ການນະມັດສະການ ເປັນພິທີທີ່ສະແດງຄວາມເຄົາລົບຢ່າງສູງສົ່ງຂອງພວກເຮົາ ດ້ວຍ
ຄວາມອ່ອນນ້ອມຖ່ອມຕົວ ແລະຖວາຍກຽດສັກສີແກ່ພະເຈົ້າດ້ວຍການອະທິຖານ, ສັນລະ
ເສີນ ແລະຖວາຍຂອບພະຄຸນພະອົງຕໍ່ຄວາມຮັກທີ່ສູງສົ່ງຂອງພະເຈົ້າຜູ້ທີ່ຊົງນຳພາໄປສູ່
ອານາຈັກສະຫວັນດ້ວຍການອະໄພບາບໂດຍບໍ່ເສຍຄ່າ ແລະຊົງໂຜດໃຫ້ຊີວິດນິລັນ ແລະ ຊົງອວຍພະພອນໃຫ້ຄວາມພົ້ນແກ່ພວກເຮົາຜູ້ທີ່ຕ້ອງຕາຍ.

1. ມື້ແຫ່ງການນະມັດສະການ

1) ຕ້ອງຖວາຍນະມັດສະການມື້ພະ

ການປະຕິບັດຕາມມື້ພະ ເປັນມື້ທີ່ລະນຶກເຖິງລິດອຳນາດຂອງພະເຈົ້າຜູ້ຊົງສ້າງທຸກສັບ
ພະສິ່ງ. ດ້ວຍການປະຕິບັດຕາມມື້ພະ ພວກເຮົາສາມາດຢືນຢັນໄດ້ວ່າ ພະເຈົ້າຊົງສ້າງຟ້າ
ສະຫວັນ ແຜ່ນດິນໂລກແລະທຸກສັບພະສິ່ງ ແລະໃຫ້ສັນລະເສີນລິດອຳນາດທີ່ໜ້າອັດສະ
ຈັນຢູ່ກັບພະອົງ ແລ້ວຖວາຍນະມັດສະການຕໍ່ໜ້າພະເຈົ້າຢ່າງບໍລິສຸດ ຈຶ່ງຈະສາມາດຮັບ ອວຍພະພອນຢ່າງເຕັມລົ້ນແຫ່ງມື້ພະ ທີ່ພະອົງຊົງຕຽມໄວ້ນັ້ນໄດ້. 

ມື້ພະ ທີ່ພະຄຳພີໄດ້ບອກນັ້ນແມ່ນວັນເສົາ ດັ່ງນັ້ນ, ພວກເຮົາຈຶ່ງນະມັດສະການພະອົງໃນວັນເສົາ. ນອກຈາກນີ້ຍັງມີ ການນະມັດສະການໃນມື້ທີສາມ ທີ່ໃຫ້ເຮົາສະອາດບໍລິສຸດ ຄືວັນອັງຄານຕອນຄໍ່າ.

2) ຕ້ອງຖວາຍການນະມັດສະການເທດສະການ

ໃນສະໄໝພັນທະສັນຍາເດີມ ໃນມື້ພະ ແລະໃນມື້ສະຫຼອງເທດສະການຕ່າງໆ ໄດ້ເຮັດ ຕາມນະມັດສະການເພື່ອຮັບອະໄພບາບ ດ້ວຍເຄື່ອງບູຊາທີ່ເສຍສະຫຼະເລືອດຂອງສັດຄື
ແກະຫຼືແບ້. ເຄື່ອງບູຊາທີ່ເສຍສະຫຼະທັງໝົດນັ້ນ ເປັນລະບຽບການທີ່ສະແດງໃຫ້ເຫັນກ່ອນ
ດ້ວຍຄຳທຳນວາຍທີ່ວ່າ ພະຄິດຈະຊົງເສຍສະຫຼະແລະເສຍຊີວິດແທນການບາບຂອງພວກ
ເຮົາ. ບາງເທື່ອເສຍຊີວິດແທນໄດ້ເພື່ອຄົນທີ່ເຮັດໃນສິ່ງຊອບທໍາ, ແຕ່ວ່າພະຄິດຊົງເສຍຊີ ວິດແທນການບາບຂອງພວກເຮົາ ເມື່ອພວກເຮົາຜູ້ທີ່ຍັງເປັນຢູ່ໃນຄວາມບາບ. ນະມັດສະ
ການທີ່ມີພະປະສົງແຫ່ງຄວາມເມດຕາຢ່າງບໍ່ມີຂອບເຂດຄືດັ່ງນີ້ ແມ່ນການນະມັດສະການ
ເທດສະການ. ການນະມັດສະການເທດສະການ ມີຄວາມໝາຍທີ່ສະແດງເຖິງຄວາມເຄົາລົບດ້ວຍອ່ອນນ້ອມຖ່ອມຕົວ ແລະຖວາຍຂອບພະຄຸນຄວາມຮັກ ແລະເສຍສະຫຼະຂອງພະຄິດຜູ້ຊົງເສຍຊີວິດທີ່ເທິງໄມ້ກາງແຂນດ້ວຍເລືອດຫຼັ່ງໄຫຼເພື່ອພວກເຮົາທີ່ບໍ່ມີຄຸນຄ່າ.

ນອກຈາກນີ້, ແຕ່ລະເທດສະການມີພະປະສົງຂອງພະເຈົ້າ ທີ່ຈະສຳເລັດຄວາມໝາຍສະ
ເພາະແຫ່ງຄຳທຳນວາຍເອງ. ເທດສະການທີ່ຕ້ອງປະຕິບັດຕາມປະຈໍາປີຄື ເທດສະການ
ປັດສະຄາ, ເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ, ເທດສະການວັນແຫ່ງຜົນຜະລິດທຳອິດ, ເທດສະການເກັບກ່ຽວ, ເທດສະການເປົ່າແກ, ມື້ລຶບລ້າງບາບໃຫ່ຍ ແລະເທດສະການປຸກ
ຕູບຢູ່. ນອກຈາກນີ້, ຖ້າມີຈຸດປະສົງພິເສດກໍ່ມີການນະມັດສະການໃນກຸ່ມ, ການນະມັດສະ
ການຢ້ຽມຢາມຕ່າງໆກໍ່ດີ.

2. ຈຸດມຸ່ງໝາຍຂອງການຖວາຍການນະມັດສະການ

1) ຄວາມສຳພັນຂອງພະເຈົ້າກັບພວກເຮົາໄດ້ຢືນຢັນໂດຍຜ່ານການນະມັດສະການ

ຜູ້ທີ່ພວກເຮົາຮັບໃຊ້ນັ້ນເປັນ ພະເຈົ້າ. ພະເຈົ້າຊົງເປັນຜູ້ທີ່ສ້າງຟ້າສະຫວັນແລະແຜ່ນດິນ
ໂລກ, ຊົງໃຫ້ຊີວິດລົມຫັນແກ່ພວກເຮົາໂດຍພະອົງເອງ, ຊ່ວຍພວກເຮົາຜູ້ທີ່ເປັນຄົນບາບ
ໃຫ້ພົ້ນແລະຜູ້ທີ່ຊົງສັນຍາທີ່ຈະໃຫ້ອານາຈັກສະຫວັນດ້ວຍຖ້ອຍຄຳແຫ່ງຄວາມຈິງ. ພະເຈົ້າ
ຜູ້ຊົງສ້າງທຸກສິ່ງທຸກຢ່າງໂດຍບໍ່ໄດ້ມີສິ່ງໃດຂາດຕົກບົກຜ່ອງ ແຕ່ເປັນຫຍັງຢາກໃຫ້ພວກ ເຮົາຮັບໃຊ້? ນີ້ກໍ່ເພາະວ່າ ພະອົງຊົງຢາກໃຫ້ສິດຂອງປະຊາຊົນແຫ່ງສະຫວັນແກ່ຜູ້ທີ່ຮັບ
ໃຊ້ພະເຈົ້າ ແລະໃຫ້ສິດອຳນາດພິເສດຂອງລູກ ແລະສຸດທ້າຍຊົງຢາກໃຫ້ພະພອນແກ່
ພວກເຮົາທັງໝົດນີ້ຄື ພະປະສົງຂອງພະເຈົ້າ.

ການນະມັດສະການແມ່ນ ໃຫ້ພວກເຮົາໃກ້ຊິດຕິດແທດກັບພະເຈົ້າດ້ວຍຄວາມເຂົ້າໃຈ
ໃນສາຍສຳພັນລະຫວ່າງພະເຈົ້າກັບພວກເຮົາ ເຊິ່ງເປັນຄວາມສຳພັນແບບພໍ່ແມ່ກັບລູກໆ,
ກະສັດກັບປະຊາຊົນ, ພະຜູ້ສ້າງກັບຜູ້ທີ່ຖືກສ້າງຂຶ້ນ. ຢູ່ທີ່ນີ້ແຜ່ນດິນໂລກມີພະອື່ນໃນຮູບ
ແບບຕ່າງໆຢ່າງຫຼວງຫຼາຍ. ພະແຫ່ງການດູແລຮັກສາ, ພະຕົ້ນໄມ້ສັກສິດ, ວິນຍານພວກ ຜີປີສາດ, ພໍ່ມົດ, ໝໍຜີຕ່າງໆ, ພະຕາເວັນ, ພະດວງເດືອນ ແລະອື່ນໆຢ່າງຫຼວງຫຼາຍ ດັ່ງ ນັ້ນ, ພວກເຮົາຕ້ອງຢືນຢັນຢ່າງຊັດເຈນ ເຖິງພະເຈົ້າທີ່ພວກເຮົາໄດ້ຮັບໃຊ້ດ້ວຍການນະ
ມັດສະການ ແລະເມື່ອພວກເຮົາໄດ້ຍ້ອງຍໍສັນລະເສີນ ຄວາມເມດຕາຂອງພະອົງກໍ່ເຮັດໃຫ້
ຄວາມສຳພັນໃກ້ຊິດລະຫວ່າງພະເຈົ້າກັບພວກເຮົານັ້ນ ແໜ້ນແຟ້ນດ້ວຍເຊືອກສາຍສຳພັນແຫ່ງຄວາມຮັກທີ່ບໍ່ສາມາດຂາດໄດ້.

ລລວ 26:12 『ເຮົາຈະຢູ່ກັບເຈົ້າ ເຮົາຈະເປັນພະເຈົ້າຂອງພວກເຈົ້າ ແລະພວກເຈົ້າກໍ່ຈະ
ເປັນປະຊາຊົນຂອງເຮົາ』

ຢຮ 4:23 『ແຕ່ເວລານັ້ນໃກ້ເຂົ້າມາແລະຢູ່ທີ່ນີ້ແລ້ວ ເມື່ອພວກທີ່ນະມັດສະການຢ່າງແທ້
ຈິງຈະນະມັດສະການພະບິດາ ດ້ວຍຈິດວິນຍານແລະຄວາມຈິງ ເພາະພະບິດາຢາກໃຫ້
ຄົນຢ່າງນັ້ນແຫຼະນະມັດສະການພະອົງ』

2) ຖວາຍການນະມັດສະການເພື່ອຮັບການອະໄພບາບ ແລະຈະເປັນມິດກັບພະເຈົ້າ.

ຈຸດມຸ້ງໝາຍທີ່ສໍາຄັນທີ່ສຸດຂອງການນະມັດສະການ ຄືຈະໄດ້ຮັບອະໄພບາບແລະຈະໄດ້
ຮັບພະພອນ. ຍ້ອນການບາບຂອງພວກເຮົາ ຈຶ່ງເຮັດໃຫ້ພວກເຮົານັ້ນໄດ້ຖືກແຍກຈາກພະເຈົ້າ(ອຊຢ 59:1-3).

ໃນສະໄໝພັນທະສັນຍາເດີມ ປະຊາຊົນອິດສະລະເອນໄດ້ຖວາຍບູຊາດ້ວຍເລືອດຂອງສັດໂດຍການຂ້າສັດ ເພື່ອຈະໄດ້ຮັບອະໄພການບາບ. ແຕ່ໃນປັດຈຸບັນນີ້,ໄດ້ຖືກເປີດທາງອອກແກ່ພວກເຮົາຜູ້ທີ່ໄດ້ຖືກແຍກຈາກພະເຈົ້າ ທີ່ຈະສາມາດເປັນມິດກັບພະເຈົ້າໄດ້ແລະ ຈະຖືກປົດປ່ອຍຈາກໂສ້ແຫ່ງຄວາມບາບຍ້ອນວ່າ ພະຄິດຜູ້ຊົງເປັນສັນຍາລັກຂອງລູກ
ແກະທີ່ເສຍສະຫຼະ ໄດ້ຊົງສະເດັດມາແລະເສຍສະຫຼະແທນການບາບຂອງພວກເຮົາ(ອຟ 2:12-19). ດັ່ງນັ້ນ, ພວກເຮົາຕ້ອງຖວາຍການນະມັດສະການພະເຈົ້າເພື່ອທີ່ຈະໄດ້ຈົດຈຳ ແລະລະນຶກເຖິງຄວາມຮັກຂອງພະຄິດທີ່ຊົງເສຍສະຫຼະແທນພວກເຮົາ.

3) ຖວາຍການນະມັດສະການເພື່ອຂອບພະຄຸນ ແລະສັນລະເສີນແດ່ພະເຈົ້າ

ພະເຈົ້າຊົງເປັນຜູ້ສ້າງທຸກສັບພະສິ່ງ. ດຳເນີນຊີວິດຂອງພວກເຮົາໄດ້ຮັບການປົກປ້ອງ
ຈາກພະເຈົ້າໂດຍທີ່ບໍ່ຮູ້ຕົວ. ພະອົງຊົງວາງແຜນການແລະຈັດການທຸກໆສິ່ງຂຶ້ນເພື່ອຜົນປະ
ໂຫຍດຂອງພວກເຮົາ. ຄວາມຮັກຂອງພະເຈົ້າເປັນຄວາມຮັກທີ່ຖະໜຸຖະໜອມໂດຍບໍ່ເປີດ
ເຜີຍ.

ພນ 4:11 『ຂ້າແດ່ພະຜູ້ເປັນເຈົ້າພະເຈົ້າຂອງຂ້າພະອົງທັງຫຼາຍ ພະອົງເປັນຜູ້ສົມຄວນທີ່ຈະໄດ້ຮັບຄຳສັນລະເສີນ, ກຽດສັກສີ ແລະລິດອຳນາດ ດ້ວຍວ່າພະອົງໄດ້ສ້າງສັບພະສິ່ງ ໂດຍພະປະສົງສັບພະສິ່ງເຫຼົ່ານີ້ ກໍ່ດຳລົງຄົງຕົວແລະມີຊີວິດຢູ່』

ພວກເຮົາຜູ້ທີ່ຖືກສ້າງຂຶ້ນ ຄວນຖວາຍການນະມັດສະການແດ່ພະເຈົ້າ ຜູ້ທີ່ຊົງສົມຄວນ ໄດ້ຮັບກຽດສັກສີສັນລະເສີນ ແລະຂອບພະຄຸນຢ່າງແນ່ນອນ.

4) ຖວາຍການນະມັດສະການເພື່ອໄດ້ຮັບພະພອນຈາກພະເຈົ້າ

ພະເຈົ້າຊົງຊອກຫາຜູ້ທີ່ນະມັດສະການຢ່າງແທ້ຈິງ ດ້ວຍຈິດວິນຍານແລະຄວາມຈິງແລະ
ສັນຍາວ່າ ຈະຊົງໃຫ້ອວຍພະພອນແກ່ຜູ້ນັ້ນ. ທຸກການນະມັດສະການມີພັນທະສັນຍາເຊິ່ງ
ເປັນອວຍພະພອນ ແລະຄວາມເມດຕາຂອງພະເຈົ້າ. ກະສັດໂຊໂລໂມນໄດ້ເຜົາຖວາຍ ເຄື່ອງບູຊາຫຼາຍພັນໂຕ ແລ້ວໄດ້ຮັບສະຕິປັນຍາຈາກພະເຈົ້າ ແລະໄດ້ກາຍເປັນກະສັດທີ່ມີ
ສະຕິປັນຍາຫຼາຍກວ່າໝູ່ໃນສະໄໝນັ້ນ ແລ້ວໄດ້ເຮັດໃຫ້ປະເທດຈະເລີນຮຸ່ງເຮືອງຂຶ້ນຢູ່ໃນອວຍພະພອນຂອງພະເຈົ້າ(1ກສດ 3: 4-14). ເຮືອນຂອງໂອເບັດເອໂດມ ເຊິ່ງເປັນສະ
ຖານທີ່ ທີ່ຫີບຄຳໝັ້ນສັນຍາຂອງພະເຈົ້າຢູ່ນັ້ນ ໄດ້ຮັບອວຍພະພອນອັນຍິ່ງໃຫຍ່(2ຊມອ 6:9-11)

3. ທ່າທີຂອງຜູ້ທີ່ນະມັດສະການ

1) ຕ້ອງຖວາຍນະມັດສະການ ດ້ວຍການຖວາຍກຽດສັກສີ ແລະຂອບພະຄຸນແດ່ພະເຈົ້າ.

2) ຕ້ອງຖວາຍການນະມັດສະການ ດ້ວຍສຸດຫົວໃຈ ແລະດ້ວຍສຸດຈິດ ແລະດ້ວຍສຸດ
ຄວາມຄິດຂອງພວກເຮົາ.

3) ຕ້ອງຖວາຍນະມັດສະການ ດ້ວຍຄວາມອ່ອນນ້ອມຖ່ອມຕົວຕໍ່ໜ້າພະອົງ ແລະຖືພະ
ເຈົ້າອົງບໍລິສຸດໃຫ້ສູງສົ່ງ.

4) ຕ້ອງຖວາຍນະມັດສະການ ດ້ວຍທ່າທີທີ່ຮ້ອງຂໍອະໄພບາບແລະກັບໃຈເຊົາເຮັດບາບ.

5) ຕ້ອງຖວາຍນະມັດສະການໃຫ້ເຕັມລົ້ນດ້ວຍຖ້ອຍຄຳຂອງພະເຈົ້າໄວ້ໃນຫົວໃຈ ໂດຍ ຖິ້ມຄວາມຄິດເລື່ອນລອຍສຳລັບຮ່າງກາຍ.

6) ຕ້ອງຖວາຍນະມັດສະການໃຫ້ເປັນບໍລິສຸດ ດ້ວຍຈິດໃຈທີ່ຮັກພະເຈົ້າ.

4. ລຳດັບຖວາຍການນະມັດສະການ

ລຳດັບການນະມັດສະການ ບໍ່ສາມາດວາງກົດໃຫ້ເປັນອັນດຽວກັນເລີຍໄດ້ ຍ້ອນສະຖາ ນະການທີ່ແຕກຕ່າງກັນຂອງໂບດ ແຕ່ອາດຈະເຮັດຕາມລຳດັບດັ່ງລຸ່ມນີ້ໄດ້.

1) ການອະທິຖານໃນໃຈ: ຫຼັບຕາ ແລະຕັ້ງຈິດອະທິຖານຂອງພວກເຮົາໃຫ້ເຂົ້າເຖິງພະເຈົ້າ(ພສສ 143:5) ໂດຍບໍ່ເວົ້າອອກສຽງ.

2) ການຮ້ອງເພງສັນລະເສີນໃຫ້ກຽດສັກສີ: ເປັນບົດເພງທີ່ຂອບພະຄຸນແລະຖວາຍກຽດ ສັກສີແກ່ພະເຈົ້າ ໂດຍລຸກຢືນຂຶ້ນຮ້ອງເພງສັນລະເສີນ(ພນ 5:13)

3) ການອະທິຖານ: ອະທິຖານຕາມລຳດັບ ຂອບພະຄຸນ ແລະຖວາຍກຽດສັກສີ,ສາລະ
ພາບ, ອ້ອນວອນໃນສິ່ງທີ່ປາຖະໜາ ແລະສ່ວນຫຼາຍແລ້ວແມ່ນຜູ້ເທດສະໜາເປັນຜູ້ອະທິຖານ(ໃນເວລານີ້ແມ່ນອະທິຖານໂດຍຢືນຂຶ້ນ) ຫຼັງຈາກອະທິຖານສຳເລັດແລ້ວ ຈຶ່ງນັ່ງລົງ.

4) ການຮ້ອງເພງສັນລະເສີນ: ຮ້ອງເພງສັນລະເສີນແດ່ພະເຈົ້າ ດ້ວຍເນື້ອເພງໃນມື້ພະ
ສຳລັບການນະມັດສະການມື້ພະ, ດ້ວຍເນື້ອເພງໃນເທດສະການ ສຳລັບການນະ
ມັດການເທດສະການ. ດ້ວຍເນື້ອເພງທີ່ແຕກຕ່າງກັນ ຕາມລັກສະນະຂອງການນະ ມັດສະການສຳລັບການນະມັດສະການພິເສດອື່ນໆ.

5) ການອະທິຖານ: ເວລາຊ່ວຍອະທິຖານຄື ອະທິຖານຂອບພະຄຸນຖວາຍກຽດສັກສີ ຂໍຄວາມປາຖະໜາ ແລະໃຫ້ຊົງຄວາມເມດຕາແກ່ຜູ້ເທດສະໜາເພື່ອພີ່ນ້ອງທຸກຄົນ
ຈະຮັບລ້ຽງດູດ້ວຍອາຫານແຫ່ງຖ້ອຍຄຳຂອງເທດສະໜາ. ໃນເວລານີ້, ຜູ້ເຊື່ອຖືຄຸ ເຂົ່າໃນການອະທິຖານ ຍົກມືພ້ອມກັບກົ້ມຫົວລົງດ້ວຍຄວາມຢຳເກງ ແລະຖ່ອມຕົວ. ຜູ້ອະທິຖານຕົວແທນອາດເປັນ ຜູ້ອາວຸໂສ, ຜູ້ປະກາດພະຄຳ ຫຼືບາງຄັ້ງອາດເປັນຜູ້
ເຊື່ອຖືກໍ່ໄດ້ໃນກໍລະນີພິເສດ(ໂບດທີ່ມີຕັ່ງແມ່ນອະທິຖານດ້ວຍນັ່ງຕັ່ງ).

6) ຖວາຍເພງພິເສດ: ເພື່ອຍົກຍໍສັນລະເສີນ ແລະຄວາມປາຖະໜາແດ່ພະເຈົ້າ ແລະ
ໃຫ້ມີຄວາມເມດຕາໃນການນະມັດສະການ ມີການຖວາຍເພງພິເສດຂອງນັກຮ້ອງ
ເພງ ຈຶ່ງຈະມີຄວາມເມດຕາຫຼາຍຂຶ້ນກ່ວາ. ແຕ່ຖ້າບໍ່ສາມາດເຮັດໄດ້ ກໍ່ຍົກເວັ້ນໄດ້.

7) ການເທດສະໜາ: ເວລາທີ່ປະກາດຖ້ອຍຄຳຂອງພະເຈົ້າໃຫ້ເຂົ້າໃຈດ້ວຍຮັບການດົນ
ໃຈ. ຖ້າຮ່າງກາຍບໍ່ໄດ້ກິນອາຫານຈະອຶດຫິວ ວິນຍານຂອງພວກເຮົາກໍ່ເຊັ່ນກັນ ຖ້າ
ບໍ່ໄດ້ກິນຖ້ອຍຄຳຄື ອາຫານແຫ່ງຈິດວິນຍານກໍ່ຈະອ່ອນແອ ແລະເປັນພະຍາດ ດັ່ງ ນັ້ນ, ເວລານີ້ເປັນເວລາທີ່ສໍາຄັນແທ້.

8) ການຖວາຍ ແລະການຮ້ອງເພງສັນລະເສີນ: ເວລານີ້, ໃຫ້ຖວາຍພ້ອມທັງຮ້ອງເພງສັນລະເສີນຂອງພັນທະສັນຍາແຫ່ງຄວາມເມດຕາທີ່ໃຫ້ຊົງອວຍພະພອນສຳລັບການ
ຖວາຍນີ້.

※ ພິທີກອນຕ້ອງອ່ານພະຄຳພີທີ່ກ່ຽວພັນກັບ ໜຶ່ງສ່ວນສິບ ແລະຖວາຍຂອບພະຄຸນ ກ່ອນເລີ້ມຕົ້ນຖວາຍ ພ້ອມທັງຮ້ອງເພງສັນລະເສີນ.

9) ການອະທິຖານສຳລັບຖວາຍ: ຄັດເລືອກຜູ້ອະທິຖານສຳລັບຖວາຍຄົນໃດຄົນໜຶ່ງໃນ
ພິທີກອນ, ຜູ້ອາວຸໂສ, ຜູ້ປະກາດພະຄຳ, ຜູ້ຮັບໃຊ້ພະເຈົ້າ, ຜູ້ດູແລ ແລະອະທິຖານ
ຕ້ອງເອົາຈິດໃຈທີ່ຂອບພະຄຸນກ່ຽວກັບການຖວາຍ ແລະຂໍອວຍພະພອນ. ເວລານີ້ກໍ່ອະທິຖານ ແລະກົ້ມຫົວລົງດ້ວຍຄວາມຢຳເກງ.

※ ໃນກໍລະນີສະຖານະການພິເສດ ຜູ້ອະທິຖານແມ່ນຜູ້ໃດກໍ່ໄດ້.

10) ແນະນຳຜູ້ທີ່ເຊື່ອຖືໃໝ່: ແບ່ງປັນຄວາມສຸກ ແລະສົນທະນານຳກັນດ້ວຍການແນະ ນຳຜູ້ເຊື່ອຖືໃໝ່ທີ່ໄດ້ນຳເຂົ້າມາເຖິງຄວາມຈິງໃນອາທິດໜຶ່ງ. ຜູ້ແນະນຳຜູ້ເຊື່ອຖືໃໝ່
ນັ້ນ ກ່ອນອື່ນແນະນຳກ່ຽວກັບປະຫວັດຂອງຄວາມເຊື່ອຂອງຜູ້ເຊື່ອຖືໃໝ່, ເທື່ອທີ
ສອງແນະນຳກ່ຽວກັບ ການພົບຄວາມຈິງໄດ້ແນວໃດ (ຜູ້ກ່ຽວສາມາດກ່າວເອງໄດ້ ຖ້າລາວຕ້ອງການ), ເທື່ອທີ່ສາມ ແນະນໍາທີ່ຢູ່ແລະຊື່ຂອງລາວ ເວລານີ້ພີ່ນ້ອງທຸກຄົນຕ້ອງຍິນດີຕ້ອນຮັບດ້ວຍຊົມຊື່ນຍິນດີ. ຜູ້ທີ່ເຊື່ອກ່ອນແລ້ວນັ້ນໃຫ້ຮັບໃຊ້ແລະໃຫ້
ຄວາມຮັກແກ່ຜູ້ເຊື່ອຖືໃໝ່ ແລະຊ່ວຍນຳທາງທີ່ຖືກຕ້ອງຈົນກວ່າ ຄຸ້ນເຄີຍກັບການດຳເນີນຊີວິດໃນຄິດສະຕະຈັກ.

11) ການແຈ້ງປະກາດ: ແນະນຳຂ່າວດີຂອງຄິດສະຕະຈັກ ແລະຂອງຄອບຄົວພີ່ນ້ອງ ຜູ້ເຊື່ອຖື. ຖ້າມີແຈ້ງການ ໃຫ້ແຈ້ງປະກາດໃນເວລານີ້. ວຽກທີ່ດີຈົ່ງດີໃຈນຳກັນ
ແລະວຽກທີ່ຫຍຸ້ງຍາກກໍ່ຊ່ວຍກັນແບ່ງເບົານຳກັນ ເຊິ່ງຢືນຢັນໄດ້ວ່າ ພວກເຮົາເປັນ ອະໄວຍະວະດຽວກັນ ແລະຈົ່ງຮັກເຊິ່ງກັນແລະກັນຍິ່ງໆຂຶ້ນ.

12) ຄໍາອ້ອນວອນອະທິຖານຂອງພວກເຮົາ: ຜູ້ເຊື່ອຖືອະທິຖານພ້ອມກັນ.

13) ອະທິຖານໃນໃຈ: ເປັນການອະທິຖານທີ່ສື່ສານກັບພະເຈົ້າ ຂໍຂອບພະຄຸນຄວາມ
ເມດຕາຈາກພະເຈົ້າດ້ວຍສະຫງົບຈິດໃຈ ແລະຄຳອ້ອນວອນຂອງຕົນຂໍແກ່ພະເຈົ້າ.

14) ປິດພິທີນະມັດສະການ: ພິທີກອນກ່າວແຈ້ງການປິດສິ້ນສຸດນະມັດສະການ ຕ້ອງ
ປະກາດນັດໝາຍເວລາໃນການນະມັດສະການຄັ້ງຕໍ່ໄປ ດ້ວຍການກ່າວຢ່າງມີ
ຄວາມມຸ້ງຫວັງທີ່ພົບກັນອີກໃນຄັ້ງໜ້າ.

※ ລຳດັບຂອງການນະມັດສະການໃຊ້ໄດ້ໃນນະມັດສະການຕອນເຊົ້າ, ຕອນບ່າຍ, ຕອນຄໍ່າ.

※ ແລະໃນການນະມັດສະການມື້ທີສາມ, ການນະມັດສະການມື້ພະກໍ່ປະຕິບັດຕາມ
ເໝືອນກັນ ແຕ່ການນະມັດສະການໃນເທດສະການຕ່າງໆນັ້ນ ຕ້ອງຖືປະຕິບັດຕາມ ປຶ້ມ “ລະບຽບຂອງການຖວາຍນະມັດສະການ”

5. ສິ່ງທີ່ກະກຽມໃນການນະມັດສະການ

1) ພະຄຳພີ, ປຶ້ມເພງບົດໃໝ່(ພນ 14:3), ຜ້າປົກຫົວສຳລັບຜູ້ຍິງ(1ກທ 11:5)

2) ໜຶ່ງສ່ວນສິບ ເຊິ່ງເປັນໜຶ່ງໃນສິບຂອງລາຍໄດ້ ທີ່ໄດ້ຮັບພາຍໃນໜຶ່ງອາທິດ ແລະ ຖວາຍຂອບພະຄຸນ(ມລກ 3:7-12, ລກ 21:1-4)

Leave a Reply

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *