1. ພະພອນຂອງພະເຈົ້າທີ່ໄດ້ຊົງສັນຍາແກ່ປະຊາຊົນຂອງສີໂອນ
ຜູ້ໃດກໍ່ຕາມທີ່ມີຄວາມເຊື່ອໃນພະເຈົ້າຈະໄດ້ຍິນຊື່ ສີໂອນ. ແຕ່ມີຈຳນວນຄົນບໍ່ຫຼາຍປານ
ໃດທີ່ຈະຮູ້ໄດ້ຢ່າງແທ້ຈິງກ່ຽວກັບ ສີໂອນ. ແລະທ່ານຮູ້ຫຼືບໍ່ວ່າ ສີໂອນນັ້ນແມ່ນບ່ອນໃດ? ແລະຖ້າບາງຄົນຖາມວ່າ “ອວຍພະພອນໃດທີ່ປະຊາຊົນຂອງສີໂອນຈະໄດ້ຮັບ?” ເຈົ້າສາ
ມາດຕອບຄຳຖາມນີ້ໄດ້ຢ່າງຖືກຕ້ອງຕາມຄຳສອນຂອງພະເຈົ້າໄດ້ຫຼືບໍ່? ຄົນສ່ວນຫຼາຍມັກ
ຕອບຄຳຖາມ ດ້ວຍທ່າທີທີ່ມີເຫດຜົນກ່ຽວກັບຖ້ອຍຄຳຂອງພະເຈົ້າ ໂດຍການຕັດສິນຕາມ ຄວາມຮູ້ຂອງຕົນເອງ ເຊິ່ງຫຼອກລວງໃຫ້ຜູ້ອື່ນຄິດວ່າ ຕົນເອງຮູ້ຄວາມໝາຍໃນຖ້ອຍຄຳ ຂອງພະເຈົ້າ ເຊິ່ງແທ້ຈິງແລ້ວເຂົາທັງຫຼາຍບໍ່ຮູ້ຈັກພະປະສົງຂອງພະເຈົ້າເລີຍ. ເພາະພວກເຂົາທັງຫຼາຍບໍ່ໄດ້ຮັບຖ້ອຍຄຳແຫ່ງຄວາມຈິງ ແຕ່ຖືກສອນດ້ວຍຫຼັກການທີ່ມະນຸດສ້າງຂຶ້ນ ດັ່ງນັ້ນ, ຈຶ່ງບໍ່ຮູ້ພະປະສົງຂອງພະເຈົ້າ.
ປັດຈຸບັນນີ້, ເຈົ້າມີຄວາມເຊື່ອແນວໃດໃນຊີວິດ? ເຈົ້າເຊື່ອຟັງຕາມຖ້ອຍຄຳຂອງພະເຈົ້າ
ຫຼືບໍ່? ຖ້າເຈົ້າເຊື່ອຟັງ ນັ້ນຄືສິ່ງໃດ? ການນະມັດສະການວັນອາທິດ ຫຼືນະມັດສະການວັນ ພຸດຕອນແລງ ຫຼືອ້ອນວອນອະທິຖານໝົດຄືນວັນສຸກ ຫຼືວັນຄິດສະມາດ ຫຼືວັນສະແດງ
ຄວາມຂອບພະຄຸນພະເຈົ້າ, ວັນຂອບພະຄຸນເກັບກ່ຽວເຂົ້າບາເລ້, ນະມັດສະການວັນເດັກ
ນ້ອຍຫຼືບໍ່? ໃຜຄືຜູ້ທີ່ສອນສິ່ງທັງໝົດເຫຼົ່ານີ້? ສິ່ງເຫຼົ່ານີ້ບໍ່ສາມາດພົບເຫັນໃນພະຄຳພີໄດ້. ສິ່ງເຫຼົ່ານີ້ທັງໝົດ ເປັນພິທີຂອງເທດສະການທີ່ມະນຸດເປັນຜູ້ກຳນົດຕັ້ງຂຶ້ນມາເອງ. ນະມັດ ສະການດ້ວຍການກຳນົດຈັດຕັ້ງເທດສະການຕ່າງໆຂອງມະນຸດ ພະເຈົ້າຊົງບໍ່ມັກ ແລະບໍ່ມີອວຍພະພອນທີ່ໄດ້ສັນຍາແກ່ພວກເຮົາ. ມີພຽງແຕ່ການຕັດສິນພ້ອມຄຳສາບແຊ່ງດ້ວຍ ຄວາມໂກດຮ້າຍຂອງພະເຈົ້າ(ອຊຢ 1:14, ຄຕ 1:6, ພນ 22:18).
ນີ້ຄືສິ່ງທີ່ສຳຄັນແລະເປັນບັນຫາທີ່ຮ້າຍແຮງ. ຖ້າຢາກເຂົ້າໃຈຖ້ອຍຄຳຂອງພະເຈົ້າ ເຮົາ ຕ້ອງປະຖິ້ມຄວາມຄິດຂອງຕົນເອງ ແລະຍອມຮັບຖ້ອຍຄຳຂອງພະເຈົ້າ ດ້ວຍຄວາມອ່ອນ
ນ້ອມຖ່ອມຕົນ. ແຕ່ສຳລັບປະຊາຊົນຂອງສີໂອນຜູ້ທີ່ຖືກເລືອກ ມີຄວາມໂຊກດີຢ່າງຍິ່ງ. ເພາະພະເຈົ້າຊົງໃຫ້ສັນຍາວ່າ ຈະໃຫ້ອວຍພະພອນແຫ່ງຊີວິດໂດຍໄດ້ຮັບການອະໄພບາບຢ່າງໜັກແໜ້ນ ດ້ວຍພະສັນຍາແຫ່ງຄວາມເມດຕາແລະຄວາມຮັກ ນີ້ຄືຄວາມຊົມຊື່ນຍິນດີ ແລະຄວາມຂອບພະຄຸນຫຼາຍສໍ່າໃດ! ດັ່ງນັ້ນ, ບັດນີ້ເຮົາມາສຶກສາກ່ຽວກັບສີໂອນທີ່ພະເຈົ້າຊົງສັນຍາແຫ່ງພະພອນໄວ້ແລ້ວ.
1) ເອີ້ນຊື່ວ່າ ສີໂອນ ໄດ້ແນວໃດ?
ຊື່ ສີໂອນເປັນຊື່ຂອງໂນນພູທີ່ຕັ້ງທາງທິດຕາເວັນຕົກສຽງໃຕ້ຂອງນະຄອນເຢລູຊາເລັມ
ເຊິ່ງເປັນເມືອງສູນກາງທີ່ສຳຄັນໃນການາອານ. ເທື່ອທຳອິດ, ສີໂອນເປັນດິນແດນຂອງ ຊາວເຢບຸດຜູ້ເປັນຄົນຕ່າງດ້າວໄດ້ອາໄສຢູ່ນັ້ນ ແຕ່ເມື່ອດາວິດໄດ້ເປັນກະສັດ ແລະໄດ້ຍຶດ
ຄອງສີໂອນໃຫ້ເປັນດິນແດນຂອງປະເທດອິດສະລະເອນ. ຫຼັງຈາກນັ້ນ, ກະສັດດາວິດໄດ້ ສ້າງກຳແພງ ແລະໄດ້ເອີ້ນຊື່ຂອງນະຄອນນັ້ນວ່າ ‘ເມືອງຂອງດາວິດ’ ຫຼື ‘ເມືອງຂອງສີ ໂອນ’ (2ຊມອ 5:3). ຕໍ່ມາໃນສະໄໝຂອງກະສັດໂຊໂລໂມນ ໄດ້ສ້າງພະວິຫານເຢລູຊາ ເລັມຢູ່ໃນເມືອງຂອງສີໂອນ ແລະພະເຈົ້າໄດ້ຊົງສະຖິດຢູ່ທີ່ນັ້ນ. ໃນພະວິຫານເຢລູຊາເລັມ ບ່ອນທີ່ພະເຈົ້າສະຖິດຢູ່ ປະຊາຊົນໄດ້ນຳເຄື່ອງຖວາຍບູຊາແກ່ພະເຈົ້າໂດຍຜ່ານເທດສະ
ການຕ່າງໆ ແລະເນື່ອງຈາກວ່າ ອວຍພະພອນຂອງພະເຈົ້າທີ່ໄດ້ຊົງສັນຍາໄວ້ແກ່ປະຊາ
ຊົນ. ຖວາຍບູຊານັ້ນມີມື້ພະ ແລະເທດສະການປັດສະຄາ, ເທດສະການກິນເຂົ້າຈີ່ບໍ່ມີເຊື້ອ ແປ້ງ, ເທດສະການວັນແຫ່ງຜົນຜະລິດທຳອິດ, ເທດສະການເກັບກ່ຽວ, ເທດສະການເປົ່າ
ແກ, ເທດສະການມື້ລຶບລ້າງບາບໃຫຍ່, ເທດສະການປຸກຕູບຢູ່ ນອກເໜືອຈາກນັ້ນທຸກໆມື້ ຈະມີເຄື່ອງຖວາຍປະຈຳມື້ຢູ່ໃນພະວິຫານ. ເຊັ່ນດຽວກັນນີ້, ປະຊາຊົນອິດສະລະເອນ(ປະ ຊາຊົນທີ່ພະເຈົ້າໄດ້ຊົງເລືອກ) ຜູ້ທີ່ສະຫຼອງເທດສະການຂອງພະເຈົ້າຕາມພະບັນຍັດໄດ້
ຖືກເອີ້ນວ່າ ‘ສີໂອນ’ ຫຼື ‘ປະຊາຊົນຂອງສີໂອນ’. ສີໂອນເປັນສະຖານທີ່ມີພະວິຫານເຢລູ ຊາເລັມສຳລັບພາຍນອກ(ຮ່າງກາຍ) ແຕ່ສຳລັບພາຍໃນ(ຈິດວິນຍານ) ສີໂອນເປັນພະວິ ຫານບ່ອນທີ່ມີອວຍພະພອນແຫ່ງຄວາມພົ້ນດ້ວຍການສະຫຼອງເທດສະການຕ່າງໆທີ່ໄດ້ກຳນົດໄວ້ ເພື່ອນະມັດສະການແກ່ພະເຈົ້າຄືຄິດສະຕະຈັກແຫ່ງຄວາມຈິງທີ່ປະຕິບັດຕາມເທດສະການຂອງພະເຈົ້າ (ອຊຢ 33:20-24).
2) ມີສິ່ງໃດແດ່ທີ່ໄດ້ເຮັດໃນສີໂອນ?
ໃນສີໂອນ ເຊິ່ງເປັນສະຖານທີ່ສະຫຼອງເທດສະການຂອງພະເຈົ້າ ເຮັດວຽກການຖວາຍ ເຄື່ອງບູຊາ(ນະມັດສະການ)ຕາມພະບັນຍັດແລະລະບຽບການຮັບໃຊ້ພະເຈົ້າ ເພື່ອຮັບອວຍ
ພະພອນທີ່ພະອົງຊົງໄດ້ສັນຍາ(ລລວ 23:1, ອພຍ 34:27). ໃນສະໄໝຂອງພັນທະສັນ
ຍາເດີມ ການຖວາຍເຄື່ອງບູຊາຕາມບັດຍັດຂອງໂມເຊທີ່ໄດ້ນຳຖວາຍ, ໃນສະໄໝພັນທະ ສັນຍາໃໝ່ ຕ້ອງຖວາຍເຄື່ອງບູຊາຕາມບັດຍັດຂອງພະເຢຊູທີ່ໄດ້ນຳຖວາຍ(ຮລ 9:1-15).
ໃນສະໄໝຂອງໂມເຊ ໄດ້ມີການຂ້າລູກແກະ ຫຼືລູກງົວໂຕເຖິກຖວາຍເປັນເຄື່ອງບູຊາ
ດ້ວຍເລືອດເຊັ່ນ ເຄື່ອງບູຊາໄຖ່ບາບໃນແຕ່ລະເທດສະການຕາມລະບຽບການຂອງອາ
ໂລນເຊິ່ງການສັກກະລະບູຊານີ້ ເຮັດໃຫ້ພວກເຂົາທັງຫຼາຍໄດ້ພົ້ນຈາກໄພພິບັດແລະຮັບອະ
ໄພບາບ(ຮລ 9:19-22, ອພຍ 12:5-14) ແຕ່ໃນສະໄໝຂອງພະເຢຊູໄດ້ນະມັດສະການ ດ້ວຍຈິດວິນຍານ ແລະຄວາມຈິງຕາມລະບຽບການຂອງພັນທະສັນຍາໃໝ່ຄື ຖວາຍເປັນ ເຄື່ອງບູຊາດ້ວຍເຂົ້າຈີ່ກັບເຫຼົ້າອະງຸ່ນຕາມລະບຽບການຂອງເມນຄີເສເດັກ (ລກ 22:7-20, ລມ 12:1, ຢຮ 4:23-24). ດັ່ງນັ້ນພະເຢຊູໄດ້ຊົງສະເດັດມາເປັນປະໂລຫິດໃຫຍ່ ແລ້ວ ໃຫ້ຄວາມພົ້ນແກ່ພວກເຮົາ (ຮລ 7:11-17) ແລະໄດ້ຊົງມອບຕຳແໜ່ງໃຫ້ແກ່ເຊື້ອຊາດທີ່ພະເຈົ້າເລືອກໄວ້ເປັນປະໂລຫິດທີ່ຮັບໃຊ້ເຈົ້າຊີວິດ ແລ້ວໃຫ້ສຳເລັດພາລາກິດແຫ່ງຂ່າວປະເສີດຂອງພະເຈົ້າ (1ປຕ 2:9).
3) ພະພອນທີ່ພະເຈົ້າໄດ້ສັນຍາແກ່ປະຊາຊົນຂອງສີໂອນນັ້ນແມ່ນຫຍັງ?
(1) ອວຍພະພອນທີ່ກະກຽມໄວ້ເພື່ອໃຫ້ຄວາມພົ້ນ
ຕັ້ງແຕ່ປະຖົມມະການພະເຈົ້າໄດ້ກຳນົດໄວ້ ປະຊາຊົນຂອງສີໂອນຜູ້ທີ່ປະຕິບັດຕາມເທດ
ສະການຂອງພະເຈົ້ານັ້ນແມ່ນ ປະຊາຊົນຂອງພະເຈົ້າ(ອຊຢ 51:16) ພະອົງຊົງສ່ອງແສງ ຄວາມສະຫວ່າງຂອງຄວາມຈິງແຫ່ງຊີວິດ ແກ່ຜູ້ທີ່ຖວາຍດ້ວຍຄວາມເຊື່ອຟັງ ແລະຈິດໃຈ ແຫ່ງການຂອບພະຄຸນ(ພສສ 50:1-5) ພະອົງຊົງກະກຽມໄວ້ເພື່ອໃຫ້ຄວາມພົ້ນ(ພສສ50: 22-23).
(2) ອວຍພະພອນທີ່ມີຄວາມສຸກຍິນດີຊົ່ວນິລັນກັບພະເຈົ້າ
ພະເຈົ້າຜູ້ທີ່ຊົງຕ້ອງການໃຫ້ພາລາກິດແຫ່ງຄວາມພົ້ນທັງໝົດເລີ້ມຈາກ ສີໂອນອອກໄປ ຈຶ່ງໄດ້ຊົງຕັ້ງສີໂອນໂດຍພະອົງເອງ(ພສສ 87:5), ແລະເຮັດໃຫ້ສີໂອນເປັນບ່ອນລີ້ໄພ (ຢລມ 4:5). ແລະພະອົງຊົງເປັນກະສັດທີ່ຊົງໃຫ້ອະໄພບາບ ແລະໃຫ້ຄວາມພົ້ນໂດຍໄດ້ ຮັບພະພອນແຫ່ງຊີວິດນິລັນ ແລະໃຫ້ເຮົາມີຄວາມຊົມຊື່ນຍິນດີຕະຫຼອດໄປເປັນນິດ ຈະມີ ສິ່ງໃດທີ່ຍິ່ງໃຫຍ່ໄປຫຼາຍກ່ວາພະພອນອັນປະເສີດນີ້?
(3) ການຍ້ອງຍໍແລະພະພອນໃຫ້ແກ່ ຜູ້ທີ່ປະກາດຂ່າວປະເສີດຂອງສີໂອນ
ຜູ້ທີ່ປະກາດຂ່າວຂອງສີໂອນ ເຊິ່ງເປັນຂ່າວປະເສີດແຫ່ງຄວາມພົ້ນ ຈະໄດ້ຮັບລາງວັນ
ແຫ່ງຄວາມຮັກພິເສດຂອງພະເຈົ້າເປັນບຳເໜັດ(ອຊຢ 40:9-11) ບໍ່ແມ່ນພຽງແຕ່ເທົ່ານັ້ນ ພະເຈົ້າຍັງຈະຊົງເບິ່ງ ທັງຍ້ອງຍໍວ່າຊ່າງງົດງາມທີ່ສຸດ. ແລະພວກເຮົາດຳລົງຢູ່ນຳກັນອ້າຍ ເອື້ອຍນ້ອງດ້ວຍຄວາມປອງດອງໄດ້ ດ້ວຍຂ່າວປະເສີດໃນສີໂອນນັ້ນເປັນ “ຊ່າງດີແທ້ໆ ຊ່າງສຸກໃຈອີຫຼີ”(ພສສ 133:1) ດັ່ງນັ້ນ, ພະເຈົ້າຊົງປອບໃຈດ້ວຍຄວາມພົ້ນແກ່ຜູ້ທີ່ພະຍາ
ຍາມ ເພື່ອເຮັດຕາມເທດສະການຕ່າງໆ ແລະໃຫ້ຄວາມຮັກດ້ວຍຊື່ນຊົມຍິນດີ ແລະໃຫ້ ພວກເຮົາຮັບຍ້ອງຍໍ ແລະກຽດມາຈາກທຸກຊົນຊາດ ເຮົາບໍ່ໄດ້ຂອບພະຄຸນແກ່ພະເຈົ້າໄດ້ ຢ່າງໃດ! (2ທຊ 2:12-14)
4) ປະຊາຊົນທີ່ຖືກຄັດເລືອກ ຈະກັບຄືນມາສູ່ສີໂອນ
ພະເຈົ້າຊົງເປັນກະສັດຢູ່ໃນສີໂອນກໍ່ຍ້ອນວ່າ ຢູ່ບ່ອນນັ້ນມີປະຊາຊົນຂອງພະເຈົ້າ. ຖ້າ
ເວລາແຫ່ງຄວາມພົ້ນມາເຖິງ ປະຊາຊົນຂອງສີໂອນຈະຄຳຖາມດ້ວຍຮ້ອງໄຫ້ວ່າ ສີໂອນຢູ່
ໃສແລະກໍ່ມາຫາສີໂອນ ແລ້ວພວກເຂົາເປັນຈິດໜຶ່ງໃຈດຽວກັນ ດ້ວຍຖ້ອຍຄຳຂອງພະເຈົ້າ ແລະໄດ້ຮັບຄຳສັ່ງສອນຂອງພະເຈົ້າ ຈຶ່ງຈະພົບທາງແຫ່ງຊີວິດ.
ສີໂອນ ຄືນະຄອນແຫ່ງຄວາມຈິງຂອງພະເຈົ້າ(ຮລ 12:22) ເຊິ່ງໄດ້ຖືກສ້າງຂຶ້ນໂດຍ ພະເຢຊູໂດຍການສະຫຼອງເທດສະການຕ່າງໆຕາມພັນທະສັນຍາໃໝ່ແຕ່ກ່ອນ 2000ປີ ແຕ່ໃນໄລຍະເວລາຍຸກມືດ ຊາຕານໄດ້ທຳລາຍເທດສະການຕ່າງໆຂອງພະເຈົ້າ(ດນອ 7:
23, 25, ດນອ 8:9-12) ແຕ່ວ່າໃນມື້ສຸດທ້າຍ ພະວິນຍານບໍລິສຸດຊົງສະເດັດມາເພື່ອຕັ້ງ
ສີໂອນແຫ່ງຄວາມຈິງຂຶ້ນມາອີກຄັ້ງ ແລະພະອົງຈະຊົງເຮັດພາລະກິດແຫ່ງຄວາມພົ້ນສຸດ ທ້າຍແລະຊອກຫາປະຊາຊົນຂອງສີໂອນ ແລ້ວຈຶ່ງຈະສຳເລັດທັງສິ້ນ (ສກຢ 8:3, ອມດ 9:11, ຮລ 9:27, ພນ 7:1-4). ພີ່ນ້ອງຊາຍແລະພີ່ນ້ອງສາວຂອງສີໂອນ ຂໍໃຫ້ໄດ້ຮັບ
ອວຍພະພອນຈາກພະເຈົ້າຜູ້ຊົງສະຖິດຢູ່ກັບພວກເຮົາໃນສີໂອນ.
2. ສີໂອນບ່ອນທີ່ປະຕິບັດຕາມເທດສະການ
1) ສີໂອນທີ່ພະເຈົ້າໄດ້ຊົງເອີ້ນວ່າ ‘ປະຊາຊົນຂອງເຮົາ’
ໃນປັດຈຸບັນນີ້, ຄົນສ່ວນຫຼາຍຢືນຢັນວ່າ ຄິດສະຕະຈັກຂອງຕົນນັ້ນເປັນຄິດສະຕະຈັກທີ່
ຖືກຕ້ອງ ໄດ້ຮັບການຊ່ວຍໃຫ້ພົ້ນແລະມີຊີວິດນິລັນ. ຖ້າໄປຄິດສະຕະຈັກເພຣສໄບທີລຽນ ພະເຈົ້າເປັນພະເຈົ້າຂອງຄິດສະຕະຈັກເພຣສໄບທີລຽນ. ຄິດສະຕະຈັກເມດອະດີສເປັນພະ ເຈົ້າຂອງເມດອະດີສ, ຄິດສະຕະຈັກກາໂຕລິກເປັນພະເຈົ້າຂອງຄິດສະຕະຈັກກາໂຕລິກ,
ຄິດສະຕະຈັກກຸ່ມຊ່ວຍຊາວໂລກໃຫ້ພົ້ນທຸກ ເປັນພະເຈົ້າຂອງຄິດສະຕະຈັກກຸ່ມຊ່ວຍຊາວ
ໂລກໃຫ້ພົ້ນທຸກ, ຄິດສະຕະຈັກພິຍານຂອງພະເຢໂຮວາ ເປັນພະເຈົ້າຂອງຄິດສະຕະຈັກພິ
ຍານຂອງພະເຢໂຮວາ ຄິດສະຕະຈັກທັງຫຼາຍເຫຼົ່ານີ້ໄດ້ຢືນຢັນວ່າ ພະເຈົ້າຂອງຕົນແມ່ນ ແທ້ຈິງ. ແຕ່ວ່າ, ພະເຈົ້າບໍ່ໄດ້ຊົງກໍ່ຕັ້ງ ແລະກຳນົດຫຼັກການທີ່ສັບສົນແລະວຸ້ນວາຍຄືດັ່ງນີ້.
ພະເຈົ້າຊົງເປັນຜູ້ທີ່ຊົງກຳນົດໃຫ້ມີລະບຽບວິໄນ. ດັ່ງນັ້ນ, ພະເຈົ້າເປັນພະເຈົ້າຂອງຄິດສະ ຕະຈັກທີ່ມີຄວາມຈິງອັນໃດ, ແລະພະອົງຊົງພິຍານເອງວ່າ ໃຜເປັນປະຊາຊົນຂອງພະເຈົ້າ ພວກເຮົາຈົ່ງມາຊອກຫາຄຳຕອບນີ້ໃນພະຄຳພີ.
ອຊຢ 51:16 『ເຮົາໄດ້ກາງທ້ອງຟ້າ ແລະວາງຮາກຖານແຜ່ນດິນ ເຮົາກ່າວຈາແກ່ກຸງເຢ
ລູຊາເລັມດັ່ງນີ້: ‘ເຈົ້າເປັນຝູງຊົນທີ່ເຮົາປົກປ້ອງຄຸ້ມຄອງໄວ້ໃດ ເຮົາມອບຄຳສັ່ງສອນໃຫ້ ເຈົ້າຮັກສາໄວ້』
ພະເຈົ້າຊົງພິຍານເອງແກ່ສີໂອນວ່າ ‘ເຈົ້າເປັນຝູງຊົນທີ່ເຮົາປົກປ້ອງຄຸ້ມຄອງໄວ້’. ເຖິງ ແມ່ນວ່າມີຄິດສະຕະຈັກເປັນຈຳນວນຫຼວງຫຼາຍໃນໂລກນີ້ ແຕ່ພະອົງຊົງຍອມຮັບພຽງແຕ່ສີໂອນເທົ່ານັ້ນ ເຊິ່ງເປັນສະຖານທີ່ສຳຫຼັບປະຊາຊົນຂອງພະອົງ. ດັ່ງນັ້ນປະຊາຊົນຂອງພະ ເຈົ້າຜູ້ທີ່ຈະໄດ້ຮັບຄວາມພົ້ນ ຕ້ອງຮູ້ສີໂອນບ່ອນທີ່ມີຄວາມຈິງອັນລໍ້າຄ່າຂອງພະເຈົ້າ.
2) ຄຳສັນຍາໃນສີໂອນ
ສີໂອນ ເປັນສະຖານທີ່ຈະຮັບຄວາມພົ້ນ, ບ້ານຂອງພະເຈົ້າທີ່ພະຜູ້ຊົງລິດຍິ່ງໃຫຍ່ຊົງຕັ້ງ
ຂຶ້ນເອງ.
ພສສ 132:13-16 『ພະເຈົ້າໄດ້ເລືອກເຟັ້ນເອົາພູສີໂອນ ຢາກຕັ້ງພູນີ້ໃຫ້ເປັນທີ່ປະທັບ ຂອງພະເຈົ້າ. “ນີ້ຄືບ່ອນທີ່ເຮົາຈະຢູ່ສືບໄປ” ພະອົງກ່າວຈາ “ນີ້ຄືບ່ອນທີ່ເຮົາຕ້ອງການປົກ ຄອງດ້ວຍ ເຮົາຈະຈັດຫາໃຫ້ພູສີໂອນຕາມທີ່ຕ້ອງການ ຄົນທຸກຈົນຈະມີອາຫານກິນອີ່ມ ທ້ອງ. ເຮົາຈະອວຍພອນທຸກສິ່ງທີ່ປະໂລຫິດກະທຳ ຊາວເມືອງຈະຮ້ອງລຳທຳເພງຢ່າງຊົມ ຊື່ນ.』
ເຊັ່ນດຽວກັນນີ້, ສີໂອນແຫ່ງທີ່ມີອວຍພະພອນແມ່ນສະຖານທີ່ ທີ່ພະເຈົ້າຊົງສະຖິດຢູ່ ແລະເປັນບ່ອນລີ້ໄພທີ່ພະເຈົ້າໄດ້ຊົງກະກຽມເພື່ອໃຫ້ຄວາມພົ້ນຂອງພວກເຮົາໃນມື້ແຫ່ງໄພພິບັດສຸດທ້າຍ. ພະເຈົ້າຊົງຮັກພວກເຮົາຢ່າງຍິ່ງ ດັ່ງນັ້ນ, ພະອົງຈຶ່ງຊົງບອກແກ່ເຮົາໃຫ້ຫຼົບ
ໜີມາທີ່ສີໂອນໂດຍບໍ່ຕ້ອງລໍຊ້າ ແລ້ວຈະສາມາດຮັບຄວາມພົ້ນຈາກໄພພິບັດຍິ່ງໃຫຍ່ໃນ ສະໄໝສຸດທ້າຍໄດ້.
ຢລມ 4:5-6 『ຈົ່ງເປົ່າແກສັນຍານໄພໄປທົ່ວດິນແດນຢູດາ! ຈົ່ງຮ້ອງສຽງດັງໆອອກມາໃຫ້
ຊັດແຈ້ງ! ຈົ່ງບອກຊາວຢູດາ ແລະຊາວກຸງເຢລູຊາເລັມໃຫ້ແລ່ນໄປຍັງເມືອງທີ່ມີປ້ອມປ້ອງ
ກັນໄວ້. ຈົ່ງໃຫ້ສັນຍານໄພແກ່ບ່ອນໃກ້ໆພູສີໂອນ!ຈົ່ງແລ່ນໜີໄປໃຫ້ປອດໄພ! ຢ່າສູ່ໄດ້ຊັກ
ຊ້າ! ພະຜູ້ເປັນເຈົ້າກຳລັງນຳໄພພິບັດມາ ການທຳລາຍອັນໃຫຍ່ມາແຕ່ທິດເໜືອພຸ້ນ.』
ພະເຈົ້າໄດ້ຊົງກໍ່ຕັ້ງສີໂອນ ເພື່ອໃຫ້ຄວາມພົ້ນໃນມື້ແຫ່ງໄພພິບັດທີ່ຈະມາເຖິງ ແລະພະ
ເຈົ້າໄດ້ຊົງບອກແກ່ທຸກໆຄົນວ່າ ຜູ້ທີ່ມີຫູຟັງທີ່ສາມາດໄດ້ຍິນສຽງຂອງພະເຈົ້າ ຈົ່ງຮີບຮ້ອນ
ມາທີ່ສີໂອນ. ສີໂອນເປັນບ່ອນທີ່ມີພັນທະສັນຍາຂອງພະອົງ ຄືຊີວິດນິລັນ ແລະອວຍພະ ພອນ ແລະຄວາມຮັກອັນຊົ່ວນິລັນ.
ພສສ 133:1-3 『ຊ່າງດີແທ້ໆ ຊ່າງສຸກໃຈອີຫຼີ ທີ່ປະຊາຊົນຂອງພະເຈົ້າຢູ່ກັນດ້ວຍຄວາມ
ປອງດອງຢ່າງນີ້ ດັ່ງນໍ້າມັນອັນດີເລີດທີ່ໄຫຼລົງຈາກຫົວ ແລະໜວດອາໂລນ ແລະຕາມຄໍ
ເສື້ອຄຸມເພິ່ນ ເປັນດັ່ງນໍ້າໝອກຄ້າງທີ່ເທິງພູເຮໂມນຕົກລົງອາບສີໂອນເມືອງທີ່ຕັ້ງຢູ່ເນີນພູ
ນັ້ນ ເຊິ່ງພະເຈົ້າໄດ້ສັນຍາເຖິງພອນຂອງພະອົງ ເປັນພະພອນໃຫ້ມີຊີວິດດຳລົງຢູ່ຢ່າງບໍ່ ສຸດສິ້ນ.』
ສີໂອນ ເຊິ່ງພະເຈົ້າໄດ້ຊົງສັນຍາເຖິງພອນຂອງພະອົງ ເປັນສະຖານທີ່ມີຄວາມຊົມຊື່ນ ຍິນດີ ແລະເປັນສະຖານທີ່ແຫ່ງຄວາມຈິງ. ຖ້າດັ່ງນັ້ນ, ສີໂອນທີ່ມີກຽດສັກສີນັ້ນຢູ່ໃສແລະ ຈະເຮັດຫຍັງຢູ່ທີ່ນັ້ນ?
3) ສິ່ງໃດທີ່ເຮັດໃນສີໂອນ?
ອຊຢ 33:20 『ເບິ່ງທີ່ພູສີໂອນພຸ້ນດູ ນະຄອນທີ່ພວກເຮົາສະຫຼອງເທດສະການຕ່າງໆ.』
ສີໂອນເປັນບ່ອນທີ່ສະຫຼອງເທດສະການຕ່າງໆ. ຄິດສະຕະຈັກທີ່ສະຫຼອງເທດສະການ ຕ່າງໆ ບ່ອນນັ້ນເປັນສີໂອນທີ່ພະຄຳພີກ່າວໄວ້. ຖ້າດັ່ງນັ້ນ, ເທດສະການຕ່າງໆທີ່ປະຕິບັດ ຕາມມີຫຍັງແດ່? ເທດສະການຕ່າງໆທີ່ພະເຈົ້າໄດ້ຊົງສັ່ງໃຫ້ແກ່ພວກເຮົາມີດັ່ງຕໍ່ໄປນີ້:
■ ເທດສະການປະຈຳອາທິດ ທີ່ປະຕິບັດຕາມທຸກອາທິດ
· ມື້ພະ (ລລວ 23:2)
■ ເທດສະການປະຈຳປີ ທີ່ປະຕິບັດຕາມທຸກປີ
· ເທດສະການປັດສະຄາ (ລລວ 23:4-5)
· ເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ (ລລວ 23:6)
· ເທດສະການວັນແຫ່ງຜົນຜະລິດທຳອິດ (ອພຍ 34:22)
· ເທດສະການເກັບກ່ຽວ (ອພຍ 34:22)
· ເທດສະການເປົ່າແກ (ລລວ 23:24)
· ເທດສະການມື້ລຶບລ້າງບາບ (ລລວ 23:27)
· ເທດສະການປຸກຕູບຢູ່ (ລລວ 23:34)
ຄິດສະຕະຈັກໃດທີ່ມີຄວາມຈິງເຫຼົ່ານີ້? ບ່ອນນັ້ນເປັນຄິດສະຕະຈັກທີ່ພະເຈົ້າໄດ້ຊົງຕັ້ງ, ຄິດສະຕະຈັກທີ່ມີພັນທະສັນຍາກ່ຽວກັບອານາຈັກສະຫວັນແລະມີຄວາມຈິງ. ແລະການກະ
ທຳທີ່ໃຫ້ຂົ່ມເຫັງ ແລະກຽດຊັງສີໂອນບ່ອນທີ່ມີຄວາມຈິງເຫຼົ່ານີ້ ກໍ່ເຊັ່ນດຽວກັນກັບໃຫ້ຂົ່ມ ເຫັງ ແລະກຽດຊັງພະເຈົ້າ. ສີໂອນເປັນສະຖານທີ່ ທີ່ໄດ້ຖືກກໍ່ຕັ້ງໂດຍພະເຈົ້າຜູ້ຊົງສ້າງມະນຸດໃຫ້ມີຊີວິດແລະລົມຫັນໃຈ ແລະບ່ອນສັກສິດທີ່ເປັນບ້ານຂອງພະເຈົ້າ ທີ່ມີສັນຍາແຫ່ງຊີວິດນິລັນຢ່າງໜັກແໜ້ນ ດັ່ງນັ້ນ, ຜູ້ທີ່ບໍ່ມັກແລະກຽດຊັງສີໂອນ ຜູ້ນັ້ນເປັນຜູ້ປະກາດພະຄຳປອມຜູ້ທີ່ຕໍ່ສູ້ພະເຈົ້າ.
ພສສ 129:5-6 『ຂໍໃຫ້ທຸກໆຄົນທີ່ກຽດຊັງພູສີໂອນພ່າຍແພ້ ແລະຖືກຂັບໄລ່ຄືນໄປເຖີດ ຂໍໃຫ້ເຂົາທັງໝົດເປັນດັ່ງຫຍ້າທີ່ປົ່ງຕາມຫລັງຄາ ເຊິ່ງຫ່ຽວແຫ້ງຕາຍໄປກ່ອນມັນຈະໃຫຍ່ຂຶ້ນ.』
ຜູ້ທີ່ກຽດຊັງສີໂອນ ຈະເປັນຜູ້ທີ່ມີຄວາມພ່າຍແພ້ ແລະເປັນເໝືອນດັ່ງຕົ້ນຫຍ້າທີ່ຈະຫ່ຽວ
ແຫ້ງຕາຍໄປກ່ອນມັນຈະໃຫຍ່ຂຶ້ນ ແຕ່ຜູ້ທີ່ຮັກສາຄວາມເຊື່ອຢູ່ໃນສີໂອນຈົນເຖິງສຸດທ້າຍ
ເຖິງແມ່ນວ່າພວກເຂົາຈະຖືກກຽດຊັງຈາກສາດສະໜາປອມໃນໂລກນີ້ ພະເຈົ້າຊົງສັນຍາ ວ່າ ພວກເຂົາກໍ່ຈະເຫັນພະເຈົ້າໄດ້ດ້ວຍຕາຂອງຕົນເອງ.
ອຊຢ 51:3 『ເຮົາຈະໃຫ້ຄວາມເມດຕາຕໍ່ກຸງເຢລູຊາເລັມ ຕໍ່ຄົນທັງໝົດທີ່ຢູ່ໃນບ່ອນຮົກ ຮ້າງເພພັງນັ້ນ ເຖິງວ່າດິນແດນນັ້ນຈະເປັນຖິ່ນແຫ້ງແລ້ງກັນດານ ເຮົາກໍຈະໃຫ້ກາຍເປັນ
ສວນອຸດທະຍານໄດ້ ຈາກພື້ນດິນແຫ້ງຂາດນໍ້າລໍ່ລ້ຽງໃຫ້ເກີດຜົນ ກໍ່ຈະເປັນດັ່ງສວນເອ
ເດນທີ່ເຮົາໄດ້ສ້າງໄວ້ ແລ້ວທີ່ນັ້ນກໍຈະມີຄວາມຊົມຊື່ນຍິນດີຫຼາຍ ມີທັງສຽງຮ້ອງລຳທຳເພງ ຍົກຍໍຂອບພະຄຸນດ້ວຍ.』
ອຊຢ 52:7-8 『ເປັນຕາຮັກແທ້ທີ່ເຫັນຜູ້ສົ່ງຂ່າວຂ້າມພູມາ ໂດຍນຳຂ່າວດີຄືຂ່າວແຫ່ງສັນຕິສຸກມາໃຫ້ ລາວປະກາດເລື່ອງໄຊຊະນະແກ່ພູສີໂອນວ່າ “ພະເຈົ້າຂອງເຈົ້າເປັນເຈົ້າມະຫາຊີວິດ” ພວກທີ່ເຝົ້າຍາມກໍໂຮຮ້ອງດ້ວຍສຽງດົງດັງ ເຂົາຊົມຊື່ນຍິນດີຈຶ່ງພາກັນໂຮຮ້ອງ ເຂົາສາມາດເຫັນໄດ້ດ້ວຍຕາເຂົາເອງ ການກັບມາຍັງພູສີໂອນຂອງພະຜູ້ເປັນເຈົ້າ.』
4) ສີໂອນເປັນສະຖານທີ່ ທີ່144,000ຄົນຜູ້ທີ່ໄດ້ຮັບຄວາມພົ້ນຈະເຕົ້າໂຮມກັນ
ອັກຄະທູດໂຢຮັນໄດ້ອະທິບາຍກ່ຽວກັບສີໂອນແຫ່ງສະຫງ່າລາສີວ່າ ປະຊາຊົນຜູ້ບໍລິສຸດ 144,000 ຄົນຜູ້ທີ່ຈະຮັບຄວາມພົ້ນໃນສຸດທ້າຍຈະເຕົ້າໂຮມກັນ ບ່ອນນັ້ນເປັນສີໂອນ ດັ່ງ ນັ້ນໃນສະໄໝນີ້ ຜູ້ທີ່ໄດ້ຮັບອະນຸຍາດຈະຮັບຄວາມພົ້ນ ຕ້ອງອາໃສຢູ່ໃນສີໂອນຄື ຢູ່ໃນ ຄວາມຈິງທີ່ປະຕິບັດຕາມເທດສະການ.
ພນ 14:1-3 『ແລ້ວຂ້າພະເຈົ້າກໍໄດ້ຫຼຽວເບິ່ງແລະເຫັນລູກແກະພະເຈົ້າຢືນຢູ່ເທິງພູສີໂອນ
ມີປະຊາຊົນ 144,000 ຄົນຢູ່ກັບພະອົງ ເຊິ່ງເປັນພວກທີ່ມີຊື່ຂອງພະອົງແລະຊື່ພະບິດາ
ຂອງພະອົງຂຽນໃສ່ທີ່ໜ້າຜາກ ແລ້ວຂ້າພະເຈົ້າກໍ່ໄດ້ຍິນສຽງໜຶ່ງຈາກສະຫວັນ…ປະຊາຊົນ
144,000 ຄົນນັ້ນຢືນປິ່ນໜ້າໃສ່ບັນລັງ, ໃສ່ສັດທັງສີ່ ແລະໃສ່ພວກຜູ້ອາວຸໂສ ພວກເຂົາ ພວມຮ້ອງເພງບົດໃໝ່ ເຊິ່ງພວກເຂົາເທົ່ານັ້ນຮ້ອງໄດ້. ຈາກມະນຸດຊາດທັງສິ້ນແມ່ນພວກ ເຂົາເທົ່ານັ້ນທີ່ໄດ້ຮັບການໄຖ່ໄວ້.』
ສີໂອນເປັນຄິດສະຕະຈັກທີ່ປະຕິບັດຕາມເທດສະການ. ດັ່ງນັ້ນ, ໃນມື້ສຸດທ້າຍ144,000
ຄົນຜູ້ທີ່ຈະໄດ້ຮັບຄວາມພົ້ນຈາກແຜ່ນດິນໂລກນີ້ ແມ່ນມາຈາກຜູ້ທີ່ປະຕິບັດຕາມເທດສະ ການຕ່າງໆ ແລະພວກເຂົາຮ້ອງເພງບົດໃໝ່ພ້ອມທັງມີກາປະທັບແຫ່ງຄວາມພົ້ນຢູ່ທີ່ໜ້າ
ຜາກ ຈຶ່ງໄດ້ຮັບພິຍານວ່າ ຈະເຂົ້າສູ່ອານາຈັກສະຫວັນຕະຫຼອດໄປ. ເຮົາເປັນຜູ້ທີ່ຖືກຄັດ ເລືອກພິເສດຈາກທັງທົ່ວໂລກ ໃນທ່າມກາງຝູງຊົນທີ່ເປັນເໝືອນດັ່ງເມັດຊາຍແຄມທະເລ ຈຶ່ງໄປອານາຈັກສະຫວັນໄດ້ ດັ່ງນັ້ນຈົ່ງຮັກສາພັນທະສັນຍາຢ່າງໜັກແໜ້ນ ແລ້ວຍ່າງໄປສູ່ອານາຈັກສະຫວັນທີ່ພະເຈົ້າໄດ້ຊົງກະກຽມໄວ້ສຳຫຼັບພວກເຮົາ.