ຖ້າເປັນມະນຸດຜູ້ທີ່ເກີດຢູ່ໃນໂລກນີ້ ຈະມີຄຳຖາມທີ່ວ່າ ຂ້ອຍມາຈາກໃສ? ຂ້ອຍຈະໄປ ໃສ? ຂ້ອຍມີຊີວິດຢູ່ເພື່ອຫຍັງ? ຂ້ອຍເກີດມາໃນໂລກນີ້ຈຸດປະສົງຫຍັງ? ແຕ່ວ່າ, ກ່ອນພິ
ຈະລະນາເຖິງຄວາມຄິດອັນເລິກເຊິ່ງກ່ຽວກັບເລື່ອງຂອງອານາຄົດ ແຕ່ມີສິ່ງທີ່ກີດຂວາງຄື
ສະພາບປັດຈຸບັນ ຈຶ່ງບໍ່ເຂົ້າໃຈ ທັງບໍ່ໄດ້ພົບຕົ້ນກຳເນີດຂອງຕົນ ພຽງແຕ່ຫຼົງທາງງົມທາວ ໄປມາຈາກບ່ອນນີ້ໄປບ່ອນນັ້ນ ແລະໃນທີ່ສຸດ ກໍ່ພົບກັບຄວາມຕາຍທີ່ໜ້າອະນິຈັງ ນີ້ຄືຊາ
ຕາກຳຂອງມະນຸດທຸກຄົນ. ດັ່ງນັ້ນຄົນທັງຫຼາຍຈຶ່ງປຽບທຽບວ່າ ຊີວິດຂອງມະນຸດນັ້ນຫວ່າງ ເປົ່າ ຄວາມໄຝ່ຝັນສຳລັບຊີວິດກໍ່ໄຮ້ຄວາມໝາຍ ຊີວິດຂອງມະນຸດບໍ່ມີຫຍັງທີ່ສຳຄັນ. ແຕ່
ວ່າ, ຊີວິດຂອງພວກເຮົາບໍ່ໄດ້ເປັນດັ່ງຄວາມຝັນທີ່ຫວ່າງເປົ່າ. ພວກເຮົາຈະຕ້ອງຄົ້ນຫາ
ຄວາມໝາຍເລິກເຊິ່ງ ທີ່ໄດ້ເຊື່ອງຊ້ອນໄວ້ໃນຊີວິດພວກເຮົາ.

ພວກເຮົາເຄີຍເປັນລູກຂອງພະເຈົ້າໃນອານາຈັກສະຫວັນທີ່ມີຄວາມສະຫງ່າງາມກ່ອນທີ່
ພວກເຮົາຈະສວມເຕັນຄື ຮ່າງກາຍຂອງພວກເຮົາ ແຕ່ຍ້ອນພວກເຮົາໄດ້ເຮັດບາບ ພວກ ເຮົາຈຶ່ງກາຍເປັນຄົນທີ່ໜ້າສັງເວດແລະໜ້າສົງສານທີ່ຕ້ອງຕາຍ. ເຖິງຢ່າງໃດກໍ່ຕາມ, ພະ
ເຈົ້າໄດ້ຊົງໃຫ້ຄວາມເມດຕາສົງສານແກ່ພວກເຮົາ ພະອົງໄດ້ຊົງເປີດທາງສູ່ຊີວິດນິລັນເພື່ອ ນຳເອົາສະຫງ່າລາສີທີ່ພວກເຮົາເຄີຍມີນັ້ນກັບຄືນມາ.

ເມື່ອພວກເຮົາເດີນໄປຕາມທາງທີ່ພະເຈົ້າໄດ້ເປີດເອົາໄວ້ແລ້ວນັ້ນ, ພວກເຮົາກໍ່ຈະພົບຄຳ ຕອບທີ່ແນ່ນອນຕໍ່ກັບຄຳຖາມກ່ຽວກັບຕົ້ນກຳເນີດຂອງພວກເຮົາວ່າ “ພວກເຮົາມາແຕ່ໃສ? ພວກເຮົາຈະໄປໃສ? ພວກເຮົາມີຊີວິດຢູ່ເພື່ອຫຍັງ? ເມື່ອພວກເຮົາໄດ້ຄົ້ນພົບວ່າ ໄລຍະຊີວິດຂອງພວກເຮົາບໍ່ແມ່ນມາຕົວເປົ່າ ແລະໄປກໍ່ຕົວເປົ່າ ພວກເຮົາກໍ່ຈະເຕັມລົ້ນດ້ວຍຄວາມ ຊົມຊື່ນຍິນດີ.

ຕົ້ນກຳເນີດຂອງພວກເຮົາ ບໍ່ແມ່ນຢູ່ກັບຮ່າງກາຍ ແຕ່ຢູ່ກັບຈິດວິນຍານ. ພະເຢຊູໄດ້ຊົງ ກ່າວວ່າ: “ວິນຍານເຮັດໃຫ້ມີຊີວິດ; ຮ່າງກາຍແມ່ນບໍ່ມີປະໂຫຍດຫຍັງໝົດ.” (ຢຮ 6: 63) ດັ່ງນັ້ນພວກເຮົາຢ່າເບິ່ງພຽງແຕ່ສິ່ງທີ່ຕາເຫັນໄດ້ໃນໂລກນີ້ເທົ່ານັ້ນ. ແຕ່ຈົ່ງໃຫ້ຄວາມສຳຄັນ ຕໍ່ກັບໂລກຂອງຝ່າຍວິນຍານ ດ້ວຍຄວາມປາຖະໜາຢ່າງແຮງກ້າ, ຊີວິດຂອງພວກເຮົາທີ່
ໄດ້ຫຼົງທາງຢູ່ໃນສິ່ງທີ່ບໍ່ມີປະໂຫຍດ ຕ້ອງນຳພາມຸ່ງໜ້າໄປສູ່ສິ່ງທີ່ແທ້ຈິງ.

1. ຈິດວິນຍານຂອງພວກເຮົາ

ບັນທຶກຂອງການເນລະມິດສ້າງໂລກ ໃນປຶ້ມພະຄຳປະຖົມມະການນັ້ນ ບໍ່ໄດ້ສະແດງໃຫ້ ເຫັນພຽງແຕ່ການເນລະມິດສ້າງຮ່າງກາຍເທົ່ານັ້ນ ແຕ່ໃຫ້ຮູ້ຈັກເຖິງການເນລະມິດສ້າງຈິດວິນຍານຂອງພວກເຮົາດ້ວຍ.

ປຖກ 2:7 『ແລ້ວພະເຈົ້າແຫ່ງຈັກກະວານ ກໍ່ເອົາຂີ້ດິນແຕ່ພື້ນດິນມາປັ້ນເປັນຊາຍ ພະອົງ ເປົ່າລົມຫັນໃຈໃສ່ຮູດັ່ງຂອງຊາຍທີ່ຖືກປັ້ນຂຶ້ນມານັ້ນໃຫ້ມີຊີວິດ ແລະຮູບປັ້ນນັ້ນກໍ່ໄດ້ເລີ້ມມີຊີວິດ.』

ຫຼັງຈາກທີ່ພະເຈົ້າຊົງສ້າງຮ່າງກາຍດ້ວຍຂີ້ດິນ ແລະຊົງເປົ່າລົມຫາຍໃຈຂອງພະອົງໃສ່ຮູດັງ. ດັ່ງນັ້ນ, ຮ່າງກາຍແມ່ນຂີ້ດິນຂອງໂລກນີ້, ສ່ວນລົມຫາຍໃຈ ແມ່ນວິນຍານທີ່ມາຈາກ ພະເຈົ້າຜູ້ເປັນພະວິນຍານ. ໂຊໂລໂມນໄດ້ຂຽນກ່ຽວກັບເລື່ອງນີ້ວ່າ

ປຍຈ 12:7 『ຮ່າງກາຍຂອງພວກເຮົາຈະກັບເປັນຂີ້ຝຸ່ນດິນອີກ, ແລະລົມຫາຍໃຈຂອງ ພວກເຮົາ ກໍ່ຈະກັບຄືນໄປຫາພະເຈົ້າ ຜູ້ທີ່ໃຫ້ລົມຫາຍໃຈແກ່ມະນຸດທຸກຄົນ.』

ໃນທີ່ນີ້ຄຳວ່າ “ຂີ້ຝຸ່ນດິນ” ໝາຍເຖິງ ຮ່າງກາຍ, “ລົມຫາຍໃຈ” ໝາຍເຖິງ ລົມຫາຍໃຈ ແຫ່ງຊີວິດທີ່ມາຈາກພະເຈົ້າ. ພະເຢຊູໄດ້ຊົງກ່າວວ່າ ລົມຫາຍໃຈແຫ່ງຊີວິດຄືຈິດວິນຍານ.

KJV. ລກ 12:20 『“ແຕ່ພະເຈົ້າກ່າວແກ່ລາວວ່າ, ຄົນໂງ່ເອີຍ! ໃນຄືນນີ້ແຫຼະ, ວິນຍານ ຂອງເຈົ້າຈະຖືກເອົາໄປຈາກເຈົ້າ”』

ວິນຍານຂອງເຈົ້າຈະຖືກເອົາໄປຈາກເຈົ້າ ໝາຍຄວາມວ່າ ພະອົງຊົງຖອນລົມຫາຍໃຈ ແຫ່ງຊີວິດທີ່ພະອົງໄດ້ຊົງໃສ່ຮູດັງອາດາມ. ເຫດສະນັ້ນ, ຂີ້ຝຸ່ນດິນກາຍເປັນຮ່າງກາຍຂອງ
ມະນຸດ ເຊັ່ນດຽວກັນ, ລົມຫາຍໃຈແຫ່ງຊີວິດຂອງພະເຈົ້າກໍ່ກາຍເປັນວິນຍານຂອງມະນຸດ.
ຮ່າງກາຍຂອງພວກເຮົາສືບທອດມາຈາກພໍ່ແມ່ທີ່ເປັນມະນຸດ, ວິນຍານຂອງພວກເຮົາກໍ່ສືບ ທອດມາຈາກລົມຫາຍໃຈແຫ່ງຊີວິດຂອງພະເຈົ້າ. ຜູ້ຂຽນພະຄຳເຮັບເລີກ່າວວ່າ ຮ່າງກາຍແລະວິນຍານຂອງທຸກຄົນໄດ້ແຍກກັນ ດັ່ງນັ້ນມີບິດາທີ່ເປັນມະນຸດ ແລະພະບິດາແຫ່ງຈິດວິນຍານກໍ່ມີຕ່າງຫາກ.

ຮລ 12:9 『ຈົ່ງພິຈາລະນາເບິ່ງ ສິ່ງທີ່ພໍ່ເປັນມະນຸດປະຕິບັດຕໍ່ພວກເຮົາ; ເພິ່ນຕີສອນພວກ ເຮົາແລະພວກເຮົາກໍ່ນັບຖືເພິ່ນ. ແລ້ວຫຼາຍກວ່ານັ້ນອີກພວກເຮົາຄວນຍອມອ່ອນນ້ອມຕໍ່ພະບິດາຂອງພວກເຮົາໃນສະຫັວນແລະມີຊີວິດຢູ່!.』

ໃນທີ່ນີ້ກ່າວໄວ້ວ່າ, “ພະບິດາຂອງພວກເຮົາໃນສະຫັວນ” ຖ້າເປັນເຊັ່ນນັ້ນ, “ພວກເຮົາ ໃນສະຫວັນ” ຄືຜູ້ທີ່ຖືກເອີ້ນວ່າ ລູກຂອງພະເຈົ້ານັ້ນແມ່ນໃຜ? ກ່ຽວກັບເລື່ອງນີ້ພະເຢຊູຈຶ່ງ
ຊົງກ່າວວ່າ, “ຢ່າເອີ້ນໃຜທີ່ເທິງແຜ່ນດິນໂລກນີ້ວ່າ “ບິດາ” ເພາະພວກທ່ານມີພະບິດາຜູ້ ດຽວຢູ່ໃນສະຫວັນ”(ມທ 23:1-9). ເພາະສະນັ້ນ, ພວກເຮົາຮູ້ຈັກໄດ້ວ່າ “ພວກເຮົາໃນ
ສະຫວັນ” ກໍ່ໄດ້ແກ່ພວກເຮົາເອງ. ພະເຢຊູຊົງກ່າວວ່າ ຄວາມຕາຍສຳລັບຮ່າງກາຍແລະ ຄວາມຕາຍສຳລັບຈິດວິນຍານ ແມ່ນແຕກຕ່າງກັນ.

ມທ 10:28 『“ຢ່າສູ່ຢ້ານ ຜູ້ທີ່ຂ້າໄດ້ພຽງແຕ່ຮ່າງກາຍ ແຕ່ຂ້າຈິດວິນຍານບໍ່ໄດ້; ແຕ່ຈົ່ງ   ຢ້ານພະເຈົ້າຜູ້ທີ່ທຳລາຍໄດ້ທັງຮ່າງກາຍ ແລະຈິດວິນຍານໃນໄຟນະລົກ.”』

ເຫດສະນັ້ນ, ຄວາມຕາຍຂອງຮ່າງກາຍ ແມ່ນຄວາມຕາຍເທື່ອທີ່ໜຶ່ງ ແລະຄວາມຕາຍ ຂອງວິນຍານ ແມ່ນຄວາມຕາຍເທື່ອທີ່ສອງ.

ພນ 20:12-14 『ແລະຂ້າພະເຈົ້າໄດ້ເຫັນຄົນຕາຍຄົນຕາຍຖືກຕັດສິນຖືກຖີ້ມລົງໃນ ບຶງໄຟ, ບຶງໄຟນີ້ແຫຼະເປັນຄວາມຕາຍເທື່ອທີ່ສອງ.』

ຄວາມພົ້ນຂອງພວກເຮົາບໍ່ແມ່ນສຳລັບຮ່າງກາຍ ແຕ່ແມ່ນຄວາມພົ້ນສຳລັບຈິດວິນຍານ.

1ປຕ 1:9 『ເພາະພວກທ່ານໄດ້ຮັບຕາມຄວາມມຸ່ງໝາຍແຫ່ງຄວາມເຊື່ອຂອງພວກທ່ານ ໃນພະອົງຄື: ດວງວິນຍານຂອງພວກທ່ານຈະໄດ້ພົ້ນ.』

ອັກຄະທູດໂປໂລໄດ້ຂຽນກ່ຽວກັບຄວາມພົ້ນຂອງເພິ່ນເອງ ດັ່ງຕໍ່ໄປນີ້ວ່າ

2ກທ 5:8 『ພວກເຮົາມີໃຈກ້າຢ່າງເຕັມທີ ແລະຢາກຈະອອກຈາກເຮືອນ ຄືຮ່າງກາຍຂອງ ເຮົານີ້ ແລະໄປຢູ່ກັບພະຜູ້ເປັນເຈົ້າກໍ່ດີກວ່າ.』

ໃນພະຄຳພີທີ່ຂຽນໄວ້ວ່າ “ອອກຈາກເຮືອນຄືຮ່າງກາຍ” ນັ້ນໝາຍເຖິງຫຍັງ? ຮ່າງກາຍ ຫຼືຈິດວິນຍານ? ໝາຍເຖິງ ຈິດວິນຍານຂອງອັກຄະທູດໂປໂລ. ໝາຍຄວາມວ່າລາວຕ້ອງ
ການໃຫ້ຈິດວິນຍານຂອງລາວອອກຈາກຮ່າງກາຍ ແລະໄປຢູ່ກັບພະເຈົ້າ. ແລະອັກຄະທູດ ໂປໂລໄດ້ເວົ້າວ່າ ວິນຍານທີ່ອອກຈາກຮ່າງກາຍນັ້ນແມ່ນລາວເອງ. ລາວເວົ້າກ່ຽວກັບຮ່າງ ກາຍວ່າ, “ເມື່ອເຮືອນຫຼັງທີ່ພວກເຮົາອາໄສຢູ່ ຄືຮ່າງກາຍຂອງພວກເຮົາຝ່າຍໂລກນີ້ຖືກ
ມ້າງລົງ” (2ກທ 5:1)ແລະ “ຕາບໃດທີ່ເຮົາຍັງມີຊີວິດຢູ່ໃນຫໍເຕັນແຫ່ງຮ່າງກາຍນີ້” (2ປຕ
1:13). ເຫດສະນັ້ນຮ່າງກາຍເປັນພຽງແຕ່ຫໍເຕັນສຳລັບຈິດວິນຍານ ອາໄສຢູ່ຊົ່ວຄາວເທົ່າ ນັ້ນ. ຮ່າງກາຍນີ້ ບໍ່ແມ່ນຕົວຕົນອັນແທ້ຈິງຂອງພວກເຮົາ.

2. ບ້ານເມືອງຂອງເຮົາຄືອານາຈັກສະຫວັນ

ພະເຈົ້າຊົງກ່າວແກ່ໂຢບວ່າ ກ່ອນພະເຈົ້າວາງຮາກຖານຂອງແຜ່ນດິນໂລກຄື ກ່ອນປະ ຖົມມະການ ໂຢບໄດ້ເກີດກ່ອນແລ້ວ.

ໂຢບ 38:1-21 『ແລ້ວພະຜູ້ເປັນເຈົ້າກໍໄດ້ຕອບໂຢບອອກມາຈາກລົມພາຍຸ. ເຈົ້າຄືໃຜທີ່ກ້າ ຖາມເຖິງສະຕິປັນຍາຂອງເຮົາດ້ວຍຄວາມໂງ່ ແລະຄຳເວົ້າເຫຼວໄຫຼຂອງເຈົ້າ?…ເມື່ອເຮົາສ້າງ ຈັກກະວານນັ້ນ ເຈົ້າຢູ່ບ່ອນນັ້ນບໍ?… ເພາະເຈົ້າເຖົ້າແກ່ອາວຸໂສ ແລະໄດ້ຢູ່ທີ່ນັ້ນເອງ ເມື່ອ ໂລກນີ້ຖືກສ້າງຂຶ້ນ』

ແລະເມື່ອກະສັດຟາໂລແຫ່ງເອຢິບໄດ້ຖາມຢາໂຄບວ່າ ອາຍຸເຈົ້າໄດ້ເທົ່າໃດ ຢາໂຄບ
ຕອບວ່າ “ຊີວິດທີ່ທ່ອງທ່ຽວໄປມາຂອງຜູ້ຂ້າມີຢູ່ 130ປີ” (ປຖກ 47:7-9). ຜູ້ຂຽນໜັງສື
ເຮັບເລີໄດ້ບັນທຶກເຫດຜົນທີ່ຢາໂຄບໄດ້ປຽບທຽບຊີວິດຂອງລາວວ່າ ເປັນຊີວິດທີ່ທ່ອງທ່ຽວ ໄປມາ ກໍ່ຍ້ອນວ່າ ລາວໄດ້ມີຄວາມປາຖະໜາທີ່ຈະຢູ່ໃນເມືອງສະຫວັນ.

ຮລ 11:4-16 『ແມ່ນຄວາມເຊື່ອທີ່ໄດ້ເຮັດໃຫ້ອາເບັນຖວາຍເຄື່ອງບູຊາແກ່ພະເຈົ້າ ເປັນ
ເຄື່ອງບູຊາທີ່ດີກວ່າຂອງກາອິນແມ່ນຄວາມເຊື່ອທີ່ໄດ້ເຮັດໃຫ້ເອນົກແມ່ນຄວາມເຊື່ອ
ທີ່ໄດ້ເຮັດໃຫ້ໂນອາແມ່ນຄວາມເຊື່ອທີ່ໄດ້ເຮັດໃຫ້ອັບລາຮາມດັ່ງອີຊາກ ແລະຢາໂຄບ
ແມ່ນຄວາມເຊື່ອທີ່ຄົນເຫຼົ່ານັ້ນໄດ້ຕາຍໄປ. ເຂົາບໍ່ໄດ້ຮັບສິ່ງທີ່ພະເຈົ້າໄດ້ສັນຍາໄວ້ ແຕ່
ເຂົາໄດ້ເຫັນ ແລະຕ້ອນຮັບເອົາໄວ້ແຕ່ໄກແລະເຂົາກໍ່ຮັບຢ່າງເປີດເຜີຍວ່າ ເຂົາເປັນພຽງຄົນ
ຕ່າງດ້າວ ແລະຊາວອົບພະຍົບທີ່ເທິງແຜ່ນດິນໂລກນີ້ເທົ່ານັ້ນ. ຄົນທີ່ຍອມຮັບວ່າ ຕົນເປັນ ເຊັ່ນນັ້ນ ກໍ່ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ເຂົາກຳລັງສະແຫວງຫາບ້ານເມືອງຂອງຕົນ. ເຂົາບໍ່
ໄດ້ຄິດເຖິງເມືອງທີ່ເຂົາຈາກມາ ຖ້າເຂົາຍັງຄິດເຖິງ ເຂົາກໍຄົງມີໂອກາດກັບຄືນເມືອໄດ້
ແຕ່ເຂົາກັບປາດຖະໜາຫາເມືອງທີ່ດີກວ່ານັ້ນຄື ເມືອງສະຫວັນ. ດັ່ງນັ້ນແຫຼະ, ພະເຈົ້າຈຶ່ງ ບໍ່ລະອາຍທີ່ເຂົາເອີ້ນພະອົງວ່າ ເປັນພະເຈົ້າຂອງເຂົາ ເພາະພະອົງໄດ້ຈັດຕຽມນະຄອນ ໜຶ່ງໄວ້ສຳລັບເຂົາ.』

ໃນທີ່ນີ້ ຄຳວ່າ『ຄົນເຫຼົ່ານັ້ນ』ໄດ້ສະແດງໃຫ້ເຫັນເຖິງບັນພະບຸລຸດແຫ່ງຄວາມເຊື່ອທັງ
ໝົດ ເຊິ່ງໄດ້ຮັບຄວາມພົ້ນ ຕັ້ງແຕ່ອາເບັນເປັນຕົ້ນມາ. ພວກເຂົາໄດ້ພິຍານວ່າ ຊີວິດຂອງ
ພວກເຂົາເປັນດັ່ງຄົນຕ່າງດ້າວແລະຊາວອົບພະຍົບທີ່ເທິງແຜ່ນດິນໂລກນີ້ ກໍ່ຍ້ອນວ່າພວກ
ເຂົາປາຖະໜາທີ່ຈະຢູ່ໃນເມືອງສະຫວັນ ດັ່ງນັ້ນໃນປັດຈຸບັນນີ້ ບ້ານເມືອງຂອງເຮົາຜູ້ທີ່ດຳ ລົງຊີວິດຢູ່ໃນແຜ່ນດິນໂລກນີ້ແມ່ນຢູ່ໃສ? ພະເຢຊູໄດ້ຊົງປຽບທຽບກ່ຽວກັບພະອົງສະເດັດ ມາເພື່ອໃຫ້ຄວາມພົ້ນແກ່ພວກເຮົາ ທັງບັນພະບຸລຸດແຫ່ງຄວາມເຊື່ອຜູ້ທີ່ໄດ້ພິຍານວ່າຊີວິດຂອງຕົນເປັນດັ່ງຊາວອົບພະຍົບດັ່ງນີ້.

ລກ 15:4-7 『ສົມມຸດວ່າຄົນໜຶ່ງໃນພວກທ່ານມີແກະຢູ່ຮ້ອຍໂຕ ແລະໂຕໜຶ່ງເສຍໄປ ຄົນ ນັ້ນຈະເຮັດຢ່າງໃດ? ລາວຈະບໍ່ປະຖິ້ມເກົ້າສິບເກົ້າໂຕນັ້ນໄວ້ໃນທົ່ງຫຍ້າແລະໄປຊອກຫາໂຕ
ທີ່ເສຍໄປນັ້ນຈົນພົບບໍ?…ເຮົາບອກທ່ານທັງຫຼາຍວ່າ ໃນສະຫວັນຈະມີຄວາມຊົມຊື່ນຍິນດີ
ຫຼາຍ ທີ່ຄົນບາບຜູ້ໜຶ່ງກັບໃຈເຊົາເຮັດບາບ ກວ່າຄົນໜ້ານັບຖືເກົ້າສິບເກົ້າຄົນທີ່ບໍ່ຕ້ອງການ  ກັບໃຈເຊົາເຮັດບາບ』

ຈາກຂໍ້ຄວາມຂ້າງເທິງ ຄົນໜ້ານັບຖືເກົ້າສິບເກົ້າຄົນທີ່ບໍ່ຕ້ອງກັບໃຈເຊົາເຮັດບາບນັ້ນ ແມ່ນໃຜ? ແລະໃນເວລານີ້ຢູ່ໃສ? ແລະຄົນບາບຜູ້ໜຶ່ງ ເຊິ່ງເປັນດັ່ງແກະໂຕໜຶ່ງທີ່ເສຍໄປ ນັ້ນແມ່ນໃຜ? ແກະໂຕໜຶ່ງທີ່ເສຍໄປນັ້ນ ທີ່ຈິງແຕ່ກ່ອນເຄີຍຢູ່ນຳກັນໃນອານາຈັກສະຫວັນກັບຄົນໜ້ານັບຖືເກົ້າສິບເກົ້າຄົນ ເຊິ່ງໄດ້ປຽບທຽບເປັນແກະເກົ້າສິບເກົ້າໂຕ.

ກ່ຽວກັບເລື່ອງນີ້ ພະເຢຊູໄດ້ຊົງກ່າວວ່າ『ບຸດມະນຸດໄດ້ມາເພື່ອຊອກຫາ ແລະໂຜດເອົາ
ຄົນທີ່ເສຍໄປໃຫ້ພົ້ນ』(ລກ 19:10) ແລະໄດ້ຊົງກ່າວອີກວ່າ『ດ້ວຍວ່າພະເຈົ້າໄດ້ໃຊ້
ພະບຸດເຂົ້າມາໃນໂລກບໍ່ແມ່ນເພື່ອຕັດສິນລົງໂທດມະນຸດ ແຕ່ມາເປັນພະຜູ້ໂຜດຊ່ວຍ ໂລກ』(ຢຮ 3:17)ພະອົງຊົງເອີ້ນແກະໂຕໜຶ່ງທີ່ເສຍໄປນັ້ນວ່າ “ຄົນບາບຜູ້ໜຶ່ງ”, ສະຫຼຸບ
ວ່າ ຜູ້ນັ້ນແມ່ນມະນຸດທັງຫຼາຍໃນໂລກນີ້. ດັ່ງນັ້ນ, ພະເຢຊູຊົງສະເດັດມາໃນໂລກນີ້ກໍ່ເພື່ອ
ໃຫ້ຄວາມພົ້ນແກ່ມະນຸດທັງຫຼາຍໃນໂລກນີ້ຄື ຄົນທີ່ໄດ້ເສຍໄປຈາກສະຫວັນ. ເໝືອນດັ່ງ ແຕ່ກ່ອນໄດ້ມີແກະຢູ່ນຳກັນໜຶ່ງຮ້ອຍໂຕ, ພວກເຮົາເຄີຍຢູ່ນຳກັນກັບ ຄົນໜ້ານັບຖືເກົ້າສິບ
ເກົ້າຄົນໃນອານາຈັກສະຫວັນ. ແຕ່ວ່າເໝືອນດັ່ງແກະໂຕໜຶ່ງທີ່ເສຍໄປຢູ່ໃນນັ້ນ ກໍ່ຄືພວກ ເຮົາຜູ້ທີ່ໄດ້ຫຼົງເສຍໄປຈາກອານາຈັກສະຫວັນ ໂດຍການລົງມາເກີດເປັນມະນຸດໃນໂລກນີ້.

ແຕ່ເປັນຫຍັງເຮົາຈຶ່ງໄດ້ເປັນຜູ້ທີ່ຫຼົງເສຍໄປ ຈາກອານາຈັກສະຫວັນ? ພະເຢຊູໄດ້ຊົງ ກ່າວໄວ້ວ່າ

ລກ 19:10 『ບຸດມະນຸດໄດ້ມາເພື່ອຊອກຫາແລະໂຜດເອົາຄົນທີ່ເສຍໄປໃຫ້ພົ້ນ』ແລະອັກ ຄະທູດໂປໂລໄດ້ບັນທຶກໄວ້ວ່າ

1ຕທ 1:15 『ພະເຢຊູຄິດໄດ້ເຂົ້າມາໃນໂລກ ເພື່ອໂຜດເອົາຄົນບາບທັງຫຼາຍໃຫ້ພົ້ນ』

ຈາກທັງສອງຂໍ້ຄວາມໃນຂ້າງເທິງ ເຮົາສາມາດເຂົ້າໃຈໄດ້ວ່າ ຄົນທີ່ເສຍໄປຜູ້ທີ່ຈະໄດ້ ຮັບຄວາມພົ້ນນັ້ນຄື ຄົນບາບ. ສາເຫດຂອງການຫຼົງເສຍໄປ ກໍ່ຍ້ອນຄວາມບາບ. ມະນຸດ ທຸກຄົນທີ່ດຳລົງຊີວິດຢູ່ໃນໂລກນີ້ຈຶ່ງເປັນຄົນບາບ ແລະບ້ານເມືອງຂອງພວກເຮົາກໍ່ຢູ່ທີ່ອານາຈັກສະຫວັນ.

3. ນະລົກ

ໄດ້ມີບັນທຶກໄວ້ວ່າ『ທຸກໆຄົນຕ້ອງຕາຍເທື່ອດຽວ ແລະຫຼັງຈາກນັ້ນເຂົາຈະຖືກພິພາກ ສາໂດຍພະເຈົ້າ』(ຮລ 9:27) ຫຼັງຈາກທີ່ຮ່າງກາຍຕາຍໄປແລ້ວ ສຳລັບຊີວິດທີ່ບໍ່ໄດ້ຮັບ ການຊ່ວຍໃຫ້ພົ້ນ ຈິດວິນຍານຂອງເຂົາຈະຢືນຢູ່ຕໍ່ໜ້າຂອງພະເຈົ້າແລະໄດ້ຮັບການພິພາກ
ສາໂດຍການຖືກໂຍນຖິ້ມລົງໄປໃນບຶງໄຟ. ອັກຄະທູດໂຢຮັນ ໄດ້ບັນທຶກກ່ຽວກັບການພິ ພາກສານີ້ວ່າ

ພນ 20:12-15 『ແລະຂ້າພະເຈົ້າໄດ້ເຫັນຄົນຕາຍ ທັງຜູ້ນ້ອຍແລະຜູ້ໃຫຍ່ພາກັນຢືນຢູ່ຕໍ່
ໜ້າບັນລັງ. ປຶ້ມຕ່າງໆກໍ່ເປີດອອກແລະມີປຶ້ມອີກຫົວໜຶ່ງເປີດອອກຄືປຶ້ມທະບຽນແຫ່ງຊີວິດ
ແລ້ວຄວາມຕາຍແລະແດນມໍລະນາກໍ່ໄດ້ຖືກຖິ້ມລົງໃນບຶງໄຟ(ບຶງໄຟນີ້ແຫຼະເປັນຄວາມ
ຕາຍຄັ້ງທີ່ສອງ)ຜູ້ໃດກໍ່ຕາມທີ່ບໍ່ມີຊື່ຈົດໄວ້ໃນທະບຽນແຫ່ງຊີວິດ ກໍ່ຖືກຖິ້ມລົງໃນບຶງໄຟ.』

ພນ 14:9-11 『ຜູ້ໃດກໍ່ຕາມທີ່ໄດ້ຂາບໄຫວ້ສັດຮ້າຍ ແລະຮູບຂອງມັນ ທັງໄດ້ຮັບເຄື່ອງ ໝາຍໄວ້ທີ່ໜ້າຜາກແລະມື ຈະໄດ້ດື່ມເຫຼົ້າອະງຸ່ນແຫ່ງຄວາມໂກດຮ້າຍຂອງພະອົງທຸກ
ຄົນທີ່ເຮັດຢ່າງນັ້ນ ຈະຖືກທໍລະມານໃນໄຟປົນກັບມາດຊ້ອງໜ້າຝູງທູດສະຫວັນຕົນບໍລິສຸດ ແລະລູກແກະພະເຈົ້າ. ຄວັນໄຟເຊິ່ງທໍລະມານຄົນເຫຼົ່ານັ້ນຟົ້ງຂຶ້ນເນື່ອງນິດ.』ແລະອັກຄະ
ທູດໂປໂລກໍ່ໄດ້ຂຽນກ່ຽວກັບເລື່ອງນີ້ວ່າ

ລມ 2:8-9 『ສຳລັບຄົນອື່ນທີ່ເຫັນແກ່ຕົວແລະປະຕິເສດສິ່ງທີ່ຖືກຕ້ອງ ເພື່ອປະຕິບັດຕາມ
ສິ່ງທີ່ຜິດນັ້ນ; ພະເຈົ້າຈະເທຄວາມໂກດຮ້າຍ ແລະຄວາມໂກດແຄ້ນຂອງພະອົງໃສ່ເທິງ
ເຂົາ. ຄວາມທົນທຸກ ແລະຄວາມເຈັບປວດຈະເກີດມີສຳລັບທຸກຄົນທີ່ເຮັດຊົ່ວ』ແລະກ່ຽວ ກັບເລື່ອງນີ້ ພະເຢຊູຊົງໄດ້ກ່າວໄວ້ວ່າ

ມກ 9:47-49 『ຖ້າຕາຂອງທ່ານເປັນຕົ້ນເຫດພາໃຫ້ຫຼົງເຮັດບາບ ກໍ່ໃຫ້ຄວັດຕານັ້ນອອກ ແລະໂຍນຖິ້ມເສຍ; ມີຕາກໍ້າດຽວ ເຂົ້າໃນອານາຈັກຂອງພະເຈົ້າ ກໍ່ດີກວ່າມີຕາສອງກໍ້າແຕ່ ຕ້ອງຖືກໂຍນລົງໃນໄຟນະຮົກ. ໃນບ່ອນນັ້ນໂຕໜອນບໍ່ຮູ້ຈັກຕາຍ ເຈາະກິນຄົນແລະໄຟບໍ່ ຮູ້ຈັກມອດກໍເຜົາໄໝ້ຄົນ.』

ອັກຄະທູດໂຢຮັນໄດ້ບັນທຶກໄວ້ວ່າ ບຶງໄຟ ແຕ່ພະເຢຊູໄດ້ຊົງເອີ້ນ ບຶງໄຟບ່ອນທີ່ໄຟບໍ່ຮູ້
ຈັກມອດນັ້ນວ່າ “ໄຟນະລົກ”. ບຶງໄຟນີ້ກໍ່ປຽບເໝືອນກັບສະຖານທີ່ທີ່ຈູດຂີ້ເຫຍື້ອໃນສະໄໝ
ບູຮານ ເຊິ່ງໃຊ້ມາດເປັນເຊື້ອໄຟໃນການເຜົາໄໝ້, ການຈູດຂີ້ເຫຍື້ອນີ້ຈະເຮັດຢູ່ຂ້າງນອກ
ນະຄອນເຢລູຊາເລັມ ບໍ່ແມ່ນພຽງແຕ່ການຈູດຂີ້ເຫຍື້ອເທົ່ານັ້ນ ຊາກສົບຂອງຄົນຕາຍກໍ່ ເຊັ່ນກັນ ແລະລວມທັງສິ່ງເສດເຫຼືອທຸກສິ່ງທຸກຢ່າງ ກໍ່ຈະຈູດຢູ່ຂ້າງນອກນະຄອນເຢລູຊາ ເລັມໂດຍມາດ. ເຊັ່ນດຽວກັນ, ຖ້າຫາກວ່າວິນຍານຂອງເຮົາ ບໍ່ໄດ້ຮັບຊຳລະລ້າງໃຫ້ສະ
ອາດຈາກບາບທີ່ເປັນດັ່ງສີແດງ ໂດຍຜ່ານພະໂລຫິດອັນຊົງຄຸນຄ່າຂອງພະຄິດແລ້ວ ກໍ່ຈະ
ຖືກພິພາກສາ ແລະຖືກໂຍນລົງໄປໃນບຶງໄຟ ເຊິ່ງປຽບເໝືອນກັບສະຖານທີ່ຈູດຂີ້ເຫຍື້ອທີ່
ໄດ້ກ່າວໄວ້ແລ້ວໃນຂ້າງເທິງ ແລະການລົງໂທດກໍ່ຈະເປັນໄປຕາມການກະທຳຂອງຕົນ
ໝົດທຸກຄົນ ດັ່ງນັ້ນ, ຈິດວິນຍານກໍ່ຈະຖືກເຜົາໄໝ້ໄປເລີຍດັ່ງຂໍ້ຄວາມທີ່ວ່າ “ຄ່າຈ້າງຂອງ ຄວາມບາບຄືຄວາມຕາຍ”. ແລະພະເຢຊູຊົງໄດ້ກ່າວກ່ຽວກັບ ການຮັບລົງໂທດຕາມການ ກະທຳບາບດັ່ງຕໍ່ໄປນີ້

ລກ 12:47-48 『ສ່ວນຄົນໃຊ້ທີ່ຮູ້ວ່າ ນາຍຂອງຕົນປະສົງໃຫ້ປະຕິບັດຕາມຢ່າງໃດ ແຕ່ບໍ່
ໄດ້ຕຽມຕົວໄວ້ ແລະບໍ່ປະຕິບັດຕາມນັ້ນ ກໍ່ຈະຖືກລົງໂທດດ້ວຍການຖືກຕີຫຼາຍບາດ. ແຕ່
ຄົນໃຊ້ທີ່ບໍ່ຮູ້ວ່າ ນາຍຂອງຕົນປະສົງໃຫ້ປະຕິບັດຕາມຢ່າງໃດ ແລະເຮັດສິ່ງທີ່ຕົນສົມຄວນ ຖືກຂ້ຽນ ກໍ່ຈະຖືກລົງໂທດດ້ວຍການຂ້ຽນຕີໜ້ອຍ』

ຊີວິດຝ່າຍຮ່າງກາຍຂອງເຮົາກຳລັງແລ່ນໄປສູ່ຄວາມຕາຍ ແມ່ນແຕ່ບຶດດຽວກໍ່ບໍ່ສາມາດທີ່ຈະຢຸດຢັ້ງໄດ້ ເໝືອນດັ່ງບາງຄົນໄດ້ເວົ້າໄວ້ວ່າ

『ມື້ອື່ນ, ແລະມື້ອື່ນ, ແລະມື້ອື່ນ ເວລາຄ່ອຍໆຄືບຄານໄປເທື່ອລະມື້ໆ ແລະໃນທີ່ສຸດ ສາກສຸດທ້າຍໃນຊີວິດຂອງມະນຸດເຮົາ ກໍ່ໄດ້ມາເຖິງ. ແລະຊີວິດຂອງພວກເຮົາໃນມື້ທີ່ຜ່ານ ມາ ກໍ່ເປັນດັ່ງຂີ້ຝຸ່ນທີ່ໄດ້ລ່ອງລອຍໄປກັບຫົນທາງແຫ່ງຄວາມຕາຍ. ດັບໄປເຖີດ ດັບໄປ ເຖີດ ຊີວິດຂອງເຮົາຄືດັ່ງ ແສງຕະກຽງທີ່ໄດ້ສ່ອງແຈ້ງພຽງຊົ່ວຄາວເທົ່ານັ້ນ』

『ຊີວິດຂອງມະນຸດເປັນເໝືອນດັ່ງເງົາເຊິ່ງກຳລັງເດີນໄປ ແລະເປັນດັ່ງຕົວລະຄອນຕົວ ໜຶ່ງທີ່ໜ້າສົງສານ. ເຖິງແມ່ນວ່າ,ໄດ້ສະແດງບົດບາດຜູ້ໃຫຍ່ຢູ່ເທິງເວທີ ແຕ່ການສະແດງ
ສາກສຸດທ້າຍໄດ້ຈົບສິ້ນລົງແລ້ວ ທຸກສິ່ງທຸກຢ່າງກໍ່ໄດ້ຈາງຫາຍໄປໝົດ. ເປັນພຽງແຕ່ ເລື່ອງທີ່ຄົນໂງ່ຮ້ອງສຽງດັງໆ. ເຖິງແມ່ນວ່າໃນການສະແດງນັ້ນຈະເຕັມໄປດ້ວຍສຽງທີ່ອຶກກະທຶກ ແລະຄວາມໂກດຮ້າຍກໍ່ຍິ່ງຂຶ້ນ ແຕ່ທັງໝົດກໍ່ບໍ່ມີຄວາມໝາຍຫຍັງເລີຍ』

ຖ້າພວກເຮົາບໍ່ສາມາດໄດ້ຮັບຄວາມພົ້ນຢູ່ໃນໂລກນີ້ແລ້ວ ຈິດວິນຍານຂອງເຮົາກໍ່ຈະຖືກ ເຜົາໄໝ້ຢູ່ໃນບຶງໄຟອັນຕະຫຼອດໄປເປັນນິດ ຄືບ່ອນທີ່ທຸກທໍລະມານອັນເນື່ອງມາຈາກການ
ບາບຂອງເຮົາ ເຖິງແມ່ນຊີວິດຂອງເຮົາຢູ່ໃນໂລກຈະເຕັມໄປດ້ວຍຄວາມຈະເລີນຮຸ່ງເຮືອງ ພຽງໃດກໍ່ຕາມ ກໍ່ເປັນເໝືອນດັ່ງແສງແມບໆຂອງທຽນກ່ອນທີ່ຈະຖືກເປົ່າໃຫ້ດັບ. ຫຼັງຈາກ ທີ່ໂລກຂອງເຮົາໜ່ວຍນີ້ໄດ້ຖືກສ້າງຂຶ້ນມານັ້ນ ໄດ້ມີຄົນຕາຍຢ່າງຫຼວງຫຼາຍສໍ່າໃດແລ້ວ?
ແລະໃນດຽວນີ້ຄົນຢ່າງຫຼວງຫຼາຍທີ່ໄດ້ຕາຍໄປແລ້ວນັ້ນໄປໃສແລ້ວ? ແລະໃນຄວາມເປັນ
ຈິງ, ພວກເຂົາມາສູ່ໂລກນີ້ເພື່ອຫຍັງ?

Leave a Reply

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *