍ່ໄດ້ປະຕິບັດຕາມມື້ປັດສະຄາ
ເປັນເວລາດົນນານແລ້ວ ກ່ອນຈະເຂົ້າໃຈເຖິງເທດສະການປັດສະຄາ ພວກເຂົານັບຖືຮູບ ໂຄລົບໂດຍທີ່ບໍ່ຮູ້ວ່າຕົນເອງຮັບໃຊ້ຮູບໂຄລົບຈົນເຖິງບັດນີ້. ດ້ວຍການປະຕິບັດຕາມເທດ ສະການປັດສະຄາຂອງພະເຈົ້າ ເພິ່ນໄດ້ທຳລາຍພະອື່ນທັງໝົດນັ້ນກໍ່ຍ້ອນວ່າ ເມື່ອສະໄໝ ທີ່ອົບພະຍົບນັ້ນ ພະເຈົ້າໄດ້ຊົງຕັ້ງມື້ປັດສະຄາໄວ້ແລ້ວວ່າ ເປັນມື້ແຫ່ງການລົງໂທດບັນດາ ຮູບໂຄລົບ. ເມື່ອໃດກໍ່ຕາມ, ຖ້າປະຊາຊົນຂອງພະເຈົ້າໄດ້ເຮັດຕາມເທດສະການປັດສະຄາ
ພະອື່ນໆທັງໝົດກໍ່ຈະຖືກທຳລາຍ ແລະຮັບຕັດສິນລົງໂທດ, ຖ້າບໍ່ປະຕິບັດຕາມເທດສະ ການປັດສະຄາ ກໍ່ໄດ້ຂາບໄຫວ້ໃຫ້ແກ່ບັນດາພະອື່ນໂດຍບໍ່ຮູ້ສຶກຕົວ.

ເປັນເວລາດົນນານແລ້ວ ເມື່ອກະສັດເຢໂລໂບອາມແຫ່ງອິດສະລາເອນໄດ້ຫ້າມປະຊາ
ຊົນບໍ່ໃຫ້ສະຫຼອງເທດສະການຂອງພະເຈົ້າ ລາວໄດ້ສ້າງຮູບງົວຄຳສອງໂຕ ແລະເອົາໄປ
ໄວ້ທີ່ເບັດເອັນໂຕໜຶ່ງ ແລະອີກໂຕໜຶ່ງເອົາໄປໄວ້ທີ່ເມືອງດານ ແລ້ວກ່າວແກ່ປະຊາຊົນວ່າ 『ພວກເຈົ້າໄດ້ໄປນະມັດສະການທີ່ກຸງເຢລູຊາເລັມເປັນເວລາດົນນານພໍສົມຄວນ. ປະຊາ
ຊົນອິດສະລາເອນເອີຍ! ນີ້ເດຄືບັນດາພະຂອງພວກເຈົ້າທີ່ໄດ້ນຳພວກເຈົ້າອອກມາຈາກເອ
ຢິບ.』(1ກສດ 12:25-33). ແມ່ນແຕ່ໃນທຸກໆມື້ນີ້ ຖ້າພວກເຮົາບໍ່ໄດ້ປະຕິບັດຕາມມື້ທີ່
ພະເຢຊູຊົງໄດ້ຕັ້ງຂຶ້ນ ພວກເຮົາກໍ່ຈະຮ່ວມສະຫຼອງໃນວັນຕ່າງໆ ທີ່ໄດ້ຖືກກຳນົດຂຶ້ນມາ ໂດຍມະນຸດ ເໝືອນດັ່ງເປັນວັນບໍລິສຸດ. ນີ້ຄືຮູບໂຄລົບ. ກ່ຽວກັບເລື່ອງນີ້ຜູ້ປະກາດພະຄຳ ເອເສກຽນກໍ່ໄດ້ບັນທຶກໄວ້ວ່າ

ອສກ 11:12 『ພວກເຈົ້າຈະຮູ້ວ່າເຮົາແມ່ນພະຜູ້ເປັນເຈົ້າ ແລະທັງຈະຮູ້ວ່າ ໃນຂະນະທີ່ ພວກເຈົ້າຍຶດຖືກົດໝາຍຕ່າງໆຂອງຊົນຊາດໃກ້ຄຽງນັ້ນ ພວກເຈົ້າໄດ້ລະເມີດບັນຍັດທັງ ຫຼາຍຂອງເຮົາ ແລະບໍ່ຍອມເຊື່ອຟັງຂໍ້ຄຳສັ່ງຂອງເຮົາ ລາວໄດ້ກ່າວຕິຕຽນໄວ້ດັ່ງນີ້

ເມື່ອປະຊາຊົນບໍ່ໄດ້ປະຕິບັດຕາມກົດບັນຍັດທີ່ພະເຈົ້າໄດ້ຊົງຕັ້ງຂຶ້ນ ກໍ່ຈະປະຕິບັດຕາມມື້ສະຫຼອງຢ່າງອື່ນຄື ເຮັດຕາມທຳນຽມຂອງຊາວຕ່າງຊາດ ບໍ່ແມ່ນພຽງແຕ່ສະໄໝກ່ອນ ແຕ່ໃນປັດຈຸບັນນີ້ກໍ່ເຊັ່ນກັນ. ເຫດສະນັ້ນ, ເມື່ອເຮົາບໍ່ໄດ້ປະຕິບັດຕາມເທດສະການປັດສະຄາຕາມພະບັນຍັດທີ່ພະເຈົ້າກຳນົດໄວ້ ເຮົາກໍ່ຈະນະມັດສະການໃຫ້ແກ່ພະອື່ນ.

ບາງຄົນເວົ້າວ່າ ເທດສະການປັດສະຄາເປັນເທດສະການຂອງຊາວອິດສະລາເອນຝ່າຍ
ຮ່າງກາຍເທົ່ານັ້ນ ແຕ່ວ່າໃນປັດຈຸບັນນີ້ໄດ້ລຶບລ້າງໄປແລ້ວໂດຍໄມ້ກາງແຂນສຳລັບພວກ
ເຮົາ. ໃນສະໄໝພັນທະສັນຍາເດີມກໍ່ເຊັ່ນດຽວກັນ, ບັນດາຜູ້ທີ່ບໍ່ໄດ້ປະຕິບັດຕາມເທດສະ
ການປັດສະຄາໄດ້ຄິດວ່າ ເທດສະການປັດສະຄາມີຄວາມຈຳເປັນ ສະເພາະເມື່ອຄາວທີ່ ອອກມາຈາກເອຢິບເທົ່ານັ້ນ ແຕ່ດຽວນີ້ຕ້ອງຮັບໃຊ້ພະເຈົ້າດ້ວຍວິທີທີ່ດີກວ່າ ດ້ວຍເຫດນີ້ ພວກເຂົາຈຶ່ງສ້າງຮູບໂຄລົບແລະຮັບໃຊ້. ໃນປັດຈຸບັນນີ້ກໍ່ເຊັ່ນດຽວກັນ, ຖ້າພວກເຮົາບໍ່ເຂົ້າ ໃຈກ່ຽວກັບແຜນການແຫ່ງການຊ່ວຍໃຫ້ພົ້ນຂອງພະເຈົ້າ ເຮົາກໍ່ອາດຈະຄິດແບບກັນນັ້ນ. ໃນຄວາມເປັນຈິງແລ້ວ, ເທດສະການປັດສະຄາ ບໍ່ພຽງແຕ່ເປັນວັນແຫ່ງການຊ່ວຍໃຫ້ພົ້ນ ຂອງຊາວອິດສະລາເອນຝ່າຍຮ່າງກາຍເທົ່ານັ້ນ ແຕ່ຍັງເປັນມື້ສຳຄັນແຫ່ງການຊ່ວຍໃຫ້ພົ້ນຂອງຊາວອິດສະລາເອນຝ່າຍຈິດວິນຍານໃນທັງທົ່ວໂລກ.

ໃນສະໄໝພັນທະສັນຍາເດີມ ຊາວອິດສະລາເອນອອກຈາກເອຢິບໄດ້ໂດຍຜ່ານເທດສະ ການປັດສະຄາ ແລະເຂົ້າສູ່ການາອານໄດ້ກໍ່ໂດຍຜ່ານເທດສະການປັດສະຄາ ແຕ່ຄວາມ ຈິງແລ້ວ ເທດສະການປັດສະຄານີ້ ບໍ່ໄດ້ຕັ້ງໄວ້ເພື່ອຊາວອິດສະລາເອນສຳລັບຝ່າຍຮ່າງ
ກາຍທີ່ຈະສູນຫາຍໄປ ແຕ່ໄດ້ຕັ້ງໄວ້ເພື່ອຊາວອິດສະລາເອນທາງຝ່າຍຈິດວິນຍານ.ດັ່ງນັ້ນ ຈຶ່ງເອີ້ນວ່າ ເປັນຄືນແຫ່ງປັດສະຄາ(ຄືນຂອງພະເຢໂຮວາ) (ອພຍ 12:42)

ເທດສະການປັດສະຄາທີ່ຍຶດຖືໃນເອຢິບເປັນການແບບແລະເງົາ, ແລະພະອົງໄດ້ຊົງສຳ ເລັດກາຍເປັນຈິງໂດຍການຕັ້ງຄໍາໝັ້ນສັນຍາໃໝ່ຄື ພະບັນຍັດຂໍ້ໃໝ່ ດ້ວຍການປະຕິບັດ ຕາມເທດສະການປັດສະຄາເທື່ອສຸດທ້າຍກັບສາວົກ(ລກ 22:20, ຮລ 9:15) ດ້ວຍເຫດ
ນີ້, ຈຶ່ງຈະເຮັດໃຫ້ເປັນມື້ແຫ່ງການຊ່ວຍໃຫ້ພົ້ນແກ່ປະຊາຊົນຂອງພະອົງ ທີ່ຕົກເປັນທາດ
ຂອງຄວາມບາບຢູ່ໃນທົ່ວໂລກ, ການລະນຶກເຖິງມື້ນັ້ນເປັນເງື່ອນໄຂທີ່ເຮົາຈະບໍ່ໄດ້ນະມັດ
ສະການໃຫ້ແກ່ພະອື່ນ ແຕ່ຈະໄດ້ຮັບໃຊ້ພຽງພະຄິດຜູ້ຊົງເປັນພະຜູ້ຊ່ວຍໃຫ້ພົ້ນແກ່ພວກ
ເຮົາເທົ່ານັ້ນໄດ້. ເທດສະການປັດສະຄາບໍ່ແມ່ນຖືກລຶບລ້າງໄປໂດຍໄມ້ກາງແຂນ ຍິ່ງກວ່າ
ນັ້ນ ພະເຢຊູໄດ້ຊົງສາດແສງອັນເຫຼື້ອມປະກາຍໃນມື້ນັ້ນ. ເພາະສະນັ້ນພວກເຮົາຕ້ອງປະຕິ
ບັດຕາມເທດສະການປັດສະຄາດ້ວຍຄວາມບໍລິສຸດສັກສິດ.

Leave a Reply

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *