ພະມານດາ ເຢລູຊາເລັມ

ພວກເຮົາຜູ້ທີ່ໄດ້ຮັບພັນທະສັນຍາຄືຊີວິດນິລັນ

ເວລານີ້, ຈະພິຈາລະນາເບິ່ງ ຖ້ອຍຄຳຂອງພະເຈົ້າ ຫົວຂໍ້ ”ພະມານດາ ເຢລູຊາເລັມ” ພະເຈົ້າໄດ້ໃຫ້ພັນທະສັນຍາ ທີ່ມີຄຸນຄ່າແກ່ພວກເຮົາຄື: ເຂົ້າສູ່ອານາຈັກສະຫວັນໄດ້. ດັ່ງນັ້ນ, ພະຄຳພີກໍ່ໄດ້ກ່າວເອົາໄວ້ວ່າ: ພວກເຮົາເປັນລູກແຫ່ງພັນທະສັນຍາ.

ຄຕ 4:28 『ບັດນີ້, ພີ່ນ້ອງທັງຫລາຍຂອງເຮົາເອີຍ ພວກເຈົ້າກໍ່ເປັນລູກໆຂອງພະເຈົ້າຕາມ ພະສັນຍາເໝືອນດັ່ງອີຊາກ.』

ພວກເຮົາລູກແຫ່ງພັນທະສັນຍາ ໝາຍຄວາມວ່າ: ຮັບພັນທະສັນຍາມາຈາກພະເຈົ້າ. ພະເຈົ້າໃຫ້ສັນຍາຫຍັງແກ່ ພວກເຮົາ?

1 ຢຮ 2:25 『ນີ້ແຫລະແມ່ນສິ່ງທີ່ພະຄິດເອງ ໄດ້ສັນຍາວ່າ: ຈະໃຫ້ພວກເຮົາຄື ຊີວິດອັນຕະຫລອດໄປເປັນນິດ.』

ໄດ້ໃຫ້ພັນທະສັນຍາແມ່ນຫຍັງ? ຊີວິດອັນຕະຫລອດໄປເປັນນິດ. ຖ້າຢ່າງນັ້ນ, ຕັ້ງແຕ່ນີ້ຕໍ່ໄປ ຈະພິຈາລະນາເບິ່ງວ່າ: ພະເຈົ້າໄດ້ໃຫ້ພັນທະສັນຍາຄື ຊີວິດອັນຕະຫລອດໄປເປັນນິດ ຈະໃຫ້ໂດຍຜ່ານຊ່ອງທາງຫໃດ?

ໃນທຸກສັບພະສິ່ງໄດ້ມີພະປະສົງຂອງພະເຈົ້າທີ່ເປັນພະຜູ້ສ້າງໂລກ.

ພນ 4:11 『“ ຂ້າແດ່ພະຜູ້ເປັນເຈົ້າ ພະເຈົ້າຂອງຂ້າພະອົງທັງຫລາຍ! ພະອົງເປັນຜູ້ສົມຄວນ ຈະໄດ້ຮັບຄຳສັນລະເສີນ, ກຽດສັກສີ, ແລະລິດອຳນາດ. ດ້ວຍວ່າພະອົງໄດ້ສ້າງສັບພະສິ່ງ ດຍພະປະສົງ ສັບພະສີ່ງເຫລົ່ານີ້ກໍດຳລົງຄົງຕົວ ແລະ ມີຊີວິດຢູ່.』

ທຸກສັບພະສິ່ງຖືກສ້າງຂຶ້ນຕາມພະປະສົງຂອງໃຜ? ເມື່ອພະເຈົ້າສ້າງທຸກສັບພະສິ່ງ ພະອົງໃສ່ພະປະສົງໃນສັບພະສິ່ງນັ້ນ ໃນທ່າມກາງສິ່ງເຫລົ່ານັ້ນ, ຈະຄິດນຳກັນອັນໜື່ງກ່ຽວກັບຊີວິດ. ທຸກສັບພະສິ່ງທີ່ມີຊີວິດທັງໝົດ ລ້ວນແລ້ວແຕ່ຮັບຊີວິດ ມາຈາກແມ່ ຖ້າມີແຕ່ພໍ່ຜູ້ດຽວໂດຍປາສະຈາກແມ່ກໍ່ໃຫ້ຊີວິດບໍ່ໄດ້. ນົກທີ່ບິນຢູ່ທ້ອງຟ້າ, ປາທີ່ລອຍຢູ່ໃນນໍ້າ, ສັດທີ່ແລ່ນ ຢູ່ທົ່ງຫຍ້າ ທັງໝົດແມ່ນມີແມ່; ສິ່ງມີຊີວິດໃນແຜ່ນດິນໂລກ ທັງໝົດແມ່ນຮັບຊີວິດໂດຍຜ່ານຊ່ອງທາງຄື ແມ່.
ມະນຸດກໍ່ເຊັ່ນດຽວກັນ, ຊີວິດຝ່າຍເນື້ອໜັງຮັບໄດ້ຜ່ານຊ່ອງທາງຄືແມ່ສຳລັບເນື້ອໜັງ. ພະເຈົ້າໄດ້ຊົງສ້າງທຸກສັບພະສິ່ງ ຕາມພະປະສົງ, ຖ້າຢ່າງນັ້ນ, ທຸກສັບພະສິ່ງຖືກເຮັດໃຫ້ມີແມ່ນີ້ແມ່ນມີພະປະສົງຫຍັງ ພະປະສົງນັ້ນແມ່ນ ພະເຈົ້າຢາກສະແດງໃຫ້ຮູ້ຈັກວ່າ: ຈະໄດ້ ຮັບຊີວິດນິລັນທີ່ພະເຈົ້າສັນຍາໃຫ້ແກ່ເຮົານັ້ນ ຕ້ອງຜ່ານຊ່ອງທາງໃຜ? ຊີວິດຝ່າຍເນື້ອໜັງ ຮັບຊີວິດມາຈາກແມ່ຝ່າຍເນື້ອໜັງ. ກໍ່ເຊັ່ນດຽວກັນ, ພະເຈົ້າໄດ້ສະແດງໃຫ້ຮູ້ວ່າ: ຊີວິດຝ່າຍຈິດວິນຍານຂອງພວກເຮົາ ແມ່ນຮັບມາຈາກແມ່ຝ່າຍຈິດວິນຍານ. ເຫດສະນັ້ນ, ສຳລັບພວກເຮົາ ຜູ້ເປັນລູກແຫ່ງພັນທະສັນຍານັ້ນ ຕ້ອງມີແມ່ຝ່າຍຈິດວິນຍານ ທີ່ຈະໃຫ້ຊີວິດນິລັນ ຕາມທີ່ ພະອົງໄດ້ຊົງສັນຍາໄວ້.

ແມ່ແຫ່ງຈິດວິນຍານໄດ້ຊົງສະຖິດຢູ່

ຈົນເຖິງບັດນີ້ ໄດ້ຮູ້ຈັກດ້ວຍທຸກສັບພະສິ່ງທີ່ມີຢູ່ໃນພະປະສົງຂອງພະເຈົ້າວ່າ ສຳລັບພວກ ເຮົາຕ້ອງຈຳເປັນແມ່ແຫ່ງຈິດວິນຍານ ແຕ່ນີ້ຕໍ່ໄປ ຈະເບິ່ງການຢັ້ງຢືນກ່ຽວກັບແມ່ແຫ່ງ ຈິດວິນຍານໄດ້ຊົງສະຖິດຢູ່ ໂດຍຜ່ານພະຄຳພີນຳກັນ.

ປຖກ 1:26 『ແລ້ວພະເຈົ້າກໍກ່າວວ່າ ບັດນີ້, ເຮົາຈະສ້າງມະນຸດໃຫ້ຄ້າຍຄືເຮົາ…』

ໄດ້ຂຽນໄວ້ວ່າ: ເຮົາຈະສ້າງມະນຸດໃຫ້ຄ້າຍຄືເຮົາ. ພະເຈົ້າໄດ້ສະແດງໃຫ້ເຫັນຕົວຕົນຂອງ ພະອົງ ໂດຍອະທິບາຍວ່າ: “ເຮົາ” ​ຄືເປັນຄຳພະຫຸພົດບໍ່ແມ່ນ “ຂ້ອຍ” ທີ່ເປັນຄຳເອກະພົດ. ຖ້າຢ່າງນັ້ນ, ເປັນຫຍັງ ພະເຈົ້າອະທິບາຍເຖິງພະອົງເອງວ່າ: ເປັນຄຳພະຫຸພົດ ບໍ່ແມ່ນຄຳເອກະພົດບໍ? ກ່ຽວກັບເລື່ອງນີ້ ຈະພິຈາລະນາເບິ່ງພະຄຳໃນຂໍ້ທີ 27.

ປຖກ 1:27 『ດັ່ງນັ້ນ, ພະເຈົ້າຈຶ່ງສ້າງມະນຸດໃຫ້ຄ້າຍຄືພະອົງ ແລະ ສ້າງເຂົາໃຫ້ເປັນຊາຍ ແລະ ຍິງ.』

ໃນຂໍ້ທີ 26 ໄດ້ຂຽນໄວ້ແລ້ວວ່າ: ເຮົາຈະສ້າງມະນຸດໃຫ້ຄ້າຍຄືເຮົາ ແລະ ຂໍ້ທີ 27 ໄດ້ສະແດງໃຫ້ຮູ້ຈັກວ່າ: ມະນຸດທີ່ ຖືກສ້າງເປັນແບບຊາຍ ແລະຍິງນັ້ນເປັນ ຕາມແບບຂອງພະເຈົ້າ. ຖ້າວ່າ ມະນຸດຖືກສ້າງຂຶ້ນມາໃຫ້ຄ້າຍຄືພະເຈົ້າ ໃຫ້ເປັນ ຜູ້ຊາຍ ແລະ ຜູ້ຍິງ ໝາຍຄວາມວ່າ: ຢູ່ໃນສະພາບ ຂອງພະເຈົ້າ ກໍ່ຕ້ອງມີແບບຜູ້ຊາຍ ແລະ ແບບຜູ້ຍິງບໍ່ແມ່ນບໍ? ຈົນເຖິງປັດຈຸບັນນີ້, ຜູ້ທີ່ເຊື່ອພະເຈົ້າໃຊ້ເວລາດົນນານມາແລ້ວ ເຊື່ອວ່າ: ມີພະເຈົ້າພຽງແຕ່ແບບຜູ້ຊາຍ.
ສະນັ້ນ, ເອີ້ນ ພະເຈົ້າວ່າ “ພະບິດາ” ເທົ່ານັ້ນ. ແຕ່ວ່າພະຄຳພີໄດ້ໃຫ້ພິຍານວ່າ: ສະພາບຂອງພະເຈົ້າມີແບບຜູ້ຊາຍ ແລະ ແບບຜູ້ຍິງ ໝາຍເຖິງພະເຈົ້າເປັນ “ເຮົາ” ຖ້າຢ່າງນັ້ນ, ສະພາບຂອງພະເຈົ້າແບບຂອງຜູ້ຍິງ ພວກເຮົາຄວນຈະ ເອີ້ນວ່າແນວໃດ? ແນ່ນອນ, ຕ້ອງເອີ້ນວ່າ: “ພະມານດາ”. ສະນັ້ນ, ພວກເຮົາຕ້ອງເຊື່ອ ພໍ່ແຫ່ງຈິດວິນຍານທີ່ພະຄຳພີ ໃຫ້ພິຍານ ແລະ ກໍ່ຕ້ອງເຊື່ອແມ່ແຫ່ງຈິດວິນຍານ ທີ່ພະຄຳພີໄດ້ໃຫ້ພິຍານເຖິງນັ້ນ.

ຊີວິດນັ້ນມີແຕ່ແມ່ທີ່ຈະໃຫ້ໄດ້.

ຈາກທີ່ສຶກສາຜ່ານມານັ້ນໄດ້ຮູ້ວ່າ, ທຸກສັບພະສິ່ງໄດ້ຖືກສ້າງຂຶ້ນມາ ຕາມພະປະສົງຂອງພະເຈົ້າ. ຖ້າຢ່າງນັ້ນ, ອາດາມ ກັບ ເອວາ ໄດ້ຖືກສ້າງຂື້ນມາ ຕາມສະພາບຂອງພະເຈົ້ານັ້ນ ແມ່ນມີພະປະສົງຫຍັງ? ຈະພິຈາລະນາເບິ່ງອາດາມກ່ອນ.

ລມ 5:14 『ແຕ່ຈາກສະໄໝຂອງອາດາມ ຈົນເຖິງສະໄໝຂອງໂມເຊ ຄວາມຕາຍໄດ້ຄອບງຳມະນຸດຊາດທຸກຄົນ ແມ່ນ ແຕ່ ຜູ້ທີ່ບໍ່ໄດ້ເຮັດບາບຢ່າງອາດາມ ເມື່ອ ລາວບໍ່ໄດ້ເຊື່ອຝັງຂໍ້ຄຳສັ່ງຂອງພະເຈົ້າ ອາດາມເປັນແບບເລງເຖິງຜູ້ທີ່ຈະມາ ພາຍຫລັງ.』

ຄົນທຳອິດຄືອາດາມ ທີ່ໄດ້ຖືກສ້າງຕາມສະພາບຂອງພະເຈົ້ານັ້ນ ເປັນສັນຍາລັກໃຫ້ແກໃຜ? ໄດ້ສັນຍາລັກໃຫ້ແກ່ ພະເຢຊູຄິດ ຜູ້ທີ່ຈະມາແຜ່ນດິນໂລກ. ແຕ່ວ່າ, ພະເຢຊູເປັນອົງດຽວກັບພະບິດາ, ອີງຕາມພະເຈົ້າສາມພະພາກ. ຖ້າຢ່າງນັ້ນ, ເອວາ ທີ່ໄດ້ຖືກ ສ້າງຕາມສະພາບຂອງພະເຈົ້ານັ້ນ ສັນຍາລັກຂອງໃຜ? ຖ້າຫາກວ່າ: ອາດາມເປັນສັນຍາລັກຂອງພະບິດາແລ້ວ ເມຍຂອງອາດາມຄືເອວາ ກໍ່ເປັນສັນຍາລັກຂອງພະມານດາ. ຈະພິຈາລະນາເບິ່ງ ພະປະສົງຂອງພະເຈົ້າ ກ່ຽວກັບສ້າງ ເອວາຂື້ນ.

ປຖກ 3:20 『ອາດາມໃສ່ຊື່ໃຫ້ເມຍຂອງຕົນວ່າເອວາ ເພາະນາງເປັນແມ່ຂອງມະນຸດທັງປວງ.』

ໃນທີ່ນີ້, ເອວາ ໝາຍເຖິງຫຍັງ? ຕາມຄຳອະທິບາຍທີ່ ຢູ່ລຸ່ມໜ້າປຶ້ມນັ້ນ ເອວາ ໝາຍເຖິງ “ມີຊີວິດ” ເປັນຫຍັງພະຄຳພີ ໄດ້ອະທິບາຍວ່າ ຜູ້ຍິງຄື ເອວາ ໝາຍເຖິງ “ຊີວິດ”? ໃນແຜ່ນດິນໂລກມີຢ່າງໜຶ່ງພຽງແຕ່ຜູ້ຍິງເທົ່ານັ້ນ ສາມາດເຮັດໄດ້ ແຕ່ຜູ້ຊາຍບໍ່ ສາມາດເຮັດໄດ້ ນີ້ແມ່ນໃຫ້ກຳເນີດຊີວິດແກ່ລູກ. ຜູ້ທີ່ມີບົດບາດໃຫ້ຊີວິດແກ່ລູກໃນທີ່ສຸດພຽງແຕ່ຜູ້ຍິງທີ່ຈະ ໃຫ້ໄດ້. ເຫດສະນັ້ນ, ພະຄຳພີອະທິບາຍວ່າ: ຜູ້ຍິງຄື ເອວາແມ່ນ “ມີຊີວິດ” ແລະ ພຽງແຕ່ຜູ້ດຽວຄື ເອວາ ໃຫ້ຊີວິດໄດ້ ສະນັ້ນ, ອະທິບາຍເພີ່ມເຕີມວ່າ: ແມ່ຂອງມະນຸດທັງປວງ.
ອາດາມແມ່ນສະພາບຂອງພະເຈົ້າແບບຜູ້ຊາຍ ເປັນຄຳທຳນວາຍເຖິງ ພະເຢຊູ. ສະນັ້ນ, ເອວາ ແມ່ນaສະພາບຂອງພະເຈົ້າ ແບບຜູ້ຍິງ ເປັນຄຳທຳນວາຍເຖິງພະມານດາແຫ່ງສະ ຫວັນ. ພະເຈົ້າສະແດງໃຫ້ຮູ້ຈັກວ່າ ຈະໄດ້ຮັບຊີວິດນິລັນໃນສຸດທ້າຍ ແມ່ນຜ່ານຊ່ອງທາງຂອງ ພະມານດາແຫ່ງສະຫວັນ ໂດຍຜ່ານຄຳທຳນວາຍຂອງເອວາ.
ພະເຢຊູກໍ່ກ່າວເຊັ່ນດຽວກັນກ່ຽວກັບເລື່ອງນີ້.

ຢຮ 6:39 『ແມ່ນຄວາມປະສົງຂອງພະອົງຜູ້ທີ່ໄດ້ໃຊ້ເຮົາມາ ທີ່ເຮົາຕ້ອງບໍ່ເສຍຜູ້ໃດຜູ້ໜຶ່ງໃນຄົນເຫລົ່ານັ້ນທີ່ພະອົງໄດ້ ມອບໃຫ້ແກ່ເຮົາ ແຕ່ເພື່ອເຮົາຈະໄດ້ໃຫ້ເຂົາທຸກຄົນເປັນຄືນມາສູ່ຊີວິດໃນມື້ສຸດທ້າຍ.』

ພະເຢຊູໄດ້ກ່າວວ່າ: ຈະໃຫ້ເປັນຄືນມາສູ່ຊີວິດໃນເມື່ອໃດ? ຄືນມາສູ່ຊີວິດໃນມື້ສຸດທ້າຍ. ໝາຍຄວາມວ່າ: ຈະໃຫ້ຊີວິດ ມື້ສຸດທ້າຍ, ພວກເຮົາຈະເບິ່ງຂໍ້ຕໍ່ໄປ.

ຢຮ 6:40 『ດ້ວຍວ່າ ສິ່ງທີ່ພະບິດາຂອງເຮົາປະສົງແມ່ນ ໃຫ້ທຸກຄົນທີ່ເຫັນພະບຸດ ແລະເຊື່ອໃນພະອົງນັ້ນມີຊີວິດ ອັນຕະຫລອດໄປເປັນນິດ ຝ່າຍເຮົາຈະໃຫ້ພວກເຂົາເປັນ ຄືນມາສູ່ຊີວິດໃນມື້ສຸດທ້າຍ.』

ພະເຢຊູໄດ້ກ່າວອີກວ່າ ຈະໃຫ້ເປັນຄືນມາສູ່ຊີວິດໃນເມື່ອໃດ? ໃນມື້ສຸດທ້າຍ.

ຢຮ 6:44 『ບໍ່ມີຜູ້ໃດດອກມາຫາເຮົາໄດ້ ນອກຈາກພະບິດາຜູ້ທີ່ໄດ້ໃຊ້ເຮົາມາ ຊັກນຳຜູ້ນັ້ນມາຫາເຮົາ ແລະ ເຮົາຈະໃຫ້ ລາວເປັນຄືນມາສູ່ຊີວິດໃນມື້ສຸດທ້າຍ.』

ໃນທີ່ນີ້ກໍ່ເຊັ່ນດຽວກັນ, ຈະໃຫ້ເປັນຄືນມາສູ່ຊີວິດໃນມື້ສຸດທ້າຍ.

ຢຮ 6:54 『ຜູ້ທີ່ກິນເນື້ອກາຍຂອງເຮົາ ແລະ ດື່ມເລືອດຂອງເຮົາ ກໍ່ມີຊີວິດອັນຕະຫລອດໄປເປັນນິດ ແລະເຮົາຈະໃຫ້ເຂົາ ເປັນຄືນມາສູ່ຊີວິດໃນມື້ສຸດທ້າຍ.』

ພະເຢຊູຊົງກ່າວໄວ້ສີ່ເທື່ອວ່າ: ຈະໃຫ້ຊີວິດອັນຕະຫລອດໄປເປັນນິດໃນມື້ສຸດທ້າຍ. ພະເຢຊູເປັນພະຜູ້ຊ່ວຍໃຫ້ຄວາມພົ້ນ ສາມາດໃຫ້ຊີວິດ ໃນສະໄໝນັ້ນໄດ້. ແຕ່ວ່າ, ສິ່ງໜື່ງຄື: ໃຫ້ຊີວິດນັ້ນ ເປັນຫຍັງຈຶ່ງເຍື້ອນເວລາ​​ ເປັນໃນມື້ສຸດທ້າຍ? ເພາະວ່າ, ນີ້ເປັນ້ຄຳທຳນວາຍວ່າ: ຊີວິດຝ່າຍຈິດວິນຍານ ຈະຮັບໄດ້ໂດຍຜ່ານພະມານດາແຫ່ງສະ ຫວັນ ທີ່ຈະປະກົດໃນ ມື້ສຸດທ້າຍ.
ພະເຈົ້າສະແດງໃຫ້ຮູ້ກ່ອນແລ້ວເຖິງ ພາລະກິດແຫ່ງຄວາມພົ້ນ ຄືດັ່ງນີ້: ໄດ້ຄຳທຳນວາຍ ດ້ວຍການເນລະມິດສ້າງໂລກ ຫົກມື້. ເນລະມິດສ້າງໂລກຫົກມື້ ເປັນຄຳທຳນວາຍຂອງພາລະກິດ ຫົກພັນປີແຫ່ງຄວາມພົ້ນ. ເຫດສະນັ້ນ, ພະເຈົ້າໄດ້ ສ້າງເອວາໃນມື້ທີຫົກໝາຍເຖິງ ເປັນຄຳທຳນວາຍວ່າພະມານດາ ຈະມາປະກົດໃນສຸດທ້າຍ ຂອງພາລະກິດ ແຫ່ງຄວາມພົ້ນຫົກພັນປີ. ຕາມຄຳທຳນວາຍນີ້ ພະມານດາແຫ່ງສະຫວັນ ຈະປະກົດໃນມື້ສຸດທ້າຍ ຈະໃຫ້ຊີວິດອັນຕະຫລອດໄປເປັນນິດແກ່ບັນດາລູກ.

ພະມານດາແຫ່ງສະຫວັນຜູ້ທີ່ຈະມາປະກົດໃນມື້ສຸດທ້າຍ.

ພວກເຮົາຈະພິຈາລະນາເບິ່ງ ກ່ຽວກັບພະມານດາແຫ່ງສະຫວັນ ຈະມາປະກົດຕາມຄຳທຳນວາຍ.

ພນ 19:7 『ຈົ່ງໃຫ້ພວກເຮົາຍິນດີ ແລະດີໃຈເຖີດ ຈົ່ງໃຫ້ພວກເຮົາສັນລະເສີນຄວາມຍິ່ງ ໃຫ່ຍຂອງພະອົງ ດ້ວຍວ່າເວລາ ແຫ່ງການສົມລົດຂອງລູກແກະພະເຈົ້າກໍ່ມາເຖິງແລ້ວ ແລະ ເຈົ້າສາວຂອງພະອົງກໍ່ໄດ້ຕຽມຕົວ ສຳລັບງານນີ້.』

ໃນທີ່ນີ້, “ລູກແກະ” ທີ່ໄດ້ທຳນວາຍໄວ້ນັ້ນ, ບໍ່ແມ່ນພະເຢຊູທີ່ມາປະກົດຄັ້ງທຳອິດ ເມື່ອ 2000ປີກ່ອນ, ແຕ່ແມ່ນພະເຢຊູ ຈະລົງມາຄັ້ງທີສອງ ໃນສະໄໝສຸດທ້າຍນີ້. ເພາະວ່າ, ໃນຄັ້ງທຳອິດພະເຢຊູໄດ້ປະກົດພຽງຜູ້ດຽວ. ແຕ່ວ່າ, ໃນຄຳທຳນວາຍນີ້; ພະເຢຊູຈະມາປະກົດພ້ອມກັບ “ເຈົ້າສາວຂອງລູກແກະ”. ເຫດສະນັ້ນ, ຄຳທຳນວາຍນີ້ ແມ່ນຈະສຳເລັດເມື່ອ ພະອົງຈະມາປະກົດຄັ້ງທີສອງ. ຕໍ່ໄປຈະພິຈາລະນາເບິ່ງ ຄຳທຳນວາຍກ່ຽວກັບ ພະເຢຊູຈະມາປະກົດຄັ້ງທີສອງພ້ອມກັບ ເຈົ້າສາວຂອງລູກແກະພະເຈົ້າ.

ພນ 21:9-10 『ທູດສະຫວັນຕົນໜື່ງໃນເຈັດຕົນ ທີ່ຖືຂັນເຈັດໜ່ວຍ ເຕັມດ້ວຍໄພພິບັດສຸດທ້າຍເຈັດອັນນັ້ນ ໄດ້ມາຫາ ຂ້າພະ ເຈົ້າ ແລະກ່າວວ່າ “ມາແທະ ເຮົາຈະພາເຈົ້າໄປເບິ່ງ ເຈົ້າສາວພັນລະຍາຂອງລູກແກະພະເຈົ້າ” ພະວິນຍານໄດ້ຄວບຄຸມ ຂ້າພະເຈົ້າ ແລະທູດສະຫວັນພາຂ້າພະເຈົ້າ ໄປເທິງຍອດພູສູງໜ່ວຍໜຶ່ງ ເພິ່ນໄດ້ຊີ້ໃຫ້ຂ້າພະເຈົ້າເຫັນ ນະຄອນສັກສິດ ຄືກຸງເຢລູຊາເລັມ ເຊິ່ງກຳລັງລົງມາຈາກສະຫວັນ ແລະຈາກພະເຈົ້າ.』

ທູດສະຫວັນຢາກຈະສະແດງໃຫ້ແກ່ໂຢຮັນເຫັນ ເຈົ້າສາວຄືພັນລະຍາຂອງລູກແກະພະເຈົ້າ, ຫລັງຈາກນັ້ນ ທູດສະຫວັນ ສະແດງໃຫ້ ໂຢຮັນ ເຫັນໃຜ? ເຢລູຊາເລັມແຫ່ງສະຫວັນ. ເຫດສະນັ້ນ, ທູດສະຫວັນຢາກສະແດງໃຫ້ແກ່ ໂຢຮັນ ເຈົ້າສາວຄືພັນລະຍາຂອງລູກແກະນັ້ນ ແມ່ນກຸງເຢລູຊາເລັມແຫ່ງສະຫວັນ. ຖ້າຢ່າງນັ້ນ, ພັນລະຍາຂອງລູກແກະຄື ກຸງເຢລູຊາເລັມແຫ່ງສະຫວັນ ກັບພວກເຮົາ ມີກ່ຽວຫຍັງກັນ? ກ່ຽວກັບເລື່ອງນີ້ ພວກເຮົາຈະເບິ່ງໃນພະຄຳ ຄາລາເຕຍ.

ຄຕ 4:26 『ແຕ່ກຸງເຢລູຊາເລັມທີ່ເທິງຊັ້ນຟ້ານັ້ນ ເປັນອິດສະລະ ແລະນາງກໍ່ເປັນແມ່ຂອງພວກເຮົາ.』

ໄດ້ຂຽນໄວ້ວ່າ: ເຢລູຊາເລັມທີ່ເທິງຊັ້ນຟ້າ. ໃນທີ່ນີ້, ເທິງຊັ້ນຟ້ານັ້ນ ໝາຍເຖິງສະຫວັນ. ແຕ່ວ່າ, ກຸງເຢລູຊາເລັມທີ່ຢູ່ ສະຫວັນນີ້ແມ່ນໃຜ? ແມ່ຂອງພວກເຮົາ. ໃນທີ່ນີ້, ພວກເຮົານັ້ນ ໝາຍເຖິງໃຜ? ປະຊາຊົນຄືພວກເຮົາຜູ້ທີ່ຈະຮັບຄວາມພົ້ນບໍ່ແມ່ນບໍ? ແລະຕໍ່ໄປນີ້, ພະຄຳພີໄດ້ໃຫ້ສະແດງວ່າ: ພວກເຮົາເປັນ ລູກແຫ່ງພັນທະສັນຍາ. ໝາຍເຖິງ, ປະຊາຊົນ ຜູ້ທີ່ຈະຮັບຄວາມພົ້ນ.

ຄຕ 4:28 『ບັດນີ້ພີ່ນ້ອງທີ່ຮັກທັງຫລາຍຂອງເຮົາເອີຍພວກເຈົ້າກໍ່ເປັນລູກໆຂອງພະເຈົ້າຕາມ ພະສັນຍາເໝືອນດັ່ງອີຊາກ.』

ພວກເຮົາເປັນລູກແຫ່ງພັນທະສັນຍາ. ແຕ່ໃນຂໍ້ທີ 26 ວ່າ ສຳລັບພວກເຮົານັ້ນ ຕ້ອງມີໃຜ? ໄດ້ຂຽນວ່າ: ຕ້ອງມີແມ່. ພະເຈົ້າໄດ້ໃຫ້ສັນຍາແກ່ພວກເຮົານັ້ນ, ຈະໃຫ້ຊີວິດອັນຕະຫລອດໄປເປັນນິດ. ແຕ່ໄດ້ຂຽນໄວ້ວ່າ, ລູກຂອງພັນທະສັນຍາ ເປັນລູກຂອງພະມານດາ. ພະຄຳພີໄດ້ຢືນຢັນດັ່ງນີ້ ກໍຍ້ອນວ່າ: ພັນທະສັນຍາແຫ່ງ ຊີວິດອັນຕະຫລອດໄປເປັນນິດ ທີ່ຈະໃຫ້ແກ່ພວກເຮົານັ້ນ ມີພຽງແຕ່ພະມານດາແຫ່ງສະຫວັນ ຜູ້ທີ່ຈະປະກົດໃນມື້ສຸດທ້າຍ ເປັນຜູ້ໃຫ້. ເຫດສະນັ້ນ, ໄດ້ຂຽນໄວ້ວ່າ: ລູກແຫ່ງພັນທະສັນຍາ ແມ່ນລູກຂອງພະມານດາ.

ຄຕ 4:31 『ເຫດສະນັ້ນ ພີ່ນ້ອງທັງຫລາຍຂອງເຮົາເອີຍ ພວກເຮົາຈຶ່ງບໍ່ເປັນລູກຂອງຍິງທາດ ແຕ່ເປັນ ລູກຂອງຍິງ ເສລີຊົນ.』

ລູກເອີ້ນຍິງທີ່ໃຫ້ກຳເນີດຊີວິດແກ່ຕົວເອງວ່າແນວໃດ? ແນ່ນອນ, ຕ້ອງເອີ້ນວ່າ ແມ່. ຄືດັ່ງນີ້, ພະຄຳພີໄດ້ຂຽນໄວ້ວ່າ: ລູກແຫ່ງພັນທະສັນຍາ ຜູ້ທີ່ຈະໄດ້ຮັບຊີວິດອັນຕະຫລອດໄປເປັນ ນິດນັ້ນ ໄດ້ເອີ້ນວ່າ: ລູກຂອງພະມານດາ. ເຫດສະນັ້ນ, ຜູ້ໃດກໍ່ຕາມຖ້າຢາກເປັນລູກ ​ແຫ່ງພັນທະສັນຍາ ຕ້ອງເປັນລູກຂອງພະມານດາ ຄືຜູ້ທີ່ເຊື່ອໃນພະມານດາ.

ຜູ້ທີ່ບໍ່ເຊື່ອໃນພະມານດາ ຜູ້ນັ້ນບໍ່ສາມາດເປັນລູກແຫ່ງພັນທະສັນຍາໄດ້ ແລະ ບໍ່ສາມາດຮັບຊີວິດອັນຕະຫລອດໄປເປັນນິດໄດ້. ພັນທະສັນຍາຂອງພະຈົ້າຄື: ຊີວິດນິລັນນັ້ນ ຈະສຳເລັດຄົບບໍລິບູນ ໂດຍຜ່ານພະມານດາເທົ່ານັ້ນ. ສະນັ້ນ, ພວກເຮົາຕ້ອງເຊື່ອ ແລະ ຕິດຕາມພະມານດາເຢລູຊາເລັມແຫ່ງສະຫວັນ ທີ່ພະຄຳພີໄດ້ພິຍານໄວ້. ແລະ ຈົ່ງກາຍເປັນ ລູກແຫ່ງພັນທະສັນຍາຂອງພະເຈົ້າ ຈະຮັບຊີວິດອັນຕະຫລອດໄປເປັນນິດ ຈະໄປສູ່ອານາຈັກສະຫວັນ ອັນຊົ່ວນິລັນ ນຳກັນເດີ້.

Leave a Reply

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *