ສຳລັບຄົນຄິດສະຕຽນຜູ້ທີ່ດຳເນີນຊີວິດແຫ່ງຄວາມເຊື່ອ ດ້ວຍຈຸດມຸ້ງໝາຍຢາກໄປອານາ ຈັກສະຫວັນມີສິ່ງສຳຄັນແມ່ນພະບັນຍັດຂອງພະເຈົ້າຄື ມື້ພະມື້ທີ່ເຈັດຂອງອາທິດ. ໃນທຸກ
ມື້ນີ້, ເຖິງແມ່ນວ່າມີຄົນຢ່າງຫຼວງຫຼາຍທີ່ເຊື່ອໃນພະເຈົ້າແລະເວົ້າວ່າຕົນເອງຕິດຕາມຄຳສັ່ງສອນໃນພະຄຳພີ ແຕ່ພວກເຂົາຍັງບໍ່ໄດ້ຮູ້ຢ່າງແທ້ຈິງທີ່ວ່າ ພະບັນຍັດຂອງພະເຈົ້າມື້ພະນັ້ນ ແມ່ນມື້ໃດຂອງອາທິດ ຈຶ່ງໄດ້ຫັນໜີຈາກຄຳສັ່ງສອນທີ່ຖືກຕ້ອງໃນພະຄຳພີ ແລະຕິດຕາມໄປທາງທີ່ບໍ່ຈິງໂດຍບໍ່ມີລັງເລໃຈ ນີ້ຄືສະພາບໃນປັດຈຸບັນນີ້.

ພະເຈົ້າຊົງເປັນຜູ້ສັກສິດບໍລິສຸດ. ເພື່ອຊ່ວຍພວກເຮົາໃຫ້ພົ້ນ ພະເຈົ້າຊົງເຮັດທຸກສິ່ງທັງ ເສຍສະຫຼະ ແລະພະຍາຍາມທຸກຢ່າງ ກໍ່ເພາະພະອົງຊົງຮັກພວກເຮົາ. ຖ້າເປັນຢ່າງນັ້ນ, ພະບັນຍັດທີ່ພະເຈົ້າໃຫ້ແກ່ພວກເຮົານັ້ນເປັນຜົນແຫ່ງຄວາມຮັກທີ່ມາຈາກຄວາມຮັກອັນຍິ່ງ
ໃຫຍ່ຂອງພະເຈົ້າບໍ່ແມ່ນບໍ? ດັ່ງນັ້ນ ເຮົາສາມາດເວົ້າໄດ້ວ່າ ການໝິ່ນປະໝາດພະບັນຍັດ
ອັນຊົ່ວນິລັນຂອງພະເຈົ້າ ແລະການທີ່ບໍ່ປະຕິບັດຕາມກົດໝາຍຂອງພະເຈົ້ານັ້ນ ເໝືອນດັ່ງ ເປັນການປະຕິເສດພະເຈົ້າ. ຊາຕານມັກລໍ້ລວງຈິດວິນຍານຂອງພວກເຮົາ ໃຫ້ໄປໃນທາງທີ່ຕໍ່ຕ້ານພະເຈົ້າຢູ່ສະເໝີ. ຊາຕານຢືນຢັນຄຳສັ່ງສອນ ທີ່ຂັດກັບຄຳສັ່ງສອນຂອງພະຄຳພີ ແລະໄດ້ສະແດງສິດຂອງຊາວໂລກກັບທຳນຽມປະເພນີຂອງມະນຸດ, ມັນໄດ້ຍົກທຳນຽມປະ ເພນີຂອງມະນຸດ ແລະເຮັດໃຫ້ຄິດວ່າ ສິ່ງນັ້ນມີອຳນາດສູງກວ່າຖ້ອຍຄຳຂອງພະເຈົ້າ. ຍິ່ງ ໄປກວ່ານັ້ນ, ມັນຍັງເຮັດໃຫ້ຄິດວ່າ ຖ້ອຍຄຳຂອງພະເຈົ້າຕໍ່າຕ້ອຍ ຍ້ອນເຫດນີ້, ຜູ້ທີ່ປະຕິບັດຕາມຖ້ອຍຄຳຂອງພະເຈົ້ານັ້ນ ເບິ່ງຄືວ່າເປັນກຸ່ມຄົນທີ່ບໍ່ປົກກະຕິ ຫຼືເປັນຄົນທີ່ບໍ່ດີ.

ຜູ້ທີ່ຮັກພະເຈົ້າ ກໍ່ຮັກພະບັນຍັດຂອງພະອົງ(ຢຮ 14:15). ເຖິງແມ່ນວ່າປັດຈຸບັນນີ້ເປັນ ສະໄໝຂອງຍຸກມືດ ທີ່ບໍ່ສົນໃຈໃນຄວາມຈິງ ແຕ່ແສງສະຫວ່າງແຫ່ງຄວາມຈິງທີ່ເຫຼືອງ
ເຫຼື້ອມ ຈະໄຊຊະນະແລະຂັບໄລ່ຄວາມມືດໃຫ້ອອກໄປຢ່າງແນ່ນອນ ດັ່ງພະເຈົ້າຊົງບໍ່ດັບ
ຕະກຽງໃນເຜົ່າຂອງດາວິດ. ບັດນີ້ພວກເຮົາຈະເບິ່ງນຳກັນ ພະບັນຍັດມື້ພະໃນທ່າມກາງ
ຂອງຄວາມຈິງຫຼາຍຢ່າງ ທີ່ສາມາດເປີດເຜີຍໃຫ້ຮູ້ເຖິງຕົວຕົນຂອງຊາຕານໄດ້.

ກ່ອນອື່ນ, ພວກເຮົາຈະສຶກສາເທື່ອລະຢ່າງເຖິງຖ້ອຍຄຳແຫ່ງພັນທະສັນຍາຂອງພະເຈົ້າ
ອົງບໍລິສຸດ ຄືຕົ້ນກຳເນີດຂອງມື້ພະ, ການຮັບອວຍພະພອນໂດຍການປະຕິບັດຕາມມື້ພະ ແລະການຮັບຄຳສາບແຊ່ງ ຍ້ອນລະເມີດມື້ພະ ແລ້ວຈົ່ງເອົາຈິດໃຈໃຫ້ມີຄຸນຄ່າໃນຄຳສັ່ງ ສອນຂອງພະເຈົ້າທີ່ມີຄຸນຄ່າ ແລະຈົ່ງເອົາຄວາມຊົມຊື່ນຍິນດີທີ່ໄດ້ກາຍເປັນໜຶ່ງດຽວກັບ ພະເຈົ້າແລະອານາຈັກສະຫວັນ.

1. ທີ່ມາຂອງມື້ພະ

ມື້ພະມີຄວາມໝາຍວ່າເປັນ “ມື້ພັກຜ່ອນ” ແລະເປັນມື້ທີເຈັດ ເຊິ່ງພະເຈົ້າຊົງພັກຜ່ອນຫຼັງ
ຈາກການເນລະມິດສ້າງຟ້າສະຫວັນ, ແຜ່ນດິນໂລກແລະທຸກສັບພະສິ່ງໃນຫົກມື້ເມື່ອເນລະ ມິດສ້າງໂລກ. ພະເຈົ້າໃຫ້ອວຍພອນມື້ທີເຈັດ ຊົງຕັ້ງໄວ້ເປັນມື້ບໍລິສຸດສັກສິດ. ພະເຈົ້າຊົງ ຕັ້ງມື້ພະມື້ທີເຈັດເປັນມື້ທີ່ລະນຶກ ເພື່ອລະນຶກເຖິງລິດອຳນາດຂອງພະຜູ້ສ້າງ ແລະຕັ້ງໄວ້ ເປັນມື້ທີ່ບໍລິສຸດ(ປຖກ 2:1-3).

ດັ່ງນັ້ນມື້ພະທີ່ບໍລິສຸດທີ່ພວກເຮົາຕ້ອງປະຕິບັດຕາມນັ້ນ ໄດ້ເລີ່ມຕົ້ນພ້ອມກັບການເນລະ ມິດສ້າງໂລກ. ຢູ່ໃນນັ້ນເຊື່ອງຊ້ອນພັນທະສັນຍາທີ່ຊົງຄຸນຄ່າຂອງພະເຈົ້າໄວ້ ເຊິ່ງໄດ້ສະ ແດງໃຫ້ເຫັນດ້ວຍຄຳທຳນວາຍ ຄືປະຊາຊົນຜູ້ທີ່ຈະໄດ້ຮັບຄວາມພົ້ນຈະພັກຜ່ອນຕະຫຼອດ ໄປໃນບ່ອນທີ່ພະເຈົ້າກະກຽມໄວ້ ຫຼັງຈາກທີ່ພະເຈົ້າສຳເລັດພະປະສົງຂອງພະເຈົ້າທີ່ແຜ່ນດິນໂລກນີ້.

ບັດນີ້, ພວກເຮົາຕ້ອງປະຕິບັດຕາມມື້ພະແລະຖືເປັນມື້ສັກສິດ ເຊິ່ງເປັນສັນຍາລັກທີ່ມອບ ໝາຍໃຫ້ໃນແຜ່ນດິນໂລກນີ້ ເພື່ອເຂົ້າສູ່ການພັກຜ່ອນຕະຫຼອດໄປ (ອພຍ 20:8).

2. ມື້ພະໃນພະຄຳພີແມ່ນວັນເສົາ ບໍ່ແມ່ນວັນອາທິດ

ຫຼັງຈາກທີ່ພະເຈົ້າໄດ້ຊົງເນລະມິດສ້າງໂລກແລ້ວ ຊົງຢຸດພັກຜ່ອນໃນມື້ທີເຈັດນັ້ນແມ່ນ
ວັນເສົາ. ເຖິງແມ່ນວ່າປັດຈຸບັນນີ້, ຄິດສະຕະຈັກທັງຫຼາຍໄດ້ນະມັດສະການໃນວັນອາທິດກໍ່ເພາະວ່າ ພວກເຂົາເຂົ້າໃຈຜິດວ່າມື້ພະແມ່ນ ວັນອາທິດ ແຕ່ວ່າ, ເມື່ອພວກເຮົາເບິ່ງຈາກ ຂໍ້ມູນທາງປະຫວັດສາດ ແລະພະຄຳພີ ພວກເຮົາສາມາດຄົ້ນພົບໄດ້ວ່າ ມື້ພະທີ່ພະເຈົ້າໄດ້ ສັ່ງໄວ້ນັ້ນແມ່ນວັນເສົາ ບໍ່ແມ່ນວັນອາທິດ. ເພື່ອທີ່ຈະຮູ້ເລື່ອງນີ້ໄດ້ຢ່າງຈະແຈ້ງ ກ່ອນອື່ນ
ເຮົາຕ້ອງຮູ້ວ່າ ວັນຄືນພະຊົນຂອງພະເຢຊູນັ້ນແມ່ນວັນອາທິດ. ຄວາມຈິງທີ່ວ່າວັນຄືນພະ ຊົນແມ່ນວັນອາທິດນັ້ນ ໄດ້ພິສູດຮຽບຮ້ອຍແລ້ວໂດຍຜ່ານຫຼັກຖານທາງປະຫວັດສາດ.

1) ຫຼັກຖານໃນພະຄຳພີທີ່ວ່າ ມື້ພະແມ່ນວັນເສົາ

ຜູ້ປະກາດຂ່າວປະເສີດ ມາລາໂກ ໄດ້ພິຍານໄວ້ຢ່າງຈະແຈ້ງວ່າ ມື້ພະແມ່ນວັນເສົາ ໂດຍບັນທຶກໄວ້ວ່າ.

ມກ 16:9 『ຫຼັງຈາກພະເຢຊູເປັນຄືນມາຈາກຕາຍແລ້ວ ໃນຮຸ່ງເຊົ້າຂອງວັນອາທິດພະອົງ ໄດ້ປະກົດແກ່ ນາງມາລີໄທມັກດາລາເປັນຜູ້ທຳອິດ ຄືຜູ້ທີ່ພະອົງໄດ້ຂັບໄລ່ຜີເຈັດໂຕອອກ ນັ້ນ.』ແລະພະຄຳພີສະບັບTEVໄດ້ບັນທຶກໄວ້ກ່ຽວກັບເລື່ອງດຽວກັນນີ້ວ່າ『ວັນອາທິດຕັ້ງ ແຕ່ເຊົ້າຫຼັງຈາກມື້ພະຂະນະທີ່ດວງຕາເວັນພວມສາດແສງຂຶ້ນສູ່ທ້ອງຟ້າມາລີໄທມັກດາລາແລະມາລີອີກຄົນໜຶ່ງອີກໄດ້ໄປເບິ່ງອຸບໂມງ.』(TEV Bible ມກ.16:9)

ເມື່ອເຮົາພິຈາລະນາຈາກຂໍ້ຄວາມຂ້າງເທິງນີ້ ສາມາດຮູ້ຈັກໄດ້ວ່າ “ຕັ້ງແຕ່ເຊົ້າຫຼັງຈາກມື້ ພະ” ແລະ “ໃນຮຸ່ງເຊົ້າຂອງວັນອາທິດ” ເປັນອັນດຽວກັນ. ຖ້າວ່າຕັ້ງແຕ່ເຊົ້າຫຼັງຈາກມື້ພະ ເປັນວັນອາທິດ ເມື່ອເອົາຄຳວ່າ ວັນເສົາແທນເປັນມື້ພະ, ສາມາດເວົ້າໄດ້ວ່າ ຕັ້ງແຕ່ເຊົ້າ ຫຼັງຈາກວັນເສົາແມ່ນ ວັນອາທິດ. ເຫດສະນັ້ນພວກເຮົາຮູ້ຈັກຄວາມຈິງຢ່າງຈະແຈ້ງໄດ້ວ່າ ມື້ພະທີ່ພະຄຳພີໄດ້ກ່າວເຖິງນັ້ນ ແມ່ນວັນເສົາບໍ່ແມ່ນວັນອາທິດ.

ແລະລູກາໄດ້ຂຽນບັນທຶກໄວ້ກ່ຽວກັບ ການຄືນພະຊົນຂອງພະເຢຊູ(ເທດສະການວັນຄືນພະຊົນ) ທີ່ໄດ້ເກີດຂຶ້ນນັ້ນເປັນວັນອາທິດແຕ່ຮຸ່ງເຊົ້າ ແລະໄດ້ບັນທຶກໄວ້ຢ່າງຈະແຈ້ງ

ລກ 24:1-8 『ວັນອາທິດແຕ່ຮຸ່ງເຊົ້າ ພວກຜູ້ຍິງໄດ້ໄປຍັງອຸບໂມງ ພ້ອມທັງຖືເຄື່ອງຫອມ ທີ່ພວກຕົນຈັດຕຽມໄວ້ແລ້ວໄປນຳ ພວກນາງພົບກ້ອນຫີນ ໄດ້ຖືກກິ້ງອອກຈາກປາກອຸບ
ໂມງ ດັ່ງນັ້ນ, ພວກນາງຈຶ່ງເຂົ້າໄປ ແຕ່ແລ້ວກໍ່ບໍ່ເຫັນສົບຂອງພະເຢຊູເຈົ້າ…ພະອົງບໍ່ຢູ່ທີ່ນີ້ ພະອົງເປັນຄືນມາສູ່ຊີວິດແລ້ວ.』

ແລະໃນພະຄຳພີພາສາອັງກິດໄດ້ຂຽນໄວ້ກ່ຽວກັບ ຕັ້ງແຕ່ເຊົ້າຫຼັງຈາກມື້ພະວ່າ Sunday ຄື ວັນອາທິດ. ແລະເຊັ່ນດຽວກັນຂໍ້ຄວາມນີ້ ໄດ້ຂຽນໄວ້ໃນພະຄຳພີສະບັບ TEV ວ່າ

『Very early on Sunday morning』

『ວັນອາທິດແຕ່ຮຸ່ງເຊົ້າ』(ລກ 24:1)

ຈາກຂໍ້ຄວາມຂ້າງເທິງນີ້ ເປັນຄວາມຈິງຢ່າງຊັດເຈນວ່າ ມື້ພະໃນພະຄຳພີແມ່ນວັນເສົາບໍ່ແມ່ນວັນອາທິດ.

2) ຫຼັກຖານໃນປະຫວັດສາດຂອງຄິດສະຕະຈັກວ່າ ມື້ພະແມ່ນວັນເສົາ

ປັດຈຸບັນນີ້, ມີຄິດສະຕະຈັກເປັນຈຳນວນຫຼວງຫຼາຍ ທີ່ໄດ້ປະຕິບັດຕາມນະມັດສະການ
ວັນອາທິດ. ໃນທ່າມກາງຄິດສະຕະຈັກທັງຫຼາຍນັ້ນ ໂບດກາໂຕລິກໄດ້ຮູ້ດີວ່າ “ມື້ພະໃນ ພະຄຳພີນັ້ນແມ່ນວັນເສົາ ບໍ່ແມ່ນວັນອາທິດ” ແລະປຶ້ມປະຫວັດສາດຂອງໂປຼເຕສແຕນກໍ່ ໄດ້ບັນທຶກໄວ້ເຊັ່ນກັນວ່າ ວັນອາທິດແມ່ນເລີ່ມມາຈາກກະສັດຄອນສະແຕນຕິນແຫ່ງໂລມ ໃນປີ ຄ.ສ 321 ກຳນົດໃຫ້ເປັນມື້ນະມັດສະການພະເຈົ້າ, ເວລາດຽວກັນນັ້ນກໍ່ໄດ້ກຳເນີດມີຄຳສັ່ງທີ່ວ່າ ໃຫ້ວັນອາທິດເປັນມື້ແຫ່ງການພັກຜ່ອນ ເຊິ່ງມາຈາກການປະກາດຮັບຮອງ ຢ່າງເປັນທາງການ. ຈົ່ງເບິ່ງການອ້າງອີງປະຫວັດສາດເລື່ອງຂ້າງລຸ່ມນີ້ ແລ້ວຈົ່ງໄຈ້ແຍກ ແລະຊອກຫາທາງແຫ່ງຄວາມຈິງທີ່ຖືກຕ້ອງ.

ຂໍໃຫ້ພວກເຮົາເບິ່ງກ່ຽວກັບໜ້າທີ່ໃນການນະມັດສະການພະເຈົ້າໃນວັນອາທິດ. ນີ້ເປັນໜ້າທີ່ສຳຄັນທີ່ສຸດຢ່າງໜຶ່ງສຳລັບຄົນຄິດສະຕຽນ ແຕ່ເມື່ອພິຈາລະນາເບິ່ງໃນພະຄຳພີ ເຮົາບໍ່ພົບຂໍ້ຄວາມຢ່າງນັ້ນແມ່ນແຕ່ຂໍ້ດຽວ. ມື້ນະມັດສະການພະເຈົ້າ ໃນພະຄຳພີແມ່ນວັນເສົາ ບໍ່ແມ່ນວັນອາທິດ

ໃນນະໂຍບາຍນີ້ ມີເນື້ອຄວາມສຳຄັນທີ່ສຸດຄື ໃນປີ ຄ.ສ 321 ໄດ້ຕັ້ງກົດໝາຍກຳນົດໃຫ້ວັນອາ ທິດເປັນວັນນະມັດສະການ. ກົດໝາຍນີ້ ໄດ້ຍອມຮັບເອົາມື້ຂອງພະເຈົ້າໃຫ້ສໍ່າກັນກັບເທດສະການ ຂອງສາສະໜາອື່ນ ແລະວັນອາທິດມີເອກະລັກພິເສດແມ່ນ ຢຸດເຮັດວຽກ. ແຕ່ວ່າມື້ນັ້ນ(ວັນອາທິດ) ບໍ່ໄດ້ມີຊື່ເອີ້ນສະເພາະສຳລັບສາສະໜາຄິດ ພຽງແຕ່ເອີ້ນວ່າເປັນມື້ສັກສິດເທົ່ານັ້ນ ກ່ຽວກັບຂໍ້ນີ້ສາດ ສະໜາອື່ນໆທັງໝົດກໍ່ເຫັນດີນຳ.

ໂບດໂປຼເຕສແຕນ ເຊິ່ງໄດ້ແຍກອອກຈາກ ໂບດໂລມັນກາໂຕລິກນັ້ນ ກໍ່ຍັງຢືນຢັນໃນ ຄວາມຄິດທີ່ວ່າ ການນະມັດສະການວັນອາທິດແມ່ນມາຈາກພະຄຳພີ ເຖິງແມ່ນວ່າພວກ
ເຂົາຮູ້ເປັນຢ່າງດີກ່ຽວກັບພິຍານຫຼັກຖານທາງປະຫວັດສາດທີ່ວ່າ ການນະມັດສະການວັນ
ອາທິດ ບໍ່ໄດ້ມີຕົ້ນກຳເນີດມາຈາກພະຄຳພີ ກ່ຽວກັບເລື່ອງນີ້ ໃນປຶ້ມທີ່ຈັດພິມໂດຍໂບດກາ ໂຕລິກ “ຄວາມເຊື່ອຂອງຄົນເປັນຫຼາຍໆລ້ານຄົນ” ໄດ້ພິຍານໄວ້ວ່າ “ການນະມັດສະການ ໃນວັນອາທິດແມ່ນກົດລະບຽບທີ່ໂບດກາໂຕລິກສ້າງຂຶ້ນມາ, ແຕ່ວ່າເປັນຫຍັງພວກໂປຼເຕສ ແຕນ ຈຶ່ງໄດ້ນະມັດສະການໃນວັນອາທິດຕາມໂບດກາໂຕລິກ ເຊິ່ງໂບດໂປຼເຕສແຕນໄດ້
ກ່າວວ່າ ພວກຕົນກຳລັງປະຕິຮູບສາສະໜາທີ່ເປີດເຜີຍ ຄວາມບໍ່ຈິງກ່ຽວກັບຄວາມຊົ່ວຊ້າ
ທັງໝົດຂອງໂບດກາໂຕລິກ, ແຕ່ພວກເຂົາເອງກໍ່ບໍ່ປະຕິບັດຕາມມື້ພະທີ່ມີຢູ່ໃນພະຄຳພີ ນີ້ ແມ່ນບໍ່ສອດຄ່ອງກັນ”.

ແຕ່ໃນພະຄຳພີ ໄດ້ມີການອະທິບາຍໄວ້ຢ່າງຊັດເຈນ ກ່ຽວກັບວັນນະມັດສະການພະເຈົ້າ ຄືມື້ພະ ແມ່ນວັນເສົາ ບໍ່ແມ່ນວັນອາທິດ. ພວກຕົນທີ່ບໍ່ແມ່ນຄົນກາໂຕລິກໄດ້ພະຍາຍາມຢືນຢັນວ່າ ເອົາສາດ ສະໜານີ້ມາຈາກພະຄຳພີບໍ່ໄດ້ເອົາມາຈາກໂບດກາໂຕລິກ ແຕ່ການປະຕິບັດຕາມນະມັດສະການວັນ ອາທິດແທນວັນເສົານັ້ນ ບໍ່ແມ່ນເລື່ອງແປກບໍ? ນີ້ແມ່ນບໍ່ສອດຄ່ອງກັນແທ້ໆ. ແຕ່ຄວາມຈິງແລ້ວ, ເມື່ອຕອນທີ່ໂບດໂປຼເຕດສະແຕນສ້າງຂຶ້ນນັ້ນ ການນະມັດສະການວັນອາທິດ ໄດ້ເປັນທຳນຽມຂອງ ຄົນທົ່ວໄປຢູ່ແລ້ວ. ນີ້ແມ່ນບໍ່ໄດ້ມາຈາກພະຄຳພີ ແຕ່ໄດ້ຕັ້ງຂຶ້ນມາດ້ວຍອຳນາດຂອງໂບດກາໂຕລິກ
ແຕ່ພວກເຂົາກໍ່ຍັງສືບຕໍ່ປະຕິບັດຕາມທຳນຽມຢ່າງນີ້ຢູ່. ນິກາຍທີ່ບໍ່ແມ່ນໂບດໂລມັນກາໂຕລິກ ແຕ່ໄດ້ ແຍກອອກມາຈາກໂບດກາໂຕລິກນັ້ນ ຍັງເອົາຂອງທີ່ລະນຶກຈາກໂບດແມ່ໄປນຳ. ເໝືອນດັ່ງກັບລູກອັກກະຕັນຍູທີ່ໄດ້ໜີອອກຈາກບ້ານໄປແລ້ວ ແຕ່ໃນກະເປົ່າຂອງລາວຍັງມີຮູບຂອງແມ່ ຫຼືວ່າຜົມກຳໜຶ່ງຂອງແມ່ຕິດໂຕໄປນໍາ

3) ຫຼັກຖານທີ່ວ່າ ມື້ພະແມ່ນວັນເສົາ ຈາກຄວາມຮູ້ທົ່ວໄປ

ນອກຈາກນີ້ຍັງມີຫຼັກຖານຫຼາຍຢ່າງທີ່ໄດ້ສັ່ງສອນວ່າ ມື້ພະເຊິ່ງເປັນພະບັນຍັດຂອງພະເຈົ້າ ຕ້ອງ ປະຕິບັດຕາມໃນວັນເສົາ. ແລະໂດຍຜ່ານຄຳສັບທີ່ໃຊ້ໃນຊີວິດປະຈຳວັນ ເຮົາກໍ່ສາມາດຮູ້ຈັກຄຳ ຕອບໄດ້ຢ່າງງ່າຍດາຍວ່າ ມື້ທີເຈັດຂອງອາທິດນັ້ນແມ່ນວັນຫຍັງ.

ກ່ອນອື່ນ, ຂໍໃຫ້ເຮົາມາພິຈາລະນາເບິ່ງຄຳວ່າ “ທ້າຍສັບປະດາ” ເຊິ່ງໝາຍຄວາມວ່າ ເປັນມື້ສຸດ ທ້າຍຂອງອາທິດ ແລະມື້ສຸດທ້າຍຂອງອາທິດນັ້ນແມ່ນມື້ທີເຈັດ, ທ້າຍສັບປະດາເປັນຄຳນາມທີ່ຊີ້ໃຫ້ ເຫັນວ່າແມ່ນວັນເສົາ ບໍ່ແມ່ນວັນອາທິດແນ່ນອນ. ເພາະສະນັ້ນ, ໃນຊີວິດປະຈຳວັນພວກເຮົາໄດ້ດຳ ເນີນຊີວິດຢູ່ດ້ວຍການຍອມຮັບຢູ່ສະເໝີວ່າ ມື້ທີເຈັດແມ່ນວັນເສົາ. ນອກຈາກນັ້ນ ໃນວັດຈະນານຸກົມ ກໍ່ໃຫ້ຫຼັກຖານໄວ້ຢ່າງຊັດເຈນ ຖ້າຊອກຫາຄຳສັບ “ວັນອາທິດ” (ວັນອາທິດ → ແມ່ນມື້ທຳອິດຂອງ ອາທິດ) ແລະຖ້າຊອກຫາຄຳສັບ “ວັນເສົາ”(ວັນເສົາ →ແມ່ນມື້ທີເຈັດຂອງອາທິດ)

ມີບາງຄົນເວົ້າວ່າ “ຄວາມຈິງນັ້ນບໍ່ໄດ້ຢູ່ໄກ ແຕ່ຢູ່ຄຽງຂ້າງຂອງທ່ານ.” ທີ່ຈິງພວກເຮົາຄົ້ນຫາໄດ້ ງ່າຍໃນຊີວິດປະຈຳວັນ ແຕ່ເຂົ້າໃຈຜິດວ່າ ມື້ພະມື້ທີເຈັດ(ວັນເສົາ)ແມ່ນວັນອາທິດ ແລະໄດ້ປະຕິບັດ ຕາມໄປໂດຍທີ່ບໍ່ມີປະໂຫຍດຫຍັງ ກໍ່ຍ້ອນວ່າຊາຕານໄດ້ລວງຕາແຫ່ງຈິດວິນຍານຂອງພວກເຮົາໃຫ້ຫຼົງຜິດໄປຈາກຄວາມຈິງ. ດັ່ງນັ້ນ, ພວກເຮົາຈຳເປັນຕ້ອງດຳເນີນຊີວິດໃໝ່ ແລະກັບໃຈປ່ຽນໃໝ່ສຳ ລັບຄວາມຜິດໃນອາດີດ ແລ້ວປະຕິບັດຕາມຄວາມຈິງໃນຖ້ອຍຄຳຂອງພະເຈົ້າ.

3. ພະປະສົງຂອງພະເຈົ້າກ່ຽວກັບ ມື້ພະ

ມື້ພະເປັນມື້ທີ່ບໍລິສຸດສັກສິດແລະມີພະພອນ ເພື່ອເປັນການລະນຶກເຖິງລິດອຳນາດຂອງ
ພະຜູ້ສ້າງໂລກ. ຖ້າເບິ່ງດ້ວຍສາຍຕາແຫ່ງຈິດວິນຍານ ມື້ນັ້ນເປັນມື້ທີ່ບໍລິສຸດແທ້ໆ ດັ່ງນັ້ນ
ພະເຈົ້າຈຶ່ງເຮັດໝາຍສຳຄັນສຶບໄປເປັນນິດລະຫວ່າງພະເຈົ້າກັບປະຊາຊົນ ແລະພະອົງຊົງ ກ່າວວ່າ ພວກເຂົາຈະຮູ້ໄດ້ວ່າ ພະອົງຊົງເປັນພະເຈົ້າຜູ້ເຮັດໃຫ້ບໍລິສຸດ.

ອພຍ 31:13-14 『ຈົ່ງນັບຖືມື້ພະເປັນມື້ພັກຜ່ອນຂອງເຮົາ ເພາະມັນເປັນເຄື່ອງໝາຍອັນ ສຳຄັນລະຫວ່າງເຈົ້າ ແລະເຮົາສືບໄປເປັນນິດເພື່ອສະແດງວ່າເຮົາຄື ພະຜູ້ເປັນເຈົ້າໄດ້ຮັບ
ເອົາພວກເຈົ້າມາເປັນປະຊາຊົນຂອງເຮົາ. ຈົ່ງຮັກສາມື້ພັກຜ່ອນນີ້ເພາະເປັນມື້ສັກສິດ ຜູ້ໃດ
ທີ່ເຮັດວຽກໃນມື້ນີ້ ຜູ້ນັ້ນຕ້ອງມີໂທດເຖິງຕາຍ.

ພະເຈົ້າຊົງໄດ້ໃຫ້ຄວາມສຳຄັນແລະຊົງຮັກມື້ພະຫຼາຍສໍ່າໃດ ພະອົງໄດ້ຕັ້ງພະບັນຍັດໄວ້ ຢ່າງຈະແຈ້ງແລ້ວ ດັ່ງໃນຂໍ້ຄວາມທີ່ວ່າ “ຈົ່ງຖືມື້ພະແລະຍຶດຖືໄວ້ເປັນມື້ສັກສິດ” (ອພຍ20: 8) ແລະຈາລຶກໄວ້ເທິງຫີນສອງແຜ່ນດ້ວຍມືຂອງພະອົງ ເປັນຄຳສັ່ງຂໍ້ທີ4 ແລະພະເຈົ້າຊົງ ໄດ້ສະແດງໃຫ້ເຮົາຮູ້ເຖິງຈິດໃຈທີ່ໝັ້ນຄົງຂອງພະອົງກ່ຽວກັບມື້ພະໂດຍຜ່ານຂໍ້ຄວາມນີ້ “ຜູ້ ໃດທີ່ເຮັດວຽກໃນມື້ນີ້ ຜູ້ນັ້ນຕ້ອງມີໂທດເຖິງຕາຍ” (ອພຍ 31:14)

ດັ່ງນັ້ນມື້ພະຈຶ່ງເປັນພະບັນຍັດທີ່ເດັດຂາດ ດັ່ງທີ່ວ່າ ຖ້າຜູ້ໃດເຮັດໃຫ້ມື້ນີ້ເປັນມົນທິນຈະມີໂທດເຖິງຕາຍ. ຢູ່ໃນມື້ພະນັ້ນມີຄວາມເມດຕາ ແລະຄວາມຮັກອັນເຕັມລົ້ນຂອງພະເຈົ້າ. ຄວາມກະຕືລືລົ້ນຂອງພະເຈົ້າຜູ້ທີ່ໄດ້ເນລະມິດສ້າງຈິດວິນຍານ ໂດຍຜ່ານການເນລະມິດ ສ້າງຮ່າງກາຍ ເຮັດໃຫ້ຈິດໃຈຂອງເຮົາມີຄວາມເຄົາລົບຢຳເກງ. ພະອົງຊົງກະທຳໃຫ້ພວກ ເຮົາຖືກສ້າງຂຶ້ນໃໝ່ໃນພະຄິດ (2ກທ 5:17). ເຖິງແມ່ນວ່າພະອົງຊົງເຕັມໄປດ້ວຍຄວາມ ເຈັບປວດແລະຄວາມໂສກເສົ້າເສຍໃຈຢ່າງແສນສາຫັດ ແຕ່ພະອົງກໍ່ຍັງບໍ່ໄດ້ຢຸດພາລະກິດ ບໍ່ວ່າຈະເດິກດື່ນຄໍ່າຄືນ ເຊິ່ງເປັນເວລາທີ່ທຸກຄົນນອນຫຼັບ. ພະອົງຊົງເຮັດດ້ວຍສຸດຈິດສຸດ ໃຈເຊັ່ນນີ້ ກໍ່ເພື່ອນຳພາພວກເຮົາໄປສູ່ການພັກຜ່ອນອັນຕະຫຼອດໄປໃນສະຫວັນ ພະອົງຈຶ່ງ
ຊົງມອບພະບັນຍັດໃຫ້ທີ່ວ່າ “ຈົ່ງຖືມື້ພະ ແລະຍຶດຖືໄວ້ເປັນມື້ສັກສິດ”.

ຄຳສັ່ງທີ່ວ່າ ຈົ່ງປະຕິບັດຕາມມື້ພະນັ້ນ ບໍ່ແມ່ນຄຳສັ່ງທີ່ຄາດຄັ້ນ ຫຼືບັງຄັບໃຫ້ເຮັດ. ປຽບ
ເໝືອນຄວາມຮັກຂອງພໍ່ແມ່ທີ່ມີຕໍ່ລູກຄື ພະຍາຍາມເຮັດໃຫ້ລູກຜູ້ທີ່ມີສຸຂະພາບທີ່ອ່ອນແອ
ເພື່ອຈະມີຮ່າງກາຍທີ່ແຂງແຮງຂຶ້ນໂດຍການໃຫ້ກິນຢາບຳລຸງ ພະອົງຊົງມອບມື້ພະໃຫ້ນັ້ນ ກໍ່ເພື່ອອວຍພະພອນແຫ່ງສະຫວັນແກ່ລູກຜູ້ທີ່ອ່ອນແອ. ເຫດສະນັ້ນ, ໃຜຈະປະຕິເສດໃນ
ການປະຕິບັດຕາມມື້ພະໄດ້? ຜູ້ທີ່ປະຕິເສດນັ້ນ ສົມຄວນໄດ້ຮັບການຕັດສິນລົງໂທດ. ຜູ້ທີ່ ຍຸແຍ່ວ່າ ບໍ່ຈຳເປັນຕິດຕາມຢ່າງນັ້ນ ກໍ່ບໍ່ສາມາດຫຼົບໜີຈາກການລົງໂທດໃນນະລົກໄດ້.
ພວກເຮົາຮັກພະເຈົ້າ. ດັ່ງນັ້ນພວກເຮົາຈຶ່ງຮັກຖ້ອຍຄຳຂອງພະເຈົ້າເຊັ່ນກັນ. ຂໍໃຫ້ເຮົາມາ
ສຶກສາເຖິງຄຳສອນຂອງມື້ພະທີ່ພະອົງໃຫ້ໄດ້ຍິນສຽງແຫ່ງຄວາມເມດຕາປານີຢ່າງລະອຽດ ຫຼາຍຍິ່ງຂຶ້ນ.

ອຊຢ 56:1-7 『ພະຜູ້ເປັນເຈົ້າກ່າວແກ່ປະຊາຊົນຂອງພະອົງວ່າ: ຈົ່ງເຮັດໃນສິ່ງທີ່ຍຸດຕິ
ທຳແລະຖືກຕ້ອງ ເພາະໃນໄວໆນີ້ ເຮົາຈະຊ່ວຍພວກເຈົ້າໃຫ້ພົ້ນ. ເຮົາຈະອວຍພອນພວກ
ທີ່ຍຶດຖືມື້ພະ ແລະຜູ້ທີ່ບໍ່ລະເມີດກົດຂອງມື້ພະເຮົາຈະອວຍພອນ ຜູ້ທີ່ບໍ່ເຮັດສິ່ງອັນຊົ່ວຊ້າ ໃດໆ?ແລ້ວພະຜູ້ເປັນເຈົ້າກໍ່ກ່າວແກ່ພວກຕ່າງດ້າວ ທີ່ກາຍເປັນປະຊາຊົນສ່ວນໜຶ່ງຂອງ ພະອົງ ຄືຜູ້ທີ່ຮັກສາ ແລະບົວລະບັດຮັບໃຊ້ພະອົງ ທີ່ຍຶດຖືມື້ພະແລະຮັກສາຄຳໝັ້ນສັນຍາຂອງພະອົງຢ່າງສັດຊື່ວ່າ: ເຮົາຈະນຳພວກເຈົ້າໄປຍັງ ສີໂອນເນີນພູສັກສິດຂອງເຮົາ ເພື່ອ ໃຫ້ພວກເຈົ້າມີຄວາມຊົມຊື່ນຍິນດີໃນເຮືອນຂອງເຮົາ ສຳລັບອ້ອນວອນ ແລະເຮົາຈະຮັບ ເຄື່ອງບູຊາເຊິ່ງພວກເຈົ້າຖວາຍທີ່ເທິງແທ່ນຂອງເຮົາ. ວິຫານຂອງເຮົາຈະເປັນທີ່ເອີ້ນວ່າ ເຮືອນແຫ່ງການໄຫວ້ວອນສຳລັບທຸກຊົນຊາດ.

ຈາກເນື້ອໃນຂອງພະຄຳເອຊາຢາຂໍ້ນີ້ສາມາດຮູ້ໄດ້ວ່າ ພະເຈົ້າຊົງສັ່ງສອນພວກເຮົາບໍ່ໃຫ້
ລະເມີດກົດຂອງມື້ພະແລະບໍ່ຕ້ອງເຮັດສິ່ງຊົ່ວຊ້າໃດໆ ແລະໄດ້ພິຍານວ່າຈະອວຍພອນແກ່ ຜູ້ທີ່ຍຶດຖືມື້ພະ. ຜູ້ທີ່ຍຶດໝັ້ນໄວ້ ກໍ່ຈະຖືກນຳມາສີໂອນເນີນພູສັກສິດຂອງພະເຈົ້າແລະເຮັດ ໃຫ້ມີຄວາມຊົມຊື່ນຍິນດີຢູ່ໃນບ້ານອັນຊົ່ວນິລັນທີ່ງົດງາມຂອງພະເຈົ້າ ເຖິງແມ່ນວ່າເຂົາເຫຼົ່ານັ້ນຈະເປັນຄົນຕ່າງດ້າວກໍ່ຕາມ. ພະສັນຍາຂອງພະເຈົ້ານີ້ມີສະຫງ່າລາສີແລະຊົມຊື່ນຍິນດີ
ຫຼາຍສໍ່າໃດ ເພື່ອຈະໃຫ້ພະພອນອັນເຫຼືອງເຫຼື້ອມ ໃນອະນາຄົດແກ່ພວກເຮົານັ້ນ ພະເຈົ້າ
ໄດ້ຊົງມອບພະບັນຍັດທີ່ວ່າ “ຈົ່ງຖືມື້ພະແລະຍຶດຖືໄວ້ເປັນມື້ສັກສິດ” (ອພຍ 20:8) ໄວ້ໃຫ້ ແກ່ພວກເຮົາ.

4. ພະເຢຊູແລະສາວົກຂອງພະອົງກໍ່ໄດ້ຍຶດຖືມື້ພະໃນສະໄໝພັນທະສັນຍາໃໝ່

ພະເຢຊູກໍ່ເຊັ່ນດຽວກັນ ພະອົງໄດ້ຊົງລະນຶກເຖິງມື້ພະເປັນມື້ບໍລິສຸດ ແລະຊົງຍຶດຖືມື້ນັ້ນ

ລກ 4:16 『ແລ້ວພະເຢຊູກໍ່ໄດ້ໄປຍັງນາສາເຫຼັດ ເມືອງທີ່ພະອົງໄດ້ຈະເລີນເຕີບໂຕໃຫຍ່ ຂຶ້ນນັ້ນ ແລະໃນມື້ພະ ພະອົງໄດ້ໄປຍັງສາລາທຳຕາມທຳນຽມ. ພະອົງໄດ້ຢືນຂຶ້ນເພື່ອຈະອ່ານພະຄຳພີ.

ພະເຢຊູໄດ້ຊົງເຫັນຄຸນຄ່າຂອງມື້ພະເປັນດັ່ງພະບັນຍັດທີ່ບໍລິສຸດສັກສິດ ແລະໄດ້ຊົງຍຶດ
ຖືມື້ພະນັ້ນ ເປັນທຳນຽມຂອງພະອົງ. ນອກຈາກນັ້ນ, ພະອົງຍັງຊົງປະກາດກ່ຽວກັບມື້ພະ ວ່າ “ດ້ວຍວ່າບຸດມະນຸດເປັນເຈົ້າເໜືອມື້ພະ” (ມທ 12:8) ດ້ວຍຂໍ້ຄວາມນີ້ ພະເຢຊູໄດ້ຊົງ
ປະກາດວ່າ ມື້ພະເປັນມື້ຂອງພະເຢຊູຜູ້ຊົງເປັນເຈົ້າຂອງຈິດວິນຍານຂອງເຮົາ ແລະໄດ້ຊົງ ສັ່ງສອນເຮົາ ເຖິງຄວາມໝາຍທີ່ແທ້ຈິງຂອງມື້ພະ. ມື້ພະເປັນມື້ຂອງພະເຢຊູ. ເປັນມື້ແຫ່ງ ລິດອຳນາດຂອງພະເຈົ້າພະຜູ້ສ້າງ. ຖ້າດັ່ງນັ້ນ, ວັນອາທິດເດ ເປັນແນວໃດ? ວັນອາທິດ
ເປັນວັນນະມັດສະການໃຫ້ແກ່ພະຕາເວັນ ເຊິ່ງໄດ້ຖືກກຳນົດຂຶ້ນມາໂດຍ ພວກນອກສາດ
ສະໜາ ຄືຜູ້ທີ່ຮັບໃຊ້ດວງຕາເວັນເປັນພະເຈົ້າ. ເຮົາຕ້ອງຮູ້ຢ່າງຖືກຕ້ອງ ແລະຈົ່ງເອົາຫຼັກ
ໄຊແຫ່ງຄວາມເຊື່ອ ມຸ່ງໜ້າໃສ່ໄວ້ໃນຖ້ອຍຄຳຂອງພະເຈົ້າ ແລ້ວຕ້ອງໄວ້ວາງໃຈຢ່າງໜັກແໜ້ນຍິ່ງຂຶ້ນຢູ່ໃນຖ້ອຍຄຳນີ້.

ບັນດາສາວົກຜູ້ທີ່ໄດ້ຕິດຕາມພະເຢຊູ ກໍ່ໄດ້ຍຶດຖືມື້ພະໃຫ້ເປັນມື້ທີ່ບໍລິສຸດ. ໃນທຸກໆມື້ພະ ພວກເຂົາກໍ່ໄດ້ມາຮ່ວມກັນອະທິຖານແລະສຶກສາຄໍາສັ່ງສອນຂອງພະເຢຊູ ເຊິ່ງເປັນດັ່ງອາ ຫານຝ່າຍຈິດວິນຍານ.

ກຈ 18:4 『ທຸກມື້ພະ ໂປນໄດ້ໂຕ້ຕອບກັບພວກຢິວ ແລະພວກກະລີກໃນສາລາທຳແລະ ພະຍາຍາມໃຫ້ເຂົາຮັບເຊື່

ກຈ 17:2-3 『ໂປນໄດ້ເຂົ້າໄປໃນສາລາທຳຕາມທີ່ເຄີຍປະຕິບັດມາໃນທີ່ນັ້ນ ເພິ່ນໄດ້ຍົກ
ເອົາຂໍ້ຄວາມໃນພະຄຳພີ ຂຶ້ນໂຕ້ຕອບກັບປະຊາຊົນເປັນເວລາສາມມື້ພະ. ໂດຍອະທິບາຍ ແລະພິສູດຈາກຂໍ້ພະຄຳພີໃຫ້ພວກເຂົາເຫັນວ່າ ພະເມຊີອາຕ້ອງທົນທຸກທໍລະມານ ແລະ ເປັນຄືນມາຈາກຕາຍ, ພະເຢຊູຜູ້ທີ່ຂ້າພະເຈົ້າປະກາດແກ່ທ່ານທັງຫຼາຍ ໂປນກ່າວ, ຜູ້ນີ້ ແຫຼະເປັນພະເມຊີອາ.』 ດັ່ງນັ້ນມື້ພະເປັນມື້ທີ່ບໍລິສຸດຂອງພະເຈົ້າຢ່າງຖືກຕ້ອງໃນຕະຫຼອດທຸກຍຸກທຸກສະໄໝ.

ຖ້າພວກເຮົາເຊື່ອພະເຈົ້າ ແລະມີຄວາມປາຖະໜາຢ່າງແຮງກ້າທີ່ຈະເຂົ້າສູ່ອານາຈັກສະຫວັນ ພວກເຮົາຕ້ອງປະຕິບັດຕາມມື້ພະໃຫ້ເປັນມື້ສັກສິດຕາມແບບຢ່າງຂອງພະຄິດແລະ
ຕ້ອງກາຍເປັນປະຊາຊົນທີ່ເຊື່ອຟັງຢ່າງເດັດຂາດໃນຖ້ອຍຄຳຂອງພະເຈົ້າ.

5. ຜູ້ປິດບັງສະຫງ່າລາສີ ຄືຜູ້ທີ່ລະເມີດມື້ພະ(ວັນເສົາ) ແລະຢືນຢັນນະມັດສະ ການວັນອາທິດ

ຜູ້ທີ່ປະຕິເສດມື້ພະ ແລະໄດ້ສັ່ງສອນເພີ່ມເຕີມໃສ່ ໂດຍໃຫ້ນະມັດສະການໃນວັນອາທິດ ທີ່ບໍ່ມີບັນທຶກໄວ້ໃນພະຄຳພີ ໃຫ້ສໍ່າກັບເປັນຄຳສັ່ງສອນທີ່ມີກ່າວໄວ້ໃນພະຄຳພີ ຜູ້ນັ້ນກໍ່
ເປັນຄົນເຮັດຊົ່ວ.

ນຫມ 13:17 『ຂ້າພະເຈົ້າໄດ້ກ່າວປະນາມ ບັນດາຜູ້ນຳຊາວຢິວໂດຍບອກພວກເຂົາວ່າ
ເບິ່ງຄວາມຊົ່ວຊ້າທີ່ພວກເຈົ້າພວມເຮັດດູ! ພວກເຈົ້າກຳລັງເຮັດໃຫ້ມື້ພະຂາດຄວາມສັກສິດ”
ພະເຈົ້າໄດ້ຊົງປະກາດໄວ້ຢ່າງໜັກແໜ້ນວ່າ ການທີ່ເຮັດໃຫ້ມື້ພະຂາດຄວາມສັກສິດນັ້ນ ເປັນການກະທຳຊົ່ວຊ້າ.

ປະຊາຊົນຂອງພະເຈົ້າ ເປັນຜູ້ທີ່ຢາກປະຕິບັດຕາມມື້ພະໃຫ້ມີຄວາມສັກສິດ ແຕ່ຜູ້ຫຼອກ ລວງເພື່ອບໍ່ໃຫ້ປະຕິບັດຕາມນັ້ນຄື ຊາຕານ. ຊາຕານຫຼອກລວງຜູ້ເຊື່ອຖືໃຫ້ຫຼົງລືມມື້ພະ,
ມານເຮັດໃຫ້ຫັນໜີອອກໄປຈາກຖ້ອຍຄໍາຂອງພະເຈົ້າທີ່ວ່າ “ຈົ່ງຖືມື້ພະແລະຍຶດຖືໄວ້ເປັນມື້ ສັກສິດ” ດ້ວຍສິ່ງນີ້, ຈຶ່ງເປັນການໝິ່ນປະໝາດພະກຽດຂອງພະເຈົ້າ ແລະເຮັດໃຫ້ມື້ພະ ຂອງພະເຈົ້າເປັນມົນທິນ ຈຶ່ງເຮັດໃຫ້ລະຫວ່າງພະເຈົ້າກັບປະຊາຊົນແຕກແຍກກັນ.

ອສກ 20:12-13 『ເຮົາໄດ້ເຮັດໃຫ້ເຂົາຮັກສາມື້ພະ ເປັນສັນຍານແຫ່ງການຕົກລົງລະ
ຫວ່າງສອງຝ່າຍກໍ່ເພື່ອຕັກເຕືອນເຂົາ ໃຫ້ລະນຶກເຖິງວ່າເຮົາຄືພະຜູ້ເປັນເຈົ້າເຮັດໃຫ້ເຂົາບໍ
ລິສຸດ. ແຕ່ເຂົາຊໍ້າພັດທ້າທາຍເຮົາ ແມ່ນແຕ່ໃນຖິ່ນແຫ້ງແລ້ງກັນດານ. ເຂົາໄດ້ຝ່າຝືນຂໍ້
ບັນຍັດຂອງເຮົາລະປະຖິ້ມຂໍ້ຄຳສັ່ງຂອງເຮົາ ເຊິ່ງນຳຊີວິດມາສູ່ທຸກໆຄົນທີ່ປະຕິບັດຕາມ.
ເຂົາໄດ້ເຮັດໃຫ້ມື້ພະເປັນມົນທິນ ສະນັ້ນ, ເຮົາຈຶ່ງພ້ອມແລ້ວທີ່ຈະໃຫ້ເຂົາໄດ້ຊິມລົດແຫ່ງ
ຄວາມໂກດຮ້າຍອັນເຕັມຂະໜາດຂອງເຮົາໃນຖິ່ນແຫ້ງແລ້ງກັນດານນັ້ນ ແລະທຳລາຍເຂົາ
ຖິ້ມ.

ໂດຍຜ່ານຜູ້ປະກາດພະຄຳເອເສກຽນ ພະເຈົ້າຊົງໃຫ້ຄຳທຳນວາຍໃນການຕັກເຕືອນ
ແລະໃຫ້ຮູ້ຈັກວ່າ ຄວາມໂກດຮ້າຍຂອງພະອົງຈະມາເຖິງພວກເຂົາຄື ຜູ້ທີ່ໄດ້ດູໝິ່ນພະບັນ ຍັດ ແລະປະຖິ້ມຂໍ້ຄຳສັ່ງຂອງພະອົງ ທັງໄດ້ລະເມີດມື້ພະດ້ວຍ.

ອສກ 20:24 『ເຮົາໄດ້ເຮັດເຊັ່ນນີ້ ກໍ່ເພາະເຂົາໄດ້ປະຖິ້ມຂໍ້ຄຳສັ່ງຂອງເຮົາ, ໄດ້ຝ່າຝືນບັນ ດາຂໍ້ບັນຍັດຂອງເຮົາ, ໄດ້ເຮັດໃຫ້ມື້ພະເປັນມົນທິນ, ແລະໄດ້ຂາບໄຫວ້ບັນດາຮູບໂຄລົບ ຢ່າງດຽວກັບບັນພະບຸລຸດຂອງເຂົາໄດ້ຮັບໃຊ້ມານັ້

ຖ້າບໍ່ປະຕິບັດຕາມແລະໝິ່ນປະໝາດຂໍ້ຄຳສັ່ງທີ່ໃຫ້ຊີວິດນັ້ນ ແມ່ນໄດ້ຄັດເລືອກເອົາທາງ ແຫ່ງຄວາມຕາຍຊົ່ວນິລັນເອງ ແລະນຳມາເຊິ່ງໄຟແຫ່ງນະລົກເອງບໍ່ແມ່ນບໍ?ຄຳທຳນວາຍ
ໃນຂ້າງເທິງນັ້ນ ເປັນຖ້ອຍຄຳແຫ່ງການທຳນວາຍຢ່າງເດັດຂາດຂອງພະເຈົ້າແກ່ຜູ້ທີ່ເວົ້າ ວ່າ ຕົນເຊື່ອພະເຈົ້າ ແຕ່ໄດ້ປະຕິເສດມື້ພະ. 

ພີ່ນ້ອງຊາຍ ແລະພີ່ນ້ອງສາວທັງຫຼາຍເອີຍ! ພະເຈົ້າໄດ້ຊົງມອບມື້ພະ ເຊິ່ງເປັນຂໍ້ຄຳສັ່ງ ແຫ່ງການມີຊີວິດຢູ່ໃຫ້ແກ່ພວກເຮົາ. ເຮົາຜູ້ທີ່ເວົ້າວ່າເຊື່ອພະເຈົ້າ ຈະສາມາດປະຖິ້ມພະບັນ
ຍັດເຊິ່ງໄດ້ຖືກຕັ້ງຂຶ້ນມາໂດຍພະເຈົ້າ ແລະລະເມີດຂໍ້ຄຳສັ່ງ ທັງດູໝິ່ນຖ້ອຍຄຳທີ່ບໍລິສຸດ ຂອງພະເຈົ້ານັ້ນໄດ້ຢ່າງໃດ? ຜູ້ທີ່ຫຼອກລວງມະນຸດແລະໄດ້ເຮັດໃຫ້ບໍ່ເຊື່ອຟັງໃນພະບັນຍັດຂອງພະເຈົ້າກໍ່ຄື ມານຊາຕານ.

ໂດຍຜ່ານການເບິ່ງຄຳທຳນວາຍໃນພະຄຳພີ, ສາມາດຮູ້ຈັກໄດ້ວ່າ ເປັນການທຳລາຍພະ
ກຽດຂອງພະເຈົ້າ ທ່າມກາງພວກເຂົາຜູ້ທີ່ບໍ່ຍຶດຖືມື້ພະ. ແລະໃນການອະທິຖານຫາພະເຈົ້າ ຂະນະທີ່ໝິ່ນປະໝາດພະອົງນັ້ນ ແມ່ນບໍ່ສອດຄ່ອງກັນ. ເຫດສະນັ້ນໃນພະຄຳພີກໍ່ໄດ້ຂຽນ ໄວ້ວ່າ ຜູ້ປະກາດພະຄຳປອມນັ້ນ ບໍ່ມັກພະບັນຍັດແລະມື້ພະຂອງພະເຈົ້າ.

ອສກ 22:26 『ບັນດາປະໂລຫິດຝ່າຝືນບັນຍັດຂອງເຮົາ ແລະບໍ່ໃຫ້ຄວາມນັບຖືແກ່ສິ່ງສັກສິດ. ເຂົາບໍ່ເຫັນຄວາມແຕກຕ່າງລະຫວ່າງສິ່ງສັກສິດແລະສິ່ງບໍ່ສັກສິດ. ເຂົາບໍ່ສັ່ງສອນໃຫ້້ຮູ້ເຖິງຄວາມແຕກຕ່າງລະຫວ່າງ ສິ່ງທີ່ບໍ່ເປັນມົນທິນ ແລະສິ່ງທີ່ເປັນມົນທິນ ແລະເຂົາກໍ່ບໍ່ ເອົາໃຈໃສ່ຕໍ່ມື້ພະດ້ວຍຜົນກໍ່ຄື ປະຊາຊົນອິດສະລາເອນບໍ່ນັບຖືເຮົາ (ໄດ້ເຮັດໃຫ້ເຮົາ(ພະ ເຈົ້າ) ຮັບມົນທິນໃນທ່າມກາງພວກເຂົາ(ຜູ້ທີ່ບໍ່ປະຕິບັດຕາມມື້ພະ)ນັ້ນ ).

ອສກ 22:27 『ບັນດາ(ໃນທ່າມກາງຂອງຜູ້ທີ່ບໍ່ປະຕິບັດຕາມມື້ພະ)ເຈົ້າໜ້າທີ່ຂອງລັດຖະ
ບານ(ຜູ້ນຳສາດສະໜາ) ເປັນດັ່ງໝາປ່າທີ່ພວມຈີກສັດເຊິ່ງພວກຕົນໄດ້ຂ້ານັ້ນເປັນຕ່ອນໆ,
ເຂົາກໍ່ຄາດຕະກຳເພື່ອໃຫ້ຕົນເກີດຮັ່ງຄູນມີ.』 ຄຳທຳນວາຍນີ້ໄດ້ສຳເລັດແລ້ວ ໂດຍການ ຕັກຕືອນຂອງພະເຢຊູ ດັ່ງຄຳທຳນວາຍຂ້າງລຸ່ມນີ້

ມທ 7:15 『ຈົ່ງເຝົ້າລະວັງຜູ້ປະກາດພະຄຳປອມ; ເຂົາມາຫາພວກທ່ານ ເບິ່ງພາຍນອກ
ເຂົາອ່ອນໂຍນຄືໂຕແກະ ແຕ່ພາຍໃນແລ້ວເຂົາໂຫດຮ້າຍຄື ໝາໄນ.

ໃຜຄືຜູ້ປະກາດພະຄຳປອມ? ເມື່ອທຽບໃສ່ຄຳທຳນວາຍທີ່ຂຽນໄວ້ໃນພະຄຳເອສະກຽນ
ແລະມັດທາຍແລ້ວ, ຜູ້ນຳທາງສາດສະໜາທັງຫຼາຍຄືຜູ້ທີ່ເວົ້າວ່າ ຕົນເອງເຊື່ອພະເຈົ້າແຕ່ບໍ່ປະຕິບັດຕາມມື້ພະ ບໍ່ແມ່ນບໍ? ເລິກລັບຂອງຊາຕານທີ່ເຊື່ອງໄວ້ ຢູ່ໃຕ້ຄວາມເຊື່ອປອມນັ້ນ ກໍ່ບໍ່ສາມາດຫຼົບໜີຈາກສາຍຕາແຫ່ງຄຳທຳນວາຍໄດ້. ເຫດສະນັ້ນພະເຈົ້າກໍ່ໄດ້ຊົງໃຫ້ຂໍ້ຄຳ
ສັ່ງທີ່ບໍ່ໃຫ້ຊີວິດແກ່ຜູ້ທີ່ປະຕິເສດຂໍ້ຄຳສັ່ງທີ່ໃຫ້ຊີວິດນັ້ນຄື ການນະມັດສະການໃນວັນອາທິດ
ທີ່ທັງທົ່ວໂລກກຳລັງປະຕິບັດຕາມຢູ່ໃນປັດຈຸບັນນີ້.

ອສກ 20:25-26 『ແລ້ວເຮົາ(ພະເຈົ້າ)ກໍ່ໄດ້ໃຫ້ບັນດາຂໍ້ບັນຍັດທີ່ບໍ່ດີ ແລະຄຳສັ່ງທີ່ບໍ່ໃຫ້ຊີ ວິດແກ່ເຂົາ(ຜູ້ທີ່ບໍ່ປະຕິບັດຕາມມື້ພະ)?ອັນນີ້ແມ່ນເພື່ອລົງໂທດເຂົາ ແລະສະແດງໃຫເຂົາຮູ້ວ່າເຮົາແມ່ນພະຜູ້ເປັນເຈົ້າ.

ປັດຈຸບັນນີ້, ເມື່ອເບິ່ງຜູ້ທີ່ປະຕິເສດແລະດູໝິ່ນມື້ພະ(ວັນເສົາ) ເຊິ່ງກຳລັງນະມັດສະການ
ໃນວັນອາທິດຢູ່ນັ້ນ ຈຶ່ງເປັນຄຳສັ່ງທີ່ບໍ່ໃຫ້ຊີວິດໄດ້ຢ່າງແນ່ນອນ. ຜູ້ໃດກໍ່ຕາມທີ່ມີຄວາມ ເຊື່ອໃນຖ້ອຍຄຳຂອງພະເຈົ້າ ກໍ່ຈະໄດ້ຮັບພະພອນແລະຊີວິດນິລັນຈາກພະອົງ. ແຕ່ກົງກັນ
ຂ້າມຜູ້ທີ່ປະຕິເສດຖ້ອຍຄຳຂອງພະເຈົ້າແລະຍຶດໝັ້ນຢູ່ໃນຄວາມບໍ່ຈິງຈະຖືກທຳລາຍ. ບັນ
ຍັດທີ່ບໍ່ດີ ແລະຄຳສັ່ງທີ່ບໍ່ໃຫ້ຊີວິດ ມາຈາກການລະບາຍຄວາມໂກດຮ້າຍຂອງພະເຈົ້າສູ່
ພວກເຂົາຜູ້ທີ່ບໍ່ເຊື່ອຟັງພະອົງ ແຕ່ບັນຍັດຂອງມື້ພະທີ່ໃຫ້ຊີວິດນັ້ນເປັນພອນອັນປະເສີດ ແລະເປັນຂອງຂວັນຂອງພະເຈົ້າທີ່ຊົງມອບໃຫ້ແກ່ຜູ້ທີ່ເຊື່ອຟັງໃນພະອົງ.

ພວກເຮົາຜູ້ທີ່ໄດ້ດຳລົງຊີວິດຢູ່ໃນສະໄໝສຸດທ້າຍນີ້ ຕ້ອງກາຍເປັນຄົນທີ່ຮູ້ໄຈ້ແຍກລະ ຫວ່າງຄວາມດີແລະຄວາມຊົ່ວໂດຍໃຊ້ສະຕິປັນຍາ ຈຶ່ງຈະເຂົ້າຮ່ວມໃນພະພອນແຫ່ງອານາຈັກສະຫວັນອັນຊົ່ວນິລັນ ແລະເຂົ້າສູ່ການພັກຜ່ອນຕະຫຼອດໄປທີ່ໄດ້ກະກຽມໄວ້ແລ້ວ.

6. ຂໍ້ອ້າງຂອງຜູ້ທີ່ນະມັດສະການໃນວັນອາທິດ

ພວກເຂົາຮູ້ດີວ່າ ໃນພະຄຳພີບໍ່ມີແມ່ນແຕ່ຂໍ້ດຽວກ່ຽວກັບ ນະມັດສະການວັນອາທິດ ແຕ່ ອ້າງໃສ່ຢ່າງຮຸນແຮງວ່າ ໃນພະຄຳພີມີນະມັດສະການວັນອາທິດ ພວກເຮົາຈະພິຈາລະນາເບິ່ງການຢືນຢັນຂອງພວກເຂົາ.

1)『ວັນຄືນພະຊົນຂອງພະເຢຊູແມ່ນ ວັນອາທິດ ແລະເທດສະການເພັນເຕກັອດທີ່ປະ ທານພະວິນຍານບໍລິສຸດກໍ່ແມ່ນ ວັນອາທິດ ດັ່ງນັ້ນຫຼັງຈາກພະເຢຊູຄືນພະຊົນ ມື້ພະປ່ຽນ
ແປງເປັນວັນອາທິດແລ້ວ』ການຢືນຢັນຕາມຂໍ້ອ້າງນັ້ນຄືກັບວ່າ ວັນເກີດຂອງຂ້ອຍແມ່ນ ວັນອາທິດ ດັ່ງນັ້ນ, ວັນເກີດຂອງພໍ່ຂ້ອຍກໍ່ຕ້ອງປ່ຽນເປັນວັນອາທິດຄືກັນ.

ເທດສະການວັນຄືນພະຊົນຄື ການລະນຶກເຖິງການຄືນມາຈາກຕາຍຂອງພະເຢຊູ ກັບມື້
ພະຄື ການລະນຶກເຖິງການເນລະມິດສ້າງຂອງພະເຈົ້ານັ້ນ ມີຄວາມໝາຍໃນການລະນຶກ ເຖິງໃນທາງທີ່ແຕກຕ່າງກັນຢ່າງສິ້ນເຊີງ. ແລະບັນດາສາວົກກໍ່ໄດ້ປະຕິບັດຕາມເທດສະ
ການເພັນເຕກັອດເປັນມື້ລະນຶກເຖິງການປະທານພະວິນຍານບໍລິສຸດ ແຕ່ພວກເຂົາບໍ່ໄດ້ລະ ນຶກເຖິງເທດສະການເພັນເຕກັອດ ແຕ່ກັບອ້າງໃສ່ວ່າ ເປັນເທດສະການເພັນເຕກັອດ ນີ້ ແມ່ນການກະທຳທີ່ໜ້າກຽດຊັງແທ້ໆ ບໍ່ແມ່ນບໍ? ພະເຈົ້າໃຫ້ເທດສະການທີ່ນອກຈາກມື້ພະ ມີເຈັດເທດສະການດັ່ງນີ້: ເທດສະການປັດສະຄາ, ເທດສະການກິນເຂົ້າຈີ່ ບໍ່ມີເຊື້ອແປ້ງ, ເທດສະການວັນຄືນພະຊົນ(ວັນແຫ່ງຜົນຜະລິດທຳອິດ), ເທດສະການເພັນເຕກັອດ(ເທດ ສະການເກັບກ່ຽວ), ເທດສະການເປົ່າແກ, ມື້ລຶບລ້າງບາບໃຫຍ່, ເທດສະການປຸກຕູບຢູ່, ແລະໃນແຕ່ລະເທດສະການ ແມ່ນມີຄວາມໝາຍແຫ່ງການລະນຶກເຖິງທີ່ແຕກຕ່າງກັນ (ລລວ 23:1-44, ມທ 26:17, ກຈ 2:1, ຢຮ 7:2) ແລະພະເຢຊູໄດ້ຊົງກ່າວໄວ້ວ່າ ພະ
ອົງບໍ່ໄດ້ມາເພື່ອລຶບລ້າງພະບັນຍັດ ແຕ່ມາເພື່ອເຮັດໃຫ້ກາຍເປັນຈິງ ແລະແມ່ນແຕ່ເມັດຫຼື
ຂໍ້ປີກຍ່ອຍອັນເລັກນ້ອຍທີ່ສຸດ ຈະບໍ່ຖືກລຶບລ້າງໄປຈົນກວ່າທຸກສິ່ງເຖິງຈຸດຈົບ(ມທ 5:17) ເຫດສະນັ້ນ, ພະຄຳພີກໍ່ຍັງໄດ້ບັນທຶກໄວ້ວ່າ ຖ້າຜູ້ໃດຜູ້ໜຶ່ງຕັດຂໍ້ຄວາມໃດໆອອກຈາກພະບັນຍັດໃນປຶ້ມນີ້ ພະເຈົ້າຈະຊົງຕັດສິດທີ່ຈະເຂົ້າສູ່ອານາຈັກສະຫວັນ(ພນ 22:19).

2) ໃນກິດຈະການບົດທີ20 ຂໍ້ 7 “ໃນຕອນເຊົ້າຂອງວັນອາທິດ ພວກເຮົາໄດ້ເຕົ້າໂຮມ
ເພື່ອຮ່ວມກັນກິນເຂົ້າສາມັກຄີ” ພວກເຂົາອ້າງຢ່າງຂ້າງເທິງນັ້ນວ່າ ນີ້ແມ່ນການບັນທຶກເຖິງ
ນະມັດສະການວັນອາທິດ. ແຕ່ວ່ານີ້ແມ່ນ ບັນທຶກເຖິງການປະຕິບັດຕາມເທດສະການວັນ
ຄືນພະຊົນ ຄືລະຫວ່າງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ(ກຈ 20:6) ແລະເທດສະການ ເພັນເຕກັອດ(ກຈ 20:16).

ເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ແມ່ນປະຕິບັດຕາມຫຼັງຈາກເທດສະການປັດສະຄາ
(ລລວ 23:6) ເຊິ່ງເປັນມື້ແຫ່ງການລະນຶກເຖິງຄວາມທົນທຸກທໍລະມານທີ່ເທິງໄມ້ກາງແຂນ
ຂອງພະເຢຊູ, ແລະໃນຕອນເຊົ້າຂອງວັນອາທິດ ຫຼັງຈາກເທດສະການກິນເຂົ້າຈີ່ບໍ່ມີເຊື້ອ
ແປ້ງນັ້ນແມ່ນວັນຄືນພະຊົນ ຄືມື້ທີ່ລະນຶກເຖິງການຄືນມາຈາກຕາຍຂອງພະເຢຊູ. ເທດສະ ການປັດສະຄາໃນພັນທະສັນຍາເດີມ ໄດ້ປະຕິບັດຕາມໂດຍການຂ້າລູກແກະ (ອພຍ 12: 5-14) ແຕ່ວ່າພະເຢຊູເຊິ່ງເປັນລູກແກະແຫ່ງມື້ປັດສະຄາ ໄດ້ຊົງປະຕິບັດຕາມໂດຍຊົງປະ ທານພະກາຍ ແລະພະໂລຫິດຂອງພະອົງເອງແກ່ບັນດາສາວົກ (1ກທ 5:7, ລກ 22:7- 20), ຄຳທຳນວາຍຂອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ທີ່ເປັນການລະນຶກເຖິງເວລາ ແຫ່ງຄວາມທຸກຍາກລຳບາກໃນຄາວທີ່ອົບພະຍົບ (ອພຍ 12:17,ພບຍ 16:3) ຄຳທຳ  ນວາຍນີ້ພະເຢຊູໄດ້ຊົງສຳເລັດໂດຍຄວາມທົນທຸກທໍລະມານທີ່ເທິງໄມ້ກາງແຂນ (ມທ 26: 27, ມທ 27:1-50).

ມື້ໃໝ່ຫຼັງຈາກມື້ພະ ຫຼັງຈາກປະຕິບັດຕາມເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງນັ້ນຄືເທດ
ສະການວັນແຫ່ງຜົນຜະລິດທຳອິດທີ່ຖວາຍຮວງເຂົ້າຮວງທຳອິດແກ່ພະເຈົ້າ(ລວວ 23:10- 14) ພະເຢຊູໄດ້ຊົງສຳເລັດຄຳທຳນວາຍໂດຍການຄືນພະຊົນ ເຊິ່ງເປັນດັ່ງຜົນແຮກໃນບັນ
ດາຄົນທັງຫຼາຍທີ່ລ່ວງລັບໄປແລ້ວ(1ກທ 15:20, ມທ 28:1), ແລະໃນຄຳທຳນວາຍຂອງ
ເທດສະການເກັບກ່ຽວຄື ມື້ທີຫ້າສິບຫຼັງຈາກເທດສະການວັນແຫ່ງຜົນຜະລິດທຳອິດ(ລລວ
23:15-16)ນັ້ນ ໄດ້ສຳເລັດໂດຍເທດສະການເພັນເຕກັອດຄື ມື້ທີຫ້າສິບຫຼັງຈາກທີ່ພະເຢຊູ
ຊົງຄືນພະຊົນ (ກຈ 1:1-2:1).

ເທດສະການທັງໝົດໃນພັນທະສັນຍາເດີມໄດ້ຖືກກຳນົດຂຶ້ນຈາກພາລະກິດຂອງໂມເຊນັ້ນ ເປັນຄຳທຳນວາຍທີ່ໄດ້ສຳເລັດບໍລິບູນໂດຍຜ່ານ ການສະເດັດມາຂອງພະເຢຊູຄິດ (ຮລ 3:1-6).

3) ໃນ1ໂກລິນໂທ ບົດທີ16 ຂໍ້ທີ2 “ທຸກໆວັນຕົ້ນອາທິດໃດ ໃຫ້ແຕ່ລະຄົນໃນພວກເຈົ້າ ຈັດຊັບໄວ້ຕ່າງຫາກ ຕາມຊັດສ່ວນທີ່ພວກເຈົ້າຫາມາໄດ້ ແລະສະສົມໄວ້ນັ້ນ ເພື່ອວ່າເມື່ອ ເຮົາມາເຖິງ ຈະບໍ່ຕ້ອງມີການແຜ່ເກັບເອົາ” ຈາກຂໍ້ນີ້ພວກເຂົາເວົ້າວ່າ “ຊັບ” ນີ້ແມ່ນການ ຖວາຍໃນເວລານະມັດສະການວັນອາທິດ ແຕ່ການແຜ່ເກັບຊັບນີ້ ເປັນເງິນບໍລິຈາກພິເສດ ເພື່ອຊ່ວຍພີ່ນ້ອງຊາວຄິດຂອງຄິດສະຕະຈັກໃນເຢລູຊາເລັມ. ຖ້ອຍຄຳນີ້ໄດ້ກ່າວໄວ້ເພື່ອ ໃຫ້ກະກຽມກ່ອນ ຕາມຊັດສ່ວນທີ່ພວກເຈົ້າຫາມາໄດ້, ອັກຄະທູດໂປໂລໄດ້ກ່າວໄວ້ແລ້ວ ວ່າ ໃຫ້ພວກເຈົ້າຈັດຊັບໄວ້ຕ່າງຫາກ ການເກັບແຜ່ຊັບນີ້ໃຫ້ເກັບໃນທຸກໆວັນຕົ້ນອາທິດ ເພື່ອຊັບນັ້ນຈະມີຢູ່ພ້ອມແລະຈະເປັນການແຜ່ຊັບທີ່ໃຫ້ດ້ວຍຄວາມເຕັມໃຈ ບໍ່ແມ່ນດ້ວຍຝືນ ໃຈໃຫ້ ເມື່ອຂ້າພະເຈົ້າມາ(2ກທ 9:1-5). ໂດຍຜ່ານຂໍ້ຄວາມນີ້ທີ່ບັນທຶກໄວ້ວ່າ “ທຸກໆວັນ ຕົ້ນອາທິດໃດ ໃຫ້ແຕ່ລະຄົນໃນພວກເຈົ້າຈັດຊັບໄວ້ຕ່າງຫາກ” ນີ້ສະແດງໃຫ້ເຮົາຮູ້ວ່າ ນັ້ນເປັນການເຮັດວຽກໃນວັນອາທິດເພື່ອຫາຜົນກຳໄລ ບໍ່ແມ່ນການເຮັດຕາມນະມັດສະການ.

4) “ໃນມື້ຂອງພະຜູ້ເປັນເຈົ້ານັ້ນ” ທີ່ຂຽນໃນພະນິມິດ 1:10ນີ້ ພວກເຂົາອະທິບາຍວ່າ ເປັນການນະມັດສະການວັນອາທິດໃນປັດຈຸບັນນີ້ ແຕ່ພະຜູ້ເປັນເຈົ້າ(ພະເຢໂຮວາ) ແລະ
ພະເຢຊູເຄີຍເວົ້າບໍ່ວ່າ “ວັນອາທິດເປັນມື້ຂອງເຮົາ”? ພະເຢໂຮວາຊົງເອີ້ນມື້ພະຄື ມື້ທີເຈັດ ທີ່ເປັນວັນເສົາວ່າ “ມື້ພະຂອງເຮົາ”(ອສກ 20:12) ແລະພະເຢຊູກໍ່ເຊັ່ນດຽວກັນໄດ້ຊົງກ່າວ
ວ່າ ພະອົງເປັນເຈົ້າເໜືອມື້ພະ (ມກ 2:28). ເພາະສະນັ້ນ, ຈຶ່ງເປັນທີ່ຈະແຈ້ງແລ້ວວ່າ ມື້ ຂອງພະຜູ້ເປັນເຈົ້ານັ້ນແມ່ນ ມື້ພະ.

7. ທ່າທີໃນຄວາມເຊື່ອຂອງພວກເຮົາຕໍ່ການນະມັດສະການມື້ພະ

1) ມື້ພະເປັນມື້ທີ່ຮັບພະພອນ ເຊິ່ງເປັນພະບັນຍັດຂອງພະເຈົ້າທີ່ຕ້ອງປະຕິບັດຕາມກ່ອນ ຫຼາຍກວ່າວຽກຂອງຊາວໂລກ.

ມື້ພະເປັນເວລາແຫ່ງຄວາມສະໜິດສະໜົມ ແລະການຮັບພະພອນສຳລັບຜູ້ເຊື່ອຖື. ຖ້າ
ຫາກວ່າບໍ່ມີການໄດ້ຮັບພະພອນຈາກພະເຈົ້າແລ້ວ ຊີວິດຂອງເຮົາຈະມີຄວາມທຸກຍາກລຳ ບາກພຽງໃດນໍ? ແລະຈະບໍ່ມີຄວາມສຸກຫຼາຍສໍ່າໃດ? ພະເຈົ້າໄດ້ຊົງກະກຽມພະພອນທີ່ຈະ ປ່ຽນຄວາມທຸກຂອງເຮົາໃຫ້ເປັນຄວາມສຸກ, ປ່ຽນຄວາມເຈັບປວດໃຫ້ເປັນຄວາມສະດວກ ສະບາຍ ແລະປ່ຽນຄວາມໂສກເສົ້າໃຫ້ເປັນຄວາມຊົມຊື່ນຍິນດີ ມື້ນັ້ນກໍ່ຄືມື້ພະ. ໃນດຳເນີນ
ຊີວິດຂອງພວກທ່ານ ຖ້າພວກທ່ານຕ້ອງຄັດເລືອກພຽງແຕ່ສິ່ງດຽວຄື ລະຫວ່າງພະພອນ ກັບຄໍາສາບແຊ່ງ ທ່ານຈະເລືອກຫຍັງ? ແນ່ນອນ, ທ່ານຄົງຕ້ອງການທີ່ຈະດຳເນີນຊີວິດຢູ່ໃນຄວາມສຸກ, ຄວາມສະບາຍໃຈ ແລະເຕັມໄປດ້ວຍຄວາມຫວັງ. ຖ້າດັ່ງນັ້ນ, ຈົ່ງຖືມື້ພະ ແລະຍຶດຖືເປັນມື້ບໍລິສຸດສັກສິດທີ່ມີພັນທະສັນຍາແຫ່ງພະພອນ. ຢ່າກາຍເປັນດັ່ງຄົນໂງ່ຈ້າ ຜູ້ທີ່ລະເມີດມື້ພະ ເຖິງແມ່ນວ່າມີເລື່ອງສຸກເສີນໃດໆເກີດຂຶ້ນກັບທ່ານ. ການທີ່ບໍ່ປະຕິບັດ
ຕາມມື້ພະເພື່ອເຮັດວຽກອື່ນໂດຍປະວຽກທີ່ມີອວຍພະພອນໄວ້ນັ້ນ ເປັນການກະທຳທີ່ປະຕິ
ເສດພະພອນທີ່ຈະໄດ້ຮັບ.

ພວກເຮົາເປັນຄົນບາບ. ຜູ້ທີ່ເຮັດໃຫ້ພວກເຮົາຜູ້ເປັນຄົນບາບກາຍເປັນຜູ້ຊອບທຳນັ້ນກໍ່ຄື
ພະເຈົ້າ. ພວກເຮົາເປັນຜູ້ທີ່ໄດ້ຮັບການປົດປ່ອຍ ອອກຈາກທ່າມກາງຂອງຄວາມບາບໂດຍ
ຜ່ານການສິ້ນພະຊົນ ແລະຫຼັ່ງໄຫຼເລືອດອັນຊົງຄຸນຄ່າຂອງພະເຢຊູ. ພະເຈົ້າໄດ້ຊົງຈັດຕຽມ ມື້ພະເພື່ອຜົນປະໂຫຍດຂອງພວກເຮົາຜູ້ທີ່ມີຄວາມຜິດຫຼາຍ ເພາະສະນັ້ນມື້ພະຈຶ່ງມີຄວາມ
ສຳຄັນຫຼາຍກວ່າເລື່ອງອື່ນທັງໝົດທີ່ເກີດຂຶ້ນໃນໂລກ ດັ່ງນັ້ນຕ້ອງປະຕິບັດຕາມກ່ອນຫຼາຍ ກວ່າເລື່ອງອື່ນໆ.

2) ຊາຕານຫຼອກລວງພວກເຮົາ ເພື່ອບໍ່ໃຫ້ປະຕິບັດຕາມມື້ພະ

ມານຊາຕານເປັນວິນຍານຊົ່ວຮ້າຍທີ່ໄດ້ຄັດຄ້ານຕໍ່ພະປະສົງພະເຈົ້າ ແລະໄດ້ຫຼອກລວງ
ມະນຸດຕັ້ງແຕ່ເນລະມິດສ້າງໂລກ. ມັນເປັນຕົ້ນເຫດເຮັດໃຫ້ມີສະຖານະການບໍ່ດີເກີດຂຶ້ນຢູ່
ໃນການດຳເນີນຊີວິດແຫ່ງຄວາມເຊື່ອ ເພື່ອເຮັດໃຫ້ພວກເຮົາຄັດຄ້ານຕໍ່ພະປະສົງຂອງພະ
ເຈົ້າ. ມັນຈະແຜ່ຂ່າວລືທີ່ຜິດໆ ມັນໄດ້ເຮັດໃຫ້ພວກເຮົາມີຄວາມທຸກທໍລະມານແລະລຳ ບາກໃຈໃນຫຼາຍສິ່ງຫຼາຍຢ່າງ. ແລະມັນຍັງໄດ້ເຮັດໃຫ້ມີຈິດໃຈຢາກຈະໜີຈາກຄວາມຍາກ
ລຳບາກທຸກທໍລະມານ ເຖິງແມ່ນເວລາຊົ່ວຄາວກໍ່ຕາມ ຫຼາຍກວ່າຈິດໃຈທີ່ຢາກປະຕິບັດ ຕາມຖ້ອຍຄຳຂອງພະເຈົ້າ ແລະໃນທີ່ສຸດກໍ່ທໍລະຍົດພະເຈົ້າແລະປະຕິເສດພະຄຳ ຈຶ່ງເຮັດ
ໃຫ້ປະຖິ້ມຄວາມຈິງຢ່າງງ່າຍດາຍ. ດ້ວຍວ່າຍາດເອົາພະພອນທີ່ພະເຈົ້າຊົງໂຜດໃຫ້ ແລະ ນຳພາໄປສູ່ຄວາມຈິບຫາຍຊົ່ວນິດນິລັນ ນີ້ແຫຼະຄືກົນອຸບາຍທີ່ແນບແໜ້ນຂອງຊາຕານ.

ໂດຍການໃຊ້ກົນອຸບາຍນີ້ ຊາຕານໄດ້ນຳຈິດວິນຍານຂອງຄົນຢ່າງຫຼວງຫຼາຍໃນຫຼາຍສະ
ຕະວັດໄປສູ່ນະລົກຄື ຫົນທາງແຫ່ງຄວາມຕາຍ. ປັດຈຸບັນນີ້, ຊາຕານໃຊ້ຫຼາຍວິທີກວ່າເກົ່າ ເພື່ອບໍ່ໃຫ້ຢືນຢູ່ຢ່າງເຂັ້ມແຂງໃນຄວາມເຊື່ອ ໂດຍການເຮັດໃຫ້ຄວາມຫວັງແລະຄວາມເຊື່ອ
ຂອງເຮົາອ່ອນແອລົງ. ພວກເຮົາຈະຕໍ່ສູ້ຄັ້ງຍິ່ງໃຫຍ່ກັບຊາຕານດ້ວຍຄວາມຈິງ ການຕໍ່ສູ້ນີ້
ບໍ່ແມ່ນການຕໍ່ສູ້ຝ່າຍຮ່າງກາຍ ແຕ່ເປັນການຕໍ່ສູ້ກັບ ດວງວິນຍານທີ່ຊົ່ວຮ້າຍຢູ່ໃນອາວະ
ກາດ. ການຕໍ່ສູ້ນີ້ບໍ່ມີທາງທີ່ຈະເອົາໄຊຊະນະໄດ້ ນອກຈາກໄວ້ວາງໃຈໃນພະເຈົ້າຜູ້ທີ່ມີ
ຄວາມເຂັ້ມແຂງກວ່າດວງວິນຍານທີ່ຊົ່ວຮ້າຍທັງຫຼາຍ ແລະຖ້ອຍຄຳຂອງພະເຈົ້າກໍ່ເປັນດັ່ງ ອາວຸດ.

ພວກເຮົາປະຕິບັດຕາມ ແລະເຊື່ອຟັງຖ້ອຍຄຳຂອງພະເຈົ້ານັ້ນ ເປັນວິທີແຫ່ງໄຊຊະນະ ໃນການຕໍ່ສູ້ຝ່າຍຈິດວິນຍານ ແຕ່ກົງກັນຂ້າມ ຖ້າບໍ່ໄດ້ເຮັດຢ່າງນັ້ນເຮົາຈະພ່າຍແພ້ສຳລັບຈິດວິນຍານ. ພວກເຮົາຕ້ອງໄຊຊະນະໃນການຕໍ່ສູ້ກັບຊາຕານ. ເພາະວ່າພະພອນທຸກຢ່າງ
ທີ່ພະເຈົ້າຈະຊົງມອບໃຫ້ນັ້ນ ແມ່ນຮັບໄດ້ຫຼັງຈາກທີ່ໄຊຊະນະຕໍ່ມານຊາຕານຢູ່ທີ່ແຜ່ນດິນ ໂລກນີ້ແລ້ວ ພະເຈົ້າຈະຊົງມອບມົງກຸດແຫ່ງໄຊຊະນະອັນຊົ່ວນິລັນເມື່ອພວກເຮົາໄຊຊະນະ ຈາກການຕໍ່ສູ້ກັບຊາຕານ, ເໝືອນດັ່ງການມອບມົງກຸດແຫ່ງໄຊຊະນະແກ່ ຜູ້ທີ່ໄຊຊະນະ
ຈາກການສູ້ຮົບ.

ພວກເຮົາຈະວິເຄາະດ້ວຍຫຼາຍໆຮູບແບບຂອງຄວາມຊົ່ວແລະຂ່າວລືທີ່ຜິດໆເຊິ່ງຊາຕານໄດ້ຂັດຂວາງເພື່ອບໍ່ໃຫ້ປະຕິບັດຕາມມື້ພະ ແລະເຮົາຕ້ອງລະມັດລະວັງຕໍ່ການທໍລະຍົດພະເຈົ້າ.

(1) ຮູບແບບການຫຼອກລວງທີ່ວ່າ “ຢູ່ໃນໂລກນີ້ໂບດໃຫຍ່ໆທີ່ຄົນສ່ວນຫຼາຍຍອມຮັບກັນ
ຢ່າງຫຼວງຫຼາຍ ແຕ່ເປັນຫຍັງຈຶ່ງໄປໂບດນ້ອຍໆທີ່ບໍ່ມີຊື່ສຽງ, ຖ້າຢາກໄປ ຕ້ອງໂບດໃຫຍ່
ດີກວ່າ ບໍ່ຕ້ອງໄປໂບດນັ້ນ.”

[ການອະທິບາຍ] ເມື່ອຕອນທີ່ພະເຢຊູໄດ້ຊົງສະເດັດລົງມາເທື່ອທຳອິດ ສາດສະໜາຢິວມີ ຕຶກອາຄານທີ່ໃຫຍ່ໂຕຫຼາຍ ແລະຜູ້ທີ່ເຊື່ອຖື ກໍ່ມີຢ່າງຫຼວງຫຼາຍ. ຢູ່ໃນສາດສະໜາຢິວມີຜູ້ນຳ
ຫຼາຍຄົນທີ່ປະຊາຊົນນັບຖື ແລະຍ້ອງຍໍເຊັ່ນ ຜູ້ນຳທາງສາດສະໜາສ່ວນໃຫຍ່ ເປັນພວກຟາ ລີຊາຍ, ພວກຊາດູກາຍ ແລະພວກທຳມະຈານ. ແຕ່ວ່າພວກເຂົາເປັນກຸ່ມຄົນທີ່ໄດ້ຍຸຍົງໃຫ້ຄຶງພະເຢຊູທີ່ໄມ້ກາງແຂນ. ພະເຢຊູໄດ້ຊົງສະແດງໃຫ້ເຫັນຕົວຕົນທີ່ແທ້ຈິງຂອງພວກເຂົາ ແລະໃຫ້ຄຳຕິຕຽນວ່າ “ພວກຊາດງູແນວຮ້າຍເອີຍ!” (ງູ=ຊາຕານ), ແລະໃຫ້ຄຳຕັດສິນວ່າ “ດ້ວຍເຫດໃດພວກທ່ານຈຶ່ງຄິດວ່າ ຕົນຈະໜີພົ້ນຈາກໂທດແຫ່ງໄຟນະຮົກໄດ້” (ມທ23:33). ຈຸດຈົບຂອງພວກເຂົາ ຄືຜູ້ທີ່ມີຕຶກອາຄານກ້ວາງໃຫຍ່ ແລະຮັບສັນລະເສີນຈາກທົ່ວໂລກເປັນ
ແນວໃດ? ອານາຄົດຂອງພວກເຂົາ ພຽງແຕ່ລໍຖ້າການພິພາກສາໄປສູ່ນະລົກທີ່ຊົ່ວນິລັນເທົ່ານັ້ນ ບໍ່ແມ່ນບໍ?

ກົງກັນຂ້າມ, ຜູ້ເຊື່ອຖືຂອງຄິດສະຕະຈັກທີ່ແທ້ຈິງທີ່ເຕົ້າໂຮມກັນພຽງໜ້ອຍໜຶ່ງຄົນແລະນະ
ມັດສະການພະເຈົ້າໃນທີ່ຫ້ອງນ້ອຍໆ ແລະບໍ່ດີປານໃດກໍ່ຕາມ  ພວກເຂົາກໍ່ຈະໄດ້ຮັບພັນທະ ສັນຍາແຫ່ງການຊ່ວຍໃຫ້ພົ້ນແລະໄດ້ເຂົ້າສູ່ອານາຈັກສະຫວັນຕາມພັນທະສັນຍາ ບໍ່ແມ່ນບໍ? ໃນເວລານັ້ນສາດສະໜາຢິວເປັນທີ່ນິຍົມ ແລະຮູ້ກັນເປັນຢ່າງດີ ແຕ່ວ່າຄິດສະຕະຈັກທີ່ແທ້ຈິງ
ທີ່ມີຄວາມເຊື່ອໃນພະເຢຊູນັ້ນ ບໍ່ມີຊື່ສຽງແລະຍັງບໍ່ໄດ້ປະກົດໃນສາຍຕາຂອງປະຊາຊົນທົ່ວໆ
ໄປ. ແຕ່ຄວາມຈິງມີຢູ່ໃນທ່າມກາງສິ່ງທຳມະດາ. ພະເຢຊູຊົງບໍ່ໄດ້ເອົາມາດຕະຖານເພື່ອໃຫ້
ຄວາມພົ້ນໂດຍຖືເອົາຂະໜາດຂອງຕຶກອາຄານ, ຈຳນວນຂອງຜູ້ເຊື່ອຫຼືວ່າ ຄວາມມີຊື່ສຽງທີ່ ໂລກຍອມຮັບ. ເຖິງແມ່ນເບິ່ງຄືວ່າ ທຳມະດາຕໍ່າຕ້ອຍ, ອ່ອນກຳລັງແລະບໍ່ມີອຳນາດຫຍັງກໍ່ ຕາມ ແຕ່ພະອົງຊົງນຳພາໄປສູ່ທາງແຫ່ງຄວາມພົ້ນ ແກ່ຜູ້ທີ່ດຳເນີນຊີວິດຢູ່ໃນຄວາມຈິງ.

ບໍ່ວ່າສະໄໝໃດກໍ່ຕາມ, ໃນຄວາມຈິງມີຫຼາຍຢ່າງທີ່ບໍ່ສາມາດເຂົ້າໃຈໄດ້ໂດຍຄວາມຮອບຮູ້
ຂອງສະໄໝນັ້ນ. ການເຂົ້າໃຈແລະຮູ້ຈັກສິ່ງທີ່ບໍ່ສາມາດເຂົ້າໃຈດ້ວຍຄວາມຮອບຮູ້ນັ້ນແມ່ນ ການບັນລຸເຖິງທາງແຫ່ງຄວາມຮູ້. ພວກເຮົາບໍ່ສາມາດຜູກພັນກັບພວກເຂົາຜູ້ທີ່ບໍ່ມີຄວາມເຂົ້າ ໃຈໄດ້. ຖ້າພວກເຮົາມີຄວາມຄິດ ແລະການກະທຳເໝືອນດັ່ງພວກເຂົາຈະເອີ້ນເຮົາເອງວ່າ
ເປັນຜູ້ທີ່ມີຄວາມເຂົ້າໃຈໃນຄວາມຈິງໄດ້ຢ່າງໃດ. ຜູ້ທີ່ເຂົ້າໃຈແລ້ວ ກໍ່ຕ້ອງມີການກະທຳໃຫ້
ສົມກັບເຂົ້າໃຈ. ຖ້າຍັງລັ່ງເລໃຈຍ້ອນສະຖານະການອ້ອມຂ້າງຫຼືບັນຍາກາດ ລາວກໍ່ເປັນຜູ້ທີ່ຍັງບໍ່ເຂົ້າໃຈໃນຄວາມຈິງເທື່ອ. ຜູ້ທີ່ເຂົ້າໃຈແລ້ວ ລາວຈະຕ້ອງມີຄວາມເຊື່ອຢ່າງໜັກແໜ້ນ ເໝືອນດັ່ງຫີນ ທີ່ບໍ່ມີການຫວັ່ນໄຫວໄປຕາມສະພາບແວດລ້ອມຫຼືບັນຍາກາດ ຄືດັ່ງພະເຢຊູ ຊົງເປັນດັ່ງຫີນສີລາ.

ຖ້າຫາກວ່າປະຖິ້ມຄວາມຈິງ ແລະຄັດເລືອກເອົາຄວາມບໍ່ຈິງຍ້ອນຖືກຂົ່ມເຫັງ ສິ່ງນີ້ກໍ່ບໍ່ສາ
ມາດເວົ້າໄດ້ວ່າ ເປັນຄວາມເຊື່ອ. ອານາຈັກສະຫວັນ ມີພຽງແຕ່ຄົນທີ່ມີຄວາມເຊື່ອຢ່າງໜັກ
ແໜ້ນຈຶ່ງຈະເຂົ້າສູ່ສະຖານທີ່ນັ້ນໄດ້. ຄວາມຈິງເປັນສິ່ງທີ່ມະນຸດບໍ່ສາມາດຕັດສິນໄດ້. ຖ້າວ່າ ທ່ານມີຄວາມປາຖະໜາຢ່າງແທ້ຈິງໃນການຊອກຫາຄວາມຈິງແລ້ວ ທ່ານກໍ່ຈະຕ້ອງຕິດຕາມ
ການຕັດສິນຂອງພະເຈົ້າ. ນີ້ຄືວິທີທີ່ສະຫຼາດ ທີ່ຈະສາມາດພົບຄິດສະຕະຈັກທີ່ແທ້ຈິງໄດ້.

(2) ຮູບແບບການຫຼອກລວງທີ່ວ່າ “ຄິດສະຕະຈັກທີ່ນະມັດສະການວັນເສົານັ້ນ ເປັນຜູ້ ສອນປອມຢ່າງແນ່ນອນ ເພາະວ່າຄິດສະຕະຈັກສ່ວນຫຼາຍໃນໂລກນະມັດສະການວັນອາທິດ. ດັ່ງນັ້ນ, ຢ່າໄປ ເພາະຈະເກີດບັນຫາໃຫຍ່”

[ການອະທິບາຍ] ຄົນສ່ວນຫຼາຍມີນິໄສເອົາແຕ່ຕົວເອງເປັນຫຼັກ ແລະຕັດສິນທຸກເລື່ອງກໍ່ ຕາມການສັນນິຖານຂອງຕົນເອງ. ຄົນໃນສະໄໝບູຮານມີຄວາມຄິດກ່ຽວກັບດາລາສາດວ່າ
ໂລກຂອງເຮົາເປັນວັດຖຸທີ່ຍຶດຕິດໂດຍບໍ່ມີການເຄື່ອນໄຫວ ສ່ວນດວງອາທິດນັ້ນເຄື່ອນໄຫວ ຈາກທິດຕາເວັນອອກໄປສູ່ທິດຕາເວັນຕົກ ພວກເຂົາໄດ້ຕັດສິນຢ່າງນັ້ນ. ໃນຄວາມຈິງແລ້ວ ດວງອາທິດນັ້ນຢູ່ກັບທີ່ ແລະໂລກໄດ້ໝູນປິ່ນອ້ອມດວງອາທິດ ແຕ່ສຳລັບໃນສາຍຕາຂອງມະນຸດຜູ້ທີ່ມີຄວາມຄິດທີ່ເອົາແຕ່ຕົວເອງເປັນຫຼັກຢູ່ໃນສະໄໝນັ້ນເຫັນວ່າ ດວງອາທິດກຳລັງ ເຄື່ອນໄຫວ. ຄວາມຈິງໃນເລື່ອງຂອງດາລາສາດນີ້ໄດ້ຖືກຄົ້ນພົບແລ້ວໂດຍໂຄເປີນິຄຸດສ ນິ
ໂຄລັສ, ບຣູໂນ ແລະຄາລີເລວ ທິດສະດີຂອງໂຄເປີນິຄຸດສນີ້ ໄດ້ທຳລາຍຄວາມຄິດແບບ ເກົ່າໆ ແລະໄດ້ເປີດເຜີຍຄວາມຈິງນີ້ໃຫ້ໂລກໄດ້ຮັບຮູ້. ແຕ່ປະຊາຊົນຫຼາຍຄົນບໍ່ເຊື່ອໃນຄຳ ຢືນຢັນຂອງຄາລີເລວ. ໃນມື້ນັ້ນພວກເຂົາໄດ້ຕັດສິນແລະໄດ້ປະເມີນຄ່າຕໍ່ທິດສະດີນັ້ນດ້ວຍ
ຄວາມຮູ້ຮອບຕົວຂອງຄົນໃນສະໄໝນັ້ນ, ແລະໃສ່ຮ້າຍລາວວ່າເປັນຜູ້ສອນປອມ ແລະໄດ້ສົ່ງລາວໄປທີ່ຫ້ອງສືບສວນຜູ້ສອນປອມເພື່ອຫາຄວາມຜິດ. ຍ້ອນລາວເຜີຍແຜ່ຄວາມບໍ່ຈິງ ຈຶ່ງເຮັດໃຫ້ປັ່ນປ່ວນ ແລະກໍ່ໃຫ້ເກີດມີຄວາມວຸ້ນວາຍ ດັ່ງນັ້ນ, ຈຶ່ງຖືກໃສ່ຄະດີໃຫຍ່ທີ່ສຸດໃນສະໄໝນັ້ນວ່າ ເປັນຜູ້ສອນປອມ.

ໃນທີ່ສຸດກາລີເລວກໍ່ຖືກເອີ້ນໄປທີ່ຫ້ອງສືບສວນຜູ້ສອນປອມໂດຍພວກຜູ້ນຳຂອງໂບດກາ
ໂຕລິກ. ຢູ່ໃນຫ້ອງສືບສວນ ຄຸນພໍ່ຫຼາຍຄົນໄດ້ຍຸຍົງ ໃຫ້ຄາລີເລວປະຕິເສດທິດສະດີທີ່ວ່າ
“ໂລກປິ່ນອ້ອມດວງອາທິດ”. ພວກເຂົາຄິດໂດຍໃຊ້ຄວາມຮູ້ຮອບຕົວວ່າ ຖ້າໂລກປິ່ນອ້ອມ ດວງອາທິດ ນໍ້າທີ່ຢູ່ໃນອ່າງກໍ່ຈະລົ້ນອອກມາ, ຄົນທີ່ຢືນຢູ່ກໍ່ຈະລົ້ມລົງ, ໂຕະທີ່ຕັ້ງຢູ່ພື້ນກໍ່ຈະ ປີ້ນໄປທັບເພດານ ແລະຕົກລົງຢູ່ພື້ນດິນອີກ ຕ້ອງເກີດຂຶ້ນຄວາມສັບສົນວຸ້ນວາຍຢ່າງແນ່
ນອນ ພວກເຂົາໄດ້ຕັດສິນວ່າຢ່າງນັ້ນ. ດັ່ງນັ້ນ, ພວກຜູ້ນໍາສາດສະໜາຈຶ່ງບັງຄັບໃຫ້ຄາລີ
ເລວປະຕິເສດທິດສະດີຂອງລາວເອງ ເພາະພວກເຂົາຄິດວ່າ ທິດສະດີຂອງລາວນັ້ນເປັນ
ຄຳຢືນຢັນຂອງຄົນບ້າ.  ຄາລີເລວຜູ້ທີ່ຢືນຢູ່ໜ້າສານຮູ້ສຶກລຳບາກໃຈ. ເມື່ອຖືກຄັດຄ້ານໃຫ້ ປະຕິເສດຄວາມຈິງອັນຖືກຕ້ອງ, ລາວຄິດວ່າ ຈະຕ້ອງເກີດສະຖານະການຫຍຸ້ງຍາກຂຶ້ນ
ຫຼັງຈາກທີ່ຈົບການຕັດສິນແລ້ວ ໃນທີ່ສຸດລາວກໍ່ໄດ້ປະຕິເສດໃນທິດສະດີດັ່ງກ່າວນັ້ນຕາມຂໍ້
ສະເໜີຂອງພວກເຂົາ. ໃນຫ້ອງສືບສວນນັ້ນງຽບ ແລະການຕັດສິນກໍ່ສິ້ນສຸດລົງ. ຄຳຕັດສິນ
ທີ່ໃຫ້ກັບຄາລີເລວຄື “ລາວບໍ່ມີຄວາມຜິດ” ແລະຖືກປ່ອຍໃຫ້ເປັນອິດສະຫຼະ. ເມື່ອຄາລີເລວ
ໄດ້ຍ່າງອອກມາຈາກສານທີ່ວາງເປົ່າດ້ວຍຈິດໃຈເປົ່າປ່ຽວ ແລະຈົ່ມພຶມພໍາຜູ້ດຽວວ່າ “ຢ່າງ ໃດກໍ່ຕາມ, ໂລກກໍ່ຍັງຄົງໝູນປິ່ນອ້ອມດວງອາທິດ”. ແມ່ນແລ້ວ, ຄວາມຈິງກໍ່ຄືຄວາມຈິງ ເຖິງແມ່ນວ່າຄວາມຈິງນັ້ນ ຈະຖືກປິດບັງໂດຍຄວາມຮູ້ຮອບຕົວຂອງຄົນສະໄໝນັ້ນກໍ່ຕາມ.

ການນະມັດສະການວັນອາທິດກໍ່ເຊັ່ນດຽວກັນ. ຄົນສ່ວນຫຼາຍໄດ້ມີຄວາມຄິດທີ່ວ່າ ວັນອາ
ທິດເປັນວັນທີ່ໄປໂບດ. ເພື່ອຢາກພົບຄວາມຈິງ ຖ້າຫາກທ່ານຍັງຍຶດຕິດຢູ່ກັບທໍານຽມ ເຊິ່ງ
ເອົາມາເປັນມາດຕະຖານ ທ່ານກໍ່ຈະບໍ່ສາມາດພົບກັບຄວາມຈິງທີ່ຖືກຕ້ອງໄດ້. ຄວາມຈິງ
ທາງສາດສະໜາທີ່ພະເຈົ້າຊົງມອບໃຫ້ແກ່ພວກເຮົານັ້ນ ສາມາດພົບ ແລະຕັດສິນຢ່າງຖືກ ຕ້ອງໄດ້ກໍ່ຕໍ່ເມື່ອພວກເຮົາຕັດສິນໂດຍອີງໃສ່ພະຄຳພີເປັນຫຼັກເທົ່ານັ້ນ. ຖ້າພິຈາລະນາດ້ວຍ ເລື່ອງນັ້ນແລ້ວ ການນະມັດສະການວັນເສົາແມ່ນຄວາມຈິງທີ່ຖືກຕ້ອງຕາມພະຄຳພີ.

ຖ້າຢ່າງນັ້ນ, ຜູ້ສອນປອມທີ່ພະຄຳພີໄດ້ບອກນັ້ນແມ່ນຫຍັງ? ບໍ່ປະຕິບັດຕາມຖ້ອຍຄຳໃນ ພະຄຳພີນີ້ຄື ຜູ້ສອນປອມ ຖ້າດັ່ງນັ້ນພະຄຳພີໄດ້ກ່າວເອົາໄວ້ກ່ຽວກັບຜູ້ສອນປອມນັ້ນແມ່ນ
ຫຍັງ ໃນລະຫວ່າງການນະມັດສະການໃນວັນອາທິດ ຫຼືວັນເສົາ. ພະຄຳພີໄດ້ກຳນົດເອົາ
ໄວ້ຢ່າງຊັດເຈນວ່າ ການປະຕິບັດຕາມນະມັດສະການວັນອາທິດທີ່ບໍ່ໄດ້ຕິດຕາມພະຄຳພີນັ້ນ
ເປັນຜູ້ສອນປອມ. ເຊັ່ນດຽວກັບເລື່ອງຂອງຄາລີເລວທີ່ໜ້າເສົ້າໃຈໃນປັດຈຸບັນນີ້, ຖ້າບໍ່ແມ່ນ ກຸ່ມດຽວກັນກັບຕົນ ຄົນສ່ວນຫຼາຍໃສ່ຮ້າຍວ່າເປັນ ຜູ້ສອນປອມໂດຍບໍ່ມີເຫດຜົນ ນີ້ເປັນ
ເລື່ອງໜ້າເສຍໃຈແທ້. ມາດຕະຖານທີ່ຈະຕັດສິນວ່າເປັນຄວາມຈິງ ຫຼືປອມນັ້ນ, ຕ້ອງແມ່ນ ພະເຈົ້າແລະພະຄຳພີ, ການສັນນິຖານຂອງຕົນເອງບໍ່ສາມາດເປັນມາດຕະຖານໃນການຕັດສິນໄດ້. ເຊັ່ນກັນກັບພວກຜູ້ນຳທາງສາດສະໜາທັງຫຼາຍທີ່ໄດ້ເຮັດກັບພະເຢຊູເປັນດັ່ງພວກຜູ້ສອນປອມ (ກຈ 24:5) ເຖິງແມ່ນວ່າ ຄວາມຈິງແຫ່ງການຊ່ວຍໃຫ້ພົ້ນໄດ້ປະກົດຢ່າງຊັດເຈນແລ້ວ ແຕ່ພວກເຂົາໄດ້ຕັ້ງບັນຍັດປອມຂຶ້ນມາແທນ. ເຖິງຢ່າງໃດກໍ່ຕາມຄວາມຈິງນັ້ນກໍ່ບໍ່ມີການປ່ຽນແປງ ແຕ່ກຳລັງເດີນໄປສູ່ທາງແຫ່ງຄວາມຈິງຢູ່ສະເໝີ.

(3) ຮູບແບບການຫຼອກລວງດ້ວຍຈຳນວນຄົນທີ່ວ່າ “ກຸ່ມຄົນທີ່ຍຶດຖືມື້ພະ(ວັນເສົາ) ນັ້ນ
ມີໜ້ອຍ ສ່ວນກຸ່ມຄົນທີ່ນະມັດສະການວັນອາທິດນັ້ນມີຫຼວງຫຼາຍ ເມື່ອພິຈາລະນາເຖິງຫຼັກຂອງປະຊາທິປະໄຕແລ້ວ ກຸ່ມທີ່ມີຈຳນວນຄົນຫຼາຍກວ່າ ຈະເປັນຝ່າຍຖືກຕ້ອງ. ດັ່ງນັ້ນ, ບ່ອນທີ່ມີຈຳນວນຄົນໜ້ອຍນັ້ນແມ່ນປອມ”

[ການອະທິບາຍ] ໃນພະຄຳພີໄດ້ສອນເຮົາໄວ້ວ່າ ການຊ່ວຍໃຫ້ພົ້ນນັ້ນບໍ່ໄດ້ຂຶ້ນຢູ່ກັບຈຳ
ນວນຄົນຫຼາຍ ຫຼືໜ້ອຍ.

1ຊມອ 14:6 『ຈະບໍ່ມີສິ່ງໃດກີດກັ້ນ ບໍ່ໃຫ້ພະອົງມອບໄຊຊະນະແກ່ໝູ່ເຮົາໄດ້ດອກ ເຖິງ ແມ່ນວ່າໝູ່ເຮົາມີນ້ອຍຄົນກໍ່ຕາ

ມທ 7:13-14 『ຈົ່ງເຂົ້າໄປທາງປະຕູຄັບແຄບ ເພາະປະຕູໄປນະຮົກກໍ່ກວ້າງຂວາງ ແລະ
ທາງທີ່ນຳໄປສູ່ທີ່ນັ້ນກໍ່ງ່າຍ ແລະຄົນທີ່ເດີນໄປຕາມທາງນີ້ກໍ່ມີຫຼວງຫຼາຍ ແຕ່ປະຕູທີ່ນຳໄປ ສູ່ຊີວິດກໍ່ຄັບແຄບ ແລະທາງທີ່ນຳໄປສູ່ທີ່ນັ້ນກໍ່ຍາກ ແລະຄົນທີ່ພົບທາງນີ້ກໍ່ມີໜ້ອ

ລກ 12:32 『ແກະຝູງນ້ອຍເອີຍ ຢ່າສູ່ຢ້ານເພາະວ່າພະບິດາຂອງພວກທ່ານພໍໃຈທີ່ຈະໃຫ້ພວກທ່ານປົກຄອງຮ່ວມກັບພະອົງໃນພະລາຊາອານາຈັ

ຂໍ້ຄວາມທັງໝົດນີ້ສະແດງໃຫ້ເຮົາຮູ້ວ່າ ກຸ່ມຂອງຜູ້ທີ່ໄດ້ຮັບການຊ່ວຍໃຫ້ພົ້ນນັ້ນມີໜ້ອຍ, ແລະໃຫ້ເຮົາຮູ້ຢ່າງຊັດເຈນແລ້ວວ່າ ໃນສະໄໝແຫ່ງຄວາມເຊື່ອມໂຊມນີ້ ຄົນທີ່ມີຄວາມພະຍາຍາມຄົ້ນຫາຄວາມຈິງ ແລະສາມາດທີ່ຈະຮັບຄວາມພົ້ນນັ້ນມີໜ້ອຍຄົນໄດ້.

ການຊ່ວຍໃຫ້ພົ້ນນັ້ນ ບໍ່ໄດ້ຂຶ້ນຢູ່ກັບຈຳນວນຂອງຜູ້ເຊື່ອວ່າມີຫຼາຍຫຼືໜ້ອຍ ແຕ່ຂຶ້ນຢູ່ກັບ
ວ່າ ເຮົາປະຕິບັດຕາມຄວາມຈິງຫຼືບໍ່ ແລະໃນພະຄຳພີກໍ່ບໍ່ໄດ້ບອກວ່າຄິດສະຕະຈັກທີ່ມີຈຳ
ນວນຂອງຜູ້ເຊື່ອຫຼາຍເປັນຄິດສະຕະຈັກທີ່ຖືກຕ້ອງ. ແຕ່ເມື່ອພິຈາລະນາເຖິງເລື່ອງຂອງຈຳ ນວນແລ້ວ ໃນພະຄຳພີກໍ່ໄດ້ບອກຢ່າງແນ່ນອນແລ້ວວ່າ ຈຳນວນໜ້ອຍເປັນກຸ່ມທີ່ຖືກຕ້ອງ.

(4) ຮູບແບບການຫຼອກລວງດ້ວຍສະຖານະການທີ່ຫຍຸ້ງຍາກຫຼາຍຢ່າງສຸມໃສ່ທີ່ວ່າ“ເປັນ ຫຍັງທ່ານຈຶ່ງບໍ່ໄປຄິດສະຕະຈັກ(ວັນອາທິດ) ທີ່ຢູ່ໃກ້ບ້ານທ່ານ? ຄິດສະຕະຈັກທີ່ໄດ້ຍຶດຖື
ມື້ພະນັ້ນຢູ່ໄກຈາກບ່ອນນີ້ຫຼາຍ”

[ການອະທິບາຍ] ສົມມຸດວ່າ ມີຄອບຄົວໜຶ່ງທີ່ມີຄວາມສຸກ ຄອບຄົວນັ້ນມີລູກຊາຍຢູ່ຄົນ ໜຶ່ງ. ມື້ໜຶ່ງເດັກນ້ອຍນີ້ໄດ້ຮ້ອງໄຫ້ ແລ້ວແລ່ນເຂົ້າມາໃນເຮືອນຍ້ອນເຈັບແຂ້ວ ແລະຂໍໃຫ້
ແມ່ຊ່ວຍຮັກສາອາການເຈັບແຂ້ວໃຫ້ເຊົາ. ແຕ່ຢູ່ໃກ້ບ້ານຂອງລາວມີພຽງແຕ່ໂຮງໝໍໃຫຍ່
ກ່ຽວກັບຕາເທົ່ານັ້ນ ແມ່ຂອງເດັກນ້ອຍນີ້ຈະເຮັດຢ່າງໃດ? ທ່ານຄິດວ່າ ແມ່ຂອງເດັກນ້ອຍ ຈະພາລູກລາວໄປໂຮງໝໍໃດ? ລະຫວ່າງໂຮງໝໍປົວຕາທີ່ກວ້າງໃຫຍ່ແລະຢູ່ໃກ້ບ້ານ ຫຼືຈະ ພາລູກຊາຍໄປໂຮງໝໍປົວແຂ້ວ ເຖິງແມ່ນໂຮງໝໍນັ້ນຈະຢູ່ໄກຈາກບ້ານລາວຫຼາຍກໍ່ຕາມ.

ໃນການຕັດສິນໃຈເລື່ອງງ່າຍໆເຊັ່ນນີ້ ບາງເທື່ອເຮົາອາດສັບສົນຈົນເຮັດໃຫ້ເສຍຫົນທາງ
ທີ່ຖືກຕ້ອງ. ຖ້າຫາກວ່າທ່ານຢູ່ໃນສະຖານະການທີ່ສິ້ນຫວັງຄື ເປັນໂລກທີ່ບໍ່ມີທາງຈະຮັກ
ສາໃຫ້ຫາຍຂາດໄດ້ ແລະຖ້າຫາກທ່ານໄດ້ຮູ້ວ່າ ມີໂຮງໝໍທີ່ສາມາດຮັກສາພະຍາດຂອງ ທ່ານໄດ້ ແຕ່ວ່າໂຮງໝໍນັ້ນຢູ່ປະເທດທີ່ໄກຈາກບ້ານຂອງທ່ານຫຼາຍ ທ່ານຈະບໍ່ໄປບໍ? ຜູ້ທີ່ ສະແຫວງຫາຄວາມຈິງແທ້ໆ ຈະບໍ່ມີການຈົ່ມໃນເລື່ອງຂອງສະຖານະການ ແລະໄລຍະ ທາງເພາະຄວາມຈິງນັ້ນ ເປັນສິ່ງສຳຄັນທີ່ສຸດ. ພຽງອັນດຽວທີ່ຈະໄຊຊະນະຕໍ່ຄວາມຍາກ ລຳບາກທັງໝົດໄດ້ແມ່ນ ຄວາມຊົມຊື່ນຍິນດີທີ່ໄດ້ພົບກັບຄວາມຈິງ ເຊິ່ງສາມາດເຂົ້າຮ່ວມອານາຈັກສະຫວັນໄດ້.

3) ເຮົາຈະກະກຽມຢ່າງໃດເພື່ອຍຶດຖືມື້ພະ?

(1) ມື້ກ່ອນເຖິງມື້ພະເອີ້ນວ່າ “ມື້ຈັດຕຽມ”

ມື້ກ່ອນເຖິງມື້ພະ ເຮົາຈຳເປັນທີ່ຈະຕ້ອງເຮັດວຽກສ່ວນຕົວໃຫ້ຮຽບຮ້ອຍກ່ອນ. ເພາະວ່າ ການປະຕິບັດຕາມມື້ພະ ຈະໃຫ້ວຽກອື່ນມາຂັດຂວາງແມ່ນບໍ່ໄດ້.

ຢຮ 4:24 『ພະເຈົ້າເປັນວິນຍານ ແລະຜູ້ທີ່ນະມັດສະການພະອົງ ຕ້ອງນະມັດສະການ
ດ້ວຍວິນຍານແລະຄວາມຈິ

ຜູ້ທີ່ສຳເລັດໃນວຽກງານສ່ວນຕົວທັງໝົດໄດ້ຢ່າງຮຽບຮ້ອຍແລ້ວ ກໍ່ສາມາດທີ່ຈະຮ່ວມນະ ມັດສະການຢ່າງບໍລິສຸດດ້ວຍຈິດໃຈທີ່ສະຫງົບໄດ້, ແຕ່ສຳລັບຜູ້ທີ່ຍັງເຫຼືອວຽກງານສ່ວນຕົວ
ຢູ່ ເຖິງແມ່ນວ່າຮ່າງກາຍຂອງລາວມາ ແຕ່ຈິດໃຈຂອງລາວຍັງເປັນຫ່ວງຍ້ອນວຽກທີ່ຍັງ ຄ້າງຄາຢູ່ນັ້ນ ຈິດໃຈຂອງລາວຖືກຈ່ອງດຶງໄວ້ດ້ວຍວຽກນັ້ນ ຖ້າເປັນເຊັ່ນນີ້, ລາວຄິດວ່າ ວຽກສຳລັບຝ່າຍໂລກແມ່ນສຳຄັນກວ່າການນະມັດສະການໃນມື້ພະ, ແລະລາວອາດຈະ  ຫ່າງເຫີນອອກໄປຈາກພະເຈົ້າເທື່ອລະໜ້ອຍໂດຍທີ່ບໍ່ຮູ້ສຶກຕົວ. ກ່ອນມື້ພະເຮົາຕ້ອງກວດ ສອບເຖິງປັດໃຈຕ່າງໆທີ່ເປັນອຸປະສັກໃຫ້ກັບເຮົາໃນການປະຕິບັດຕາມມື້ພະ ແລະຫຼັງຈາກ
ທີ່ໄດ້ແກ້ໄຂບັນຫາທີ່ເປັນອຸປະສັກນັ້ນແລ້ວ ເຮົາຈະຕ້ອງປະຕິບັດຕາມມື້ພະ ແລະຖືເປັນມື້
ບໍລິສຸດ.

(2) ການນະມັດສະການມື້ພະນັ້ນ ຕ້ອງມີຄວາມສະຫງົບງຽບ ແລະຢູ່ໃນບັນຍາກາດທີ່ຈິງຈັງ

ມື້ພະເປັນມື້ບໍລິສຸດ ແລະເປັນມື້ທີ່ຈະໄດ້ຮັບພະພອນຢ່າງແທ້ຈິງ. ແຕ່ບາງເທື່ອພວກເຮົາ ຈະໄດ້ຍິນສຽງຂອງເດັກນ້ອຍຮ້ອງໄຫ້ ຫຼືຢອກກັນເມື່ອຕອນກຳລັງຕິດຕາມນະມັດສະການ
ດ້ວຍຈິດວິນຍານແລະຄວາມຈິງ. ເມື່ອນັ້ນສາຍຕາຂອງຜູ້ຮ່ວມນະມັດສະການທຸກຄົນຕ່າງ
ກໍ່ໄດ້ຫຼຽວໄປເບິ່ງທີ່ຕົ້ນກຳເນີດຂອງສຽງນັ້ນ ແລະບາງຄັ້ງເຮັດໃຫ້ຜູ້ທີ່ມີຄວາມເຊື່ອອ່ອນນັ້ນ
ລຳຄານ. ຜູ້ປົກຄອງຂອງເດັກນ້ອຍນັ້ນກໍ່ຈະສູນເສຍເວລາໃນການໄດ້ຮັບພະພອນໄປໂດຍ
ໄຮ້ປະໂຫຍດ ເນື່ອງຈາກວ່າ ແທນທີ່ຈະໃຊ້ເວລາໃນການຟັງພະຄຳຂອງພະເຈົ້າ ແຕ່ຕ້ອງ ມາເຮັດໃຫ້ເດັກນ້ອຍງຽບ.

ກໍລະນີເຊັ່ນນີ້ເຮົາຄວນຈະເຮັດແນວໃດ? ເຮົາມາຄິດສະຕະຈັກກໍ່ເພື່ອຮັບພະພອນດ້ວຍ
ຄວາມຊົມຊື່ນຍິນດີ ແຕ່ຖ້າເຮົາກັບບ້ານໄປດ້ວຍຄວາມຂຸ່ນເຄືອງໃຈແລ້ວ ຄວາມສຳພັນ ຂອງພວກເຮົາກໍ່ຈະກາຍເປັນຄວາມບໍ່ສະບາຍໃຈໃນເຊິ່ງກັນແລະກັນຫຼາຍສໍ່າໃດ? ແຕ່ເຮົາ ບໍ່ໄດ້ໝາຍຄວາມວ່າ ບໍ່ໃຫ້ເດັກນ້ອຍມານະມັດສະການ. ພະເຢຊູກໍ່ເຊັ່ນກັນ ຊົງຮັກເດັກ
ນ້ອຍຫຼາຍ. ເຫດສະນັ້ນ, ເມື່ອຕອນທີ່ພະອົງສັ່ງສອນສາວົກ ຊົງກ່າວຄຳອຸປະມາໃນຫຼາຍໆ
ເລື່ອງທີ່ກ່ຽວກັບເດັກນ້ອຍ.

ມກ 10:14 『…ຈົ່ງປ່ອຍເດັກນ້ອຍໃຫ້ມາຫາເຮົາແລະຢ່າຫ້າມພວກເຂົາ ເພາະອານາຈັກ

ສະຫວັນເປັນຂອງຜູ້ທີ່ເປັນດັ່ງເດັກນ້ອຍເຫຼົ່ານີ້ແຫຼ

ດັ່ງນັ້ນ, ເຮົາຈະນະມັດສະການດ້ວຍຈິດວິນຍານ ແລະຄວາມຈິງໃຫ້ແກ່ພະເຢຊູຜູ້ທີ່ຮັກ ເດັກນ້ອຍໄດ້ແນວໃດ? ແມ່ຕ້ອງສັ່ງສອນລູກຂອງຕົນກ່ອນເຂົ້າສູ່ພິທີນະມັດສະການວ່າ
ຄິດສະຕະຈັກເປັນສະຖານທີ່ນະມັດສະການພະເຈົ້າດ້ວຍຈິດວິນຍານ ແລະຄວາມຈິງ ດັ່ງ
ນັ້ນ, ລູກຈະຕ້ອງມິດງຽບໃນເວລານະມັດສະການ. ໄດ້ມີກ່າວໄວ້ວ່າ “ຄວາມເຊື່ອຈຶ່ງເກີດ ຂຶ້ນເພາະການໄດ້ຍິນ” (ລມ 10:17) ຖ້າເດັກນ້ອຍໄດ້ຮັບການສັ່ງສອນຈາກແມ່ຂອງລາວ
ລາວກໍ່ຈະຮູ້ເຖິງການນະມັດສະການພະເຈົ້າ ລາວກໍ່ສາມາດຮຽນຮູ້ຄວາມຢຳເກງໃນການ ນະມັດສະການແກ່ພະເຈົ້າໄດ້ ເຖິງແມ່ນວ່າເປັນເດັກອົມມືກໍ່ຕາມ. ເມື່ອພະເຈົ້າຊົງເຫັນ ຢ່າງນີ້ ພະອົງຈະຊົງປະທານຄວາມຮັກ ແລະເພິ່ງພໍໃຈນຳພໍ່ແມ່ກັບເດັກນ້ອຍນັ້ນຫຼາຍສໍ່າໃດ?

(3) ເຮົາຈະຕ້ອງມານະມັດສະການໃຫ້ທັນເວລາ

ໃນເວລານະມັດສະການບາງຄົນມາສີໂອນຊ້າ 5ນາທີ ຫຼື 10ນາທີເປັນປະຈຳ ເພາະວ່າ
ພວກເຮົາດຳເນີນຊີວິດ ຢູ່ໃນສັງຄົມອຸດສາຫະກໍາທີ່ຫຍຸ້ງຍາກ. ແນ່ນອນຂ້າພະເຈົ້າຢາກຈະ ເຊື່ອວ່າ ມີເຫດຜົນທີ່ຈະປ່ຽນໄປບໍ່ໄດ້ ຈຶ່ງເຮັດໃຫ້ມາຊ້າ.

ສົມມຸດວ່າ ໃນເວລາແຕ່ງງານ ຖ້າເຈົ້າສາວບໍ່ມາຮອດສະຖານທີ່ແຕ່ງງານຕາມເວລາ
ແລ້ວ ແລະໄດ້ເຮັດໃຫ້ພິທີແຕ່ງງານຕ້ອງເລື່ອນອອກໄປອີກ. ຖ້າເຮັດເຊັ່ນນີ້, ມື້ທີ່ມີຄວາມ ຊົມຊື່ນຍິນດີທີ່ສຸດໃນຊີວິດນັ້ນ ກໍ່ເຕັມໄປດ້ວຍຄວາມລະທົມທຸກ ບໍ່ແມ່ນບໍ? ເຈົ້າບ່າວລໍຖ້າ ເຈົ້າສາວດ້ວຍຄວາມທຸກໃຈ, ການຈົ່ມຂອງບັນດາແຂກຜູ້ທີ່ມາສະແດງຄວາມຍິນດີໃນງານ,
ຄວາມເຄັ່ງຄຽດຂອງປະທານໃນພິທີ, ເວລາຂອງສະຖານທີ່ຈັດງານມີຈຳກັດ. ຖ້າເກີດເຫດ
ການຢ່າງນີ້ຂຶ້ນ ຜູ້ທີ່ຮ່ວມໃນງານນີ້ທຸກຄົນ ກໍ່ຈະບໍ່ມີຄວາມສຸກ, ແທນທີ່ຈະເປັນພິທີເຕັມໄປ ດ້ວຍຄວາມຊົມຊື່ນຍິນດີ.

ມື້ພະ ເປັນມື້ທີ່ນັດພົບກັບພະເຈົ້າຜູ້ປົກຄອງທົ່ວທັງສຸລິຍະຈັກກະວານ. ຖ້າວ່າທ່ານມີໂອ ກາດທີ່ໄດ້ພົບກັບ ປະທານປະເທດຂອງປະເທດໃດໜຶ່ງໃນໂລກນີ້ ທ່ານຈຳເປັນທີ່ຈະຕ້ອງ ມາເຖິງສະຖານທີ່ນັດພົບກ່ອນເວລາປະມານ 1ຊົ່ວໂມງ ຫຼື30ນາທີ ຫຼື20ນາທີ ເພື່ອລໍຖ້າ ເຂົ້າພົບ. ແຕ່ຍິ່ງໄປກວ່ານັ້ນ, ພວກເຮົາຜູ້ທີ່ມີໂອກາດໄດ້ເຂົ້າພົບພະເຈົ້າຜູ້ເປັນຈອມກະສັດ
ແລະຮັບອວຍພະພອນ ດັ່ງນັ້ນ, ເຮົາຕ້ອງຮັກສາເວລາໃນການເຂົ້ານະມັດສະການພະອົງ
ຫຼາຍຍິ່ງກວ່າສໍ່າໃດ? ບໍ່ວ່າຈະເປັນວຽກງານໃດກໍ່ຕາມຕ້ອງໃຫ້ສຳເລັດກ່ອນ ແລະຕ້ອງຮັກ ສາເວລານະມັດສະການຢ່າງເຂັ້ມງວດ. ເຮົາອາດຈະມາຊ້າ ໃນບາງກໍລະນີທີ່ຫຼີກລ້ຽງບໍ່ໄດ້ ແທ້ໆ ແຕ່ບໍ່ແມ່ນຈະມາຊ້າຈົນເປັນການລື້ງເຄີຍ ແລະຕິດເປັນນິໄສ.

ໃນຄຳອຸປະມາເລື່ອງຍິງສາວສິບຄົນ (ມທ 25:1-13) ຫຼັງຈາກປະຕູສະຫວັນປິດແລ້ວ ຍິງສາວຫ້າຄົນທີ່ໂງ່ກໍ່ມາແລະຮ້ອງວ່າ “ທ່ານເອີຍ ທ່ານເອີຍ! ໂຜດໄຂປະຕູໃຫ້ພວກຜູ້ຂ້າ ເຂົ້າໄປແດ່ທ້ອນ” ແຕ່ພະເຢຊູຊົງຕອບວ່າ “ເຮົາບອກພວກທ່ານຕາມຄວາມຈິງວ່າ ເຮົາບໍ່ ຮູ້ຈັກພວກທ່ານ” ຄຳອຸບປະມານີ້ ພະເຢຊູຊົງຕັກເຕືອນແຮງແກ່ຜູ້ທີ່ບໍ່ມີການກະກຽມ. ແຕ່ ສຳລັບພວກເຮົາບໍ່ແມ່ນພຽງແຕ່ຮັກສາເວລາເທົ່ານັ້ນ ຕ້ອງຮັກສາຄຳສັ່ງຂອງພະເຈົ້າທັງໝົດ ແລະປະຕິບັດຕາມດີໆ ຈຶ່ງດຳເນີນຊີວິດຢູ່ໃນການກະກຽມ.

(4) ມື້ພະເປັນມື້ປະຕິບັດຄວາມຮັກຂອງເຮົາຕໍ່ພີ່ນ້ອງຊາຍແລະພີ່ນ້ອງສາວ

ມື້ພະເປັນເວລາແຫ່ງການພົບກັບພີ່ນ້ອງຊາຍແລະພີ່ນ້ອງສາວ ເຊິ່ງເຮົາບໍ່ໄດ້ພົບກັນເປັນ ເວລາໜຶ່ງອາທິດ. ແຕ່ເມື່ອເບິ່ງພີ່ນ້ອງບາງຄົນກັບບ້ານທັນທີ ຫຼັງຈາກທີ່ນະມັດສະການສຳ ເລັດ ຈິດໃຈຂອງຂ້າພະເຈົ້າຮູ້ສຶກເສົ້າໃຈ. ໃນເວລາໜຶ່ງອາທິດທີ່ເຮົາບໍ່ໄດ້ພົບກັນແລະເມື່ອ ໄດ້ມາພົບກັນກໍ່ຄິດຮອດ ແລະຍ່ອມມີເລື່ອງທີ່ຈະເລົ່າສູ່ກັນຟັງຫຼາຍຢ່າງບໍ່ແມ່ນບໍ? ມີເລື່ອງ ທີ່ຢາກຖາມ ໃນສິ່ງທີ່ບໍ່ເຂົ້າໃຈໃນພະຄຳພີ, ລົມກັນໃນທຸກເລື່ອງທີ່ເກີດຂຶ້ນໃນໜຶ່ງອາທິດ ເພາະເຫດນີ້, ຈົ່ງອະທິຖານໃຫ້ກັບພີ່ນ້ອງດ້ວຍຄວາມຈິງໃຈ ແລະພະຍາຍາມສ້າງຄວາມ ສາມັກຄີຢ່າງຈິງໃຈ.

ເມື່ອພວກເຮົາມີຄວາມສຳພັນທີ່ດີກັບພີ່ນ້ອງ ຈຳເປັນທີ່ຈະຕ້ອງລະມັດລະວັງໃນບາງຢ່າງ
ດັ່ງນີ້

① ຢ່າໂອ້ອວດດ້ວຍຄວາມຍິ່ງທະນົງຕົວ

② ຖ້າພີ່ນ້ອງຊາຍ, ພີ່ນ້ອງສາວໄດ້ເຮັດໃຫ້ເຮົາຮູ້ສຶກບໍ່ພໍໃຈ ກໍ່ຈົ່ງໃຫ້ອະໄພກັນ

③ ເຮົາຄວນຈະໃຊ້ຄຳເວົ້າທີ່ສຸພາບ ແລະຕ້ອງໃຫ້ໃຊ້ຄຳເວົ້າອັນດີທີ່ຊ່ວຍຊູໃຫ້ຈະເລີນຂຶ້ນ

④ ເຮົາຄວນຈະທັກທາຍກັນດ້ວຍໃບໜ້າຍິ້ມແຍ້ມແຈ່ມໃສ ແທນໃບໜ້າທີ່ເສົ້າໝອງ

⑤ ຫົວໜ້າກຸ່ມ ຫຼືຫົວໜ້າເຂດໃນຄິດສະຕະຈັກ ຕ້ອງຮັບໃຊ້ດ້ວຍຈິດໃຈແຫ່ງຄວາມຮັກ ແລະຈິດໃຈດີງາມ ເພື່ອໃຫ້ຝູງແກະມີຄວາມຊົມຊື່ນຍິນດີໃນມື້ພະ. ຖ້າມີຜູ້ເຊື່ອໃໝ່ທີ່ມາຄິດສະຕະຈັກເປັນເທື່ອທຳອິດ ກໍ່ຂໍໃຫ້ເຮົາອະທິບາຍໃຫ້ລາວຮູ້ເຖິງ ທຸກສິ່ງກ່ຽວກັບຄິດສະຕະ
ຈັກຂອງເຮົາດ້ວຍຈິດໃຈດີງາມ ເພື່ອໃຫ້ລາວມີຄວາມລື້ງເຄີຍກັບບັນຍາກາດແລະແນະນຳ ລາວໃຫ້ຮູ້ຈັກພີ່ນ້ອງຄົນອື່ນໆ ເພື່ອໃຫ້ຜູກສຳພັນໄມຕີທີ່ດີຕໍ່ກັນແລະກັນ ດ້ວຍຄວາມຮັກ ຢ່າງສັນພີ່ນ້ອງໃນຄອບຄົວດຽວກັນ. ເຊັ່ນດຽວກັນ, ຖ້າຜູ້ເຊື່ອໃໝ່ມີຂໍ້ສົງໄສກ່ຽວກັບພະຄຳ
ພີ ກໍ່ຊ່ວຍອະທິບາຍໃຫ້ລາວເຂົ້າໃຈ ຫຼືຖ້າເຮົາບໍ່ມີເວລາທີ່ຈະສອນລາວ ຍ້ອນມີວຽກດ່ວນ ຕ້ອງຂໍໃຫ້ຜູ້ດູແລ ຫຼືຜູ້ປະກາດພະຄຳຊ່ວຍ. ຖ້າຫາກວ່າພີ່ນ້ອງ ມີຄວາມຕ້ອງການທີ່ຢາກ
ປຶກສາກັບອາຈານ ຫົວໜ້າເຂດຕ້ອງແຈ້ງໃຫ້ອາຈານຮູ້ກ່ອນກ່ຽວກັບ ເລື່ອງທີ່ຈະປຶກສາ ແລ້ວຈຶ່ງພາລາວໄປພົບອາຈານ.

⑥ ຫຼັງຈາກນະມັດສະການສໍາເລັດແລ້ວ ບາງເທື່ອເຮົາອາດຈະເຫັນເສດເຈ້ຍ, ປຶ້ມ, ກະ
ເປົ໋າ ແລະຂີ້ເຫຍື້ອຕ່າງໆເຊັ່ນ ຖົງເຂົ້າໜົມ, ເປືອກໝາກໄມ້ທີ່ຖິ້ມກະຈັດກະຈາຍຢູ່ໃນຄິດ
ສະຕະຈັກ. ພວກເຮົາມີຄວາມປາຖະໜາວ່າ ຄິດສະຕະຈັກຂອງເຮົາຈະສະອາດງາມຕາຢູ່
ຕະຫຼອດເວລາ. ເຖິງແມ່ນບໍ່ໄດ້ແຕ່ງຕັ້ງຜູ້ອະນາໄມໄວ້ ເມື່ອເຮົາເຫັນດັ່ງນີ້ແລ້ວ ຖ້າຊ່ວຍ
ກັນເກັບທຸກສິ່ງທີ່ຢູ່ອ້ອມໆຕົວເຮົາໃຫ້ເປັນລະບຽບຮຽບຮ້ອຍດ້ວຍຄວາມສາມັກຄີ, ພະເຈົ້າຜູ້ ທີ່ຊົງຮູ້ເຫັນ ສິ່ງທີ່ທ່ານກະທຳທາງລັບ ກໍ່ຈະຊົງອວຍພະພອນແກ່ຜູ້ທີ່ເສຍສະຫຼະທີ່ອອກມາ ຈາກສ່ວນເລິກຂອງຫົວໃຈ. ຖ້າຮັກສາຄວາມສະອາດມ້ຽນເຈ້ຍບັນທຶກ, ກະເປົ໋າແລະເຄື່ອງຕ່າງໆໃຫ້ເປັນລະບຽບຮຽບຮ້ອຍແລ້ວ, ພີ່ນ້ອງຂອງເຮົາທີ່ໄດ້ເຂົ້າມາໃນພິທີນະມັດສະການ ກໍ່ຈະຮູ້ສຶກສົດຊື່ນແຈ່ມໃສໃນເວລານະມັດສະການ.

(5) ມື້ພະເປັນມື້ທີ່ເຮັດໃຫ້ເປັນອິດສະຫຼະຈາກການຜູກມັດທັງສິ້ນ

ຖ້າຫາກວ່າ ມີພີ່ນ້ອງທີ່ມີບັນຫາບາງຢ່າງໃນຄວາມເຊື່ອ ກະລຸນາປຶກສາອາຈານໂດຍທັນ ທີ. ຖ້າຫາກວ່າທ່ານໄດ້ເລົ່າບັນຫາຂອງທ່ານໃຫ້ກັບພີ່ນ້ອງທີ່ບໍ່ມີຄວາມເຊື່ອເຂັ້ມແຂງ ລາວ
ຜູ້ທີ່ມີຄວາມເຊື່ອອ່ອນ ຈະຮຽນເອົາການກະທຳທີ່ມີຄວາມເຊື່ອໄດ້ຢ່າງໃດ? ແນ່ນອນວ່າ ທ່ານຈະຮູ້ສຶກດີແລະປອດໂປ່ງ ເພາະຄວາມລຳບາກໃຈທັງໝົດລະບາຍອອກໄປໝົດແລ້ວ
ແຕ່ຜູ້ທີ່ມີຄວາມເຊື່ອອ່ອນແອ ໄດ້ຮັບຟັງເລື່ອງຂອງທ່ານນັ້ນ ອາດຈະເຮັດໃຫ້ເປັນອັນຕະ ລາຍໄດ້. ປະຕູສຳລັບການປຶກສານັ້ນເປີດຢູ່ຕະຫຼອດເວລາ. ເມື່ອໃດກໍ່ຕາມ, ທ່ານສາມາດ ໂທ ຫຼືເຂົ້າພົບອາຈານ ແລະຂໍແກ້ໄຂບັນຫາທີ່ເຮັດໃຫ້ໜັກໃຈທຸກຢ່າງ ຈົນເຮັດໃຫ້ທ່ານຮູ້
ສຶກສະບາຍໃຈຂຶ້ນ ແລະກໍ່ຈະເຮັດໃຫ້ຕັ້ງໝັ້ນຄົງຢູ່ໃນຄວາມເຊື່ອທີ່ດີ ແລ້ວຈົ່ງມຸ້ງໜ້າໄປສູ່ອານາຈັກສະຫວັນດ້ວຍຈິດໃຈທີ່ມີພະລັງ.

Leave a Reply

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *