ຈົ່ງສະແຫວງຫາດາວິດໃນມື້ສຸດທ້າຍ
ເວລານີ້, ເຮົາຈະສຶກສາພະຄໍາຂອງພະເຈົ້າໃນຫົວຂໍ້ “ກະສັດດາວິດແລະພະອັນຊັງໂຮງ” ພະຄຳພີເປັນຄວາມເລິກລັບທີ່ຕໍ່ເນື່ອງກັນຢ່າງເລິກເຊິ່ງ ແລະ ເຊື່ອງຊ້ອນເອົາໄວ້. ໃນທ່າມກາງຄວາມເລິກລັບນີ້ ຂໍໃຫ້ເຮົາມາສຶກສາກ່ຽວກັບ ພະເຢຊູຜູ້ຊົງຈະສະເດັດມາເທື່ອທີ່ສອງ ໂດຍຜ່ານຄວາມເລິກລັບທີ່ໄດ້ເຊື່ອງຊ້ອນໄວ້ ໃນຊີວິດຂອງກະສັດດາວິດ.
ຮຊອ 3:5 ແຕ່ຫຼັງຈາກນັ້ນ ປະຊາຊົນອິດສະລາເອນຈະກັບຄືນມາຫາ ພະຜູ້ເປັນເຈົ້າຂອງພວກເຂົາອີກເທື່ອໜຶ່ງ ແລະ ຈະກັບຄືນໄປຫາເຊື້ອສາຍຂອງດາວິດກະສັດຂອງເຂົາ. ໃນເວລານັ້ນແຫຼະ ເຂົາຈະຢຳເກງພະຜູ້ເປັນເຈົ້າ ແລະຈະໄດ້ຮັບສິ່ງດີໆທີ່ພະອົງຈະໂຜດໃຫ້.
ພະຄຳພີໄດ້ຂຽນໄວ້ວ່າ ໃນເວລານັ້ນປະຊາຊົນຂອງພະເຈົ້າຈະຢຳເກງໃຜ ຈຶ່ງຈະໄດ້ຮັບສິ່ງທີ່ດີທີ່ພະອົງຈະຊົງໂຜດໃຫ້ໄດ້? ຈະໄດ້ຮັບສິ່ງທີ່ດີທີ່ພະອົງຈະຊົງໂຜດໃຫ້ ໝາຍເຖິງ ຈະໄດ້ຮັບຄວາມພົ້ນ. ຜູ້ທີ່ບໍ່ໄດ້ຮັບຄວາມພົ້ນຈະໄດ້ຮັບສິ່ງທີ່ດີທີ່ພະອົງຈະຊົງໂຜດໃຫ້ໄດ້ຢ່າງໃດ? ແລະ ໃນເວລານັ້ນແຫຼະ ໝາຍເຖິງ ໃນມື້ສຸດທ້າຍ, ດັ່ງນັ້ນຄຳທຳນວາຍນີ້ ເປັນຄຳທຳນວາຍທີ່ຈະສຳເລັດໃນປັດຈຸບັນນີ້ ຄືສະໄໝຂອງພວກເຮົາ. ໃນສະໄໝນີ້ຄວາມພົ້ນຂອງພວກເຮົາແມ່ນຂຶ້ນຢູ່ກັບ ຈະພົບດາວິດຫຼືບໍ່ ກໍ່ບໍ່ໄດ້ເວົ້າເກີນໄປ. ຖ້າດັ່ງນັ້ນ, ພວກເຮົາຜູ້ທີ່ດຳລົງຊີວິດຢູ່ໃນມື້ສຸດທ້າຍ ຕ້ອງໄປຫາ ແລະ ຢຳເກງດາວິດ ຜູ້ນັ້ນແມ່ນໃຜ? ໃນທີ່ນີ້, ບໍ່ແມ່ນດາວິດກະສັດຄົນທີ່ສອງຂອງປະເທດອິດສະລາເອນ ແຕ່ເປັນດາວິດແຫ່ງຄຳທຳນວາຍທີ່ຈະມາປະກົດໃນມື້ສຸດທ້າຍ.
ດາວິດໃນຄຳທຳນວາຍແມ່ນ ພະເຢຊູ
ໃນຄຳທຳນວາຍ ດາວິດແມ່ນສະແດງເຖິງໃຜ? ຂໍໃຫ້ເຮົາມາເບິ່ງໃນພະຄໍາພີ.
ອຊຢ 9:6-7 ມີເດັກນ້ອຍຜູ້ໜຶ່ງໄດ້ເກີດໃຫ້ໝູ່ເຮົາ!
ມີລູກຊາຍຜູ້ໜຶ່ງຖືກມອບໝາຍໃຫ້ໝູ່ເຮົາແລ້ວ! ພະອົງຊົງນາມວ່າ “ຜູ້ປຶກສາທີ່ອັດສະຈັນ” “ພະເຈົ້າຊົງລິດ” “ພະບິດາສືບໄປ” “ອົງ ສັນຕິລາດ” ພະລາຊາອຳນາດຈະເພີ້ມຂຶ້ນຢູ່ສະເໝີ ພະລາຊາອານາຈັກຈະມີສັນຕິສຸກໄປເລື້ອຍໆ. ພະອົງຈະຂຶ້ນປົກຄອງສືບຕໍ່ດາວິດຜູ້ເປັນກະສັດ ທີ່ອຳນາດຫຼັກ ຄືຄວາມຍຸຕິທຳ ແລະຖືກຕ້ອງ ເລີ່ມຕັ້ງແຕ່ບັດນີ້ຈົນເຖິງເທົ່າອະວາສານ
ໃນທີ່ນີ້, ພະເຈົ້າຜູ້ທີ່ຊົງເກີດເປັນ“ເດັກນ້ອຍຜູ້ໜຶ່ງ, ລູກຊາຍຜູ້ໜຶ່ງ” ແມ່ນພະເຢຊູ. ແຕ່ວ່າພະເຢຊູຈະຊົງຂຶ້ນປົກຄອງສືບຕໍ່ໃຜ? ຈະຊົງຂຶ້ນປົກຄອງສືບຕໍ່ດາວິດ. ເຮົາຈະຢືນຢັນໃນພະຄຳພີໃໝ່ວ່າ ຄຳທຳນວາຍນີ້ໄດ້ສຳເລັດໂດຍຜ່ານພະເຢຊູ.
ລກ 1:31-32 ເຈົ້າຈະຕັ້ງທ້ອງ ແລະ ເກີດລູກຊາຍຜູ້ໜຶ່ງ ແລະ ເຈົ້າຈະໃສ່ຊື່ໃຫ້ກຸມມານນີ້ວ່າ ເຢຊູ. ກຸມມານນັ້ນຈະເປັນໃຫຍ່ ແລະ ຈະເປັນທີ່ເອີ້ນວ່າ ບຸດຂອງພະເຈົ້າອົງສູງສຸດ. ພະຜູ້ເປັນເຈົ້າອົງເປັນພະເຈົ້າຈະໃຫ້ເພິ່ນເປັນກະສັດ ດັ່ງທີ່ໄດ້ເຮັດໃຫ້ບັນພະບູລຸດຂອງເພິ່ນໄດ້ເປັນ.
ພະຄຳນີ້ໄດ້ບອກໃຫ້ຮູ້ຈັກວ່າ ຜູ້ທີ່ສຳເລັດຕາມຄຳທຳນວາຍຂອງຜູ້ປະກາດພະຄຳເອຊາຢາ ທີ່ຈະຂຶ້ນປົກຄອງສືບຕໍ່ດາວິດນັ້ນແມ່ນ ພະເຢຊູ. ດັ່ງຂ້າງເທິງນີ້, ພະເຢຊູໄດ້ຊົງສະເດັດມາໃນໂລກນີ້ຕາມຄຳທຳນວາຍຂອງກະສັດດາວິດ.
ດາວິດຝ່າຍຮ່າງກາຍໃນພັນທະສັນຍາເດີມ ແລະ ດາວິດຝ່າຍຈິດວິນຍານໃນພັນທະສັນຍາໃໝ່
ຖ້າດັ່ງນັ້ນ, ເປັນຫຍັງພະຄຳພີໄດ້ທຳນວາຍວ່າ ພະເຢຊູຊົງເປັນກະສັດດາວິດ? ກໍ່ຍ້ອນວ່າ ເພື່ອໃຫ້ຮູ້ຈັກເຖິງພາລະກິດທີ່ພະເຢຊູໄດ້ຊົງສຳເລັດ ໂດຍຜ່ານພາລະກິດທີ່ດາວິດໄດ້ກະທຳ.
ຂໍໃຫ້ເຮົາມາເບິ່ງວ່າ ສ່ວນໃດຂອງຄຳທຳນວາຍທີ່ສະແດງໃຫ້ພວກເຮົາຮູ້ເຖິງ ສ່ວນທີ່ກ່ຽວຂ້ອງກັນໃນຄຳທຳນວາຍລະຫວ່າງ ກະສັດດາວິດ ແລະ ພະເຢຊູ. ພະຄຳພີໄດ້ຂຽນໄວ້ວ່າ ພະເຢຊູຈະຊົງຂຶ້ນປົກຄອງສືບຕໍ່ດາວິດ ດັ່ງນັ້ນຂໍໃຫ້ມາເບິ່ງກ່ຽວກັບ ການປົກຄອງຂອງດາວິດ.
2ຊມອ 5:4 ເວລາທີ່ເຈົ້າດາວິດຂຶ້ນເປັນກະສັດນັ້ນ ເພິ່ນມີອາຍຸໄດ້ສາມສິບປີ ແລະ ໄດ້ຂຶ້ນປົກຄອງເປັນເວລາສີ່ສິບປີ.
ດາວິດຝ່າຍຮ່າງກາຍໄດ້ຮັບການຫົດສົງນໍ້າມັນ ແລ້ວຂຶ້ນເປັນກະສັດເມື່ອຕອນອາຍຸໄດ້ 30ປີ.
ແລະໄດ້ຂຽນໄວ້ວ່າ ດາວິດໄດ້ປົກຄອງຢູ່ຈັກປີ? ໄດ້ຂຽນໄວ້ວ່າ 40ປີ.
ດຳເນີນຊີວິດຂອງດາວິດຝ່າຍຮ່າງກາຍດັ່ງເຊັ່ນນັ້ນ ໄດ້ກາຍເປັນຄຳທຳນວາຍ ແລະ ໄດ້ສໍາເລັດໂດຍຜ່ານພະເຢຊູ ຜູ້ທີ່ຊົງສະເດັດມາເປັນດາວິດແຫ່ງຄຳທຳນວາຍ. ຖ້າດັ່ງນັ້ນ, ເຮົາຈະມາເບິ່ງວ່າ ພະເຢຊູຜູ້ຊົງເປັນດາວິດແຫ່ງຄຳທຳນວາຍສຳເລັດຄຳທຳນວາຍນີ້ໄດ້ຢ່າງໃດ?
ລກ 3:21-23 ຫຼັງຈາກທີ່ປະຊາຊົນໄດ້ຮັບບັບຕິດສະມາແລ້ວ ພະເຢຊູກໍ່ຮັບບັບຕິດສະມາຄືກັນເມື່ອພະເຢຊູເລີ່ມພາລະກິດຂອງຕົນ ພະອົງມີອາຍຸປະມານສາມສິບປີ.
ພະເຢຊູຊົງຮັບບັບຕິດສະມາເມື່ອຕອນອາຍຸຈັກປີ?
30ປີ. ກ່ອນໜ້ານີ້ໄດ້ຂຽນໄວ້ວ່າ ດາວິດຝ່າຍຮ່າງກາຍຂຶ້ນເປັນກະສັດເມື່ອຕອນອາຍຸຈັກປີ?
30ປີ. ເໝືອນດັ່ງກັບດາວິດຝ່າຍຮ່າງກາຍ ພະເຢຊູຊົງເປັນດາວິດແຫ່ງຄຳທຳນວາຍ ໄດ້ຊົງຮັບບັບຕິດສະມາເມື່ອຕອນອາຍຸໄດ້ 30ປີ ແລະ ເລີ່ມພາລະກິດແຫ່ງຂ່າວປະເສີດ. ພະເຢຊູຊົງສາມາດເລີ່ມຕົ້ນພາລະກິດແຫ່ງຂ່າວປະເສີດໄດ້ເມື່ອຕອນອາຍຸ 20ປີ ຫຼື 40ປີ. ແຕ່ເປັນຫຍັງຈຶ່ງຊົງໄດ້ເລີ່ມຕົ້ນຕອນອາຍຸ 30ປີເຫດຜົນນັ້ນກໍ່ເພາະວ່າ ເພື່ອໃຫ້ສຳເລັດຕາມຄຳທຳນວາຍກ່ຽວກັບ ການຂຶ້ນປົກຄອງສືບຕໍ່ກະສັດດາວິດ. ຖ້າດັ່ງນັ້ນ, ພະເຢຊູຕ້ອງເຮັດພາລະກິດແຫ່ງຂ່າວປະເສີດດົນປານໃດ?
ຕ້ອງປະກາດຂ່າວປະເສີດໃນລະຫວ່າງ40ປີ ຕາມການຂຶ້ນປົກຄອງຂອງດາວິດ.
ແຕ່ວ່າພະເຢຊູຊົງປະກາດຂ່າວປະເສີດພຽງແຕ່ 3ປີເທົ່ານັ້ນ ເມື່ອຕອນພະເຢຊູຊົງໄດ້ສະເດັດມາເທື່ອທຳອິດ(ລກ13:6). ຖ້າຢ່າງນັ້ນ, ພາລະກິດ 37ປີທີ່ຍັງເຫຼືອນັ້ນ ຈະສຳເລັດໄດ້ ແນວໃດ? ຄຳທຳນວາຍທັງໝົດໃນພະຄຳພີ ແມ່ນແຕ່ເມັດ ຫຼືຂໍ້ປີກຍ່ອຍອັນເລັກນ້ອຍທີ່ສຸດກໍ່ຈະສຳເລັດຢ່າງແນ່ນອນ(ມທ5:18,24:35). ເຫດສະນັ້ນ, ຄຳທຳນວາຍກ່ຽວກັບການຂຶ້ນປົກຄອງຂອງກະສັດດາວິດທີ່ຍັງເຫຼືອ ກໍ່ຕ້ອງສຳເລັດຢ່າງແນ່ນອນ. ຖ້າຈະສໍາເລັດການຂຶ້ນປົກຄອງຂອງດາວິດທີ່ຍັງເຫຼືອ 37ປີ ພະເຢຊູຈຳເປັນຕ້ອງສະເດັດມາເທື່ອທີສອງ.
ຮລ 9:28 ພະອົງຈະມາປະກົດເທື່ອທີ່ສອງ ບໍ່ແມ່ນມາເພື່ອຈັດການກັບບາບ ແຕ່ເພື່ອໂຜດຊ່ອຍເອົາບັນດາຜູ້ທີ່ຄອງຄອຍຖ້າພະອົງໃຫ້ພົ້ນ.
ພະຄຳນີ້ເປັນຄຳທຳນວາຍກ່ຽວກັບ ພະເຢຊູຜູ້ທີ່ຈະຊົງມາປະກົດເທື່ອທີ່ສອງ. ພະເຢຊູຜູ້ທີ່ຈະຊົງມາປະກົດເທື່ອທີ່ສອງຕາມຄຳທຳນວາຍນີ້ ຕ້ອງປະກາດຂ່າວປະເສີດໃນໄລຍະຈັກປີ?
ຕາມຄຳທຳນວາຍຂອງກະສັດດາວິດ ຕ້ອງປະກາດຂ່າວປະເສີດໃນໄລຍະ 37ປີແຫ່ງການຂຶ້ນປົກຄອງຂອງດາວິດທີ່ຍັງເຫຼືອ ເຊິ່ງພະເຢຊູຜູ້ຊົງສະເດັດມາເທື່ອທຳອິດຍັງບໍ່ທັນສຳເລັດ.
ແລະຈຸດປະສົງຫຍັງ ທີ່ຊົງຈະສະເດັດມາເທື່ອທີ່ສອງ?
ເພື່ອໃຫ້ຄວາມພົ້ນ. ພະຄຳນີ້ໝາຍຄວາມວ່າ ຖ້າພະເຢຊູບໍ່ໄດ້ມາເທື່ອທີສອງ ກໍ່ບໍ່ມີໃຜຮັບຄວາມພົ້ນໄດ້. ເຫດສະນັ້ນຜູ້ປະກາດພະຄຳໂຮເຊອາໄດ້ທຳນວາຍວ່າ ໃນມື້ສຸດທ້າຍຕ້ອເປັນຜູ້ທີ່ຢຳເກງດາວິດ ແລ້ວຈະໄດ້ຮັບສິ່ງທີ່ດີທີ່ພະອົງໂຜດໃຫ້(ຮຊອ3:5) ຖ້າຢ່າງນັ້ນ, ພະເຢຊູເທື່ອທີສອງຜູ້ທີ່ຊົງສະເດັດມາເປັນດາວິດນັ້ນ ຈະປະກົດໃນສະພາບແບບໃດ? ແຕ່ກ່ອນ 2000ປີ ພະເຢຊູເທື່ອທຳອິດຜູ້ທີ່ຊົງຂຶ້ນປົກຄອງສືບຕໍ່ດາວິດ ໄດ້ຊົງສະເດັດມາເປັນມະນຸດແລ້ວ. ເຫດສະນັ້ນ, ພະເຢຊູເທື່ອທີສອງຜູ້ທີ່ຈະສຳເລັດການຂຶ້ນປົກຄອງສືບຕໍ່ດາວິດທີ່ຍັງເຫຼືອ ກໍ່ຕ້ອງສະເດັດມາເປັນມະນຸດຢ່າງແນ່ນອນ.
ສັນຍາລັກຂອງດາວິດຝ່າຍຈິດວິນຍານ
ຖ້າຢ່າງນັ້ນ, ພວກເຮົາຈະສາມາດຮູ້ຈັກພະເຢຊູເທື່ອທີສອງ ຜູ້ທີ່ຈະຊົງສະເດັດມາເປັນມະນຸດໄດ້ຢ່າງໃດ? ຍິ່ງໄປກວ່ານັ້ນ, ພະຄຳພີໄດ້ທຳນວາຍວ່າ ພະຄິດປອມຢ່າງຫຼວງຫຼາຍຈະປະກົດຂຶ້ນໃນມື້ສຸດທ້າຍ. ໃນທ່າມກາງພວກເຫຼົ່ານີ້ ສັນຍາລັກທີ່ສາມາດຮູ້ຈັກພະເຢຊູເທື່ອທີສອງຜູ້ທີ່ຈະຊົງສະເດັດມາເປັນດາວິດນັ້ນແມ່ນຫຍັງ?
ອຊຢ 55:3 ບັດນີ້ຈົ່ງມາຟັງເຮົາເທີ້ນ ຝູງຊົນຂອງເຮົາເອີຍ! ເຊີນມາຫາເຮົາ ແລະພວກເຈົ້າຈະໄດ້ຊີວິດ! ເຮົາຈະທຳກັບພວກເຈົ້າ ຄຳໝັ້ນສັນຍາສືບໆໄປ ເຮົາຈະໃຫ້ພອນດັ່ງທີ່ເຮົາໄດ້ສັນຍາກັບດາວິດ.
ພະເຈົ້າຊົງກ່າວວ່າ ຈະຊົງຕັ້ງຄຳໝັ້ນສັນຍາສືບໆໄປ ເພື່ອພວກເຮົາຈະໄດ້ຊີວິດ. ແຕ່ວ່າ, ຄຳໝັ້ນສັນຍາສືບໆໄປນັ້ນ ເປັນພະພອນທີ່ໄດ້ຊົງສັນຍາໄວ້ກັບໃຜ? ເປັນພະພອນທີ່ໄດ້ຊົງສັນຍາໄວ້ກັບດາວິດ. ພະອົງໄດ້ຊົງສັນຍາຄຳໝັ້ນສັນຍາສືບໆໄປແກ່ດາວິດເທົ່ານັ້ນ ເຫດສະນັ້ນຖ້າເປັນດາວິດ ຕ້ອງມີສັນຍາລັກເຊິ່ງເປັນຄຳໝັ້ນສັນຍາສືບໆໄປ. ຖ້າຢ່າງນັ້ນເຮົາຈະມາ ເບິ່ງວ່າ ຄຳໝັ້ນສັນຍາສືບໆໄປນັ້ນແມ່ນຄຳໝັ້ນສັນຍາໃດ?
ຮລ 13:20 ພະເຈົ້າໄດ້ບັນດານໃຫ້ພະເຢຊູຄິດເຈົ້າຂອງພວກເຮົາເປັນຄືນມາຈາກຕາຍ. ພະ ອົງເປັນຜູ້ລ້ຽງທີ່ຍິ່ງໃຫຍ່ ເພາະພະອົງຕາຍເປັນເຄື່ອງບູຊາ ແລະໂດຍຄວາມຕາຍຂອງພະ ອົງນັ້ນ ພະອົງໄດ້ຕັ້ງຄຳໝັ້ນສັນຍາເຊິ່ງຈະດຳລົງຢູ່ຕະຫຼອດໄປ
ໄດ້ຂຽນໄວ້ວ່າ ໂດຍຄວາມຕາຍ(ເລືອດ)ຂອງພະອົງນັ້ນ ພະອົງໄດ້ຕັ້ງຄຳໝັ້ນສັນຍາ ເຊິ່ງຈະດຳລົງຢູ່ຕະຫຼອດໄປ ດັ່ງນັ້ນຄຳໝັ້ນສັນຍາສືບໆໄປນັ້ນ ຕ້ອງມີເລືອດຂອງພະເຢຊູ. ເວົ້າອີກຢ່າງໜຶ່ງກໍ່ຄື ຄໍາໝັ້ນສັນຍາທີ່ໄດ້ຕັ້ງດ້ວຍເລືອດຂອງພະເຢຊູ ເປັນຄຳໝັ້ນສັນຍາສືບໆໄປ. ໃນພະຄຳພີຂຽນວ່າ ຄຳໝັ້ນສັນຍາທີ່ໄດ້ຕັ້ງຂຶ້ນດ້ວຍເລືອດຂອງພະເຢຊູນັ້ນແມ່ນຫຍັງ? ແມ່ນຄໍາໝັ້ນສັນຍາໃໝ່ແຫ່ງເທດສະການປັດສະຄາ(ລກ22:20) ເຫດສະນັ້ນ, ພະເຢຊູເທື່ອທຳອິດຜູ້ທີ່ຊົງສະເດັດມາເປັນດາວິດ ໄດ້ຊົງຕັ້ງຄຳໝັ້ນສັນຍາໃໝ່ ແລະ ປະກາດ. ເຊັ່ນດຽວກັນ, ພະເຢຊູເທື່ອທີສອງຜູ້ທີ່ຈະຊົງສະເດັດມາເປັນດາວິດ ຕ້ອງຕັ້ງຄຳໝັ້ນສັນຍາໃໝ່ຂຶ້ນ ແລະ ປະກາດເປັນເວລາ37ປີ.
ຜູ້ທີ່ສຳເລັດຄຳທຳນວາຍຂອງຜູ້ປະກາດພະຄຳດັ່ງຂ້າງເທິງນັ້ນ ແມ່ນພະອັນຊັງໂຮງ. ພະອັນຊັງໂຮງຜູ້ຊົງສະເດັດມາເປັນດາວິດແຫ່ງຄຳທຳນວາຍ ໄດ້ຊົງປະສູດໃນປີ1918. ແລະ ປີ1948 ເມື່ອຕອນອາຍຸໄດ້30ປີ ໄດ້ຊົງຮັບບັບຕິດສະມາຕາມຄຳທຳນວາຍຂອງຕົ້ນໝາກເດື່ອ ນີ້ກໍ່ຄື ໄດ້ຊົງເລີ່ມພາລະກິດແຫ່ງປະເສີດເມື່ອອາຍຸ30ປີ ເຊິ່ງເປັນກະສັດດາວິດແຫ່ງຄຳທຳນວາຍ ແລະ ປີ1985 ເມື່ອຕອນຄົບ 37ປີ ໄດ້ຊົງສະເດັດຂຶ້ນສູ່ສະຫວັນ. ໃນລະຫວ່າງ 37ປີຢ່າງຄົບຖ້ວນທີ່ບໍ່ໄດ້ເກີນໄປແລະບໍ່ໄດ້ຫຼຸດລົງ ໄດ້ຊົງປະກາດມື້ປັດສະຄາແຫ່ງຄຳໝັ້ນສັນຍາໃໝ່ ເຊິ່ງເປັນເຄື່ອງໝາຍຂອງດາວິດ.
ການສະເດັດຂຶ້ນສູ່ສະຫວັນ ຫຼັງຈາກສຳເລັດພາລະກິດແຫ່ງຂ່າວປະເສີດໃນໄລຍະ 37ປີທີ່ໄດ້ກຳນົດໄວ້ ຊົງໄດ້ບອກໃຫ້ຮູ້ລ່ວງໜ້າກ່ອນ4ປີ. ຂ້າງລຸ່ມນີ້ເປັນບົດຄວາມໃນໜັງສືພິມທາງສາສະໜາປະຈຳອາທິດ ສະບັບວັນທີ 18 ມີນາ ປີ1981.
– ສາສະໜາໃໝ່ ທີ່ຍັງບໍ່ທັນເປັນທີ່ຮູ້ຈັກ –
“ຄິດສະຕະຈັກຂອງພະເຈົ້າເຊື່ອວ່າ ພະຄິດທີ່ສະເດັດມາເທື່ອທີສອງນັ້ນ ຈະຊົງປະກົດໃນສະໄໝປັດຈຸບັນນີ້ ແລະ ຊົງປະກົດໃນສະພາບມະນຸດຄື ມີຕາ, ມີດັງ, ມີປາກ, ມີຫູ ຄິດສະຕະຈັກຂອງພະເຈົ້າອະທິບາຍວ່າ “ພະເຢຊູຈະຕ້ອງສະເດັດມາເທື່ອທີສອງໃນສະພາບມະນຸດ ເພາະວ່າຄຳໝັ້ນສັນຍາໃໝ່ທີ່ຊົງສ້າງຂຶ້ນເມື່ອສະເດັດມາເທື່ຶອທຳອິດນັ້ນ ໄດ້ຖືກລົບລ້າງໄປແລ້ວໃນລະຫວ່າງຍຸກມືດ ດັ່ງນັ້ນ, ພະເຈົ້າເອງຈະຕ້ອງສະເດັດມາອີກຄັ້ງ ເພື່ອນຳຄວາມຈິງແຫ່ງຊີວິດ ກໍ່ຄືຄຳໝັ້ນສັນຍາໃໝ່ນັ້ນກັບຄືນມາອີກຄັ້ງ ແລະເພື່ອຊອກຫາປະຊາຊົນຂອງພະອົງ” “ພະເຢຊູເທື່ອທີສອງຈະຕ້ອງສະເດັດມາໃນໂລກນີ້ອີກຢ່າງງຽບໆ ແລະຈາກໄປຫຼັງຈາກທີ່ປະກາດຂ່າວປະເສີດເປັນເວລາ 37ປີ. ເຫດຜົນທີ່ຕ້ອງປະກາດຂ່າວປະເສີດເປັນເວລາ 37ປີນັ້ນກໍ່ເພາະວ່າ ດາວິດຊົງຂຶ້ນປົກຄອງຢູ່ 40ປີ ແຕ່ພະເຢຊູຊົງຖືກຄຶງທີ່ໄມ້ກາງແຂນ ຫຼັງຈາກປະກາດຂ່າວປະເສີດໄດ້ພຽງແຕ່3ປີ. ດັ່ງນັ້ນ, ພະເຢຊູເທື່ອທີສອງຕ້ອງເຮັດພາລະກິດແຫ່ງຂ່າວປະເສີດອີກ 37ປີ ຈຶ່ງຈະສຳເລັດຕາມການຂຶ້ນປົກຄອງ 40ປີ”
ມະນຸດທຳມະດາສາມາດຮູ້ຈັກວັນເກີດ ຫຼືວັນຕາຍຂອງຕົນເອງໄດ້ຫຼືບໍ່? ແຕ່ວ່າພະຄິດພະອັນຊັງໂຮງໄດ້ຊົງສະເດັດມາຕາມຄຳທຳນວາຍໃນພະຄຳພີ ແລະ ໄດ້ບອກໃຫ້ຮູ້ຈັກລ່ວງໜ້າ 4ປີ ກ່ອນສະເດັດຂຶ້ນສູ່ສະຫວັນ ຫຼັງຈາກທີ່ໄດ້ສຳເລັດການຂຶ້ນປົກຄອງສືບຕໍ່ກະສັດດາວິດ 37ປີ, ແລ້ວກໍ່ໄດ້ສຳເລັດ.
ພະອັນຊັງໂຮງ ເປັນພະຄິດຜູ້ຊົງສະເດັດມາເທື່ຶອທີສອງຕາມຄຳທຳນວາຍທັງໝົດໃນພະຄຳພີ ແລະ ຊົງເປັນກະສັດດາວິດທີ່ພວກເຮົາຕ້ອງສະແຫວງຫາ ແລະ ຢຳເກງໃນມື້ສຸດທ້າຍ. ເຫດສະນັ້ນ, ຂໍໃຫ້ພວກເຮົາທັງຫຼາຍໄດ້ຮັບຄວາມພົ້ນ ໂດຍການເຊື່ອ ແລະ ຢຳເກງໃນພະຄິດພະອັນຊັງໂຮງ ຜູ້ທີ່ຊົງສະເດັດມາເປັນດາວິດແຫ່ງຈິດວິນຍານໃນສະໄໝນີ້.