1. ວັນທີ 25 ເດືອນ 12 ບໍ່ແມ່ນວັນເກີດຂອງພະເຢຊູ
ໃນປັດຈຸບັນນີ້, ຖ້າເດືອນ12 ມາຮອດແລ້ວ ເຊິ່ງມີວັນຄິດສະມາດທີ່ໄດ້ສະເຫຼີມສະຫຼອງ
ທົ່ວໂລກ ປະຊາຊົນທັງທົ່ວໂລກ ຄົນອາຊີ ຫຼືຄົນເອີລົບກໍ່ຕາມ ຕ່າງກໍ່ມີຈິດໃຈຕື່ນເຕັ້ນກັນ ທັງນັ້ນ. ງານສະເຫຼີມສະຫຼອງທີ່ຍິ່ງໃຫຍ່ຂອງທົ່ວໂລກນັ້ນ ປະຊາຊົນສ່ວນໃຫຍ່ມີຄວາມ
ຄິດວ່າ ເປັນມື້ທີ່ພະຄິດສະເດັດມາທີ່ແຜ່ນດິນໂລກນີ້ ເພື່ອໃຫ້ອວຍພະພອນແລະໃຫ້ຄວາມ ຫວັງອັນຊົ່ວນິລັນ. ແຕ່ວ່າຢູ່ໃນນັ້ນໄດ້ມີເລ່ລ່ຽມທີ່ເຕັມໄປດ້ວຍການຫຼອກລວງຂອງຊາຕານ
ເຊື່ອງຊ້ອນຢູ່. ຊາຕານໄດ້ໃຫ້ມີຄວາມຄິດວ່າ ສິ່ງທີ່ເຂົາກຳລັງເຮັດຢູ່ນັ້ນຖືກຕ້ອງແລະເປັນ
ການນັບຖືພະເຈົ້າຢ່າງແທ້ຈິງ ແຕ່ທີ່ຈິງແລ້ວມັນໄດ້ຫຼອກລວງມະນຸດທັງຫຼາຍ ໃຫ້ບູຊາຮູບ ໂຄລົບພະຕາເວັນ ແລະໃຫ້ທໍລະຍົດຕໍ່ພະເຈົ້າ.
ວັນຄິດສະມາດ ເປັນເທດສະການຂອງການສະເຫຼີມສະຫຼອງ ໃຫ້ກັບພະບາອານທີ່ເປັນ ພະຕາເວັນ. ຊາຕານໄດ້ຫຼອກລວງປະຊາຊົນໃຫ້ມີຄວາມເຂົ້າໃຈຜິດຄິດວ່າ ເທດສະການນີ້ ເປັນວັນເກີດຂອງພະເຢຊູ ແລ້ວມັນກຳລັງໄດ້ຮັບການຮັບໃຊ້ຈາກປະຊາຊົນທັງໝົດ.ຂໍ້ອ້າງ
ໃນການປະຕິບັດຕາມເທດສະການນັ້ນວ່າເປັນ ວັນເກີດຂອງພະຄິດ. ແຕ່ວ່າມື້ນັ້ນເປັນວັນ
ເກີດຂອງນີມໂລດທີ່ເປັນພະຕາເວັນ ຜູ້ທີ່ເປັນຮູບແບບທຳອິດຂອງສັດຕູພະຄິດ. ນັ້ນກໍ່ຄື ຕົ້ນກຳເນີດຂອງວັນຄິດສະມາດ ກໍ່ມີຄວາມໝາຍດຽວກັນກັບວັນສະເຫຼີມສະຫຼອງຂອງເຊ ເທີນາເລຍ.
ຊາຕານຢາກທຳລາຍຈິດວິນຍານຂອງພວກເຮົາ ໂດຍໄດ້ວາງແຜນວິທີການທີ່ເປັນຕາ ໜ້າເຊື່ອຖືໄດ້ ເພື່ອໃຫ້ເຮົາຫັນໜີຈາກການປະຕິບັດຕາມພະບັນຍັດຂອງພະເຈົ້າ ທີ່ໄດ້ສັ່ງ
ວ່າ “ຢ່ານະມັດສະການພະອື່ນ ນອກຈາກເຮົາແຕ່ເທົ່ານັ້ນ, ຢ່າເຮັດສຳລັບຕົນຮູບຢ່າງໃດ ຢ່າງໜຶ່ງ…”. ໃນສະໄໝນີ້ ຊາຕານກຳລັງຊອກຫາເຫຍື່ອ ຄືດັ່ງສິງໂຕທີ່ກຳລັງຈະກັດກິນ. ເວລານີ້ຕ້ອງລະມັດລະວັງ ແລະຕຽມພ້ອມຢູ່ສະເໝີ ເພາະເປັນເວລາຕໍ່ສູ້ກັບຊາຕານ ໂດຍການຍຶດໝັ້ນຄວາມເຊື່ອຢ່າງເຂັ້ມແຂງ. ເຫດຜົນການຫຼອກລວງແຜ່ກະຈາຍເໝືອນດັ່ງກັບຄວາມຈິງນັ້ນ ກໍ່ຍ້ອນຜູ້ທີ່ມີຄວາມເຊື່ອອັນແທ້ຈິງມີຈຳນວນໜ້ອຍ,ແລະສະໄໝນີ້ກຳລັງຕິດຕາມທາງແຫ່ງການທໍລະຍົດຕໍ່ພະເຈົ້າໂດຍປາສະຈາກຄວາມລັງເລໃຈ.
ບັດນີ້, ພວກເຮົາຈະພິຈາລະນາເບິ່ງໂດຍຜ່ານຫຼັກຖານຫຼາຍຢ່າງ ທີ່ສະແດງໃຫ້ເຮົາຮູ້ວ່າ ວັນທີ25ເດືອນ12ນັ້ນ ບໍ່ແມ່ນວັນເກີດຂອງພະເຢຊູ ແຕ່ເປັນວັນເກີດຂອງພະຕາເວັນ ເຊິ່ງເປັນພະເຈົ້າແຫ່ງການກະສິກຳຂອງໂລມສະໄໝບູຮານ ແລະຕ້ອງຟື້ນຟູຄວາມຈິງອັນທ່ຽງແທ້ໃນສະໄໝນີ້ ທີ່ເປັນຄວາມບໍ່ຈິງໃຫ້ກາຍເປັນຄວາມຈິງ.
2. ຫຼັກຖານທາງປະຫວັດສາດຂອງສາດສະໜາຄິດທີ່ວ່າ ວັນທີ 25ເດືອນ12 ບໍ່ແມ່ນວັນເກີດຂອງພະເຢຊູ
ຢູ່ໃນປະຫວັດສາດຂອງສາດສະໜາຄິດໃຫ້ຮູ້ຈັກວ່າ ວັນຄິດສະມາດເປັນທຳນຽມຂອງ ພວກນອກສາດສະໜາ ຜູ້ທີ່ນັບຖືຮູບໂຄລົບ ແຕ່ໄດ້ຍອມຮັບຢູ່ໃນຄິດສະຕະຈັກ ແລະໄດ້ ປ່ຽນມາເປັນຂອງສາດສະໜາຄິດໃນພາຍຫຼັງ.
■ວັນຄິດສະມາດ
ໃນເທື່ອທຳອິດຂອງການສະຫຼອງວັນຄິດສະມາດໃນວັນທີ 25 ເດືອນ12 ທີ່ໄດ້ມີການບັນທຶກໄວ້ກໍ່
ຄື ໃນປີ ຄ.ສ 354 ເຊິ່ງກົງກັບສະໄໝຂອງລີເວີລີອັດ(Liverius) ເຈົ້າຄະນະແຂວງໃນສາດສະໜາ ຄິດຂອງຄົນໂລມ. ໃນປີ ຄ.ສ 379 ໄດ້ກາຍເປັນງານສະຫຼອງໃນເມືອງຄອນສະແຕນຕິໂນປິນແລະ ໄດ້ແຜ່ຫຼາຍໄປສູ່ເອຢິບ ແລະປາເລດສະໄຕ.
ວັນຄິດສະມາດມີຕົ້ນກຳເນີດມາຈາກປະເທດໂລມ. ໃນປະເທດໂລມຈະມີພິທີສະຫຼອງໃຫຍ່ຢູ່ສາມພິທີດ້ວຍກັນ ເຊິ່ງກໍ່ໄດ້ມີເວລາທີ່ໃກ້ຄຽງກັນຄື ໃນທ້າຍເດືອນທັນວາ.
ພິທີທຳອິດແມ່ນ ຊາເທີນາເລຍ (Saturnalia) ໃນວັນທີ 12-24 ເດືອນ12. ພິທີນີ້ແມ່ນການສະ ເຫຼີມສະຫຼອງເພື່ອລະນຶກເຖິງພະເຈົ້າຊາເທີນ (Saturn) ເຊິ່ງເປັນພະເຈົ້າແຫ່ງການກະສິກຳຂອງຄົນ ໂລມ. ໃນລະຫວ່າງພິທີການສະຫຼອງນີ້ ປະຊາຊົນທັງໝົດຈະເຮັດຕາມຄວາມພໍໃຈຂອງຕົນເອງດ້ວຍຄວາມສຸກກາຍສະບາຍໃຈ ໂດຍບໍ່ໄດ້ມີການຄິດເຖິງຄວາມຮັ່ງມີ ຫຼືຖານະທາງສັງຄົມ.
ພິທີທີ່ສອງແມ່ນ ຊິກິລາເລຍ (Sigillaria) ໃນຊ່ວງທ້າຍຂອງເດືອນທັນວາ, ໃນລະຫວ່າງພິທີ ການສະເຫຼີມສະຫຼອງນີ້ ພວກເຂົາທັງຫຼາຍຈະມອບຕຸກກະຕາໃຫ້ແກ່ເດັກນ້ອຍຢ່າງມ່ວນຊື່ນ.
ພິທີທີ່ສາມແມ່ນ ບູມາເລຍ (Brumalia) ເປັນພິທີຂອງການສະຫຼອງໃນລະດູໜາວທີ່ສຸດເພື່ອເປັນ ການສະຫຼອງຕາເວັນຂຶ້ນ.
ແຕ່ວ່າ, ຊາວຄິດສະຕຽນບໍ່ໄດ້ມີສ່ວນຮ່ວມໃນງານສະເຫຼີມສະຫຼອງເຫຼົ່ານີ້ ແຕ່ພວກເຂົາໄດ້ນຳເອົາ
ງານສະຫຼອງນີ້ ມາປ່ຽນຄວາມໝາຍເປັນຂອງຕົນເອງ ເຊິ່ງໄດ້ແກ່ງານສະເຫຼີມສະຫຼອງວັນເກີດຂອງ ພະເຢຊູ ພວກເຂົາຄິດວ່າເປັນການເໝາະສົມແລ້ວ ທີ່ຈະສະເຫຼີມສະຫຼອງວັນເກີດຂອງພະເຢຊູ ຫຼັງ ຈາກທີ່ດວງອາທິດຂຶ້ນ ນີ້ກໍ່ຄືປະຫວັດຄວາມເປັນມາຂອງວັນຄິດສະມາດແລະເປັນການເລີ່ມຕົ້ນຂອງການສະເຫຼີມສະຫຼອງວັນເກີດຂອງພະເຢຊູ.
ແລະໃນໜັງສືປະຫວັດສາດເຫຼັ້ມອື່ນໆ ກໍ່ໄດ້ມີການອະທິບາຍເຊັ່ນດຽວກັນ.
■ວັນຄິດສະມາດ…ສະຫຼອງໃນວັນທີ 25 ເດືອນ 12
1. ໃນປີ ຄ.ສ 354 ທີ່ປະເທດໂລມ, ໃນປີ ຄ.ສ 379 ທີ່ເມືອງຄອນສະແຕນຕິໂນປິນ.
2. ຕົ້ນກຳເນີດ: 3ພິທີສະຫຼອງຂອງຄົນໂລມ.
ກ. ຊາເທີນາເລຍ (Saturnalia, ໃນວັນທີ 17-24 ເດືອນທັນວາ) ການລະນຶກເຖິງ
ພະເຈົ້າຊາເທີນ(Saturn) ຄຸ້ມຄອງໂລມສະໄໝບູຮານ
ຂ. ຊິກິລາເລຍ (Sigillaria, ໃນຊ່ວງທ້າຍຂອງເດືອນທັນວາ) ແຈກຕຸກກະຕາໃຫ້
ເດັກນ້ອຍມີຄວາມຊົມຊື່ນຍິນດີ.
ຄ. ບູມາເລຍ (Brumalia, ພິທີສະເຫຼີມສະຫຼອງໃນລະດູໜາວທີ່ສຸດ) ເປັນການສະ
ເຫຼີມສະຫຼອງຕາເວັນຂຶ້ນ ເຊິ່ງຄົນຄິດສະຕຽນໄດ້ນຳເອົາພິທີນີ້ ມາປ່ຽນຄວາມໝາຍ
ເປັນພິທີສະຫຼອງຂອງຕົນເອງ.
ເມື່ອພິຈາລະນາເບິ່ງຫຼັກຖານທາງປະຫວັດສາດຂ້າງເທິງ ເຮົາສາມາດທີ່ຈະຮູ້ໄດ້ວ່າ ວັນ ຄິດສະມາດບໍ່ໄດ້ມີຄວາມສຳພັນຫຍັງກັບວັນເກີດຂອງພະເຢຊູ. ວັນຄິດສະມາດເປັນພິທີ
ຂອງການສະຫຼອງຕາເວັນເຊິ່ງເປັນພະເຈົ້າຂອງຄົນໂລມ ແລະຄົນຄິດສະຕຽນໄດ້ນຳເອົາພິ ທີນີ້ ມາປ່ຽນແປງຄວາມໝາຍ ແລະນຳເອົາມາເປັນພິທີສະຫຼອງຂອງພວກຕົນ, ພວກເຮົາ ຕ້ອງຈົດຈຳໄວ້ດີໆວ່າ ພິທີນີ້ແມ່ນພິທີການນັບຖືພະຕາເວັນຂອງພວກນອກສາດສະໜາ.
3. ຫຼັກຖານຈາກໜັງສືພິມທີ່ວ່າ ວັນທີ 25ເດືອນ 12 ບໍ່ແມ່ນວັນເກີດຂອງພະເຢຊູ
ນອກຈາກເລື່ອງຂອງປະຫວັດສາດ. ໃນໜັງສືພິມບາງສະບັບໄດ້ມີການພິຍານໄວ້ເຊັ່ນດຽວກັນວ່າ ວັນທີ 25ເດືອນ12 ບໍ່ແມ່ນວັນເກີດຂອງພະເຢຊູແຕ່ເປັນວັນເກີດຂອງພະຕາເວັນ.
ໜັງສືພິມເກົາຫຼີໄດ້ໃຫ້ສຳພາດ ເດືອນ12 ປີ 1985 ໃນຫົວຂໍ້ວັນຄິດສະມາດດັ່ງລຸ່ມນີ້:
ວັນຄິດສະມາດ ສະເຫຼີມສະຫຼອງເພື່ອລະລຶກເຖິງວັນເກີດຂອງພະເຢຊູນັ້ນ ເປັນການສະເຫຼີມສະ ຫຼອງທີ່ໃຫຍ່ກວ່າໝູ່ສຳລັບສາດສະໜາຄິດ. ບໍ່ມີຫຼັກຖານທີ່ຢັ້ງຢືນວ່າພະເຢຊູໄດ້ເກີດໃນມື້ນີ້ ແຕ່ງານ
ສະຫຼອງເພື່ອສະແດງຄວາມຊົມຊື່ນຍິນດີໃນວັນເກີດພະເຢຊູນີ້ໄດ້ເລີ່ມຕົ້ນສະຕະວັດທີ່3. ໃນປະຕິທິນ ຂອງອິດສະລະເອນໄດ້ກຳນົດໄວ້ວັນທີ 25 ເດືອນ12 ເປັນລະດູໜາວທີ່ສຸດ ແລະພະລັງຂອງຕາ
ເວັນໄດ້ເລີ້ມຕົ້ນແຂງແຮງຂຶ້ນຕັ້ງແຕ່ມື້ນີ້ ດັ່ງນັ້ນຈຶ່ງໄດ້ມີການສະຫຼອງໃຫຍ່ໃຫ້ເປັນວັນເກີດຂອງຕາ
ເວັນ. ພວກເຂົາຈຶ່ງໄດ້ນຳເອົາທຳນຽມຂອງການນັບຖືຕາເວັນໃຫ້ເປັນທີ່ລະນຶກເຖິງວັນເກີດຂອງພະ ເຢຊູຄິດ, ແລະວັນຖວາຍບູຊາແກ່ພະເຈົ້າຊາເທີນ ເຊິ່ງເປັນພະເຈົ້າແຫ່ງການກະສິກຳຂອງຄົນໂລມ ໄດ້ສະຫຼອງແຕ່ວັນທີ 21-31 ເດືອນ12 ແລະວັນສະເຫຼີມສະຫຼອງຂອງມິດທຼາ ເຊິ່ງເປັນພະເຈົ້າຕາ ເວັນນັ້ນ ກໍ່ແມ່ນວັນທີ 25 ເດືອນ12.
ແລະໃນປຶ້ມທີ່ມີຊື່ວ່າ “ລັດຖະບານໂລກ ແລະ666” ໄດ້ຂຽນວ່າ “ວັນເກີດຂອງນິມໂລດ ເຊິ່ງເປັນແບບຢ່າງທຳອິດຂອງສັດຕູພະຄິດໃນປະຫວັດສາດ ໂດຍໄດ້ມີການສະເຫຼີມສະ ຫຼອງໃນປະເທດໂລມທີ່ມີຊື່ວ່າ ຊາເທີນາເລຍ ໃນປະເທດໂລມ.”
ແລະໃນໜັງສືພິມ ຮັນກຸກ ອິລໂປ, ຈຸງອັງ ອິລໂປ, ແລະດົງອາ ອິລໂປ ສະບັບວັນທີ8 ທັນວາ (ຄ.ສ 1970) ແລະໃນໜັງສືພິມ ຈຸງອັງ ອິລໂປ ສະບັບວັນທີ 24 ທັນວາ(ຄ.ສ 1983)ໄດ້ໃຫ້ສຳພາດໄວ້ວ່າ “ວັນທີ 25ເດືອນ12 ບໍ່ແມ່ນວັນເກີດຂອງພະເຢຊູ” ແຕ່ເປັນວັນສະເຫຼີມສະຫຼອງວັນເກີດຂອງພະຕາເວັນ ເຊິ່ງເປັນພະແຫ່ງການກະສິກຳຂອງຄົນໂລມ. ແລະຍັງໄດ້ມີບັນທຶກໄວ້ອີກວ່າ “ບໍ່ຮູ້ເຖິງວັນເກີດທີ່ແທ້ຈິງຂອງພະເຢຊູຄິດ.”
ສະຖາບັນວິໄຈແຟງຄຼິນແຫ່ງສະຫະລັດອາເມລິກາ ໄດ້ທຳການສຶກສາຄົ້ນຄ້ວາໃນກໍລະນີ
ນີ້ ແລະໄດ້ເພີ່ມເຕີມວ່າ ວັນເກີດຂອງພະເຢຊູນັ້ນບໍ່ແມ່ນເດືອນ12 ແຕ່ວ່າຢູ່ໃນຊ່ວງເດືອນ ມີນາ ຫຼືເມສາ. ແລະຜູ້ລາຍງານຂ່າວໄດ້ຖາມຄຸນພໍ່ຄົນໜຶ່ງຂອງໂບດກາໂຕລິກກ່ຽວກັບປະ
ຫວັດຄວາມເປັນມາຂອງວັນຄິດສະມາດ ໃນຄໍ່າຄືນຂອງການນະມັດການວັນຄິດສະມາດຢູ່
ໂບດກາໂຕລິກທີ່ມຽງດົງ, ລາວໄດ້ຕອບວ່າ “ວັນຄິດສະມາດນັ້ນ ໃນທຳອິດມາຈາກທຳ ນຽມຂອງພວກນອກສາດສະໜາ ເຊິ່ງໄດ້ເຄົາລົບບູຊາພະຕາເວັນ”.
ແຕ່ວ່າປະຊາຊົນສ່ວນຫຼາຍ ມີຈິດໃຈມືດມົວຍ້ອນຖືກຫຼອກຫຼວງຈາກຊາຕານ ດັ່ງນັ້ນເຖິງ ແມ່ນວ່າ ຈະໃຫ້ຮູ້ຈັກແລ້ວກໍ່ຕາມ ແຕ່ຍັງບໍ່ເຂົ້າໃຈໃນຄວາມຈິງ, ໄດ້ກາຍເປັນຄົນຫູໜວກຕາບອດສຳລັບຈິດວິນຍານທີ່ບໍ່ສາມາດໄຈ້ແຍກວ່າ ຕົນເອງຮັບໃຊ້ພະເຈົ້າ ຫຼືຮັບໃຊ້ພະອື່ນທີ່ເປັນຮູບໂຄລົບພະຍາມານ.
4. ຈຸດຈົບຮ້າຍແຮງຂອງບັນດາຜູ້ທີ່ນະມັດສະການພະຕາເວັນ ເຊິ່ງໄດ້ພິຍານໄວ້ໃນພະຄຳພີ
ອສກ 8:14-18 『ສະນັ້ນພະອົງຈຶ່ງນຳຂ້າພະເຈົ້າໄປຍັງປະຕູທາງທິດເໜືອຂອງພະວິຫານ
ແລະຊີ້ໃຫ້ຂ້າພະເຈົ້າເຫັນພວກຜູ້ຍິງພວມຮ້ອງໄຫ້ເຖິງພະຕາມມຸດທີ່ໄດ້ຕາຍໄປ. ຕໍ່ມາພະ
ອົງກໍ່ຖາມວ່າ “ມະນຸດເອີຍເຈົ້າເຫັນສິ່ງນັ້ນບໍ? ເຈົ້າຈະໄດ້ເຫັນ ສິ່ງທີ່ໜ້າກຽດຊັງຫຼາຍກວ່າ ນີ້ອີກ”. ສະນັ້ນພະອົງຈຶ່ງນຳຂ້າພະເຈົ້າໄປຍັງເດີນຂ້າງໃນພະວິຫານໃກ້ທາງເຂົ້າພະວິຫານ
ຄື ລະຫວ່າງແທ່ນບູຊາແລະໜ້າປະຕູ ໃນທີ່ນັ້ນມີພວກຜູ້ຊາຍຢູ່ປະມານຊາວຫ້າຄົນ. ເຂົາ
ໄດ້ຫັນຫຼັງໃສ່ພະວິຫານ ແລະພວມຂາບລົງໄປທາງທິດຕາເວັນອອກ ເພື່ອຂາບໄຫວ້ຕາ
ເວັນທີ່ພວມຂຶ້ນ. ພະຜູ້ເປັນເຈົ້າໄດ້ກ່າວແກ່ຂ້າພະເຈົ້າວ່າ “ມະນຸດເອີຍ ເຈົ້າເຫັນສິ່ງນັ້ນບໍ? ປະຊາຊົນຢູດາເຫຼົ່ານີ້ບໍ່ແມ່ນພໍໃຈເຮັດໃນສິ່ງທີ່ໜ້າກຽດຊັງ ແລະເຮັດໃຫ້ຄວາມຮຸ່ນແຮງລຸກ ລາມໄປທົ່ວທັງປະເທດເຫຼົ່ານັ້ນ. ບໍ່ດອກ! ເຂົາຕ້ອງມາເຮັດສິ່ງເຫຼົ່ານັ້ນໃນພະວິຫານນີ້ແລະ ຍົວະໃຫ້ເຮົາໂກດຮ້າຍຕື່ມອີກ. ເບິ່ງດູ! ເຂົາດູໝິ່ນປະໝາດເຮົາສໍ່າໃດ ທັງເຮັດໃຫ້ເຮົາຄັດ ເຄືອງໃຈຫຼາຍທີ່ສຸດ ເຂົາຈະໄດ້ຊິມລິດແຫ່ງຄວາມໂກດຮ້າຍຂອງເຮົາ ເຮົາຈະບໍ່ໄວ້ຊີວິດຫຼື ສະແດງຄວາມເມດຕາໃດໆຕໍ່ເຂົາ ເຖິງແມ່ນເຂົາຈະຮ້ອງອ້ອນວອນຕໍ່ເຮົາຈົນສຸດສຽງກໍ່ ຕາມ ແຕ່ເຮົາຈະບໍ່ຟັງເຂົາ』
ຖ້າຜູ້ທີ່ບໍ່ເຊື່ອໃນພະເຈົ້າ ແຕ່ເຊື່ອພະຕາເວັນ ຫຼືພະໄມ້ອື່ນໆກໍ່ບໍ່ກ່ຽວຫຍັງກັນເລີຍ, ແຕ່
ສຳລັບຜູ້ທີ່ເຊື່ອໃນພະເຈົ້າ ທໍລະຍົດຕໍ່ຄຳສັ່ງສອນຂອງພະເຈົ້າທີ່ວ່າ “ຢ່າມີພະເຈົ້າອື່ນໃດ
ນອກຈາກເຮົາ” “ຢ່ານົບຫຼືຂາບໄຫວ້ຮູບເຫຼົ່ານັ້ນ” ແລະການຮັບໃຊ້ພະຕາເວັນນັ້ນເປັນການກະທຳທີ່ໜ້າກຽດຊັງຫຼາຍສໍ່າໃດ? ຍິ່ງກວ່ານັ້ນ, ພິທີນີ້ໄດ້ມີການຮັບໃຊ້ພະຕາເວັນ “ໃນລະ
ຫວ່າງແທ່ນບູຊາແລະໜ້າປະຕູ” ນັ້ນແມ່ນສະຖານທີທີ່ນະມັດສະການພະເຈົ້າ ຫຼືຄິດສະຕະ
ຈັກບໍ່ແມ່ນບໍ? ພວກເຂົາບໍ່ໄດ້ນະມັດສະການແກ່ພະເຈົ້າ ແຕ່ໄດ້ນະມັດສະການພະຕາເວັນ ໃນຄິດສະຕະຈັກທີ່ໄດ້ຕັ້ງຂຶ້ນມາເພື່ອນະມັດສະການພະເຈົ້າຢູ່ທີ່ນີ້ແຜ່ນດິນໂລກ ຊ່າງໜ້າ
ຕົກໃຈແທ້ໆ! ຊາຕານມີຄວາມຊຳນານໃນການວາງກັບດັກ ແລະແຮ້ວເພື່ອເຮັດໃຫ້ເກີດສິ່ງ
ຊົ່ວຊ້າເຊັ່ນນີ້. ບໍ່ມີໃຜສາມາດທີ່ຈະຮູ້ແລະສັງເກດເຫັນເຖິງແຜນການແຫ່ງການຫຼອກລວງ.
ຖ້າພິທີການນັບຖືພະຕາເວັນໄດ້ປະກົດຢ່າງງ່າຍຢູ່ຕໍ່ສາຍຕາຂອງມະນຸດ ແມ່ນຜູ້ໃດຈະໄປ
ໂບດນັ້ນ ແລະຈະຊອກຫາພະເຈົ້າໃນສະຖານທີ່ນັ້ນໄດ້ຫຼືບໍ່? ແຕ່ວ່າຊາຕານໄດ້ແຊກຊຶມ
ໃນເລື່ອງການນະມັດສະການພະຕາເວັນລົງໃນລັດທິຂອງພວກເຂົາ ແລະເຮັດໃຫ້ປະຊາ
ຊົນຕິດຕາມ ເຊິ່ງເປັນແບບຢ່າງທົ່ວໄປຄືນະມັດສະການໃນວັນອາທິດແລະວັນຄິດສະມາດ.
ຄວາມເປັນມາຂອງວັນຄິດສະມາດ ເປັນການສະເຫຼີມສະຫຼອງຂອງຄົນໂລມ ເຊິ່ງຜູ້ທີ່ນັບຖື ພະຕາເວັນ ໄດ້ໃຫ້ເປັນເທດສະການສະຫຼອງທາງສາດສະໜາຄິດ ດັ່ງທີ່ໄດ້ອະທິບາຍໃນ
ຂ້າງເທິງນັ້ນ, ຄືການນຳເອົາຄວາມຈິງມາປົນກັບປອມ ເຊິ່ງເປັນສ່ວນໜຶ່ງຂອງການລ່ວງ ປະເວນີທາງຝ່າຍຈິດວິນຍານ.
5. ພິທີອື່ນໆຂອງການນັບຖືພະຕາເວັນນອກຈາກວັນຄິດສະມາດ
ບໍ່ແມ່ນພຽງວັນຄິດສະມາດຢ່າງດຽວ ທີ່ຍັງມີຢູ່ກໍ່ຄື ການນະມັດສະການໃນວັນອາທິດ ເຊິ່ງໄດ້ກາຍເປັນທຳນຽມປະຕິບັດກັນທັງທົ່ວໂລກໃນທຸກມື້ນີ້ ແລະມີຄວາມກ່ຽວພັນກັບພິທີຂອງການນັບຖືພະຕາເວັນຄື ຂ່າວປະເສີດອື່ນເຊິ່ງເປັນພວກນອກສາດສະໜາ.
ໃນວັນອາທິດ ຫຼື Sunday ໝາຍຄວາມວ່າ “ວັນຂອງພະຕາເວັນ.” ວັນອາທິດເປັນມື້
ທີ່ຄົນໂລມໄດ້ນະມັດສະການພະຕາເວັນ ເມື່ອປີ ຄ.ສ 321 ກະສັດຄອນສະແຕນຕິນໄດ້ ປະກາດໃຫ້ວັນອາທິດເປັນວັນແຫ່ງການນະມັດສະການ. ບໍ່ແມ່ນພຽງແຕ່ກົດໝາຍຂອງ ການນະມັດສະການວັນອາທິດເທົ່ານັ້ນ ລາວຍັງໃຫ້ຄຳສັ່ງອີກວ່າ ວັນອາທິດເປັນວັນຢຸດ ພັກຜ່ອນ, ເລື່ອງທີ່ກະສັດຄອນສະແຕນຕິນໄດ້ມີຄຳສັ່ງໃຫ້ຢຸດພັກຜ່ອນ ດັ່ງຕໍ່ໄປນີ້:
ຜູ້ພິພາກສາ, ພົນລະເມືອງ ແລະຊ່າງຝີມືທັງໝົດຈະຕ້ອງຢຸດພັກຜ່ອນໃນວັນຂອງພະຕາເວັນອົງ
ສູງສົ່ງ. ແຕ່ວ່າຄົນທີ່ຢູ່ໃນຊົນນະບົດນັ້ນ ສາມາດທີ່ຈະເຮັດການກະສິກຳໃນມື້ນີ້ໄດ້. ເພາະເປັນມື້ທີ່ ເໝາະສົມທີ່ສຸດສຳລັບການຫວ່ານເຂົ້າ ຫຼືເມັດພືດ ແລະມື້ເກັບກ່ຽວນັ້ນເປັນຊ່ວງເວລາທີ່ບໍ່ແນ່ນອນ ແລະມີໄລຍະສັ້ນ” (ວັນທີ 7 ມີນາ ຄ.ສ 321)
ເມື່ອພິຈາລະນາເຖິງເລື່ອງນີ້ ກະສັດຄອນສະແຕນຕິນຜູ້ທີ່ກຳນົດກົດລະບຽບວ່າ ຕ້ອງ
ນະມັດສະການແກ່ພະເຈົ້າໃນວັນອາທິດ ແຕ່ລາວໄດ້ເອີ້ນວັນອາທິດນັ້ນເປັນ “ວັນຂອງພະ
ຕາເວັນອົງສູງສົ່ງ” ຈຶ່ງສາມາດຮູ້ຈັກໄດ້ວ່າ ວັນອາທິດເປັນວັນນະມັດສະການພະຕາເວັນ.
ດັ່ງນັ້ນ, ພວກເຮົາບໍ່ພົບເຫັນແມ່ນແຕ່ຂໍ້ດຽວໃນພະຄຳພີວ່າ ຕ້ອງປະຕິບັດຕາມນະມັດສະ
ການໃນວັນອາທິດ ມີພຽງແຕ່ຂໍ້ຄວາມທີ່ບັນທຶກໄວ້ວ່າ “ຈົ່ງຖືມື້ພະແລະຍຶດຖືໄວ້ເປັນມື້ສັກ ສິດ.” ກ່ຽວກັບເລື່ອງນີ້ ປະຫວັດສາດຂອງສາດສະໜາຄິດໄດ້ມີຄຳພິຍານໄວ້ ດັ່ງຕໍ່ໄປນີ້:
ໃນນະໂຍບາຍນີ້ ມີເນື້ອຄວາມສຳຄັນທີ່ສຸດຄື ໃນປີ ຄ.ສ 321ໄດ້ຕັ້ງກົດໝາຍກຳນົດໃຫ້ວັນອາ
ທິດເປັນ ວັນນະມັດສະການ. ກົດໝາຍນີ້ໄດ້ຍອມຮັບເອົາມື້ຂອງພະເຈົ້າ ໃຫ້ສໍ່າກັນກັບເທດສະການ
ຂອງສາດສະໜາອື່ນ ແລະວັນອາທິດມີເອກະລັກພິເສດແມ່ນ ຢຸດເຮັດວຽກ. ແຕ່ວ່າມື້ນັ້ນ(ວັນອາທິດ) ບໍ່ໄດ້ມີຊື່ເອີ້ນສະເພາະສຳລັບສາສະໜາຄິດ ພຽງແຕ່ເອີ້ນວ່າ ເປັນມື້ສັກສິດເທົ່ານັ້ນ ກ່ຽວກັບຂໍ້ນີ້ສາດສະໜາອື່ນໆທັງໝົດກໍ່ເຫັນດີນຳ.
ໃນພະຄຳພີໄດ້ທຳນວາຍເອົາໄວ້ ໂດຍຜ່ານຜູ້ປະກາດພະຄຳດານີເອນແລ້ວວ່າ ຊາຕານຜູ້ຕໍ່ສູ້ກັບ ພະເຈົ້າ ຈະປ່ຽນແປງຖ້ອຍຄຳແລະກົດໝາຍຂອງພະເຈົ້າ.
ດນອ 7:25 『ເພິ່ນຈະເວົ້າຕໍ່ສູ້ພະເຈົ້າອົງສູງສຸດ ແລະຈະຂົ່ມເຫັງປະຊາຊົນຂອງພະເຈົ້າ ເພິ່ນຈະພະຍາຍາມປ່ຽນແປງກົດໝາຍ ແລະມື້ສະຫຼອງຕ່າງໆທາງສາດສະໜາແລະປະຊາຊົນຂອງພະເຈົ້າຈະຢູ່ໃຕ້ອຳນາດຂອງເພິ່ນເປັນເວລາສາມປີເຄິ່ງ』
ນີ້ແມ່ນການຕັກເຕືອນຂອງພະເຈົ້າ ພະອົງຈະຊົງນຳການລົງໂທດທີ່ຮຸນແຮງໂດຍປາສະ
ຈາກຄວາມສົງສານມາສູ່ເຂົາເຫຼົ່ານັ້ນ ຄືຜູ້ທີ່ໄດ້ປ່ຽນພະບັນຍັດແຫ່ງຄວາມຈິງຂອງພະເຈົ້າ
ມາເປັນກົດໝາຍຂອງຄົນໂລມ ກໍ່ຄືກົດແຫ່ງການນະມັດສະການພະຕາເວັນຕາມຈິດໃຈ
ຂອງຕົນ ແລະປ່ຽນກົດຂອງຄວາມຈິງເປັນກົດແຫ່ງຄວາມບໍ່ຈິງ ແຕ່ອະທິບາຍໂດຍອ້າງໃສ່ ເຫດຜົນທີ່ຜິດໆ. ໃນທຳນອງດຽວກັນ, ພະເຈົ້າໄດ້ຊົງກ່າວວ່າ ພະອົງຈະຊົງເຮັດເຄື່ອງ ໝາຍໄວ້ທີ່ໜ້າຜາກຂອງປະຊາຊົນທີ່ທຸກໃຈແລະເດືອດຮ້ອນ ເພາະສິ່ງອັນໜ້າກຽດຊັງທີ່ ເຄົາລົບນັບຖືມານ ແລະທໍລະຍົດພະເຈົ້າ ກໍ່ຍ້ອນພິທີການນະມັດສະການພະຕາເວັນ. ພະ
ອົງເຮັດເຄື່ອງໝາຍນັ້ນ ຈຸດປະສົງກໍ່ເພື່ອຊ່ວຍປະຊາຊົນຂອງພະເຈົ້າໃຫ້ພົ້ນ ເມື່ອພະອົງພິ ພາກສາພວກເຂົາຜູ້ທີ່ເຮັດສິ່ງໜ້າກຽດຊັງຄື ນະມັດສະການພະຕາເວັນ ແຕ່ໄດ້ເວົ້າວ່າ ຕົນ ເຊື່ອໃນພະເຈົ້າ.
ອສກ 9:4-6 『ຈົ່ງໄປທົ່ວກຸງເຢລູຊາເລັມ ແລະເຮັດເຄື່ອງໝາຍໃສ່ໜ້າຜາກທຸກຄົນທີ່ທຸກ
ໃຈ ແລະເດືອດຮ້ອນເພາະສິ່ງອັນໜ້າກຽດຊັງທັງໝົດທີ່ຄົນໃນເມືອງນີ້ໄດ້ເຮັດຂຶ້ນ ແລ້ວຂ້າ
ພະເຈົ້າກໍ່ໄດ້ຍິນພະເຈົ້າກ່າວແກ່ຊາຍຄົນອື່ນອີກວ່າ ຈົ່ງຕາມລາວໄປທົ່ວເມືອງແລະຂ້າພົນ ລະເມືອງຖິ້ມ. ຢ່າໄວ້ຊີວິດຜູ້ໃດ, ຢ່າສູ່ເມດຕາຜູ້ໃດ. ຈົ່ງຂ້າຄົນເຖົ້າ, ຊາຍໜຸ່ມ, ຍິງໝຸ່ມ, ບັນດາແມ່, ແລະພວກເດັກນ້ອຍ. ແຕ່ຢ່າແຕະຕ້ອງ ຜູ້ໃດທີ່ມີເຄື່ອງໝາຍທີ່ໜ້າຜາກ. ຈົ່ງ
ເລີ່ມແຕ່ວິຫານຂອງເຮົານີ້ແຫຼະໄປ” ສະນັ້ນເຂົາຈຶ່ງເລີ່ມສັງຫານຜູ້ນຳທີ່ພວມຢືນຢູ່ໃນພະວິ ຫານ.』
ອຊຢ 9:13-16 『ເຖິງແມ່ນວ່າພະຜູ້ເປັນເຈົ້າອົງຊົງລິດອຳນາດຍິ່ງໃຫຍ່ ໄດ້ລົງໂທດອິດ ສະລາເອນແລ້ວກໍຕາມ; ແຕ່ເຂົາຍັງບໍ່ໄດ້ປ່ຽນໃຈກັບຄືນມາຫາພະອົງ ພະຜູ້ເປັນເຈົ້າຈະລົງ ໂທດບັນດາຜູ້ນຳຊາດອິດສະລາເອນ ແລະປະຊາຊົນໃຫ້ໝົດໄປໃນພຽງມື້ດຽວ ພະອົງຈະ
ຕັດຫົວຕັດຫາງພວກເຂົາຖິ້ມໝົດ ຫົວແມ່ນຜູ້ອາວຸໂສກັບຄົນທີ່ມີກຽດ ສ່ວນຫາງນັ້ນແມ່ນ ພວກຜູ້ປະກາດພະຄຳທີ່ສັ່ງສອນເລື່ອງບໍ່ຈິງ! ພວກເຂົາໄດ້ນຳພາປະຊາຊົນເຫຼົ່ານີ້ໄປໃນ ທາງຜິດ ແລະເຮັດໃຫ້ພວກເຂົາສັບສົນວຸ່ນວາຍ』
ເຊັ່ນດຽວກັນກັບຄຳທີ່ກ່າວຂ້າງເທິງນັ້ນ ການນະມັດສະການໃນວັນອາທິດ ແລະວັນຄິດ ສະມາດ ທີ່ມາຈາກພິທີຂອງການນັບຖືພະຕາເວັນນັ້ນ ເປັນອາວຸດຂອງຊາຕານໃນການຕໍ່ ຕ້ານພະເຈົ້າ. ຊາຕານໄດ້ສົ່ງຜູ້ປະກາດພະຄຳປອມຫຼາຍຄົນມາໃນໂລກນີ້ ແລະໄດ້ນຳຈິດ ວິນຍານຂອງມະນຸດຫຼາຍຄົນດ້ວຍຄຳຫຼອກລວງ ແລະປັດຊະຍາທີ່ລວງຕາ ເຮັດໃຫ້ຫ່າງ ຈາກພະຄຳພີ ເຊິ່ງເປັນຖ້ອຍຄຳຂອງພະເຈົ້າ.
ເຖິງແມ່ນວ່າຈະເບິ່ງຄ້າຍຄືກັນກໍ່ຕາມ ແຕ່ຖ້າບໍ່ໄດ້ມາຈາກພະຄຳພີ ກໍ່ບໍ່ແມ່ນຄຳສອນ ຂອງພະເຈົ້າ. ຄຳສັ່ງສອນປອມທີ່ບໍ່ແມ່ນຂ່າວແຫ່ງຄວາມພົ້ນຂອງພະເຈົ້ານັ້ນ, ຜູ້ສັ່ງສອນ
ຫຼືຜູ້ຕິດຕາມຈະຮັບລົງໂທດອັນດຽວກັນ. ໃນເວລານ້ີ, ເຮົາທັງຫຼາຍຈະຕ້ອງຕື່ນຈາກການ
ຫຼອກລວງທີ່ປອມເຊັ່ນວ່າ ນະມັດສະການວັນອາທິດ, ວັນຄິດສະມາດຕ່າງໆ ເພາະເວລາ
ການຕັດສິນພິພາກສາຂອງພະເຈົ້າໃກ້ຈະມາເຖິງແລ້ວ ແລະດ້ວຍການເຊື່ອຟັງຕິດຕາມຄຳ ສອນຂອງພະເຈົ້າ ເຊິ່ງເປັນຄວາມຈິງແຫ່ງຊີວິດນິລັນ ທີ່ຈະນຳພາເຮົາໄປສູ່ສະຫວັນ.
ລກ 6:46 『ເປັນຫຍັງທ່ານທັງຫຼາຍຈຶ່ງເອີ້ນເຮົາວ່ານາຍ “ນາຍເຈົ້າຂ້າ ນາຍເຈົ້າຂ້າ ແຕ່ບໍ່
ໄດ້ປະຕິບັດຕາມສິ່ງທີ່ເຮົາບອກພວກທ່ານ』 ກະລຸນາຈົດຈຳດີໆ ຄຳສັ່ງຂອງພະຄິດໃນຂໍ້
ຄວາມຂ້າງເທິງນັ້ນ ແລະຮັກສາພະບັນຍັດຂອງພະເຈົ້າ ແລະຕິດຕາມພຽງແຕ່ຄວາມຈິງ ເທົ່ານັ້ນ ກໍ່ສາມາດທີ່ຈະກາຍເປັນປະຊາຊົນຂອງອານາຈັກສະຫວັນໄດ້.