ພະເຈົ້າສາມພະພາກໃນອົງດຽວກັນໝາຍເຖິງ ພະເຈົ້າພະບິດາ, ພະເຈົ້າພະບຸດ ແລະ
ພະເຈົ້າພະວິນຍານບໍລິສຸດ ບໍ່ໄດ້ເປັນອົງທີ່ແຕກຕ່າງກັນ ແຕ່ວ່າເປັນພະເຈົ້າອົງດຽວກັນ. ຖ້າຫາກວ່າພວກເຮົາຍັງບໍ່ສາມາດເຂົ້າໃຈໄດ້ຢ່າງຈະແຈ້ງກ່ຽວກັບເລື່ອງຂອງ ພະເຈົ້າສາມ
ພະພາກໃນອົງດຽວກັນແລ້ວ ກໍ່ຍາກທີ່ຈະເຂົ້າໃຈໃນຄວາມເລີກລັບຂອງພະເຈົ້າອົງສູງສຸດ ໄດ້. ພະເຈົ້າໄດ້ຊົງສັ່ງສອນ ໂດຍຜ່ານທຸກສັບພະສິ່ງທີ່ພະອົງໄດ້ຊົງສ້າງຂຶ້ນມາ ເພື່ອໃຫ້ ເຮົາສາມາດເຂົ້າໃຈໄດ້ງ່າຍກ່ຽວກັບ ພະເຈົ້າສາມພະພາກໃນອົງດຽວກັນ.
ເພື່ອໃຫ້ຄວາມເຂົ້າໃຈງ່າຍຂຶ້ນ ໃນເລື່ອງຂອງພະເຈົ້າສາມພະພາກໃນອົງດຽວກັນນີ້, ຂໍ ໃຫ້ພວກເຮົາມາພິຈາລະນາເບິ່ງກ່ຽວກັບ ການປ່ຽນແປງສະພາບຂອງນໍ້າ(H2O).
ນໍ້າເປັນທາດແຫຼວ ແຕ່ເມື່ອນໍ້າຢູ່ໃນອຸນ ຫະພູມທີ່ຕໍ່າກ່ວາສູນອົງສາ ກໍ່ຈະປ່ຽນ ເປັນນໍ້າກ້ອນທີ່ເປັນທາດແຂງ ເຊິ່ງມີ ການແຂງຕົວ ແລະເມື່ອຢູ່ໃນຈຸດທີ່ຟົດ ເດືອດ ນໍ້າຈະປ່ຽນເປັນອາຍນໍ້າທີ່ເປັນ ທາດອາຍ. ເຖິງແມ່ນວ່າ ນໍ້າ, ນໍ້າກ້ອນ ແລະອາຍນໍ້າ ຈະມີຊື່ແລະສະພາບແຕກ ຕ່າງກັນກໍ່ຕາມ ແຕ່ວ່າທັງສາມຢ່າງນີ້ກໍ່ຢູ່ໃນສະພາບມວນສານທາງດ້ານເຄມີອັນ
ດຽວກັນຄືນໍ້າ (H2O). ແລະໃນທຳນອງ ດຽວກັນ ນັກບັນລະຍາຍລະຄອນທາງວິທະຍຸພຽງແຕ່ຄົນດຽວ ສາມາດທີ່ຈະພາກໄດ້ຫຼາຍບົດບາດໂດຍໃຊ້ສາມສຽງທີ່ແຕກຕ່າງກັນຄື ພໍ່, ລູກ, ຫຼານຊາຍ. ຢູ່ທີ່ນີ້, ໃນບົດບາດເປັນພໍ່, ໃນບົດບາດເປັນລູກຊາຍ ແລະໃນບົດ ບາດເປັນຫຼານຊາຍ ມີທັງໝົດຈັກຄົນ? ພຽງແຕ່ຄົນດຽວ.
ກໍ່ເຊັ່ນດຽວກັນ, ພະເຈົ້າພະບິດາ, ພະເຈົ້າພະບຸດ ແລະພະເຈົ້າພະວິນຍານບໍລິສຸດເປັນ ພະເຈົ້າອົງດຽວກັນ ເຖິງແມ່ນວ່າ, ພະເຈົ້າໄດ້ຊົງສະເດັດລົງມາປະກົດໃນສາມສະໄໝທີ່
ແຕກຕ່າງກັນດ້ວຍສະພາບທີ່ແຕກຕ່າງກັນ ແລະດ້ວຍນາມທີ່ແຕກຕ່າງກັນ. ພະອົງໄດ້ຊົງ
ເຮັດພາລະກິດເພື່ອແຜນການແຫ່ງການຊ່ວຍໃຫ້ພົ້ນຄວາມພົ້ນແກ່ພວກເຮົາ ດ້ວຍເຮັດເປັນ ສາມບົດບາດທີ່ແຕກຕ່າງກັນ ແຕ່ເປັນພະເຈົ້າອົງດຽວກັນດັ່ງຂ້າງເທິງນັ້ນ ນີ້ຄືພະເຈົ້າສາມພະພາກໃນອົງດຽວກັນ.
1. ຈົ່ງຢືນຢັນວ່າພະເຢໂຮວາ(ພະບິດາ) = ພະເຢຊູ(ພະບຸດ)
ຜູ້ປະກາດພະຄໍາເອຊາຢາ ໄດ້ພິຍານໄວ້ດັ່ງຕໍ່ໄປນີ້ກ່ຽວກັບ ພະຜູ້ຊ່ວຍໃຫ້ພົ້ນ(ພະເຢຊູ) ຜູ້ທີ່ຈະຊົງສະເດັດມາພາຍຫຼັງ.
ອຊຢ 9:6 『ມີເດັກນ້ອຍຜູ້ໜຶ່ງໄດ້ເກີດມາໃຫ້ໝູ່ເຮົາ! ມີລູກຊາຍຜູ້ໜຶ່ງຖືກມອບໝາຍໃຫ້ໝູ່ ເຮົາແລ້ວ! ພະອົງຈະຊົງນາມວ່າ “ຜູ້ປຶກສາທີ່ອັດສະຈັນ’’ “ພະເຈົ້າອົງຊົງລິດ” “ພະບິດາ ສືບໄປ’’ “ອົງສັນຕິລາດ’’.』
ເດັກນ້ອຍຜູ້ໜຶ່ງນັ້ນເປັນຄໍາທໍານວາຍກ່ຽວກັບ ພະເຢຊູຈະຊົງສະເດັດລົງມາໂລກນີ້ເປັນພະ
ຜູ້ຊ່ວຍໃຫ້ພົ້ນ. ໂດຍທົ່ວໄປແລ້ວພະເຢຊູໄດ້ຖືກເອີ້ນວ່າເປັນ “ພະບຸດຂອງພະເຈົ້າ”. ຖ້າເປັນ
ລູກຕ້ອງຖືກເອີ້ນວ່າ ເປັນລູກ ແຕ່ເຖິງຢ່າງໃດກໍ່ຕາມພະຄໍາພີຍັງໄດ້ເອີ້ນພະອົງວ່າ “ພະເຈົ້າ
ອົງຊົງລິດ” ຫຼື “ພະບິດາສືບໄປ”. ຜູ້ທີ່ບໍ່ແມ່ນພະບິດາ ແຕ່ໃນພະຄຳພີໄດ້ສອນວ່າເປັນພະບິ
ດາໄດ້ຢ່າງໃດ? ເຫດຜົນທີ່ພະເຢຊູໄດ້ຊົງຖືກເອີ້ນວ່າເປັນພະບິດານັ້ນ ກໍ່ຍ້ອນວ່າພະເຢຊູຊົງ ເປັນພະບິດາແຫ່ງຈິດວິນຍານຂອງພວກເຮົາ, ເພິ່ນເປັນພະເຢໂຮວາຜູ້ເປັນພະບິດາ. ແຕ່ວ່າ, ພະອົງຊົງເປັນມະນຸດຜູ້ທີ່ຕໍ່າກວ່າທູດສະຫວັນພຽງໄລຍະໜຶ່ງ ແລະກຳລັງສຳເລັດພາລະກິດ
ແຫ່ງຄວາມພົ້ນ ໂດຍຮັບບົດບາດຂອງພະບຸດ. ກ່ຽວກັບເລື່ອງນີ້ ອັກຄະທູດໂປໂລໄດ້ອະທິ
ບາຍເປັນຢ່າງດີວ່າ ພະເຢຊູຊົງມີສະພາບຂອງພະເຈົ້າແຕ່ໃດໆມາ ຄືເປັນພະບິດາ.
ຟປ 2:5-7 『ຈົ່ງມີກິລິຍາທ່າທີຕໍ່ກັນ ເໝືອນຢ່າງທີ່ພະເຢຊູຄິດໄດ້ມີ, ພະອົງມີສະພາບພະ ເຈົ້າແຕ່ໃດໆມາ ແຕ່ພະອົງບໍ່ຄິດວ່າ ໂດຍກໍາລັງຂອງພະອົງສາມາດທີ່ຈະກາຍເປັນຜູ້ເທົ່າ ທຽມກັບພະເຈົ້າ. ແຕ່ກັບເຕັມໃຈທີ່ຈະສະລະທຸກສິ່ງທີ່ຊົງມີ ແລະຮັບເອົາສະພາບຜູ້ຮັບໃຊ້ ພະອົງໄດ້ກາຍເປັນດັ່ງມະນຸດ ແລະປະກົດຕົວໃນສະພາບມະນຸດ.』
‘ພະເຢຊູຊົງມີສະພາບພະເຈົ້າແຕ່ໃດໆມາ’ ກໍ່ຍ້ອນວ່າ ພະເຈົ້າຊົງສະເດັດມາດ້ວຍສະ
ພາບທີ່ເປັນມະນຸດ. ຊື່ຂອງພະອົງທີ່ໄດ້ຊົງສະເດັດລົງດ້ວຍສະພາບເປັນມະນຸດແມ່ນເຢຊູ.
ເຫດສະນັ້ນ, ພະເຈົ້າພະເຢໂຮວາກັບພະເຢຊູໃນພັນທະສັນຍາໃໝ່ເປັນພະເຈົ້າອົງດຽວກັນ
ດັ່ງນັ້ນ, ອັກຄະທູດໂປໂລໄດ້ອະທິບາຍວ່າ ພະເຢຊູຊົງມີສະພາບຂອງພະເຈົ້າໃດໆມາ. ແລະໃນພະຄໍາໂລມກໍ່ໄດ້ມີບັນທຶກເອົາໄວ້ວ່າ
ລມ 9:5 『ພວກເຂົາໄດ້ສືບເຊື້ອສາຍມາຈາກພວກຜູ້ນໍາຊາວເຮັບເລີຄົນສໍາຄັນ; ແລະພະຄິດ ກໍ່ໄດ້ເກີດເປັນມະນຸດໃນເຊື້ອຊາດຂອງພວກເຂົາ ຂໍໃຫ້ພະເຈົ້າຜູ້ປົກຄອງເໜືອສັບພະສິ່ງ ຈົ່ງໄດ້ຮັບຄໍາຍົກຍໍສັນລະເສີນຕະຫຼອດໄປເປັນນິດເຖີດ.』
ໂດຍທົ່ວໄປແລ້ວໃນພະຄໍາພີ ຄວາມໝາຍຂອງພະເຈົ້າ ໄດ້ຊີ້ໃຫ້ເຫັນເຖິງພະເຢໂຮວາ. ແຕ່ເຖິງຢ່າງໃດກໍ່ຕາມ, ໃນພະຄໍາພີໄດ້ເອີ້ນພະເຢຊູວ່າ ‘ຂໍໃຫ້ພະເຈົ້າຜູ້ປົກຄອງເໜືອທຸກ ສັບພະສິ່ງ ຈົ່ງໄດ້ຮັບຄໍາຍົກຍໍສັນລະເສີນຕະຫຼອດໄປເປັນນິດເຖີດ’ ເພາະສະນັ້ນ, ຈຶ່ງເປັນ
ທີ່ຈະແຈ້ງແລ້ວວ່າ ພະເຢໂຮວາຄືພະເຈົ້າໃນສະໄໝພະບິດາ ກໍ່ແມ່ນພະເຢຊູໃນສະໄໝພະ ບຸດບໍ່ແມ່ນບໍ? ແຕ່ມີບາງຄົນທີ່ໄດ້ເຂົ້າໃຈພຽງແຕ່ບາງຕອນຂອງພະຄໍາພີ ອາດຈະຄິດວ່າ
ພະເຢໂຮວາ ແລະພະເຢຊູບໍ່ແມ່ນພະເຈົ້າອົງດຽວກັນ ແຕ່ວ່າໃນສຸດທ້າຍແລ້ວສອງພະອົງ ຄື ພະເຈົ້າອົງດຽວກັນ.
ຢຮ 17:3 『ນີ້ແມ່ນຊີວິດອັນຕະຫຼອດໄປເປັນນິດ ຄືທີ່ພວກເຂົາຮູ້ຈັກພະອົງຜູ້ເປັນພະເຈົ້າ ທ່ຽງແທ້ແຕ່ອົງດຽວ ແລະຮູ້ຈັກພະເຢຊູຄິດຜູ້ທີ່ພະອົງໄດ້ໃຊ້ມາ.』
ໃນຂໍ້ພະຄໍາຂ້າງເທິງ ເບິ່ງຄືວ່າມີພະເຈົ້າອົງອື່ນອີກຕ່າງຫາກຈາກພະເຈົ້າທີ່ແທ້ຈິງ ແລະ
ພະເຢຊູຊົງເປັນຜູ້ຕ່າງຫາກ ຄືຜູ້ທີ່ພະອົງໄດ້ໃຊ້ມາ ແຕ່ແທ້ຈິງແລ້ວພະຄໍາພີພິຍານໃຫ້ວ່າ ພະເຢຊູຊົງເປັນພະເຈົ້າອົງທ່ຽງແທ້.
1ຢຮ 5:20 『ພວກເຮົາຮູ້ວ່າພະບຸດຂອງພະເຈົ້າໄດ້ມາ ແລະໄດ້ໃຫ້ຄວາມເຂົ້າໃຈແກ່ພວກເຮົາເພື່ອໃຫ້ພວກເຮົາຮູ້ພະເຈົ້າອົງທ່ຽງແທ້ ພວກເຮົາມີຊີວິດຢູ່ໃນການຮ່ວມເຂົ້າກັບພະເຈົ້າອົງທ່ຽງ ແທ້ຄື: ໃນການຮ່ວມເຂົ້າກັບພະເຢຊູຄິດພະບຸດຂອງພະອົງ ນີ້ແຫຼະແມ່ນພະເຈົ້າອົງທ່ຽງແທ້ ແລະທັງເປັນຊີວິດອັນຕະຫຼອດໄປເປັນນິດ』
ຂໍ້ຄວາມນີ້ໄດ້ສັ່ງສອນພວກເຮົາຢ່າງຈະແຈ້ງວ່າ ພະເຢຊູຊົງເປັນພະເຈົ້າອົງທ່ຽງແທ້ແລະ ເປັນຕົ້ນກຳເນີດແຫ່ງຊີວິດອັນຕະຫລອດໄປເປັນນິດ. ແລະອັກຄະທູດໂຢຮັນໄດ້ບອກພວກເຮົາວ່າ ພະເຢຊູຊົງເປັນຜູ້ສ້າງທຸກສັບພະສິ່ງທັງປວງ.
ຢຮ 1:1-14 『ເມື່ອຕັ້ງຕົ້ນນັ້ນ ພະຄໍາໄດ້ເປັນຢູ່ກ່ອນແລ້ວ; ພະຄໍາໄດ້ຢູ່ກັບພະເຈົ້າ ແລະ
ພະຄໍານັ້ນແຫຼະເປັນພະເຈົ້າ… ໂດຍທາງພະຄໍາ ພະເຈົ້າໄດ້ເຮັດໃຫ້ທຸກສິ່ງເກີດຂຶ້ນມາ, ບໍ່
ມີສິ່ງໃດໃນການເນລະມິດສ້າງທັງໝົດນັ້ນ ໄດ້ຖືກເຮັດໃຫ້ເກີດຂຶ້ນ ໂດຍປາດສະຈາກພະ ຄໍາ…ຜູ້ທີ່ເປັນພະຄໍາໄດ້ສະຖິດຢູ່ໃນໂລກ ພະເຈົ້າໄດ້ເຮັດໃຫ້ໂລກນີ້ເກີດຂຶ້ນໂດຍພະຄໍາແລະເຖິງຢ່າງນັ້ນກໍ່ດີ ໂລກບໍ່ໄດ້ຮັບຮູ້ພະອົງ. ພະອົງໄດ້ມາຍັງບ້າເມືອງຂອງພະອົງເອງ ແຕ່ຄົນໃນບ້ານເມືອງຂອງພະອົງ ບໍ່ໄດ້ຮັບເອົາພະອົງ…』
ພະເຢໂຮວາຊົງເປັນພະເຈົ້າຜູ້ທີ່ໄດ້ຊົງສ້າງທຸກສັບພະສິ່ງທັງປວງ.
ອຊຢ 44:24 『ເຮົາຄືພະຜູ້ເປັນເຈົ້າ ພະຜູ້ຊ່ອຍຂອງເຈົ້າເດີ ແມ່ນເຮົາທີ່ເປັນຜູ້ເນລະມິດ ສ້າງເຈົ້າ ເຮົາຄືພະຜູ້ເປັນເຈົ້າທີ່ສ້າງສັບພະສິ່ງທັງຫຼາຍ ແມ່ນເຮົາແຕ່ຜູ້ດຽວທີ່ໄດ້ກາງຟ້າ ສະຫວັນອອກ ເມື່ອເຮົາໄດ້ເນລະມິດສ້າງແຜ່ນດິນໂລກຂຶ້ນມາ ບໍ່ມີຜູ້ໃດເລີຍທີ່ໄດ້ຊ່ອຍ ເຫຼືອເຮົາຈັກດີ້.』
ໃນທີ່ນີ້ໄດ້ມີບັນທຶກເອົາໄວ້ວ່າ ພະເຈົ້າພະເຢໂຮວາຊົງໄດ້ກາງຟ້າສະຫວັນອອກ ໂດຍທີ່ບໍ່
ມີຜູ້ໃດເລີຍທີ່ໄດ້ຊ່ອຍເຮົາຈັກດີ້ ແລະໄດ້ຊົງເນລະມິດສ້າງແຜ່ນດິນໂລກ. ແລະໃນໂຢຮັນບົດ ທີ 1 ຂໍ້ທີ 1 ໄດ້ບັນທຶກໄວ້ວ່າ ພະເຈົ້າຊົງສ້າງສັບພະສິ່ງທັງປວງໂດຍ“ພະຄຳ” ພະເຈົ້າໃນ
ທີ່ນີ້ໝາຍເຖິງພະເຢໂຮວາ. ເຊັ່ນດຽວກັນ, ພະຄໍາພີກໍ່ໄດ້ຂຽນວ່າ ພະຄໍາໄດ້ກາຍເປັນມະນຸດ
ແລະອາໄສຢູ່ທ່າມກາງພວກເຮົາ ໝາຍຄວາມວ່າ ພະເຈົ້າພະຜູ້ສ້າງແຜ່ນດິນໂລກ ໄດ້ຊົງ ສວມຊຸດເປັນມະນຸດ ແລະຊົງສະຖິດຢູ່ທ່າມກາງກັບພວກເຮົາ ແລະຜູ້ນັ້ນແມ່ນ ພະເຢຊູ.
ຢຮ 1:14 『ພະຄໍາໄດ້ກາຍເປັນມະນຸດ ບໍລິບຸນດ້ວຍພະຄຸນແລະຄວາມຈິງ ແລະອາໄສຢູ່ ທ່າມກາງພວກເຮົາ, ພວກເຮົາໄດ້ເຫັນສະຫງ່າລາສີຂອງພະອົງ ຄືສະຫງ່າລາສີທີ່ພະອົງ ໄດ້ຮັບໃນຖານະທີ່ເປັນພະບຸດອົງດຽວຂອງພະບິດາ.』
ເພາະສະນັ້ນ, ພະເຢໂຮວາໄດ້ຊົງສະເດັດລົງມາເກີດເປັນມະນຸດເທິງແຜ່ນດິນໂລກໂດຍ ໃຊ້ນາມວ່າ “ເຢຊູ” ດັ່ງນັ້ນ, ພະເຢໂຮວາກໍ່ຄືພະເຢຊູ. ແລະໃນພະນິມິດກໍ່ໄດ້ຂຽນໄວ້ວ່າ.
ພນ 1:8 『ພະຜູ້ເປັນເຈົ້າ(ພະເຢໂຮວາ)ອົງຊົງລິດອໍານາດຍິ່ງໃຫຍ່ ຜູ້ທີ່ດໍາລົງຢູ່, ຜູ້ທີ່ໄດ້ ດໍາລົງຢູ່ ແລະຜູ້ທີ່ຈະມາປະກົດ ພະອົງກ່າວວ່າ “ເຮົາຄືອາລະຟາແລະໂອເມຄາ”』(ອຊຢ 44:6)
ພນ 22:13 『ເຮົາ(ພະເຢຊູ)ຄື ອາລະຟາແລະໂອເມຄາ ເປັນຜູ້ກົກແລະຜູ້ສຸດທ້າຍ ເປັນ ເບື້ອງຕົ້ນແລະເບື້ອງປາຍ.』
ໃນພະຄໍາພີໄດ້ຂຽນໄວ້ວ່າ ພະເຢໂຮວາກໍ່ຊົງເປັນ ອາລະຟາແລະໂອເມຄາ(ຄວາມໝາຍ
ວ່າ ເປັນເບື້ອງຕົ້ນແລະເບື້ອງປາຍ) ແລະພະເຢຊູກໍ່ຊົງເປັນອາລະຟາແລະໂອເມຄາຄື
ເບື້ອງຕົ້ນແລະເບື້ອງປາຍ ຖ້າຫາກວ່າພະເຈົ້າເປັນອົງທີ່ແຕກຕ່າງກັນ ຄືບໍ່ໄດ້ເປັນພະເຈົ້າ ອົງດຽວກັນ, ໃນພະອົງທັງສອງນັ້ນ ພະອົງໜຶ່ງຕ້ອງຊົງເປັນເບື້ອງຕົ້ນ ແຕ່ວ່າທັງສອງພະ ອົງໄດ້ຊົງກ່າວໄວ້ຄືກັນວ່າ,『ເຮົາເປັນເບື້ອງຕົ້ນແລະເບື້ອງປາຍ』ດັ່ງນັ້ນ, ນີ້ແມ່ນຄຳພິ ຍານວ່າ ພະເຢໂຮວາແລະພະເຢຊູເປັນອົງດຽວກັນ ບໍ່ແມ່ນບໍ? ໃນກໍລະນີຕົວຢ່າງສຳລັບ
ຮ່າງກາຍນັ້ນ ລູກຊາຍບໍ່ສາມາດເປັນເບື້ອງຕົ້ນກ່ອນພໍ່ໄດ້, ພໍ່ກັບລູກເປັນເບື້ອງຕົ້ນນຳກັນ ໄດ້ຢ່າງໃດ? ຖ້າມີຄວາມກ່ຽວພັນທີ່ແຕກຕ່າງກັນດັ່ງພໍ່ກັບລູກ ເບື້ອງຕົ້ນແລະເບື້ອງປາຍ
ເປັນອັນດຽວກັນໄດ້ບໍ? ເຫດສະນັ້ນ, ຈຶ່ງເປັນທີ່ຈະແຈ້ງແລ້ວວ່າ ພະເຢໂຮວາກັບພະເຢຊູກໍ່ຊົງເປັນອົງດຽວກັນ.
ໃນຂໍ້ຄວາມຕອນອື່ນຂອງພະຄໍາພີກໍ່ເຊັ່ນດຽວກັນ ໄດ້ເປັນພິຍານຫຼັກຖານວ່າ ພະເຢໂຮ ວາກໍ່ຄື ພະເຢຊູຄິດ.
1ຕທ 6:15-16 『ໃນເວລາທີ່ໄດ້ກໍານົດໄວ້ ການມາປະກົດນັ້ນ ຈະຖືກດໍາເນີນການໂດຍ ພະເຈົ້າຜູ້ຄອງສຸກແລະຜູ້ປົກຄອງທີ່ຊົງລິດອໍານາດໃຫຍ່ຍິ່ງແຕ່ອົງດຽວ ຜູ້ເປັນຈອມກະສັດແລະຈອມເຈົ້ານາຍທັງຫຼາຍ ພະອົງຜູ້ດຽວຕາຍບໍ່ເປັນ; ພະອົງຢູ່ໃນຄວາມສະຫວ່າງເຊິ່ງບໍ່ມີຜູ້ໃດເຂົ້າໄປເຖິງໄດ້ ບໍ່ມີຜູ້ໃດເຄີຍໄດ້ເຫັນພະອົງ ແລະບໍ່ມີຜູ້ໃດເຫັນພະອົງໄດ້ຈັກເທື່ອ
ກຽດສັກສີ ແລະລິດທະນຸພາບອັນຖາວອນ ຈົ່ງມີແກ່ພະອົງສືບໄປເທີ້ນ!』
ພະເຢໂຮວາພະ ເຈົ້າອົງຊົງລິດທານຸພາບອັນຖາວອນໄດ້ຊົງສະແດງໃຫ້ພວກເຮົາຮູ້ວ່າ ພະອົງຜູ້ທີ່ມະນຸດຍັງ ບໍ່ເຄີຍເຫັນແລະບໍ່ມີຜູ້ໃດເຫັນ ຜູ້ນັ້ນແມ່ນພະເຢໂຮວາ. ແລະພະເຈົ້າອົງນັ້ນເອີ້ນວ່າ ຜູ້ເປັນ
ຈອມກະສັດແລະຈອມເຈົ້ານາຍ.
ແຕ່ວ່າອັກຄະທູດໂຢຮັນກໍ່ໄດ້ເອີ້ນພະເຢຊູຄິດວ່າ,『ພະອົງເປັນຈອມເຈົ້ານາຍແລະຈອມ ກະສັດ』ເຊັ່ນດຽວກັນ.
ພນ 17:14 『ພວກເຂົາຈະຕໍ່ສູ້ກັບລູກແກະພະເຈົ້າ(ພະເຢຊູ); ແຕ່ລູກແກະພະເຈົ້າຮ່ວມ ກັບພວກທີ່ໄດ້ຖືກເອີ້ນເອົາ, ຖືກເລືອກໄວ້, ແລະພວກຕິດຕາມທີ່ສັດຊື່ຂອງພະອົງຈະຜາບແພ້ພວກເຂົາ; ເພາະວ່າພະອົງເປັນຈອມເຈົ້ານາຍແລະຈອມກະສັດ.』
ເພາະສະນັ້ນ, ກໍ່ເປັນທີ່ຈະແຈ້ງແລ້ວວ່າ ພະເຢໂຮວາກໍ່ຄືພະເຢຊູ. ແລະຜູ້ປະກາດພະ ຄໍາເຢເລມີຢາ ກໍ່ໄດ້ທໍານວາຍເອົາໄວ້ວ່າ ພະເຢໂຮວາຈະຕັ້ງຄໍາໝັ້ນສັນຍາໃໝ່.
ຢລມ 31:31 『ພະຜູ້ເປັນເຈົ້າກ່າວວ່າ, “ເມື່ອເວລານັ້ນມາເຖິງ ເຮົາຈະເຮັດຄໍາໝັ້ນສັນຍາ ໃໝ່ກັບປະຊາຊົນອິດສະລາເອນ ແລະກັບປະຊາຊົນຢູດາ”』
ແຕ່ວ່າ ພະເຢຊູໄດ້ຊົງຕັ້ງຄໍາໝັ້ນສັນຍາໃໝ່ຂຶ້ນ.
ລກ 22:20 『ເມື່ອກິນເຂົ້າແລ້ວພະອົງກໍ່ຈັບເອົາຈອກຂຶ້ນມາ ແລະເຮັດຢ່າງດຽວກັນໂດຍ ກ່າວວ່າ, “ຈອກນີ້ເປັນຄໍາໝັ້ນສັນຍາໃໝ່ຂອງພະເຈົ້າ ເຊິ່ງໃຊ້ເລືອດຂອງເຮົາປະທັບຕາຄື ເລືອດທີ່ຫຼັ່ງໄຫຼເພື່ອທ່ານທັງຫຼາຍ”』
ໃນທີ່ນີ້ສະຫຼຸບໄດ້ວ່າ ພະເຢໂຮວາຜູ້ເປັນພະເຈົ້າພະບິດາ ແລະພະເຢຊູຜູ້ເປັນພະເຈົ້າພະ ບຸດເປັນອົງດຽວກັນ ເຖິງແມ່ນວ່າໄດ້ປະກົດໃນຮູບລັກສະນະທີ່ແຕກຕ່າງກັນ, ຊື່ທີ່ແຕກ
ຕ່າງກັນ, ສະໄໝທີ່ແຕກຕ່າງກັນກໍ່ຕາມ ພະເຈົ້າພະເຢໂຮວາກັບພະເຢຊູ ຕົ້ນກຳເນີດແລ້ວ
ຊົງເປັນພະເຈົ້າອົງດຽວກັນເໝືອນດັ່ງນໍ້າ, ນໍ້າກ້ອນ, ອາຍນໍ້າ ທີ່ມີຕົ້ນກຳເນີດເປັນອັນດຽວ ກັນ.
2. ຈົ່ງຢືນຢັນວ່າ ພະບິດາພະເຢໂຮວາ = ພະວິນຍານບໍລິສຸດ.
ຢູ່ໃນພະຄໍາພີ ຄຳເວົ້າຂອງພະວິນຍານບໍລິສຸດໄດ້ບັນທຶກໄວ້ຫຼາຍບ່ອນ ຖ້າດັ່ງນັ້ນ, ພະ ວິນຍານບໍລິສຸດແມ່ນຫຍັງ? ໂດຍຕາມຕົວອັກສອນແລ້ວໝາຍເຖິງ‘ວິນຍານທີ່ບໍລິສຸດ’ ໃນ
ພະຄໍາພີຂຽນວ່າ ພະເຈົ້າຊົງເປັນຜູ້ທີ່ສະຖິດຢູ່ເປັນວິນຍານ. ດັ່ງນັ້ນ, ວິນຍານຂອງພະເຈົ້າ ກໍ່ບໍລິສຸດ ເຫດສະນັ້ນ, ພວກເຮົາເອີ້ນວິນຍານຂອງພະເຈົ້າວ່າ ເປັນວິນຍານທີ່ສັກສິດ ລວມຄວາມແລ້ວແມ່ນ ພະວິນຍານບໍລິສຸດ.
ຢຮ 4:24 『ພະເຈົ້າເປັນວິນຍານ ແລະຜູ້ທີ່ນະມັດສະການພະອົງຕ້ອງນະມັດສະການ ດ້ວຍຈິດວິນຍານແລະຄວາມຈິງ.』
ອັກຄະທູດໂປໂລໄດ້ບັນທຶກໄວ້ຢ່າງລະອຽດ ໃນຈົດໝາຍທີ່ສົ່ງເຖິງເມືອງໂກລິນໂທວ່າ ພະເຈົ້າຊົງເປັນພະວິນຍານບໍລິສຸດ.
1ກທ 2:10-11 『ແຕ່ວ່າແມ່ນສໍາລັບພວກເຮົາທີ່ພະເຈົ້າໄດ້ເປີດເຜີຍຄວາມເລິກລັບຂອງ
ພະອົງໂດຍທາງພະວິນຍານ. ແທ້ຈິງແລ້ວພະວິນຍານຢັ່ງຮູ້ທຸກສິ່ງ ແມ່ນແຕ່ແຜນການ
ອັນເລິກລັບທີ່ພະເຈົ້າໄດ້ເຊື່ອງໄວ້ແມ່ນຈິດວິນຍານພາຍໃນມະນຸດເອງເທົ່ານັ້ນ ທີ່ຮູ້ທຸກສິ່ງ ກ່ຽວກັບມະນຸດຜູ້ນັ້ນ ໃນທໍານອງດຽວກັນແມ່ນພະວິນຍານຂອງພະເຈົ້າເອງເທົ່ານັ້ນ ທີ່ຮູ້ ທຸກສິ່ງກ່ຽວກັບພະເຈົ້າ.』
ພະວິນຍານບໍລິສຸດຊົງຢັ່ງຮູ້ທຸກສິ່ງ ແມ່ນກະທັ້ງຄວາມເລິກລັບຂອງພະເຈົ້າໄດ້ ຖ້າພະ ວິນຍານບໍລິສຸດກັບ ວິນຍານຂອງພະເຈົ້າແຕກຕ່າງກັນ ທັງໝົດນີ້ຈະຮູ້ຈັກໄດ້ຢ່າງໃດ? ໝາຍຄວາມວ່າ ຄວາມເລິກລັບຂອງພະເຈົ້ານັ້ນ ພຽງແຕ່ພະວິນຍານບໍລິສຸດຜູ້ເປັນວິນຍານ
ຂອງພະເຈົ້າສາມາດຮູ້ຈັກໄດ້. ດ້ວຍວ່າພວກເຮົາສາມາດຮູ້ຈັກໄດ້ວ່າ ພະເຈົ້າ ກັບພະວິນ ຍານບໍລີສຸດເປັນອັນໜຶ່ງອັນດຽວກັນ. ແລະຍັງມີຂໍ້ຄວາມອຶ່ນໆອີກ.
2ຕທ 3:16 『 ພະຄໍາພີທຸກຕອນໄດ້ຮັບການດົນໃຈຈາກພະເຈົ້າ 』
2ປຕ 1:20-21 『ກ່ອນອື່ນໃດພວກທ່ານຕ້ອງເຂົ້າໃຈໃນຂໍ້ຄວາມນີ້ຄື:ບໍ່ມີໃຜຕີຄວາມໝາຍ
ໄດ້ດ້ວຍຕົນເອງ ຄໍາທໍານວາຍທີ່ມີບັນຈຸໄວ້ໃນພະຄໍາພີ. ດ້ວຍວ່າບໍ່ມີຄໍາທໍານວາຍໃດທີ່ມາ ຈາກຄວາມປະສົງຂອງມະນຸດ; ແຕ່ມະນຸດໄດ້ກ່າວຖ້ອຍຄໍາທີ່ມາຈາກພະເຈົ້າ ຕາມພະວິນ ຍານບໍລິສຸດດົນໃຈ.』
ພະຄຳພີໄດ້ອະທິບາຍວ່າ『ພະຄໍາພີທຸກຕອນ ໄດ້ຮັບການດົນໃຈຈາກພະເຈົ້າ』ຫຼືວ່າ
『ຖ້ອຍຄໍາທີ່ມາຈາກພະເຈົ້າຕາມພະວິນຍານບໍລິສຸດດົນໃຈ.』 ກໍ່ຍ້ອນວ່າ ພະເຈົ້າພະເຢ
ໂຮວາຊົງເປັນພະວິນຍານບໍລິສຸດ.
ພະຄໍາພີ = ປຶ້ມທີ່ຖືກຂຽນໂດຍໄດ້ຮັບການດົນໃຈຈາກພະເຈົ້າ.
ພະຄໍາພີ = ປຶ້ມທີ່ຖືກຂຽນຕາມພະວິນຍານບໍລິສຸດດົນໃຈ.
ດັ່ງນັ້ນ, ພະວິນຍານບໍລິສຸດ = ພະບິດາພະເຢໂຮວາ.
3. ຈົ່ງຢືນຢັນວ່າ ພະເຢຊູ = ພະວິນຍານບໍລິສຸດ.
ອັກຄະທູດໂປໂລໄດ້ບັນທຶກໄວ້ໃນພະຄໍາໂລມ ດັ່ງຕໍ່ໄປນີ້ວ່າ
ລມ 8:26 『ໃນທໍານອງດຽວກັນນັ້ນແຫຼະ ພະວິນຍານກໍ່ຊ່ອຍຊູເມື່ອພວກເຮົາອ່ອນກຳລັງ. ເພາະພວກເຮົາບໍ່ຮູ້ວ່າພວກເຮົາຄວນອ້ອນວອນຂໍຢ່າງໃດ; ພະວິນຍານເອງວິງວອນຂໍກັບພະເຈົ້າແທນພວກເຮົາດ້ວຍຄໍາໂອ່ຍຄາງທີ່ຫາຄໍາອະທິບາຍບໍ່ໄດ້.』
ລມ 8:34 『ຄັນຊັ້ນໃຜຈະກ່າວໂທດພວກເຂົາ? ບໍ່ມີໃຜ ເພາະພະເຢຊູຄິດແມ່ນຜູ້ທີ່ໄດ້ ຕາຍ ແລະຍິ່ງກ່ວານັ້ນອີກ ພະອົງໄດ້ເປັນຄືນມາຈາກຕາຍແລ້ວ ແລະນັ່ງຢູ່ກໍ້າຂວາຂອງ ພະເຈົ້າ. ພະອົງວິງວອນຂໍກັບພະເຈົ້າເພື່ອພວກເຮົາ!』
ໃນຂໍ້ຄວາມຂ້າງເທິງນັ້ນໄດ້ບັນທຶກໄວ້ວ່າ, ພະວິນຍານບໍລິສຸດວິງວອນຂໍແທນພວກເຮົາ
ແຕ່ໃນສຸດທ້າຍໄດ້ອະທິບາຍວ່າ ພະເຢຊູໄດ້ວິງວອນຂໍແທນພວກເຮົາ. ນີ້ກໍ່ຍ້ອນວ່າພະວິນ ຍານບໍລິສຸດກັບພະເຢຊູເປັນອົງດຽວກັນ ດັ່ງນັ້ນ, ສະແດງໃຫ້ເຫັນວ່າເປັນພະວິນຍານບໍລິ ສຸດ ຫຼືພະເຢຊູ.
ແລະພະເຢຊູຍັງຊົງໄດ້ຖືກເອີ້ນວ່າ, “ທະນາຍຄວາມ” ເພາະວ່າຊົງກ່າວແກ້ຄຳຟ້ອງ ຄວາມຜິດບາບ ແລະຄວາມຊົ່ວຮ້າຍທັງໝົດທີ່ພວກເຮົາໄດ້ເຮັດ.
1ຢຮ 2:1 『ແຕ່ຖ້າຜູ້ໃດຜູ້ໜຶ່ງເຮັດບາບ ພວກເຮົາກໍ່ມີທະນາຍຄວາມຄືພະເຢຊູຄິດຜູ້ຊອບທໍາ ກ່າວແກ້ຄໍາຟ້ອງນໍາພະບິດາເພື່ອພວກເຮົາ.』
ໃນທີ່ນີ້ຄໍາວ່າ “ທະນາຍຄວາມ” ໝາຍເຖິງ “ຊ່ວຍ” ເຊິ່ງແປມາຈາກພາສາເກຼັກວ່າ “ພາ
ຣາຄຼີອີໂຕສ໌” ແລະໃນພະຄໍາໂຢຮັນໄດ້ແປໄວ້ແລ້ວວ່າ ‘ພະຜູ້ຊ່ວຍ’. ດັ່ງນັ້ນທະນາຍຄວາມ
ແລະພະຜູ້ຊ່ວຍກໍ່ຄື ພະວິນຍານບໍລິສຸດ. ເຫດສະນັ້ນຈຶ່ງເອີ້ນພະເຢຊູວ່າ ພະຜູ້ຊ່ວຍ.
ແຕ່ວ່າພະເຢຊູຊົງເປັນພິຍານວ່າ ພະວິນຍານບໍລິສຸດຄືພະຜູ້ຊ່ວຍ, ດັ່ງນັ້ນພະເຢຊູຜູ້ເປັນ
ພະຜູ້ຊ່ວຍກັບ ພະວິນຍານບໍລິສຸດຜູ້ເປັນພະຜູ້ຊ່ວຍ ກໍ່ເປັນອົງດຽວກັນຢ່າງແນ່ນອນ.
ຢຮ 14:26 『ແຕ່ພະຜູ້ຊ່ອຍຄືພະວິນຍານບໍລິສຸດ ຜູ້ທີ່ພະບິດາຈະໃຊ້ມາໃນນາມຂອງເຮົາ ຈະສັ່ງສອນພວກທ່ານທຸກສິ່ງ ແລະຈະເຮັດໃຫ້ພວກທ່ານລະນຶກເຖິງທຸກສິ່ງ ເຊິ່ງເຮົາໄດ້
ບອກພວກທ່ານ.』
ຂໍ້ພະຄໍານີ້ໄດ້ບັນທຶກເອົາໄວ້ວ່າ ພະຜູ້ຊ່ວຍ = ພະວິນຍານບໍລິສຸດ ແລະພະຜູ້ຊ່ວຍ = ພະເຢຊູ, ເພາະສະນັ້ນ ຄວາມສໍາພັນຂອງພະເຢຊູ = ພະວິນຍານບໍ ລິສຸດ ໄດ້ສໍາເລັດຢ່າງແນ່ນອນ.
4. ພະວິນຍານບໍລິສຸດເປັນພະເຈົ້າຊົງສວມສະພາບເປັນມະນຸດ
ພະວິນຍານບໍລິສຸດນັ້ນບໍ່ໄດ້ເປັນຄືດັ່ງແຮງລົມ ຫຼືພະລັງງານ ຫຼືຄື້ນໄຟຟ້າ ແຕ່ໃນຄວາມ ເປັນຈິງແລ້ວພະອົງຊົງມີຄວາມຮູ້ສຶກ(ລມ 15:30), ພະອົງຊົງມີຄວາມເສົ້າໝອງ(ອຟ 4: 30), ພະອົງຊົງກ່າວ(ພນ 2:7), ຮ້ອງໂອ່ຍຄາງ(ລມ 8:26), ອະທິຖານ(ລມ 8:26), ຊົງ ເປັນພິຍານ(ຢຮ 15:26), ຊົງສັ່ງສອນ(ຢຮ 14:26), ຊົງກ່າວສັ່ງ(ກຈ 8:29), ຊົງປະຕິ ເສດ(ກຈ 16:6-7) ແລະຖືກໝິ່ນປະໝາດ(ມທ 12:31-32), ຊົງຄິດ(ລມ 8:27) ໝາຍ ເຖິງ ເປັນສະພາບຂອງມະນຸດຢ່າງແນ່ນອນ.
ຢຮ 14:26 『ແຕ່ພະຜູ້ຊ່ອຍຄືພະວິນຍານບໍລິສຸດ ຜູ້ທີ່ພະບິດາຈະໃຊ້ມາໃນນາມຂອງເຮົາ ຈະສັ່ງສອນພວກທ່ານທຸກສິ່ງ ແລະຈະເຮັດໃຫ້ພວກທ່ານລະນຶກເຖິງ ທຸກສິ່ງເຊິ່ງເຮົາໄດ້
ບອກພວກທ່ານ.』
ໃນທີ່ນີ້, ພະຜູ້ຊ່ອຍຄືພະວິນຍານບໍລິສຸດໄດ້ຊົງຖືກເອີ້ນວ່າ “ຜູ້” ເຊິ່ງ ເປັນຄໍາແທນນາມ ດັ່ງນັ້ນຈຶ່ງເປັນພິຍານວ່າ ພະວິນຍານບໍລິສຸດຊົງເປັນສະພາບຂອງມະ
ນຸດຢ່າງແນ່ນອນ ດັ່ງຂໍ້ຄວາມຕໍ່ໄປນີ້
ມທ 28:19 『ດັ່ງນັ້ນຈົ່ງອອກໄປທົ່ວໂລກສັ່ງສອນຄົນທຸກຊາດທຸກພາສາ ໃຫ້ເປັນສາວົກ ຂອງເຮົາ ໃຫ້ເຂົາຮັບບັບຕິດສະມາໃນນາມຂອງ ພະບິດາ, ພະບຸດ ແລະພະວິນຍານບໍລິ ສຸດ.』
ຖ້າພະວິນຍານບໍລິສຸດເປັນພະລັງງານ ທີ່ບໍ່ສາມາດເບິ່ງເຫັນໄດ້ດັ່ງ ຄື້ນໄຟຟ້າ ກໍ່ບໍ່ແມ່ນ ສະພາບມະນຸດ ພະວິນຍານບໍລິສຸດໄດ້ຊົງມີນາມໄດ້ບໍ? ພຽງແຕ່ດ້ວຍຄຳເວົ້າທີ່ວ່າ ພະວິນ
ຍານບໍລິສຸດມີນາມ ກໍ່ສາມາດຮູ້ຢ່າງຈະແຈ້ງໄດ້ວ່າ ພະວິນຍານບໍລິສຸດຊົງເປັນສະພາບມະ ນຸດ. ຖ້ອຍຄຳທີ່ວ່າ ຈົ່ງໃຫ້ຮັບບັບຕິດສະມາໃນນາມຂອງ ພະບິດາ, ພະບຸດ, ພະວິນຍານ
ບໍລິສຸດ ໝາຍຄວາມວ່າ ພະເຈົ້າຜູ້ເປັນອົງດຽວ ຈະຊົງສະເດັດມາເພື່ອສຳເລັດພາລະກິດ
ແຫ່ງຄວາມພົ້ນດ້ວຍນາມທີ່ແຕກຕ່າງກັນໃນສາມສະໄໝ ພະບິດາ, ພະບຸດ, ພະວິນຍານ ບໍລິສຸດ ດັ່ງນັ້ນ, ຈົ່ງໃຫ້ຮັບບັບຕິດສະມາດ້ວຍສາມຊື່ທີ່ມີລິດອໍານາດຂອງພະເຈົ້າ ແລະລະ ນຶກດ້ວຍການເອີ້ນຊື່ນັ້ນ.
ເມື່ອພະເຈົ້າໄດ້ຊົງດໍາລົງຢູ່ເປັນພະບິດານັ້ນ ພະອົງໄດ້ຊົງໃຊ້ພະນາມວ່າ ‘ພະເຢໂຮວາ’
ແລະເມື່ອພະເຈົ້າດໍາລົງຢູ່ເປັນພະບຸດນັ້ນ ນາມຂອງພະອົງຄື: ‘ພະເຢຊູ’ ຖ້າດັ່ງນັ້ນ, ເມື່ອ
ພະເຈົ້າໄດ້ຊົງມາປະກົດດ້ວຍລິດທານຸພາບຂອງພະວິນຍານບໍລິສຸດ ພະອົງໄດ້ຊົງໃຊ້ນາມ ວ່າຢ່າງໃດ?
ພະເຈົ້າໄດ້ຊົງສັ່ງແກ່ພວກເຮົາທັງຫຼາຍວ່າ『ໃຫ້ຮັບບັບຕິດສະມາໃນນາມຂອງພະບິດາ,
ພະບຸດ ແລະພະວິນຍານບໍລິສຸດ』ໃນເວລານີ້ພວກເຮົາມີຄວາມຈໍາເປັນທີ່ຈະຕ້ອງເຂົ້າໃຈ ວ່າ ໃນນາມຂອງພະບິດາ ພະເຢໂຮວາ, ພະບຸດ ພະເຢຊູ, ຊື່ຂອງພະວິນຍານບໍລິສຸດ(?) ນັ້ນເປັນພະເຈົ້າສາມພະພາກໃນອົງດຽວກັນ ເຊິ່ງເຮົາຕ້ອງເຂົ້າໃຈຢ່າງຖືກຕ້ອງ ແລະຈົ່ງ ຮັບອວຍພະພອນ ແລະຄວາມເມດຕາຢູ່ໃນພາລະກິດແຫ່ງການຊ່ວຍໃຫ້ພົ້ນທີ່ຍິ່ງໃຫຍ່
ຂອງພະອົງ ເຊິ່ງຈະສຳເລັດສົມບູນໄດ້ ໂດຍຜ່ານພະເຈົ້າສາມພະພາກໃນອົງດຽວກັນ.