ການປະກາດຂ່າວປະເສີດ

1. ການປະກາດຂ່າວປະເສີດໝາຍເຖິງຫຍັງ?

ຖ້າແປຕາມຕົວ ການປະກາດຂ່າວປະເສີດ ເປັນການປະກາດຄວາມຈິງ. ເຖິງແມ່ນວ່າ, ເປັນສິ່ງທີ່ດີແຕ່ຖ້າບໍ່ສົ່ງມາເຖິງເຮົາ ກໍ່ບໍ່ມີຄວາມໝາຍຫຍັງ ແລະຖ້າບໍ່ໄດ້ສົ່ງຕໍ່ແກ່ຄົນອື່ນກໍ່
ບໍ່ມີຄວາມໝາຍຫຍັງເລີຍ ບໍ່ແມ່ນບໍ? ແຕ່ກ່ອນ2000ປີ ພະເຢຊູຜູ້ຊົງເປັນຕົ້ນກຳເນີດຂອງ ຂ່າວປະເສີດໄດ້ສະເດັດລົງມາໂລກນີ້ແລ້ວ ພຽງຄົນດຽວທີ່ຮູ້ຈັກ ວິທີທາງເຂົ້າສູ່ຊີວິດນິລັນ ແຕ່ຖ້າບໍ່ໄດ້ຊົງແນະນຳສັ່ງສອນແກ່ບັນດາສາວົກ, ພະອົງກໍ່ຄົງບໍ່ມີກ່ຽວຫຍັງກັນກັບພວກ ເຮົາເລີຍໃນປັດຈຸບັນນີ້. ແຕ່ພະເຢຊູໄດ້ຊົງກ່າວວ່າ ພະອົງຊົງສະເດັດມາເພື່ອປະກາດຂ່າວ ປະເສີດເລື່ອງທາງແຫ່ງຊີວິດນິລັນໃຫ້ແກ່ບັນດາມະນຸດທີ່ຕ້ອງຕາຍ(ມກ 1:38) ແລະພະອົງໄດ້ຊົງກ່າວກັບບັນດາສາວົກວ່າ『ພວກທ່ານໄດ້ຮັບໂດຍບໍ່ຄິດຄ່າສັນໃດ ຈົ່ງໃຫ້ໂດຍບໍ່ຄິດ
ຄ່າສັນນັ້ນ(ມທ 10:8).

ເຫດສະນັ້ນ, ການປະກາດຂ່າວປະເສີດເປັນຫນ້າທີ່ບໍລິສຸດທີ່ຍິ່ງໃຫຍ່ຂອງຄິດສະຕະຈັກ
ແລະຖ້າຄິດສະຕະຈັກໃດ ບໍ່ໄດ້ເຮັດໜ້າທີ່ປະກາດຂ່າວປະເສີດນັ້ນ ກໍ່ເປັນຄິດສະຕະຈັກທີ່ ຕາຍໄປແລ້ວ. ພວກເຮົາຕ້ອງສຶກສາຢ່າງຖີ່ຖ້ວນກ່ຽວກັບ ການປະກາດຂ່າວປະເສີດທີ່ເປັນ ໜ້າທີ່ທີ່ສຳຄັນທີ່ສຸດ ເຊິ່ງເຮົາສາມາດເຂົ້າໃຈເຖິງການຊີ້ນຳແນວທາງທີ່ພະເຈົ້າໄດ້ຊົງເຊື່ອງຊ້ອນໄວ້ເປັນຄວາມລັບຢູ່ໃນໜ້າທີ່ການປະກາດຂ່າວປະເສີດ ແລະຈະໄດ້ຮັບພະພອນຢ່າງເຕັມລົ້ນທີ່ພະເຈົ້າໄດ້ສັນຍາຢູ່ໃນນັ້ນ.

2. ເປັນຫຍັງພວກເຮົາຈຶ່ງຕ້ອງປະກາດຂ່າວປະເສີດ?

ເມື່ອໃດກໍ່ຕາມທີ່ພວກເຮົາໄດ້ຮຽນຮູ້ຄຳສັ່ງສອນຂອງພະເຈົ້າ ຕ້ອງຈົດຈຳໃນຈິດສຳນຶກ. ຄຳສັ່ງສອນແລະພະບັນຍັດຂອງພະຄຳພີນັ້ນເປັນປະໂຫຍດໃຫ້ແກ່ພວກເຮົາ ໝາຍຄວາມ
ວ່າ ພວກເຮົາຕ້ອງໝັ້ນຄົງແລະໄວ້ວາງໃຈເຊື່ອໝັ້ນໃນພະເຈົ້າ. ເຊັ່ນດຽວກັນນີ້, ໂດຍຜ່ານຄວາມຈິງທີ່ພະເຈົ້າມອບໃຫ້ການປະກາດທີ່ເປັນພາລະກິດຫນ້າທີ່ອັນຍິ່ງໃຫຍ່ ພວກເຮົາສາ ມາດຮູ້ຈັກໄດ້ວ່າ ເຮົາຈະໄດ້ຮັບພະພອນຫຼາຍທີ່ສຸດ ຈາກການເຮັດຫນ້າທີ່ປະກາດຂ່າວປະ ເສີດນີ້. ຖ້າເບິ່ງດ້ວຍສາຍຕາທີ່ແຄບໆ ເຮົາກໍ່ອາດຄິດງ່າຍໆວ່າການປະກາດຂ່າວປະເສີດ
ເປັນວຽກທີ່ໃຫ້ຄວາມພົ້ນແກ່ຄົນອື່ນ ແລະເປັນການເສຍສະຫຼະຕົວເອງເພື່ອຜູ້ອື່ນ. ແຕ່
ຄວາມໝາຍທີ່ແທ້ຈິງນັ້ນຄື ເຮົາປະກາດເພື່ອຕົນເອງມີຊີວິດ, ເພື່ອໃຫ້ຊີວິດແກ່ພວກເຮົາ ພະເຈົ້າຈຶ່ງຊົງຄໍາສັ່ງໃຫ້ແກ່ພວກເຮົາ.

ພະເຢຊູໄດ້ຊົງສັ່ງສອນພວກເຮົາ ຄວາມຈິງທີ່ມີຄວາມເລິກລັບ ເຊິ່ງຖືກເຊື່ອງຊ້ອນໄວ້
ເຊິ່ງເປັນການຍາກທີ່ຈະເຂົ້າໃຈໄດ້ໂດຍສະຕິປັນຍາຄວາມຮູ້ຂອງມະນຸດ ໂດຍຜ່ານລະບົບການທຳມະຊາດທີ່ທຸກຄົນສາມາດເຂົ້າໃຈໄດ້. ພະເຢຊູຊົງກ່າວວ່າ 『ເຮົາເປັນເຄືອອະງຸ່ນ ທ່ານທັງຫຼາຍເປັນກິ່ງ』(ຢຮ 15:5) ພະເຢຊູຊົງໃຊ້ຄໍາອຸບປະມາວ່າ ພວກເຮົາເປັນກິ່ງ
ເຄືອໝາກອະງຸ່ນ. ກິ່ງເຄືອອະງຸ່ນທີ່ແຕກອອກ ແລະປົ່ງໃບຈະເລີນເຕີບໂຕເລື້ອຍໆ ໂດຍ
ຮັບອາຫານຫຼໍ່ລ້ຽງມາຈາກຮາກ. ແຕ່ບາງກິ່ງ ເຊິ່ງບໍ່ປົ່ງໃບອອກ ກິ່ງນັ້ນກໍ່ຈະຢຸດການຈະ
ເລີນເຕີບໂຕແລະໃບທີ່ມີຢູ່ແລ້ວກໍ່ຈະຫຼົ່ນໄປ ໃນທີ່ສຸດກໍ່ຫ່ຽວແຫ້ງຕາຍໄປ.ຂະນະທີ່ສົ່ງທາດ ບຳລຸງແກ່ກິ່ງໃໝ່ ກິ່ງທຳອິດຈະໃຫຍ່ຂຶ້ນ ແລະແຂງແຮງ ຈາກກົດເກນທຳມະຊາດນີ້ ເຮົາ
ສາມາດເຂົ້າໃຈໄດ້ງ່າຍວ່າ ຫນ້າທີ່ການປະກາດຂ່າວປະເສີດນັ້ນ ບໍ່ແມ່ນເປັນການເສຍສະ ຫຼະ ແຕ່ເປັນຫົນທາງທີ່ພະເຈົ້າໄດ້ຊົງຈັດຕຽມໃຫ້ພວກເຮົາໄດ້ຮັບພະພອນຢ່າງຕໍ່ເນື່ອງ.

ຜູ້ທີ່ເຄີຍປະກາດຕົວຈິງຮູ້ຈັກດີແລ້ວວ່າ ເທື່ອທຳອິດທີ່ຕົນເອງໄດ້ຮັບຂ່າວປະເສີດ ຄວາມ
ເຊື່ອຂອງເຮົາກໍ່ຍັງມີໜ້ອຍ ເປັນຄວາມເຊື່ອພຽງແຕ່ຢູ່ໃນຕົວໜັງສືລ້າໆ. ແຕ່ເມື່ອເຮົາໄດ້ ປະກາດຂ່າວປະເສີດ ສາມາດຮັບສະຕິປັນຍາແລະຄວາມສະຫຼາດ ທີ່ສາມາດເຂົ້າໃຈຖ້ອຍ ຄຳຂອງພະເຈົ້າໄດ້ຢ່າງເລິກເຊິ່ງ ແລະຄວາມເຊື່ອກ່ຽວກັບຄວາມຈິງ ຈະເລີນເຕີບໂຕຢ່າງ
ໄວໄດ້. ແລະເຮົາຮູ້ຈັກໄດ້ວ່າ ຄວາມຮັກຂອງພະເຈົ້າມີຫຼາຍສໍ່າໃດ ແລະຈະຮັບຄວາມອົດ ທົນໄດ້ຕໍ່ສະຖານະການທີ່ຫຍຸ້ງຍາກ. ແລະລັກສະນະທີ່ເປັນຫຼ່ຽມຂອງຕົນເອງຈະປ່ຽນແປງ
ເປັນຈິດໃຈທີ່ອ່ອນໂຍນ ທັງຈະສຶກສາມາລະຍາດ ແລະຄວາມສຸພາບໄດ້. ນອກຈາກນັ້ນ, ເຮົາຈະມີຄວາມຮູ້ສຶກຊົມຊື່ນຍິນດີ ແລະມີຄວາມສຸກກ່ຽວກັບວຽກງານໃນທຸກໆມື້ ແລະຕາ ດ້ວຍຈິດວິນຍານຂອງພວກເຮົາໄດ້ຖືກເປີດອອກ ເຊິ່ງເຮັດໃຫ້ເຮົາສາມາດຈຳແນກຜູ້ຄົນ
ທັງຫຼາຍໄດ້. ແລະນອກຈາກນີ້ຍັງມີອວຍພະພອນຢ່າງຫຼວງຫຼາຍ. ເຖິງແມ່ນວ່າ, ອວຍພະ
ພອນຂອງພະເຈົ້າກ່ຽວກັບການປະກາດຂ່າວປະເສີດມີພຽງເທົ່ານີ້ ກໍ່ເປັນໜ້າມະຫັດສະຈັນ ທີ່ແທ້ຈິງ ບໍ່ແມ່ນບໍ?

ພະອົງຊົງເອີ້ນພວກເຮົາກ່ອນຄົນອື່ນໆທັງຫຼາຍ ມີພະປະສົງຂອງພະເຈົ້າຢ່າງແນ່ນອນ. ນີ້ເປັນການເຮັດໃຫ້ພວກເຮົາຈະເລີນເຕີບໂຕຢ່າງຍິ່ງ. ເຖິງແມ່ນວ່າຮູ້ພະປະສົງແຫ່ງຄວາມ ເມດຕາຂອງພະເຈົ້າເຊັ່ນນີ້ແລ້ວ ແຕ່ຍັງເປັນຕົ້ນໄມ້ທີ່ບໍ່ໄດ້ຈະເລີນເຕີບໂຕ ເພາະບໍ່ໄດ້ປະ ກາດ, ບໍ່ຄວນກາຍເປັນກິ່ງທີ່ເຮັດໃຫ້ພະປະສົງຂອງພະເຈົ້າໄຮ້ປະໂຫຍດ.

ມທ 13:12 『ດ້ວຍວ່າຜູ້ທີ່ມີຢູ່ແລ້ວກໍ່ຈະໄດ້ຮັບຕື່ມອີກ ເພື່ອວ່າລາວຈະໄດ້ມີຢ່າງເຕັມລົ້ນ; ແຕ່ຜູ້ທີ່ບໍ່ມີຫຍັງເລີຍນັ້ນ ແມ່ນແຕ່ສິ່ງທີ່ຕົນມີຢູ່ພຽງເລັກນ້ອຍ ກໍ່ຈະຖືກເອົາໄປເສຍຈາກ ລາວ.

ມທ 25:14-30 『ບັດນີ້ຈົ່ງເອົາຫຼຽນຄຳນຳມັນຄືນ ແລະມອບໃຫ້ຜູ້ທີ່ມີຫຼຽນຄຳພັນຫຼຽນ. ເພາະທຸກຄົນທີ່ມີຢູ່ແລ້ວຈະໄດ້ຮັບຫຼາຍຍິ່ງຂື້ນ ເພື່ອວ່າລາວຈະໄດ້ມີຢ່າງເຕັມລົ້ນ; ແຕ່ຜູ້ທີ່
ບໍ່ມີຫຍັງເລີຍນັ້ນ ແມ່ນແຕ່ສິ່ງທີ່ຕົນມີຢູ່ແລ້ວພຽງເລັກນ້ອຍກໍ່ຈະຖືກເອົາໄປເສຍຈາກລາວ.
ສ່ວນຄົນໃຊ້ຜູ້ທີ່ບໍ່ມີປະໂຫຍດຜູ້ນີ້ ຈົ່ງໂຍນອອກໄປຂ້າງນອກຢູ່ໃນຄວາມມືດ. ໃນທີ່ນັ້ນ ລາວຈະຮ້ອງໄຫ້ ແລະຂົບແຂ້ວຂ້ຽວຟັນ

1ກທ 9:16 『ເຄາະກຳຈະຕົກຖືກເຮົາ ຖ້າເຮົາບໍ່ປະກາດຂ່າວປະເສີດ

ພວກເຮົາຕ້ອງເຂົ້າໃຈເຖິງເຫດຜົນທີ່ພະເຢຊູ ແລະອັກຄະທູດໂປໂລໄດ້ພິຍານແກ່ພວກ ເຮົາດັ່ງຖ້ອຍຄຳຂ້າງເທິງນັ້ນ ກໍ່ເພາະວ່າຮັກແລະກັງວົນໃຈກັບພວກເຮົາ.

3. ປະກາດຂ່າວປະເສີດແນວໃດ?

ເຖິງແມ່ນວ່າຮູ້ຄວາມສຳຄັນຂອງຂ່າວປະເສີດແລ້ວ ແຕ່ມີຄົນຈຳນວນບໍ່ເທົ່າໃດທີ່ຮູ້ວິທີ
ປະກາດຂ່າວປະເສີດ. ການປະກາດຂ່າວປະເສີດ ເປັນຫນ້າທີ່ຂອງຄິດສະຕະຈັກທັງໝົດ
ແລະເປັນໜ້າທີ່ທີ່ທຸກຄົນຕ້ອງເຮັດ ດັ່ງນັ້ນ, ຕ້ອງສຳເລັດດ້ວຍການຊ່ວຍເຫຼືອເຊິ່ງກັນແລະ
ກັນລະຫວ່າງເພື່ອນຮ່ວມງານ(ຟປ 4:3) ຕົວຢ່າງ: ການສ້າງເຮືອນຈະຕ້ອງມີ ຊ່າງກໍ່,
ຊ່າງໄມ້, ອຸປະກອນກໍ່ສ້າງ, ຄົນສົ່ງເຄື່ອງ, ຄົນເຮັດອາຫານ ແລະສິ່ງຕ່າງໆອີກຢ່າງຫຼວງ ຫຼາຍ ການສ້າງເຮືອນໃຫ້ແຂງແຮງແລະຈະສຳເລັດໄດ້ຢ່າງວ່ອງໄວນັ້ນ ກໍ່ຕໍ່ເມື່ອທຸກໆຄົນ
ໄດ້ຮ່ວມມືກັນເຮັດຫນ້າທີ່ຂອງຕົນໃຫ້ດີທີ່ສຸດ. ສົມມຸດວ່າ ຊ່າງໄມ້ຄົນດຽວເຮັດທັງອາຫານ,
ທັງສົ່ງເຄື່ອງ ແລະເຮັດວຽກຫຼາຍໆຢ່າງ ລາວກໍ່ຈະໝົດແຮງກັບວຽກນັ້ນ ແລະບໍ່ສາມາດ
ເຮັດສິ່ງທີ່ສຳຄັນຄື ເປັນຊ່າງໄມ້ທີ່ດີໄດ້ ໃນທີ່ສຸດວຽກການສ້າງເຮືອນກໍ່ຫຍຸ້ງຍາກສັບສົນ. ວຽກປະກາດຂ່າວປະເສີດນັ້ນກໍ່ເປັນເຊັ່ນດຽວກັນ ຄວາມກ່ຽວພັນກັນຂອງຫນ່ວຍງານກໍ່ສຳຄັນຫຼາຍຕໍ່ວຽກງານການປະກາດຂ່າວປະເສີດ.

1ກທ 12:14-27 『ດ້ວຍວ່າຮ່າງກາຍບໍ່ໄດ້ປະກອບດ້ວຍ ອະໄວຍະວະຢ່າງດຽວ ແຕ່ໄດ້
ປະກອບດ້ວຍອະໄວຍະວະຫຼາຍຢ່າງ…ຖ້າສົມມຸດວ່າທົ່ວຮ່າງກາຍເປັນຕາໄປໝົດ ການໄດ້
ຍິນຈະຢູ່ໃສ?…ຖ້າອະໄວຍະວະສ່ວນໜຶ່ງໄດ້ຮັບກຽດ ອະໄວຍະວະອື່ນໆທັງໝົດກໍ່ດີອົກດີ ໃຈຮ່ວມກັນ. ຝ່າຍພວກເຈົ້າທຸກຄົນເປັນກາຍຂອງພະຄິດ ແລະຕ່າງກໍ່ເປັນອະໄວຍະວະ ສ່ວນໜຶ່ງຂອງພະກາຍນັ້ນ

ຖ້ອຍຄຳໃນພະຄຳພີທີ່ໃຊ້ປຽບທຽບວ່າ ພວກເຮົາເປັນອະໄວຍະວະດຽວກັນນັ້ນ ໃຫ້ຮູ້ຈັກ
ແກ່ພວກເຮົາເຖິງສະຕິປັນຍາໃນການປະກາດຂ່າວປະເສີດໄດ້ເປັນຢ່າງດີ ເຊິ່ງເປັນໜ້າທີ່ ຂອງຄິດສະຕະຈັກ. ຕາມຄຳສອນດັ່ງນີ້ ພວກເຮົາຈະສຶກສາເບິ່ງລາຍລະອຽດວິທີທີ່ສຳເລັດໜ້າທີ່ຂອງການປະກາດຂ່າວປະເສີດໄດ້ເປັນຢ່າງດີ.

1) ຫນ້າທີ່ພື້ນຖານໃນຖານະທີ່ເປັນຜູ້ຮ່ວມປະກາດຂ່າວປະເສີດ

(1) ຕັ້ງໃຈເຂົ້າມາມີສ່ວນຮ່ວມນະມັດການແລະການປະຊຸມທີ່ຄິດສະຕະຈັກໄດ້ກຳນົດໄວ້

ນີ້ແມ່ນສິ່ງທີ່ສຳຄັນເພື່ອການປະກາດຂ່າວປະເສີດ, ຖ້າເປັນເພື່ອນຮ່ວມງານຂອງຂ່າວ ປະເສີດຈະຖືເບົາ ແລະກຽດຄ້ານບໍ່ໄດ້. ສິ່ງນີ້ສຳຄັນຫຼາຍສໍ່າໃດເພື່ອປະກາດຂ່າວປະເສີດ
ພວກເຮົາຈະເບິ່ງລາຍລະອຽດ ສົມມຸດວ່າ ຜູ້ປະກາດພະຄຳໄດ້ປະກາດຢ່າງກະຕືລືລົ້ນ
ແລະນຳພາພີ່ນ້ອງໃໝ່ຄົນໜຶ່ງມາທີ່ຄິດສະຕະຈັກ. ລາວໄດ້ຮຽນພະຄຳພີຈຶ່ງຮູ້ວ່າລາວຕ້ອງ
ມານະມັດການພະເຈົ້າໃນມື້ທີສາມ, ມື້ພະ ແລະເທດສະການຕ່າງໆ ເພື່ອທີ່ຈະໄດ້ຮັບພະ ພອນຈາກພະເຈົ້າ. ເຫດສະນັ້ນ, ພີ່ນ້ອງໃໝ່ມາຄິດສະຕະຈັກເພື່ອນະມັດສະການ ແຕ່ມີ ບ່ອນວ່າງຫຼາຍ. ຢ່າງໃດກໍ່ຕາມ, ຫຼັງຈາກສຳເລັດນະມັດການແລ້ວ ໄດ້ແນະນຳເຊິ່ງກັນ ແລະກັນໃນອາທິດນີ້. ແຕ່ວ່າເມື່ອເຂົາໄດ້ມານະມັດສະການໃນຄັ້ງຕໍ່ມາ ບໍ່ພົບຜູ້ທີ່ໄດ້ທັກ ທາຍໃນເມື່ອອາທິດກ່ອນນັ້ນ ແລະໃນອາທິດຕໍ່ມາກໍ່ເຊັ່ນດຽວກັນ ເຂົາບໍ່ໄດ້ເຫັນຜູ້ອື່ນອີກ. ໃນກໍລະນີນີ້, ພີ່ນ້ອງໃໝ່ຈະຄິດແນວໃດ?『ຖ້າປະຕິບັດຕາມນະມັດສະການຈະໄດ້ຮັບພະ
ພອນ ຄໍາເວົ້ານັ້ນອາດຈະເປັນຄຳເວົ້າທີ່ຂີ້ຕົວະບໍ? ຖ້າເຊື່ອຈະຮັບອວຍພະພອນແທ້ຈິງ  ເປັນຫຍັງຈຶ່ງເວົ້າແກ່ຄົນອື່ນວ່າຕ້ອງມາ ແຕ່ວ່າຕົນເອງບໍ່ມາ…?』    

ໃນທີ່ສຸດພີ່ນ້ອງໃໝ່ອາດຈະບໍ່ສົນໃຈ ທີ່ຈະມານະມັດສະການຕາມເວລາທີ່ກຳນົດ ແລະ ຄວາມເຊື່ອຂອງລາວກໍ່ຈະຫຼຸດໜ້ອຍຖອຍລົງໄປ. ເມື່ອເຮົາເບິ່ງເຊັ່ນນັ້ນ ຖ້າບັນດາຜູ້ທີ່ເຊື່ອ ທັງໝົດບໍ່ເຂົ້າຮ່ວມນະມັດສະການທີ່ເປັນຫນ້າທີ່ພື້ນຖານ ການເຮັດຫນ້າທີ່ປະກາດຂ່າວປະ
ເສີດກໍ່ຈະບໍ່ປະສົບຜົນສຳເລັດ ເຖິງແມ່ນວ່າຜູ້ປະກາດພະຄຳຈະປະກາດຄຳສອນຂອງ
ພະເຈົ້າຢ່າງກະຕືລືລົ້ນກໍ່ຕາມ. ເຫດສະນັ້ນ, ຕົນເອງມາເຂົ້າຮ່ວມນະມັດການກໍ່ເປັນການ  ຊ່ວຍຜູ້ປະກາດພະຄຳ ເຊິ່ງຈະໄດ້ມີຜົນທີ່ດີ ດັ່ງນັ້ນ, ຕັ້ງໃຈເຂົ້າຮ່ວມການນະມັດການແລະ ການປະຊຸມທຸກໆເທື່ອ ເປັນການກ່ຽວຂ້ອງທີ່ໃກ້ຊິດກັບການປະກາດຂ່າວປະເສີດ.

(2) ຮ່ວມການປະກາດຂ່າວປະເສີດໂດຍການອະທິຖານຢ່າງສຸດຈິດສຸດໃຈ

ເຖິງແມ່ນວ່າຕົນເອງມີອາຊີບທີ່ຕ້ອງເຮັດວຽກ ແຕ່ອະທິຖານເຖິງພະເຈົ້າຊົງໄດ້ເປີດປະຕູ
ໃຫ້ເຮົາເຂົ້າເຖິງການປະກາດຂ່າວປະເສີດພະຄຳຂອງພະເຈົ້າ ຕາມເວລາທີ່ໄດ້ກຳນົດໄວ້
ແລະໃນທຸກເວລາ. ການອະທິຖານບໍ່ແມ່ນສະເພາະຜູ້ປະກາດຂ່າວປະເສີດເທົ່ານັ້ນ. ເມື່ອ
ພວກເຮົາທັງຫຼາຍອະທິຖານດ້ວຍຈິດໜຶ່ງໃຈດຽວກັນເໝືອນດັ່ງຮ່າງກາຍດຽວກັນ ພະເຈົ້າຜູ້ ທີ່ຊົງເບິ່ງເຫັນຈິດໃຈຂອງພວກເຮົາ ພະອົງຈະຊົງອະນຸຍາດໃຫ້ພວກເຮົາໄດ້ພົບຄອບຄົວ ແຫ່ງສະຫວັນທີ່ຄິດເຖິງດ້ວຍຄວາມຊົມຊື່ນຍິນດີ. ເພາະວ່າວຽກການປະກາດຂ່າວປະເສີດບໍ່ແມ່ນເປັນວຽກຂອງຝ່າຍໂລກ ແຕ່ເປັນວຽກເຊິ່ງກ່ຽວກັບອານາຈັກສະຫວັນ ດັ່ງນັ້ນ, ຖ້າ
ພວກເຮົາບໍ່ໄດ້ອະທິຖານທີ່ເປັນວິທີຂອງພະເຈົ້າ ວຽກກໍ່ຈະບໍ່ປະສົບຜົນສຳເລັດຈັກເທື່ອ. ການອະທິຖານເປັນພະພອນອັນປະເສີດຂອງພະເຈົ້າ ພຽງແຕ່ຜູ້ໃດທີ່ມີຄວາມເຊື່ອຍຶດໝັ້ນ
ໃນພະເຈົ້າ ຈຶ່ງເຮັດສຸດຈິດສຸດໃຈໄດ້. ເຫດສະນັ້ນ, ປະຫວັດສາດທີ່ໄດ້ສຳເລັດດ້ວຍການ ອະທິຖານນັ້ນ ເປັນປະຫວັດສາດແຫ່ງຄວາມເຊື່ອ. ການຮ່ວມອະທິຖານເຊິ່ງທຸກຄົນຕ້ອງ ເຮັດໃນທຸກເວລານັ້ນ ເປັນວິທີທີ່ດີຂອງເພື່ອນຮ່ວມງານການປະກາດຂ່າວປະເສີດ.

2) ຫນ້າທີ່ພື້ນຖານທີ່ແບ່ງກັນ, ໜ້າທີ່ໆເປັນອະໄວຍະວະຂອງຮ່າງກາຍ

(1) ເລື່ອງການສອນພະຄຳຂອງພະເຈົ້າໂດຍກົງ

ພວກເຮົາສາມາດເຂົ້າໃຈໄດ້ໂດຍງ່າຍວ່າ ການສອນເປັນປັດໄຈທີ່ສຳຄັນຂອງການເຮັດ
ຫນ້າທີ່ປະກາດຂ່າວປະເສີດ. ແຕ່ວ່າທຸກຄົນຄິດວ່າ ການສອນເທົ່ານັ້ນ ເປັນການປະກາດ ຂ່າວປະເສີດທີ່ແທ້ຈິງ ດັ່ງນັ້ນ, ທຸກຄົນກໍ່ຢາກຈະສອນພຽງຢ່າງດຽວ. ເຫດສະນັ້ນຜູ້ທີ່ສອນ
ບໍ່ເກັ່ງ ອາດຈະຮູ້ສຶກທໍ້ແທ້ໃຈໃນຄວາມສາມາດຂອງຕົນເອງ. ແຕ່ຄວາມຄິດເຊັ່ນນີ້ຈະເປັນ
ການເຮັດຜິດຕໍ່ພະປະສົງຂອງພະເຈົ້າ. ລອງຄິດເບິ່ງດູວ່າ ຮ່າງກາຍທັງໝົດເປັນປາກທີ່ ເວົ້າຈະເປັນແນວໃດ. ທຸກຄົນຄິດພຽງແຕ່ຢາກສັ່ງສອນເທົ່ານັ້ນ ກໍ່ເປັນເໝືອນດັ່ງຮ່າງກາຍ ທີ່ມີພຽງແຕ່ປາກເທົ່ານັ້ນ ບໍ່ສາມາດເຮັດສິ່ງທີ່ປະສົງໄດ້ເລີຍ. ພະເຈົ້າຊົງປະທານໃຫ້ທຸກໆ
ຄົນມີພອນສະຫວັນ ມີຄວາມສາມາດພິເສດທີ່ແຕກຕ່າງກັນ. ດັ່ງນັ້ນ, ພວກເຮົາຕ້ອງຄົ້ນ
ຫາວ່າ ອັນໃດຄືພອນສະຫວັນໃນຕົວຂອງເຮົາ ເພື່ອທີ່ຈະເຮັດຫນ້າທີ່ປະກາດຂ່າວປະເສີດ
ໄດ້ຕາມຄວາມສາມາດຂອງເຮົາໃຫ້ມີປະສິດທິພາບທີ່ສຸດ ແລະເຮັດໃຫ້ພະເຈົ້າຊົງພໍໃຈນຳ.

(2) ຖ້າຊອກຫາຄອບຄົວຂອງພວກເຮົາໄດ້ ຕ້ອງຕິດຕໍ່ກັບຜູ້ສັ່ງສອນ

ໂດຍທົ່ວໄປ ຄົນທີ່ມີຄວາມສາມາດທີ່ດີສາມາດສອນພະຄຳພີໄດ້ ແຕ່ເປັນຄົນທີ່ເກັບຕົວ ບໍ່ເຂົ້າສັງຄົມ ຄົນເຊັ່ນນີ້ຈຶ່ງເປັນຄົນທີ່ສະໜິດກັນໄວກັບຄົນແປກໜ້າທີ່ພົບຄັ້ງທຳອິດບໍ່ເກັ່ງ
ປານໃດ. ເພາະວ່າພວກເຂົາມີຄວາມຮູ້ຫຼາຍ ຈຶ່ງຄິດຫຼາຍເມື່ອພົບກັບຄົນອື່ນ ແລະເສຍໂອ ກາດທີ່ຈະເປັນເພື່ອນກັນ. ໃນທາງກົງກັນຂ້າມ, ຄົນທີ່ມີພອນສະຫວັນສາມາດທຳຄວາມຮູ້ ຈັກກັບຄົນແປກໜ້າທີ່ພົບຄັ້ງທຳອິດ ແລະເປັນເພື່ອນກັບຜູ້ຄົນອື່ນໆໄດ້ງ່າຍ ຜູ້ນັ້ນປະກາດ
ຄວາມຈິງທີ່ເປັນພື້ນຖານເບື້ອງຕົ້ນໄດ້ ແຕ່ວ່າບໍ່ສາມາດສັ່ງສອນຄວາມຈິງທີ່ເລິກເຊິ່ງຂອງ
ພະຄຳພີໄດ້. ຢ່າງໃດກໍ່ຕາມ, ຖ້າຜູ້ທີ່ເປັນແບບນັ້ນ ດື້ດຶງທີ່ຢາກສັ່ງສອນຈົນເຖິງສຸດທ້າຍ
ດ້ວຍຄວາມໂລບ ກໍ່ອາດເຮັດໃຫ້ຜູ້ທີ່ຮຽນບໍ່ມີຄວາມສົນໃຈຕໍ່ຄວາມຈິງແລະຢຸດຮຽນ ຈຶ່ງບໍ່ ໄດ້ກາຍເປັນຄອບຄົວຂອງເຮົາ.

ໃນປະຈຸບັນນີ້, ຄວາມສາມາດພິເສດມີປະສິດທິພາບສາມາດເຮັດວຽກໃຫ້ເກີດປະໂຫຍດ
ເຊິ່ງຈະເລີນຫຼາຍກ່ວາອະດີດໄດ້ ກໍ່ຍ້ອນວ່າວຽກທີ່ໄດ້ແບ່ງຮັບຜິດຊອບຈະເລີນຂຶ້ນແລ້ວ.
ວຽກທີ່ຕິດຕໍ່ໃຫ້ເປັນເໝືອນດັ່ງຄວາມສາມາດຂອງມືທີ່ນຳເອົາອາຫານໄປເຖິງປາກ ດັ່ງນັ້ນ,
ນີ້ແມ່ນວຽກທີ່ສຳຄັນ ທີ່ຜູ້ໃດຜູ້ໜຶ່ງຕ້ອງເຮັດດ້ວຍຈິດໃຈທີ່ຄວາມຮັບຜິດຊອບໃນການປະ
ກາດຂ່າວປະເສີດ. ເຊັ່ນດຽວກັນກັບໜ້າທີ່ຂອງມື ຖ້າບໍ່ມີມືແລ້ວ ກໍ່ຍາກຕໍ່ການຮັບປະທານ ອາຫານ. ການປະກາດຂ່າວປະເສີດກໍ່ຈະບໍ່ຈະເລີນຂຶ້ນ ຖ້າປາສະຈາກບັນດາຜູ້ຊ່ວຍເພື່ອນ ຮ່ວມງານທີ່ຕິດຕໍ່ຄອບຄົວໃໝ່.

(3) ເລື່ອງການເບິ່ງແຍງເອົາໃຈໃສ່ຄົນທີ່ເປັນຄອບຄົວແລ້ວ

ເຖິງແມ່ນວ່າ, ບໍ່ມີຄວາມໝັ້ນໃຈໃນການສອນແລະການແນະນຳ ແຕ່ມີຄວາມສຳພັນໄມ ຕີທີ່ດີ ຄວາມສາມາດນີ້ກໍ່ມີປະໂຫຍດຢ່າງຫຼວງຫຼາຍ ໃນການປະກາດຂ່າວປະເສີດ. ເມື່ອ
ຄາວທີ່ຄອບຄົວຂອງເຮົາມີຄວາມລຳບາກສຳລັບຮ່າງກາຍ ກໍ່ໄປຢ້ຽມຢາມ ແລະໃຫ້ຄຳປຶກ ສາ ແບ່ງປັນຄວາມສຸກ ແລະຄວາມທຸກກັບພີ່ນ້ອງ, ອ້າຍເອື້ອຍນ້ອງຮັກເຊິ່ງກັນແລະກັນ ດ້ວຍການພົບເລື້ອຍໆ ແລະເລົ້າໂລມຈິດໃຈທີ່ຖືກເຍາະເຍີ້ຍແລະຜິດໃຈກັນກັບເພື່ອນບ້ານ
ເພາະຄວາມຈິງ ເຖິງແມ່ນວ່າຫນ້າທີ່ນີ້ອາດຈະບໍ່ໄດ້ບົ່ງບອກຢ່າງຊັດເຈນ ແຕ່ກໍ່ເປັນສິ່ງທີ່ ຈຳເປັນຫຼາຍໃນການເຮັດວຽກການສັ່ງສອນພະຄຳຂອງພະເຈົ້າ. ຈິດໃຈຂອງຜູ້ເຊື່ອໃໝ່ຈະ ອ່ຽງໄປໃນທາງຝ່າຍໂລກຫຼາຍກວ່າທີ່ຈະມີໃຈມາທາງຝ່າຍຈິດວິນຍານ ດັ່ງນັ້ນ, ມີຄວາມ ຊົມຊື່ນຍິນດີໄດ້ ກໍ່ຕໍ່ເມື່ອມີເພື່ອນບ້ານຜູ້ທີ່ຮັກຕົນເອງຢູ່ສະເໝີ ແລະມີພີ່ນ້ອງ ຈຶ່ງເຮັດໃຫ້  ຖ້ອຍຄຳແຫ່ງຄວາມຈິງຂອງພະເຈົ້າຢັ່ງລົງເລິກໃນຈິດໃຈຂອງເຂົາໄດ້.

ນີ້ຄືຫນ້າທີ່ ທີ່ປຽບເໝືອນດັ່ງຕາຫຼືຫູໃນຮ່າງກາຍທີ່ເບິ່ງຄວາມເຈັບປວດຂອງພີ່ນ້ອງໂດຍ
ທັນທີ່ໄດ້ ແຕ່ຜູ້ສັ່ງສອນບໍ່ສາມາດເບິ່ງຢ່າງລະອຽດໄດ້ ແລະເມື່ອຕອນຄວາມເຊື່ອໃນ ຄວາມຈິງອ່ອນແອ ໃຫ້ສົ່ງຕໍ່ແກ່ຜູ້ສັ່ງສອນເພື່ອຮຽນໜັງສືໂດຍທັນທີ ຈຶ່ງສາມາດປິ່ນປົວໄດ້
ກ່ອນຈະເປັນພະຍາດ. ຖ້າບໍ່ມີຜູ້ຊ່ວຍຄື ຜູ້ທີ່ເຮັດວຽກເຊັ່ນນີ້ ເຖິງແມ່ນວ່າຜູ້ປະກາດພະຄຳ ພະຍາຍາມປະກາດນຳພາພີ່ນ້ອງໃໝ່ມາຢ່າງຫຼວງຫຼາຍກໍ່ຕາມ ແຕ່ພີ່ນ້ອງທີ່ເຂົ້າມາກ່ອນ ແລ້ວ ຄວາມເຊື່ອອ່ອນແອລົງຫຼາຍ ເຫດສະນັ້ນ, ຄິດສະຕະຈັກຈຶ່ງບໍ່ສາມາດຈະເລີນເຕີບໂຕໄດ້.

(4) ເລື່ອງການບໍລິການເພື່ອຄິດສະຕະຈັກ

ທຸກໆຄົນມີພອນສະຫວັນຂອງແຕ່ລະຄົນ ບໍ່ວ່າຈະເປັນພອນສະຫວັນຮູບແບບໃດກໍ່ຕາມ
ກໍ່ຈະສາມາດຊ່ວຍໃຫ້ຄິດສະຕະຈັກຈະເລີນເຕີບໂຕໄດ້ ຖ້າເຮົາມີຄວາມຕັ້ງໃຈທີ່ຈະເຮັດໃນ
ສິ່ງທີ່ເຮົາມີພອນສະຫວັນໃນສິ່ງນັ້ນໆ ກໍ່ເປັນການເຂົ້າຮ່ວມໃນການປະກາດຂ່າວປະເສີດ ເຊິ່ງເປັນການຊ່ວຍຜູ້ປະກາດພະຄຳໄດ້ເຊັ່ນກັນ

ຕົວຢ່າງ: ສົມມຸດວ່າ ຜູ້ປະກາດຂ່າວປະເສີດເປັນພີ່ນ້ອງສາວທີ່ສັ່ງສອນເກັ່ງ ແລະມີລູກ
ນ້ອຍທີ່ຈຳເປັນຕ້ອງເບິ່ງແຍງ ເຮັດໃຫ້ບໍ່ສາມາດອອກໄປເຮັດວຽກປະກາດຂ່າວປະເສີດ
ໄດ້. ຖ້າຜູ້ໃດຜູ້ໜຶ່ງໃນພວກເຮົາໃຫ້ຄວາມຊ່ວຍເຫຼືອເບິ່ງແຍງລູກນ້ອຍຂອງພີ່ນ້ອງສາວຜູ້
ນັ້ນແທນໄດ້ ເຮັດໃຫ້ລາວມີໂອກາດອອກໄປເຮັດວຽກປະກາດຂ່າວປະເສີດໄດ້ ນີ້ຈຶ່ງເວົ້າ ໄດ້ວ່າ ເປັນການເຮັດວຽກຂອງເພື່ອນຮ່ວມງານໃນການປະກາດຂ່າວປະເສີດຢ່າງມີປະສິດ
ທິພາບ. ການເບິ່ງແຍງລູກຂອງຜູ້ອື່ນນັ້ນອາດເປັນການຍາກ ແຕ່ເມື່ອເຮົາໄດ້ເຂົ້າໃຈວ່ານີ້ ແມ່ນການເຂົ້າຮ່ວມເຮັດວຽກໃນການປະກາດຂ່າວປະເສີດບໍ່ແມ່ນວຽກທີ່ຫຍຸ້ງຍາກ ເຮົາຈະ
ເຮັດໄດ້ຢ່າງຊົມຊື່ນຍິນດີ. ດ້ວຍການເຮັດວິທີໃດກໍ່ຕາມ ເພື່ອຮັບໃຊ້ຄິດສະຕະຈັກ ຫຼືຜູ້ປະ ກາດພະຄຳນັ້ນກໍ່ຄື ການຮັບໃຊ້ພະເຈົ້າ.

ມທ 10:42 『ເຮົາບອກພວກທ່ານຕາມຄວາມຈິງວ່າ ຜູ້ໃດກໍ່ຕາມທີ່ເອົານໍ້າເຢັນຈອກໜຶ່ງ ໃຫ້ຜູ້ຕໍ່າຕ້ອຍທີ່ສຸດ ເພາະລາວເປັນສິດຂອງເຮົາ ກໍ່ຈະໄດ້ຮັບບຳເໜັດຢ່າງແນ່ນອນ.

ມທ 25:40 『ຈອມກະສັດຈະຕອບວ່າ ເຮົາບອກພວກທ່ານຕາມຄວາມຈິງວ່າ ເມື່ອໃດ
ພວກເຮົາໄດ້ເຮັດແກ່ຜູ້ທີ່ຕໍ່າຕ້ອຍທີ່ສຸດໃນພວກພີ່ນ້ອງເຫຼົ່ານີ້ຂອງເຮົາ ພວກທ່ານກໍ່ໄດ້ເຮັດ ແກ່ເຮົາ!

ຖ້າທ່ານສະໝັກໃຈບໍລິການໃຫ້ແກ່ຄິດສະຕະຈັກ ຈົ່ງປຶກສາກັບຜູ້ນຳຂອງຄິດສະຕະຈັກ ລາວຈະແນະນຳວິທີທີ່ດີແກ່ທ່ານ.

(5) ເລື່ອງການຖວາຍໜຶ່ງສ່ວນສິບ ແລະຖວາຍຂອບພະຄຸນ

ຄົນສ່ວນຫຼາຍທີ່ເຮັດວຽກໃນອາຊີບ ຈະມີຄວາມຮູ້ສຶກໜັກໃຈເມື່ອພວກເຂົາໄດ້ພົບກັບຜູ້
ປະກາດພະຄຳ ຍ້ອນພວກເຂົາຄິດວ່າ ບໍ່ໄດ້ມີສ່ວນຮ່ວມໃນການປະກາດຂ່າວປະເສີດ
ເຖິງແມ່ນວ່າພວກເຂົາໄດ້ຮັບຄວາມຈິງທີ່ແນ່ນອນແລ້ວກໍ່ຕາມ. ແຕ່ວ່ານີ້ເປັນຄວາມຄິດທີ່ບໍ່
ຖືກຕ້ອງ. ການປະກາດຂ່າວປະເສີດບໍ່ສາມາດເຮັດໃຫ້ສຳເລັດໄດ້ຖ້າປາສະຈາກໜຶ່ງສ່ວນ
ສິບ ແລະຖວາຍຂອບພະຄຸນຂອງຜູ້ທີ່ເຮັດວຽກໃນອາຊີບ ຈະເປັນຢ່າງໃດຖ້າບໍ່ມີໜຶ່ງສ່ວນ
ສິບ ແລະຖວາຍຂອບພະຄຸນໃຫ້ແກ່ພະເຈົ້າ? ສາດສະດາຈານໃນຄິດສະຕະຈັກ ແລະບັນ
ດາຜູ້ປະກາດພະຄຳຕ້ອງອອກໄປເຮັດວຽກໂດຍປະວຽກໃນຄິດສະຕະຈັກແລະວຽກປະກາດ
ຂ່າວປະເສີດໄວ້. ຄົງຈະຕ້ອງເຮັດຕາມນະມັດສະການຢູ່ທີ່ຖະໜົນ ເພາະວ່າບໍ່ມີເງິນຈ່າຍ ຄ່າເຊົ່າຄິດສະຕະຈັກ. ເຖິງແມ່ນວ່າ, ຜູ້ທີ່ເປັນແຂກມາຢ້ຽມຢາມ ເຮົາກໍ່ຄົງຈະບໍ່ມີນໍ້າຊາໃຫ້ ດື່ມແມ່ນແຕ່ຈອກດຽວ ແລະຄິດສະຕະຈັກກໍ່ກາຍເປັນບັນຍາກາດທີ່ຮູ້ສຶກວ່າບໍ່ມີຄວາມຮັກ.
ດ້ວຍການໄດ້ຮັບໜຶ່ງສ່ວນສິບ ແລະຖວາຍຂອບພະຄຸນແກ່ພະເຈົ້າ ຈາກບັນດາຄົນທີ່ເຮັດ ວຽກໃນອາຊີບ ຄິດສະຕະຈັກກໍ່ຈະມີກິດຈະກຳແລະບຳລຸງຮັກສາຄິດສະຕະຈັກໃຫ້ຄົງຢູ່ໃນ
ທຸກມື້ນີ້ ດັ່ງນັ້ນການບໍລິການຂອງພວກເຂົາຍິ່ງໃຫຍ່ຫຼາຍສໍ່າໃດ ເຮົາສາມາດຮູ້ຈັກໄດ້. ບັນ ດາຄົນໃນຊາວໂລກເຮັດວຽກໃນອາຊີບ ເພື່ອຮ່າງກາຍທີ່ຈະສູນຫາຍໄປ, ແຕ່ວ່າຖ້າພວກ ເຮົາເຮັດວຽກໃນອາຊີບດ້ວຍຄວາມຄິດວ່າ ເປັນໜ້າທີ່ສຳລັບເພື່ອນຮ່ວມງານຂອງຂ່າວປະ
ເສີດແຫ່ງຄວາມຈິງ ນີ້ແມ່ນວຽກສຳລັບຈິດວິນຍານທີ່ມີຄຸນຄ່າ ບໍ່ແມ່ນວຽກສຳລັບຮ່າງກາຍ
ເວົ້າອີກຢ່າງໜຶ່ງວ່າ ເຮັດວຽກເພື່ອຮັບມໍລະດົກທີ່ບໍ່ເປື່ອຍເນົ່າດ້ວຍສິ່ງທີ່ເປື່ອຍເນົ່າ ນີ້ເປັນ ການຂອບພະຄຸນຫຼາຍສໍ່າໃດ?

ສົມມຸດວ່າ ຊາຍຄົນໜຶ່ງມີທີ່ດິນສຳລັບສ້າງເຮືອນ ແຕ່ບໍ່ມີສິ່ງກໍ່ສ້າງ ດັ່ງນັ້ນຈຶ່ງບໍ່ສາມາດ
ສ້າງເຮືອນໄດ້ ແລ້ວທີ່ດິນນັ້ນຈະມີປະໂຫຍດຫຍັງ? ຜູ້ໃດຜູ້ໜຶ່ງຕ້ອງຊື້ໄມ້ ແລະປູນຊີມັງ
ແລະຕ້ອງຊ່ວຍຄົນງານເພື່ອເຮັດວຽກໄດ້. ໃນທຳນອງດຽວກັນ, ເຖິງແມ່ນວ່າບໍ່ໄດ້ອອກໄປ
ປະກາດ ແຕ່ວ່າໃຫ້ຖວາຍໜຶ່ງສ່ວນສິບ ແລະຖວາຍຂອບພະຄຸນນັ້ນ ເຮັດໃຫ້ຊ່ວຍເຫຼືອຄໍ້າ ຊູບັນດາຜູ້ປະກາດຂ່າວປະເສີດ ຄືຜູ້ທີ່ໄດ້ອຸທິດຕົນເພື່ອປະກາດເທົ່ານັ້ນ. ດັ່ງນັ້ນ,ເຮົາຄວນ
ມີຄວາມເຊື່ອໝັ້ນໃນຊີວິດ ແລະຈົ່ງພູມໃຈໃນວຽກທີ່ພວກເຮົາໄດ້ເຮັດນັ້ນ ບັນດາຄົນງານທີ່
ຮູ້ສຶກມີກຽດກັບການປະເຊີນໜ້າໃນຊີວິດແຫ່ງການເຮັດວຽກ ດ້ວຍພະປະສົງຂອງພະເຈົ້າ
ຄົນນັ້ນກໍ່ໄດ້ເຮັດວຽກດ້ວຍຄວາມຊື່ສັດຢ່າງພາກພຽນຫຼາຍກວ່າຄົນອື່ນ ແລະຈຶ່ງຈະໄດ້ຮັບ ຄວາມໄວ້ວາງໃຈຈາກເພື່ອນຮ່ວມງານ ແລະເຈົ້າຫນ້າທີ່ລະດັບສູງ ຜົນໄດ້ຮັບກໍ່ຄື ສາມາດນຳທາງພວກເຂົາເຂົ້າມາສູ່ຄວາມຈິງໄດ້ຢ່າງຄາດບໍ່ເຖິງ. ແຕ່ບາງຄົນເຂົ້າໃຈການຈຳແນກ
ຜິດກ່ຽວກັບພະປະສົງຂອງພະເຈົ້າແລະພວກເຂົາຄິດວ່າ ການເຮັດວຽກຂອງແຜ່ນດິນໂລກ ນີ້ບໍ່ສຳຄັນແລະບໍ່ມີປະໂຫຍດ ເພາະວ່າເປັນວຽກຂອງຮ່າງກາຍທີ່ສູນຫາຍໄປ ດັ່ງນັ້ນ, ຈຶ່ງ
ຢາກປະກາດຂ່າວປະເສີດດ້ວຍປາກເປົ່າເທົ່ານັ້ນ ເຮັດໃຫ້ບໍ່ໄດ້ຮັບການເຊື່ອຖືໃນວຽກງານ ແລະໄດ້ຮັບຄວາມລຳບາກເຮັດໃຫ້ລາຍໄດ້ບໍ່ດີ ໃນທີ່ສຸດຮ່າງກາຍ ແລະຈິດວິນຍານ ກໍ່ໄດ້ ຮັບຄວາມເສຍຫາຍ. ບໍ່ແມ່ນພຽງແຕ່ເທົ່ານັ້ນ, ຍັງເຮັດໃຫ້ຄອບຄົວກັບຜູ້ອື່ນລຳບາກ ແລະເປັນການປິດບັງສະຫງ່າລາສີຂອງພະເຈົ້າໂດຍຜ່ານບັນຫາຂອງຕົນເອງ.

ດັ່ງນັ້ນເຮົາຈຶ່ງສາມາດເຂົ້າໃຈເປັນຢ່າງດີກ່ຽວກັບໜຶ່ງສ່ວນສິບ ແລະຖວາຍຂອບພະຄຸນ ແກ່ພະເຈົ້າ ເຊິ່ງເປັນສ່ວນປະກອບທີ່ສຳຄັນຂອງການປະກາດຂ່າວປະເສີດ. ຕອນນີ້, ຄົນ
ທີ່ມີພອນສະຫວັນໃນການສອນພະຄຳພີມີຈຳນວນຫຼາຍ ແຕ່ຂາດແຄນຜູ້ຊ່ວຍປະກາດຂ່າວ ປະເສີດເຊັ່ນນັ້ນ ດັ່ງນັ້ນຈຶ່ງບໍ່ມີໂອກາດໃຊ້ພອນສະຫວັນທີ່ໄດ້ຮັບຈາກພະເຈົ້າ ແລະຕ້ອງ
ເຮັດວຽກໃນອາຊີບຢູ່ຊາວໂລກ. ຫນ້າທີ່ປະກາດຂ່າວປະເສີດເປັນໜ້າທີ່ທີ່ພວກເຮົາທຸກຄົນ
ຕ້ອງສຳເລັດນຳກັນ ບໍ່ແມ່ນສຳເລັດໄດ້ໂດຍຜ່ານໜຶ່ງຄົນຫຼືສອງຄົນ ນີ້ເປັນຄວາມຈິງຢ່າງ
ຊັດເຈນ. ຈົ່ງພະຍາຍາມກາຍເປັນເພື່ອນຮ່ວມງານຕາມພອນສະ ຫວັນຕາມແຕ່ລະຄົນໄດ້
ຮັບ ແລະສຳເລັດພາລະກິດແຫ່ງການປະກາດຂ່າວປະເສີດຢ່າງໄວວາ ແລ້ວໄປສູ່ບ້ານ
ເມືອງແຫ່ງສະຫວັນທີ່ຄິດເຖິງຂອງພວກເຮົາ. ພະເຈົ້າຊົງເອີ້ນພວກເຮົາກ່ອນເພື່ອໃຫ້ເປັນຜູ້ ຊ່ວຍປະກາດຂ່າວປະເສີດເຊັ່ນນີ້.

ນອກຈາກນັ້ນ ຍັງມີອີກຫຼາຍວິທີທີ່ຈະຮ່ວມໃນການເຮັດວຽກປະກາດຂ່າວປະເສີດ. ດັ່ງສຸ
ພາສິດທີ່ວ່າ “ຕົວໜອນກໍ່ມີຄວາມສາມາດກິ້ງຕົວໄດ້” ໝາຍຄວາມວ່າ “ທຸກໆຄົນມີພອນ
ສະຫວັນ” ຖ້າຜູ້ໃດຜູ້ໜຶ່ງປາຖະໜາຢາກເຮັດ ພະເຈົ້າຈະຊົງເປີດທາງແຫ່ງຄວາມພົ້ນໄວ້ທີ່
ຈະສາມາດເປັນເພື່ອນຮ່ວມງານໃນການປະກາດຂ່າວປະເສີດໄດ້. ເມື່ອພວກເຮົາຮ່ວມມື ກັນເປັນໜຶ່ງດຽວ ເມື່ອນັ້ນຂ່າວປະເສີດນີ້ຈະສຳເລັດຢ່າງວ່ອງໄວໄດ້. ຖ້າເວົ້າອີກຢ່າງໜຶ່ງ, ເພາະຄວາມເສີຍຊາຂອງເຮົາ ຈະເຮັດໃຫ້ວຽກປະກາດຂ່າວປະເສີດຕ້ອງເລື່ອນສຳເລັດຊ້າລົງໄປ.

ແລະຍັງມີເລື່ອງທີ່ເຮົາຕ້ອງຄິດອີກເຊັ່ນ ບາງຄົນຄິດວ່າ ‘ຜູ້ສອນພະຄຳພີໄດ້ຮັບພະພອນ
ຫຼາຍກວ່າຜູ້ທີ່ນຳພາຄົນອື່ນມາ’ ຈຶ່ງປຽບທຽບກັບຕົວເອງແລະບໍ່ໃຊ້ພອນສະຫວັນຂອງຕົນ
ເອງ ໂດຍການສະແດງພອນສະຫວັນທີ່ບໍ່ໄດ້ຮັບຈາກພະເຈົ້ານັ້ນ ບໍ່ແມ່ນພະປະສົງຂອງ ພະເຈົ້າ.

ມທ 25:15 ເພິ່ນໄດ້ມອບໝາຍໃຫ້ແຕ່ລະຄົນຕາມຄວາມສາມາດຂອງໃຜລາວດັ່ງນີ້: ຜູ້ ໜຶ່ງໄດ້ຮັບຫຼຽນຄຳຫ້າຮ້ອຍຫຼຽນ, ຜູ້ອື່ນໄດ້ຮັບຫຼຽນຄຳສອງຮ້ອຍຫຼຽນ, ແລະຜູ້ອື່ນອີກໄດ້ ຮັບຫຼຽນຄຳໜຶ່ງຮ້ອຍຫຼຽນ

ລກ 12:48 ບຸກຄົນທີ່ໄດ້ຮັບຫຼາຍກໍ່ຈະຖືກທວງເອົາຫຼາຍ ບຸກຄົນທີ່ໄດ້ຮັບຫຼາຍກວ່າກໍ່ຈະ ຖືກທວງເອົາຫຼາຍກວ່າ.

ດັ່ງນັ້ນ, ເຮົາບໍ່ຈຳເປັນປຽບທຽບພອນສະຫວັນຂອງເຮົາວ່ານີ້ແມ່ນຫຍັງ? ແລະບໍ່ຈຳເປັນ ອິດສາກັນວ່າ ຮັບພອນສະຫວັນຫຼາຍສໍ່າໃດ. ຈົ່ງໝັ້ນໃຈວ່າ ຕາມວິທີແລະພະປະສົງທີ່ຍຸຕິ ທຳຂອງພະເຈົ້າ ເຊິ່ງຮັບຕາມພະອົງຊົງປະທານໃຫ້ ແລະເຮັດຫນ້າທີ່ຂອງເຮົາດ້ວຍຄວາມໝັ້ນຄົງແລະຊື່ສັດເໝືອນກັບ ອະໄວຍະວະຕ່າງໆຂອງຮ່າງກາຍ ເຮົາກໍ່ຈະເປັນເພື່ອນຮ່ວມ ງານຂອງການປະກາດຂ່າວປະເສີດທີ່ດີໄດ້ .

Leave a Reply

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *