ໃນການນະມັດສະການພະເຈົ້າ ເຮົາມີຄວາມຈຳເປັນທີ່ຈະຕ້ອງປະຕິບັດຕາມລະບຽບ ການແລະກົດໝາຍທີ່ພະເຈົ້າຊົງຕັ້ງຂຶ້ນ. ຖ້າດັ່ງນັ້ນ, ເມື່ອເຮັດຕາມນະມັດສະການ ບັນດາຜູ້ເຊື່ອຖືທີ່ເປັນຜູ້ຍິງຕ້ອງໃສ່ຜ້າປົກຫົວ ແລ້ວຈຶ່ງອະທິຖານ ແລະນະມັດສະການ ແຕ່ເປັນ ຫຍັງບັນດາຜູ້ເຊື່ອຖືທີ່ເປັນຜູ້ຊາຍຈຶ່ງບໍ່ໃສ່ຜ້າປົກຫົວໃນການເຮັດຕາມນະມັດສະການ ຂໍໃຫ້ເຮົາມາຄົ້ນເບິ່ງເຫດຜົນກ່ຽວກັບເລື່ອງນີ້.

1. ຜູ້ຊາຍບໍ່ຄວນທີ່ຈະປົກຫົວຂອງຕົນ

ກ່ອນອື່ນ, ຖ້າເຮົາເບິ່ງໃນ 1ໂກລິນໂທ ບົດທີ11 ຂຽນໄວ້ແລ້ວວ່າ『ດັ່ງນັ້ນຊາຍຄົນໜຶ່ງ
ທີ່ອ້ອນວອນຫຼືປະກາດພະຄຳໃນທີ່ຊຸມນຸມໂດຍມີຜ້າປົກຫົວຂອງຕົນ ກໍ່ເຮັດໃຫ້ພະຄິດເສຍ
ກຽດ』(1ກທ 11:4) ເມື່ອຜູ້ຊາຍອະທິຖານຫຼືນະມັດສະການ ໂດຍໃສ່ສິ່ງໃດສິ່ງໜຶ່ງຢູ່ເທິງ ຫົວແລ້ວອະທິຖານ ຫຼືກ່າວຄຳທຳນວາຍ ນີ້ເປັນການກະທຳໃຫ້ພະຄິດຜູ້ເປັນສັນຍາລັກຫົວ
ຂອງຜູ້ຊາຍ (1ກທ 11:3) ເສຍກຽດ ພະຄຳພີໄດ້ສອນພວກເຮົາດັ່ງນີ້. ຖ້ອຍຄຳຂອງພະ ເຈົ້າເປັນຖ້ອຍຄຳທີ່ສັກສິດ. ພະເຈົ້າຊົງກ່າວວ່າ “ຢ່າເພີ້ມເຕີມຫຼືຕັດອອກ” ໝາຍຄວາມວ່າ
“ຢ່າຕື່ມສິ່ງໃດສິ່ງໜຶ່ງແລະຢ່າຕັດສິ່ງໃດສິ່ງໜຶ່ງອອກ”(ພບຍ 4:2). ພວກເຮົາຮູ້ດີແລ້ວເຖິງ ຄວາມຮັກແລະຄວາມເມດຕາຂອງພະຄິດຜູ້ທີ່ຊົງຫຼັ່ງໄຫຼໂລຫິດອັນລໍ້າຄ່າເທິງໄມ້ກາງແຂນ ເພື່ອການບາບຂອງພວກເຮົາ ດັ່ງນັ້ນ, ເຮົາຍັງຈະມີຄວາມກ້າທີ່ຈະກະທຳຄວາມເສຍກຽດແກ່ພະອົງໄດ້ຢ່າງໃດ! ເພາະສະນັ້ນ, ຜູ້ຊາຍຈຶ່ງບໍ່ຄວນທີ່ຈະປົກຫົວຂອງຕົນໃນເວລາອະທິຖານ ຫຼືການນະມັດສະການຕາມຄຳສັ່ງສອນໃນພະຄຳພີ.

2. ເຫດຜົນທີ່ຜູ້ຊາຍບໍ່ຕ້ອງປົກຫົວຂອງຕົນ

1ກທ 11:7 『ຜູ້ຊາຍບໍ່ຈຳເປັນຕ້ອງປົກຫົວຂອງຕົນ ເພາະຜູ້ຊາຍເປັນແບບຄ້າຍຄືພະເຈົ້າ ແລະເປັນສະຫງ່າລາສີຂອງພະອົງ』

ຈຸດມຸ້ງໝາຍຂອງການນະມັດສະການ ກໍ່ເພື່ອໃຫ້ກຽດສັກສີແກ່ພະເຈົ້າ ບໍ່ແມ່ນການນຳ ຄວາມເສຍກຽດມາສູ່ພະອົງ. ເນື່ອງຈາກວ່າ,ຜູ້ຊາຍເປັນແບບຄ້າຍຄື ແລະເປັນສະຫງ່າລາ
ສີຂອງພະເຈົ້າ. ເພາະສະນັ້ນ, ຖ້າຫາກວ່າຜູ້ຊາຍໃສ່ສິ່ງໃດສິ່ງໜຶ່ງຢູ່ເທິງຫົວຂອງລາວ ກໍ່
ເປັນການປົກປິດສະຫງ່າລາສີ ແລະເຮັດໃຫ້ເສຍກຽດແກ່ພະເຈົ້າ. ດັ່ງນັ້ນ, ຜູ້ຊາຍຈຶ່ງບໍ່ສົມ ຄວນທີ່ຈະປົກຫົວຂອງລາວໃນເວລານະມັດສະການ.

3. ຜູ້ຍິງຈຳເປັນຕ້ອງໃສ່ຜ້າປົກຫົວຂອງຕົນໃນການນະມັດສະການ

ກ່ຽວກັບໃນເລື່ອງຂອງການປົກຫົວຂອງບັນດາຜູ້ເຊື່ອຖືທີ່ເປັນຜູ້ຍິງນັ້ນ ພະຄຳພີໄດ້ສັ່ງ ສອນເຮົາດັ່ງຂໍ້ຄວາມຕໍ່ໄປນີ້:

1ກທ 11:5-6 『ແລະຍິງຄົນໃດທີ່ອ້ອນວອນ ຫຼືປະກາດພະຄຳໃນທີ່ຊຸມຊົນໂດຍບໍ່ມີຜ້າປົກ
ຫົວຂອງຕົນກໍ່ເຮັດໃຫ້ຜົວຂອງຕົນເສຍກຽດ; ການທີ່ນາງກະທຳຢ່າງນັ້ນກໍ່ບໍ່ຕ່າງຫຍັງກັບຜູ້ຍິງທີ່ແຖຫົວ. ຖ້າຜູ້ຍິງບໍ່ປົກຫົວຂອງຕົນນາງກໍ່ຄວນຕັດຜົມຂອງຕົນເສຍ. ຖ້າຜູ້ຍິງແຖຫົວ ຫຼືຕັດຜົມຂອງນາງເປັນການເສຍກຽດແກ່ຕົນນາງກໍ່ຄວນປົກຫົວຂອງຕົນ』

ຜູ້ຍິງຄວນທີ່ຈະປົກຫົວຂອງຕົນໃນເວລາອະທິຖານ ຫຼືການນະມັດສະການແກ່ພະເຈົ້າ. ຖ້າຜູ້ຍິງບໍ່ປົກຫົວ ກໍ່ເປັນເລື່ອງທີ່ໜ້າອັບອາຍ ເໝືອນດັ່ງນາງແຖຫົວ. ໃນສະໄໝກ່ອນ ຜູ້
ຍິງທີ່ເປັນທາດຈະຕ້ອງຖືກແຖຫົວ. ແລະຢູ່ໃນກົດໝາຍອາຍາຂອງອິດສະລະເອນ ຖ້າເກີດ
ສົງໄສວ່າ ຜູ້ຍິງທີ່ກະທຳຄວາມຜິດໃນເລື່ອງການຫຼິ້ນຊູ້ ກໍ່ໃຫ້ຜົວພາເມຍຂອງຕົນໄປຫາປະ
ໂລຫິດ ແລະປະໂລຫິດຈະນຳຍິງນັ້ນໄປຢືນຢູ່ຕໍ່ໜ້າຫຼາຍຄົນ ແລະແກ້ມ້ວນຜົມນາງອອກ ແລະໃຫ້ດື່ມນໍ້າຂົມ ເພື່ອຢາກຮູ້ວ່ານາງມີຄວາມສັດຊື່ ຫຼືໄດ້ຫຼິ້ນຊູ້ແລ້ວ(ຈຊບ 5:18-22).
ໃນກໍລະນີນີ້ ໃຫ້ຮູ້ຈັກແກ່ພວກເຮົາວ່າ, ຖ້າຜູ້ຍິງຖອດຜ້າປົກຫົວຂອງນາງອອກ ກໍ່ຈະເປັນ
ເລື່ອງທີ່ໜ້າອັບອາຍ ຄືກັບວ່າເປັນຜູ້ຍິງທີ່ຖືກສົງໄສວ່າ ຫຼິ້ນຊູ້. ກໍ່ເຊັ່ນດຽວກັນ, ຖ້າຜູ້ຍິງ
ແຖຫົວຂອງຕົນ ຫຼືບໍ່ປົກຫົວຂອງຕົນ ຄວາມງາມຂອງນາງກໍ່ຈະຫຼຸດໜ້ອຍລົງແລະຈະເປັນ
ສິ່ງເຕືອນສະຕິກ່ຽວກັບ ເລື່ອງຄວາມອັບອາຍໃນການຫຼິ້ນຊູ້. ເພາະສະນັ້ນ, ອັກຄະທູດໂປ
ໂລຈຶ່ງໄດ້ບອກເຮົາຢ່າງຈິງຈັງ ກ່ຽວກັບເລື່ອງຂອງການທີ່ຜູ້ຍິງຈະຕ້ອງປົກຫົວນັ້ນວ່າ ເປັນ
ຄວາມຮູ້ສຶກທີ່ມີສະເໜ່ດຶງດູດໃຈຕາມທຳມະຊາດ. ດັ່ງນັ້ນ, ບັນດາຜູ້ເຊື່ອຖືທີ່ເປັນຜູ້ຍິງທຸກ
ຄົນ ຈຶ່ງຄວນທີ່ຈະປົກຫົວຂອງຕົນໃນເວລາອະທິຖານ ຫຼືໃນເວລານະມັດສະການແກ່
ພະເຈົ້າ.

4. ເຫດຜົນທີ່ຜູ້ຍິງຕ້ອງໃສ່ຜ້າປົກຫົວ

ເມື່ອພະເຈົ້າຊົງສ້າງມະນຸດ ເທື່ອທຳອິດພະເຈົ້າຊົງສ້າງອາດາມມາຈາກຂີ້ດິນ ແລະພະ ເຈົ້າຊົງສ້າງເອວາຜູ້ທີ່ເປັນຜູ້ຍິງດ້ວຍກະດູກຂ້າງທີ່ພະອົງຊົງນຳອອກມາຈາກອາດາມ. ພະ
ເຈົ້າຊົງສ້າງຜູ້ຍິງດ້ວຍອະໄວຍະວະຂອງຜູ້ຊາຍ ບໍ່ໄດ້ສ້າງດ້ວຍຂີ້ດິນເໝືອນດັ່ງຜູ້ຊາຍ ກໍ່ ສະແດງໃຫ້ເຫັນເຖິງກົດເກນການສ້າງຂອງພະເຈົ້າທີ່ວ່າ ຜູ້ຍິງຢູ່ພາຍໃຕ້ການປົກຄອງຂອງຜູ້ຊາຍ. ສະນັ້ນ, ຜູ້ຍິງຈຶ່ງຄວນທີ່ຈະເອົາສັນຍາລັກໃສ່ເທິງຫົວຂອງຕົນວ່າ ຜູ້ຍິງຢູ່ພາຍໃຕ້ການປົກຄອງຂອງຜູ້ຊາຍຕາມກົດເກນ ແຫ່ງການເນລະມິດສ້າງໂລກຂອງພະເຈົ້າ (1ກທ 11:7-10).

5. ຂໍ້ອ້າງຂອງຜູ້ທີ່ບໍ່ໃສ່ຜ້າປົກຫົວໃນການນະມັດສະການ

1) ການຕີຄວາມໝາຍທີ່ຖືກຕ້ອງຂອງ 2ໂກລິນໂທ ບົດທີ 3

ຜູ້ປະກາດພະຄຳປອມ ແລະບັນດາຜູ້ຕິດຕາມຂອງເຂົາ ຄືຜູ້ທີ່ບໍ່ໃສ່ຜ້າປົກຫົວໃນການນະ ມັດສະການ. ພວກເຂົາໄດ້ອະທິບາຍພະຄຳພີຢ່າງຜິດໆ ແລະພະຍາຍາມອ້າງເຫດຜົນ ກ່ຽວກັບການທີ່ບໍ່ໃສ່ຜ້າປົກຫົວ ພວກເຮົາຈະເບິ່ງກ່ຽວກັບເລື່ອງນີ້ດ້ວຍຂໍ້ພະຄຳພີຕໍ່ໄປນີ້

2ກທ 3:13-16 『ພວກເຮົາບໍ່ເປັນຄືໂມເຊທີ່ຕ້ອງເອົາຜ້າປົກໜ້າຂອງຕົນເອງໄວ້ ເພື່ອປະ
ຊາຊົນອິດສະລະເອນຈະບໍ່ໄດ້ເຫັນແສງອັນເຫຼື້ອມໃສທີ່ພວມຈາງລົງ ແລະຫັບຫາຍໄປນັ້ນ. ແທ້ຈິງແລ້ວຈິດໃຈຂອງພວກເຂົາປຶກ ແລະຈົນເຖິງທຸກມື້ນີ້ ຈິດໃຈຂອງເຂົາກໍ່ຍັງຖືກປົກຄຸມ ຢູ່ໂດຍຜ້າປົກໜ້າຢ່າງດຽວກັນ ເມື່ອພວກເຂົາອ່ານບັນດາປຶ້ມແຫ່ງຄຳໝັ້ນສັນຍາເດີມ. ຜ້າ
ປົກໜ້ານັ້ນຖືກເປີດອອກໄດ້ ກໍ່ຕໍ່ເມື່ອພວກເຂົາຮ່ວມເຂົ້າກັບພະຄິດເທົ່ານັ້ນ. ແມ່ນວ່າໃນ
ປັດຈຸບັນນີ້ ເມື່ອໃດທີ່ພວກເຮົາອ່ານພະບັນຍັດຂອງໂມເຊ ຜ້າປົກໜ້ານັ້ນກໍ່ຍັງຄົງປົກຄຸມ ຈິດໃຈຂອງພວກເຂົາຢູ່. ແຕ່ຜ້ານັ້ນຖືກເປີດອອກແລ້ວດັ່ງທີ່ມີຂຽນໄວ້ ໃນພະຄຳພີກ່ຽວກັບ ໂມເຊວ່າ ຜ້າປົກໜ້າຂອງຕົນນັ້ນຖືກເປີດອອກແລ້ວເດ ເມື່ອເພິ່ນໄດ້ຫັນມາຫາພະຜູ້ເປັນ ເຈົ້າ』

ໃນຂໍ້ຄວາມຂ້າງເທິງໝາຍເຖິງ ໂມເຊໄດ້ຂຶ້ນໄປເທິງພູຊີນາຍ ເພື່ອຮັບພະບັນຍັດສິບຂໍ້
ແລະໄດ້ຢູ່ກັບພະເຈົ້າສີ່ສິບມື້ສີ່ສິບຄືນ. ຕໍ່ມາເມື່ອໂມເຊໄດ້ລົງມາຈາກພູຊີນາຍໃບໜ້າຂອງ
ລາວມີສະຫວ່າງ ເພາະວ່າແສງສະຫງ່າລາສີຂອງພະເຈົ້າໄດ້ຊົງສະທ້ອນແກ່ໂມເຊ ຍ້ອນ
ເລື່ອງນີ້ ປະຊາຊົນທັງໝົດບໍ່ກ້າທີ່ຈະເບິ່ງເຊິ່ງໆໜ້າຂອງລາວໄດ້ ດັ່ງນັ້ນ, ໂມເຊຈຶ່ງໃຊ້ຜ້າ ປົກໜ້າຂອງຕົນເອງໄວ້ໃນຂະນະທີ່ສົນທະນາກັບພວກເຂົາ(ອພຍ 34:28-35). ດັ່ງນັ້ນ,
ຜ້າທີ່ໄດ້ກ່າວໃນ 2ໂກລິນໂທ ບົດທີ3 ຂໍ້ທີ13 ນັ້ນເປັນຜ້າທີ່ໃຊ້ບັງໜ້າຂອງຜູ້ຊາຍ ຄືຜ້າ
ປົກໜ້າ, ບໍ່ແມ່ນເປັນຜ້າປົກຫົວຂອງຜູ້ຍິງ. ພວກເຮົາຕ້ອງຈຳແນກລະຫວ່າງ ຜ້າປົກໜ້າ
ຂອງຕົນນັ້ນຖືກເປີດອອກແລ້ວ ກັບຜ້າປົກຫົວກໍ່ຈະຖືກເປີດອອກນັ້ນ ເປັນຄວາມໝາຍທີ່ ແຕກຕ່າງກັນ.

2) ການຕີຄວາມໝາຍທີ່ຖືກຕ້ອງຂອງ 1ໂກລິນໂທ ບົດທີ 11

『ດ້ວຍວ່າພະເຈົ້າໄດ້ໃຫ້ນາງມີຜົມຍາວທີ່ໃຊ້ເປັນຜ້າປົກຫົວ』(1ກທ 11:15) ບາງຄົນ
ໃຊ້ຂໍ້ອ້າງດ້ວຍການຕີຄວາມໝາຍຂໍ້ນີ້ຜິດແລະກ່າວວ່າ ຖ້າຜູ້ຍິງມີຜົມຍາວ ນາງກໍ່ບໍ່ຈຳເປັນ
ທີ່ຈະຕ້ອງປົກຫົວ.

ໃນ 1ກທ 11:1-14 ອັກຄະທູດໂປໂລໄດ້ໃຫ້ຄວາມສຳຄັນ ໃນເລື່ອງທີ່ຜູ້ຍິງຄວນທີ່ຈະ
ຕ້ອງປົກຫົວໃນເວລານະມັດສະການແກ່ພະເຈົ້າ, ແຕ່ຖ້າຂໍ້ຄວາມຂອງ 1ກທ 11:15 ໄດ້
ມີຄວາມໝາຍວ່າ ຜູ້ຍິງບໍ່ມີຄວາມຈຳເປັນທີ່ຈະຕ້ອງປົກຫົວແລ້ວ ຈຸດມຸ້ງໝາຍຂອງອັກຄະ ທູດໂປໂລໃນ 1ໂກລິນໂທ ບົດທີ11 ນີ້ໝາຍຄວາມວ່າຢ່າງໃດ? ຜູ້ຍິງສົມຄວນທີ່ຈະຕ້ອງ
ປົກຫົວ ຫຼືວ່າບໍ່ມີຄວາມຈຳເປັນທີ່ຈະຕ້ອງປົກຫົວ? ໃນເວລານັ້ນ, ໄດ້ມີບາງຄົນໃນຄິດສະ ຕະຈັກທີ່ເມືອງໂກລິນໂທໄດ້ມີຄວາມເຂົ້າໃຈຜິດຕໍ່ພະປະສົງອັນຊົ່ວນິລັນຂອງພະເຈົ້າ ຕາມ
ຄຳສັ່ງສອນທີ່ວ່າ『ລະຫວ່າງຊາຍແລະຍິງ, ພວກເຈົ້າທຸກຄົນເປັນໜຶ່ງໃນການຮ່ວມເຂົ້າ ກັບພະເຢຊູຄິດ』(ຄຕ3:28) ຂໍ້ນີ້ກໍ່ໃຊ້ທີ່ແຜ່ນດິນໂລກເຊັ່ນດຽວກັນ ແລະໄດ້ມີຜູ້ຍິງຫຼາຍ
ຄົນທີ່ຕ້ອງການສະເໝີພາບກັນກັບຜູ້ຊາຍ. ຍິ່ງໄປກວ່ານັ້ນ, ຜູ້ຍິງທັງຫຼາຍຕ້ອງການຄວາມ
ເທົ່າທຽມກັນໃນກົດລະບຽບຂອງການນະມັດສະການ ໂດຍທີ່ພວກເຂົາໄດ້ກ່າວວ່າ “ຜູ້ຊາຍ
ບໍ່ໄດ້ໃສ່ຜ້າປົກຫົວ ແລ້ວເປັນຫຍັງຜູ້ຍິງເທົ່ານັ້ນທີ່ຈະຕ້ອງໃສ່ຜ້າປົກຫົວບໍ? ນີ້ເປັນຄວາມບໍ່
ເທົ່າທຽມກັນ” ພວກເຂົາຄັດຄ້ານດັ່ງນີ້. ດັ່ງນັ້ນ, ອັກຄະທູດໂປໂລຈຶ່ງໄດ້ຊີ້ແຈງກ່ຽວກັບ ຜູ້ ຍິງຕ້ອງໃສ່ຜ້າປົກຫົວ ເຊິ່ງເປັນຄວາມຮູ້ສຶກຕາມທຳມະຊາດຂອງຜູ້ຊາຍແລະຜູ້ຍິງ.

TEV 1ກທ 11:13-15 『ທ່ານທັງຫຼາຍຈົ່ງຕັດສິນເອງວ່າ ເປັນການສົມຄວນຫຼືບໍ່ ທີ່ຜູ້ຍິງ ຈະບໍ່ປົກຫົວເມື່ອອະທິຖານຕໍ່ໜ້າພະເຈົ້າ ທຳມະຊາດບໍ່ໄດ້ສອນທ່ານບໍວ່າ ຖ້າຜູ້ຊາຍຈົ່ງ ຜົມຍາວກໍ່ເປັນທີ່ໜ້າອັບອາຍ ແຕ່ຖ້າຜູ້ຍິງຈົ່ງຜົມຍາວກໍ່ສະຫງ່າ ເພາະວ່າຜົມເປັນສິ່ງປະ ທານໃຫ້ແກ່ລາວເພື່ອປົກຫົວ』

ເຫດຜົນທີ່ວ່າ ຖ້າຜູ້ຍິງຈົ່ງຜົມຍາວ ນາງກໍ່ຈະເບິ່ງຈົບງາມ ນີ້ແມ່ນຄຳສັ່ງສອນແລະເປັນ
ເຄື່ອງໝາຍແຫ່ງຄຳສັນຍາທີ່ເຂົ້າໃຈກັນໄດ້ ໂດຍທີ່ບໍ່ໄດ້ກ່າວວ່າ ນາງຈະເບິ່ງຈົບງາມໄດ້ຕໍ່
ສາຍຕາຂອງພະເຈົ້າ ເມື່ອໃສ່ສິ່ງໃດສິ່ງໜຶ່ງຢູ່ເທິງຫົວເໝືອນດັ່ງກັບຜົມຍາວ. ແຕ່ຖ້າຜູ້ຊາຍ ຈົ່ງຜົມຍາວ ກໍ່ຮູ້ສຶກວ່າເປັນຕາລັງກຽດ ກໍ່ເຊັ່ນດຽວກັບເປັນການສັ່ງສອນຕາມທຳມະຊາດທີ່
ວ່າ ຜູ້ຊາຍບໍ່ສົມຄວນໃສ່ສິ່ງໃດສິ່ງໜຶ່ງຢູ່ເທິງຫົວ, ພວກເຮົາຮູ້ຢ່າງຈະແຈ້ງວ່າ ນີ້ຄືຄຳສັ່ງ
ສອນຂອງພະເຈົ້າທີ່ບໍ່ໄດ້ກ່າວເຖິງ. ດັ່ງການຈົ່ງຜົມຍາວຂອງຜູ້ຍິງ ເຊິ່ງເປັນຄວາມຈົບງາມ ຂອງນາງ, ນາງກໍ່ສາມາດທີ່ຈະສະແດງໃຫ້ເຫັນເຖິງຄວາມງາມໃນຮ່າງກາຍ ແລະຈິດວິນ ຍານຂອງນາງໄດ້ໂດຍການປົກຫົວດ້ວຍຜ້າປົກຫົວເຊິ່ງເບິ່ງເໝືອນດັ່ງຜົມຍາວ ແລະຖ້າຜູ້ ຊາຍຈົ່ງຜົມຍາວກໍ່ເປັນຕາລັງກຽດ, ຜູ້ຊາຍສາມາດທີ່ຈະຈົບງາມໄດ້ ກໍ່ຕໍ່ເມື່ອລາວບໍ່ປົກຫົວ
ດ້ວຍບາງສິ່ງບາງຢ່າງທີ່ຄ້າຍຄືກັບ ຜ້າປົກຫົວ. ດັ່ງນັ້ນຈຶ່ງໄດ້ກ່າວໄວ້ແລ້ວວ່າ『ພະເຈົ້າ ໄດ້ໃຫ້ນາງມີຜົມຍາວທີ່ໃຊ້ເປັນຜ້າປົກຫົວ』

ໃນຂໍ້ນີ້, ຄຳວ່າ “ໃຊ້ເປັນ” ມີຄ່າເທົ່າກັບ『αντι』(ແອນຕິ) ໃນພາສາເກຼັກເຊິ່ງເປັນຄຳ ເຊື່ອມ, ຄຳນຳໜ້າທີ່ໝາຍເຖິງ “ກ່ຽວກັບ”, “ແທນທີ່”, “ໃຊ້ເປັນ”. ຖ້າອະທິບາຍຜິດຄຳວ່າ “ໃຊ້ເປັນ” ກໍ່ສາມາດຄິດຜິດໄດ້ວ່າ “ພະເຈົ້າໃຫ້ນາງມີຜົມຍາວ ເພື່ອໃຊ້ແທນຜ້າປົກຫົວ”
ແລ້ວລາວໄດ້ໃຫ້ຢືນຢັນຄວາມໝາຍທີ່ຜິດວ່າ ບໍ່ຈຳເປັນໃສ່ຜ້າປົກຫົວ. ແຕ່ວ່າຄວາມໝາຍ ທີ່ຖືກຕ້ອງກໍ່ຄື “ເຫດຜົນຂອງການປະທານຜົມຍາວໃຫ້ຜູ້ຍິງກໍ່ຄື ຜູ້ຍິງຕ້ອງປົກຫົວຂອງ ນາງ ດ້ວຍສິ່ງໃດສິ່ງໜຶ່ງ” ນີ້ເປັນການເຂົ້າໃຈງ່າຍກວ່າ.

6. ບົດສະຫຼຸບຂອງການໃສ່ຜ້າປົກຫົວ

ກ່ຽວກັບການຢືນຢັນດ້ວຍການປີ້ນຄວາມໝາຍທີ່ວ່າ ຜ້າປົກຫົວຕ້ອງຖືກເປີດອອກ ພະ ຄຳພີໄດ້ບັນທຶກໄວ້ຢ່າງເດັດຂາດວ່າ『ແຕ່ຖ້າຜູ້ໃດຜູ້ໜຶ່ງຢາກຖົກຖຽງກັນ (ກ່ຽວກັບເລື່ອງທີ່ ຜູ້ຍິງຕ້ອງໃສ່ຜ້າປົກຫົວ) ພວກເຮົາ ແລະຄິດສະຕະຈັກຂອງພະເຈົ້າ ບໍ່ໄດ້ຮັບທຳນຽມທີ່ຜູ້ ຍິງບໍ່ຕ້ອງໃສ້ຜ້າປົກຫົວໃນເວລາອະທິຖານ ຫຼືປະກາດພະຄຳຂອງພະເຈົ້າ』 
(TEV 1ກທ 11:16)

Leave a Reply

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *