ໃນພະຄຳພີ ເຮົາມັກຈະພົບຄຳວ່າ “ຜູ້ສອນປອມ” ຢູ່ເລື້ອຍໆ ແລະຄົນຄິດສະຕຽນກໍ່ມັກ ເວົ້າຄຳນີ້ຫຼາຍ. ຖ້າດັ່ງນັ້ນ, ໃນພະຄຳພີໄດ້ອະທິບາຍທີ່ຊີ້ໃຫ້ເຫັນເຖິງ ຜູ້ສອນປອມນີ້ແມ່ນ ຫຍັງ. ກ່ອນອື່ນ, ພວກເຮົາຈົ່ງມາຊອກຄວາມໝາຍຂອງຜູ້ສອນປອມ. ແລະອັກຄະທູດເປໂຕໄດ້ອະທິບາຍລັກສະນະຂອງຜູ້ສອນປອມດັ່ງນີ້

2ປຕ 2:1-3 『ບັນດາຜູ້ປະກາດພະຄຳປອມໄດ້ເກີດມີຂຶ້ນ ໃນທ່າມກາງປະຊາຊົນແຕ່ປາງ
ກ່ອນສັນໃດ ກໍ່ຈະມີຜູ້ສອນປອມເກີດຂຶ້ນໃນທ່າມກາງພວກທ່ານສັນນັ້ນ. ພວກເຂົາຈະນຳ
ເອົາຄຳສອນບໍ່ຈິງ ແລະເປັນການທຳລາຍມາໃຊ້ ແລະເຂົາຈະປະຕິເສດອົງຜູ້ເປັນເຈົ້ານາຍ
ທີ່ໄດ້ໄຖ່ພວກເຂົາ; ສະນັ້ນແຫຼະພວກເຂົາຈຶ່ງຈະຖືກນຳໄປສູ່ຄວາມຈິບຫາຍທັນທີ. ແຕ່ເຖິງ
ປານນັ້ນ ກໍ່ຍັງຈະມີຫຼາຍຄົນຕິດຕາມທາງອັນຜິດສິນທຳຂອງພວກເຂົາ ຍ້ອນຄວາມປະພຶດ
ຂອງພວກເຂົານັ້ນ ຄົນອື່ນໆກໍ່ຈະກ່າວຄຳຊົ່ວຊ້າຕໍ່ສູ້ທາງແຫ່ງຄວາມຈິງ. ຍ້ອນຄວາມຢາກ
ໄດ້ເງິນ ຜູ້ສອນປອມເຫຼົ່ານີ້ ຈະເອົາປະໂຫຍດຈາກພວກທ່ານໂດຍປັ້ນ ເລື່ອງຂຶ້ນເລົ່າໃຫ້
ພວກທ່ານຟັງ. ບັດນີ້ຜູ້ຕັດສິນຂອງພວກເຂົາຕຽມພ້ອມດຳເນີນການດົນນານແລ້ວ ແລະ ທ່ານຜູ້ທຳລາຍພວກເຂົາ ກໍ່ບໍ່ໄດ້ຫຼັບຢູ່

ຖ້າເບິ່ງລາຍລະອຽດຂອງຂໍ້ຄວາມຂ້າງເທິງ ເຮົາສາມາດໄຈ້ແຍກເຖິງລັກສະນະຂອງຜູ້ ສອນປອມໄດ້ດັ່ງນີ້ຕໍ່ໄປນີ້

① ຜົນສຸດທ້າຍຂອງຜູ້ສອນປອມຄື ຄວາມຈິບຫາຍ.

② ຜູ້ສອນປອມຈະກ່າວຄຳຊົ່ວຊ້າຕໍ່ສູ້ທາງແຫ່ງຄວາມຈິງ.

③ ຜູ້ສອນປອມບໍ່ໄດ້ມີການປະຕິບັດຕາມຖ້ອຍຄຳໃນພະຄຳພີ ແລະສັ່ງສອນດ້ວຍເລື່ອງ ທີ່ໄດ້ປັ້ນແຕ່ງຂຶ້ນມາເອງ.

④ ຜູ້ສອນປອມໄດ້ຕົກຢູ່ໃຕ້ອຳນາດການປົກຄອງຂອງຜູ້ປະກາດພະຄຳປອມຜູ້ທີ່ຕໍ່ສູ້ກັບ ພະເຈົ້າ.

⑤ ຜູ້ສອນປອມບໍ່ສາມາດຮັບຄວາມພົ້ນໄດ້ ເນື່ອງຈາກເຫດຜົນດັ່ງທີ່ໄດ້ກ່າວໄວ້ໃນຂ້າງ ເທິງນັ້ນ.

ດັ່ງນັ້ນ, ຄິດສະຕະຈັກໃດທີ່ເປັນຜູ້ສອນປອມ? ຂໍໃຫ້ເຮົາມາພິຈາລະນາເບິ່ງແບບງ່າຍໆຄືວ່າ ຄິດສະຕະຈັກນັ້ນໄດ້ມີການປະຕິບັດຕາມຖ້ອຍຄຳໃນພະຄຳພີ ຫຼືບໍ່ໄດ້ປະຕິບັດຕາມ ເຮົາຈຶ່ງຈະສາມາດຈຳແນກໄດ້.

1. ຄິດສະຕະຈັກທີ່ບໍ່ປະຕິບັດຕາມມື້ພະ ເປັນຜູ້ສອນປອມ

ເນື່ອງຈາກວ່າ ໃນພະຄຳພີໄດ້ມີບັນທຶກໄວ້ວ່າ ຈົ່ງປະຕິບັດຕາມມື້ພະ ດັ່ງນັ້ນຄິດສະຕະ ຈັກທີ່ບໍ່ປະຕິບັດຕາມມື້ພະ ຈຶ່ງເປັນຜູ້ສອນປອມ. ຫຼັງຈາກທີ່ພະເຈົ້າໄດ້ຊົງສ້າງຟ້າ ແລະ ແຜ່ນດິນໂລກສຳເລັດແລ້ວ ໃນມື້ທີເຈັດພະອົງໄດ້ຊົງຢຸດກິດຈະການທັງສິ້ນແລະຊົງຕັ້ງໄວ້ເປັນມື້ສັກສິດແລະເອີ້ນມື້ນັ້ນວ່າເປັນ ມື້ພະ ທີ່ເປັນມື້ແຫ່ງການລະນຶກເຖິງລິດອຳນາດຂອງ ພະຜູ້ສ້າງ(ປຖກ 2:1-3). ແລະຄຳສັ່ງຂໍ້ທີສີ່ຈາກຄຳສັ່ງຂອງພະເຈົ້າສິບຂໍ້ໄດ້ບັນທຶກໄວ້ວ່າ “ຈົ່ງຖືມື້ພະແລະຍຶດຖືໄວ້ເປັນມື້ສັກສິດ” (ອພຍ 20:8)

ດັ່ງນັ້ນ, ມື້ທີເຈັດຂອງອາທິດແມ່ນວັນຫຍັງ ຕາມລະບຽບການຂອງອາທິດໜຶ່ງໃນປັດຈຸ ບັນນີ້? ມື້ນັ້ນແມ່ນ ວັນເສົາ. ສຳລັບຄວາມຈິງກ່ຽວກັບເລື່ອງນີ້ ບໍ່ແມ່ນມີພຽງແຕ່ໃນພະຄຳພີເທົ່ານັ້ນທີ່ໄດ້ພິຍານໄວ້ ແຕ່ໂບດກາໂຕລິກທີ່ໄດ້ນະມັດສະການວັນອາທິດ ໄດ້ຍອມຮັບ ໃນຄວາມຈິງເລື່ອງນີ້ເຊັ່ນກັນ ດັ່ງຂໍ້ຄວາມດັ່ງລຸ່ມນີ້

ຂໍໃຫ້ພວກເຮົາເບິ່ງກ່ຽວກັບໜ້າທີ່ໃນການນະມັດສະການພະເຈົ້າໃນວັນອາທິດ. ນີ້ເປັນໜ້າທີ່ສຳຄັນທີ່ສຸດຢ່າງໜຶ່ງສຳລັບຄົນຄິດສະຕຽນ ແຕ່ເມື່ອພິຈາລະນາເບິ່ງໃນພະຄຳພີ ເຮົາບໍ່ພົບຂໍ້ຄວາມຢ່າງນັ້ນແມ່ນແຕ່ຂໍ້ດຽວ. ມື້ນະມັດສະການພະເຈົ້າໃນພະຄຳພີແມ່ນວັນເສົາ ບໍ່ແມ່ນວັນອາທິດ

ດັ່ງນັ້ນ, ໂບດກາໂຕລິກໄດ້ຍອມຮັບວ່າ ມື້ພະທີ່ມີຂຽນໄວ້ໃນພະຄຳພີແມ່ນວັນເສົາ. ແຕ່ ວ່າໃນປັດຈຸບັນນີ້, ຄິດສະຕະຈັກສ່ວນຫຼາຍປະຕິບັດຕາມວັນອາທິດ ກໍ່ຍ້ອນວ່າ ພະບັນຍັດໄດ້ຖືກປ່ຽນແປງໂດຍໂບດກາໂຕລິກ.

ແລະໃນປຶ້ມ『ປະຫວັດສາດຂອງຄິດສະຕະຈັກ』ໄດ້ຂຽນກ່ຽວກັບຕົ້ນກຳເນີດຂອງການ

ປ່ຽນແປງມື້ພະ ດັ່ງຕໍ່ໄປນີ້.

ໃນນະໂຍບາຍນີ້ ມີເນື້ອຄວາມສຳຄັນທີ່ສຸດຄື ໃນປີ ຄ.ສ 321 ໄດ້ຕັ້ງກົດໝາຍກຳນົດ ໃຫ້ວັນອາທິດ ເປັນວັນນະມັດສະການ. ແຕ່ວ່າມື້ນັ້ນ(ວັນອາທິດ)ບໍ່ໄດ້ມີຊື່ເອີ້ນສະເພາະສຳລັບສາດສະໜາຄິດ ພຽງແຕ່ເອີ້ນວ່າເປັນມື້ສັກສິດເທົ່ານັ້ນ ກ່ຽວກັບ ຂໍ້ນີ້ສາດສະໜາອື່ນໆ ທັງໝົດກໍ່ເຫັນດີນຳ.

ເມື່ອພິຈາລະນາຈາກຂໍ້ຄວາມຂ້າງເທິງ ມື້ພະ(ວັນເສົາ) ເປັນພະບັນຍັດຂອງພະເຈົ້າທີ່ພະ ເຈົ້າຊົງກຳນົດໄວ້, ການນະມັດສະການໃນວັນອາທິດນັ້ນ ເປັນມື້ແຫ່ງການຂາບໄຫວ້ແກ່ພະ ຕາເວັນຂອງຊາວຕ່າງດ້າວ ທີ່ບໍ່ມີຫຼັກຖານຢູ່ໃນພະຄຳພີເລີຍ, ແຕ່ເປັນກົດໝາຍທີ່ຖືກຕັ້ງຂຶ້ນ
ມາ ໂດຍບັງຄັບດ້ວຍຄອນສະແຕນຕິນ ຜູ້ເປັນກະສັດໂລມ ໝາຍຄວາມວ່າເປັນບັນຍັດຂອງ ມະນຸດ.

ດັ່ງນັ້ນ, ຂໍໃຫ້ພວກເຮົາມາພິຈາລະນາເບິ່ງວ່າ ພະເຢຊູໄດ້ຊົງນະມັດສະການໃນວັນຫຍັງ ແລະໃນວັນນະມັດສະການນັ້ນ ພະອົງໄດ້ຊົງເຮັດຫຍັງໂດຍຜ່ານຊີວິດຂອງພະອົງ.

ລກ 4:16 『ແລ້ວພະເຢຊູກໍ່ໄປຍັງນາສາເຫຼັດ ເມືອງທີ່ພະອົງໄດ້ຈະເລີນເຕີບໂຕໃຫຍ່ຂຶ້ນ
ນັ້ນ ແລະໃນມື້ພະພະອົງໄດ້ໄປ ຍັງສາລາທຳຕາມທຳນຽມ ພະອົງຢືນຂຶ້ນເພື່ອຈະອ່ານພະ ຄຳພີ.

ພະເຢຊູໄດ້ຊົງກ່າວໄວ້ວ່າ ນະມັດສະການມື້ພະເປັນທຳນຽມຂອງຕົນ ແລະໃນມື້ພະ ພະ
ອົງໄດ້ຊົງສັ່ງສອນພະຄຳພີຢູ່ໃນສາລາທຳ ດັ່ງນັ້ນຖ້າພວກເຮົາບໍ່ຕິດຕາມທາງຂອງພະຄິດ
ພວກເຮົາອ້າງວ່າ ເຊື່ອພະເຢຊູໄດ້ຢ່າງໃດ? ການກະທຳທັງໝົດ ເປັນແບບຢ່າງແກ່ພວກ ເຮົາ.

ຢຮ 13:15 『ດ້ວຍວ່າເຮົາໄດ້ວາງແບບຢ່າງໄວ້ໃຫ້ພວກທ່ານແລ້ວ ເພື່ອໃຫ້ພວກທ່ານ  ເຮັດດັ່ງທີ່ເຮົາໄດ້ເຮັດແກ່ພວກທ່ານນັ້ນ

ພະເຢຊູໄດ້ຊົງກ່າວວ່າ ເຮົາໄດ້ວາງແບບຢ່າງໄວ້ໃຫ້ພວກທ່ານແລ້ວ ເພື່ອໃຫ້ພວກທ່ານເຮັດດັ່ງທີ່ເຮົາໄດ້ເຮັດ, ໝາຍຄວາມວ່າ ໃຫ້ເອົາເປັນແບບຢ່າງໃນການປະຕິບັດຕາມມື້ພະນັ້ນ ພວກເຮົາກໍ່ຕ້ອງປະຕິບັດຕາມມື້ພະ ບໍ່ແມ່ນບໍ?

• ໃນມື້ທີເຈັດ ຄືມື້ພະ ເປັນເຄື່ອງໝາຍທີ່ສະແດງເຖິງການພັກຜ່ອນອັນຕະຫຼອດໄປ   (ຮລ 4:4)

• ມື້ພະ ເປັນລະບຽບການທີ່ໃຫ້ແກ່ມະນຸດ ເພື່ອໃຫ້ເປັນເຄື່ອງໝາຍສຳຄັນລະຫວ່າງ
ພະເຈົ້າກັບປະຊາຊົນຂອງພະອົງ (ອສກ 20:12)

• ພະເຈົ້າຊົງສັນຍາວ່າ ຜູ້ໃດກໍ່ຕາມທີ່ຍຶດຖືພັນທະສັນຍາຂອງມື້ພະໄວ້ ພະອົງຈະຊົງນຳ ພາລາວມາຍັງ ເຮືອນແຫ່ງການໄຫວ້ວອນຂອງພະອົງ (ອຊຢ 56:6-7)

• ພະເຈົ້າຊົງກ່າວວ່າ ຜູ້ທີ່ຍຶດຖືມື້ພະແລະຜູ້ທີ່ບໍ່ລະເມີດກົດຂອງມື້ພະ ຈະໄດ້ຮັບອວຍພະ ພອນ (ອຊຢ 56:2)

• ພະເຈົ້າຊົງສັນຍາວ່າ ຈະເຮັດໃຫ້ຜູ້ທີ່ຍຶດຖືມື້ພະມີຄວາມຊົມຊື່ນຍິນດີ (ອຊຢ 56:7)

• ແຕ່ພະເຈົ້າຊົງພິຍານໄວ້ແລ້ວວ່າ ຜູ້ທີ່ລະເມີດແລະບໍ່ປະຕິບັດຕາມມື້ພະ ຜູ້ນັ້ນກໍ່ເຮັດສິ່ງທີ່ ຊົ່ວຊ້າ (ອສກ 22:26)

• ພະເຈົ້າຊົງປຽບທຽບໃສ່ຜູ້ທີ່ລະເມີດມື້ພະວ່າ ເປັນດັ່ງໂຕສິງຮ້ອງຄຳລາມ ກັດກິນຈິດວິນ ຍານຂອງມະນຸດ (ອສກ 22:25)

• ພະເຈົ້າຊົງກ່າວວ່າ ຈະຊົງທຳລາຍດ້ວຍໄຟແຫ່ງຄວາມໂກດຮ້າຍຂອງພະອົງແກ່ຜູ້ທີ່ບໍ່ ໄດ້ຍຶດຖືມື້ພະ (ອສກ 22:25-31)

• ພະເຈົ້າໄດ້ຊົງໃຫ້ຂໍ້ບັນຍັດທີ່ບໍ່ດີ ເຊິ່ງບໍ່ສາມາດໃຫ້ຊີວິດໄດ້ ແກ່ຜູ້ທີ່ບໍ່ຍຶດຖືມື້ພະ   (ອສກ 20:24-26)

ເມື່ອພິຈາລະນາຈາກຂໍ້ຄວາມຂ້າງເທິງນີ້ ພວກເຮົາຈຶ່ງຮູ້ຈັກຢ່າງຈະແຈ້ງໄດ້ ເຖິງຄວາມ ຈິງທີ່ວ່າ ຄິດສະຕະຈັກທີ່ບໍ່ໄດ້ຍຶດຖືມື້ພະ ຈະຕ້ອງເປັນຜູ້ສອນປອມ. ພີ່ນ້ອງຊາຍ ແລະພີ່ ນ້ອງສາວທີ່ຮັກທັງຫຼາຍ! ກະລຸນາໄຈ້ແຍກຄວາມຈິງໃຫ້ຖືກຕ້ອງແລະຮັກສາມື້ພະ ເພື່ອທີ່ ຈະກາຍເປັນປະຊາຊົນທີ່ໄດ້ຮັບພະພອນ ແລະເຂົ້າສູ່ອານາຈັກຂອງພະເຈົ້າໄດ້.

2. ຄິດສະຕະຈັກທີ່ບໍ່ປະຕິບັດຕາມເທດສະການປັດສະຄາ ເປັນຜູ້ສອນປອມ

ເນື່ອງຈາກພະຄຳພີໄດ້ມີບັນທຶກໄວ້ວ່າ ຕ້ອງປະຕິບັດຕາມເທດສະການປັດສະຄາ ດັ່ງ
ນັ້ນ, ຄິດສະຕະຈັກທີ່ບໍ່ໄດ້ປະຕິບັດຕາມເທດສະການປັດສະຄາຈຶ່ງເປັນຜູ້ສອນປອມ. ເທດ
ສະການປັດສະຄາເປັນຄວາມຈິງທີ່ຈະເຮັດໃຫ້ພວກເຮົາຮັບຊີວິດນິລັນ ແລະຜ່ານພົ້ນຈາກ
ໄພພິບັດ, ຊ່ວຍໃຫ້ພົ້ນອອກຈາກຄວາມຈິບຫາຍໄດ້. ພະເຢຊູກໍ່ເຊັ່ນດຽວກັນ ໄດ້ຊົງປະຕິ ບັດຕາມປັດສະຄາໃຫ້ເປັນແບບຢ່າງ ເພື່ອພວກເຮົາຜູ້ທີ່ຕິດຕາມທາງຂອງພະຄິດ ຈະໄດ້ມີຄວາມເຂົ້າໃຈໃນຄວາມສຳຄັນຂອງເທດສະການປັດສະຄາ.

ມທ 26:18-19 『“ຈົ່ງເຂົ້າໄປຫາຄົນໜຶ່ງຢູ່ໃນກຸງ” ພະອົງຕອບເຂົາ “ແລະບອກລາວວ່າ ‘ອາຈານບອກວ່າ: ເວລາຂອງເຮົາໃກ້ເຂົ້າມາແລ້ວ; ພວກສາວົກຂອງເຮົາກັບເຮົາຈະສະ ຫຼອງປັດສະຄາທີ່ບ້ານຂອງເຈົ້າ.’ ” ພວກສາວົກກໍ່ປະຕິບັດຕາມທີ່ພະເຢຊູໄດ້ບອກພວກ ຕົນ ແລະໄດ້ຈັດແຈງອາຫານປັດສະຄາ.

ໃນຂໍ້ຄວາມຂ້າງເທິງນີ້ ພະເຢຊູໄດ້ຊົງກ່າວກັບບັນດາສາວົກຂອງພະອົງວ່າ “ເຮົາຈະສະ
ຫຼອງປັດສະຄາ” ບັນດາສາວົກຂອງພະອົງ ກໍ່ໄດ້ຈັດແຈ່ງອາຫານປັດສະຄາ ທັງໄດ້ເຂົ້າ
ຮ່ວມພິທີທີ່ບໍລິສຸດຕາມຄຳສັ່ງຂອງພະເຢຊູ. ບັນດາສາວົກຜູ້ທີ່ເຊື່ອຟັງຄຳສັ່ງຂອງພະເຢຊູ
ໄດ້ສືບຕໍ່ປະຕິບັດຕາມເທດສະການປັດສະຄາດ້ວຍຄວາມບໍລິສຸດ ຖືເປັນສິ່ງທີ່ສຳຄັນ(1ກທ
11:23). ແຕ່ວ່າໃນປັດຈຸບັນນີ້, ຄິດສະຕະຈັກຕ່າງໆຢ່າງຫຼວງຫຼາຍ ໄດ້ຫັນມາຕໍ່ຕ້ານພະເຈົ້າ ໂດຍປະຕິເສດເທດສະການປັດສະຄາ ດ້ວຍຄຳເວົ້າທີ່ວ່າ “ເທດສະການປັດສະຄານັ້ນ ໄດ້ ຖືກລຶບລ້າງໄປແລ້ວ ດັ່ງນັ້ນຈຶ່ງບໍ່ມີຄວາມຈຳເປັນທີ່ຈະຕ້ອງເຮັດຕາມເທດສະການນັ້ນອີກ” ຄິດສະຕະຈັກຕ່າງໆທີ່ກ່າວເຊັ່ນນີ້ ແມ່ນກຸ່ມທີ່ບໍ່ເຊື່ອຟັງທີ່ໄດ້ປະຕິເສດຄຳສັ່ງຂອງພະເຢຊູ ເຊິ່ງສາມາດເວົ້າໄດ້ວ່າເປັນຜູ້ສອນປອມ. ຢູ່ໃນຄຳສັ່ງທີ່ໃຫ້ແກ່ສາວົກວ່າ “ຈົ່ງຍຶດຖືເທດສະ ການປັດສະຄາ” ເຮົາສາມາດຮູ້ຈັກໄດ້ເຖິງ ຄວາມຮັກທີ່ບໍລິສຸດແຫ່ງການເສຍສະຫຼະຂອງ
ພະເຢຊູ ໂດຍການທີ່ພະອົງໄດ້ຊົງມອບຊີວິດນິລັນໃຫ້ກັບພວກເຮົາໂດຍຜ່ານເທດສະການ ປັດສະຄາ.

ມທ 26:26 『…ພະເຢຊູກໍ່ຈັບເອົາເຂົ້າຈີ່ຂຶ້ນມາ …ຈົ່ງຮັບເອົາກິນເຖີດ ນີ້ແຫຼະແມ່ນກາຍຂອງ
ເຮົາ. ແລ້ວພະອົງກໍ່ຈັບເອົາຈອກ(ນໍ້າອະງຸ່ນ)ຂຶ້ນມາຂອບຄຸນພະເຈົ້າ…ພວກທ່ານທຸກຄົນຈົ່ງດື່ມ ເຖີດ ນີ້ແຫຼະແມ່ນເລືອດຂອງເຮົາ ເຊິ່ງຫຼັ່ງໄຫຼອອກສຳລັບຄົນເປັນອັນມາກ ເພື່ອການບາບຈະ ໄດ້ຮັບອະໄພ ພະເຈົ້າປະທັບຕາຄຳໝັ້ນສັນຍາຂອງພະອົງດ້ວຍເລືອດນີ້.

ໃນເວລາຂອງອາຫານຄໍ່າມື້ສຸດທ້າຍຂອງເທດສະການປັດສະຄາ ພະເຢຊູໄດ້ຊົງສັນຍາ ໄວ້ເຖິງຊີວິດນິລັນແກ່ພວກເຮົາໂດຍໃຫ້ເນື້ອກາຍແລະໂລຫິດຂອງພະອົງທີ່ບໍ່ມີຄວາມຕາຍ ຕະຫຼອດໄປ ແລະໄດ້ຊົງປະກາດວ່າ ນີ້ເປັນຄຳໝັ້ນສັນຍາໃໝ່. ພະເຈົ້າໄດ້ຊົງກ່າວເຖິງ ຄວາມສຳຄັນຂອງເທດສະການປັດສະຄາ ໂດຍຜ່ານຫຼາຍຂໍ້ຄວາມໃນພະຄຳພີເພື່ອອວຍ ພອນໃຫ້ແກ່ປະຊາຊົນຜູ້ທີ່ປະຕິບັດຕາມມື້ປັດສະຄາ ຈະບັນລຸເຖິງການມີຄວາມເຊື່ອທີ່ສົມ ບູນໄດ້. ແຕ່ວ່າຄິດສະຕະຈັກທີ່ບໍ່ຍອມຮັບເທດສະການປັດສະຄາ ຈຶ່ງເປັນຄິດສະຕະຈັກທີ່ດູໝິ່ນຄຳສັ່ງຂອງພະເຈົ້າ ດັ່ງນັ້ນຈຶ່ງບໍ່ສາມາດເຂົ້າເຖິງຄວາມພົ້ນໄດ້ຢ່າງແນ່ນອນ.

ໃນເທດສະການປັດສະຄາ ມີແຜນການລ່ວງໜ້າຂອງພະເຈົ້າທີ່ເລິກເຊິ່ງເຊື່ອງຊ້ອນຢູ່

• ໂດຍຜ່ານເທດສະການປັດສະຄາ ບາບຂອງພວກເຮົາຈະໄດ້ຮັບອະໄພ (ມທ 26:28)

• ເທດສະການປັດສະຄາເປັນຄວາມຈິງທີ່ໃຫ້ຊີວິດນິລັນແກ່ພວກເຮົາ ແລະເປັນຂ່າວປະເສີດທີ່ຈະກາຍເປັນພະກາຍດຽວກັນກັບພະຄິດ (ຢຮ 6:54-57)

• ຖ້າປະຕິບັດຕາມເທດສະການປັດສະຄາ ຊາຕານຈະຖືກພິພາກສາລົງໂທດ (ອພຍ 12:12)

• ຖ້າປະຕິບັດຕາມເທດສະການປັດສະຄາ ເຮົາຈະສາມາດລອດພົ້ນຈາກໄພພິບັດໄດ້ (ອພຍ 12:13)

• ຖ້າປະຕິບັດຕາມເທດສະການປັດສະຄາ ຈະບໍ່ໄດ້ຖືກຕັດອອກຈາກປະຊາຊົນຂອງພະເຈົ້າ (ຈຊບ 9:13)

ເຖິງແມ່ນວ່າ, ໄດ້ເຫັນກົດແຫ່ງຊີວິດຄື ເທດສະການປັດສະຄາທີ່ຖືກຢືນຢັນໄວ້ຢ່າງຊັດ
ເຈນດັ່ງທີ່ກ່າວໄວ້ຂ້າງເທິງນັ້ນ ແຕ່ບໍ່ໄດ້ປະຕິບັດຕາມເທດສະການປັດສະຄາ ຄິດສະຕະ ຈັກນັ້ນກໍ່ເປັນຜູ້ສອນປອມຢ່າງແນ່ນອນ.

3. ຄິດສະຕະຈັກທີ່ສະເຫຼີມສະຫຼອງວັນເກີດຂອງພະເຢຊູໃນວັນທີ 25 ທັນວາ ເປັນຜູ້ສອນປອມ

ວັນຄິດສະມາດເປັນງານສະເຫລີມສະຫຼອງແຫ່ງລະດູໜາວຊາເທີນາເລຍ (saturnalia)  ທີ່ໄດ້ສະຫຼອງຢ່າງຍິ່ງໃຫຍ່ ເປັນງານປະຈຳປີຂອງປະເທດໂລມ ເຊິ່ງເປັນງານສະເຫຼີມສະ ຫຼອງນັບຖືຮູບໂຄລົບທີ່ເປັນຂອງພວກລັດທິນອກສາດສະໜາໃນວັນທີ 25 ທັນວາອັນເປັນ
ວັນເກີດຂອງພະຕາເວັນ ແຕ່ໄດ້ຄ່ອຍໆຄືບຄານເຂົ້າມາສູ່ຄິດສະຕະຈັກ ໂດຍການປ່ຽນໃສ່ ຊື່ຂອງພະຄິດ.

ໃນໜັງສືພິມລາຍວັນບາງສະບັບຈຸງອັງ ອີລໂປ(ສະບັບວັນທີ 24 ທັນວາ ຄ.ສ 1983),
ດົງອາ ອີລໂປ(ສະບັບ ວັນທີ 8 ທັນວາ ຄ.ສ 1970) ແລະ ຮັນກຸກ ອີລໂປ(ສະບັບວັນ
ທີ 8 ທັນວາ ຄ.ສ 1970) ໄດ້ມີການລາຍງານໄວ້ວ່າ “ວັນເກີດຂອງພະເຢຊູຄິດບໍ່ແມ່ນ ວັນທີ 25 ທັນວາ” ແລະໃນປຶ້ມປະຫວັດສາດຂອງຄິດສະຕຽນ ກໍ່ໄດ້ຂຽນໄວ້ວ່າ ວັນທີ25
ທັນວາເປັນວັນເກີດຂອງພະຕາເວັນ ບໍ່ແມ່ນວັນເກີດຂອງພະເຢຊູ.

ດັ່ງຂ້າງເທິງນັ້ນ, ການນັບຖືພະຄິດຜູ້ບໍລິສຸດ ກັບພະຕາເວັນໃຫ້ເທົ່າທຽບກັນນັ້ນສາມາດ
ເວົ້າໄດ້ຫຼືບໍ່ວ່າເປັນ ຄວາມເຊື່ອທີ່ແທ້ຈິງ ແລະການກະທຳທີ່ນັບຖືແກ່ຮູບໂຄລົບຄືພວກລັດ
ທິນອກສາດສະໜາຢ່າງນັ້ນ ສາມາດເວົ້າໄດ້ວ່າເປັນຜູ້ສອນປອມບໍ່ແມ່ນບໍ? ເພາະສະນັ້ນ,
ຄິດສະຕະຈັກທີ່ປະຕິບັດຕາມ ວັນທີ 25 ທັນວາ ເປັນວັນເກີດຂອງພະເຢຊູນັ້ນ ກໍ່ເປັນຜູ້ ສອນປອມຢ່າງແນ່ນອນ.

4. ຄິດສະຕະຈັກທີ່ໄດ້ເຄົາລົບໄມ້ກາງແຂນ ເປັນພວກຜູ້ສອນປອມ

ໄມ້ກາງແຂນເປັນເຄື່ອງມືທີ່ໃຊ້ໃນການປະຫານຊີວິດ ສຳລັບນັກໂທດທີ່ມີຄວາມຜິດທາງ
ອາຍາ ໃນອານາຈັກໂລມບູຮານ. ເຫດສະນັ້ນ, ໄມ້ກາງແຂນທີ່ເປັນອາວຸດປະຫານຊີວິດທີ່ໃຫ້ຄວາມທຸກທໍລະມານແກ່ພະເຢຊູ ເໝືອນດັ່ງຄາຕະກອນ ແຕ່ເຄົາລົບເປັນດັ່ງສິ່ງສັກສິດ ນັ້ນ ກໍ່ເທົ່າກັບວ່າເປັນບາບຍິ່ງໃຫຍ່ທີ່ຮ່ວມກັນກັບການກະທຳທີ່ຊົ່ວຮ້າຍຂອງຊາຕານ. ພະ
ເຈົ້າຊົງກ່າວຢ່າງຈະແຈ້ງແລ້ວວ່າ ຢ່າຂາບໄຫວ້ຮູບໂຄລົບ. ເຮົາຕ້ອງມີຄວາມເຂົ້າໃຈໃນ
ຮູບແບບຕ່າງໆຂອງໄມ້ກາງແຂນ ເຊິ່ງໄດ້ມີການປະດິດຂຶ້ນມາໃຫ້ສວຍສົດງົດງາມດ້ວຍຝີ
ມືຂອງຊ່າງນັ້ນ ເປັນພຽງແຕ່ຮູບໂຄລົບທີ່ບໍ່ສາມາດຈະຊ່ວຍເຮົາໃຫ້ພົ້ນ ຫຼືໃຫ້ຊີວິດນິລັນແກ່ ເຮົາໄດ້ (ຢລມ 10:3-5).

ພວກເຮົາຈະໄດ້ຮັບຄວາມພົ້ນ ກໍ່ໂດຍຜ່ານໂລຫິດອັນບໍລິສຸດຂອງພະເຢຊູ ທີ່ໄດ້ຊົງຫຼັ່ງ
ໄຫຼເທິງໄມ້ກາງແຂນ ບໍ່ແມ່ນຍ້ອນໄມ້ກາງແຂນທີ່ເປັນອາວຸດປະຫານຊີວິດ. ເຖິງຢ່າງໃດກໍ່
ຕາມ, ການທີ່ຕິດຕັ້ງໄມ້ກາງແຂນຢູ່ດ້ານໃນ ຫຼືດ້ານນອກຂອງຄິດສະຕະຈັກ ແລະອະທິ ຖານຕໍ່ໜ້ານັ້ນ ບໍ່ໄດ້ມີບັນທຶກໄວ້ໃນພະຄຳພີ ຄິດສະຕະຈັກທີ່ໄດ້ມີການເຄົາລົບນັບຖືເຊັ່ນ
ນັ້ນແມ່ນຜູ້ສອນປອມ. ແຕ່ວ່າປັດຈຸບັນນີ້ຊາວຄິດສະຕຽນຜູ້ທີ່ກ່າວວ່າ ຕົນເຊື່ອພະເຈົ້າບໍ່ໄດ້ ໄຈ້ແຍກຄວາມຈິງກັບຄວາມບໍ່ຈິງ ໂດຍການພິຈາລະນາໃນພະຄຳພີ ແຕ່ພວກເຂົາໄດ້ແບ່ງ ແຍກຄິດສະຕະຈັກຈິງກັບຜູ້ສອນປອມ ດ້ວຍສະພາບພາຍນອກເຊັ່ນ ຄິດສະຕະຈັກນັ້ນມີ
ອິດທິພົນຫຼາຍສໍ່າໃດ, ຄົນທີ່ເຊື່ອຖືໃນຄິດສະຕະຈັກນັ້ນມີຫຼາຍສໍ່າໃດ ແລະອາຈານຂອງ ຄິດສະຕະຈັກນັ້ນ ມີປະຫວັດການສຶກສາດີຫຼືບໍ່, ຄິດສະຕະຈັກນັ້ນຮັບເງິນຖວາຍຫຼາຍເທົ່າ ໃດ ເມື່ອພິຈາລະນາເຖິງສິ່ງຕ່າງໆເຫຼົ່ານີ້ ເຮົາກໍ່ສາມາດທີ່ຈະຄາດເດົາໄດ້ຢ່າງງ່າຍໆວ່າ ພວກຜູ້ນຳສາດສະໜາເປັນຄົນຕາບອດດ້ວຍຈິດວິນຍານທີ່ໜ້າກຽດຊັງສໍ່າໃດ. ຈິດວິນຍານ ຂອງພວກເຂົາມືດມົນໄປຢ່າງນັ້ນ ແນ່ນອນແລ້ວວ່າບໍ່ສາມາດທີ່ຈະໄຈ້ແຍກອອກໄດ້ວ່າອັນ ໃດເປັນຄວາມດີ ຫຼືອັນໃດເປັນຄວາມຊົ່ວ.

ອຊຢ 5:20 『ເຄາະກຳເປັນຂອງພວກເຈົ້າເສຍແລ້ວ! ພວກເຈົ້າເອີ້ນສິ່ງທີ່ດີວ່າເປັນສິ່ງທີ່ຊົ່ວ ແລະເອີ້ນສິ່ງທີ່ຊົ່ວວ່າເປັນສິ່ງທີ່ດີ. ພວກເຈົ້າປ່ຽນມືດເປັນແຈ້ງແລະແຈ້ງເປັນມືດ?

ເຫດສະນັ້ນ, ຄວາມເປັນໄປຂອງສະໄໝປັດຈຸບັນນີ້ໄດ້ປີ້ນຄວາມໝາຍວ່າ ຄວາມຈິງໃຫ້
ເປັນປອມ ແລະປອມໃຫ້ເປັນຄວາມຈິງ ໃນສະຖານະການເຊັ່ນນີ້ກໍ່ເປັນດັ່ງສະໄໝທີ່ພະເຢ
ຊູຊົງສະເດັດມາເທື່ອທຳອິດເມື່ອ 1,900ປີກ່ອນ. ໃນເວລານັ້ນ, ບັນດາຜູ້ນຳທາງສາດສະ ໜາຕ່າງໆບໍ່ມີຄວາມເຂົ້າໃຈໃນຂ່າວປະເສີດທີ່ພະເຢຊູໄດ້ຊົງສັ່ງສອນ ແລະພວກເຂົາກໍ່ໄດ້ ເອີ້ນພະອົງວ່າ “ພັກຂອງພວກນາສາເຫຼັດ” (ກຈ 24:5) ແລະພວກເຂົາໄດ້ຄຶງພະອົງດ້ວຍ ໄມ້ກາງແຂນ ແລະໄດ້ທຳການທາລຸນ ດູໝິ່ນຕ່າງໆແກ່ພະອົງເຊັ່ນ ຖົ່ມນໍ້າລາຍໃສ່ພະອົງ, ເຍາະເຍີ້ຍພະອົງ, ຕົບຕີພະອົງ, ດຶງເຄື່ອງນຸ່ງຂອງພະອົງອອກ.

ເຖິງແມ່ນວ່າ, ຄິດສະຕະຈັກປອມຈະເອີ້ນຄິດສະຕະຈັກທີ່ປະຕິບັດຕາມຄວາມຈິງວ່າເປັນ
“ພວກຜູ້ສອນປອມ” ແລະເຍາະເຍີ້ຍໃນຄວາມຈິງກໍ່ຕາມ ແຕ່ຄວາມຈິງນັ້ນກໍ່ບໍ່ສາມາດທີ່ຈະ ປ່ຽນເປັນປອມໄດ້. ຄວາມຈິງກໍ່ຍັງຄົງເປັນຄວາມຈິງ ເຖິງແມ່ນວ່າຈະຖືກເອີ້ນວ່າເປັນ “ຜູ້ ສອນປອມ” ກໍ່ຕາມ ແລະປອມກໍ່ຍັງຄົງເປັນປອມ ເຖິງແມ່ນວ່າມັນຈະໄດ້ຖືກເອີ້ນວ່າ ເປັນ “ຄວາມຈິງ” ກໍ່ຕາມ. ເຖິງແມ່ນວ່າ ໝາໄນຈະໄດ້ສວມໃສ່ຊຸດຂອງແກະ ມັນກໍ່ບໍ່ສາມາດທີ່ຈະກາຍເປັນແກະໄດ້ແມ່ນຫຼືບໍ່? ໃນທຸກມື້ນີ້ກໍ່ເຊັ່ນດຽວກັນ, ບັນດາສາດສະໜາຕ່າງໆຢ່າງ ຫຼວງຫຼາຍ ບໍ່ໄດ້ມີການພິຈາລະນາເຖິງຄຳສັ່ງສອນຂອງພະຄຳພີ ແຕ່ໄດ້ກ່າວຫາວ່າ ຄິດ ສະຕະຈັກຂອງພະເຈົ້າ ເປັນພວກຜູ້ສອນປອມໂດຍບໍ່ມີເຫດຜົນຫຍັງ ເຊິ່ງການກະທຳນີ້ ເປັນດັ່ງການຮຽນແບບເອົາຄວາມຜິດຂອງພວກຟາລິຊາຍ ທີ່ໄດ້ໝິ່ນປະໝາດພະເຢຊູວ່າ “ເປັນພັກຂອງພວກນາສາເຫຼັດ”. ຖ້າພວກເຂົາໄດ້ເອີ້ນຄິດສະຕະຈັກທີ່ໄດ້ປະຕິບັດຕາມພະຄຳພີວ່າເປັນ “ພວກຜູ້ສອນປອມ” ແລ້ວພວກເຂົາຈະເອີ້ນຄິດສະຕະຈັກທັງຫຼາຍທີ່ບໍ່ໄດ້ປະຕິບັດຕາມພະຄຳພີວ່າແນວໃດ?

Leave a Reply

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *