ບັນຍັດຂອງມະນຸດໄດ້ຖືກກຳນົດຂຶ້ນໂດຍພວກຊົ່ວຮ້າຍ ທີ່ສະໜັບສະໜູນດ້ວຍຊາຕານ. ເຖິງແມ່ນວ່າ, ບັນຍັດຂອງມະນຸດເບິ່ງຄືວ່າມີເຫດຜົນແລະເປັນທີ່ເໝາະສົມ ແຕ່ສິ່ງເຫຼົ່ານັ້ນບໍ່ໄດ້ມີພື້ນຖານມາຈາກພະຄຳພີເລີຍ ຍິ່ງໄປກ່ວານັ້ນ,ສິ່ງນັ້ນເປັນອາວຸດຮ້າຍແຮງທີ່ເປັນຕາຢ້ານຂອງຊາຕານ ເຊິ່ງມັນໄດ້ສ້າງຂຶ້ນເພື່ອຂັດຂວາງບໍ່ໃຫ້ຮັກສາພະບັນຍັດຂອງພະເຈົ້າ.
ຜູ້ທີ່ຮັກພະເຈົ້າ ກໍ່ປະຕິບັດຕາມຂໍ້ຄຳສັ່ງຂອງພະເຈົ້າ(ຢຮ14:15). ແຕ່ຜູ້ທີ່ນັບຖືມານໄດ້
ເຄົາລົບນັບຖືບັນຍັດຂອງມະນຸດ ທີ່ບໍ່ມີພະປະສົງຂອງພະເຈົ້າເລີຍ. ໃນທີ່ນີ້ພວກເຮົາສາ
ມາດຮູ້ຈັກໄດ້ວ່າ ພະບັນຍັດຂອງພະເຈົ້າເປັນມາດຕະຖານທີ່ຈຳແນກໄດ້ລະຫວ່າງ ຜູ້ທີ່ຮັກ ພະເຈົ້າ ກັບຜູ້ທີ່ຕໍ່ສູ້ພະເຈົ້ານັ້ນ.
1. ຜູ້ໃດທີ່ຮັກພະເຈົ້າ ກໍ່ເຊື່ອຟັງພະບັນຍັດຂອງພະເຈົ້າ
ຖ້າຜູ້ໃດພົບເຫັນຜູ້ທີ່ຕົນຮັກ ລາວຈະພະຍາຍາມສະແດງໃຫ້ເຫັນຄວາມຮັກຂອງຕົນເອງ
ດ້ວຍວິທີຕ່າງໆ. ບາງເທື່ອສົ່ງຈົດໝາຍ ຫຼືມອບຊໍ່ດອກກຸຫຼາບ ຫຼືໃຫ້ຂອງຂວັນຫຼາຍຢ່າງ
ເພື່ອເອົາໃຈຜູ້ທີ່ຕົນຮັກ. ພວກເຮົາຮັກພະເຈົ້າ ແຕ່ພະເຈົ້າຊົງຕ້ອງການໃຫ້ພວກເຮົາສະ
ແດງຄວາມຮັກຂອງພວກເຮົາຕໍ່ພະອົງດ້ວຍ “ການຮັກສາພະບັນຍັດຂອງພະເຈົ້າ”(ຢຮ14:
15-21) ບໍ່ແມ່ນດ້ວຍຊໍ່ດອກກຸຫຼາບ, ຂອງຂວັນ, ຈົດໝາຍຕ່າງໆ.
ຢຮ 14:21『ພວກທີ່ມີຂໍ້ບັນຍັດຂອງເຮົາແລະເຊື່ອຟັງຂໍ້ບັນຍັດນັ້ນ ເປັນພວກທີ່ຮັກເຮົາ…』
1ຢຮ 5:3『ດ້ວຍວ່າຄວາມຮັກຂອງພວກເຮົາສຳລັບພະເຈົ້າ ແມ່ນໃຫ້ພວກເຮົາເຊື່ອຟັງຄຳສັ່ງຂອງພະອົງ ແລະຂໍ້ຄຳສັ່ງຂອງພະອົງນັ້ນ ກໍ່ບໍ່ຍາກເກີນໄປສຳລັບພວກເຮົາ』
2. ຄວາມເຊື່ອທີ່ບໍ່ເຊື່ອຟັງພະບັນຍັດຂອງພະເຈົ້າ ແມ່ນຄວາມເຊື່ອປອມ
ການທີ່ເຊື່ອຟັງພະບັນຍັດຂອງພະເຈົ້ານັ້ນ ເປັນການສະແດງອອກການກະທຳຢ່າງໜຶ່ງ
ຂອງຄວາມເຊື່ອໃນພະເຈົ້າຜູ້ທີ່ຊົງໃຫ້ຄຳສັ່ງພະບັນຍັດນັ້ນ. ແຕ່ວ່າປັດຈຸບັນນີ້ຄົນສ່ວນຫຼາຍ
ຕ່າງກໍ່ປະຕິເສດ ແລະບໍ່ເອົາໃຈໃສ່ຕໍ່ພະບັນຍັດຂອງພະເຈົ້າ ດ້ວຍຄຳເວົ້າທີ່ວ່າ ພະບັນຍັດ
ທັງໝົດນັ້ນຖືກຍົກເລີກແລ້ວ ແຕ່ພວກເຂົາກໍ່ກ່າວວ່າ ພວກເຂົາມີຄວາມເຊື່ອໃນພະເຈົ້າ. ຍິ່ງໄປກວ່ານັ້ນ, ພວກເຂົາໄດ້ກະບົດຕໍ່ພະເຈົ້າ ດ້ວຍການສ້າງບັນຍັດຂອງມະນຸດຂຶ້ນມາ
ແທນທີ່ພະບັນຍັດຂອງພະເຈົ້າ. ແຕ່ພວກເຂົາເວົ້າແລະຢືນຢັນວ່າ ‘ພວກເຮົາຮັກພະເຈົ້າ ແລະຮູ້ຈັກພະອົງເປັນຢ່າງດີ’. ແຕ່ໃນພະຄຳພີໄດ້ບອກວ່າ ພວກເຂົານັ້ນເປັນຜູ້ທີ່ເວົ້າຕົວະ.
1ຢຮ 2:3-6『ຖ້າພວກເຮົາເຊື່ອຟັງຂໍ້ຄຳສັ່ງຂອງພະອົງ ພວກເຮົາກໍ່ຮູ້ແນ່ວ່າພວກເຮົາຮູ້
ພະອົງ. ຖ້າຄົນໃດເວົ້າວ່າຕົນຮູ້ພະອົງ ແຕ່ບໍ່ເຊື່ອຟັງຂໍ້ຄຳສັ່ງຂອງພະອົງ ຄົນນັ້ນກໍ່ເວົ້າ
ຕົວະ ແລະບໍ່ມີຄວາມຈິງໃນລາວ. ແຕ່ຜູ້ໃດກໍ່ຕາມທີ່ເຊື່ອຟັງພະຄຳຂອງພະອົງ ກໍ່ເປັນຜູ້ທີ່
ຮັກພະເຈົ້າຢ່າງບໍລິບູນອີ່ຫຼີ. ດ້ວຍເຫດນີ້ແຫຼະ, ພວກເຮົາຈຶ່ງແນ່ໃຈວ່າ ພວກເຮົາດຳລົງຢູ່ ໃນການຮ່ວມເຂົ້າກັບພະເຈົ້າຄື: ຜູ້ໃດກໍ່ຕາມທີ່ເວົ້າວ່າ ຕົນດຳລົງຢູ່ໃນການຮ່ວມເຂົ້າກັບພະເຈົ້າ ຄວນມີຊີວິດຢູ່ຢ່າງທີ່ພະຄິດໄດ້ມີຢູ່.』
ພະຄຳພີໄດ້ບອກພວກເຮົາວ່າ ຖ້າຄົນໃດເວົ້າວ່າຕົນຮູ້ພະອົງ ແຕ່ບໍ່ເຊື່ອຟັງຂໍ້ຄຳສັ່ງຂອງ ພະອົງ ຄົນນັ້ນກໍ່ເວົ້າຕົວະ ແລະບໍ່ມີຄວາມຈິງໃນລາວ. ຖ້າດັ່ງນັ້ນ, ຜູ້ທີ່ບໍ່ມີຄວາມຈິງແລະ ເວົ້າຕົວະເປັນລູກຂອງໃຜ? ການເວົ້າຕົວະ(ການເວົ້າຕົວະໃນພະຄຳພີ)ນັ້ນເປັນການກະທຳ ຂອງໃຜ?
3. ຊາຕານ ເປັນຜູ້ທີ່ເວົ້າຕົວະຕັ້ງແຕ່ເລີ່ມຕົ້ນ
ການເວົ້າຕົວະ ເປັນການກະທຳຂອງຊາຕານ. ໃນທີ່ນີ້ການເວົ້າຕົວະນັ້ນໝາຍເຖິງຜູ້ທີ່ບໍ່
ເຊື່ອຟັງ ແລະບໍ່ປະຕິບັດຕາມພະບັນຍັດຂອງພະເຈົ້າ ແຕ່ກ່າວວ່າ ‘ຂ້ອຍຮັກພະເຈົ້າ’, ແລະ ‘ຂ້ອຍຮູ້ຈັກພະເຈົ້າເປັນຢ່າງດີ’ ໝາຍຄວາມວ່າ ເວົ້າຕົວະດ້ວຍຈິດວິນຍານ.
ຢຮ 8:44 『ພວກທ່ານມີພໍ່ຂອງພວກທ່ານຄືມານ. ພວກທ່ານຢາກປະຕິບັດຕາມພໍ່ຂອງ ພວກທ່ານຕ້ອງການ. ຕັ້ງແຕ່ຕົ້ນເດີມມາ ມັນເປັນຜູ້ຂ້າຄົນ ແລະບໍ່ເຄີຍຢູ່ຝ່າຍຄວາມຈິງ ເພາະໃນຕົວຂອງມັນບໍ່ມີຄວາມຈິງ. ເມື່ອມັນເວົ້າຕົວະມັນກໍ່ພຽງປະຕິບັດຕາມສັນດານຂອງ
ມັນເທົ່ານັ້ນ ເພາະມັນເປັນຜູ້ຕົວະ ແລະເປັນພໍ່ຂອງການຕົວະທັງສິ້ນ』
ດັ່ງນັ້ນ, ນີ້ເປັນການຢັ້ງຢືນໄດ້ຢ່າງຈະແຈ້ງເຖິງຜູ້ທີ່ກ່າວວ່າ ‘ຂ້ອຍຮັກພະເຈົ້າແລະຮູ້ຈັກ ພະອົງ’ ແຕ່ບໍ່ປະຕິບັດຕາມພະບັນຍັດຂອງພະອົງ ຜູ້ນັ້ນກໍ່ເປັນຜູ້ເວົ້າຕົວະ ແລະເປັນລູກ
ຂອງຊາຕານ. ເວົ້າໄດ້ອີກຢ່າງໜຶ່ງວ່າ ພວກເຮົາສາມາດຈຳແນກໄດ້ລະຫວ່າງປະຊາຊົນ
ຂອງພະເຈົ້າ ແລະປະຊາຊົນຂອງຊາຕານ ດ້ວຍການປະຕິບັດຕາມພະບັນຍັດຂອງພະເຈົ້າ
ຫຼືປະຕິບັດຕາມບັນຍັດຂອງມະນຸດ.
4. ການທີ່ບໍ່ປະຕິບັດຕາມພະບັນຍັດຂອງພະເຈົ້າ ເປັນການກະທຳຄວາມຊົ່ວ.
ປະຊາຊົນຂອງພະເຈົ້າມັກປະຕິບັດຕາມພະບັນຍັດຂອງພະເຈົ້າ ແຕ່ປະຊາຊົນຂອງຊາ ຕານບໍ່ມັກພະບັນຍັດຂອງພະເຈົ້າ ເປັນເພາະວ່າປະຊາຊົນຂອງພະເຈົ້າ ຕ່າງກໍ່ມີຄວາມຮັກ
ໃນພະອົງ ແຕ່ວ່າປະຊາຊົນຂອງຊາຕານບໍ່ມັກພະເຈົ້າ ຄືດັ່ງທີ່ພະເຢຊູຊົງກ່າວວ່າ ‘ຖ້າ
ພວກທ່ານຮັກເຮົາ ພວກທ່ານກໍ່ຈະເຊື່ອຟັງຂໍ້ຄຳສັ່ງຂອງເຮົາ.’ (ຢຮ 14:15) ແລະພະເຢຊູ ຊົງສະແດງໃຫ້ເຫັນພະປະສົງອັນເດັດຂາດ ດ້ວຍຄຳເວົ້າທີ່ວ່າ “ຖ້າພວກທ່ານບໍ່ປະຕິບັດ
ຕາມພະບັນຍັດຂອງພະເຈົ້າ ທ່ານຈະບໍ່ມີໂອກາດໄດ້ເຂົ້າອານາຈັກສະຫວັນ ”
ມທ 7:21-23『ບໍ່ແມ່ນວ່າທຸກຄົນທີ່ເອີ້ນເຮົາວ່າ ນາຍເຈົ້າຂ້າ ນາຍເຈົ້າຂ້າ ຈະເຂົ້າໄປໃນ
ອານາຈັກຂອງພະເຈົ້າໄດ້ ເຂົ້າໄດ້ແຕ່ຜູ້ທີ່ປະຕິບັດຕາມພະບິດາຂອງເຮົາຜູ້ສະຖິດຢູ່ໃນສະ
ຫວັນ ຕ້ອງການໃຫ້ເຂົາປະຕິບັດຕາມເທົ່ານັ້ນ. ເມື່ອມື້ພິພາກສາມາເຖິງຫຼາຍຄົນຈະເວົ້າ
ກັບເຮົາວ່າ ນາຍເຈົ້າຂ້າ ນາຍເຈົ້າຂ້າ! ໃນນາມຂອງພະອົງ ພວກຂ້າພະອົງໄດ້ປະກາດ ຖ້ອຍຄຳຂອງພະເຈົ້າ ໂດຍນາມຂອງພະອົງພວກຂ້າພະອົງໄດ້ຂັບໄລ່ຜີອອກ ແລະໄດ້ເຮັດ
ການອັດສະຈັນຫຼາຍປະການ! ແລ້ວເຮົາກໍ່ຈະປະກາດຕໍ່ພວກເຂົາວ່າ ເຮົາບໍ່ເຄີຍຮູ້ຈັກພວກ ເຈົ້າ. ຖອຍໜີໄປຈາກເຮົາ ພວກເຈົ້າຄົນທີ່ເຮັດການຊົ່ວຮ້າຍ』
ໃນທີ່ນີ້ ການຊົ່ວຮ້າຍໝາຍເຖິງຫຍັງ? ໃນ NKJV ຂຽນວ່າ ນັ້ນເປັນການກະທຳທີ່ບໍ່ປະ ຕິບັດຕາມພະບັນຍັດຂອງພະເຈົ້າ. ພວກເຂົາບໍ່ມັກພະບັນຍັດຂອງພະເຈົ້າ ແຕ່ໄດ້ປະຕິບັດ
ຕາມບັນຍັດຂອງຊາຕານດ້ວຍຖືເປັນສິ່ງທີ່ສຳຄັນ ກໍ່ຍ້ອນວ່າພວກເຂົາເປັນປະຊາຊົນຂອງ ຊາຕານ. ດັ່ງນັ້ນ, ເປັນເລື່ອງທຳມະດາທີ່ພວກເຂົານັ້ນຈະບໍ່ມີໂອກາດຈະເຂົ້າສູ່ອານາຈັກ
ສະຫວັນໄດ້.
5. ການປະຕິບັດຕາມບັນຍັດຂອງມະນຸດເປັນການນະມັດສະການພະເຈົ້າ
ຢ່າງບໍ່ມີປະໂຫຍດ.
ປະຊາຊົນອິດສະລະເອນ ຜູ້ທີ່ສະແຫວງຫາດິນແດນການາອານແຫ່ງພັນທະສັນຍາທີ່ອຸ
ດົມສົມບູນໄປດ້ວຍນໍ້ານົມ ແລະນໍ້າເຜິ້ງ, ໄດ້ດຳລົງຊີວິດໃນຖິ່ນແຫ້ງແລ້ງກັນດານເປັນເວ
ລາດົນນານເຖິງສີ່ສິບປີ. ພະເຈົ້າຊົງສາມາດນຳພາພວກເຂົາໄປສູ່ການາອານ ດ້ວຍໄລຍະ ທາງທີ່ສັ້ນໄດ້ ແຕ່ວ່າ, ສາເຫດທີ່ພະອົງຕ້ອງໃຊ້ເວລາດົນເຖິງສີ່ສິບປີໃນຖິ່ນແຫ້ງແລ້ງກັນດານນັ້ນ ມີພະປະສົງທີ່ງົດງາມຄື ພະອົງຊົງຕ້ອງການສັ່ງສອນຝຶກຝົນປະຊາຊົນເພື່ອບໍ່ໃຫ້
ລືມພະບັນຍັດຂອງພະອົງ ເຖິງແມ່ນວ່າພວກເຂົາໄດ້ເຂົ້າສູ່ດິນແດນການາອານບ່ອນທີ່ສະຫງົບສຸກ(ພບຍ 8:2, 13:3).
ຢ່າງໃດກໍ່ຕາມ, ແທນທີ່ປະຊາຊົນອິດສະລະເອນ ຈະຕ້ອງປະຕິບັດຕາມພະບັນຍັດຂອງ ພະເຈົ້າ ແຕ່ກັບບໍ່ໄດ້ເຊື່ອຟັງພະບັນຍັດຂອງພະເຈົ້າ ດວ້ຍການຄິດໄປຕ່າງໆນາໆຕາມ
ຄວາມຄິດຂອງຕົນເອງ. ໃນທີ່ສຸດເກືອບໝົດທຸກຄົນຖືກທຳລາຍໃນຖິ່ນແຫ້ງແລ້ງກັນດານ.
ພວກເຂົາຕ່າງກໍ່ລືມຄວາມມຸ້ງໝາຍເທື່ອທຳອິດເມື່ອອອກຈາກເອຢິບ. ດັ່ງນັ້ນ, ຈຶ່ງຊອກຫາ ຄວາມພໍໃຈຂອງຕົນເອງ ແລະສິ່ງທີ່ຍົ່ວຍວນຊົ່ວຄາວ ຫຼາຍກວ່າທີ່ຈະມຸ້ງຄວາມຫວັງໄປສູ່ດິນແດນການາອານ, ດັ່ງນັ້ນ, ຈຶ່ງສູນເສຍຄວາມສຸກ ແລະພະພອນຊົ່ວນິລັນແລ້ວ.
ດັ່ງຂ້າງເທິງນັ້ນ ພະບັນຍັດຂອງພະເຈົ້າໄດ້ມອບສະຫງ່າລາສີຂອງອານາຈັກສະຫວັນ
ໃຫ້ເໝືອນດັ່ງດິນແດນການາອານ, ແຕ່ບັນຍັດຂອງມະນຸດນັ້ນ ບໍ່ສາມາດທີ່ຈະນຳພາໄປສູ່ອານາຄົດທີ່ໜ້າເຊື່ອຖືແລະປອດໄພໄດ້. ດັ່ງນັ້ນ, ພະເຢຊູຊົງກ່າວແກ່ຄົນທັງຫຼາຍຜູ້ທີ່ປະຕິບັດຕາມບັນຍັດຂອງມະນຸດນັ້ນວ່າ ເປັນການນະມັດສະການພະເຈົ້າຢ່າງບໍ່ມີປະໂຫຍດ.
ມກ 7:6-9『ພະເຢຊູຕອບພວກເຂົາວ່າ ເອຊາຢາເວົ້າຖືກແລ້ວ ເມື່ອເພິ່ນໄດ້ກ່າວໄວ້ລ່ວງ ໜ້າເຖິງພວກທ່ານ! ພວກທ່ານເປັນຄົນໜ້າຊື່ໃຈຄົດ ຕາມທີ່ເພິ່ນໄດ້ຂຽນໄວ້ວ່າ: ຄົນເຫຼົ່ານີ້
ໃຫ້ກຽດເຮົາແຕ່ປາກ, ພະເຈົ້າກ່າວຈາ. ສ່ວນວ່າຈິດໃຈຫ່າງໄກຈາກເຮົາແທ້ໆ. ການທີ່ເຂົາ ນະມັດສະການເຮົານັ້ນ ບໍ່ມີປະໂຫຍດຕໍ່ເຂົາຫຍັງໝົດ ເພາະເຂົາສັ່ງສອນທຳນຽມຂອງມະ
ນຸດ ສໍ່າກັບເປັນຄຳສັ່ງສອນຂອງພະເຈົ້າ. ພວກທ່ານປະຂໍ້ຄຳສັ່ງຂອງພະເຈົ້າ ແລະປະຕິ ບັດຕາມທຳນຽມຂອງມະນຸດ. ແລ້ວພະເຢຊູກໍ່ກ່າວຕໍ່ໄປວ່າ ພວກທ່ານໃຊ້ວິທີອັນສະຫຼາດ
ແກມໂກງໃນການປະຖິ້ມບັນຍັດຂອງພະເຈົ້າ ເພື່ອຍຶດຖືຄຳສັ່ງສອນຂອງພວກທ່ານເອງ』
ໃນປັດຈຸບັນນີ້, ຜູ້ໃດເປັນຜູ້ນະມັດສະການຢ່າງບໍ່ມີປະໂຫຍດ? ແລະພວກເຂົາເປັນຜູ້ທີ່
ປະຕິບັດຕາມບັນຍັດໃດ? ພະເຈົ້າບໍ່ໄດ້ຊົງໃຫ້ພະບັນຍັດຂອງພະອົງເພື່ອເຮັດໃຫ້ພວກເຮົາ
ມີຄວາມກັງວົນ ແຕ່ໂດຍຜ່ານພະບັນຍັດນັ້ນເຮັດໃຫ້ພວກເຮົາເຊື່ອແລະຮັກພະເຈົ້າ ຈຶ່ງໄດ້ຮັບຄວາມເມດຕາແລະຄວາມຮັກຂອງພະເຈົ້າໄດ້. ດັ່ງນັ້ນ, ພວກເຮົາຕ້ອງມີຄວາມເຊື່ອວ່າ ພະອົງໄດ້ຊົງສ້າງຕັ້ງພະບັນຍັດທັງໝົດຂຶ້ນເພື່ອພວກເຮົາ ແລະພວກເຮົາຕ້ອງສັນລະເສີນ ແລະຂອບພະຄຸນໃນຄວາມເມດຕາຂອງພະອົງ.
6. ພະເຈົ້າຈະຊົງພິພາກສາ ຜູ້ປະກາດພະຄຳຂອງມານຜູ້ທີ່ເວົ້າຕົວະ.
ຊາຕານ ໄດ້ຕັ້ງກັບດັກຂຸມແຮ້ວຫຼາຍຢ່າງ ແລະໄດ້ລໍ້ລວງພວກເຮົາເພື່ອທີ່ຈະບໍ່ໃຫ້ເຮົາປະຕິບັດຕາມພະບັນຍັດຂອງພະເຈົ້າ. ໜຶ່ງໃນອາວຸດທີ່ຮ້າຍແຮງທີ່ສຸດກໍ່ຄື ການເວົ້າຕົວະ (ການສອນທີ່ຂັດຕໍ່ພະບັນຍັດຂອງພະເຈົ້າ). ພະຄຳພີໄດ້ພິຍານກ່ຽວກັບເລື່ອງນີ້ວ່າ ຜູ້ຫຼອກ ລວງໂດຍການເວົ້າຕົວະ ແລະຜູ້ທີ່ຖືກຫຼອກລວງດ້ວຍຄຳເວົ້ານັ້ນຈະຖືກທຳລາຍນຳກັນ.
ອຊຢ 9:13-16『ເຖິງແມ່ນວ່າພະຜູ້ເປັນເຈົ້າອົງຊົງລິດອຳນາດຍິ່ງໃຫຍ່ໄດ້ລົງໂທດອິດສະ
ລາເອນແລ້ວກໍ່ຕາມ. ແຕ່ພວກເຂົາບໍ່ໄດ້ປ່ຽນໃຈກັບຄືນມາຫາພະອົງ. ພະຜູ້ເປັນເຈົ້າຈະລົງ ໂທດບັນດາຜູ້ນຳຊາດອິດສະລາເອນ ແລະປະຊາຊົນໃຫ້ໝົດໄປໃນພຽງມື້ດຽວ. ພະອົງຈະ
ຕັດຫາງພວກເຂົາຖິ້ມໝົດ. ຫົວແມ່ນຜູ້ອາວຸໂສກັບຄົນທີ່ມີກຽດ ສ່ວນຫາງນັ້ນແມ່ນພວກຜູ້
ປະກາດພະຄຳທີ່ສອນເລື່ອງບໍ່ຈິງ! ພວກເຂົາໄດ້ນຳພາປະຊາຊົນເຫຼົ່ານີ້ໄປໃນທາງຜິດແລະ ເຮັດໃຫ້ເຂົາສັບສົນວຸ້ນວາຍ.』
ແມ່ນໃຜເປັນຜູ້ປະກາດພະຄຳທີ່ສອນເລື່ອງບໍ່ຈິງ?
· ວັນອາທິດເປັນ ມື້ພະ.
· ວັນຄິດສະມາດ(25 ທັນວາ)ເປັນ ວັນເກີດຂອງພະເຢຊູ.
· ໄມ້ກາງແຂນເປັນ ສິ່ງທີ່ຄວນເຄົາລົບບູຊາ.
· ມື້ພະ ບໍ່ຈຳເປັນທີ່ຕ້ອງປະຕິບັດຕາມ.
· ເທດສະການປັດສະຄາ ບໍ່ຈຳເປັນທີ່ຕ້ອງປະຕິບັດຕາມ.
· ເທດສະການຕ່າງໆໄດ້ຖືກລົບລ້າງໄປແລ້ວ.
ໝາຍຄວາມວ່າ ຜູ້ທີ່ໄດ້ສັ່ງສອນປະຊາຊົນດ້ວຍຄຳເວົ້າເຫຼົ່ານີ້ ໄດ້ກະທຳການຝ່າຝືນພະ ບັນຍັດຕ່າງໆຂອງພະເຈົ້າ. ພະເຈົ້າຊົງສັ່ງພວກເຮົາວ່າ ຈົ່ງກຳຈັດຄວາມຊົ່ວຮ້າຍນີ້ໃຫ້ດັບ
ສິ້ນໄປ(ພບຍ 13:5). ໂດຍຜ່ານການສັ່ງສອນຄວາມຈິງຕ່າງໆໃນພະຄຳພີ ພວກເຮົາຕ້ອງ ມືນຕາດ້ວຍຈິດວິນຍານໃຫ້ກວ້າງອອກ ແລະຈຳແນກຢ່າງຄົບຖ້ວນ ພາລະກິດຂອງພະ ເຈົ້າ ກັບພາລະກິດຂອງມານ ແລະພວກເຮົາຄວນປະຕິບັດຕາມພະບັນຍັດຂອງພະເຈົ້າ
ດ້ວຍຄວາມກະຕືລືລົ້ນ ເຊິ່ງເປັນການສະແດງອອກເຖິງຄວາມຮັກຕໍ່ພະອົງ ຈຶ່ງໄດ້ພົບກັບ
ຄວາມເມດຕາ ແລະພະພອນຈາກພະອົງຢ່າງແທ້ຈິງ.
7. ຜູ້ເຊື່ອຖື 144,000ຄົນ ທີ່ໄດ້ຮັບຄວາມພົ້ນໂດຍການປະຕິບັດຕາມພະບັນຍັດຂອງພະເຈົ້າ
ພະຄຳພີໄດ້ອະທິບາຍກ່ຽວກັບ ຜູ້ທີ່ໄດ້ຮັບສະຫງ່າລາສີແຫ່ງຄວາມພົ້ນສຸດທ້າຍທີ່ແຜ່ນ
ດິນໂລກນີ້ຄື “144,000ຄົນ ຜູ້ທີ່ໄດ້ຮັບການໄຖ່ໄວ້ຈາກມະນຸດຊາດທັງສິ້ນ” ພວກເຂົາເປັນ
ຜູ້ທີ່ໄດ້ມາເຖິງສະຫງ່າລາສີແຫ່ງຄວາມພົ້ນສຸດທ້າຍດ້ວຍການຝຶກຝົນ ແລະຜ່ານຜ່າຄວາມ
ລຳບາກ ແລະຄວາມທໍລະມານຕ່າງໆ ເຊິ່ງປຽບທຽບເໝືອນດັ່ງເຕົາຫຼອມທີ່ຮ້ອນກ້າ. ພວກ ເຂົາໄດ້ຜ່ານການເຍາະເຍີ້ຍ, ການຂົ່ມເຫັງ, ການດູໝິ່ນປະໝາດ ແລະການຖືກປະຕິເສດ
ຈາກຜູ້ຄົນເປັນເວລາດົນນານ ແຕ່ພວກເຂົາຕິດຕາມຫົນທາງແຫ່ງໄມ້ກາງແຂນຂອງພະຄິດດ້ວຍຄວາມອົດທົນ ໂດຍບໍ່ມີຄວາມລັງເລໃຈ ແລະໄດ້ຮັບພິຍານວ່າ ພວກເຂົາເປັນຜູ້ທີ່ຕິດ
ຕາມທຸກທີ່ທຸກບ່ອນທີ່ພະອົງໄປ.
ສະຫງ່າລາສີຂອງພວກເຂົານັ້ນຍິ່ງໃຫຍ່ຫຼາຍ, ແລະຈົນກວ່າຈະເປັນປະຊາຊົນຂອງພະ
ເຈົ້າທີ່ໄດ້ເລືອກຈາກມະນຸດທຸກຊົນຊາດໃນໂລກ ພວກເຂົາດຳເນີນຊີວິດໃນຄວາມທຸກທໍລະມານດ້ວຍນໍ້າຕາ ກິນເຂົ້າຈີ່ດ້ວຍຄວາມລຳບາກ ແລະດື່ມນໍ້າດ້ວຍຄວາມເຈັບປວດ ແຕ່
ພວກເຂົາໄດ້ໄຊຊະນະ ດ້ວຍຄວາມອົດທົນ ແລະໄວ້ວາງໃຈພຽງແຕ່ຖ້ອຍຄຳທີ່ພະເຈົ້າຊົງ
ສັນຍາໄວ້. ຕໍ່ໄປນີ້ແມ່ນຄຳສັນຍາຂອງພະຄິດ
ຢຮ 14:1-3『ຕໍ່ມາພະເຢຊູໄດ້ບອກພວກສາວົກຂອງພະອົງວ່າຢ່າເປັນທຸກ ແລະກັງວົນ
ໃຈເລີຍ ຈົ່ງເຊື່ອໃນພະເຈົ້າ ແລະຈົ່ງເຊື່ອເຮົາຄືກັນ. ໃນຜາສາດແຫ່ງພະບິດາຂອງເຮົາມີ
ບ່ອນຢູ່ຫຼາຍບ່ອນ ແລະເຮົາກຳລັງໄປຈັດແຈງບ່ອນໄວ້ສຳລັບທ່ານທັງຫຼາຍ. ເຮົາຄົງບໍ່
ບອກເລື່ອງນີ້ແກ່ພວກທ່ານ ຖ້າບໍ່ເປັນຄວາມຈິງ. ເມື່ອເຮົາໄປຕຽມບ່ອນໄວ້ສຳລັບພວກ
ທ່ານແລ້ວ ເຮົາຈະກັບຄືນມາຮັບເອົາພວກທ່ານໄປຢູ່ກັບເຮົາ ເພື່ອວ່າເຮົາຢູ່ທີ່ໃດ ພວກ
ທ່ານກໍ່ຈະຢູ່ທີ່ນັ້ນຄືກັນ.』
ຊີວິດຂອງພວກເຮົາໂລກແຫ່ງຄວາມບາບນີ້ ມີພຽງແຕ່ຄວາມລະທົມຂົມຂື່ນ ແລະຄວາມ ເຈັບປວດຕ່າງໆ ແຕ່ພະເຢຊູຊົງເລົ້າໂລມໃຈໂດຍການກະກຽມຜາສາດໄວ້ເພື່ອພວກເຮົາ. ເມື່ອມື້ພິພາກສາຕັດສິນມາຍັງໂລກແຫ່ງຄວາມເສົ້າໂສກເສຍໃຈນີ້ ພວກເຮົາຈະເດີນທາງ
ເຂົ້າສູ່ດິນແດນແຫ່ງຄວາມງົດງາມອັນຕະຫຼອດໄປເປັນນິດນຳກັນ.
ຈົ່ງຈິນຕະນາການໃນອານາຄົດທີ່ວິເສດ ແລະມີສະຫງ່າລາສີຫຼາຍພຽງໃດ!
ອານາຈັກສະຫວັນບ່ອນທີ່ຄົນທັງຫຼາຍປາດຖະໜາຢ່າງແຮງກ້າ ເພື່ອຢາກເຂົ້າໄປຕັ້ງແຕ່
ດົນນານແລ້ວ, ອານາຈັກສະຫວັນບ່ອນທີ່ວິເສດສະຫງ່າງາມ ທີ່ຄົນບໍ່ສາມາດຊອກຫາ
ແລະຈິນຕະນາອອກໄດ້ ຢູ່ທີ່ນັ້ນ ພວກເຮົາຈະໄດ້ຍິນສຽງເພງທີ່ໜ້າອອນຊອນອັນມະຫັດ
ສະຈັນຂອງສະຫວັນ ທີ່ມະນຸດບໍ່ເຄີຍໄດ້ຍິນມາກ່ອນ. ສຽງເຫຼົ່ານັ້ນຈະໃຫ້ຄວາມປອບໃຈ ແລະຄວາມສະຫງົບແກ່ຄົນທັງຫຼາຍຜູ້ທີ່ຖືກທົນທຸກທໍລະມານ. ບ່ອນນັ້ນເປັນດິນແດນແຫ່ງ ອານາຈັກສະຫວັນເຊິ່ງເປັນບ້ານຂອງເຮົາທີ່ດຳລົງຢູ່ຕະຫຼອດໄປ. ຢູ່ບ່ອນນັ້ນ ພະເຈົ້າຜູ້ຊົງ
ມີສະຫງ່າລາສີຊົງສະຖິດຢູ່ ແລະສ່ອງແສງສະຫງ່າລາສີຂອງເຢລູຊາເລັມ ພ້ອມທັງທູດສະ ຫວັນຢ່າງຫຼວງຫຼາຍ, ສິ່ງທີ່ງົດງາມເຫຼືອລົ້ນແລະໜ້າອັດສະຈັນເມື່ອແນມເບິ່ງແລ້ວເຮັດໃຫ້ຫົວໃຈ ຂອງພວກເຮົານັ້ນເຕັມໄປດ້ວຍຄວາມດີອົກດີໃຈ. ອານາຈັກສະຫວັນຊົ່ວນິລັນບ່ອນທີ່ຫຼັ່ງໄຫຼດ້ວຍສຽງດົນຕີທີ່ໜ້າອອນຊອນແຫ່ງສະຫວັນ ແລະປະດັບໄປດ້ວຍແສງສະຫວ່າງ
ຢ່າງມະຫັດສະຈັນ, ບ່ອນນັ້ນແມ່ນບ້ານຂອງພະບິດາເຮົາ ແລະບ້ານຂອງເຮົາ. ບ່ອນທີ່ມີ
ຄວາມຊົມຊື່ນຍິນດີຢ່າງເຕັມປ່ຽມໄປທຸກໆມື້, ບ່ອນທີ່ມີຄວາມສຸກຟົ້ງອອກເໝືອນດັ່ງບໍ່ນໍ້າພຸ, ບ່ອນນັ້ນແມ່ນ ອານາຈັກສະຫວັນ.
ຜູ້ເຊື່ອຖື 144,000ຄົນເປັນຜູ້ທີ່ຈາລຶກສິ່ງທີ່ພະເຈົ້າສັນຍາເຖິງອານາຄົດໄວ້ໃນຈິດໃຈດັ່ງ
ຂ້າງເທິງນັ້ນ ແລະເດີນໄປຕາມເສັ້ນທາງແຫ່ງນໍ້າຕາແລະຄວາມທຸກທໍລະມານໃນປັດຈຸບັນ
ນີ້ເພື່ອສະຫງ່າລາສີ. ພວກເຂົາກຳລັງປະຕິບັດຕາມພະບັນຍັດຂອງພະເຈົ້າດ້ວຍຄວາມອົດ
ທົນໃນຄວາມຍາກລຳບາກທຸກທໍລະມານ, ພວກເຂົາຕ່າງກໍ່ເຊື່ອຟັງພະບັນຍັດຂອງພະເຈົ້າ
ເຊິ່ງເປັນການສະແດງອອກ ເຖິງຄວາມຮັກຂອງພວກເຂົາຕໍ່ພະອົງ ແລະຈະຕິດຕາມທາງ
ຂອງພະເຈົ້າຈົນເຖິງສຸດທ້າຍ. ເຖິງແມ່ນວ່າ, ຕ້ອງຜ່ານຜ່າອຸປະສັກຕ່າງໆເໝືອນດັ່ງທາງ
ທີ່ເຕັມດ້ວຍໜາມ ພວກເຂົາຈະໄປຫາພະເຈົ້າດ້ວຍການໄຊຊະນະ ໄຊຊະນະ. ຈິດໃຈຂອງ
ພວກເຂົາກໍ່ຈະເຕັມໄປດ້ວຍຄວາມຮັກອັນແສນອົບອຸ່ນຕໍ່ພະເຈົ້າ ເຖິງແມ່ນວ່າ, ຄວາມຕາຍ ກໍ່ບໍ່ສາມາດຂັດຂວາງຈິດໃຈ ທີ່ຮ້ອນຮົນຂອງພວກເຂົາໄດ້. ນີ້ເປັນຕົ້ນກຳເນີດສິ່ງທີ່ໃຫ້ກຳ
ລັງໃຈແກ່ພວກເຂົາຜ່ານຜ່າໄຊຊະນະໃນສິ່ງຕ່າງໆ.
ພນ 14:3『ພວກເຂົາພວມຮ້ອງເພງບົດໃໝ່ ເຊິ່ງພວກເຂົາເທົ່ານັ້ນຮ້ອງໄດ້. ຈາກມະນຸດ ຊາດທັງສິ້ນ ແມ່ນພວກເຂົາເທົ່ານັ້ນທີ່ໄດ້ຮັບການໄຖ່ໄວ້.』
ພນ 14:12『ເລື່ອງນີ້ແມ່ນຮຽກຮ້ອງປະຊາຊົນຂອງພະເຈົ້າໃຫ້ມີຄວາມອົດທົນຫຼາຍຄື: ພວກທີ່ປະຕິບັດຕາມພະບັນຍັດຂອງພະເຈົ້າ ແລະພວກທີ່ສັດຊື່ຕໍ່ພະເຢຊູ.』
ຜູ້ເຊື່ອຖື 144,000ຄົນທີ່ຈະໄດ້ຮັບຄວາມພົ້ນທີ່ມີສະຫງ່າລາສີ ຜູ້ນັ້ນຕ້ອງເປັນຜູ້ທີ່ປະຕິບັດຕາມພະບັນຍັດຕ່າງໆຂອງພະເຈົ້າ.