ກ່ຽວກັບພວກເຮົາ

ຄິດສະຕະຈັກຂອງພະເຈົ້າ ໃນໂລກ

ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກຂຶ້ນ ແລະ ປັດຈຸບັນ ມີຄິດສະຕະຈັກທ້ອງຖິ່ນຢູ່ປະມານ 7,500 ກວ່າແຫ່ງ ໃນ 175 ປະເທດ ດ້ວຍສະມາຊິກ 3.5 ລ້ານຄົນ. ໂດຍຕິດຕາມຄໍາສອນຂອງພະເຈົ້າພະມານດາ ຜູ້ຊົງເປັນແບບຢ່າງແຫ່ງການ “ມອບຄວາມຮັກ,” ຄິດສະຕະຈັກກຳລັງປ່ຽນແປງໂລກດ້ວຍຈິດໃຈທີ່ອົບອຸ່ນ.

ຄິດສະຕະຈັກຂອງພະເຈົ້າ ປະຕິບັດຕາມຄວາມຈິງທີ່ບໍລິສຸດຂອງຄິດສະຕະຈັກຕອນຕົ້ນ

ຄິດສະຕະຈັກຂອງພະເຈົ້າ ໄດ້ສຶກສາຄວາມຈິງ ແລະ ຄວາມເຊື່ອແຫ່ງຄຳໝັ້ນສັນຍາໃໝ່ ທີ່ພະເຢຊູຜູ້ຊົງສະເດັດມາສູ່ໂລກນີ້ໃນ 2,000 ປີກ່ອນ ໄດ້ຊົງສັ່ງສອນ ແລະ ສໍາແດງດ້ວຍພະອົງເອງ ໂດຍການເປັນແບບຢ່າງ. ເຖິງແມ່ນວ່າ ພະເຢຊູໄດ້ຊົງສັ່ງສອນເທດສະການປັດສະຄາ, ມື້ພະ ແລະ ເຈັດເທດສະການ ໃນສາມປາງ ແລະ ອື່ນໆ, ແຕ່ເມື່ອເວລາຜ່ານໄປ, ພະບັນຍັດຂອງພະເຈົ້າ ໄດ້ຖືກປ່ຽນແປງໄປ. ພວກເຮົາກຳລັງຟື້ນຟູຄວາມຈິງ ແລະ ຄວາມເຊື່ອແຫ່ງຄຳໝັ້ນສັນຍາໃໝ່ຂອງຄິດສະຕະຈັກຕອນຕົ້ນ ເຊິ່ງຢູ່ບົນພື້ນຖານພະຄຳພີ.

ຄິດສະຕະຈັກຂອງພະເຈົ້າ ນຳຄວາມຮັກທີ່ແທ້ຈິງໄປສູ່ການປະຕິບັດ

ຄິດສະຕະຈັກຂອງພະເຈົ້າ ເຊື່ອໃນພະເຈົ້າພະບິດາ (ມທ 6:9) ແລະ ພະເຈົ້າພະມານດາ (ຄຕ 4:26). ຂໍຈົ່ງເຂົ້າມາສູ່ຄິດສະຕະຈັກຂອງພະເຈົ້າ ແລະ ຄົ້ນພົບຄວາມຈິງທີ່ບໍລິສຸດ ຂອງຄິດສະຕະຈັກຕອນຕົ້ນ ທີ່ພະເຢຊູຄິດໄດ້ຊົງສ້າງຕັ້ງຂຶ້ນໃນ 2,000 ປີກ່ອນ.

ພນ 22:17  ແລ້ວພະວິນຍານແລະເຈົ້າສາວກໍ່ກ່າວວ່າ “ມາເທາະ!” ທຸກໆຄົນທີ່ຍິນເລື່ອງນີ້ກໍ່ຕ້ອງເວົ້າຄືກັນວ່າ “ມາເທາະ!” ຈົ່ງມາເທາະຜູ້ໃດກໍ່ຕາມທີ່ຫິວນໍ້າ; ຈົ່ງຮັບເອົານໍ້າແຫ່ງຊີວິດໄປດື່ມໂດຍບໍ່ຕ້ອງເສຍຄ່າ.