ຄວາມຍາກລຳບາກແລະການຂົ່ມເຫັງ

ບັນດາຜູ້ເຊື່ອຖືທັງຫຼາຍ ຜູ້ທີ່ມີຄວາມຫວັງໃນອານາຈັກສະຫວັນ ແລະການດຳລົງຊີວິດຢູ່ ໃນຄວາມເຊື່ອ ມີຄວາມຈຳເປັນທີ່ຈະຕ້ອງແບກໄມ້ກາງແຂນຂອງຕົນເອງ ນີ້ຄືຄວາມຍາກ
ລຳບາກແລະການຂົ່ມເຫັງ. ໃນພະຄຳພີໄດ້ມີບັນທຶກສຳລັບຜູ້ທີ່ມີຄວາມຫວັງກ່ຽວກັບອານາ
ຈັກສະຫວັນໄວ້ວ່າ “ໝູ່ເຮົາຕ້ອງຜ່ານຜ່າຄວາມທຸກຍາກລຳບາກຫຼາຍປະການເພື່ອຈະເຂົ້າ
ໄປໃນແຜ່ນດິນຂອງພະເຈົ້າ” (ກຈ 14:22). ຄວາມລຳບາກແລະການຂົ່ມເຫັງເປັນເຄື່ອງ
ມືທີ່ເຮັດໃຫ້ຄວາມເຊື່ອຂອງພວກເຮົາເຂັ້ມແຂງ ເຊິ່ງຈະກາຍເປັນສ່ວນຮ່ວມໃນຄວາມທຸກທໍ
ລະມານກັບພະຄິດ. ຂໍໃຫ້ມາພິຈາລະນາເບິ່ງດ້ວຍຖ້ອຍຄຳຂອງພະເຈົ້າທີ່ວ່າ ເປັນຫຍັງ
ບັນດາຜູ້ເຊື່ອຖືທັງຫຼາຍຈຶ່ງມີຄວາມລຳບາກແລະຖືກຂົ່ມເຫັງ ໃນຂະນະທີ່ຕິດຕາມທາງແຫ່ງ ຄວາມຈິງ ດ້ວຍຈິດໃຈປາດຖະໜາທີ່ຢາກເຂົ້າສູ່ອານາຈັກສະຫວັນພຽງຢ່າງດຽວເທົ່ານັ້ນ.

1. ເປັນຫຍັງຈຶ່ງໄດ້ຮັບຄວາມທຸກຍາກລຳບາກແລະການຂົ່ມເຫັງ?

1) ເນື່ອງຈາກວ່າ ເຮົາເປັນປະຊາຊົນທີ່ແທ້ຈິງຂອງພະເຈົ້າ

ຢຮ 15:20 『ຖ້າພວກເຂົາຂົ່ມເຫັງເຮົາ ພວກເຂົາຈະຂົ່ມເຫັງພວກທ່ານຄືກັນ

2) ເນື່ອງຈາກວ່າ ເຮົາບໍ່ໄດ້ເປັນມິດກັບຊາວໂລກ ແຕ່ຢາກດຳເນີນຊີວິດຕາມທາງແຫ່ງຄວາມຈິງ

2ຕທ 3:12 『ທຸກຄົນທີ່ປາດຖະໜາດຳເນີນຊີວິດຕາມທາງຂອງພະເຈົ້າໃນການຮ່ວມເຂົ້າ ກັບພະເຢຊູຄິດ ກໍ່ຈະຖືກຂົ່ມເຫັງ

3) ເນື່ອງຈາກວ່າ ເຮົາເປັນລູກຂອງພະເຈົ້າ

ລມ 8:17 『ໃນເມື່ອເປັນລູກຂອງພະອົງແລ້ວ ພວກເຮົາກໍ່ຈະມີສ່ວນຮັບພະພອນຕ່າງໆທີ່ ພະອົງຈັດໄວ້ສຳລັບປະຊາຊົນຂອງພະອົງແລະພວກເຮົາກໍ່ຍັງຈະໄດ້ມີສ່ວນຮ່ວມກັບພະຄິດໃນສິ່ງທີ່ພະເຈົ້າໄດ້ຮັກສາໄວ້ສຳລັບພະອົງ; ດ້ວຍວ່າຖ້າທົນທຸກຮ່ວມກັບພະຄິດ ພວກເຮົາກໍ່ຈະໄດ້ຮັບສະຫງ່າລາສີຮ່ວມກັບພະອົງ

4) ເນື່ອງຈາກວ່າ ເຮົາດຳລົງຊີວິດເພື່ອອານາຈັກຂອງພະເຈົ້າ

2ທຊ 1:5 『ພວກເຈົ້າຈະເປັນຜູ້ສົມຄວນກັບອານາຈັກຂອງພະອົງ ເຊິ່ງພວກເຈົ້າພວມຖືກ ທົນທຸກຢູ່ ກໍ່ເພື່ອເຫັນແກ່ອານາຈັກນັ້ນ

5) ເນື່ອງຈາກວ່າ ເຮົາເປັນລູກແຫ່ງພັນທະສັນຍາທີ່ເກີດມາຈາກພະວິນຍານບໍລິສຸດ

ຄຕ 4:28-29 『ບັດນີ້ພີ່ນ້ອງທັງຫຼາຍຂອງເຮົາເອີຍ ພວກເຈົ້າກໍ່ເປັນລູກໆຂອງພະເຈົ້າ ຕາມພະສັນຍາເໝືອນດັ່ງອີຊາກ. ໃນຄາວນັ້ນລູກທີ່ເກີດຕາມທຳມະດາໄດ້ຂົ່ມເຫັງຜູ້ທີ່ເກີດເພາະພະວິນຍານຂອງພະເຈົ້າ; ແລະດຽວນີ້ກໍ່ຍັງເປັນຄືກັນ

6) ເນື່ອງຈາກວ່າ ເຮົາກຽດຊັງຄວາມບໍ່ຈິງ

ຢຮ 3:20 『ທຸກຄົນທີ່ກະທຳຊົ່ວກໍ່ຊັງຄວາມສະຫວ່າງ ແລະຈະບໍ່ມາຫາຄວາມສະຫວ່າງ ເພາະຢ້ານວ່າການກະທຳຂອງຕົນນັ້ນຈະຖືກເປີດເຜີຍ

7) ເນື່ອງຈາກວ່າ ເຮົາພະຍາຍາມຢ່າງໜັກໜ່ວງ ເພື່ອເຂົ້າສູ່ອານາຈັກຂອງພະເຈົ້າ

ກຈ 14:22 『ເຂົາໄດ້ໜູນໃຈຄົນເຊື່ອຖືໃຫ້ເຂັ້ມແຂງຂຶ້ນ ແລະຊູໃຈເຂົາໃຫ້ຕັ້ງໝັ້ນຄົງຢູ່ໃນ ຄວາມເຊື່ອ. “ໝູ່ເຮົາຕ້ອງຜ່ານຜ່າຄວາມທຸກຍາກລຳບາກຫຼາຍປະການ ເພື່ອຈະເຂົ້າໄປໃນແຜ່ນດິນຂອງພະເຈົ້າ”

2. ທ່າທີຂອງຜູ້ເຊື່ອຖື ເມື່ອປະສົບກັບການຂົ່ມເຫັງ

1) ຈົ່ງມີຄວາມສຸກແລະຄວາມຊົມຊື່ນຍິນດີ

ມທ 5:11-12 『ຄວາມສຸກເປັນຂອງພວກທ່ານເມື່ອຄົນກ່າວນິນທາແລະຂົ່ມເຫັງພວກທ່ານ ແລະເວົ້າຄວາມຊົ່ວອັນບໍ່ຈິງທຸກຢ່າງຕໍ່ສູ້ພວກທ່ານ ເພາະພວກທ່ານເປັນສາວົກຂອງເຮົາ. ຈົ່ງເປັນສຸກ ແລະຈົ່ງດີໃຈເຖີດ ເພາະພະເຈົ້າມີບຳເໜັດອັນຍິ່ງໃຫຍ່ໄວ້ສຳລັບພວກທ່ານ ແລ້ວ. ບັນດາຜູ້ປະກາດພະຄຳໃນສະໄໝກ່ອນ ກ່ໍຖືກຂົ່ມເຫັງຢ່າງດຽວກັນນີ້ແຫຼະ

2) ຈົ່ງມີຄວາມອົດທົນ

1ກທ 4:11-13 『ຈົນເຖິງປະຈຸບັນນີ້ ໝູ່ເຮົາກໍ່ຍັງອຶດເຂົ້າຢາກນໍ້າ, ເສື້ອຂາດໜ້າຜ້າຂາດ ຫຼັງ, ຖືກຕົບຕີແລະບໍ່ມີບ່ອນພັກພາອາໄສເປັນຫຼັກແຫຼ່ງ; ໝູ່ເຮົາຫາລ້ຽງຊີບຕົນເອງໂດຍ ເຮັດວຽກຢ່າງໜັກໜ່ວງ. ເມື່ອໝູ່ເຮົາຖືກສາບແຊ່ງ ໝູ່ເຮົາກໍ່ອວຍພອນ; ເມື່ອຄົນຂົ່ມເຫັງ ໝູ່ເຮົາ ໝູ່ເຮົາກໍ່ອົດທົນເອົາ; ເມື່ອຄົນເວົ້າຮ້າຍປ້າຍສີໝູ່ເຮົາ ໝູ່ເຮົາກໍ່ຕອບເຂົາດ້ວຍຄຳອາ ລິອາລອບ. ສັງຄົມຂອງໂລກນີ້ຖືໝູ່ເຮົາ ເໝືອນດັ່ງຂີ້ເຫຍື້ອ. ເຂົາແນມເບິ່ງໝູ່ເຮົາເປັນດັ່ງ ຂອງເສດເຫຼືອຈົນເຖິງບັດນີ້

3) ຢ່າໄດ້ມີຄວາມອັບອາຍເລີຍ ແຕ່ຈົ່ງສັນລະເສີນຂອບພະຄຸນແກ່ພະເຈົ້າ

1ປຕ 4:16 『ແຕ່ຖ້າພວກທ່ານທົນທຸກຍ້ອນເປັນຊາວຄິດກໍ່ຢ່າອັບອາຍ, ແຕ່ໃຫ້ຂອບພະ ຄຸນພະເຈົ້າເພາະຊື່ນັ້ນ

4) ຈົ່ງອະທິຖານເພື່ອຜູ້ຂົ່ມເຫັງທ່ານ

ມທ 5:44 『…ອ້ອນວອນເພື່ອຜູ້ທີ່ຂົ່ມເຫັງພວກທ່ານ

5) ຢ່າຢ້ານ

ພນ 2:10 『ຢ່າຢ້ານຕໍ່ຄວາມທົນທຸກໃດໆ ທີ່ເຈົ້າຈວນຈະປະເຊີນ

3. ຄຳສັນຍາແກ່ຜູ້ທີ່ໄດ້ຮັບໄຊຊະນະຕໍ່ຄວາມລຳບາກແລະການຂົ່ມເຫັງ

1) ໄດ້ສັນຍາວ່າ ອານາຈັກສະຫວັນເປັນຂອງພວກເຂົາ

ມທ 5:10 『ຄວາມສຸກເປັນຂອງຜູ້ທີ່ຖືກຂົ່ມເຫັງ ຍ້ອນປະຕິບັດຕາມພະປະສົງ; ເພາະວ່າ ອານາຈັກສະຫວັນເປັນຂອງຜູ້ນັ້ນ

2) ໄດ້ສັນຍາວ່າ ຈະໃຫ້ບຳເໜັດຍິ່ງໃຫຍ່ຢູ່ໃນສະຫວັນ

ມທ 5:12 『ຈົ່ງເປັນສຸກ ແລະຈົ່ງດີໃຈເຖີດ ເພາະພະເຈົ້າມີບຳເໜັດອັນຍິ່ງໃຫຍ່ໄວ້ສຳລັບ
ພວກທ່ານແລ້ວ. ບັນດາຜູ້ປະກາດພະຄຳໃນສະໄໝກ່ອນ ກໍ່ຖືກຂົ່ມເຫັງຢ່າງດຽວກັນນີ້ ແຫຼະ

3) ໄດ້ສັນຍາວ່າ ຈະໄດ້ຮັບຄວາມບັນເທົາ

2ທຊ 1:7 『ແລະພະອົງຈະໃຫ້ພວກເຈົ້າຜູ້ທີ່ຖືກທົນທຸກ ໄດ້ຮັບຄວາມບັນເທົາຮ່ວມກັບ ພວກເຮົາດ້ວຍ

4) ໄດ້ສັນຍາວ່າ ຈະໃຫ້ສະຫງ່າລາສີຮ່ວມກັບພະຄິດ

ລມ 8:17 『ໃນເມື່ອເປັນລູກຂອງພະອົງແລ້ວ ພວກເຮົາກໍ່ຈະໄດ້ມີສ່ວນຮັບພອນຕ່າງໆທີ່ ພະອົງໄດ້ຈັດໄວ້ສຳລັບປະຊາຊົນຂອງພະອົງ ແລະພວກເຮົາກໍ່ຍັງຈະໄດ້ມີສ່ວນຮ່ວມກັບ
ພະຄິດ ໃນສິ່ງທີ່ພະເຈົ້າໄດ້ຮັກສາໄວ້ສຳລັບພະອົງ; ດ້ວຍວ່າຖ້າທົນທຸກຮ່ວມກັບພະຄິດ ພວກເຮົາກໍ່ຈະໄດ້ຮັບສະຫງ່າລາສີຮ່ວມກັບພະອົງ

5) ໄດ້ສັນຍາວ່າ ຈະໃຫ້ມົງກຸດແຫ່ງຊີວິດ

ພນ 2:10 『…ແລະຄວາມຍາກລຳບາກຂອງພວກເຈົ້າຈະມີຢູ່ສິບມື້. ຈົ່ງສັດຊື່ຕໍ່ເຮົາຈົນ ເຖິງຕາຍ ແລະເຮົາກໍ່ຈະມອບພວງມາໄລແຫ່ງຊີວິດໃຫ້ແກ່ເຈົ້າ

4. ບຸກຄົນຕ່າງໆໃນພະຄຳພີທີ່ໄຊຊະນະຕໍ່ຄວາມຍາກລຳບາກແລະການຂົ່ມເຫັງ

1) ອັກຄະທູດໂປໂລ

ອັກຄະທູດໂປໂລເປັນຄົນທີ່ບໍ່ພຽງແຕ່ເຄີຍຖືກຄຸມຂັງຢູ່ໃນຄຸກເທົ່ານັ້ນ ແມ່ນກະທັ້ງຄວາມ
ຕາຍກໍ່ເຊັ່ນດຽວກັນ ລາວສາມາດທີ່ຈະຕາຍເພື່ອພະຄິດໄດ້. ລາວໄດ້ຖືກຂ້ຽນຕີຫ້າເທື່ອໆ ລະສາມສິບເກົ້າບາດ, ແລະຖືກໄມ້ຄ້ອນຕີສາມເທື່ອ, ຖືກແກວ່ງກ້ອນຫີນເທື່ອໜຶ່ງ,ປະເຊີນ ກັບເຮືອຫຼົ້ມເຖິງສາມເທື່ອ ໄດ້ແຊ່ຢູ່ໃນນໍ້າທັງເວັນທັງຄືນ, ໄດ້ປະເຊີນຕໍ່ໄພອັນຕະລາຍທີ່
ໜ້າຢ້ານໃນແມ່ນໍ້າ ແລະຈາກໂຈນຮ້າຍ, ປະເຊີນຕໍ່ໄພອັນຕະລາຍຈາກຊົນຊາດຂອງລາວ
ເອງ ແລະຈາກຄົນຕ່າງຊາດ, ປະເຊີນຕໍ່ອັນຕະລາຍໃນເມືອງ, ຕໍ່ອັນຕະລາຍໃນຖິ່ນແຫ້ງ ແລ້ງກັນດານ, ຕໍ່ອັນຕະລາຍໃນທະເລ ແລະຕໍ່ອັນຕະລາຍຈາກພີ່ນ້ອງປອມ. ລາວຕ້ອງ
ເຮັດວຽກໜັກໜ່ວງຢ່າງທຸກຍາກລຳບາກ, ຕ້ອງອົດຫຼັບອົດນອນເລື້ອຍໆ, ຕ້ອງທົນກັບ ຄວາມໜາວ ແລະຂາດເຄື່ອງນຸ່ງຫົ່ມ. ເຖິງຢ່າງໃດກໍ່ຕາມ, ລາວບໍ່ໄດ້ໃສ່ໃຈກັບຄວາມທົນທຸກຂອງຕົນເອງ ແຕ່ລາວເວົ້າວ່າ『ນອກຈາກທີ່ກ່າວມາທັງໝົດນັ້ນແລ້ວ ເຮົາກໍ່ຖືກບີບຄັ້ນຍ້ອນຄວາມກັງວົນທີ່ມີຕໍ່ຄິດສະຕະຈັກທຸກແຫ່ງ』(2ກທ 11:28) ໃນທ່າມກາງຄວາມຍາກ
ລຳບາກ ແລະການຂົ່ມເຫັງຫຼາຍປະການ ອັກຄະທູດໂປໂລກໍ່ໄດ້ດຳເນີນຊີວິດທີ່ໄຊຊະນະດ້ວຍການປະກາດຂ່າວປະເສີດຢູ່ເລື້ອຍໆ.

2) ເຢເລມີຢາ

ເຢເລມີຢາໄດ້ຖືກເອີ້ນວ່າ ເປັນຜູ້ປະກາດພະຄຳເຈົ້ານໍ້າຕາ ແລະໂດດດ່ຽວ. ລາວເປັນ
ລູກຊາຍຂອງຮິນກີຢາ ເຊິ່ງເປັນປະໂລຫິດຜູ້ໜຶ່ງແຫ່ງເມືອງອານາທົດ. ເມື່ອລາວມີອາຍຸ
ໄດ້ 20ປີ ໄດ້ຖືກແຕ່ງຕັ້ງເປັນຜູ້ປະກາດພະຄຳຂອງພະເຈົ້າໃນປີທີ 13 ຂອງລາຊາການ ເຈົ້າໂຢຊີຢາ. ເປັນເວລາຫຼາຍກວ່າ40ປີທີ່ລາວໄດ້ປະກາດເຕືອນໄພການພິພາກສາຂອງ
ພະເຈົ້າຕໍ່ຢູດາ ທີ່ໄດ້ຫັນມາທຳການຕໍ່ຕ້ານພະເຈົ້າ. ເຢເລມີຢາຜູ້ທີ່ເປັນປະໂລຫິດໜຸ່ມໄດ້
ຖືກແຕ່ງຕັ້ງໃຫ້ເປັນຜູ້ປະກາດພະຄຳໃນຍຸກມືດທີ່ສຸດ ໃນປະຫວັດສາດຂອງອິດສະລະເອນ.
ຄຳເວົ້າຂອງລາວບໍ່ແມ່ນຂ່າວຂອງການຊ່ວຍໃຫ້ພົ້ນ ແຕ່ເປັນການປະກາດກ່ຽວກັບ ການພິ ພາກສາ. ພະເຈົ້າຊົງໄດ້ສົ່ງຜູ້ປະກາດພະຄຳໄປເລື້ອຍໆ ເພື່ອເຮັດໃຫ້ປະຊາຊົນອິດສະລາ ເອນກັບໃຈປ່ຽນໃໝ່. ແຕ່ວ່າໃນທີ່ສຸດເຂົາບໍ່ໄດ້ຮັບຟັງຖ້ອຍຄຳຂອງພະເຈົ້າ. ປະເທດທີ່ເປັນ ປໍລະປັກຕໍ່ພະເຈົ້າ ກໍ່ບໍ່ສາມາດທີ່ຈະໜີຈາກການລົງໂທດ ທີ່ໄດ້ທຳນວາຍໄວ້ແລ້ວ. ບາບີ ໂລນຈະຄອບຄອງຢູດາໄດ້ໃນບໍ່ຊ້າ ແລະຕ້ອງຍອມຈຳນົນຕໍ່ບາບີໂລນເພື່ອຮັກສາຊີວິດ ນີ້
ເປັນຄວາມສະຫຼາດ. ແຕ່ວ່າຂ່າວນີ້ ໄດ້ຖືກປະຕິເສດຈາກພວກລັດທິຊາດນິຍົມຢ່າງໄວວາ
ແລະເຢເລມີຢາກໍ່ໄດ້ຖືກກ່າວຫາວ່າ ເປັນຄົນທໍລະຍົດແລະເປັນຄົນທີ່ມັກເຂົ້າໄປຫຍຸ້ງກ່ຽວ
ກັບເລື່ອງຂອງຄົນອື່ນ ສະນັ້ນກະສັດ, ຂຸນນາງແລະແມ່ນແຕ່ປະຊາຊົນກໍ່ພະຍາຍາມຢາກ
ເອົາຊີວິດຂອງລາວ. ຍິ່ງໄປກວ່ານັ້ນ, ເຢເລມີຢາຍັງໄດ້ຖືກກົດຂີ່ຂົ່ມເຫັງຢ່າງຮຸນແຮງໃນ
ເມືອງອານາທົດເຊິ່ງເປັນບ້ານເກີດຂອງຕົນເອງ. ລາວໂສກເສົ້າເສຍໃຈຫຼາຍພຽງໃດ ລາວ
ຈຶ່ງເວົ້າວ່າ『ຂ້ອຍຈະລືມໄລພະອົງ ທັງຈະບໍ່ກ່າວເຖິງນາມຂອງພະອົງຕໍ່ໄປອີກ』(ຢລມ 20:9). ແຕ່ເມື່ອທຸກຄັ້ງທີ່ລາວເວົ້າແບບນີ້, ຈິດໃຈຂອງລາວກໍ່ເໝືອນດັ່ງຖືກໄຟໄໝ້ ແລະ
ຄວາມຮ້ອນຟົ້ງອອກມາ ທີ່ບໍ່ສາມາດອົດທົນໄດ້ ເໝືອນດັ່ງໃຈຈະຂາດ ຖ້າບໍ່ປະກາດຖ້ອຍ
ຄຳຂອງພະເຈົ້າ. ດັ່ງນັ້ນ, ເຖິງແມ່ນວ່າລາວຖືກໃສ່ຮ້າຍປ້າຍສີແລະເຍາະເຍີ້ຍຈາກທຸກຄົນ ກໍ່ຕາມ, ລາວກໍ່ໄດ້ປະຕິບັດໜ້າທີ່ຂອງຕົນຈົນເຖິງສຸດທ້າຍ ແລະເຮັດຕໍ່ໄປເລື້ອຍໆ ພາລະ ກິດທີ່ໄດ້ຮັບຈາກພະເຈົ້າ ດ້ວຍຈິດໃຈກ້າຫານແລະເດັດດ່ຽວ.

3) ບັນດາຜູ້ເຊື່ອຖືຂອງຄິດສະຕະຈັກໃນຕອນຕົ້ນ

ຈັກກະພັດແຫ່ງໂລມັນ ນີໂຣ(Nero) ຜູ້ທີ່ມີຊື່ສຽງ ເຊິ່ງປົກຄອງແບບພະເດັດການ, ຈັກ
ກະພັດໂດມີທຽນ (Domitiane) ແລະຈັກກະພັດຂອງໂລມັນຫຼາຍຄົນໄດ້ຂົ່ມເຫັງຊາວຄິດ
ສະຕຽນຢ່າງຫຼວງຫຼາຍ ດ້ວຍລະບົບການປາບປາມສາດສະໜາຄິດ. ແຕ່ຢ່າງໃດກໍຕາມ,
ການຂົ່ມເຫັງເປັນເໝືອນດັ່ງ ຢາງໄມ້ຫອມທີ່ໄດ້ສົ່ງກິ່ນຫຼາຍຍິ່ງຂຶ້ນ ເຖິງແມ່ນວ່າມັນຈະຖືກ
ຕັດແບ່ງອອກຈາກກັນ ເຊັ່ນດຽວກັບຂ່າວປະເສີດຂອງພະຄິດທີ່ໄດ້ສົ່ງກິນຫອມແຜ່ກະຈາຍ
ອອກໄປທົ່ວໂລກ. ພວກເຂົາໄດ້ຮັບການລົງໂທດຢ່າງໜັກໜ່ວງ ໂດຍປະຕິເສດທີ່ຈະຮັບ ອິດສະຫຼະພາບຄືຍອມຕາຍ ພວກເຂົາບໍ່ພຽງແຕ່ຖືກເຍາະເຍີ້ຍແລະຖືກຂ້ຽນຕີເທົ່ານັ້ນ ແຕ່
ຍັງຖືກລ່າມໂສ້ແລະຖືກຄຸມຂັງ, ຖືກແກວ່ງກ້ອນຫີນໃສ່, ຖືກເລື່ອຍເປັນທ່ອນ, ຖືກຂ້າຕາຍ ດ້ວຍຄົມດາບ, ພວກເຂົານຸ່ງໜັງແກະແລະໜັງແບ້ທ່ຽວໄປມາ, ລຳບາກຍາກຈົນ, ຖືກຂົ່ມ ເຫັງ ແລະຖືກໜີບເຕັງນາໆປະການ. ພະຄຳພີໄດ້ຂຽນໄວ້ວ່າ ໂລກນີ້ບໍ່ສົມກັບຄົນເຫຼົ່ານັ້ນ. ພວກເຂົາໄດ້ຊັດເຊພະເນຈອນໄປ ເໝືອນຊາວອົບພະຍົບທີ່ຊ້ອນຕົວຢູ່ຕາມຖິ່ນແຫ້ງແລ້ງ
ກັນດານແລະຕາມພູຜາ ອາໄສຢູ່ໃນຖໍ້າແລະໃນຂຸມກໍ່ເພື່ອຮັກສາຄວາມເຊື່ອຂອງພວກເຂົາ ທີ່ມີຕໍ່ພະເຈົ້າ ແລະໄດ້ເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ.

4) ບັນດາອັກຄະທູດ

ໃນສະໄໝນັ້ນ ເມື່ອສາດສະໜາຢິວໄດ້ເຂົ້າມາມີອິດທິພົນ, ກໍ່ເປັນຄວາມລຳບາກຢ່າງຍິ່ງ ໃນການທີ່ຈະເຮັດໃຫ້ປະຊາຊົນທັງຫຼາຍ ໃຫ້ຮັບຮູ້ຊື່ຂອງພະເຢຊູ ເຊິ່ງເປັນທີ່ຮູ້ຈັກກັນດີວ່າ ເປັນຊື່ຂອງຊ່າງໄມ້ ຫຼາຍກວ່າເປັນຊື່ພະຜູ້ຊ່ວຍໃຫ້ພົ້ນ. ແຕ່ເຖິງຢ່າງໃດກໍ່ຕາມ,ບັນດາອັກ ຄະທູດຂອງສະໄໝນັ້ນ ຄືຜູ້ທີ່ເຕັມລົ້ນດ້ວຍພະວິນຍານບໍລິສຸດ ໄດ້ປະກາດຂ່າວປະເສີດ ແຫ່ງອານາຈັກສະຫວັນເປັນພິຍານດ້ວຍໃຈກ້າຫານວ່າ ພະເຢຊູຊົງເປັນພະຄິດ ແລະເປັນ ພະເມຊີອາ. ເຫດການທີ່ໄດ້ເກີດຂຶ້ນນັ້ນ ບໍ່ເປັນທີ່ພໍໃຈໃນສາຍຕາຂອງບັນດາຜູ້ນຳສາດສະ
ໜາຜູ້ທີ່ເຊື່ອວ່າ ພະເຢໂຮວາພຽງແຕ່ອົງດຽວເທົ່ານັ້ນທີ່ຊົງເປັນພະເຈົ້າ. ເພາະວ່າສາດສະ ໜາຢິວເປັນສາດສະໜາທີ່ຢັ່ງຮາກລົງເລິກແລ້ວຢູ່ໃນຮີດຄອງແລະປະເພນີດັ້ງເດີມເປັນເວ
ລາດົນນານແລ້ວ ແຕ່ສາດສະໜາຄິດທີ່ເຊື່ອວ່າພະເຢຊູເປັນພະຜູ້ຊ່ວຍໃຫ້ພົ້ນນັ້ນ ຈຶ່ງເປັນ ສາດສະໜາໃໝ່. ດ້ວຍເຫດນີ້, ບັນດາຜູ້ນຳທາງສາດສະໜາໃນສະໄໝນັ້ນ ຈຶ່ງໄດ້ຈັບບັນ ດາອັກຄະທູດແລະຂ້ຽນຕີ ທັງໄດ້ຄຸມຂັງພວກເຂົາໄວ້ໃນຄຸກ ແລະຍັງມີການສັ່ງຫ້າມບໍ່ໃຫ້ ເວົ້າ ຫຼືສອນອອກນາມຂອງພະເຢຊູເປັນເດັດຂາດ(ກຈ 4:1-37).

ແຕ່ວ່າ, ບັນດາອັກຄະທູດຕ່າງກໍ່ດີໃຈ ທີ່ພະເຈົ້າຖືໝູ່ເຂົາວ່າ ເປັນຜູ້ສົມຄວນທີ່ຕ້ອງຖືກ
ໝິ່ນປະໝາດ ເພາະເຫັນແກ່ພະເຢຊູ ແລະໄດ້ປະກາດຢ່າງພະຍາຍາມຫຼາຍຂຶ້ນກ່ວາເກົ່າ. ດັ່ງນັ້ນ, ປະຊາຊົນຢ່າງຫຼວງຫຼາຍຈຶ່ງໄດ້ກັບໃຈເຊົາເຮັດບາບ ແລະໄດ້ຮັບການຊ່ວຍໃຫ້ພົ້ນ ຈາກການບາບຂອງເຂົາ. ຈິດໃຈແຫ່ງການເສຍສະຫຼະທີ່ປະເສີດຂອງບັນດາອັກຄະທູດໄດ້
ເປັນແບບຢ່າງທີ່ດີ ສຳລັບພວກເຮົາໃນປັດຈຸບັນນີ້. ນີ້ເປັນຄຳສັ່ງສອນທີ່ຍິ່ງໃຫຍ່ ເຖິງແມ່ນ ວ່າມີຄວາມລຳບາກແລະການຂົ່ມເຫັງ ກໍ່ບໍ່ຕ້ອງກຽດຄ້ານ ໃນພາລະກິດແຫ່ງການປະກາດ ຂ່າວປະເສີດ, ແລະໃຫ້ຮູ້ຈັກວ່າ ການຖືກຂົ່ມເຫັງເມື່ອປະກາດຂ່າວປະເສີດນັ້ນ ເປັນພະ ພອນແຫ່ງຈິດວິນຍານສຳລັບຜູ້ທີ່ໄດ້ຮັບຄວາມພົ້ນ.

Leave a Reply

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *