ການທົດລອງແລະໄຊຊະນະ

ໃນຊີວິດແຫ່ງຄວາມເຊື່ອຂອງພວກເຮົາ ບາງເທື່ອເຮົາຕົກຢູ່ໃນການທົດລອງ ເຊິ່ງການ ທົດລອງແມ່ນມາຈາກມານແລະຊາຕານ. ມັນໄດ້ເຮັດໃຫ້ຈິດໃຈທີ່ຢາກຈະໄປສູ່ໂລກແຫ່ງຈິດວິນຍານຂອງພວກເຮົານັ້ນທໍ້ຖອຍ ແລະອ່ອນກຳລັງລົງດ້ວຍສິ່ງຕ່າງໆຝ່າຍຮ່າງກາຍ (ຊາວໂລກ, ວັດຖຸສິ່ງຂອງ, ກຽດຕິຍົດ, ພໍ່ແມ່, ລູກ, ຄວາມຂັດແຍ້ງ, ຄວາມກຽດຊັງ,ອຳ
ນາດ, ເງິນຄຳ, ຄວາມຮັກ, ຄວາມອິດສາ, ຄວາມລິສະຫຍາ, ຄວາມມີຊື່ສຽງແລະອື່ນໆ) ຜົນສຸດທ້າຍ ແມ່ນເຮັດໃຫ້ຄວາມເຊື່ອຂອງພວກເຮົາຫຼຸດລົງ ຈຶ່ງເຂົ້າໄປໃນອານາຈັກສະ ຫວັນບໍ່ໄດ້. ດັ່ງນັ້ນ, ເຮົາຈຶ່ງມີຄວາມຈຳເປັນທີ່ຈະຕ້ອງໄດ້ຮັບໄຊຊະນະເໜືອການທົດລອງ ນັ້ນ.

1. ເປັນຫຍັງເຮົາຈຶ່ງຕ້ອງໄດ້ຮັບການທົດລອງ

1) ເມື່ອກິເລດຂອງຕົນເອງລໍ້ ແລະຊັກນຳໃຫ້ກະທຳຕາມ ດັ່ງນັ້ນ, ຈຶ່ງຮັບທົດລອງ (ຢກ 1:14)

2) ຊີວິດແຫ່ງຄວາມເຊື່ອຂອງເຮົາຈະ ຈະເລີນເຕີບໂຕຂຶ້ນໄດ້ກໍ່ໂດຍການທີ່ເຮົາຕ້ອງ ເອົາຊະນະເໜືອການທົດລອງ ເໝືອນດັ່ງກັບເດັກນ້ອຍທີ່ຈະຕ້ອງຜ່ານການເປັນ ໂລກຫັດຄັ້ງໜຶ່ງ ຈຶ່ງຈະເລີນເຕີບໂຕເປັນເດັກທີ່ແຂງແຮງໄດ້.

3) ເຮົາຈະຖືກທົດລອງຈົນກ່ວາຈະຮູ້ວ່າ ເຮົາຈະຮັກສາຄຳສັ່ງຂອງພະອົງຫຼືບໍ່
(ພບຍ 8:1-2)

2. ມານໄດ້ໃຊ້ວິທີການແນວໃດໃນການທົດລອງເຮົາ 

1) ໂດຍວັດຖຸສິ່ງຂອງທາງໂລກ ເມື່ອເຮົາຂາດແຄນ

2) ໂດຍການທີ່ເຮັດໃຫ້ເຮົາສົງໃສກ່ຽວກັບ ແຜນການຂອງພະເຈົ້າ

3) ໂດຍການສະແດງເໜືອການຄອບຄອງຫຼືຄວາມຮຸ່ງເຮືອງຂອງໂລກນີ້ ແລະເຮັດໃຫ້ ເຮົາຮູ້ສຶກວ່າ ສິ່ງນັ້ນດີກ່າວເຊື່ອໃນພະເຈົ້າ

4) ໂດຍຜ່ານການເຄົາລົບບູຊາຮູບໂຄລົບ

5) ໂດຍການເຮັດໃຫ້ຄອບຄົວຂອງເຮົາ (ພໍ່ແມ່ ຫຼືລູກ, ພັນລະຍາ, ສາມີ) ຫຼືຄົນທີ່ມີ ຄວາມສະໜິດສະໜົມກັບເຮົາ(ເພື່ອນບ້ານ, ໝູ່ເພື່ອນ) ເຮັດໃຫ້ມີບັນຫາທີ່ຂັດຂວາງໃນຊີວິດແຫ່ງຄວາມເຊື່ອຂອງເຮົາ

6) ໂດຍການທີ່ເຮັດໃຫ້ຊັບສິນຂອງເຮົາມີຫຼາຍເພີ່ມຂຶ້ນ ແລະເຮັດໃຫ້ເຮົາບິດເບືອນໄປ ເພື່ອທ້ອນໂຮມຊັບສິນ ແລະໃຫ້ມີຄວາມກຽດຄ້ານໃນການຮັບໃຊ້ວຽກງານຂອງພະເຈົ້າ

7) ໂດຍການເຮັດໃຫ້ເຮົາເກີດມີຄວາມສົງໃສໃນຄວາມຈິງ ໃຫ້ມີຄວາມສັບສົນດ້ວຍ ຂ່າວປະເສີດປອມ

8) ໂດຍການໃຊ້ຄວາມຮຸນແຮງ ຫຼືກະທຳການຂົ່ມຂູ່ ເພື່ອປິດທາງໄປສູ່ພະເຈົ້າ

9) ໂດຍການຍຸແຍ່ພີ່ນ້ອງຜູ້ທີ່ຢູ່ໃນຄວາມເຊື່ອ ເຮັດໃຫ້ເກີດການກຽດຊັງເຊິ່ງກັນແລະກັນ ຈຶ່ງບໍ່ສາມາດທີ່ຈະຮ່ວມກັນເປັນໜຶ່ງດຽວໄດ້. ນີ້ກໍ່ເປັນການທົດລອງທີ່ຮ້າຍແຮງທີ່ສຸດ.

3. ມານໄດ້ທົດລອງເຮົາເພື່ອຈຸດມຸ້ງໝາຍຫຍັງ?

ຈຸດມຸ້ງໝາຍຂອງມານໃນການທົດລອງເຮົາ ກໍ່ເພື່ອໃຫ້ເຮົາເຮັດບາບ, ໃຫ້ໄປໃນຫົນທາງ
ທີ່ຜິດ, ກໍ່ການກະບົດແລະຕໍ່ຕ້ານພະເຈົ້າ ໃນສຸດທ້າຍເຮັດໃຫ້ເຮົາໄປຕິດຕາມມັນ. ເວົ້າອີກ
ຢ່າງໜຶ່ງວ່າ ການທົດລອງເປັນຫຼຸມພາງຂອງຊາຕານ ເພື່ອທຳລາຍຈິດວິນຍານຂອງເຮົາ ແລະນຳເຮົາໄປສູ່ນາລົກ. ມານຜູ້ທີ່ເປັນສັດຕູຂອງເຮົາ ຈະມີຄວາມເພິ່ງພໍໃຈຫຼາຍທີ່ໄດ້ທຳລາຍຈິດວິນຍານຂອງເຮົາ.

4. ວິທີທີ່ຈະເອົາຊະນະເໜືອການທົດລອງແມ່ນຫຍັງ?

1) ຕ້ອງເອົາຊະນະດ້ວຍອ້ອນວອນອະທິຖານ (ມທ 26:41)

2) ຕ້ອງເອົາຄວາມເຊື່ອເຂັ້ມແຂງ (ອຟ 6:16) ຄວາມເຊື່ອເປັນອາວຸດຂອງເຮົາ ທີ່ເອົາ ຊະນະມານໄດ້ ແລະເປັນຕົ້ນກຳເນີດຂອງກຳລັງທີ່ຈະຊະນະຊາວໂລກ (1ຢຮ 5:4)

3) ຕ້ອງຕໍ່ສູ້ແລະໄຊຊະນະ ດ້ວຍຖ້ອຍຄຳຂອງພະເຈົ້າ (ມທ 4:2-11)

4) ຕ້ອງເອົາຊະນະໃນການທົດລອງ ດ້ວຍຄວາມອົດທົນ (ຢກ 1:2-4)

5) ພະເຈົ້າຈະບໍ່ຊົງໃຫ້ເຮົາຕ້ອງຖືກທົດລອງເກີນກ່ວາທີ່ເຮົາຈະທົນໄດ້ (1ກທ 10:13)

6) ເມື່ອຕົກຢູ່ໃນການທົດລອງ ເຮົາຕ້ອງວາງໃຈໃນພະເຈົ້າຫຼາຍຍິ່ງຂຶ້ນ

7) ຕ້ອງເອົາຊະນະ ດ້ວຍສວມຊຸດຍຸດທະພັນຂອງພະເຈົ້າ (ອຟ 6:13)

8) ພະເຈົ້າຈະຊ່ວຍຄົນນັບຖືພະເຈົ້າໃຫ້ພົ້ນຈາກການທົດລອງ (2ປຕ 2:9)

9) ເມື່ອມີການທົດລອງທີ່ເຮັດໃຫ້ພີ່ນ້ອງຊາຍແລະພີ່ນ້ອງສາວແຫ່ງຄວາມເຊື່ອກຽດຊັງກັນ ເຮົາກໍ່ຕ້ອງຮັກກັນຍິ່ງຂຶ້ນ ດັ່ງນັ້ນ, ຊາຕານຈຶ່ງໄດ້ຖອຍໜີໄປ.

5. ດ້ວຍການໄຊຊະນະເໜືອການທົດລອງ ເຮົາຈະໄດ້ຮັບພະພອນຫຍັງ?

1) ເຮັດໃຫ້ຄວາມເຊື່ອຄົບຖ້ວນສົມບູນ (1ປຕ 5:10)

2) ເຮັດໃຫ້ຄວາມເຊື່ອຕັ້ງໝັ້ນຄົງຢູ່ (1ປຕ 5:10)

3) ເຮັດໃຫ້ຄວາມເຊື່ອມີກຳລັງຫຼາຍຍິ່ງຂຶ້ນ (1ປຕ 5:10)

4) ເຮັດໃຫ້ຄວາມເຊື່ອມີຮາກອັນໜັກແໜ້ນ (1ປຕ 5:10)

5) ຄວາມເຊື່ອຂອງເຮົາທົນຕໍ່ການທົດລອງ ກໍ່ເຮັດໃຫ້ເກີດມີຄວາມໝັ້ນໃຈ (ຢກ 1:3)

6) ເຮົາຈະໄດ້ຮັບມົງກຸດແຫ່ງຊີວິດ (ຢກ 1:12)

7) ຄຸນສົມບັດຂອງເຮົາໃນຄວາມເຊື່ອຈະຄົບຖ້ວນ (ຢກ 1:4)

8) ມານຈະໄດ້ຖອຍໜີໄປ (ມທ 4:11)

9) ບັນດາທູດສະຫວັນຈະບົວລະບັດຮັບໃຊ້ເຮົາ (ມທ 4:11)

6. ບັນພະບຸລຸດແຫ່ງຄວາມເຊື່ອ ຜູ້ທີ່ໄດ້ເອົາຊະນະເໜືອການທົດລອງ

1) ພະເຢຊູ

ຫຼັງຈາກທີ່ພະເຢຊູຊົງອ້ອນວອນອະທິຖານດ້ວຍການອົດອາຫານສີ່ສິບມື້ສີ່ສິບຄືນ ພະອົງ
ຊົງໄດ້ຮັບທົດລອງສາມຢ່າງ ເຊິ່ງສະແດງໃຫ້ເຮົາຮູ້ຈັກກ່ອນວ່າ ໃນໄລຍະເວລາຂອງການ
ມີຄວາມເຊື່ອ ແລະການຕິດຕາມພະເຢຊູ ເຮົາຈະຖືກທົດລອງໃນລັກສະນະທີ່ຄ້າຍຄືກັນ.
ການທົດລອງເທື່ອທຳອິດ ແມ່ນໄດ້ຮັບການທົດລອງດ້ວຍອາຫານທີ່ເປັນຈຸດອ່ອນຂອງມະ
ນຸດ ແຕ່ພະອົງໄດ້ຊົງເອົາຊະນະດ້ວຍຖ້ອຍຄຳທີ່ວ່າ “ມະນຸດລ້ຽງຊີບດ້ວຍເຂົ້າຢ່າງດຽວກໍ່ບໍ່
ໄດ້ ແຕ່ລ້ຽງດ້ວຍທຸກໆຖ້ອຍຄຳທີ່ພະເຈົ້າກ່າວ” ການທົດລອງເທື່ອທີສອງ ມານໄດ້ມາຍຸ
ແຍ່ເພື່ອທົດລອງລິດອຳນາດຂອງພະເຈົ້າ ແຕ່ພະເຢຊູໄດ້ຊົງໄລ່ອອກໄປ ດ້ວຍຖ້ອຍຄຳທີ່
ວ່າ “ຢ່າທົດລອງພະຜູ້ເປັນເຈົ້າອົງເປັນພະເຈົ້າຂອງເຈົ້າ” ແລະການທົດລອງເທື່ອທີສາມ
ແມ່ນ ຖ້າພະອົງຂາບໄຫ້ວແກ່ມານ ມັນຈະໃຫ້ຄວາມຮຸ່ງເຮືອງແລະສະຫງ່າລາສີຂອງຊາວ
ໂລກ ແຕ່ພະເຢຊູໄດ້ຊົງໄລ່ມານອອກໄປດ້ວຍຖ້ອຍຄຳທີ່ວ່າ “ຈົ່ງນະມັດສະການພະຜູ້ເປັນ
ເຈົ້າອົງເປັນພະເຈົ້າຂອງເຈົ້າ ແລະຈົ່ງກົ້ມລົງຮັບໃຊ້ແຕ່ພະອົງເທົ່ານັ້ນ” ພະເຢຊູໄດ້ຊົງເອົາຊະນະເໜືອການທົດລອງທັງໝົດຂອງຊາຕານ ເຊິ່ງພະອົງໄດ້ຊົງເປັນແບບຢ່າງໃຫ້ແກ່ເຮົາ ແລະເຮົາກໍ່ເຊັ່ນດຽວກັນ ສາມາດທີ່ຈະປະສົບກັບການທົດລອງຕ່າງໆນາໆ ແລະເຮົາກໍ່ສາມາດທີ່ຈະເອົາຊະນະເໜືອການທົດລອງນັ້ນໆໄດ້ (ມທ 4:1-11)

2) ອັບລາຮາມ

ອັບລາຮາມໄດ້ຕັດສິນໃຈວ່າ ຈະໃຫ້ມໍລະດົກທັງໝົດແກ່ອີຊາກ ຜູ້ທີ່ເກີດເມື່ອອັບລາຮາມ
ອາຍຸ 100ປີ, ແຕ່ວ່າພະເຈົ້າໄດ້ຊົງສັ່ງໃຫ້ອັບລາຮາມຖວາຍອີຊາກທີ່ເປັນລູກຊາຍຄົນດຽວ
ຂອງເພິ່ນຜູ້ເຊິ່ງເປັນທີ່ຮັກ. ເມື່ອນັ້ນເພິ່ນບໍ່ໄດ້ຈົ່ມໃຫ້ແກ່ພະເຈົ້າ ຜູ້ທີ່ຈະເອົາສິ່ງສຳຄັນທີ່ສຸດ
ຂອງເພິ່ນໄປ ແຕ່ເພິ່ນເຊື່ອໃນພະສັນຍາຂອງພະເຈົ້າທີ່ວ່າ ພະອົງຈະຊົງເຮັດໃຫ້ເຊື້ອສາຍ
ຂອງເພິ່ນ ມີຢ່າງຫຼວງຫຼາຍເໝືອນດັ່ງດວງດາວໃນທ້ອງຟ້າແລະເພິ່ນກໍ່ໄດ້ເຊື່ອຟັງຕິດຕາມ
ພະປະສົງຂອງພະເຈົ້າ. ອັບລາຮາມໄດ້ສະແດງໃຫ້ພະເຈົ້າເຫັນວ່າ ເພິ່ນຮັກພະເຈົ້າຫຼາຍ ກ່ວາລູກ. ຫຼັງຈາກທີ່ເພິ່ນໄດ້ເອົາຊະນະເໜືອການທົດລອງ ເພິ່ນກໍ່ໄດ້ຮັບພະພອນທີ່ຍິ່ງ ໃຫຍ່ ເຊິ່ງເພິ່ນໄດ້ຖືກເອີ້ນວ່າ ເປັນບິດາແຫ່ງຄວາມເຊື່ອ (ປຖກ 22:5)

3) ໂຢບ

ຍ້ອນການທົດລອງ ໂຢບໄດ້ສູນເສຍທຸກສິ່ງທຸກຢ່າງ ບໍ່ວ່າຈະເປັນຊັບສົມບັດແລະລູກ
ຂອງລາວ ແລະລາວເອງກໍ່ໄດ້ຮັບຄວາມຍາກລຳບາກ ຄວາມເຈັບປວດດ້ວຍການເປັນຝີ ຮ້າຍຕັ້ງແຕ່ຕີນຂອງລາວຈົນເຖິງຫົວ, ຍິ່ງກ່ວານັ້ນ, ເຖິງແມ່ນວ່າ ພັນລະຍາແລະໝູ່ເພື່ອນ
ບອກລາວວ່າ “ຈົ່ງດ່າພະເຈົ້າ ແລະຫັນໜີຈາກພະເຈົ້າເທາະ” ແຕ່ໂຢບໄດ້ຮັກສາຄວາມ ເຊື່ອໄວ້ຢ່າງເຂັ້ມແຂງຈົນເຖິງທີ່ສຸດທ້າຍດ້ວຍຄວາມອົດທົນ. ຫຼັງຈາກທີ່ໂຢບໄດ້ໄຊຊະນະ
ເໜືອການທົດລອງ ລາວໄດ້ຮັບຄວາມພົ້ນຈາກຄວາມລຳບາກ ແລະລາວໄດ້ຮັບຄວາມຮັ່ງ
ມີຫຼາຍກ່ວາເກົ່າເປັນສອງເທົ່າ ຈາກທີ່ລາວເຄີຍມີແຕ່ກ່ອນ ແລະມີລູກຊາຍລູກສາວທີ່ງາມ
ຫຼາຍ. ດັ່ງນັ້ນ, ໂຢບຈຶ່ງໄດ້ດຳເນີນຊີວິດດ້ວຍການຮັບໃຊ້ພະເຈົ້າ ຢູ່ໃນອວຍພະພອນຂອງ ພະເຈົ້າທີ່ເຕັມລົ້ນ ແລະມີຄວາມສຸກຍິ່ງກ່ວາເກົ່າ (ໂຢບ 42:10-17) 

4) ອັກຄະທູດໂປໂລ

ໃນການປະຕິບັດພາລະກິດປະກາດຂ່າວປະເສີດ ເພິ່ນໄດ້ຖືກຂ້ຽນຫ້າເທື່ອໆລະສາມສິບ
ເກົ້າບາດ ຖືກແກ່ວງກ້ອນຫິນ ແລະເພິ່ນເຄີຍສະຫຼົບໂດຍບໍ່ຮູ້ສຶກຕົວທັງເວັນທັງຄືນ, ເພິ່ນ
ໄດ້ປະເຊີນໄພອັນຕະລາຍໃນແມ່ນໍ້າ, ປະເຊີນໂຈນ, ປະເຊີນໄພຈາກຊົນຊາດຂອງເພິ່ນ
ເອງ, ປະເຊີນໄພຈາກຄົນຕ່າງຊາດ, ປະເຊີນໄພໃນຖິ່ນແຫ້ງແລ້ງກັນດານ, ປະເຊີນໄພ
ຈາກພີ່ນ້ອງທໍລະຍົດ, ຕ້ອງເຮັດວຽກອິດເມື່ອຍແລະຍາກລຳບາກ ຕ້ອງອົດຫຼັບອົດນອນຢູ່
ເລື້ອຍໆ ຕ້ອງອົດເຂົ້າຫິວນໍ້າຢູ່ເລື້ອຍໆ ຕ້ອງທົນໜາວແລະເປືອຍກາຍ. ເຖິງແມ່ນວ່າ, ຢູ່ພາຍໃຕ້ການທົດລອງຫຼາຍຢ່າງຂອງມານທີ່ຂັດຂວາງຂ່າວປະເສີດ ແຕ່ເພິ່ນກໍ່ຍັງຮັກສາ ຄວາມເຊື່ອໄວ້ຢ່າງເຂັ້ມແຂງແລະປະກາດຂ່າວປະເສີດຈົນເຖິງທີ່ສຸດ ແລະເຮັດຫຼ້ອນໜ້າທີ່ເຊິ່ງພະເຈົ້າໄດ້ຊົງມອບໃຫ້ ດັ່ງນັ້ນ, ເພິ່ນຈຶ່ງໄດ້ຮັບອວຍພະພອນແຫ່ງອານາຈັກສະຫວັນ ທີ່ກຽມພ້ອມໄວ້ຄືມົງກຸດແຫ່ງຄວາມຊອບທຳ (2ກທ 11:23-28).

5) ຊັດລາກ, ເມຊາກ ແລະອາເບັດເນໂກ

ເພື່ອນຂອງດານີເອນ ຊັດລາກ, ເມຊາກແລະອາເບັດເນໂກ ໄດ້ຖືກຂູ່ເຂັນວ່າ ຖ້າບໍ່ກົ້ມ
ລົງຂາບນະມັດສະການຮູບປັ້ນນັ້ນ ຈະຖືກໂຍນເຂົ້າໄປໃນເຕົາໄຟທີ່ລຸກໄໝ້ຢູ່. ແຕ່ພວກ ເຂົາບໍ່ໄດ້ຂາບໄຫ້ວແກ່ຮູບປັ້ນຈົນເຖິງທີ່ສຸດແລະໄດ້ຮັກສາຄວາມເຊື່ອໄວ້ ດັ່ງນັ້ນ,ພວກເຂົາ
ຈຶ່ງໄດ້ຮັບການຊ່ວຍໃຫ້ພົ້ນຈາກເຕົາໄຟທີ່ໄດ້ເຮັດໃຫ້ຮ້ອນຂຶ້ນກ່ວາເກົ່າເຖິງເຈັດເທົ່າ ແລະ
ເຄື່ອງນຸ່ງກໍ່ບໍ່ຖືກໄຟໄໝ້ໃນຕົວຂອງພວກເພິ່ນກໍ່ບໍ່ມີກິ່ນຄວັນໄຟເລີຍ. ກະສັດເນບູກາດເນັດ
ສາແຫ່ງກຸງບາບີໂລນແລະບັນດາອຸບປະຮາດຂອງລາວ ເຈົ້າແຂວງ, ຮອງເຈົ້າແຂວງແລະ
ຂ້າລາຊະການກໍ່ຮູ້ສຶກປະຫຼາດໃຈຫຼາຍ ສະນັ້ນ, ພວກເຂົາຈຶ່ງກັບໃຈເຊົາເຮັດບາບຕໍ່ໜ້າພະ
ເຈົ້າ. ຍິ່ງໄປກ່ວານັ້ນອີກ, ພວກເຂົາຍັງໄດ້ຮັບເລື່ອນຕຳແໜ່ງສູງຂຶ້ນກ່ວາເກົ່າ(ດນອ 3:1-
30).
    

6) ໂຢຊວຍ ແລະກາເຫຼັບ

  ເມື່ອໂມເຊໄດ້ສົ່ງນັກສືບສອດແນມສິບສອງຄົນ ໄປດິນແດນການາອານ ນັກສືບສອດ
ແນມສິບຄົນນັ້ນໄດ້ກ່າວຮ້າຍເລື່ອງດິນແດນທີ່ເຂົາໄດ້ໄປສອດແນມມາ ໂດຍທີ່ເຂົາທັງຫຼາຍ
ໄດ້ລືມພະສັນຍາຂອງພະເຈົ້າແລະໄດ້ປະຖິ້ມຄວາມເຊື່ອ ເຂົາໄດ້ເລົ່າໃຫ້ຊົນຊາດອິດສະລາ
ເອນຟັງວ່າ “ສັດຕູຂອງເຮົາເປັນດັ່ງມະນຸດ ແຕ່ພວກເຮົາເປັນດັ່ງຕັກກະແຕນ ຈະຕໍ່ສູ້ໄຊ
ຊະນະກັບເຂົາໄດ້ຢ່າງໃດ” ເມື່ອນັ້ນຊຸມນຸມຊົນອິດສະລະເອນທັງໝົດກໍ່ໄດ້ຮ້ອງສຽງດັງຂຶ້ນ
ແລະຈົ່ມຕໍ່ໂມເຊ. ແຕ່ວ່າໂຢຊວຍ ແລະກາເຫຼັບໄດ້ກ່າວໃຫ້ກຳລັງໃຈແກ່ພວກເຂົາທັງຫຼາຍ
ວ່າ “ພະເຈົ້າສະຖິດຢູ່ກັບພວກເຮົາ ພະເຈົ້າຈະຊ່ວຍພວກເຮົາໃຫ້ຊະນະພວກເຂົາຢ່າງງ່າຍ
ດາຍ” ແລະພະຍາຍາມຢາກໃຫ້ຮູ້ສຶກເຖິງ ລິດອຳນາດຂອງພະເຈົ້າດ້ວຍສຸດຈິດສຸດໃຈໃຫ້
ແກ່ຜູ້ທີ່ມີສົງໃສໃນລິດອຳນາດຂອງພະເຈົ້າ ແລະຕົກຢູ່ໃນການທົດລອງ ໃຫ້ໄດ້ເອົາຊະນະ
ເໜືອການທົດລອງໃນເລື່ອງຂອງການບໍ່ວາງໃຈໃນລິດອຳນາດຂອງພະເຈົ້າ ແລະໃນທີ່ສຸດ ໄດ້ຮັບພະພອນຄື ສາມາດເຂົ້າສູ່ດິນແດນແຫ່ງພັນທະສັນຍາຄື ການາອານໄດ້(ຈຊບ 13:
1-14:38).

7) ໂມເຊ

ໂມເຊ ເປັນລູກລ້ຽງຂອງລູກສາວກະສັດ ສາມາດທີ່ຈະຄາດຫວັງໃນຕຳແໜ່ງທີ່ສູງທີ່ສຸດ
ເຊິ່ງກໍ່ຄືເປັນກະສັດແຫ່ງເອຢິບໄດ້. ແຕ່ວ່າລາວໄດ້ເລືອກໄປໃນຫົນທາງແຫ່ງການທົນທຸກ
ທໍລະມານຮ່ວມກັບປະຊາຊົນຂອງພະເຈົ້າ ທີ່ຈະໄດ້ຮັບກຽດສັກສີໃນອານາຈັກສະຫວັນອັນ
ຊົ່ວນິລັນ ຫຼາຍກ່ວາທີ່ຈະໄປໃນຫົນທາງອັນຮຸ່ງເຮືອງຂອງໂລກນີ້ ທີ່ມີຄວາມສຸກສະບາຍ
ພຽງຊົ່ວຄາວ ດ້ວຍເຫດນີ້, ເພິ່ນຈຶ່ງໄດ້ເອົາຊະນະເໜືອການທົດລອງໃນເລື່ອງຂອງການມີອິດທິພົນໃນໂລກນີ້.

8) ດານີເອນ

ດານີເອນ ຜູ້ທີ່ຄຸເຂົ່າລົງອະທິຖານມື້ລະສາມຄັ້ງ(ເຊົ້າ, ສວຍ, ແລງ) ຢູ່ຕໍ່ໜ້າມີປ່ອງຢ້ຽມ
ປິ່ນໄປຫາກຸງເຢລູຊາເລັມ ເຊິ່ງບັນດາສັດຕູອ້ອມຂ້າງ ໄດ້ພະຍາຍາມທີ່ຈະຫາເລື່ອງຮ້ອງ
ຟ້ອງດານີເອນ ເພື່ອຂັດຂວາງບໍ່ໃຫ້ຕິດຕໍ່ກັບພະເຈົ້າ ແລະຢາກເຮັດໃຫ້ດານີເອນຕົກຢູ່ໃນ
ຄວາມຍາກລຳບາກ ແຕ່ເຖິງຢ່າງໃດກໍ່ຕາມ, ດານີເອນໄດ້ຮູ້ແລ້ວກ່ຽວກັບເລື່ອງນີ້ ແລະໄດ້ ອ້ອນວອນອະທິຖານແກ່ພະເຈົ້າດ້ວຍສຸດຈິດສຸດໃຈ ຈຶ່ງໄດ້ຮັບຄວາມພົ້ນແລະການປົກປ້ອງ ຂອງພະເຈົ້າ ຈາກສິງທີ່ຫິວໂຫຍຢູ່ໃນຖໍ້າ ແລະໄດ້ໃຫ້ພິຍານເຖິງສະຫງ່າລາສີຂອງພະເຈົ້າຕໍ່ໜ້າຫຼາຍຄົນ. ເຖິງແມ່ນວ່າດານີເອນໄດ້ພົບກັບອັນຕະລາຍເຖິງຊີວິດ ແຕ່ໄດ້ເອົາຊະນະ ເໜືອການທົດລອງດ້ວຍຄວາມເຊື່ອ ທີ່ໄດ້ຖືຮັກສາພະບັນຍັດຂອງພະເຈົ້າຢ່າງຕໍ່ເນື່ອງ ໂດຍບໍ່ມີຂາດ(ດນອ 6:1-28).

Leave a Reply

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *