ປັດສະຄາຄືຫົນທາງນຳໄປສູ່ຊີວິດນິລັນ

ປັດສະຄານັ້ນໃຜໃຫ້ຄຳສັ່ງເພື່ອປະຕິບັດຕາມ?

ເວລານີ້, ຈະພິຈາລະນາເບິ່ງ ຖ້ອຍຄຳຂອງພະເຈົ້າ ຫົວຂໍ້ “ປັດສະຄາຄືຫົນທາງນຳໄປສູ່ ຊີວິດນິລັນ” ສຳລັບຜູ້ທີ່ເຊື່ອ ພະເຈົ້າ ທີ່ປາຖະໜາຢາກໄປສະຫວັນ ແລະ ດຳເນີນຊີວິດໃນຄວາມເຊື່ອຢ່າງແທ້ຈິງ ມີພະບັນຍັດທີ່ສຳຄັນ ກໍ່ຄືມື້ປັດສະຄາ ຄໍາໝັ້ນສັນຍາໃໝ່. ສະນັ້ນ, ຈະພິຈາລະນາເບີ່ງໂດຍຜ່ານພະຄຳພີ. ແມ່ນໃຜເປັນຜູ້ສັ່ງໃຫ້ປະຕິບັດຕາມ ພິທີປັດສະຄາ ທີ່ພວກເຮົາກຳລັງປະຕິບັດຕາມຢູ່?

ອພຍ 12:10-14 『ພວກເຈົ້າບໍ່ຕ້ອງໃຫ້ສີ່ງໃດໆເຫລືອຮອດມື້ເຊົ້າ ຖ້າມີສີ່ງເຫລືອຢູ່ກໍໃຫ້ເຜົາໄຟຖີ້ມເສຍ ໃຫ້ພວກເຈົ້າກິນໄວໆເພາະພວກເຈົ້າຕ້ອງນຸ່ງເຄື່ອງຕຽມອອກເດີນທາງ ພ້ອມທັງຕ້ອງຊຸບເກີບແລະຖືໄມ້ເທົ້າ ອັນນີ້ແຫລະແມ່ນສະຫລອງ ປັດສະຄາເພື່ອຍົກຍໍໃຫ້ ກຽດພະຜູ້ເປັນເຈົ້າ “ໃນຄືນນັ້ນເຮົາຈະຜ່ານດິນແດນເອຢິບໄປ ເພື່ອຂ້າລູກຊາຍກົກຂອງມະນຸດ ແລະ ຂ້າລູກສັດໂຕເຖິກຫົວປີທຸກໆໂຕ ແລະ ເພື່ອລົງໂທດ ບັນດາພະທັງໝົດຂອງຊາວເອຢິບ ເຮົາແມ່ນພະຜູ້ເປັນເຈົ້າ ເລືອດທີ່ປະຕູເຮືອນນັ້ນຈະເປັນ ເຄື່ອງໝາຍບອກວ່າ ເປັນເຮືອນທີ່ພວກເຈົ້າອາໄສຢູ່ ເມື່ອເຮົາເຫັນເລືອດນັ້ນເຮົາຈະຜ່ານເວັ້ນໄປ ແລະຈະບໍ່ທຳຮ້າຍພວກເຈົ້າ ເວລາເຮົາລົງໂທດຊາວເອຢິບ ພວກເຈົ້າຕ້ອງສະຫລອງມື້ນີ້ເປັນມື້ສຳຫລັກສຳຄັນ ເພື່ອໃຫ້ລະນຶກເຖິງສິ່ງທີ່ເຮົາຄືພະຜູ້ເປັນເຈົ້າໄດ້ເຮັດ ເພື່ອພວກເຈົ້າ ຈົ່ງສະຫລອງມື້ນີ້ຕະຫລອດໄປ.”』

ໃນທີ່ນີ້, ແມ່ນໃຜເປັນຜູ້ສັ່ງໃຫ້ເຮົາປະຕິບັດຕາມປັດສະຄາຕະຫລອດໄປ? ສຳລັບພິທີ ປັດສະຄາໃນສະໄໝພັນທະສັນຍາເດີມ. ພະເຈົ້າຄືພະເຢໂຮວາ ຊົງຕັ້ງຂື້ນພະບັນຍັດ ແລະ ຊົງຄຳສັ່ງໃຫ້ປະຕິບັດຕາມ. ປະຊາຊົນອິດສະລາເອນ ໃນສະໄໝເດີມ ໄດ້ຮັບພະພອນຄື ເປັນອິດສະລະພາບຈາກການເປັນທາດ ຢູ່ໃນເອຢິບດ້ວຍ ເຊື່ອຟັງຄຳສັ່ງຂອງພະເຈົ້າຄື ປັດສະຄາ.

ຖ້າຢ່າງນັ້ນ, ຈະພິຈາລະນາເບິ່ງ ໃນສະໄໝພັນທະສັນຍາໃໝ່ ແມ່ນໃຜເປັນຜູ້ສັ່ງໃຫ້ເຮົາ ປະຕິບັດຕາມປັດສະຄາ.

ມທ 26:17-19 『ໃນມື້ທີໜື່ງຂອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ພວກສາວົກໄດ້ມາຫາພະເຢຊູແລະຖາມພະອົງວ່າ ທ່ານຢາກໃຫ້ພວກຜູ້ຂ້າ ຈັດແຈງປັດສະຄາສຳລັບທ່ານຢູ່ທີ່ໃດ ຈົ່ງເຂົ້າໄປຫາຄົນໜຶ່ງຢູ່ໃນກຸງ ພະອົງຕອບເຂົາ ແລະ ບອກລາວວ່າ ອາຈານບອກວ່າ ເວລາຂອງເຮົາໃກ້ເຂົ້າມາແລ້ວ ພວກສາວົກຂອງເຮົາກັບເຮົາຈະສະຫລອງ ປັດສະຄາ ທີ່ບ້ານຂອງເຈົ້າ ພວກສາວົກກໍ່ໄດ້ປະຕິບັດຕາມ ທີ່ພະເຢຊູໄດ້ບອກພວກຕົນ ແລະໄດ້ຈັດແຈງອາຫານປັດສະຄາ.』

ໃນສະໄໝພັນທະສັນຍາໃໝ່ ແມ່ນໃຜເປັນຜູ້ສັ່ງໃຫ້ເຮົາປະຕິບັດຕາມປັດສະຄາ? ບຸດຂອງພະເຈົ້າຄືພະເຢຊູ. ກໍ່ເຊັ່ນກັນ ໃນສະໄໝພັນທະສັນຍາໃໝ່ ພະເຈົ້າໄດ້ຊົງສັ່ງໃຫ້ ປະຕິບັດຕາມປັດສະຄາ.

ເຫດຜົນທີ່ພະເຈົ້າສັ່ງໃຫ້ປະຕິບັດຕາມປັດສະຄາ

ຖ້າຢ່າງນັ້ນ, ໃນສະໄໝພັນທະສັນຍາໃໝ່ ເປັນຫຍັງ ພະເຈົ້າໃຫ້ຄຳສັ່ງປະຕິບັດຕາມ ປັດສະຄາ? ຍ້ອນວ່າ, ພະເຈົ້າ ຢາກໃຫ້ເສລີພາບອອກຈາກຄວາມບາບ ແລະຄວາມຕາຍນັ້ນ, ເພື່ອທີ່ຈະໃຫ້ຊີວິດນິລັນແກ່ພວກເຮົາ. ສະນັ້ນ, ຈະພິຈາລະນາເບິ່ງ ກ່ຽວກັບເລື່ອງນີ້.

ຢຮ 6:53-54 『ຖ້າພວກທ່ານ ບໍ່ກິນເນື້ອກາຍຂອງບຸດມະນຸດ ແລະ ດື່ມເລືອດຂອງເພິ່ນແລ້ວ ພວກທ່ານກໍ່ຈະບໍ່ມີຊີວິດ ໃນພວກທ່ານເອງ ຜູ້ທີ່ກິນເນື້ອກາຍຂອງເຮົາ ແລະດື່ມເລືອດຂອງ ເຮົາກໍ່ຈະມີຊີວິດອັນຕະຫລອດໄປເປັນນິດ.』

ຕ້ອງກິນ ແລະດື່ມຫຍັງ ຈຶ່ງຈະໃຫ້ຊີວິດນິລັນ? ກາຍແລະເລືອດຂອງພະເຢຊູ.ຖ້າຢ່າງນັ້ນ, ຖ້າ ເຮົາບໍ່ກິນກາຍ ແລະ ດື່ມເລືອດຂອງພະເຢຊູແລ້ວ ຜູ້ນັ້ນຈະຮັບຊີວິດນິລັນໄດ້ບໍ? ບໍ່ໄດ້. ພວກເຮົາຈະຮັບຊີວິດນິລັນ ມີວິທີດຽວ ຕ້ອງກິນກາຍ ແລະເລືອດຂອງພະເຢຊູເທົ່ານັ້ນ. ຖ້າຢ່າງນັ້ນ, ກາຍແລະເລືອດຂອງພະເຢຊູຈະກິນ ແລະດື່ມໄດ້ແນວໃດ?

ລກ 22:7-8 『ພໍເຖິງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ເມື່ອມີການຂ້າແກະສຳລັບ ອາຫານປັດສະຄາ ພະເຢຊູກໍ່ໃຊ້ ເປໂຕກັບໂຢຮັນໄປ ແລະໃຫ້ຂໍ້ແນະນຳວ່າ ຈົ່ງໄປຈັດແຈງອາຫານປັດສະຄາ ສຳລັບພວກເຮົາໃຫ້ຮຽບຮ້ອຍ.』

ພາບນີ້ແມ່ນ, ພະເຢຊູກຳລັງສັ່ງໃຫ້ສາວົກ ຈັດແຈງອາຫານປັດສະຄາ ແລະປະຕິບັດຕາມ. ເບິ່ງຕໍ່ໄປຂໍ້ທີ 19

ລກ 22:19-20 『ພະອົງຈັບເຂົ້າຈີ່…“ນີ້ແຫລະແມ່ນເນື້ອກາຍຂອງເຮົາ ຈົ່ງເຮັດຢ່າງນີ້ໃຫ້ເປັນ ທີ່ລະນຶກເຖິງເຮົາ”…ຈອກນີ້ ເປັນຄຳໝັ້ນສັນຍາໃໝ່ ຂອງພະເຈົ້າເຊິ່ງໃຊ້ເລືອດຂອງເຮົາ ປະທັບຕາ ຄືເລືອດທີ່ຫລັ່ງໄຫລເພື່ອທ່ານທັງຫລາຍ.』

ພະເຢຊູກ່າວວ່າ: ເຂົ້າຈີ່ໃນປັດສະຄານັ້ນແມ່ນຫຍັງ? “​ເນື້ອກາຍຂອງເຮົາ” ຄື​ເນື້ອກາຍຂອງພະເຢຊູ, ພະເຢຊູກ່າວວ່າ: ເຫລົ້າອາງຸ່ນ ໃນປັດສະຄານັ້ນແມ່ນຫຍັງ? ພະອົງກ່າວວ່ານີ້ແມ່ນ “ເລືອດຂອງເຮົາ” ຄືເລືອດພະເຢຊູ. ເຫດສະນັ້ນ, ປະຕິບັດຕາມມື້ປັດສະຄາ ເປັນວິທີກິນກາຍ ແລະ ດື່ມເລືອດຂອງພະເຢຊູ. ດັ່ງນັ້ນ, ພວກເຮົາຈະປະຕິບັດຕາມຫຍັງ ຈຶ່ງຈະໄດ້ຮັບຊີວິດນິລັນ? ເທດສະການປັດສະຄາ. ຖ້າບໍ່ປະຕິບັດຕາມປັດສະຄາ ແນ່ນອນ, ບໍ່ສາມາດຮັບຊີວິດນິລັນໄດ້.

ເຫດສະນັ້ນ, ພະເຈົ້າໃຫ້ຄຳສັ່ງປະຕິບັດຕາມປັດສະຄາ ເພື່ອປະທານຊີວິດນິລັນ.

ຈຸດປະສົງທີ່ພະເຈົ້າໃຫ້ຊີວິດນິລັນ

ຖ້າຢ່າງນັ້ນ, ເປັນຫຍັງພະເຈົ້າປາດຖະໜາ ຢາກປະທານຊີວິດນິລັນ? ຖ້າຮູ້ຈັກວ່າສະຫວັນເປັນແນວໃດ ກໍຈະຮູ້ຈັກ ຄຳຕອບນີ້ໄດ້.

ພນ 21:4 『“ພະອົງຈະເຊັດນໍ້າຕາທຸກຢົດຈາກຕາຂອງພວກເຂົາ. ຄວາມຕາຍຈະບໍ່ມີອີກຕໍ່ໄປ ຄວາມໂສກເສົ້າ ການຮ້ອງໄຫ້ ແລະ ຄວາມເຈັບປວດຈະບໍ່ມີອີກຕໍ່ໄປ ສິ່ງເກົ່າແກ່ໄດ້ສູນຫາຍໄປແລ້ວ.』

ໃນອານາຈັກສະຫວັນ ບໍ່ມີຄວາມຕາຍອີກຕໍ່ໄປ ພະຄຳນີ້ໝາຍຄວາມວ່າ: ຜູ້ທີ່ມີຄວາມຕາຍ ຈະເຂົ້າສູ່ອານາຈັກສະຫວັນບໍ່ໄດ້. ດ້ວຍເຫດຜົນນີ້, ພະເຢຊູປາຖະໜາ ຢາກປະທານຊີວິດນິລັນແກ່ພວກເຮົາ. ພະເຢຊູໃຫ້ຄຳສັ່ງ ປະຕິບັດຕາມ ປັດສະຄາ ຍ້ອນວ່າ: ພວກເຮົາຕ້ອງພົບຄວາມຕາຍ. ແຕ່ພະເຈົ້າເຮັດໃຫ້ພວກເຮົາເປັນ ຜູ້ມີຊີວິດນິລັນ ເພື່ອຈະນຳພາ ເຂົ້າສູ່ສະຫວັນ.

ຈົ່ງປະຕິບັດຕາມປັດສະຄາ ຕາມພະປະສົງຂອງພະເຈົ້າ.

ຄືດັ່ງນີ້, ພະອົງໄດ້ສັ່ງໃຫ້ປະຕິບັດຕາມປັດສະຄາ ເພື່ອນຳພາເຂົ້າສູ່ສະຫວັນ. ແຕ່ຜູ້ທີ່ປະຕິເສດ ບໍ່ຢາກປະຕິບັດຕາມ ປັດສະຄາຈົນເຖິງສຸດທ້າຍ ຜູ້ນັ້ນຈະເປັນແນວໃດ? ແນ່ນອນ, ໄປອານາຈັກສະຫວັນບໍ່ໄດ້.

ມທ 7:21 『ບໍ່ແມ່ນທຸກຄົນທີ່ເອີ້ນເຮົາວ່ານາຍເຈົ້າຂ້າ ນາຍເຈົ້າຂ້າ ຈະເຂົ້າອານາຈັກຂອງເຮົາໄດ້ ເຂົ້າໄດ້ແຕ່ຜູ້ປະຕິບັດ ຕາມພະບິດາ ຂອງເຮົາຜູ້ສະຖິດຢູ່ໃນສະຫວັນ ຕ້ອງການໃຫ້ເຂົາ ປະຕິບັດຕາມເທົ່ານັ້ນ.』

ປະຕິບັດຕາມປັດສະຄາ ແມ່ນພະປະສົງຂອງພະເຈົ້າບໍ? ຫລື ບໍ່ປະຕິບັດຕາມປັດສະຄາ ນີ້ຄືພະປະສົງຂອງພະເຈົ້າບໍ? ຢ່າງໃດກໍ່ຕາມ ບໍ່ວ່າສະໄໝພັນທະສັນຍາເດີມ ຫລື ສະໄໝພັນທະສັນຍາໃໝ່ ຜູ້ທີ່ໃຫ້ຄຳສັ່ງ ປະຕິບັດຕາມປັດສະຄາ ແມ່ນພະເຈົ້າແທ້. ເຫດສະນັ້ນ, ປະຕິບັດຕາມປັດສະຄາ ເປັນພະປະສົງຂອງພະເຈົ້າທີ່ເດັດຂາດ. ພຽງແຕ່ປະຊາຊົນຂອງພະເຈົ້າ ປະຕິບັດຕາມປັດສະຄາ ດ້ວຍເຊື່ອຟັງຄວາມປະສົງຂອງພະເຈົ້າ ຈຶ່ງຈະເຂົ້າສູ່ສະຫວັນ ຕະຫລອດໄປເປັນນິດໄດ້. ສະນັ້ນ, ພວກເຮົາທຸກຄົນຈົ່ງປະຕິບັດຕາມປັດສະຄາ ທີ່ພະອົງເອງໄດ້ຊົງສັ່ງສອນ ແລະໃຫ້ຄຳສັ່ງແລ້ວ ຈະໄດ້ຮັບຊີວິດນິລັນເຂົ້າສູ່ສະຫວັນຕະຫລອດໄປນຳກັນ. ແລະ ຈົ່ງປະກາດປັດສະຄາດ້ວຍສຸດກຳລັງ ໃຫ້ແກ່ຊາວໂລກທີ່ຍັງບໍ່ຮູ້ຈັກ ທາງແຫ່ງຊີວິດນິລັນ ທີ່ພະເຈົ້າໄດ້ຊົງສັ່ງສອນໃຫ້ ຄືປັດສະຄານຳກັນເດີ້.

Leave a Reply

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *