ສຳລັບປະຊາຊົນອິດສະລາເອນມີເທດສະການທາງສາດສະໜາ 7ຢ່າງຕາມຄໍາສັ່ງຂອງ
ພະເຈົ້າດັ່ງຕໍ່ໄປນີ້
1) ເທດສະການປັດສະຄາ
2) ເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ
3) ເທດສະການວັນແຫ່ງຜົນຜະລິດເທື່ອທຳອິດ
4) ເທດສະການເກັບກ່ຽວ
5) ເທດສະການເປົ່າແກ
6) ມື້ລຶບລ້າງບາບໃຫຍ່
7) ເທດສະການປູກຕູບຢູ່
ເທດສະການເຫຼົ່ານີ້ ມີລັກສະນະພິເສດທີ່ຕັ້ງໄວ້ໂດຍຄຳສັ່ງຂອງພະເຈົ້າ ນີ້ເປັນການປະຕິ
ບັດເຊິ່ງເປັນການນະມັດສະການແກ່ພະເຈົ້າ, ການສັນລະເສີນ, ແລະມີກ່ຽວພັນກັບການອະ ໄພບາບ ແລະມີລັກສະນະຄຳທຳນວາຍເໝືອນດັ່ງເງົາຂອງ ການຊ່ວຍໃຫ້ພົ້ນຂອງພະເຈົ້າ. ເທດສະການ7ຢ່າງແຍກເປັນ3ກຸ່ມໃຫຍ່ ໃນພະບັນຍັດສອງບໍ່ໄດ້ຂຽນເທດສະການ7ຢ່າງທັງ
ໝົດໄວ້ ແຕ່ຂຽນໄວ້ພຽງແຕ່ 3ເທດສະການຄື ເທດສະການປັດສະຄາ, ເທດສະການເກັບ ກ່ຽວ ແລະເທດສະການປຸກຕູບຢູ່(ພບຍ 16:16).
ຖ້າດັ່ງນັ້ນ, ເປັນຫຍັງຈຶ່ງບໍ່ຂຽນທັງໝົດ7ເທດສະການ ແຕ່ຂຽນພຽງ3ເທດສະການ ກໍ່
ເພາະວ່າ3ເທດສະການນັ້ນ ເປັນຕົວແທນເມື່ອຕອນ7ເທດສະການ ແຍກເປັນ3ເທດສະ ການ. ຢູ່ໃນເທດສະການທີ່ໄດ້ເຮັດເປັນ3ເທດສະການນັ້ນ ເທື່ອທຳອິດປະກອບມີ ເທດສະ ການປັດສະຄາ ແລະເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ, ເທື່ອທີສອງປະກອບມີເທດສະ ການວັນແຫ່ງຜົນຜະລິດເທື່ອທຳອິດ ແລະເທດສະການເກັບກ່ຽວ, ເທື່ອທີສາມປະກອບມີ ເທດສະການເປົ່າແກ, ມື້ລຶບລ້າງບາບໃຫຍ່ ແລະເທດສະການປຸກຕູບຢູ່. ໃນພະບັນຍັດ ສອງໄດ້ຂຽນ3ເທດສະການ ທີ່ເປັນຕົວແທນຢູ່ໃນ7ເທດສະການ ແຕ່ຄວາມຈິງແລ້ວ3ເທດ
ສະການລວມທັງໝົດເປັນ7ເທດສະການ ດັ່ງນັ້ນຈຶ່ງໄດ້ເອີ້ນວ່າ “3ປາງ7ເທດສະການ”.
ນອກຈາກນັ້ນຍັງມີເທດສະການປູລິມ ແລະເທດສະການສະຫຼອງຖວາຍພະວິຫານ ເຊິ່ງບໍ່ໄດ້ມີຢູ່ໃນພະບັນຍັດຂອງໂມເຊ.
1. ເລື່ອງຫຍໍ້ຂອງເທດສະການ.
1) ເທດສະການປັດສະຄາ
(1) ວັນທີ: ວັນທີ 14ຂອງເດືອນໜຶ່ງ(ເດືອນນີຊານ) ຕອນຄໍ່າ.
(2) ທີ່ມາ: ການປົດປ່ອຍຈາກປະເທດເອຢິບ.
(3) ຄຳສັນຍາ: ອະໄພການບາບ, ຊີວິດນິລັນ, ພົ້ນຈາກໄພພິບັດ, ພະອື່ນໄດ້ຮັບການພິ ພາກສາ, ຕາປະທັບຂອງພະເຈົ້າ.
(4) ຄຳທຳນວາຍທີ່ສຳເລັດ: ໂດຍຜ່ານໂມເຊ ປະຊາຊົນອິດສະລາເອນໄດ້ຮັບການປົດ ປ່ອຍຈາກປະເທດເອຢິບໃນເທດສະການປັດສະຄາ ນີ້ໝາຍຄວາມວ່າ ອານາຄົດ ໂດຍຜ່ານພະເຢຊູຄິດ ພວກເຮົາໄດ້ຮັບການປົດປ່ອຍຈາກໂລກແຫ່ງຄວາມບາບ ດ້ວຍເທດສະການປັດສະຄາ. ໃນມື້ນັ້ນ, ພະອົງຊົງໃຫ້ອວຍພອນດ້ວຍເຂົ້າຈີ່ ແລະ ເຫຼົ້າອະງຸ່ນ ແລະໄດ້ຊົງຕັ້ງພັນທະສັນຍາໃໝ່ຂຶ້ນ.
2) ເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ
(1) ວັນທີ: ວັນທີ15 ຂອງເດືອນໜຶ່ງ(ເດືອນນີຊານ)
(2) ທີ່ມາ: ໂດຍຜ່ານໂມເຊໄດ້ອອກຈາກເມືອງລາມາເຊັດໃນວັນທີ 15ຂອງເດືອນໜຶ່ງ ແລ້ວຈົນກວ່າຂ້າມທະເລແດງມີຄວາມທຸກທໍລະມານ. ເຊິ່ງເປັນຄວາມທົນທຸກທໍລະມານຈົນກວ່າຂ້າມທະເລແດງຄື ຢູ່ທາງໜ້າມີທະເລ ແລະທາງຫຼັງມີພວກທະຫານ
ຂອງເອຢິບໄດ້ໄລ່ຕາມມາ ຈຶ່ງບໍ່ສາມາດພົ້ນໄດ້ ໃນທ່າມກາງຄວາມທຸກທໍລະມານ
ນັ້ນ ດ້ວຍປົກປ້ອງຮັກສາຂອງພະເຈົ້າ ເຊິ່ງນຳພາດ້ວຍເສົາເມກແລະເສົາໄຟ ຈຶ່ງ
ຂ້າມທະເລແດງແຫ່ງທຸກທໍລະມານໄປໄດ້.
(3) ຄຳສັນຍາ: ຈາກການທົນທຸກທໍລະມານ ຈະເປັນຄົນຄົບຖ້ວນ. ພະອົງໄດ້ຊົງສັນຍາ ວ່າ ຜູ້ທີ່ຮັບຄວາມທຸກທໍລະມານເພື່ອພະຄິດ ອານາຈັກສະຫວັນເປັນຂອງຜູ້ນັ້ນ (ມທ 5:10).
(4) ຄຳທຳນວາຍທີ່ສຳເລັດ: ນີ້ເປັນເທດສະການທີ່ກິນເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງແລະຜັກຂົມ
ເພື່ອລະນຶກເຖິງຄວາມທຸກທໍລະມານຕັ້ງແຕ່ ມື້ຕໍ່ມາຂອງເທດສະການປັດສະຄາຈົນ ກວ່າຂ້າມທະເລແດງ ແລະໄດ້ສຳເລັດຄຳທຳນວາຍຂອງເທດສະການນີ້ຄື ມື້ຕໍ່ມາ
ຂອງເທດສະການປັດສະຄາ ພະເຢຊູໄດ້ຊົງຮັບທຸກທໍລະມານໂດຍຖືກຄຶງທີ່ໄມ້ກາງ
ແຂນເພື່ອແທນການບາບຂອງພວກເຮົາເປັນເວລາ 6ຊົ່ວໂມງເລີ່ມຕັ້ງແຕ່9:00ໂມງ
ເຊົ້າ ຈົນເຖິງບ່າຍ3:00 ໂມງ. ສະໄໝພັນທະສັນຍາເດີມ ປະຊາຊົນລະນຶກເຖິງ ຄວາມທຸກທໍລະມານ ດ້ວຍການກິນເຂົ້າຈີ່ບໍ່ມີເຊື້ອແປ້ງແລະຜັກຂົມ ແຕ່ໃນສະໄໝ ພັນທະສັນຍາໃໝ່ ປະຊາຊົນໄດ້ເຂົ້າຮ່ວມໃນຄວາມທຸກທໍລະມານຂອງພະຄິດດ້ວຍການອົດອາຫານ(ມກ 2:20).
3) ເທດສະການວັນແຫ່ງຜົນຜະລິດທຳອິດ
(1) ວັນທີ: ມື້ໃໝ່ຫຼັງຈາກມື້ພະ ທີ່ເປັນມື້ຫຼັງຈາກມື້ກິນເຂົ້າຈີ່ບໍ່ມີເຊື້ອແປ້ງ(ວັນອາທິດ ເທື່ອທຳອິດ).
(2) ທີ່ມາ: ຫຼັງຈາກຂ້າມທະເລແດງມາເຖິງຝັ່ງແລ້ວ, ພວກສັດຕູທີ່ຊົ່ວຮ້າຍຜູ້ທີ່ຕິດຕາມ ໄດ້ຖືກທຳລາຍ.
(3) ຄຳສັນຍາ: ຄືນມາຈາກຄວາມຕາຍ.
(4) ຄຳທຳນວາຍທີ່ສຳເລັດ: ໂດຍຜ່ານໂມເຊ ໄດ້ເດີນທາງເຂົ້າໄປໃນທະເລແດງນັ້ນ ໝາຍຄວາມວ່າ ພະເຢຊູຈະຊົງເຂົ້າໄປໃນອຸບໂມງ, ມາເຖິງຝັ່ງດິນແດນນັ້ນ ໝາຍ ຄວາມວ່າ ພະເຢຊູຈະຊົງເປັນຄືນມາສູ່ຊີວິດມາຈາກອຸບໂມງ, ນີ້ແມ່ນເທດສະການ ທີ່ໃຫ້ຮູ້ຈັກວ່າ ພະເຢຊູໄດ້ຊົງຄືນພະຊົນຂຶ້ນມາດັ່ງເຊັ່ນຜົນຜະລິດທຳອິດໃນວັນອາທິດ ເໝືອນດັ່ງພວກເຂົາໄດ້ນຳຮວງເຂົ້າທຳອິດມັດໜຶ່ງ ເປັນເຄື່ອງຖວາຍພິເສດແກ່ພະເຈົ້າໃນມື້ໃໝ່ຫຼັງຈາກມື້ພະ(ວັນອາທິດ).
4) ເທດສະການສະຫຼອງເກັບກ່ຽວ.
(1) ວັນທີ: 50ວັນຫຼັງຈາກເທດສະການວັນແຫ່ງຜົນຜະລິດເທື່ອທຳອິດ
(2) ທີ່ມາ: ເປັນມື້ທີ່ໂມເຊຂຶ້ນໄປທີ່ເທິງພູຊີນາຍ ເພື່ອຮັບພະບັນຍັດສິບຂໍ້ເປັນຄັ້ງທຳອິດ.
(3) ຄຳສັນຍາ: ພະວິນຍານບໍລິສຸດແຫ່ງຝົນຕົ້ນລະດູ.
(4) ຄຳທຳນວາຍທີ່ສຳເລັດ: ພະເຢຊູໄດ້ຊົງໂຜດປະທານພະວິນຍານບໍລິສຸດໃຫ້ແກ່ບັນດາສາວົກຂອງພະອົງ ເມື່ອຄົບຮອບ50ມື້ ຄືໃນເທດສະການເພັນເຕກັອດ ຫຼັງຈາກ
ທີ່ພະອົງໄດ້ຊົງເປັນຄືນມາສູ່ຊີວິດ ຫຼັງຈາກນັ້ນ, ຄິດສະຕະຈັກໃນຕອນຕົ້ນກໍ່ໄດ້ຈະ ເລີນຍິ່ງໆຂຶ້ນ.
ເມື່ອໂມເຊໄດ້ມາລົງຈາກພູຊີນາຍພ້ອມໄດ້ຮັບຫິນສອງແຜ່ນທຳອິດ ແລະປະຊາຊົນ
ອິດສະລາເອນໄດ້ນະມັດສະການຮູບໂຄລົບງົວຄຳ ໂມເຊຈຶ່ງໄດ້ໂຍນແຜ່ນຫິນທີ່ລາວຖືມານັ້ນໃສ່ຕີນພູແລະແຜ່ນຫິນນັ້ນແຕກ, ເຊັ່ນດຽວກັນນີ້, ປະຫວັດແຫ່ງພະວິນຍານບໍລິສຸດຢ່າງເຕັມລົ້ນທີ່ຊົງໂຜດໃຫ້ໃນເທດສະການເພັນເຕກັອດ ແຕ່ໄດ້ຖືກເອົາພະວິນຍານບໍລິສຸດຄືນໄປ ກໍ່ຍ້ອນວ່າຄິດສະຕະຈັກໄດ້ປ່ຽນແປງໄປຕິດພັນກັບທາງໂລກ.
5) ເທດສະການເປົ່າແກ.
(1) ວັນທີ: ວັນທີ1 ເດືອນ7(ເດືອນເອທານີມ)
(2) ຄຳທຳນວາຍສຳເລັດ: ປະຊາຊົນໄດ້ເປົ່າແກ ເພື່ອແຈ້ງໃຫ້ຮູ້ມື້ລຶບລ້າງບາບໃຫຍ່ ເຊັ່ນດຽວກັນນີ້, ໄດ້ສຳເລັດຄຳທຳນວາຍ ໂດຍຜ່ານຂະບວນຂອງການສະເດັດມາ
ຂອງພະເຢຊູເທື່ອທີ2 ໃນເວລາ10ປີ ເມື່ອຄາວຂອງທ່ານວິລລຽມມິລເລີ.
6) ມື້ລຶບລ້າງບາບໃຫຍ່
(1) ວັນທີ: ວັນທີ10 ເດືອນ7(ເດືອນເອທານີມ)
(2) ທີ່ມາ: ໂມເຊໄດ້ທຸບແຜ່ນຫິນພະບັນຍັດສິບຂໍ້ທີ່ໄດ້ຮັບຄັ້ງທຳອິດ ເພາະຊົນຊາດອິດ ສະລາເອນໄດ້ເຮັດບາບຕໍ່ພະເຈົ້າ ໂດຍການຂາບໄຫວ້ຮູບໂຄລົບງົວຄຳ ຕໍ່ຈາກນັ້ນ
ພວກເຂົາໄດ້ສາລະພາບສຳນຶກຜິດ ແລະໄດ້ກັບໃຈເຊົາເຮັດບາບ ພະເຈົ້າຈຶ່ງໄດ້ຊົງ ຍົກໂທດໃຫ້ພວກເຂົາ ແລະໄດ້ກຳນົດມື້ທີ່ໂມເຊລົງມາຈາກພູຊີນາຍ ພ້ອມດ້ວຍຫິນແຜ່ນໃໝ່ທີ່ຈາລຶກພະບັນຍັດສິບຂໍ້ ມື້ນັ້ນເປັນມື້ລຶບລ້າງບາບໃຫຍ່.
(3) ຄຳສັນຍາ: ການອະໄພບາບ.
(4) ຄຳທຳນວາຍທີ່ສຳເລັດ: ພິທີການສະຫຼອງທີ່ແບ້ອາສາເສນໂຕຜູ້ ໄດ້ຮັບເອົາການ
ບາບຂອງຄົນທັງຫຼາຍໄວ້ ແລະຖືກສົ່ງໄປໃນຖິ່ນແຫ້ງແລ້ງກັນດານ ເຊິ່ງແບ້ອາສາ ເສນນັ້ນໝາຍເຖິງ ມານໃນທີ່ສຸດມັນຈະແບກເອົາບາບຂອງຜູ້ຄົນທັງໝົດ ແລະຈະ
ເປັນຄວາມເຈັບປວດທີ່ແສນທໍລະມານຕະຫຼອດໄປໃນເຫວເລິກ ເໝືອນດັ່ງຢູ່ໃນຖິ່ນ ແຫ້ງແລ້ງກັນດານ ຫຼັງຈາກນັ້ນກໍ່ຕາຍໄປ ເລື່ອງນີ້ທັງໝົດໄດ້ທຳນວາຍໄວ້ໃນພິທີມື້ລຶບລ້າງບາບ. ວັນທີ22 ຕຸລາ ປີ 1844(ມື້ລຶບລ້າງບາບໃຫຍ່), ເປີດປະຕູແຫ່ງ ຄວາມເມດຕາທີ່ເລີ້ມຟື້ນຟູຄວາມຈິງທີ່ໄດ້ລົ້ມລົງ ໃນຕອນການສະເດັດມາເທື່ອທຳ ອິດຂອງພະເຢຊູ ເໝືອນດັ່ງຮັບຄຳສັ່ງສິບຂໍ້ໃນຫິນສອງແຜ່ນໃໝ່ທີ່ເຄີຍແຕກແລ້ວ ເທື່ອທຳອິດ.
7) ເທດສະການປຸກຕູບຢູ່
(1) ວັນທີ: ວັນທີ15 – 22 ເດືອນ7(ເດືອນເອທານີມ)
(2) ທີ່ມາ: ປະຊາຊົນອິດສະລະເອນ ໄດ້ຟັງພະປະສົງຂອງພະເຈົ້າມາຈາກໂມເຊຜູ້ທີ່ໄດ້ລົງມາຈາກພູຊີນາຍໃນວັນທີ10 ເດືອນ7ໃນປະຕິທິນຂອງພະເຈົ້າ ໄດ້ນຳສິ່ງຕ່າງໆມາລວມກັນຢ່າງຫຼວງຫຼາຍເພື່ອປຸກຕູບ.
(3) ຄຳສັນຍາ: ປະກາດຂ່າວປະເສີດເພື່ອສຳເລັດນະຄອນເຢລູຊາເລັມ, ພະວິນຍານບໍ
ລິສຸດຝົນປາຍລະດູ(ຢຮ 7:37).
(4) ຄຳທຳນວາຍທີ່ສຳເລັດ: ໂມເຊໄດ້ຮັບເອົາເຄືອງເອ້ເຄື່ອງປະດັບຢ່າງຫຼວງຫຼາຍເພື່ອ
ປຸກຕູບ ຄືດັ່ງຮວບຮວມປະຊາຊົນຜູ້ບໍລິສຸດ 144,000ຄົນຜູ້ທີ່ເປັນສັນຍາລັກເຄືອງ
ເອ້ເຄື່ອງປະດັບພະວິຫານໃນສຸດທ້າຍ ຈະສຳເລັດນະຄອນເຢລູຊາເລັມແຫ່ງສະ ຫວັນ ດ້ວຍການປະກາດຂ່າວປະເສີດໃນສຸດທ້າຍ(ພນ 3:12).
2. ອາຫານຄາບສຸດທ້າຍຂອງ ເທດສະການປັດສະຄາ
ປະຫວັດສາດຂອງຊາດອິດສະລາເອນເປັນປະຫວັດສາດທີ່ເຕັມໄປດ້ວຍການຟັນຝ່າເອົາ
ຊະນະຕໍ່ອຸປະສັກຕ່າງໆ ແລະຄວາມທົນທຸກທໍລະມານ. ການທີ່ໄດ້ໄຊຊະນະໃນປະຫວັດ ສາດຂອງເຫດການຕ່າງໆນັ້ນ ມີການປົກປ້ອງຮັກສາຂອງພະເຈົ້າ ແລະລິດອຳນາດແຫ່ງ ເທດສະການປັດສະຄາ. ມື້ທີ່ໃຫ້ຄວາມຊົມຊື່ນຍິນດີແຫ່ງການຖືກປົດປ່ອຍແກ່ປະຊາຊົນ
ອິດສະລາເອນຜູ້ທີ່ໄດ້ເປັນທາດຢູ່ໃນເອຢິບເປັນເວລາດົນນານເຖິງ430ປີນັ້ນແມ່ນເທດສະ
ການປັດສະຄາ, ເຮັດໃຫ້ພວກເຂົາໄດ້ມີການຕໍ່ສູ້ ແລ້ວໄດ້ຮັບໄຊຊະນະທີ່ເມືອງເຢລີໂກນັ້ນ
ກໍ່ມີລິດອຳນາດແຫ່ງເທດສະການປັດສະຄາ. ແລະເຊັ່ນດຽວກັນ, ພະເຢຊູໄດ້ຊົງປະກາດ ຄຳໝັ້ນສັນຍາໃໝ່ຢ່າງເປັນທາງການ ເພື່ອປົດປ່ອຍມະນຸດຈາກທ່າມກາງຄວາມບາບ ມື້ ນັ້ນກໍ່ແມ່ນເທດສະການປັດສະຄາ. ຄືດັ່ງນັ້ນ, ເມື່ອເກີດຂຶ້ນເລື່ອງທີ່ຍິ່ງໃຫຍ່ຂອງພາລະກິດ
ປະກາດຂ່າວປະເສີດ ທຸກຄັ້ງປະກົດເທດສະການປັດສະຄາ, ເທດສະການນີ້ມີຄວາມໝາຍ ເລິກເຊິ່ງຂອງພະເຈົ້າຢ່າງແທ້ຈິງ ແລະເປັນມື້ທີ່ບໍລິສຸດຢ່າງແນ່ນອນ. ພະຄຳພີໄດ້ສັ່ງໃຫ້ ເຮົາປະຕິບັດຕາມເທດສະການປັດສະຄາໃນວັນທີ 14ເດືອນ1(ເດືອນນີຊານ, ອາບິບ) ໃນ ຕອນຄໍ່າ(ລລວ 23:5).
1) ທີ່ມາຂອງເທດສະການປັດສະຄາ.
ພະເຈົ້າໄດ້ຊົງສົ່ງຜູ້ປະກາດພະຄໍາຄືໂມເຊໄປທີ່ເອຢິບເພື່ອປົດປ່ອຍປະຊາຊົນອິດສະລາ
ເອນຈາກເອຢິບທີ່ໄດ້ຕົກເປັນ ຂ້າທາດດົນນານເຖິງ430ປີ. ໂມເຊໄດ້ຮ້ອງຂໍຈາກກະສັດຟາ
ໂລຢ່າງຮຸນແຮງ ໃຫ້ປົດປ່ອຍປະຊາຊົນອິດສະລາເອນ. ແຕ່ກະສັດຟາໂລໄດ້ປະຕິເສດຄຳ ຮ້ອງຂໍຂອງໂມເຊທຸກໆຄັ້ງ ດັ່ງນັ້ນໂມເຊຈຶ່ງໄດ້ສົ່ງໄພພິບັດທີ່ຮ້າຍແຮງເຖິງ 10ຢ່າງມາສູ່
ເອຢິບດ້ວຍລິດອຳນາດຂອງພະເຈົ້າ. ເມື່ອໄພພິບັດທີ່ຮ້າຍແຮງ 9ຢ່າງນັ້ນມາເຖິງ ກະສັດ
ຟາໂລກໍ່ຍັງບໍ່ໄດ້ເຮັດໃຫ້ຈິດໃຈອ່ອນລົງເລີຍ ຈົນໃນທີ່ສຸດກະສັດຟາໂລໄດ້ສູນເສຍລູກຊາຍ
ກົກຂອງຕົນໃນໄພພິບັດເທື່ອທີ່10 ແລະໄດ້ເກີດຂຶ້ນສິ່ງທີ່ໜ້າຢ້ານກົວຄືສຽງຮ້ອງຄວນຄາງ
ທົ່ວເອຢິບ. ແຕ່ວ່າປະຊາຊົນອິດສະລາເອນຜູ້ທີ່ທາເລືອດຂອງລູກແກະຕາມຄຳສັ່ງຂອງພະ
ເຈົ້າ ບໍ່ໄດ້ຮັບອັນຕະລາຍໃດໆທັງສິ້ນແມ່ນແຕ່ຄົນດຽວ ແລະເມື່ອທູດສະຫວັນເຫັນເລືອດທີ່
ທາເທິງປະຕູເຮືອນນັ້ນ ກໍ່ຈະຜ່ານເວັ້ນໄປ. ເມື່ອກະສັດຟາໂລເຫັນວ່າຕົນເອງບໍ່ມີອຳນາດ
ທີ່ຈະຫ້າມປະຊາຊົນອິດສະລາເອນອີກຕໍ່ໄປໄດ້. ດັ່ງນັ້ນ, ໃນທີ່ສຸດກະສັດຈຶ່ງໄດ້ປ່ອຍພວກ ເຂົາໃຫ້ເປັນອິດສະຫຼະ ແລະປະຊາຊົນອິດສະລາເອນ ຜູ້ທີ່ໄດ້ຖືກປົດປ່ອຍຈາກຂ້າທາດ
ຂອງເອຢິບ ເຊິ່ງເປັນຄວາມຫວັງທີ່ປາຖະໜາມາຫຼາຍຮ້ອຍປີແລ້ວ ໄດ້ມຸ່ງໜ້າໄປຫາດິນ ແດນການາອານ ເຊິ່ງເປັນດິນແດນແຫ່ງພັນທະສັນຍາດ້ວຍຄວາມຊົມຊື່ນຍິນດີແຫ່ງການ
ຖືກປົດປ່ອຍໃຫ້ເປັນອິດສະຫຼະ(ອພຍ 12:1-37).
2) ພິທີການຂອງເທດສະການປັດສະຄາ
ອພຍ 12:5-10 『ລູກແກະຫຼືລູກແບ້ທີ່ຈະເລືອກເອົານັ້ນຈະຕ້ອງເປັນໂຕເຖິກອາຍຸໝຶ່ງ
ຂວບແລະເປັນສັດທີ່ມີສຸຂະພາບດີ ແລະບໍ່ມີຕຳໜິໃດໆທັງສິ້ນ ແລ້ວໃນຕອນແລງຂອງມື້ທີ່ ສິບສີ່ຂອງເດືອນ ໃຫ້ຊຸມນຸມອິດສະລາເອນທັງໝົດພາກັນຂ້າສັດຂອງພວກຕົນ ຈົ່ງໃຫ້ປະ ຊາຊົນໃຊ້ເລືອດບາງສ່ວນທາໃສ່ໄມ້ຂອບວົງປະຕູເຂົ້າເຮືອນບ່ອນທີ່ກິນສັດນັ້ນຄື: ໃຫ້ທາ
ຂ້າງຊ້າຍ, ຂ້າງຂວາ ແລະຂ້າງເທິງ ໃນຄືນນັ້ນໃຫ້ປິ້ງຊິ້ນກິນກັບເຂົ້າຈີ່ບໍ່ມີເຊື້ອແປ້ງກັບ
ຜັກຂົມ ຢ່າກິນດິບຫລືຢ່າຕົ້ມກິນ ແຕ່ໃຫ້ປິ້ງກິນທັງໝົດຄື: ທັງຫົວ,ທັງຂາແລະເຄື່ອງໃນໄສ້ ພຸງ ພວກເຈົ້າບໍ່ຕ້ອງໃຫ້ສິ່ງໃດໆເຫຼືອຮອດມື້ເຊົ້າ; ຖ້າມີສິ່ງເຫຼືອຢູ່ກໍ່ໃຫ້ເຜົາໄຟຖິ້ມເສຍ.』
ແລະບໍ່ຕ້ອງຫັກກະດູກທຸກໆຊີກຂອງລູກແກະທີ່ຈະໃຊ້ຖວາຍເປັນເຄື່ອງບູຊາຂອງເທດ
ສະການປັດສະຄາ. ນີ້ແມ່ນຄຳທຳນວາຍທີ່ວ່າ ເມື່ອພະຄິດຜູ້ຊົງເປັນສັນຍາລັກຂອງລູກ
ແກະໃນເທດສະການປັດສະຄາ(1ກທ 5:7) ຊົງເສຍຊີວິດທີ່ເທິງໄມ້ກາງແຂນ ຂະນະທີ່ ທາງຊ້າຍແລະທາງຂວາມືຂອງພະອົງ ມີໂຈນສອງຄົນເຊິ່ງຖືກຄຶງທີ່ໄມ້ກາງແຂນພ້ອມກັບພະອົງໄດ້ຊົງເສຍຊີວິດດ້ວຍຖືກຫັກກະດູກຂາ, ແຕ່ກະດູກຂອງພະອົງບໍ່ໄດ້ແຕກຫັກແມ່ນ
ແຕ່ຊີກດຽວ ພຽງແຕ່ຖືກຫອກແທງຂ້າງພະອົງ. ນີ້ຄືການສຳເລັດຕາມຄຳທຳນວາຍທີ່ວ່າ ຢ່າຫັກກະດູກລູກແກະຂອງເທດສະການປັດສະຄາ (ຈຊບ 9:12, ຢຮ 19:33-36).
3) ການສຳເລັດຄຳທຳນວາຍຂອງເທດສະການປັດສະຄາ
ປະຫວັດສາດຂອງຊົນຊາດອິດສະລະເອນທີ່ຢູ່ໃນຖິ່ນແຫ້ງແລ້ງກັນດານເປັນເວລາ 40ປີ ນັ້ນ ສະແດງໃຫ້ເຫັນວ່າ ເຫດການຕ່າງໆທີ່ຈະໄດ້ເກີດຂຶ້ນ ໃນໄລຍະເວລາສະໄໝການປະ ກາດຂ່າວປະເສີດເປັນເວລາ 2,000ປີ. ກ່ອນອື່ນ, ເທດສະການປັດສະຄາທີ່ປະຕິບັດຕາມ ຕອນທີ່ໄດ້ອົບພະຍົບນັ້ນເປັນດັ່ງແຫວ່ນ, ພະເຢຊູຊົງໃຫ້ສຳເລັດກາຍເປັນຈິງດ້ວຍການປະຕິ
ບັດຕາມເທດສະການປັດສະຄາ ນຳກັນກັບພວກສາວົກ ແລະໄດ້ປົດປ່ອຍພວກເຮົາຜູ້ທີ່ຕົກ
ເປັນທາດຂອງຄວາມບາບ ເໝືອນດັ່ງການປົດປ່ອຍປະຊາຊົນອິດສະລະເອນຈາກການດຳ ເນີນຊີວິດເປັນທາດໃນປະເທດເອຢິບ.
ແລະເທດສະການປັດສະຄາທີ່ໄດ້ປະຕິບັດຕາມໃນຖິ່ນແຫ້ງແລ້ງດານຊີນາຍໃນປີທີ 2 ນັ້ນ ກາຍເປັນແຫວ່ນ (ຈຊບ 9:14) ແລະສຳເລັດກາຍເປັນຈິງດ້ວຍສາວົກໄດ້ປະຕິບັດຕາມເທດ
ສະການປັດສະຄາ ເຊິ່ງເປັນຄຳໝັ້ນສັນຍາໃໝ່ ຫຼັງຈາກພະເຢຊູຊົງສະເດັດຂຶ້ນສູ່ສະຫວັນ,
ຫຼັງຈາກປະຊາຊົນອິດສະລະເອນໄດ້ອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານດົນເຖິງ 40ປີ ພວກ ເຂົາໄດ້ປະຕິບັດຕາມອີກຄັ້ງໃນດິນແດນກິນການ ເຊິ່ງຢູ່ກົງກັນຂ້າມກັບດິນແດນເຢລິໂກ
ກ່ອນທີ່ພວກເຂົາຈະເດີນທາງເຂົ້າສູ່ດິນແດນການາອານ ນີ້ຄືແຫວ່ນຂອງເຫດການທີ່ໄດ້ເກີດຂຶ້ນຄື ປະຊາຊົນທີ່ຫຼົງເຫຼືອຢູ່ຈະເປັນບັນດາຜູ້ທີ່ປະຕິບັດຕາມເທດສະການປັດສະຄາກ່ອນເຂົ້າສູ່ການາອານແຫ່ງສະຫວັນໃນສະໄໝແຫ່ງການປະກາດຂ່າວປະເສີດ.
ດັ່ງທີ່ໂມເຊໄດ້ນຳພາປະຊາຊົນອິດສະລະເອນດ້ວຍຮ່າງກາຍ ໄປສູ່ຖິ່ນແຫ້ງແລ້ງກັນດານ ໂດຍການປະຕິບັດຕາມເທດສະການປັດສະຄາໃນເອຢິບນັ້ນ ເປັນດັ່ງແຫວ່ນທີ່ສະແດງໃຫ້
ເຖິງເຫັນສິ່ງທີ່ຈະເກີດຂຶ້ນໃນອານາຄົດ, ພະເຢຊູຈະຊົງເປັນຜູ້ນຳພາຈິດວິນຍານຂອງປະຊາ
ຊົນອິດສະລະເອນດ້ວຍຈິດວິນຍານໃຫ້ເດີນທາງເຂົ້າສູ່ຖິ່ນແຫ້ງແລ້ງກັນດານແຫ່ງຄວາມເຊື່ອ
ໂດຍການປະຕິບັດຕາມເທດສະການປັດສະຄາພ້ອມກັບບັນດາສາວົກຂອງພະອົງແລະໄດ້ຊົງ
ຖືກຄຶງທີ່ໄມ້ກາງແຂນ.
3. ເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ
ເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ເປັນເທດສະການທີ່ສະແດງເຖິງຄວາມທົນທຸກທໍລະມານຂອງພະຄິດທີ່ເທິງໄມ້ກາງແຂນ ເຊິ່ງສະຫຼອງໃນວັນທີ 15 ເດືອນທຳອິດໃນປະຕິທິນ
ຂອງພະເຈົ້າ (ລລວ 23:6).
1) ທີ່ມາຂອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ
ຄວາມທົນທຸກທໍລະມານຂອງຊົນຊາດອິດສະລາເອນ ທີ່ໄດ້ຮັບຈົນເຖິງຂ້າມຜ່ານທະເລ
ແດງຫຼັງຈາກໄດ້ປະຕິບັດຕາມເທດສະການປັດສະຄາ ແລະໄດ້ເດີນທາງອອກຈາກເອຢິບ ນີ້ເປັນທີ່ມາຂອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ. ເມື່ອນັ້ນ ກະສັດຟາໂລໄດ້ປົດປ່ອຍ
ພວກເຂົາ ແຕ່ຟາໂລໄດ້ປ່ຽນໃຈໃນທັນທີ ແລະໄດ້ໄລ່ຕິດຕາມພວກເຂົາເພື່ອຈະຈັບໃຫ້ກັບ
ໄປທີ່ເອຢິບອີກຄັ້ງ ດ້ວຍລົດມ້າຂ້າເສິກຈຳນວນເຖິງຫົກຮ້ອຍໂຕ ແລະມ້າຕ່າງໆທັງໝົດ ຂອງເອຢິບ. ຂະນະທີ່ກອງທັບທະຫານຂອງຟາໂລ ໄດ້ໄລ່ຕິດຕາມໃກ້ຈະເຖິງໃນໄລຍະ
ທາງທີ່ສາມາດແນມເຫັນໄດ້ດ້ວຍສາຍຕາ ປະຊາຊົນອິດສະລາເອນກໍ່ເກີດຄວາມຢ້ານກົວ
ແລະຮ້ອງໄຫ້ຄໍ່າຄວນຫາພະເຈົ້າ ທັງຈົ່ມຮ້າຍແກ່ໂມເຊ. ໃນສະຖານະການເຊັ່ນນີ້ ພະເຈົ້າ ໄດ້ຊົງເປີດທາງສູ່ທະເລແດງ ແລະແຍກນໍ້າອອກຈາກກັນ ເຮັດໃຫ້ເປັນພື້ນທະເລທີ່ແຫ້ງ ໂດຍຜ່ານໄມ້ເທົ້າຂອງໂມເຊ ແລ້ວນຳພາປະຊາຊົນອິດສະລາເອນ ຂ້າມຜ່ານທະເລແດງ
ໄປຢ່າງປອດໄພ ເຊິ່ງໄດ້ມີບັນທຶກວ່າ ຜູ້ຊາຍມີຈຳນວນເຖິງຫົກແສນຄົນ ສະນັ້ນຈຳນວນຜູ້
ຍິງທັງຫມົດ ແລະເດັກນ້ອຍທັງຫຼາຍຈະມີເປັນຈຳນວນຫຼາຍເທົ່າໃດໃນບັນດາຄົນເຫຼົ່ານັ້ນ? ແຕ່ວ່າພະເຈົ້າໄດ້ຊົງແຍກລະຫວ່າງ ກອງທັບທະຫານຂອງເອຢິບ ກັບປະຊາຊົນອິດສະລາ ເອນດ້ວຍເສົາເມກແລະເສົາໄຟ ແລະເຮັດໃຫ້ທະຫານໄລ່ຕິດຕາມພວກເຂົາຊ້າລົງ. ໃນສະ ຖານະການເຊັ່ນນີ້, ຈິດໃຈຂອງຜູ້ທີ່ຫຼົບໜີຢ້ານກົວ ແລະຮີບດ່ວນຫຼາຍສໍ່າໃດ? ຄວາມທຸກ ທໍລະມານ ແລະຄວາມຍາກລຳບາກທີ່ໄດ້ເກີດຂຶ້ນໃນສະຖານະການນີ້ ກາຍເປັນທີ່ມາຂອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ(ອພຍ 14:1-31).
2) ພິທີຂອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ
ໃນສະໄໝຂອງພະສັນຍາເດີມ ພະເຈົ້າຊົງໃຫ້ກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ແລະຜັກຂົມໃນ
ທຸກໆປີ ເພື່ອຈົດຈຳເຖິງຄວາມທົນທຸກທໍລະມານ ເຊິ່ງເຂົ້າຈີ່ບໍ່ມີເຊື້ອແປ້ງນັ້ນເອີ້ນອີກຢ່າງ
ໜຶ່ງວ່າ “ເຂົ້າຈີ່ແຫ່ງຄວາມທົນທຸກ” (ພບຍ 16:3). ນີ້ຄືຄໍາທໍານວາຍ ທີ່ສະແດງໃຫ້ເຫັນ ວ່າ ພະເຢຊູຈະຊົງຮັບທົນທຸກທໍລະມານ ດ້ວຍການຖືກຄຶງທີ່ໄມ້ກາງແຂນ ແລະພວກເຮົາ ຮ່ວມໃນການທົນທຸກທໍລະມານຂອງພະຄິດດ້ວຍການອົດອາຫານໃນມື້ນີ້ ຕາມທີ່ພະເຈົ້າໄດ້ຊົງຕັ້ງພະບັນຍັດເອົາໄວ້ໃນພັນທະສັນໃໝ່.
ມກ 2:20 『ແຕ່ມື້ນັ້ນຈະມາເຖິງ ເມື່ອເຈົ້າບ່າວຈະຕ້ອງພາກຈາກພວກເຂົາໄປ ເມື່ອນັ້ນ ແຫຼະທີ່ພວກເຂົາຈະຖືສິນອົດອາຫານ』
3) ຄຳທຳນວາຍ ແລະຄຳທຳນວາຍທີ່ສຳເລັດຂອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ
ເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງຄື ເທດສະການທີ່ທົນທຸກທໍລະມານ ເຊິ່ງສະແດງ
ເຖິງພະຄິດໄດ້ຊົງຖືກຄຶງໄວ້ທີ່ເທິງໄມ້ກາງແຂນ. ຊົນຊາດອິດສະລາເອນໄດ້ເດີນທາງເຂົ້າ
ໄປສູ່ທະເລແດງ ສະແດງເຖິງພະເຢຊູໄດ້ຊົງເຂົ້າສູ່ອຸບໂມງຝັງສົບ ແລະພວກເຂົາໄດ້ຂຶ້ນ
ມາຈາກທະເລແດງ ກໍ່ສະແດງເຖິງພະເຢຊູໄດ້ຊົງເປັນຄືນມາສູ່ຊີວິດດ້ວຍການບັບຕິດສະ
ມາ ເຊິ່ງສະແດງຄວາມໝາຍດັ່ງກ່າວນີ້ໃນປັດຈຸບັນ. ໂມເຊໄດ້ນຳປະຊາຊົນອິດສະລາເອນ ຝ່າຍຮ່າງກາຍເຂົ້າສູ່ຖິ່ນແຫ້ງແລ້ງກັນດານຊີນາຍ ໃນເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ
ແລະພະເຢຊູໄດ້ຊົງນຳພາປະຊາຊົນອິດສະລາເອນຝ່າຍຈິດວິນຍານເຂົ້າສູ່ຖິ່ນແຫ້ງແລ້ງກັນ
ດານແຫ່ງຄວາມເຊື່ອມາຈາກດິນແດນແຫ່ງຄວາມບາບໃນໂລກ(ສັນຍາລັກເຖິງເອຢິບ) ດ້ວຍຊົງແບກໄມ້ກາງແຂນ.
ຜູ້ໃດກໍ່ຕາມຮັບບັບຕິດສະມາດ້ວຍຄວາມເຊື່ອ ກໍ່ເໝືອນກັບວ່າ ໄດ້ຂ້າມທະເລແດງແລະ
ເດີນທາງເຂົ້າສູ່ຖິ່ນແຫ້ງແລ້ງກັນດານແຫ່ງຄວາມເຊື່ອ. ເຫດຜົນທີ່ພວກເຮົາຕ້ອງປະຕິບັດ
ຕາມເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງນັ້ນ ເປັນການເຂົ້າຮ່ວມໃນທົນທຸກທໍລະມານເທິງ
ໄມ້ກາງແຂນນຳກັນກັບພະຄິດ ດ້ວຍເຫດນີ້ຈຶ່ງເຮັດໃຫ້ພວກເຮົາໄດ້ລອງທົນທຸກທໍລະມານ ທີ່ຈະພົບໃນອານາຄົດ ໂດຍຮັບຄວາມສາມາດຈາກພະເຈົ້າເພື່ອໃຫ້ພວກເຮົາມີຄວາມອົດ
ທົນຕໍ່ຄວາມຫຍຸ້ງຍາກ ແລະຄວາມລຳບາກທີ່ຈະໄດ້ຮັບ(ລກ 22:43-44).
4. ເທດສະການວັນແຫ່ງຜົນຜະລິດເທື່ອທຳອິດ
ເທດສະການວັນຄືນພະຊົນ ເປັນມື້ທີ່ພະເຢຊູໄດ້ຊົງຄືນມາສູ່ຊີວິດ ນີ້ເປັນການລະນຶກເຖິງ ລິດອຳນາດອັນຍິ່ງໃຫຍ່ຂອງພະເຈົ້າ. ໃນສະໄໝພະສັນຍາເດີມໄດ້ຖືກເອີ້ນວ່າ ເທດສະ
ການວັນແຫ່ງຜົນຜະລິດເທື່ອທຳອິດ ເຊິ່ງເປັນເທດສະການທີ່ສັກສິດຂອງພະເຈົ້າ ທີ່ໄດ້ສະ ຫຼອງໃນມື້ຖັດໄປຂອງມື້ພະທຳອິດ(ວັນອາທິດ) ຫຼັງຈາກເທດສະການກິນເຂົ້າຈີ່ບໍ່ມີເຊື້ອ
ແປ້ງແລ້ວ(ລລວ 23:9-14).
1) ທີ່ມາຂອງເທດສະການວັນແຫ່ງຜົນຜະລິດເທື່ອທຳອິດ
ປະຊາຊົນອິດສະລະເອນໄດ້ພົບກັບສະຖານະການທີ່ໜ້າຢ້ານກົວແລະເຄັ່ງຕຶງ ຍ້ອນຖືກ
ໄລ່ຕິດຕາມຈາກກອງທັບທະຫານຂອງເອຢິບ ແຕ່ພວກເຂົາສາມາດຂ້າມຜ່ານທະເລແດງ
ໄດ້ຢ່າງປອດໄພ ດ້ວຍຄວາມຄຸ້ມຄອງຂອງພະເຈົ້າ. ແຕ່ກອງທັບທະຫານເອຢິບທີ່ໄລ່ຕິດ
ຕາມນັ້ນ ທຸກຄົນໄດ້ຖືກຝັງໃນນໍ້າຢູ່ທະເລແດງທີ່ໄດ້ແຍກອອກຈາກກັນໄດ້ໂຮມຕົວເຂົ້າກັນ
ພະເຈົ້າຊົງໃຫ້ລະນຶກເຖິງວັນທີ່ຂ້າມຜ່ານ ແລະອອກຈາກທະເລແດງໃນທຸກໆປີ ເພື່ອຈົດ ຈຳວ່າ ມື້ອັນຍິ່ງໃຫຍ່ຂອງພະເຈົ້າທີ່ໜ້າອັດສະຈັນ ນີ້ຄືທີ່ມາຂອງເທດສະການວັນແຫ່ງຜົນຜະລິດເທື່ອທຳອິດ(ອພຍ 14:26-31).
2) ພິທີຂອງເທດສະການວັນແຫ່ງຜົນຜະລິດເທື່ອທຳອິດ
ຄຳວ່າ ເທດສະການວັນແຫ່ງຜົນຜະລິດເທື່ອທຳອິດ ໄດ້ບອກຄວາມໝາຍແກ່ພວກເຮົາ ວ່າ “ຖວາຍຮວງເຂົ້າເທື່ອທຳອິດ” ຄືປະຊາຊົນອິດສະລະເອນໄດ້ນຳຮວງເຂົ້າເທື່ອທຳອິດທີ່
ໄດ້ເກັບກ່ຽວໃຫ້ແກ່ປະໂລຫິດ ແລະປະໂລຫິດຈະສັ່ນຮວງເຂົ້າຕໍ່ໜ້າພະເຈົ້າ ຈຶ່ງພະອົງຈະ ຊົງຮັບເອົາເພື່ອປະຊາຊົນ ແລະພິທີນີ້ໄດ້ເຮັດໃນມື້ໃໝ່ຫຼັງຈາກມື້ພະ(ວັນອາທິດ)(ລລວ23:9-11).
ໃນສະໄໝພັນທະສັນຍາໃໝ່ ວັນນີ້ເປັນວັນທີ່ພະເຢຊູໄດ້ຊົງໃຫ້ເຂົ້າຈີ່ທີ່ພະອົງໄດ້ຊົງກ່າວ ຂອບພະຄຸນພະເຈົ້າໃຫ້ແກ່ສາວົກສອງຄົນທີ່ກຳລັງອອກເດີນທາງໄປສູ່ໝູ່ບ້ານເອມມາອຸດ ຫຼັງຈາກນັ້ນ, ຕາແຫ່ງຈິດວິນຍານຂອງພວກເຂົາໄດ້ຖືກເປີດອອກ ແລະຮູ້ຈັກພະອົງໄດ້ (ລກ 24:13-35).
3) ຄຳທຳນວາຍ ແລະຄຳທຳນວາຍທີ່ສຳເລັດຂອງເທດສະການວັນແຫ່ງຜົນຜະລິດເທື່ອທຳອິດ
ພະເຈົ້າໄດ້ຊົງຄຳສັ່ງວ່າ ໃຫ້ສັ່ນຮວງເຂົ້າເທື່ອທຳອິດທີ່ເປັນເຄື່ອງບູຊາຂອງເທດສະການວັນແຫ່ງຜົນຜະລິດເທື່ອທຳອິດຕໍ່ໜ້າພະເຈົ້າ ເຊິ່ງພະອົງຈະຊົງຮັບເອົາໃນມື້ໃໝ່ຫຼັງຈາກມື້
ພະ(ວັນອາທິດ).
ລລວ 23:10-12 『ເມື່ອພວກເຈົ້າເຂົ້າໄປໃນດິນແດນ ທີ່ພະຜູ້ເປັນເຈົ້າກຳລັງຈະມອບໃຫ້ ພວກເຈົ້າ ແລະເກັບກ່ຽວພືດຜົນຂອງດິນແດນນັ້ນ; ຈົ່ງນຳຮວງເຂົ້າຮວງທຳອິດທີ່ໄດ້ກ່ຽວ
ແລ້ວໄປໃຫ້ປະໂລຫິດ. ປະໂລຫິດຈະຖວາຍຮວງເຂົ້ານັ້ນເປັນ ເຄື່ອງຖວາຍພິເສດແກ່ພະຜູ້ເປັນເຈົ້າ ເພື່ອວ່າພະອົງຈະຮັບຮອງເອົາພວກເຈົ້າ. ປະໂລຫິດຈະຖວາຍຮວງເຂົ້າໃນມື້ໃໝ່ ຫຼັງຈາກມື້ພະ. ໃນມື້ທີ່ພວກເຈົ້າຖວາຍພືດຜົນເປັນເມັດ ຈົ່ງເຜົາລູກແກະໂຕໜຶ່ງທີ່ມີສຸຂະ
ພາບດີ ແລະບໍ່ມີຕຳນິອາຍຸໜຶ່ງປີ ຖວາຍບູຊາແກ່ພະຜູ້ເປັນເຈົ້າ』
ຮວງເຂົ້າຮວງທຳອິດທີ່ໄດ້ກ່າວເຖິງນັ້ນໝາຍເຖິງພະຄິດ. ພະຄິດຜູ້ຊົງເປັນສັນຍາລັກ
ຂອງຮວງເຂົ້າຮວງທຳອິດ ໄດ້ຄືນມາຈາກຄວາມຕາຍ ເຊິ່ງເປັນຮວງເຂົ້າຮວງທຳອິດໃນ
ທ່າມກາງຂອງຄົນທີ່ໄດ້ຕາຍໄປ.
1ກທ 15:20 『ແຕ່ຄວາມຈິງມີຢູ່ວ່າ ພະຄິດໄດ້ເປັນຄືນມາຈາກຕາຍແທ້ ໂດຍເປັນຫຼັກປະ ກັນວ່າ ຄົນທີ່ຕາຍໄປນັ້ນຈະເປັນຄືນມາຄືກັນ』
ຮວງເຂົ້າເທື່ອທຳອິດທີ່ເປັນເຄື່ອງບູຊາຂອງເທດສະການວັນແຫ່ງຜົນຜະລິດເທື່ອທຳອິດ
ໄດ້ຖວາຍແກ່ພະເຈົ້າໃນມື້ໃໝ່ຫຼັງຈາກມື້ພະຄື ວັນອາທິດ ແລະຮວງເຂົ້າຮວງທຳອິດເປັນ
ສັນຍາລັກຂອງພະເຢຊູ ດັ່ງນັ້ນ, ເທດສະການວັນຄືນພະຊົນ ຄືວັນທີ່ພະເຢຊູໄດ້ຊົງເປັນ
ຄືນມາສູ່ຊີວິດນັ້ນ ຕ້ອງສຳເລັດໃນວັນອາທິດ(ມື້ໃໝ່ຫລັງຈາກມື້ພະ)ແນ່ນອນ.
ມກ 16:2-6 『ໃນວັນອາທິດແຕ່ເຊົ້າພໍຕາເວັນຂອງພວກນາງກໍ່ໄປອຸບໂມງ. ພວກນາງຖາມ ກັນວ່າ “ໃຜຈະກິ້ງກ້ອນຫິນທີ່ ປາກອຸບໂມງອອກໃຫ້ພວກເຮົາ?” ແຕ່ພໍເມື່ອພວກນາງແນມ
ເບິ່ງກໍ່ເຫັນວ່າຫິນກ້ອນໃຫຍ່ຖືກກິ້ງອອກໄວ້ທາງຂ້າງແລ້ວ(ເພາະເປັນກ້ອນຫິນໃຫຍ່ຫຼາຍ). ສະນັ້ນພວກນາງຈຶ່ງເຂົ້າໄປໃນອຸບໂມງແລະເຫັນຊາຍໜຸ່ມຜູ້ໜຶ່ງນຸ່ງເສື້ອລາມສີຂາວນັ່ງທີ່
ກໍ້າຂວາໃນທີ່ນັ້ນ; ພວກນາງຈຶ່ງຕົກສະທ້ານຢ້ານກົວຫຼາຍ “ຢ່າສູ່ຢ້ານເລີຍ!” ຊາຍໜຸ່ມກ່າວ
“ເຮົາຮູ້ວ່າພວກເຈົ້າຊອກເຢຊູໄທນາສະເຫຼັດຜູ້ທີຖືກຄຶງທີ່ໄມ້ກາງແຂນ. ພະອົງບໍ່ຢູ່ທີ່ນີ້ ເພາະ
ພະອົງເປັນຄືນມາແລ້ວ! ເບິ່ງບ່ອນທີ່ພວກເຂົາວາງພະອົງໄວ້ນີ້ດູ!』
ເທດສະການວັນແຫ່ງຜົນຜະລິດເທື່ອທຳອິດ ເປັນເງົາຂອງເທດສະການວັນຄືນພະຊົນ, ເທດສະການວັນແຫ່ງຜົນຜະລິດເທື່ອທຳອິດນັ້ນໄດ້ສະຫຼອງໃນວັນອາທິດ ເຊິ່ງເປັນມ້ືໃໝ່ ຫຼັງຈາກມື້ພະ ດັ່ງນັ້ນ, ເທດສະການວັນຄືນພະຊົນທີ່ພະເຢຊູ ໄດ້ຊົງເປັນຄືນມາສູ່ຊີວິດ ກໍ່ ຕ້ອງສະຫຼອງໃນວັນອາທິດ ຈຶ່ງເຮັດໃຫ້ເປັນຈິງຕາມຄຳທຳນວາຍ. ດັ່ງນັ້ນເທດສະການວັນ
ແຫ່ງຜົນຜະລິດເທື່ອທຳອິດຄື ເທດສະການວັນຄືນພະຊົນນັ້ນ ຕ້ອງສະຫຼອງໃນວັນອາທິດ
ຂອງທຸກໆປີ. ພະເຢຊູຊົງເປັນເຄື່ອງບູຊາທີ່ແທ້ຈິງ ຂອງເທດສະການວັນແຫ່ງຜົນຜະລິດ
ເທື່ອທຳອິດ ເຊິ່ງເປັນເທດສະການໃນ3ປາງ7ເທດສະການ ທີ່ພະອົງໄດ້ຊົງກຳນົດໄວ້ໃນ
ພະບັນຍັດອັນຊົ່ວນິລັນ ແລະຄືນມາຈາກຄວາມຕາຍທີ່ເປັນຮວງເຂົ້າຮວງທຳອິດຂອງຜູ້ທີ່
ຕາຍໄປ.
ມທ 27:52-53 『ອຸບໂມງຝັງສົບທັງຫຼາຍໄດ້ແຕກອ້າໄຂອອກ ແລ້ວປະຊາຊົນຂອງພະ
ເຈົ້າຫຼາຍຄົນທີ່ຕາຍໄປແລ້ວ ກໍ່ຄືນສູ່ຊີວິດແລະອອກຈາກອຸບໂມງຂອງພວກຕົນໄປ. ຕໍ່ມາ
ຫຼັງຈາກພະເຢຊູເປັນຄືນມາຈາກຕາຍແລ້ວ ໝູ່ເຂົາກໍ່ເຂົ້າໄປໃນນະຄອນສັກສິດບ່ອນທີ່ ຫຼາຍຄົນໄດ້ເຫັນໝູ່ເຂົາ.』
ປະຊາຊົນຜູ້ທີ່ຮັບຄວາມພົ້ນດ້ວຍຂ່າວປະເສີດໃນສະໄໝນັ້ນ ເປັນຜົນຜະລິດທີ່ແກ່ຈົນສຸກ ຂອງລະດູເກັບກ່ຽວເຂົ້າບາເລ ແລະປະຊາຊົນທີ່ຈະໄດ້ຮັບຄວາມພົ້ນໃນທຸກມື້ນີ້ ໄດ້ກາຍ
ເປັນຮວງເຂົ້າທີ່ກຳລັງສຸກຂອງການເກັບກ່ຽວໃນລະດູໃບໄມ້ຫຼົ່ນ(ອພຍ 23:16).
5. ເທດສະການເກັບກ່ຽວ
ເທດສະການເກັບກ່ຽວເປັນເທດສະການທີ່ໄດ້ເອີ້ນວ່າ “ເທດສະການເພັນເຕກັອດ” ໃນ
ພັນທະສັນຍາໃໝ່ທີ່ຕ້ອງສະຫຼອງໃນມື້ທີ່50 ນັບຕັ້ງແຕ່ມື້ທີ່ຖວາຍຮວງເຂົ້າເທື່ອທຳອິດຂອງ
ເຂົ້າບາເລ (ເທດສະການວັນແຫ່ງຜົນຜະລິດເທື່ອທຳອິດ). ສາເຫດທີ່ເອີ້ນເທດສະການນີ້ ວ່າ ເທດສະການເກັບກ່ຽວ ກໍ່ເພາະວ່າມີມື້ພະເຈັດເທື່ອຢູ່ລະຫວ່າງເທດສະການວັນແຫ່ງ
ຜົນຜະລິດເທື່ອທຳອິດ ແລະເທດສະການເພັນເຕກັອດ(ລລວ 23:15-16).
1) ທີ່ມາຂອງເທດສະການເກັບກ່ຽວ
ຫຼັງຈາກຂ້າມທະເລແດງມາແລ້ວເປັນເວລາ40ມື້ ໂມເຊໄດ້ຂຶ້ນໄປເທິງພູຊີນາຍເປັນ
ຄັ້ງທຳອິດ. ຢູ່ໃນນັ້ນ, ລາວໄດ້ຟັງຄຳສັ່ງທັງໝົດຂອງພະເຈົ້າ ແລະລົງມາແລ້ວສົ່ງຕໍ່ພະປະ ສົງຂອງພະເຈົ້າແກ່ປະຊາຊົນ. ແລະ10ມື້ຕໍ່ມາ ເຊິ່ງເປັນມື້ທີ່50ມື້ ໂມເຊໄດ້ຂຶ້ນໄປເທິງພູຊີນາຍອີກຄັ້ງເພື່ອຮັບພະບັນຍັດສິບຂໍ້. ພະເຈົ້າໄດ້ຊົງສັ່ງໃຫ້ລະນຶກເຖິງວັນນີ້ເພື່ອບໍ່ໃຫ້ລືມມື້ທີ່ຂຶ້ນໄປ ພູຊີນາຍເພື່ອຮັບພະບັນຍັດສິບຂໍ້ ນີ້ເປັນທີ່ມາຂອງເທດສະການເກັບກ່ຽວ(ອພຍ 24:1-18)
2) ຄຳທຳນວາຍ ແລະຄຳທຳນວາຍທີ່ສຳເລັດຂອງເທດສະການເກັບກ່ຽວ
ເທດສະການເກັບກ່ຽວຄືເທດສະການເພັນເຕກັອດ ເປັນມື້ທີ່ພະວິນຍານບໍລິສຸດໄດ້ລົງມາ
ເຊິ່ງກາຍເປັນພະລັງອັນຍິ່ງໃຫຍ່ ທີ່ເຮັດໃຫ້ຂ່າວປະເສີດຂອງຄິດສະຕະຈັກໃນຕອນຕົ້ນຈະ
ເລີນ(ກຈ 2:1-47). ແຕ່ຕໍ່ມາພະວິນຍານບໍລິສຸດໄດ້ເຢັນລົງ ຍ້ອນຄິດສະຕະຈັກໄດ້ປ່ຽນ
ແປງໄປຕິດກັບຊາວໂລກ ໃນທີ່ສຸດ, ພະວິນຍານບໍລິສຸດກໍ່ໄດ້ຖືກເອົາໄປຄືນ. ເຫດການທີ່ ໄດ້ເກີດຂຶ້ນນີ້ ໄດ້ສະແດງໃຫ້ເຫັນແລ້ວໃນຄຳທຳນວາຍຂອງເທດສະການຄື ໂມເຊໄດ້ລົງມາຈາກພູຊີນາຍຫຼັງຈາກໄດ້ຮັບແຜ່ນຫິນສອງແຜ່ນເຊິ່ງບັນຈຸພະບັນຍັດສິບຂໍ້ ລາວໄດ້ເຫັນ
ຊົນຊາດອິດສະລະເອນຂາບໄຫວ້ບູຊາຮູບງົວຄຳ ຈຶ່ງມີຄວາມໂກດຮ້າຍແລະໄດ້ໂຍນແຜ່ນ
ຫິນນັ້ນແຕກທີ່ຕີນພູ ນີ້ເປັນຄຳທຳນວາຍກ່ຽວກັບ ພະວິນຍານບໍລິສຸດທີ່ພະເຈົ້າໄດ້ຊົງມອບໃຫ້ແກ່ຜູ້ທີ່ເຊື່ອໃນພະອົງໂດຍຜ່ານເທດສະການເພັນເຕກັອດຈະຖືກເອົາໄປ ເພາະຄິດສະ
ຕະຈັກໄດ້ປ່ຽນແປງໄປຕິດກັບຊາວໂລກແລະເສື່ອມຊາມ.
6. ໄລຍະອະທິຖານຂອງເທດສະການເປົ່າແກ
ເທດສະການເປົ່າແກຈະເລີ່ມຕົ້ນ ເມື່ອເຖິງເທດສະການເກັບກ່ຽວສຸດທ້າຍຜົນຜະລິດໃນ
ລະດູໃບໄມ້ຫຼົ່ນ ຊາວອິດສະລະເອນໄດ້ເປົ່າແກດ້ວຍສຽງດັງໆ ແລະໄດ້ສະຫຼອງເທດສະ
ການດ້ວຍຄວາມບໍລິສຸດເພື່ອກະກຽມມື້ລຶບລ້າງບາບໃຫຍ່ ໃນວັນທີ1 ຂອງເດືອນ7ໃນປະຕິ
ທິນຂອງພະເຈົ້າ(ລລວ 23:24).
1) ທີ່ມາຂອງເທດສະການເປົ່າແກ
ພະເຈົ້າໄດ້ຊົງສັ່ງໃຫ້ເປົ່າແກກ່ອນມື້ລຶບລ້າງບາບໃຫຍ່ສິບມື້ໃນທຸກໆປີ ເພື່ອກັບໃຈເຊົາ
ເຮັດບາບ ດ້ວຍສຳນຶກຄວາມຜິດບາບຂອງຕົນເອງ ໂດຍການລະນຶກເຖິງມື້ລຶບລ້າງບາບ
ໃຫຍ່ ທີ່ໂມເຊໄດ້ນຳລົງມາພ້ອມຫິນສອງແຜ່ນທີ່ມີຄຳສັ່ງສິບຂໍ້ຄັ້ງທີ່ສອງ ແລະປະຊາຊົນ
ໄດ້ກະກຽມມື້ລຶບລ້າງບາບໃຫຍ່ທີ່ບໍລິສຸດດ້ວຍສຸດຈິດສຸດໃຈ ໂດຍສຳນຶກຜິດໃນບາບຂອງ
ຕົນເອງທີ່ເຮັດໃນໄລຍະໜຶ່ງປີ ແລະກັບໃຈປ່ຽນໃໝ່ໂດຍຫຼີກເວັ້ນຈາກສິ່ງທີ່ບໍ່ສັກສິດ.
2) ພິທີຂອງເທດສະການເປົ່າແກ
ໄດ້ສະຫຼອງເທດສະການນີ້ດ້ວຍການເປົ່າແກ ແລະນຳເຄື່ອງເຜົາບູຊາຖວາຍແກ່ພະເຈົ້າ (ລລວ 23:23-25).
3) ຄຳທຳນວາຍ ແລະຄຳທຳນວາຍທີ່ສຳເລັດ
ເຫດການຕ່າງໆໃນພັນທະສັນຍາເດີມນີ້ຄືແບບ ແລະເງົາຂອງເຫດການທີ່ຈະເກີດຂຶ້ນໃນ ພາຍຫຼັງເທດສະການນີ້ໄດ້ສະແດງໃຫ້ເຫັນຜ່ານຂະບວນການສະເດັດມາເທື່ອທີ່ສອງຂອງ
ພະເຢຊູໂດຍ ວິລລຽມ ມິລເລີ່ ເລີ້ມຕັ້ງແຕ່ປີ ຄ.ສ 1834 ເຖິງ ຄ.ສ 1844. ເລີ້ມແຕ່
ເທດສະການເປົ່າແກ ເຖິງມື້ລຶບລ້າງບາບໃຫຍ່ເປັນໄລຍະ10ມື້ ເຊິ່ງໝາຍເຖິງ10ປີຂອງຄຳ ທຳນວາຍ(ອສກ 4:6). ນີ້ເປັນການສຳເລັດຄຳທຳນວາຍຂອງເທດສະການເປົ່າແກ ເຊິ່ງ ເປັນການກະກຽມເທດສະການມື້ລຶບລ້າງບາບໃຫຍ່ ເປັນມື້ທີ່ພະເຢຊູໄດ້ຊົງສະເດັດເຂົ້າສູ່
ບ່ອນສັກສິດທີ່ສຸດໃນພະວິຫານແຫ່ງສະຫວັນ ເມື່ອວັນທີ 22 ຕຸລາ ປີ ຄ.ສ 1844 ຄືໃນ ວັນທີ 10 ເດືອນ7 ໃນປະຕິທິນຂອງພະເຈົ້າ. ເຊັ່ນດຽວກັນນັ້ນ, ຄຳທຳນວາຍຂອງເທດ ສະການ3ປາງ7ເທດສະການນັ້ນ ແມ່ນແຕ່ສິ່ງດຽວກໍ່ບໍ່ຂາດ ທັງໝົດຈະສຳເລັດ.ເໝືອນດັ່ງ ຄົນທັງຫຼາຍທີ່ໄດ້ເປົ່າສຽງແກຢ່າງດັງ ໃນລະຫວ່າງເທດສະການເປົ່າແກໄດ້ເກີດຂະບວນ ການສະເດັດມາເທື່ອທີ່ສອງຂອງພະເຢຊູທີ່ສຳເລັດຄຳທຳນວາຍນີ້ຄື ໄດ້ເກີດຂຶ້ນການຮ້ອງ ປະກາດຂ່າວປະເສີດສ່ົງສຽງດັງກ້ອງກັງວານອອກໄປ ປຽບເໝືອນດັງສຽງຂອງການເປົ່າ ແກ. ໃນວັນທີ1 ເດືອນ7 ໃນປະຕິທິນຂອງພະເຈົ້າ ຄ.ສ 1844 ເປັນມື້ທີ່ເຖິງກຳນົດແລ້ວ ພວກຜູ້ທີ່ເຊື່ອທັງຫຼາຍໄດ້ພາກັນອະທິຖານຢ່າງໃຈຈົດຈໍ່ເຖິງພະເຈົ້າ ພະເຢຊູໄດ້ຊົງຮັບເອົາ ອະທິຖານນັ້ນ ແລະເຂົ້າສູ່ບ່ອນສັກສິດທີ່ສຸດແຫ່ງສະຫວັນໃນວັນທີ 22 ຕຸລາ ຄ.ສ 1844
ໃນມື້ລຶບລ້າງບາບໃຫຍ່ຄື ວັນທີ່ 10ເດືອນ7 ໃນປະຕິທິນຂອງພະເຈົ້າ. ພະເຈົ້າຊົງໃຫ້ຂະ ບວນການສະເດັດມາເທື່ອທີ່ສອງຂອງພະເຢຊູໂດຍຜ່ານທາງວິລລຽມ ມິລເລີ່ ໄດ້ເຮັດໃຫ້ ສຳເລັດບໍລິບູນຕາມພະປະສົງຂອງພະເຈົ້າ. ດັ່ງນັ້ນ, ແມ່ນວ່າເຮົາບໍ່ເຂົ້າໃຈແລະບໍ່ປະຕິບັດຕາມໃນພະປະສົງຂອງພະເຈົ້າ ແຕ່ພະເຈົ້າກໍ່ຈະຊົງເຮັດໃຫ້ຄຳທຳນວາຍທັງໝົດຂອງພະ
ອົງສຳເລັດ ດ້ວຍວິທີການທີ່ໜ້າອັດສະຈັນ. ດັ່ງທີ່ໄດ້ຂຽນໄວ້ວ່າ
ລກ 19:37-40 『ເຮົາບອກທ່ານທັງຫຼາຍວ່າ ຖ້າຄົນເຫຼົ່ານີ້ມິດກ້ອນຫິນທັງຫຼາຍກໍ່ຈະຮ້ອງຂຶ້ນ』
ພວກເຂົາໄດ້ຕັ້ງຂະບວນການໂດຍບໍ່ຮູ້ຕົວ ແຕ່ເປັນຜົນໃຫ້ສຳເລັດຕາມຄຳທຳນວາຍ
ຂອງເທດສະການເປົ່າແກ. ເຫດສະນັ້ນ, ເມື່ອພວກເຮົາໄດ້ຮ່ວມກັນປະຕິບັດຕາມເທດສະ
ການເປົ່າແກ ແລະອະທິຖານຢ່າງສຸດຈິດສຸດໃຈ ຕັ້ງແຕ່ມື້ນັ້ນຈົນເຖິງ ມື້ລຶບລ້າງບາບໃຫຍ່ ເປັນໄລຍະ 10ມື້ ເມື່ອພະເຢຊູຊົງເຜົາເຄື່ອງຫອມ ຄຳອະທິຖານຂອງພວກເຮົາພ້ອມກັບ
ຄວັນເຜົາເຄື່ອງຫອມ ໄດ້ລອຍຂຶ້ນໄປສູ່ຊ້ອງໜ້າພະເຈົ້າ(ພນ 8:3-4), ພະອົງຈະຊົງໃຫ້
ພະພອນອັນຍິ່ງໃຫຍ່ແກ່ພວກເຮົາໂດຍຕອບຄຳອະທິຖານ.
7. ມື້ລຶບລ້າງບາບໃຫຍ່
ມື້ລຶບລ້າງບາບໃຫຍ່ ແມ່ນວັນທີ10 ເດືອນ7 ໃນປະຕິທິນຂອງພະເຈົ້າ ເຊິ່ງບາບຂອງ
ປະຊາຊົນອິດສະລະະເອນໄດ້ກະທຳໃນໄລຍະໜຶ່ງປີ ຈະໄດ້ຮັບອະໄພ(ລລວ 23:27).
1) ທີ່ມາຂອງມື້ລຶບລ້າງບາບໃຫຍ່
ປະຊາຊົນອິດສະລາເອນໄດ້ພັກອາໄສໃນຖິ່ນແຫ້ງແລ້ງກັນດານເປັນເວລາ 40ປີຫຼັງຈາກ
ຖືກປົດປ່ອຍຈາກເອຢິບ. ພະເຈົ້າໄດ້ຊົງເອີ້ນໃຫ້ໂມເຊຂຶ້ນໄປເທິງພູຊີນາຍເພື່ອໃຫ້ພະບັນ
ຍັດທີ່ຈະປົກຄອງປະຊາຊົນທັງຫຼາຍ. ໃນຂະນະທີ່ໂມເຊໄດ້ຂຶ້ນໄປເທິງພູຊີນາຍນັ້ນ ໄດ້ອົດ
ອາຫານທັງເວັນທັງຄືນເປັນເວລາ 40ມື້ ລາວໄດ້ຮັບພະບັນຍັດສິບຂໍ້ທີ່ພະເຈົ້າໄດ້ຊົງຂຽນ
ຂຶ້ນດ້ວຍພະອົງເອງ ແລ້ວລົງມາ. ແຕ່ວ່າປະຊາຊົນອິດສະລະເອນຜູ້ທີ່ລໍຖ້າຢູ່ທີ່ຕີນພູຄິດວ່າ
ໂມເຊໄດ້ເສຍຊີວິດແລ້ວ ເພາະໂມເຊບໍ່ໄດ້ລົງມາຈາກພູຊີນາຍເປັນໄລຍະເວລາ 40ມື້. ພວກເຂົາທັງຄິດວ່າໄດ້ສູນເສຍຜູ້ນຳທີ່ເປັນທີ່ປຶກສາຂອງພະເຈົ້າ ດັ່ງນັ້ນ, ພວກເຂົາໄດ້ສະ ເໜີໃຫ້ສ້າງພະເຈົ້າຜູ້ທີ່ຈະນຳພາໄປສູ່ດິນແດນການາອານ, ແລ້ວໃນທີ່ສຸດພວກເຂົາໄດ້ສ້າງ
ຮູບປັ້ນງົວຄຳຂຶ້ນ ແລະໄດ້ຂາບໄຫວ້ບູຊາຢ່າງລາມົກ ດ້ວຍການກິນດື່ມແລະເຕັ້ນລຳໄປ
ຮອບໆ. ເມື່ອໂມເຊລົງມາຈາກເທິງພູຊີນາຍ ໄດ້ເຫັນພາບທີ່ເຕັມໄປດ້ວຍຄວາມຊົ່ວຊ້າ
ລາວຈຶ່ງໂກດຮ້າຍໃຫຍ່ ແລະລາວໄດ້ໂຍນແຜ່ນຫິນທີ່ຖືມານັ້ນໃສ່ຕີນພູ ແລະແຜ່ນຫິນນັ້ນ ກໍ່ແຕກ. ໂມເຊໄດ້ເຜົາຮູບປັ້ນງົວຄຳທີ່ປະຊາຊົນອິດສະລະເອນໄດ້ບູຊາຂາບໄຫວ້ຢ່າງລາມົກ ແລ້ວບົດໃຫ້ມຸ່ນລະອຽດແລະປົນລົງໃສ່ນໍ້າໃຫ້ພວກເຂົາທັງຫຼາຍດື່ມ ແລະໃນຕອນນັ້ນພວກເຂົາທັງຫຼາຍໄດ້ຖືກຂ້າຕາຍດ້ວຍດາບປະມານ 3,000ຄົນ.
ປະຊາຊົນອິດສະລາເອນ ຜູ້ທີ່ໄດ້ເຮັດບາບຕໍ່ພະເຈົ້າດ້ວຍການຂາບໄຫວ້ບູຊາຮູບປັ້ນງົວ
ຄຳນັ້ນ ໄດ້ເສຍໃຈຕໍ່ບາບທີ່ພວກຕົນໄດ້ເຮັດ ແລະກັບໃຈປ່ຽນໃໝ່, ຜົນຂອງການກັບໃຈ ເຊົາເຮັດບາບນີ້ ພະເຈົ້າໄດ້ຊົງມອບໃຫ້ແກ່ໂມເຊຫິນສອງແຜ່ນເທື່ອທ່ີສອງທີ່ບັນຈຸພະບັນ ຍັດສິບຂໍ້. ຄວາມໝາຍທີ່ໄດ້ຮັບຫິນແຜ່ນໃໝ່ ຈາກຫິນສອງແຜ່ນເດີມທີ່ໄດ້ແຕກໄປແລ້ວ ນັ້ນພະອົງຊົງໃຫ້ອະໄພບາບຂອງປະຊາຊົນອິດສະລາເອນໂດຍຄວາມເມດຕາ.
ມື້ທີ່ໂມເຊໄດ້ລົງມາໂດຍຮັບພະບັນຍັດສິບຂໍ້ເທື່ອທີ່ສອງນັ້ນຄື ເທດສະການມື້ລຶບລ້າງບາບ ໃຫຍ່ ເຊິ່ງເປັນວັນທີ່ລະນຶກເຖິງທຸກໆປີ(ອພຍ 32:1-35).
2) ພິທີຂອງມື້ລຶບລ້າງບາບໃຫຍ່
(1) ແບ້ອາສາເສນ ເປັນສັນຍາລັກຂອງຊາຕານ
ຖ້າເບິ່ງພິທີຂອງມື້ລຶບລ້າງບາບໃຫຍ່ໃນສະໄໝພັນທະສັນຍາເດີມ ລູກງົວເຖິກໄດ້ຖືກຂ້າ
ບູຊາ ເພື່ອອະໄພບາບຂອງບັນດາປະໂລຫິດ ແລະໃຊ້ແບ້ເປັນເຄື່ອງບູຊາເພື່ອອະໄພບາບ
ຂອງປະຊາຊົນ. ແບ້ສອງໂຕທີ່ຈະໃຊ້ໃນພິທີມື້ລຶບລ້າງບາບໃຫຍ່ ໄດ້ຖືກຈັບສະຫຼາກອອກມາໃນຄວາມໝາຍທີ່ແຕກຕ່າງກັນ. ແບ້ໂຕທຳອິດຖວາຍແກ່ພະເຈົ້າ ເປັນເຄື່ອງບູຊາເພື່ອ
ລຶບລ້າງບາບ ແລະແບ້ໂຕໜຶ່ງອີກເປັນເຄື່ອງບູຊາສຳລັບອາສາເສນ ເຊິ່ງເປັນແບ້ທີ່ຈະຕ້ອງ ຕາຍຫຼັງຈາກທີ່ໄດ້ຊັດເຊພະເນຈອນໃນຖິ່ນແຫ້ງແລ້ງກັນດານບ່ອນທີ່ບໍ່ມີໃຜຢູ່.
ຄວາມບາບຂອງປະຊາຊົນທີ່ເຄີຍເຮັດປະຈຳ ໄດ້ຍ້າຍໄປເຖິງບ່ອນສັກສິດພຽງຊົ່ວຄາວ
ແລະໄດ້ວາງໃສ່ເທິງຫົວຂອງແບ້ໂຕຜູ້ອາສາເສນໃນມື້ລຶບລ້າງບາບໃຫຍ່ ແລ້ວແບ້ໂຕນັ້ນ
ຈະຖືກສົ່ງໄປໃນຖິ່ນແຫ້ງແລ້ງກັນດານບ່ອນທີ່ບໍ່ມີໃຜຢູ່ ແລ້ວກໍ່ຈະຕາຍໄປ ນີ້ເປັນການສະ ແດງວ່າ ຄວາມບາບຂອງພວກເຮົາທີ່ເຄີຍເຮັດປະຈຳ ໄດ້ຖືກຍ້າຍໄປຊົ່ວຄາວແກ່ພະຄິດ
ຊົງຜູ້ເປັນສັນຍາລັກຂອງບ່ອນສັກສິດ ແລະບາບນັ້ນຍ້າຍໄປແກ່ມານຊາຕານໂດຍຜ່ານ
ເທດສະການຕ່າງໆເຊັ່ນ ມື້ລຶບລ້າງບາບໃຫຍ່ ແລະເທດສະການປັດສະຄາ ໃນທີ່ສຸດຊາ
ຕານຈະຕ້ອງຮັບທໍລະມານໂດຍແບກເອົາບາບຂອງເຮົາຢູ່ໃນແດນຄຸມຂັງເໝືອນ ດັ່ງຖິ່ນ
ແຫ້ງແລ້ງກັນດານບ່ອນທີ່ບໍ່ມີໃຜຢູ່ ແລະສຸດທ້າຍກໍ່ຈະຖືກທຳລາຍ ຫຼັກການທັງໝົດນີ້ໄດ້
ອະທິບາຍໂດຍຜ່ານເທດສະການມື້ລຶບລ້າງບາບໃຫຍ່(ລລວ 16:6-22).
(2) ມື້ທີ່ປະໂລຫິດໃຫຍ່ຄົນດຽວໄດ້ເຂົ້າສູ່ບ່ອນສັກສິດທີ່ສຸດປີລະຄັ້ງ
ຮລ 9:7 『ສ່ວນຫ້ອງຊັ້ນໃນ(ບ່ອນສັກສິດທີ່ສຸດ) ມີແຕ່ປະໂລຫິດໃຫຍ່ເຂົ້າໄປໄດ້ ແລະ ເພິ່ນເຂົ້າໄປປີລະເທື່ອເທົ່ານັ້ນ. ເພິ່ນຕ້ອງນຳເລືອດສັດເຂົ້າໄປຖວາຍແກ່ພະເຈົ້າສຳລັບຕົນເອງ ແລະສຳລັບການບາບເຊິ່ງປະຊາຊົນໄດ້ກະທຳໂດຍບໍ່ເຈດຕະນາ.』
3) ຄຳທຳນວາຍ ແລະຄຳທຳນວາຍທີ່ສຳເລັດຂອງເທດສະການມື້ລຶບລ້າງບາບໃຫຍ່
ຄຳທໍານວາຍໃນພິທີການ) ບາບຂອງປະຊາຊົນ → ຍ້າຍໄປສູ່ບ່ອນສັກສິດ →ໃນມື້ລຶບ
ລ້າງບາບໃຫຍ່ ການບາບຍ້າຍໄປໃຫ້ແກ່ແບ້ໂຕຜູ້ອາສາເສນ → ແບ້ໂຕຜູ້ອາສາເສນແບກ
ບາບທັງໝົດດ້ວຍຕົວຂອງມັນເອງ ແລະຕາຍໄປໃນຖິ່ນແຫ້ງແລ້ງກັນດານດ້ວຍຄວາມທຸກ ທໍລະມານ.
ຄຳທຳນວາຍທີ່ສຳເລັດ) ການບາບຂອງພວກເຮົາ → ພະຄິດຮັບເອົາບາບ →ໃນມື້ລຶບ
ລ້າງບາບໃຫຍ່ ບາບຂອງພວກເຮົາຍ້າຍໄປແກ່ຊາຕານເຊິ່ງປຽບເໝືອນແບ້ອາສາເສນ → ມານຮ້າຍຖືກທໍລະມານໃນນາຮົກ ແລະຖືກທຳລາຍຕະຫຼອດໄປ.
8. ເທດສະການປຸກຕູບຢູ່
ເທດສະການປຸກຕູບຢູ່ເປັນເທດສະການສຸດທ້າຍໃນເທດສະການປະຈຳປີ ເຊິ່ງເປັນລະດູ
ເກັບກ່ຽວເລີ້ມສະຫຼອງຕັ້ງແຕ່ວັນທີ 15 ເດືອນ7 ເຖິງວັນທີ 22 ເດືອນ7ໃນປະຕິທິນຂອງ
ພະເຈົ້າ (ລລວ 23:34-36).
1) ທີ່ມາຂອງເທດສະການປຸກຕູບຢູ່
ຫຼັງຈາກທີ່ໂມເຊໄດ້ລົງມາຈາກເທິງພູພ້ອມກັບພະບັນຍັດສິບຂໍ້ໃນຄັ້ງທີ່ສອງ ລາວໄດ້ອະ
ທິບາຍແກ່ປະຊາຊົນທຸກຄົນເຖິງຖ້ອຍຄຳແຫ່ງພະສັນຍາ ແລະການເຮັດວຽກສ້າງຕູບພະວິ
ຫານ (ອພຍ 34:27-35) ແລະຜູ້ຄົນທັງຫຼາຍທີ່ເຕັມໃຈໄດ້ນຳສິ່ງຕ່າງໆມາຖວາຍແກ່ພະ
ເຈົ້າເຊັ່ນ ເງິນຄຳ, ຜ້າປ່ານເນື້ອລະອຽດດີ ແລະໄມ້ສຳລັບເຮັດຕູບເປັນເວລາ7ວັນ ຕັ້ງແຕ່
ວັນທີ 15 ເດືອນ7 (ອພຍ 35:4-29, 36:5-7). ພະເຈົ້າໄດ້ຊົງຕັ້ງເທດສະການນີ້ ແລະ
ສັ່ງໃຫ້ປະຕິບັດຕາມເພື່ອລະນຶກໄລຍະ 7ວັນ ທີ່ໃຫ້ຖວາຍເຄື່ອງເອ້ເຄື່ອງປະດັບຂອງຕູບ
ພະວິຫານ ແລະໃຫ້ຈົດຈຳແກ່ປະຊາຊົນອິດສະລາເອນ ແລະເຊື້ອສາຍຕໍ່ໆໄປ. ເທດສະ ການປຸກຕູບຢູ່ນີ້ ເອີ້ນອີກຢ່າງໜຶ່ງວ່າ ເທດສະການສ້າງຫໍເຕັນ.
2) ພິທີການຂອງເທດສະການປຸກຕູບຢູ່
ເມື່ອໃດກໍ່ຕາມທີ່ປະຊາຊົນອິດສະລາເອນ ໄດ້ສະຫຼອງເທດສະການປຸກຕູບຢູ່ ພວກເຂົາ ໄດ້ສ້າງຫໍເຕັນໂດຍນຳງ່າຕົ້ນຕານ, ງ່າຕົ້ນໄມ້ຫອມແລະງ່າຕົ້ນວິນໂລມາປູຢູ່ໜ້າພະວິຫານ
ຫຼືຄຸມຫຼັງຄາເຮືອນຂອງພວກເຂົາ. ແລະພວກເຂົາໄດ້ຢູ່ໃນທີ່ນັ້ນເປັນເວລາໜຶ່ງອາທິດດ້ວຍຄວາມຊົມຊຶ່ນຍິນດີ ແລະໄດ້ປະຕິບັດຕາມເທດສະການດ້ວຍຄວາມບໍລິສຸດ ພ້ອມທັງຄອບ ຄົວທີ່ຍາກຈົນຊ່ວຍເຫຼືອເຊິ່ງກັນແລະກັນ(ນຫມ 8:9-18, ລລວ 23:39-43, ພບຍ 16:11-15, ສກຢ 14:15-18).
3) ຄຳທຳນວາຍທີ່ສຳເລັດຂອງເທດສະການປຸກຕູບຢູ່
ໃນພະຄຳພີ ມະນຸດ ປຽບທຽບເໝືອນໄມ້(ຢລມ 5:14) ແລະປະຊາຊົນພະເຈົ້ານັ້ນຄື ວັດສະດຸຂອງພະວິຫານ(ພນ 3:12). ປະຊາຊົນອິດສະລະເອນໄດ້ປຸກຕູບແລະໄດ້ອາໄສ
ຢູ່ເປັນເວລາ 7ມື້ດ້ວຍຄວາມຊົມຊື່ນຍິນດີ ແລະຮວບຮວມວັດສະດຸຕ່າງໆສຳລັບການປຸກ
ຕູບທີ່ບໍລິສຸດໃນສະໄໝໂມເຊເປັນເວລາ 7ມື້ ນີ້ຄືຄຳທຳນວາຍກ່ຽວກັບການເຮັດວຽກປະ
ກາດຂ່າວປະເສີດທີ່ເທິງແຜ່ນດິນໂລກ ເຊິ່ງຈະສຳເລັດໄດ້ດ້ວຍການຮວບຮວມປະຊາຊົນ
ຂອງພະເຈົ້າ144,000ຄົນ ເຊິ່ງປຽບເໝືອນໄມ້ ຫຼືວັດສະດຸຕ່າງໆຂອງການສ້າງພະວິຫານ.
ດ້ວຍການປະກາດຂ່າວປະເສີດໃນລະຫວ່າງເທດສະການນີ້ ແລະຮວບຮວມປະຊາຊົນ
ຂອງພະເຈົ້າຜູ້ເປັນວັດສະດຸຂອງພະວິຫານ ເໝືອນດັ່ງຮວບຮວມວັດສະດຸຂອງຫໍເຕັນເພື່ອວາງຮາກຖານຂະບວນການຂອງພະເຢຊູທີ່ຈະຊົງສະເດັດມາ.
4) ຄຳສັນຍາຂອງເທດສະການປຸກຕູບຢູ່
ເທດສະການປຸກຕູບຢູ່ ເປັນວັນແຫ່ງຄວາມສຸກ ທີ່ໄດ້ຮັບພະວິນຍານບໍລິສຸດເຊິ່ງເປັນ
ຄວາມສາມາດຂອງພະເຈົ້າເພື່ອຮວບຮວມປະຊາຊົນ144,000ຄົນ ຜູ້ທີ່ເປັນວັດສະດຸຕ່າງໆ ສຳລັບສ້າງພະວິຫານເຢລູຊາເລັມແຫ່ງສະຫວັນ. ຜູ້ປະກາດພະຄຳເສກາລີຢາໄດ້ທຳນວາຍ ຄວາມຈິງນີ້ວ່າ:
ສກຢ 14:16-19 『ແລ້ວພວກທີ່ລອດຊີວິດມາໄດ້ຈາກຊົນຊາດຕ່າງໆທີ່ໄດ້ໂຈມຕີກຸງເຢລູ
ຊາເລັມນັ້ນ ກໍ່ຈະໄປທີ່ນັ້ນທຸກໆປີເພື່ອນະມັດສະການພະຜູ້ເປັນເຈົ້າອົງຊົງລິດອຳນາດຍິ່ງ
ໃຫຍ່ ຄືອົງຊົງເປັນເຈົ້າຊີວິດ ແລະເພື່ອສະເຫຼີມສະຫຼອງເທດສະການປຸກຕູບຢູ່. ຖ້າຊົນ
ຊາດໃດບໍ່ຍອມໄປນະມັດສະການພະຜູ້ເປັນເຈົ້າອົງຊົງລິດອຳນາດຍິ່ງໃຫຍ່ຄື ອົງເປັນເຈົ້າຊີ
ວິດແລ້ວ ຝົນກໍ່ຈະບໍ່ຕົກລົງມາສູ່ດິນແດນຂອງພວກເຂົາ. ຖ້າຊາວເອຢິບບໍ່ຍອມສະເຫຼີມສະ
ຫຼອງເທດສະການປຸກຕູບຢູ່ ເຂົາກໍ່ຈະຖືກທຳລາຍດ້ວຍໂລກລະບາດເຊິ່ງພະຜູ້ເປັນເຈົ້າສົ່ງ
ມາສູ່ທຸກຊົນຊາດທີ່ບໍ່ຍອມໄປທີ່ນັ້ນຄືກັນ. ອັນນີ້ຈະເປັນການລົງໂທດທີ່ປະເທດເອຢິບແລະ ຊົນຊາດອື່ນໆທັງຫມົດຈະໄດ້ຮັບ ຖ້າເຂົາບໍ່ໄປສະເຫຼີມສະຫຼອງເທດສະການປຸກຕູບຢູ່.』
ຈາກຄຳທຳນວາຍເບື້ອງຕົ້ນນີ້ ໄດ້ສະແດງໃຫ້ເຫັນວ່າ ຜູ້ທີ່ບໍ່ມາສະຫຼອງເທດສະການປຸກ ຕູບຢູ່ຈະບໍ່ໃຫ້ຝົນ(ພະວິນຍານບໍລິສຸດ). ແລະພະເຈົ້າໄດ້ຊົງກ່າວວ່າ ຜູ້ທີ່ບໍ່ໄດ້ມາປະຕິບັດ
ຕາມເທດສະການປຸກຕູບຢູ່ ພະອົງຈະຊົງໃຫ້ໄພພິບັດ, ພວກເຮົາຈະຮັບການລົງໂທດ.
ເຖິງຢ່າງໃດກໍ່ຕາມ, ໃນປັດຈຸບັນນີ້ມີບາງຄົນໄດ້ກ່າວວ່າ『ເຮົາໄດ້ຮັບພະວິນຍານບໍລິສຸດ
ແລ້ວ』『ເຮົາໄດ້ຮັບພະພອນຈາກພະເຈົ້າແລ້ວ』ໂດຍບໍ່ປະຕິບັດຕາມເທດສະການປຸກ
ຕູບຢູ່ ພວກເຮົາຕ້ອງຮູ້ຢ່າງຈະແຈ້ງວ່າ ຜູ້ທີ່ໄດ້ເວົ້າເຊັ່ນນັ້ນເປັນການຫຼອກລວງຂອງຊາ
ຕານທີ່ບໍ່ມີຢູ່ໃນພະຄຳພີເລີຍ, ເປັນຄຳຂີ້ຕົວະທີ່ບໍ່ມີຄວາມຈິງ. ພະເຈົ້າຊົງໃຫ້ຄຳສັນຍາວ່າ ພະວິນຍານບໍລິສຸດຂອງພະເຈົ້າຈະຊົງໃຫ້ແກ່ປະຊາຊົນທີ່ປະຕິບັດຕາມເທດສະການປຸກຕູບຢູ່ເທົ່ານັ້ນ ແລະພະເຢຊູກໍ່ຊົງອະທິບາຍຢ່າງຈະແຈ້ງ ເຖິງພະປະສົງຂອງພະເຈົ້າວ່າ:
ຢຮ 7:37-39 『ໃນມື້ສຸດທ້າຍອັນເປັນມື້ສຳຄັນທີ່ສຸດຂອງເທດສະການ(ເທດສະການປຸກ
ຕູບຢູ່) ພະເຢຊູໄດ້ຢືນຂຶ້ນ ແລະຮ້ອງດັງໆວ່າ “ຜູ້ໃດກໍ່ຕາມທີ່ຫິວນໍ້າໃຫ້ມາຫາເຮົາ ແລະ
ດື່ມ. ດັ່ງທີ່ມີຂຽນໄວ້ໃນພະຄຳພີວ່າ “ຜູ້ໃດກໍ່ຕາມທີ່ເຊື່ອໃນເຮົາ ສາຍນໍ້າແຫ່ງຊີວິດຈະໄຫຼ
ອອກຈາກຜູ້ນັ້ນ.” ສິ່ງທີ່ພະເຢຊູຊົງກ່າວນັ້ນໝາຍເຖິງພະວິນຍານ ເຊິ່ງຜູ້ທີ່ເຊື່ອໃນພະອົງ
ຈະໄດ້ຮັບ.』
ຜູ້ປະກາດພະຄຳເສກາລີຢາໄດ້ອະທິບາຍວ່າ ຜູ້ທີ່ບໍ່ສະຫຼອງເທດສະການປຸກຕູບຢູ່ຈະບໍ່
ໄດ້ຮັບຝົນ ແລະພະເຢຊູໄດ້ຊົງກ່າວເຖິງຜູ້ຄົນທັງຫຼາຍວ່າ ຈະໄດ້ຮັບພະວິນຍານບໍລິສຸດ
ດ້ວຍການປະຕິບັດຕາມເທດສະການປຸກຕູບຢູ່.
ເມື່ອປຽບທຽບເບິ່ງພະຄຳສອງຂໍ້ນີ້ ຝົນທີ່ຈະໃຫ້ໃນເທດສະການປຸກຕູບຢູ່ທີ່ຂຽນໄວ້ໃນປຶ້ມ ເສກາລີຢານັ້ນໝາຍຄວາມວ່າ ພະວິນຍານບໍລິສຸດທີ່ຊົງມອບໃຫ້ໃນເທດສະການປຸກຕູບຢູ່.
ດ້ວຍຖ້ອຍຄຳນີ້ ພະວິນຍານບໍລິສຸດເປັນຄວາມເມດຕາຂອງພະເຈົ້າທີ່ຊົງໂຜດໃຫ້ແກ່ ຜູ້ທີ່
ປະຕິບັດຕາມເທດສະການປຸກຕູບຢູ່ ຫຼືເທດສະການເພັນເຕກັອດ. ຖ້າດັ່ງນັ້ນ, ໃນປັດຈຸບັນ ນີ້ ຜູ້ທີ່ບໍ່ໄດ້ປະຕິບັດຕາມເທດສະການປຸກຕູບຢູ່ໄດ້ເວົ້າວ່າ “ເຮົາໄດ້ຮັບພະວິນຍານບໍລິສຸດ” ນັ້ນເປັນການກະທໍາຂອງພະອົງໃດ? ການກະທຳຂອງພະວິນຍານບໍລິສຸດ ຫຼືການກະທຳ
ຂອງດວງວິນຍານຊົ່ວຮ້າຍ? ພະເຈົ້າເປັນຜູ້ທີ່ບໍ່ໄດ້ຊົງກ່າວສິ່ງທີ່ໄຮ້ປະໂຫຍດຢ່າງແນ່ນອນ
ຖ້າພະອົງໄດ້ຊົງສັນຍາວ່າ ຈະໃຫ້ພະວິນຍານບໍລິສຸດແກ່ປະຊາຊົນຜູ້ທີ່ໄດ້ປະຕິບັດຕາມ
ເທດສະການປຸກຕູບຢູ່ ແຕ່ຊົງໂຜດພະວິນຍານບໍລິສຸດແກ່ປະຊາຊົນທີ່ບໍ່ໄດ້ປະຕິບັດຕາມ
ເທດສະການປຸກຕູບຢູ່ໄດ້ບໍ? ນັ້ນເປັນການກະທຳຂອງພະອົງອື່ນ ທີ່ບໍ່ແມ່ນພະເຈົ້າຢ່າງແນ່ ນອນ.
ດົນນານມາແລ້ວ, ພວກຟາລິຊາຍໄດ້ຮັບຮູ້ວ່າ ພະເມຊີອາຈະຊົງສະເດັດມາ ແຕ່ເມື່ອ
ພະອົງຊົງສະເດັດມາ ພວກເຂົາບໍ່ໄດ້ຕ້ອນຮັບພະອົງ ເຊັ່ນດຽວກັນໃນປັດຈຸບັນນີ້ຊາວຄິດ
ສະຕຽນຈຳນວນຫຼວງຫຼາຍໄດ້ຮັບຮູ້ແລ້ວວ່າ ພະວິນຍານບໍລິສຸດ ແຫ່ງຝົນປາຍລະດູຈະລົງ ມາ ແຕ່ພວກເຂົາບໍ່ໄດ້ຮູ້ຈັກຄວາມຈິງທີ່ສາມາດຮັບພະວິນຍານບໍລິສຸດໄດ້(ຢລມ 8:7,3:3)
5) ການກະທຳຂອງວິນຍານຊົ່ວທີ່ປອມຕົວເປັນພະວິນຍານບໍລິສຸດ ດ້ວຍໝາຍສຳຄັນ ແລະການອັດສະຈັນ.
ຕັ້ງແຕ່ສະໄໝກ່ອນດົນນານມາແລ້ວ ພວກເຮົາໄດ້ອາໄສຢູ່ໃນສະພາບແວດລ້ອມແບບ
ຊາວບ້ານທີ່ເຊື່ອຖືກັນເອງ ເຊິ່ງເປັນສາດສະໜາຜີ. ພວກໝໍຜີໝໍມໍຜູ້ເປັນຕົວແທນຂອງ
ສາດສະໜາຜີ ໄດ້ລໍ້ລວງໃຫ້ຄົນທັງຫຼາຍຫຼົງໄຫຼເໝືອນຖືກມົນສະກົດຕ່າງໆ ດ້ວຍການອັດ
ສະຈັນແລະຄວາມປະຫຼາດໃຈ. ເມື່ອພວກເຂົາໄດ້ຮ້ອງລຳທຳເພງ ເຕັ້ນຢູ່ເທິງໃບມີດທີ່ຄົມ ແຫຼມ ເຊິ່ງປາສະຈາກຮອຍເລືອດ ແລະຮອຍບາດແຜທີ່ຕີນຂອງພວກເຂົາ ແລະມົນສະ
ເໜ່ຕ່າງໆຂອງພວກເຂົາ ເປັນອິດທິລິດແລະສິ່ງມະຫັດສະຈັນເຊິ່ງເກີດຂຶ້ນຫ່າງໄກອອກໄປຈາກມະນຸດທັງຫຼາຍທີ່ຈະເຂົ້າໃຈໄດ້.
ຄັ້ງໜຶ່ງມີຍິງສາວຊົນນະບົດຄົນໜຶ່ງ ມີພະລັງເໜືອທຳມະຊາດສາມາດຮັກສາຄົນທີ່ເຈັບ
ປ່ວຍໄດ້ໂດຍວິທີແນມໜ້າຂອງຄົນເຈັບ ແລະໃນປະເທດອາເມລິກາມີບາງຄົນໄດ້ບອກອາ
ການເຈັບຢູ່ບ່ອນໃດ ແລະສັ່ງຢາໃນຄວາມຝັນ ເຊິ່ງສະແດງໝາຍສຳຄັນ ແລະການອັດສະ ຈັນທີ່ເຮັດໃຫ້ທຸກຄົນປະຫຼາດໃຈ. ເຫດການທີ່ໄດ້ເກີດຂຶ້ນນັ້ນໄດ້ອະທິບາຍວ່າເປັນການກະ
ທຳຂອງພະວິນຍານບໍລິສຸດບໍ? ເຖິງແມ່ນວ່າຄົນໃນສະຖານະການນັ້ນເປັນຄົນທີ່ບໍ່ເຊື່ອໃນພະເຈົ້າ.
ດັ່ງນັ້ນ, ເຮົາຕ້ອງພິຈາລະນາເບິ່ງຄຳຕັກເຕືອນຂອງພະຄຳພີວ່າ ໃນສະໄໝນີ້ໝາຍສຳ ຄັນແລະການອັດສະຈັນທີ່ໄດ້ເກີດຂຶ້ນກັບຄົນທີ່ອ້າງວ່າຕົນເຊື່ອພະເຈົ້າ ແຕ່ບໍ່ໄດ້ປະຕິບັດ ຕາມພະບັນຍັດຂອງພະເຈົ້າຄື ເທດສະການເພັນເຕກັອດ ຫຼືເທດສະການປຸກຕູບຢູ່ນັ້ນ
ເປັນການເຮັດວຽກຂອງພະອົງໃດ ພວກເຮົາຕ້ອງສົນໃຈໃນຄຳຕັກເຕືອນທີ່ໃຫ້ໂດຍຜ່ານ
ພະຄຳພີ.
2ທຊ 2:9-12 『ຜູ້ຊົ່ວຮ້າຍນັ້ນຈະມາດ້ວຍອຳນາດຂອງຊາຕານ ແລະຈະເຮັດການອັດສະ ຈັນກັບການອິດທິລິດ ແລະສິ່ງທີ່ໜ້າງຶດງໍ້ອັນຈອມປອມທຸກຊະນິດແລະໃຊ້ອຸບາຍອັນຊົ່ວຊ້າ ທຸກຢ່າງຫຼອກລວງຜູ້ທີ່ກຳລັງຈະຈິບຫາຍໄປ. ເພາະເຂົາບໍ່ໄດ້ຍອມຮັບ ແລະຮັກຄວາມຈິງ ເຊິ່ງຈະຊ່ວຍເຂົາໃຫ້ພົ້ນ. ດັ່ງນັ້ນແຫຼະ,ພະເຈົ້າຈຶ່ງສົ່ງອິດທິພົນອັນຜິດໆມາດຳເນີນການຢູ່ ພາຍໃນເຂົາ ເພື່ອວ່າຄວາມຄິດບໍ່ດີຈະຄອງຈິດໃຈຂອງເຂົາ. ໃນທີ່ສຸດທຸກຄົນທີ່ບໍ່ໄດ້ເຊື່ອ ຄວາມຈິງຄືຜູ້ທີ່ເພີດເພີນຢູ່ໃນບາບ ກໍ່ຈະຖືກພິພາກສາລົງໂທດ.』
ໃນຖ້ອຍຄຳຂ້າງເທິງນັ້ນ ໄດ້ສະແດງໃຫ້ເຫັນວ່າສິ່ງຕ່າງໆທີ່ເປັນການອັດສະຈັນກັບການ
ອິດທິລິດ ເປັນການກະທຳຂອງຊາຕານ ເຊິ່ງເປັນຈິດວິນຍານທີ່ຊົ່ວຮ້າຍ ບໍ່ແມ່ນການກະ
ທຳຂອງພະວິນຍານບໍລິສຸດ. ຄົນສ່ວນຫຼາຍຕັດສິນໃຈຢ່າງງ່າຍດາຍ ຖ້າເບິ່ງໝາຍສຳຄັນແລະການອັດສະຈັນທີ່ປະຫຼາດໃຈວ່າ ທັງໝົດເປັນການກະທຳຂອງພະວິນຍານບໍລິສຸດ
ແລະໄດ້ຕິດຕາມທາງນັ້ນໂດຍບໍ່ມີສົງໃສຫຍັງເລີຍ. ແຕ່ວ່າສະໄໝນີ້ແມ່ນສະໄໝທີ່ໜ້າຢ້ານ ມານຊາຕານລໍຖ້າໂອກາດທີ່ຈະຈັບເຫຍື່ອ ຄືດວງວິນຍານຂອງພວກເຮົາ ເໝືອນດັ່ງໂຕສິງ
ທີ່ກຳລັງຮ້ອງຄຳລາມ. ແຕ່ບໍ່ໄດ້ເບິ່ງລາຍລະອຽດເຖິງຖ້ອຍຄຳໃນພະຄຳພີ ແລະບໍ່ໄດ້ຈຳ
ແນກລະຫວ່າງ ພະວິນຍານບໍລິສຸດ ກັບວິນຍານທີ່ຊົ່ວຮ້າຍ ແລະໄດ້ໂຍນຈິດວິນຍານຂອງ
ຕົນເອງໃສ່ຄວາມຕາຍໄດ້ຢ່າງໃດ!
ປາບໍ່ສາມາດມີຊີວິດຢູ່ໄດ້ ຖ້າປາສະຈາກນໍ້າສັນໃດ ພະວິນຍານບໍລິສຸດບໍ່ສາມາດດຳລົງ
ໄດ້ ຖ້າປາສະຈາກຄວາມຈິງສັນນັ້ນ. ດັ່ງນັ້ນ, ພະເຢຊູໄດ້ຊົງເອີ້ນພະວິນຍານບໍລິສຸດວ່າ
『ພະວິນຍານແຫ່ງຄວາມຈິງ』(ຢຮ 15:26). ກ່ອນທີ່ພວກເຮົາຈະມີປະສົບການໃນການ ກະທຳຂອງພະເຈົ້ານັ້ນ ພວກເຮົາຕ້ອງມີຄວາມຊັດເຈນ ແລະໄຈ້ແຍກວ່າ ພະຄຳທີ່ພວກ
ເຮົາມີນັ້ນ ເປັນຄວາມຈິງແຫ່ງພະສັນຍາທີ່ນຳພາພວກເຮົາໄປສູ່ຄວາມພົ້ນໄດ້. ພະເຢຊູໄດ້
ຊົງກ່າວວ່າ ຜູ້ຄົນທັງຫຼາຍທີ່ບໍ່ປະຕິບັດຕາມພະຄຳຂອງພະເຈົ້າເປັນຄົນທີ່ຊົ່ວຮ້າຍ ແລະຜູ້ນັ້ນຈະບໍ່ໄດ້ເຂົ້າສູ່ອານາຈັກສະຫວັນເລີຍ ເຖິງແມ່ນວ່າເປັນຜູ້ປະກາດພະຄຳຂອງພະເຈົ້າ
(ສາດສະດາຈານ,ຜູ້ອາວຸໂສ,ຜູ້ນຳສາດສະໜາ)ທີ່ມີຄວາມສາມາດເຮັດໝາຍສຳຄັນ ແລະ
ການອັດສະຈັນ, ພະເຢຊູໄດ້ຊົງເຮັດໃຫ້ພວກເຮົາໄດ້ຄຳນຶງຢູ່ຕະຫຼອດວ່າ ພວກເຮົາສາ
ມາດເຂົ້າສູ່ອານາຈັກສະຫວັນໄດ້ດ້ວຍຄວາມຈິງ ແລະພະບັນຍັດຂອງພະເຈົ້າເທົ່ານັ້ນບໍ່
ແມ່ນຄວາມສາມາດທີ່ກະທຳໝາຍສຳຄັນ ແລະການອັດສະຈັນຕ່າງໆ.
ມທ 7:21-23 『ບໍ່ແມ່ນວ່າທຸກຄົນທີ່ເອີ້ນເຮົາວ່າ “ນາຍເຈົ້າຂ້າ ນາຍເຈົ້າຂ້າ” ຈະເຂົ້າໄປ ໃນອານາຈັກຂອງພະເຈົ້າ ເຂົ້າໄດ້ແຕ່ຜູ້ທີ່ປະຕິບັດຕາມພະບິດາຂອງເຮົາຜູ້ສະຖິດຢູ່ໃນອາ
ນາຈັກສະຫວັນ ຕ້ອງການໃຫ້ເຂົາປະຕິບັດຕາມເທົ່ານັ້ນ. ເມື່ອມື້ພິພາກສາມາເຖິງຫຼາຍຄົນ ຈະເວົ້າກັບເຮົາວ່າ “ນາຍເຈົ້າຂ້າ ນາຍເຈົ້າຂ້າ! ໃນນາມຂອງພະອົງພວກຂ້າພະອົງໄດ້ປະ ກາດຖ້ອຍຄຳຂອງພະເຈົ້າ ໂດຍນາມຂອງພະອົງພວກຂ້າພະອົງໄດ້ຂັບໄລ່ຜີອອກ ແລະ
ໄດ້ເຮັດການອັດສະຈັນຫຼາຍປະການ ແລ້ວເຮົາກໍ່ຈະປະກາດຕໍ່ພວກເຂົາວ່າ “ເຮົາບໍ່ເຄີຍຮູ້
ຈັກພວກເຈົ້າ. ຖ້ອຍໜີໄປຈາກເຮົາພວກເຈົ້າທີ່ເຮັດການຊົ່ວຮ້າຍ!”』
ດັ່ງຂ້າງເທິງນັ້ນ, ພວກຜູ້ປະກາດພະຄຳປອມໄດ້ອວດຕົວວ່າ ຕົນສາມາດກະທຳດ້ວຍ
ລິດອຳນາດທີ່ໜ້າອັດສະຈັນຄື ຮັກສາໂລກຮ້າຍຕ່າງໆ, ເຮັດໃຫ້ຄົນພິການໄຮ້ຄວາມສາ
ມາດຍ່າງໄດ້, ຄົນປາກກືກສາມາດເວົ້າໄດ້ ແລະຄົນຫູຫນວກສາມາດຍິນໄດ້ດ້ວຍນາມ
ຂອງພະເຢຊູ ແຕ່ວ່າພະເຢຊູໄດ້ຊົງກ່າວວ່າ『ເຮົາບໍ່ເຄີຍຮູ້ຈັກພວກເຈົ້າ ຖອຍໜີໄປຈາກ ເຮົາ ພວກເຈົ້າຄົນທີ່ເຮັດການຊົ່ວຮ້າຍ!』ຖ້າພະລັງອຳນາດ ແລະການກະທຳຂອງພວກ
ເຂົາກະທຳສຳເລັດດ້ວຍພະວິນຍານບໍລິສຸດ ແຕ່ເປັນຫຍັງພວກເຂົາກະທຳຊົ່ວໂດຍບໍ່ໄດ້
ຕິດຕາມພະບັນຍັດຂອງພະເຈົ້າ ແລະພະເຢຊູຈຶ່ງຊົງປະຕິເສດວ່າ ເຮົາບໍ່ເຄີຍຮູ້ຈັກພວກ
ເຈົ້າ? ນີ້ແຫຼະເປັນພະຄຳສັ່ງສອນຂອງພະເຈົ້າທີ່ເປັນພິຍານຫຼັກຖານວ່າ ນີ້ເປັນການກະທຳ
ຂອງວິນຍານທີ່ຊົ່ວຮ້າຍ ບໍ່ແມ່ນການກະທຳຂອງພະວິນຍານບໍລິສຸດ. ນອກຈາກນີ້ພະຄຳພີໄດ້
ຄຳທຳນວາຍໄວ້ກ່ອນແລ້ວວ່າ ໃນສະໄໝສຸດທ້າຍ ບັນດາດວງວິນຍານຊົ່ວຮ້າຍຈະຫຼອກລວງຄົນຢ່າງຫຼວງຫຼາຍ ດ້ວຍການສະແດງໝາຍສຳຄັນ ແລະການອັດສະຈັນຕ່າງໆ.
ພນ 13:13-14 『ສັດຮ້າຍໂຕທີ່ສອງໄດ້ເຮັດການອິດທິລິດໃຫຍ່;ມັນໄດ້ເຮັດໃຫ້ໄຟຕົກຈາກ
ສະຫວັນສູ່ແຜ່ນດິນໂລກຕໍ່ໜ້າທຸກຄົນ. ມັນໄດ້ຫຼອກລວງຄົນທັງໂລກ ດ້ວຍການອິດທິລິດ
ຕ່າງໆ ເຊິ່ງມັນໄດ້ຮັບອະນຸຍາດໃຫ້ເຮັດຕໍ່ໜ້າສັດຮ້າຍໂຕທຳອິດ. ສັດຮ້າຍໂຕທີ່ສອງສັ່ງໃຫ້ເຂົາສ້າງຮູບຂຶ້ນ ເພື່ອເປັນກຽດແກ່ສັດຮ້າຍໂຕທຳອິດ ທີ່ໄດ້ຮັບບາດເຈັບດ້ວຍດາບແຕ່ຍັງບໍ່ ຕາຍນັ້ນ.』
ຄຳທຳນວາຍຂ້າງເທິງນີ້ໄດ້ສະແດງວ່າ ໝາຍສຳຄັນແລະການອັດສະຈັນເປັນອຳນາດທີ່
ມາຈາກຊາຕານ ໂດຍໃຊ້ເພື່ອລໍ້ລວງປະຊາຊົນທີ່ຢູ່ໃນໂລກ. ຢູ່ໃນສະຖານທີ່ບໍ່ມີຄວາມຈິງ ພຽງແຕ່ຕິດຕາມດ້ວຍເຫັນໝາຍສຳຄັນແລະອັດສະຈັນ ຈະຖືກລໍ້ລວງຈາກຊາຕານໄດ້ຢ່າງ
ງ່າຍ ດັ່ງນັ້ນພວກເຮົາຕ້ອງໃຊ້ສະຕິປັນຍາຈຳແນກກ່ຽວກັບພະວິນຍານບໍລິສຸດ ແລະດວງ
ວິນຍານຊົ່ວຮ້າຍ ໂດຍຄວາມເຊື່ອເອົາມາດຕະຖານດ້ວຍພະຄຳຂອງພະເຈົ້າ ບໍ່ແມ່ນເອົາ
ມາດຕະຖານດ້ວຍປະສົບການ. ແລະພະຄຳພີໄດ້ກ່າວວ່າ:
ພນ 16:13-14 『ຕໍ່ມາຂ້າພະເຈົ້າໄດ້ເຫັນວິນຍານຖ່ອຍຮ້າຍສາມດວງ ຄ້າຍຄືໂຕກົບ.
ວິນຍານນັ້ນໄດ້ອອກມາຈາກປາກຂອງພະຍານາກ, ປາກຂອງສັດຮ້າຍ, ແລະປາກຂອງ ຜູ້ປະກາດພະຄຳປອມ. ດວງວິນຍານນັ້ນເປັນຂອງພວກຜີສາດ ທີ່ສະແດງໝາຍສຳຄັນ.
ວິນຍານທັງສາມດວງນີ້ໄດ້ອອກໄປຫາບັນດາກະສັດໃນທົ່ວໂລກ ເພື່ອໃຫ້ບັນດາກະສັດ
ເຫຼົ່ານັ້ນມາຮ່ວມກັນເຮັດເສິກ ໃນມື້ຍິ່ງໃຫຍ່ຂອງພະເຈົ້າອົງຊົງລິດທານຸພາບສູງສຸດ.』
ຈາກຂໍ້ຄວາມນີ້ໄດ້ສະແດງໃຫ້ເຫັນວ່າ ສະພາບໃນປັດຈຸບັນ ດວງວິນຍານຊົ່ວຮ້າຍໄດ້
ກະທຳໝາຍສຳຄັນ ແລະຍ້ອນເລື່ອງນີ້ ຜູ້ຄົນຕ່າງໆຢ່າງຫຼວງຫຼາຍຖືກຫຼອກລວງ. ດັ່ງນັ້ນ,
ພວກເຮົາຕ້ອງໃຊ້ສະຕິປັນຍາຈຳແນກກ່ຽວກັບ ພະວິນຍານບໍລິສຸດ ແລະດວງວິນຍານຊົ່ວ
ຮ້າຍ ແລະຈົ່ງຍຶດຖືເອົາຄວາມພົ້ນແລະອານາຈັກສະຫວັນໄວ້.
ພນ 19:20-21 『ສັດຮ້າຍໄດ້ຖືກຈັບໄປຂັງໄວ້ພ້ອມກັບພວກຜູ້ປະກາດພະຄຳປອມທີ່ໄດ້
ເຮັດການອັດສະຈັນຢູ່ຕໍ່ໜ້າມັນ. (ຜູ້ປະກາດພະຄຳປອມໄດ້ໃຊ້ການອັດສະຈັນເຫຼົ່ານີ້ຫຼອກ
ລວງພວກທີ່ມີເຄື່ອງໝາຍຂອງສັດຮ້າຍ ແລະພວກທີ່ຂາບໄຫວ້ຮູບຂອງມັນ) ສັດຮ້າຍແລະ ຜູ້ປະກາດພະຄຳປອມໄດ້ຖືກໂຍນທັງເປັນລົງໄປໃນບຶງໄຟທີ່ໄໝ້ດ້ວຍມາດ. ສ່ວນກອງທັບ ຂອງພວກເຂົາກໍ່ຖືກຂ້າດ້ວຍດາບທີ່ອອກມ້າຈາກປາກຂອງຜູ້ທີ່ນັ່ງເທິງຫຼັງມ້າ; ແລະຝູງນົກທັງປວງກໍ່ໄດ້ກິນຊີ້ນເຂົາຈົນອີ່ມ.』
ຈາກຂໍ້ຄວາມຕ່າງໆໃນຄຳທຳນວາຍ ພະເຈົ້າຊົງເຮັດໃຫ້ພວກເຮົາຮູ້ວ່າ ຜູ້ປະກາດພະຄຳ ປອມໄດ້ໃຊ້ວິທີດີທີ່ສຸດເພື່ອຫຼອກລວງຄົນທັງຫຼາຍໃນໂລກນີ້ຄື ເປັນການສະແດງໝາຍສຳ
ຄັນ ແລະການອັດສະຈັນຕ່າງໆ ແລະຊົງເຮັດໃຫ້ຈິດວິນຍານຂອງພວກເຮົາ ມີຄວາມສາ
ມາດທີ່ຈະໄຈ້ແຍກໄດ້. ເຫດສະນັ້ນເຮົາບໍ່ຄວນທີ່ຈະປະຕິເສດພະຄຳແຫ່ງຄວາມຈິງຂອງ
ພະເຈົ້າ ໂດຍການປິດຕາເພາະການສະແດງໝາຍສຳຄັນແລະການອັດສະຈັນຕ່າງໆ. ພະ
ວິນຍານຂອງພະເຈົ້າຢູ່ກັບຄວາມຈິງ ແລະດຳລົງຢູ່ໃນຄວາມຈິງ ແລະກະທຳຢູ່ໃນພະບັນ
ຍັດແຫ່ງຄວາມຈິງ ແລະພະສັນຍາ. ເຖິງຢ່າງໃດກໍ່ຕາມ, ໃນສະໄໝນີ້ເມື່ອໃດກໍ່ຕາມທີ່ຄິດ
ສະຕະຈັກຕ່າງໆຈັດງານຟື້ນຟູ ພວກເຂົາບອກວ່າ “ຈົ່ງໄດ້ຮັບພະພອນພະວິນຍານບໍລິສຸດ
ເໝືອນດັ່ງກັບລະເບີດນິວເຄຼຍ ແລະຈົ່ງຮັບພະພອນພະວິນຍານບໍລິສຸດດັ່ງຫ່າຝົນ” ດ້ວຍນີ້
ເຮັດໃຫ້ຜູ້ຄົນທັງຫຼາຍເຂົ້າໃຈ ແລະຕັດສິນຜິດວ່າ ການປິ່ນປົວສຳລັບຮ່າງກາຍເປັນອວຍ
ພະພອນຂອງພະວິນຍານບໍລິສຸດ ຈຶ່ງເຮັດໃຫ້ສະຕິປັນຍາທີ່ໄຈ້ແຍກຄວາມຈິງມືດມົວ ແລະ
ເຮັດໃຫ້ປ່ຽນຄວາມເຊື່ອທີ່ດີຄືຄວາມມຸ້ງໜ້າໄປສູ່ສະຫວັນ ແທນດ້ວຍສະຖານະການທີ່ເຮັດໃຫ້ເຂົາສູນສິ້ນຄວາມຫວັງໃນການມີຊີວິດນິລັນ ແລະການເຂົ້າສູ່ອານາຈັກສະຫວັນ.
ໂດຍຜ່ານຄຳທຳນວາຍນັ້ນ, ພວກເຮົາຕ້ອງຢືນຢູ່ໃນຄວາມຈິງຂອງພະເຈົ້າ ຕ້ອງຕໍ່ສູ້ກັບ ຄວາມຊົ່ວຮ້າຍ ແລະພວກນອກກົດໝາຍເພື່ອຄວາມຈິງ, ໃຫ້ສ່ອງແສງຂ່າວປະເສີດແກ່
ດວງວິນຍານທັງຫຼາຍ. ແລະຕ້ອງປະກາດແກ່ດວງວິນຍານທີ່ປະຕິເສດຄວາມຈິງ ເພາະ
ຖືກຫຼອກລວງດ້ວຍຄວາມບໍ່ຈິງ ແລະເຊີນພວກເຂົາເຂົ້າສູ່ການຮັບພະພອນຈາກພະເຈົ້າ.
ເທດສະການປຸກຕູບຢູ່ ເປັນເທດສະການທີ່ມີຄວາມໝາຍຄື ຕ້ອງຖືໜ້າທີ່ການປະກາດເຊິ່ງ
ເປັນການນຳພາເຂົ້າສູ່ຄວາມຈິງໂດຍສ່ອງແສງຂ່າວປະເສີດແກ່ຜູ້ທີ່ຊັດເຊພະເນຈອນໃນ
ຄວາມມືດ ຍ້ອນຖືກຫຼອກລວງດ້ວຍຄວາມບໍ່ຈິງ. ພະເຈົ້າຊົງໃຫ້ພວກເຮົາໄດ້ຮູ້ຈັກຄວາມ
ຈິງນີ້ກ່ອນ ເພື່ອມອບໝາຍໜ້າທີ່ການປະກາດຂ່າວປະເສີດທີ່ບໍລິສຸດໃຫ້(1ທຊ 2:3-4).