ຄວາມສຳຄັນຂອງຄຳໝັ້ນສັນຍາ

1. ພິທີຮັບບັບຕິດສະມາເປັນເຄື່ອງໝາຍແຫ່ງຄຳໝັ້ນສັນຍາລະຫວ່າງພະເຈົ້າກັບປະຊາຊົນຂອງພະອົງ

ທຸກສິ່ງໃນການດຳລົງຊີວິດຂອງພວກເຮົາໄດ້ຜູກພັນໄວ້ດ້ວຍຄຳສັນຍາ. ຊີວິດໃນການ ເຮັດວຽກ, ຊີວິດໃນການແຕ່ງງານ, ການຊື້ ແລະການຂາຍເຄື່ອງຂອງຕ່າງໆ ທັງໝົດນີ້
ຕ້ອງມີຂໍ້ຜູກພັນດ້ວຍການເຮັດສັນຍາ. ໃນອະດີດສັງຄົມຂອງເຮົາເຮັດດ້ວຍເສດຖະກິດວັດ
ຖຸພັນ ແຕ່ໃນປັດຈຸບັນນີ້ລະບົບເຫຼົ່ານີ້ໄດ້ຖືກປ່ຽນແປງໄປໃຊ້ດ້ວຍເງິນ, ເຊັກເງິນສົດ, ບັດ ເຄດິດຕ່າງໆ, ເຖິງແມ່ນວ່າເປັນເຈ້ຍຊະນິດດຽວກັນ ແຕ່ບາງສ່ວນໃຊ້ເປັນເຈ້ຍອານາໄມ ບາງສ່ວນຖືກໃຊ້ເປັນສິ່ງທີ່ມີມູນຄ່າສູງເຊັ່ນ ໃບຫ້າສິບພັນກີບ ຫຼືໜຶ່ງແສນກີບ ກໍ່ຍ້ອນມີສັນ ຍາກັນ. ເຊັ່ນດຽວກັນ, ຄວາມສຳພັນລະຫວ່າງພະເຈົ້າກັບພວກເຮົາ ກໍ່ຮັກສາໄວ້ດ້ວຍສັນ ຍາ.

ພິທີຮັບບັບຕິດສະມາ ເຊິ່ງຮັບຄວາມຈິງເທື່ອທຳອິດນັ້ນ ກໍ່ເປັນເຄື່ອງໝາຍແຫ່ງຄຳໝັ້ນ ສັນຍາລະຫວ່າງ ພະເຈົ້າກັບປະຊາຊົນຂອງພະອົງ. ນໍ້າທີ່ໃຊ້ອາບ ກັບນໍ້າທີ່ໃຊ້ໃນພິທີຮັບ
ບັບຕິດສະມາກໍ່ເປັນນໍ້າອັນດຽວກັນ ແຕ່ວ່າ, ນໍ້າທີ່ໃຊ້ໃນພິທີຮັບບັບຕິດສະມານັ້ນມີຄວາມ
ໝາຍພິເສດ ເພາະເປັນຄຳໝັ້ນສັນຍາຂອງພະເຈົ້າກັບພວກເຮົາ. ໃນສະໄໝພັນທະສັນຍາ ເດີມ ພະເຈົ້າຊົງໃຫ້ເຄື່ອງໝາຍທີ່ເຮັດໃຫ້ເປັນປະຊາຊົນຂອງພະເຈົ້ານັ້ນດ້ວຍພິທີຕັດ(ປຖກ
17:10-14), ແຕ່ປັດຈຸບັນນີ້ ຄືໃນສະໄໝພັນທະສັນຍາໃໝ່ ພະເຢຊູໄດ້ຊົງສະເດັດລົງມາ ຕັ້ງເຄື່ອງໝາຍແຫ່ງຄວາມພົ້ນ ທີ່ຈະກາຍເປັນປະຊາຊົນຂອງພະເຈົ້າ ດ້ວຍພິທີຮັບບັບຕິດ
ສະມາ(ກຊ 2:11, 1ປຕ 3:21). ແລະເພື່ອເປັນການພິສູດວ່າ ຄຳໝັ້ນສັນຍານີ້ເປັນຄຳ ໝັ້ນສັນຍາຊົ່ວນິລັນທີ່ຈະບໍ່ປ່ຽນແປງຕະຫຼອດໄປ ພະເຢຊູຊົງໃຫ້ພວກເຮົາກິນເຂົ້າຈີ່ ແລະ
ດື່ມເຫຼົ້າອະງຸ່ນໃນເທດສະການປັດສະຄາ ເຊິ່ງເປັນເຄື່ອງໝາຍແທນເນື້ອກາຍແລະໂລຫິດ
ຂອງພະອົງ ຈຶ່ງໃຫ້ເຄື່ອງໝາຍຂອງຄຳໝັ້ນສັນຍາຕະຫຼອດໄປໄວ້ໃນຮ່າງກາຍຂອງພວກ ເຮົາ ເພື່ອທີ່ຈະກາຍເປັນລູກຂອງພະເຈົ້າ.

ໃນພະຄຳພີ ເອີ້ນປະຊາຊົນຂອງພະເຈົ້າວ່າ ‘ລູກແຫ່ງພັນທະສັນຍາ’(ຄຕ 4:28) ເພາະ
ພະເຈົ້າແລະປະຊາຊົນຂອງພະອົງ ຕ່າງກໍ່ຜູກພັນໄວ້ນຳກັນຕາມຄຳໝັ້ນສັນຍາ. ແລະພະ ເຈົ້າຊົງກ່າວວ່າ ຄຳໝັ້ນສັນຍາທີ່ຜູກພັນໄວ້ນັ້ນ ຕ້ອງຮັກສາຕະຫຼອດໄປ.

ຄຕ 3:15『ພີ່ນ້ອງທັງຫຼາຍຂອງເຮົາເອີຍ ເຮົາຂໍຍົກເອົາເລື່ອງເຫດການທຳມະດາເປັນຕົວຢ່າງ: ເມື່ອສອງຄົນຕົກລົງກັນໃນເລື່ອງໃດເລື່ອງໜຶ່ງ ແລະເຊັນສັນຍາຕົກລົງໄປແລ້ວ ບໍ່ມີໃຜຈະລົ້ມເລີກຫຼືເພີ້ມເຕີມໄດ້ອີກ』

2. ການບາບທີ່ໃຫ້ອະໄພໄດ້ ແລະການບາບທີ່ໃຫ້ອະໄພບໍ່ໄດ້

ການບາບມີສອງປະເພດຄື ການບາບທີ່ໃຫ້ອະໄພໄດ້ ແລະການບາບທີ່ໃຫ້ອະໄພບໍ່ໄດ້. ພະເຢຊູຊົງກ່າວແກ່ບັນດາສາວົກວ່າ ຈົ່ງໃຫ້ອະໄພຄວາມຜິດແກ່ພີ່ນ້ອງ 70ເທື່ອຄູນ7 ຖ້າ
ເຮັດໃຫ້ລາວກັບໃຈເຊົາເຮັດບາບ(ມທ 18:21-22). ເຖິງຢ່າງໃດກໍ່ຕາມ, ພະເຢຊູຊົງກ່າວ
ອີກວ່າ ມີບາບທີ່ໃຫ້ອະໄພບໍ່ໄດ້ທັງໃນໂລກນີ້ແລະໃນໂລກໜ້າດ້ວຍ ເຊິ່ງເປັນບາບທີ່ເວົ້າ ໝິ່ນປະໝາດຕໍ່ສູ້ພະວິນຍານບໍລິສຸດ(ມທ 12:31-32). ບາບທີ່ເວົ້າໝິ່ນປະໝາດຕໍ່ສູ້ພະວິນຍານບໍລິສຸດໝາຍເຖິງ ການເວົ້າໝິ່ນປະໝາດຕໍ່ສູ້ຕໍ່ຄວາມຈິງ(1ຢຮ 5:7) ບາບທີ່ທໍລະຍົດຄຳໝັ້ນສັນຍາເຊິ່ງໄດ້ຕັ້ງຂຶ້ນໂດຍເນື້ອກາຍແລະໂລຫິດຂອງພະເຢຊູ.

ຮລ 10:26-29『ດ້ວຍວ່າຖ້າພວກເຮົາສືບຕໍ່ເຈດຕະນາເຮັດບາບ ຫຼັງຈາກທີ່ໄດ້ຮູ້ແລະຮັບ ເອົາຄວາມຈິງແລ້ວ ເຄື່ອງບູຊາລົບລ້າງການບາບກໍ່ບໍ່ມີອີກຕໍ່ໄປ. ສິ່ງທີ່ເຫຼືອຢູ່ກໍ່ຄືລໍຖ້າດ້ວຍ
ຄວາມຢ້ານກົວ ການພິພາກສາລົງໂທດແລະໄຟອັນຮ້ອນກ້າ ທີ່ຈະເຜົາຜານບັນດາຄົນທີ່ຕໍ່
ສູ້ພະເຈົ້າ. ຜູ້ໃດຜູ້ໜຶ່ງທີ່ບໍ່ເຊື່ອຟັງພະບັນຍັດຂອງໂມເຊຕ້ອງຖືກລົງໂທດເຖິງຕາຍໂດຍບໍ່ມີ
ຄວາມເມດຕາ ເມື່ອຖືກພິພາກສາວ່າຜິດ ຫຼັງຈາກທີ່ມີຫຼັກຖານຈາກພິຍານສອງສາມປາກ.
ຄັນຊັ້ນຄົນຢຽບຢໍ່າພະບຸດຂອງພະເຈົ້າເດ? ຜູ້ທີ່ຖືເລືອດແຫ່ງຄຳໝັ້ນສັນຍາຂອງພະເຈົ້າ
ເຊິ່ງຊຳຮະຕົນໃຫ້ບໍລິສຸດນັ້ນວ່າໄຮ້ຄຸນຄ່າ ແລະໝິ່ນປະໝາດພະວິນຍານບໍລິສຸດທີ່ຊົງພະ ຄຸນແກ່ຕົນ. ຈົ່ງຄິດເອົາເຖີດວ່າ ຄົນນັ້ນຄວນຈະຖືກໂທດຮ້າຍແຮງສໍ່າໃດເດ!』

ດັ່ງນັ້ນ, ອັກຄະທູດໂຢຮັນໄດ້ຂຽນໄວ້ວ່າ『ຖ້າທ່ານເຫັນພີ່ນ້ອງຂອງຕົນເຮັດບາບທີ່ບໍ່ນຳ
ໄປສູ່ຄວາມຕາຍ, ໃຫ້ອອ້ນວອນພະເຈົ້າ ແລະພະອົງຈະຊົງໂຜດໃຫ້ຊີວິດແກ່ລາວ』(1ຢຮ 5:16) ແຕ່ອັກຄະທູດໂຢຮັນໄດ້ຂຽນໄວ້ອີກວ່າ ບາບທີ່ນຳໄປສູ່ຄວາມຕາຍກໍ່ມີ ເຮົາບໍ່ໄດ້
ໃຫ້ພວກເຈົ້າອ້ອນວອນພະເຈົ້າກ່ຽວກັບເລື່ອງນີ້(1ຢຮ 5:16).

ແລະອັກຄະທູດໂປໂລໄດ້ຂຽນວ່າ ຜູ້ທີ່ປະຖິ້ມ ແລະໝິ່ນປະໝາດຄວາມຈິງຈະຖືກມອບ
ໄວ້ໃຫ້ແກ່ຊາຕານ(1ຕທ 1:19-20) ແລະລາວກໍ່ໄດ້ຂຽນອີກວ່າ『ດ້ວຍວ່າພວກທີ່ປະຖິ້ມ
ຄວາມເຊື່ອໄປ ເຂົາຈະຖືກນຳຄືນມາໃຫ້ກັບໃຈປ່ຽນໃໝ່ໄດ້ອີກຢ່າງໃດ? ຄັ້ງໜຶ່ງເຂົາໄດ້ຮັບ
ເອົາຄວາມຈິງຂອງພະເຈົ້າ ແລະໄດ້ຊິມລົດຂອງປະທານໃຫ້ຈາກພະອົງ ແລະໄດ້ຮັບສ່ວນ ໃນພະວິນຍານບໍລິສຸດ. ຈາກປະສົບການນັ້ນ ເຂົາໄດ້ຮູ້ວ່າພະຄຳຂອງພະເຈົ້າດີເລີດ ແລະ
ເຂົາກໍ່ຮູ້ແກ່ໃຈເຖິງບັນດາລິດອຳນາດແຫ່ງຍຸກທີ່ຈະມາເຖິງ ແລະເຖິງຢ່າງນັ້ນກໍ່ດີເຂົາໄດ້
ປະຖິ້ມຄວາມເຊື່ອໄປເສຍແລ້ວ. ທີ່ຈະນຳເຂົາຄືນມາໃຫ້ກັບໃຈໃໝ່ນັ້ນແມ່ນເປັນໄປບໍ່ໄດ້…』(ຮລ 6:4-6) ອາດຈະເວົ້າໄດ້ອີກຢ່າງໜຶ່ງວ່າ ຖ້າຜູ້ໃດກໍ່ຕາມທີ່ໄດ້ຊຳຮະລ້າງບາບໂດຍ ການຮັບບັບຕິດສະມາ ແລະໄດ້ປະຕິເສດຄວາມຈິງ ແລ້ວກັບຄືນໄປກ່ຽວຂ້ອງກັບມົນທິນ
ຂອງໂລກ ກໍ່ເປັນດັ່ງສຸພາສິດທີ່ວ່າ “ໝາລົບໄປກິນສິ່ງທີ່ມັນຮາກອອກມາ ແລະໝູທີ່ຖືກ
ລ້າງແລ້ວ ກັບໄປນອນເກືອກບວກອີກ” (2ປຕ 2:20-22)

3. ພະເຈົ້າຊົງອວຍພະພອນ ຫຼັງຈາກທີ່ໄດ້ທົດສອບ

ໃນພັນທະສັນຍາເດີມສະໄໝໂມເຊ ປະຫວັດສາດຂອງການດຳລົງຊີວິດໃນຖິ່ນແຫ້ງ
ແລ້ງກັນດານນັ້ນ ເປັນຄຳທຳນວາຍເຖິງສິ່ງທີ່ຈະເກີດຂຶ້ນໃນອານາຄົດ ຄືເປັນການລອກ ແບບແລະເງົາທີ່ຈະສຳເລັດດ້ວຍການສະເດັດມາຂອງພະເຢຊູໃນປັດຈຸບັນນີ້(ຮລ 3:1-6, 1ກທ 10:1-11)

·ໂມເຊ = ພະເຢຊູ : ໂມເຊ ເປັນສັນຍາລັກເຖິງ ພະເຢຊູ

· ຈາກເອຢິບ → ໄປສູ່ການາອານ (ຈາກໂລກແຫ່ງຄວາມບາບ → ໄປສູ່ອານາຈັກສະ ຫວັນ)

ກ. ເອຢິບ ເປັນສັນຍາລັກເຖິງໂລກແຫ່ງຄວາມບາບ

ຂ. ພະເຈົ້າຊົງນຳພາປະຊາຊົນອິດສະລາເອນອອກຈາກປະເທດເອຢິບເຊິ່ງໝາຍເຖິງ ພະອົງໄດ້ຊົງໃຫ້ຄວາມພົ້ນແກ່ພວກເຮົາໃນທຸກມື້ນີ້(ຢຮ 8:32-36, ຮລ 2:15)

ຄ. ການາອານ ເປັນສັນຍາລັກເຖິງ ອານາຈັກສະຫວັນ

ພະເຈົ້າຊົງເຮັດຄຳໝັ້ນສັນຍາກັບປະຊາຊົນອິດສະລາເອນໂດຍຜ່ານໂມເຊ ແລະນຳພາ ພວກເຂົາອອກຈາກປະເທດເອຢິບແລ້ວ ເມື່ອຕອນນຳພາເຂົ້າສູ່ດິນແດນການາອານທີ່ສັນ
ຍາໄວ້ ພະເຈົ້າບໍ່ໄດ້ຊົງນຳພາພວກເຂົາເຂົ້າສູ່ດິນແດນການາອານໂດຍທັນທີ ແຕ່ໃຫ້ພວກ
ເຂົາເດີນທາງໄປໃນຖິ່ນແຫ້ງແລ້ງກັນດານເຖິງ 40ປີ. ທັງໝົດນີ້ເປັນການທົດສອບເບິ່ງ
ພວກເຂົາວ່າ ຈະປະຕິບັດຕາມພະບັນຍັດຂອງພະເຈົ້າຫຼືບໍ່(ພບຍ 8:2-16).

ພະເຈົ້າຊົງໃຫ້ພະບັນຍັດຂອງພະອົງ ລວມທັງມື້ພະແກ່ປະຊາຊົນອິດສະລາເອນຜູ້ທີ່ຖືກ
ນຳພາອອກຈາກເອຢິບ ແລະສັ່ງໃຫ້ພວກເຂົາວ່າ ຈົ່ງປະຕິບັດຕາມຈົນເຖິງເຂົ້າສູ່ດິນແດນ
ການາອານ. ແຕ່ວ່າປະຊາຊົນອິດສະລະເອນກໍ່ບໍ່ໄດ້ປະຕິບັດຕາມມື້ພະແລະຕາມກົດໝາຍ
ແລະຄຳສັ່ງຂອງພະເຈົ້າທັງໝົດໃນລະຫວ່າງທີ່ມີຊີວິດຢູ່ໃນຖິ່ນແຫ້ງແລ້ງກັນດານ ໃນທີ່ສຸດ ພວກເຂົາກໍ່ໄດ້ຖືກທຳລາຍ(ອສກ 20:10-13). ມີພຽງແຕ່ກາເລັບແລະໂຢຊວຍທີ່ປະຕິບັດຕາມຖ້ອຍຄຳຂອງພະເຈົ້າ ແລະພວກເດັກນ້ອຍທີ່ໄດ້ເກີດໃນຖິ່ນແຫ້ງແລ້ງກັນດານໄດ້
ເດີນທາງເຂົ້າສູ່ດິນແດນການາອານ(ຈຊບ 14:6-38). ນີ້ເປັນສິ່ງທີ່ເຮົາທັງຫຼາຍຕ້ອງຈົດ
ຈຳໄວ້ໃນຈິດໃຈວ່າ ພວກເຮົາເປັນຜູ້ທີ່ຮັບພະສັນຍາຈາກພະເຈົ້າ ເໝືອນດັ່ງກັບພວກເຂົາ ແຕ່ຖ້າບໍ່ປະຕິບັດຕາມພະບັນຍັດຂອງພະເຈົ້າ ແລະຄຳສັ່ງທັງໝົດກໍ່ຈະຖືກທຳລາຍເຊັ່ນກັນ (ຮລ 4:1-11, 1ກທ 10:1-11).

ພະເຈົ້າຊົງກ່າວວ່າ ພວກເຮົາຈະປະຕິບັດຕາມຄຳໝັ້ນສັນຍາຂອງພະເຈົ້າຫຼືບໍ່ ທີ່ໄດ້ສັນ
ຍາດ້ວຍພິທີຮັບບັບຕິດສະມາ ພະເຈົ້າຈຶ່ງຊົງທົດສອບພວກເຮົາໂດຍຜ່ານມື້ພະ, ກົດລະ
ບຽບ ແລະຄຳສັ່ງຕ່າງໆ ຫຼັງຈາກນັ້ນພະອົງຈະຊົງນຳພາພວກເຮົາໄປສູ່ອານາຈັກສະຫວັນ ຕະຫຼອດໄປຕາມທີ່ຊົງສັນຍາໄວ້(ພບຍ 8:16).

Leave a Reply

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *